ໝວດທີ 1 ບົດ​ບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2.
ຜະລິດຕະພັນວັດ​ສະ​ດຸ​ກໍ່​ສ້າງ
ມາດຕາ 3
. ອະທິບາຍຄຳສັບ
ມາດຕາ 4. ຂອບເຂດການນຳໃຊ້

ໝວດທີ 2 ປະ​ເພດ​ຜະລິດ​ຕະພັນ​ວັດ​ສະ​ດຸ​ກໍ່ສ້າງ

ມາດຕາ 5. ປະ​ເພດຜະລິດ​ຕະພັນ​ວັດ​ສະ​ດຸ​ກໍ່ສ້າງ
ມາດຕາ 6. ການກວດກາ ແລະ ຢັ້ງຢືນຄຸນນະພາບຜະລິດ​ຕະພັນ​ວັດ​ສະ​ດຸ​ກໍ່ສ້າງ

ໝວດທີ 3 ການກວດກາ, ການຢັ້ງຢືນຄຸນ​ນະພາບ,ການເກັບຄ່າທໍານຽມ ​ແລະຄ່າ​ປັບ​ໃໝ

ມາດຕາ 7. ຫຼັກການພື້ນຖານ​ຂອງການກວດກາ ແລະ ຢັ້ງຢືນຄຸນ​ນະພາ​ບຜະລິດຕະພັນວັດ​ສະ​ດຸກໍ່ສ້າງ
ມາດຕາ 8. ຮູບແບບການກວດກາຄຸນ​ນະພາ​ບຜະລິດຕະພັນວັດສະດຸກໍ່ສ້າງ
ມາດຕາ 9. ເອກະສານ​ຂໍການຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ
ມາດຕາ 10. ຂັ້ນຕອນການ​ພິຈາລະນາ​​​ ​ແລະອະນຸມັດເອກະສານ
ມາດຕາ 11. ການອອກ​ໃບຢັ້ງຢືນຄຸນ​ນະພາ​ບ ​
ມາດຕາ 12. ການເກັບຄ່າທຳນຽມການກວດກາ ​ແລະຄ່າ​ປັບ​​​ໃໝ
ມາດຕາ 1
3. ສະຫຼາກແລະ ເຄື່ອງໝາຍ
ມາດຕາ 14. ການເກັບມ້ຽນ ແລະ ການສໍາເນົາເອກະສານ

ໝວດທີ 4 ສິດ, ໜ້າທີ່ຂອງອົງການ​ຄຸ້ມ​ຄອງ ກວດກາຄຸນ​ນະພາ​ບຜະລິດຕະພັນວັດສະດຸກໍ່ສ້າງ

ມາດຕາ 15.ອົງການ​ຄຸ້ມ​ຄອງ,ກວດກາ ​ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ
ມາດຕາ 16.
ສິດຂອງອົງການ​ຄຸ້ມ​ຄອງ, ກວດກາ ​ແລະຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ
ມາດຕາ 17. ໜ້າທີ່ຂອງອົງການ​​ຄຸ້ມ​ຄອງ, ​ ກວດກາ ​ແລະຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ

ໝວດທີ 5 ສິດ, ພັນທະຂອງ​ຜູ້​ດໍາ​ເນີນ​ທຸລະ​ກິດ ແລະ ຜູ້​ຊົມ​ໃຊ້ຜະລິດຕະພັນວັດສະດຸກໍ່ສ້າງ

ມາດຕາ 18. ສິດຂອງຜູ້ດໍາເນີນທຸລະກິດກ່ຽວກັບຜະລິດຕະພັນວັດສະດຸກໍ່ສ້າງ
ມາດຕາ 19. ສິດຂອງຜູ້ຊົມໃຊ້ຜະລິດຕະພັນວັດສະດຸກໍ່ສ້າງ
ມາດຕາ 20. ພັນທະຜູ້ດໍາເນີນທຸລະກິດກ່ຽວກັບຜະລິດຕະພັນວັດສະດຸກໍ່ສ້າງ
ມາດຕາ 21. ພັນທະຂອງຜູ້ຊົມ​ໃຊ້ຜະລິດຕະພັນວັດສະດຸກໍ່ສ້າງ

ໝວດທີ 6 ຂໍ້ຫ້າມ

ມາດຕາ 22. ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ
ມາດຕາ 23. ຂໍ້ຫ້າມສຳລັບ​ເຈົ້າ​ໜ້າ​ທີ່ ກວດກາ​ຄຸນ​ນະພາ​ບຜະລິດຕະພັນວັດສະດຸກໍ່ສ້າງ
ມາດຕາ 24. ຂໍ້ຫ້າມສໍາລັບບຸກຄົນ, ນິຕິບຸກຄົນ ​ແລະ ການຈັດຕັ້ງອື່ນ

ໝວດທີ 7 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 25. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 26
. ມາດຕະການຕໍ່ເຈົ້າໜ້າທີ່ທີ່ກະທໍາ​ຜິດ​ຕໍ່ໜ້າ​ທີ​ຮັບຜິດຊອບ
ມາດຕາ 27.ມາດ​ຕະການຕໍ່ຜູ້ລະເມີດອື່ນໆ

ໝວດທີ 8 ບົດ​ບັນຍັດ​ສຸດ​ທ້າຍ

ມາດຕາ 28. ການຈັດຕັ້ງປະຕິບັດ
ມາດຕາ 29. ຜົນສັກສິດ

ບັນຊີລາຍຊື່ ຜະລິດຕະພັນວັດສະດຸກໍ່ສ້າງ


ສາທາລະນະ ລັດປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ                     ເລກທີ0307/ກວຕ
ນະຄອນຫຼວງວຽງຈັນ, ວັນທີ 01 ມີນາ 2018

ຂໍ້ຕົກລົງ
ຂອງ
ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ
ວ່າດ້ວຍການຄຸ້ມຄອງ
, ກວດກາ ແລະ ຢັ້ງຢືນຄຸນນະພາບຂອງຜະລິດຕະພັນ ວັດສະດຸກໍ່ສ້າງ ຢູ່ ສປປ ລາວ

- ອີງຕາມ ກົດໝາຍວ່າດ້ວຍມາດຕະຖານ(ສະບັບປັບປຸງ) ເລກທີ 49/ສພຊ, ລົງວັນທີ 18ກໍລະກົດ 2014;
- ອີງຕາມ ກົດໝາຍວ່າ ດ້ວຍ ການ ກໍ່ສ້າງສະບັບ ເລກທີ 05/ສພຊ, ລົງວັນທີ 26 ພະຈິກ 2009;
- ອີງຕາມ ດຳລັດຂອງ ນາຍົກລັດຖະມົນຕີວ່າ ດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສະບັບ ເລກທີ 314/ນຍ, ລົງ ວັນ ທີ 29ກັນຍາ  2017.
- ອີງຕາມ ການຄົ້ນຄ້ວາສະເໜີ ຂອງກົມມາດຕະຖານ ແລະ ວັດແທກ ເລກທີ 0950/ ກວຕ.ກມວ, ລົງວັນທີ 19 ທັນວາ 2017

ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງທີ່ຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ຢູ່ ສປປ ລາວ,ບົນພື້ນຖານຄວາມຖືກຕ້ອງຕາມລະບຽບ, ຫຼັກການ, ກົດໝາຍ ແລະ ມາດຕະຖານ  ແຫ່ງຊາດຊຶ່ງ ສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນ; ແນໃສ່ຕອບສະໜອງຜະລິດຕະພັນວັດສະດຸ ກໍ່ສ້າງທີ່ມີຄຸນນະພາບ ໃຫ້ ແກ່ວຽກງານກໍ່ສ້າງ ແລະ ປະກອບສ່ວນ ເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.

ມາດຕາ 2. ຜະລິດຕະພັນວັດສະດຸກໍ່ສ້າງ

ຜະລິດຕະພັນວັດສະດຸກໍ່ສ້າງ ແມ່ນວັດຖຸສໍາເລັດຮູບທີ່ໄດ້ຜ່ານຂະບວນການຜະລິດ, ປຸງແຕ່ງເພື່ອນໍາໃຊ້ ເຂົ້າໃນວຽກງານ ຂອງບັນດາ ກິດຈະການ ປຸກສ້າງ, ກໍ່ສ້າງ, ຕິດຕັ້ງ ແລະ ການສ້ອມແປງຕ່າງໆ ທີ່ສອດຄ່ອງ ຕາມມາດຕະຖານແຫ່ງຊາດ, ພາກພື້ນແລະສາກົນ.

ມາດຕາ 3. ອະທິບາຍຄຳສັບ
ຄໍາສັບຕ່າງໆທີ່ນໍາໃຊ້ຢູ່ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:

  1. ຜູ້ດໍາເນີນທຸລະກິດກ່ຽວກັບຜະລິດຕະພັນວັດສະດຸການກໍ່ສ້າງ ໝາຍເຖິງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງ ພາຍໃນ ແລະ ຕ່າງປະ ເທດທີ່ດໍາເນີນທຸລະກິດໄດ້ຂຶ້ນທະບຽນຖືກຕ້ອງຕາມ ກົດໝາຍວິສາຫະກິດ ກ່ຽວກັບທຸລະກິດ ສະໜອງຜະລິດຕະພັນ ວັດສະດຸກໍ່ສ້າງ ຢູ່ ສປປລາວ;
  2. ຜູ້ຊົມໃຊ້ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ນຳໃຊ້ຜະລິດຕະພັນວັດສະດຸກໍ່ສ້າງຈາກຜູ້ ດໍາເນີນທຸລະກິດກ່ຽວກັບຜະລິດຕະພັນວັດສະດຸການກໍ່ສ້າງ;
  3. ເຈົ້າໜ້າທີ່ ໝາຍເຖິງຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈາກອົງການຄຸ້ມຄອງ ຫຼື ຂະແໜງການຂອງລັດທີ່ກ່ຽວຂ້ອງໃນການກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ;
  4. ມາດຕະຖານແຫ່ງຊາດລາວ ຂຽນຫຍໍ້ (ມລ) ໝາຍເຖິງມາດຕະຖານ ທີ່ ສະພາມາດຕະຖານ ແຫ່ງຊາດ ໄດ້ຮັບຮອງເອົາ ແລະ ປະກາດໃຊ້ໂດຍກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ;
  5. ກາໝາຍມາດຕະຖານ ໝາຍເຖິງ ກາໝາຍຢັ້ງຢືນຜະລິດຕະພັນ, ລະບົບຄຸ້ມຄອງ ຫຼື ລະບົບ ຮັບຮອງ ທີ່ກຳນົດຂຶ້ນ ໂດຍ ກະຊວງ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ຫຼື ອົງການ ຈັດຕັ້ງອື່ນທີ່ ໄດ້ຮັບການມອບໝາຍ;
  6. ຄຸນນະພາບ ໝາຍເຖິງ ຄຸນລັກສະນະທີ່ ຕ້ອງການທາງດ້ານຟີຊິກ ສາດ, ເຄມີສາດ ແລະ ກົນລະສາດຖືກຕ້ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ;
  7. ກາໝາຍຄຸນນະພາບ ໝາຍ ເຖິງສັນຍາລັກ ທີ່ຢັ້ງຢືນ ວ່າໄດ້ ຜ່ານການກວດສອບຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ ຈາກອົງການຄຸ້ມຄອງທີ່ກ່ຽວຂ້ອງ;
  8. ການຢັ້ງຢືນຄຸນນະພາບວັດສະດຸກໍ່ສ້າງ ໝາຍເຖິງການຈັດຕັ້ງປະຕິບັດຮັບຮູ້ຢ່າງເປັນທາງການ ແລະ ໄດ້ອອກ ໃບຢັ້ງຢືນຄຸນນະພາບຈາກອົງການຄຸ້ມຄອງ, ກວດກາ, ກວດສອບ ແລະ ຢັ້ງຢືນ ຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ;
  9. ໃບຢັ້ງຢືນຄຸນນະພາບ ໝາຍເຖິງ ເອກະສານທີ່ອອກໃຫ້ ໂດຍ ອົງການຄຸ້ມຄອງຂອງລັດ ທີ່ມີສິດອໍານາດ ເພື່ອຢັ້ງຢືນ ໃຫ້ແກ່ຜະລິດຕະພັນວັດສະດຸກໍ່ສ້າງ ທີ່ໄດ້ຜ່ານການກວດກາ ຊຶ່ງສອດຄ່ອງ ກັບລະບຽບການເຕັກນິກ, ມາດຕະຖານ ແຫ່ງຊາດ, ພາກພື້ນ ແລະ ສາກົນ.

ມາດຕາ 4. ຂອບເຂດການນຳໃຊ້

 ຂໍ້ຕົກລົງສະບັບນີ້ ນໍາໃຊ້ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດ ຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ດຳເນີນການຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ຢູ່ ສປປ ລາວ ກ່ຽວກັບ ຜະລິດຕະພັນວັດສະດຸກໍ່ສ້າງທີ່ໄດ້ກຳນົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້.

ໝວດທີ 2
ປະເພດຜະລິດຕະພັນວັດສະດຸກໍ່ສ້າງ

ມາດຕາ 5. ປະເພດຜະລິດຕະພັນວັດສະດຸກໍ່ສ້າງ

ຜະລິດຕະພັນວັດສະດຸກໍ່ສ້າງທີ່ມີ ຄວາມສໍາຄັນຕໍ່ວຽກງານກໍ່ສ້າງຈະຕ້ອງ ໄດ້ມີການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບ ໄດ້ຈັດແບ່ງເປັນ 10 ປະເພດ ຄື:

  1. ຜະລິດຕະພັນວັດສະດຸກໍ່ສ້າງ ທີ່ ຜະລິດມາ ຈາກ ດິນ;
  2. ຜະລິດຕະພັນວັດສະດຸກໍ່ສ້າງທີ່ ຜະລິດມາ ຈາກ ຫີນ;
  3. ຜະລິດຕະພັນວັດສະດຸກໍ່ສ້າງທີ່ ຜະລິດມາ ຈາກ ໄມ້;
  4. ຜະລິດຕະພັນວັດສະດຸກໍ່ສ້າງ ທີ່ ໄດ້ມາ ຈາກ ຊີມັງ;
  5. ຜະລິດຕະພັນວັດສະດຸກໍ່ສ້າງທີ່ ຜະລິດມາ ຈາກ ແກ້ວ;
  6. ຜະລິດຕະພັນວັດສະດຸກໍ່ສ້າງທີ່ ຜະລິດມາ ຈາກ ໂລຫະ;
  7. ຜະລິດຕະພັນວັດສະດຸກໍ່ສ້າງທີ່ ຜະລິດມາ ຈາກ ທາດຕ່າງໆ;
  8. ຜະລິດຕະພັນວັດສະດຸກໍ່ສ້າງທີ່ ຜະລິດມາ ຈາກ ຢາງ;
  9. ຜະລິດຕະພັນວັດສະດຸກໍ່ສ້າງ ທີ່ ເປັນແຜ່ນ, ແພ;
  10. ຜະລິດຕະພັນວັດສະດຸກໍ່ສ້າງ ທີ່ ເປັນສີ.

ມາດຕາ 6. ການກວດກາ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ

 ທຸກໆຜະລິດ ຕະພັນວັດສະດຸກໍ່ສ້າງທີ່ໄດ້ກໍານົດໃນ ມາດຕາ 5 ຂ້າງເທິງ   ແມ່ນຈະຕ້ອງ ມີການກວດກາ ແລະ ຢັ້ງຢືນ ຄຸນນະພາບຈາກ ອົງການຄຸ້ມຄອງ ທີ່ກ່ຽວຂ້ອງ. ລາຍການບັນຊີຜະລິດຕະພັນວັດສະດຸກໍ່ສ້າງທີ່ມີການຄຸ້ມຄອງ ໄດ້ລະບຸໃນ ເອກະສານຊ້ອນທ້າຍ.

ໝວດທີ 3
ການກວດກາ, ການຢັ້ງຢືນຄຸນນະພາບ, ການເກັບຄ່າທໍານຽມ ແລະ ຄ່າປັບໃໝ

ມາດຕາ 7.  ຫຼັກການພື້ນຖານ ຂອງການກວດກາ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ

ຫຼັກການພື້ນຖານ ຂອງການກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງແມ່ນແນໃສ່ເພື່ອຍົກສູງຄຸນນະພາ ບ ແລະ ປະສິດທິພາບທາງດ້ານເສດຖະກິດ-ສັງຄົມ ກ່ຽວກັບ ການຄຸ້ມຄອງ, ບໍລິການ ແລະ ປົກປ້ອງ ຜູ້ຊົມໃຊ້ຜະລິດຕະພັນວັດສະດຸກໍ່ສ້າງບົນພື້ນຖານຫຼັກການ ດັ່ງນີ້:

  1. ຮັບປະກັນຄວາມປອດໄພຕໍ່ຊີວິດ,ຊັບສິນສະພາບແວດລ້ອມ ແລະ ຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງສັງຄົມ;
  2. ຮັບປະກັນ ການເປີດກ້ວາງ, ຄວາມຍຸຕິທຳ, ສະເໝີພາບ ແລະ ໂປ່ ງໃສ, ສາມາດກວດສອບໄດ້, ຫຼີກເວັ້ນການຈຳແນກ, ສ້າງອຸປະສັກກີດຂວາງ ຕໍ່ທຸລະກິດກ່ຽວກັບຜະລິດຕະພັນວັດສະດຸກໍ່ສ້າງ ;
  3. ຮັບປະກັນ ຄວາມສອດຄ່ອງ ກັບມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ; ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຄວາມສາມາດໃນການຈັດຕັ້ງ ປະຕິບັດວຽກງານ ໃນການກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ;
  4. ຮັບປະກັນ ໃຫ້ຜູ້ຜະລິດ,ປຸງແຕ່ງ, ນຳເຂົ້າ, ສົ່ງອອກ, ແລະ ຈໍາໜ່າຍ ໃຫ້ເປັນໄປ ຕາມຫຼັກການ ແລະ ຂັ້ນຕອນການ ກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ;
  5. ການດໍາເນີນການກວດກາ ທຸກຄັ້ງທີ່ຄະນະກໍາມະການລົງກວດກາ ແມ່ນຕ້ອງມີໃບແຈ້ງການ ຫຼື ຂໍ້ຕົກລົງ ທີ່ອອກໃຫ້ໂດຍກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດແລະ ເຕັກໂນໂລຊແຂວງ, ນະຄອນ ຕາມການມອບໝາຍ.

ມາດຕາ 8. ຮູບແບບການກວດກາຄຸນນະພາບ ຜະລິດຕະພັນວັດສະດຸກໍ່ສ້າງ

ການກວດກາຄຸນນະພາບຂອງ ຜະລິດຕະພັນວັດສະດຸກໍ່ສ້າງມີ 03 ຮູບແບບຄື:

  1. ກວດກາ ຄຸນນະພາບ ກ່ອນການນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍຜະລິດຕະພັນວັດສະດຸກໍ່ສ້າງ;
  2. ກວດກາ ຄຸນນະພາບ ຜະລິດຕະພັນວັດສະດຸກໍ່ສ້າງທີ່ຈຳໜ່າຍຕາມທ້ອງຕະຫຼາດຕາມແຜນປົກກະຕິແມ່ນ 6 (ຫົກ ເດືອນ) ຕໍ່ຄັ້ງ;
  3. ກວດກາ ຄຸນນະພາບ ຜະລິດຕະພັນວັດສະດຸກໍ່ສ້າງທີ່ຜະລິດ, ປຸງແຕ່ງ,ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍແບບກະທັນຫັນ (ກໍລະນີສຸກເສີນ) ແມ່ນຈະໄດ້ທຳການກວດກາຊຶ່ງບໍ່ໄດ້ ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.

ມາດຕາ 9. ເອກະສານ ຂໍການຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດ ຕັ້ງທີ່ມີຈຸດປະສົງເພື່ອຂໍການຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ ຕ້ອງໄດ້ຢືນຄຳຮ້ອງຂໍຕໍ່ອົງການຄຸ້ມຄອງທີ່ກ່ຽວຂ້ອງ. ການປະກອບເອກະສານເພື່ອຂໍການຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງມີດັ່ງລຸ່ມນີ້:

  1. ໃບສະເໜີ ຈາກຜູ້ດຳເນີນທຸລະກິດ;
  2. ສຳເນົາເອກະສານການປະກອບທຸລະກິດ ຜະລິດຕະພັນວັດສະດຸກໍ່ສ້າງ;
  3. ສຳເນົາເອກະສານການຜະລິດ, ປຸງແຕ່ງ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍຜະລິດຕະພັນວັດສະດຸກໍ່ສ້າງ;
  4. ໃບຢັ້ງຢືນຄຸນນະພາບຈາກຕົ້ນທາງສຳລັບຜະລິດຕະພັນວັດສະດຸກໍ່ສ້າງທີ່ນຳເຂົ້າ (ບໍ່ໃຫ້ເກີນ 6 ເດືອນ ນັບແຕ່ມື້ອອກໃບ ຢັ້ງຢືນ);

ມາດຕາ 10. ຂັ້ນຕອນການ ພິຈາລະນາ ແລະ ອະນຸມັດເອກະສານ

  1. ຮັບຄຳຮ້ອງ ແລະ ອອກໜັງສືຢັ້ງຢືນ ເມື່ອເຫັນວ່າເອກະສານຄົບຖ້ວນຕາມທີ່ລະບຸໄວ້ໃນມາດຕາ 9;
  2. ເອກະສານ ເພື່ອຂໍການຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ ຕ້ອງໄດ້ຮັບການ ພິຈາລະນາພາຍ ໃນ (3 ວັນ) ສາມວັນລັດຖະການ;
  3. ພາຍຫຼັງ ເອກະສານ ຖືກຕ້ອງ, ຄົບຖ້ວນ, ໄດ້ຜ່ານການກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ ທີ່ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນແລ້ວຕ້ອງອອກໃບຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ ຢ່າງຊ້າ ບໍ່ໃຫ້ເກີນ (5 ວັນ) ຫ້າວັນລັດຖະການ ຫຼັງຈາກໄດ້ຮັບຜົນການກວດສອບ.

ມາດຕາ 11. ການອອກໃບຢັ້ງຢືນຄຸນນະພາບ

ຜະລິດຕະພັນວັດສະດຸກໍ່ສ້າງຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດ ຕັ້ງທີ່ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍຈະຕ້ອງໄດ້ຜ່ານການກວດກາ ແລະ ຢັ້ງຢືນຄຸນນະພາບ ຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນຈາກກົມມາດຕະຖານ ແລະ ວັດແທກ,  ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຕາມ ການ ມອບໝາຍ.

ໃບຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງແມ່ນເອກະສານສຳຄັນທາງດ້ານກົດໝາຍ ແລະ ໄດ້ກຳນົດໃຫ້ນໍາໃຊ້ໄດ້ຄັ້ງດຽວເທົ່ານັ້ນ.

ມາດຕາ 12. ການເກັບຄ່າທຳນຽມການກວດກາ ແລະ ຄ່າປັບໃໝ

ການກວດກາ ແລະ ຢັ້ງຢືນ ຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງຕ້ອງ ໄດ້ເສຍຄ່າທຳນຽມ, ຄ່າບໍລິການ ແລະ ມາດຕະການປັບໃໝດັ່ງນີ້:

  1. ຄ່າທໍານຽມ ໃນການກວດກາ, ກວດສອບແມ່ນອີງຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທໍານຽມແລະ ຄ່າບໍລິການກ່ຽວ ກັບວຽກງານວັດແທກທີ່ປະກາດໃຊ້ໃນແຕ່ລະໄລຍະ.
  2. ຄ່າປັບໃໝແມ່ນອີງຕາມດຳລັດຂອງ ນາຍົກລັດຖະມົນຕີວ່າ ດ້ວຍການປັບໃໝ ແລະມາດຕະການ ຕໍ່ຜູ້ລະເມີດກົດໝາຍມາດຕະຖານ ແລະ ກົດໝາຍວັດແທກ.
  3. ມອບໃຫ້ກົມ ມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ແລະ ນະຄອນເປັນເຈົ້າການໃນການຈັດຕັ້ງປະຕິບັດ ໂດຍອີງຕາມດຳລັດວ່າດ້ວຍ ການປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດກົດໝາຍມາດຕະຖານ ແລະ ກົດໝາຍວັດແທກ.

ມາດຕາ 13. ສະຫຼາກ ແລະ ເຄື່ອງໝາຍ

ການຫຸ້ມຫໍ່ ຫຼື ການບັນຈຸຜະລິດຕະພັນວັດສະດຸກໍ່ສ້າງ ແຕ່ລະປະເພດ ຕ້ອງຕິດສະຫຼາກ ແລະ ເຄື່ອງໝາຍໃສ່ ດ້ານນອກບ່ອນ ທີ່ ເຫັນໄດ້ງ່າຍ ແລະ ຈະແຈ້ງ ດີ, ເນື້ອໃນ ຂອງສະຫຼາກ ຕ້ອງເປັນພາສາລາວ, ສໍາລັບ ພາສາຕ່າງປະ ເທດຕ້ອງມີເນື້ອໃນສອດຄ່ອງກັບພາສາລາວທີ່ ໄດ້ ກໍານົດໄວ້ ເຊິ່ງມີເນື້ອໃນດັ່ງນີ້:

  1. ຊື່ຜະລິດຕະພັນ;
  2. ປະເພດ ຫຼື ຊະນິດ;
  3. ຊຸດຜະລິດ;
  4. ກາໝາຍຂອງໂຮງງານທີ່ຜະລິດ;
  5. ເຄື່ອງໝາຍການຄ້າ;
  6. ຊື່ ໂຮງງານ ແລະ ຊື່ປະເທດທີ່ຜະລິດແລະປຸງແຕ່ງ;
  7. ປະລິມານສຸດທິ;
  8. ຕ້ອງລະບຸອາຍຸການນຳໃຊ້ ໃນບາງຜະລິດຕະພັນ ( ວັນ, ເດືອນ, ປີ)
  9. ກົດລະຫັດສິນຄ້າ (ບາໂຄ໋ດ)
  10. ຂໍ້ຄວາມຫຼື ເຄື່ອງໝາຍ ທີ່ ສະ ແດງ “ ຂໍ້ຄວນລະວັງ “;
  11. ກາໝາຍ ມາດຕະຖານ (ຖ້າໄດ້ຮັບອະນຸຍາດ);
    ວັນທີ, ເດືອນ, ປີການກວດກາຄຸນນະພາບ.

ມາດຕາ 14. ການເກັບມ້ຽນ ແລະ ການສໍາເນົາເອກະສານ

 ເອກະສານກວດກາ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ ປະກອບມີ 03 ຊຸດ:

  1. ຊຸດທີ່ໜຶ່ງ, ອົງການ ຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງເກັບມ້ຽນ;
  2. ຊຸດທີ່ສອງ, ຜູ້ ໄດ້ຮັບ ການກວດກາ ແລະ ຢັ້ງຢືນ ຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງເກັບຮັກສາ;
  3. ຊຸດທີສາມ, ອົງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຂັ້ນທ້ອງຖິ່ນເກັບສໍາເນົາເພື່ອຕິດຕາມ.

ໝວດທີ 4
ສິດ, ໜ້າທີ່ຂອງອົງການຄຸ້ມຄອງ

ກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ

ມາດຕາ 15.ອົງການ ຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ

ອົງການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ ແມ່ນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍມອບໃຫ້ ກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີຂອງ ແຂວງ, ນະຄອນຕາມ ການມອບໝາຍຫຼືຕາມ ການ ແບ່ງ ຂັ້ນ ຄຸ້ມ ຄອງ.

ມາດຕາ 16. ສິດຂອງອົງການ ຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ

ອົງການ ຄຸ້ມຄອງ,ກວດກາ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງມີສິດດັ່ງນີ້:

  1. ຄຸ້ມຄອງລະບົບການກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງໃຫ້ສອດຄ່ອງຕາມມາດຕະຖານ, ລະບຽບການເຕັກນິກແຫ່ງຊາດ, ຂໍ້ກໍານົດ ຂອງພາກພື້ນ ແລະ ສາກົນທີ່ກໍານົດໄວ້;
  2. ເກັບຕົວຢ່າງຜະລິດຕະພັນວັດສະດຸກໍ່ສ້າງເພື່ອນຳສົ່ງໄປກວດສອບຄຸນນະພາບ ໃຫ້ສອດຄ່ອງຕາມ ມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນກ່ອນການນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ;
  3. ອອກໃບຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ ພາຍຫຼັງໄດ້ຮັບການກວດສອບ ຖືກຕ້ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ;
  4. ພາຍຫຼັງ ການກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ ຖ້າເຫັນວ່າບໍ່ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອເຮັດບົດບັນທຶກ, ຕັກເຕືອນ, ສັ່ງໂຈະຊົ່ວຄາວການຜະລິດ, ປຸງແຕ່ງ, ນໍາເຂົ້າ,ສົ່ງອອກ ແລະ ຈໍາໜ່າຍຜະລິດຕະພັນຜະລິດຕະພັນວັດສະດຸກໍ່ສ້າງ   ເພື່ອລາຍງານຂັ້ນເທິງ ພິຈາລະນາແກ້ ໄຂ.
  5. ປະຕິບັດສິດອື່ນໆຕາມ ທີ່ໄດ້ກໍານົດໄວ້ໃນລະບຽບ ແລະ ກົດໝາຍ ທີ່ກ່ຽວຂ້ອງ.

ມາດຕາ 17. ໜ້າທີ່ຂອງອົງການ ຄຸ້ມ ຄອງ, ກວດກາ ແລະຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ

 ອົງການ ຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບ ຜະລິດຕະພັນວັດສະດຸກໍ່ສ້າງມີໜ້າທີ່ດັ່ງ ນີ້:

  1. ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງໃຫ້ສອດຄ່ອງຕາມມາດຕະຖານແຫ່ງ ຊາດ, ພາກພື້ນ ແລະ ສາກົນ;
  2. ມີຄວາມຍຸຕິທຳ, ໂປ່ງໃສ, ສະເໝີພາບ ແລະ ບໍລິສຸດ ໃນໜ້າທີຮັບຜິດຊອບ ;
  3. ກໍານົດເວລາໃນການຈັດຕັ້ງປະຕິບັດ ການກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງຢ່າງຈະແຈ້ງ ໃຫ້ແກ່ຜູ້ຜະລິດ, ປຸງແຕ່ງ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ (ນອກຈາກການກວດກໍລະນີສຸກເສີນ);
  4. ແນະນໍາຜູ້ຜະລິດ,ປຸງແຕ່ງນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍຜະລິດຕະພັນຜະລິດຕະພັນວັດສະດຸກໍ່ສ້າງກ່ຽວກັບຂັ້ນຕອນການແຈ້ງ ເອກະສານຂໍອະນຸຍາດ ໃນການກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ;
  5. ເກັບຮັກສາ ແລະ ສະໜອງຂໍ້ມູນຕ່າງໆ ໃຫ້ພາກສ່ວນກ່ຽວຂ້ອງກ່ຽວກັບວຽກງານການກວດກາຄຸນນະພາບ ຜະລິດຕະພັນວັດສະດຸກໍ່ສ້າງ;
  6. ລາຍງານກ່ຽວກັບ ສະພາບການເຄື່ອນໄຫວການກວດກາ ຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງຕໍ່ພາກສ່ວນ ທີ່ກ່ຽວຂ້ອງ ແລະ ຂັ້ນເທິງ.
  7. ອອກໃບຢັ້ງຢືນຄຸນນະພາບຂອງ ຜະລິດຕະພັນວັດສະດຸກໍ່ສ້າງທີ່ ໄດ້ຜ່ານການກວດກາຖືກຕ້ອງ;
  8. ໂຄສະນາ, ເຜີຍແຜ່ ຜະລິດຕະພັນວັດສະດຸກໍ່ສ້າງ ທີ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນຄຸນນະພາບແລ້ວ ໃຫ້ແກ່ສັງຄົມຮັບຮູ້ ຜ່ານສື່ໂຄສະນາຕ່າງໆ;
  9. ປະຕິບັດໜ້າທີ່ອື່ນໆຕາມ ທີ່ໄດ້ກໍານົດໄວ້ໃນລະບຽບ ແລະ ກົດໝາຍ ທີ່ກ່ຽວຂ້ອງ.

ໝວດທີ 5
ສິດ, ພັນທະຂອງ ຜູ້ດໍາເນີນທຸລະກິດ

ແລະ ຜູ້ຊົມໃຊ້ຜະລິດຕະພັນວັດສະດຸກໍ່ສ້າງ

ມາດຕາ 18. ສິດຂອງຜູ້ດໍາເນີນທຸລະກິດກ່ຽວກັບຜະລິດຕະພັນວັດສະດຸກໍ່ສ້າງ

ຜູ້ດໍາເນີນທຸລະກິດກ່ຽວກັບ ຜະລິດຕະພັນວັດສະດຸກໍ່ສ້າງມີສິດ ດັ່ງນີ້:

  1. ບໍລິການ, ໂຄສະນາເຜີຍແຜ່ຜະລິດຕະພັນວັດສະດຸກໍ່ສ້າງ ພາຍຫຼັງໄດ້ຮັບການກວດກາ ແລະ ຢັ້ງຢືນຄຸນນະພາບ ;
  2. ປັບປຸງ ຄຸນນະພາບການຜະລິດ, ການບໍລິການ ຂອງຕົນ ແລະ ຮ້ອງຂໍຄວາມເປັນທຳຕໍ່ອົງການຄຸ້ມຄອງທີ່ກ່ຽວຂ້ອງຫາກເຫັນວ່າການກວດກາ, ກວດສອບຜະລິດຕະພັນວັດສະດຸກໍ່ສ້າງນັ້ນບໍ່ໄດ້ຮັບຄວາມເປັນທຳ;
  3. ສະເໜີໃຫ້ ອົງການຄຸ້ມຄອງ ທີ່ກ່ຽວຂ້ອງລົງກວດກາຄືນ ຖ້າເຫັນວ່າຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງຜິດປົກກະຕິ;
  4. ປະຕິບັດ ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ແລະ ກົດໝາຍ ທີ່ກ່ຽວຂ້ອງ.

ມາດຕາ 19. ສິດຂອງຜູ້ຊົມໃຊ້ຜະລິດຕະພັນວັດສະດຸກໍ່ສ້າງ

 ຜູ້ຊົມໃຊ້ມີສິດ ດັ່ງນີ້:

  1. ເລືອກໃຊ້ຜະລິດຕະພັນ ແລະ ການບໍລິການ ກ່ຽວກັບຜະລິດຕະພັນວັດສະດຸກໍ່ສ້າງຕາມຄວາມຕ້ອງການ;
  2. ຮ້ອງຮຽນຕໍ່ພາກສ່ວນທີ່ກ່ຽວຂ້ອງເມື່ອເຫັນວ່າ ການນຳໃຊ້ຜະລິດຕະພັນ ແລະ ການບໍລິການບໍ່ໄດ້ຮັບຄວາມເປັນທຳ;
  3. ສະ ເໜີຕໍ່ພາກສ່ວນ ທີ່ກ່ຽວຂ້ອງ ເມື່ອເຫັນວ່າ ຜູ້ດຳເນີນ ທຸລະກິດຜະລິດຕະພັນວັດສະດຸກໍ່ສ້າງສ້າງ ຜົນກະທົບຕໍ່ສະພາບແວດລ້ອມ ແລະ ສັງຄົມ;
  4. ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບຄຸນນະພາບ ແລະ ການບໍລິການຜະລິດຕະພັນວັດສະດຸກໍ່ສ້າງ;
  5. ແຈ້ງພາກສ່ວນ ທີ່ກ່ຽວຂ້ອງກ່ຽວ ກັບ ການລະເມີດ ມາດຕະຖານ ແລະ ລະບຽບການເຕັກນິກຂອງຜະລິດຕະພັນວັດສະດຸກໍ່ສ້າງ;
  6. ປະຕິບັດສິດອື່ນຕາມທີ່ ໄດ້ກໍານົດໄວ້ໃນລະບຽບ ແລະ ກົດໝາຍທີ່ ກ່ຽວຂ້ອງ.

ມາດຕາ 20. ພັນທະຜູ້ດໍາເນີນທຸລະກິດກ່ຽວກັບຜະລິດຕະພັນວັດສະດຸກໍ່ສ້າງ

ຜູ້ດໍາເນີນທຸລະກິດມີພັນທະດັ່ງນີ້:

  1. ກ່ອນການນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍຜະລິດຕະພັນວັດສະດຸກໍ່ສ້າງທີ່ຜະລິດ ແລະ ປຸງແຕ່ງຢູ່ພາຍໃນປະເທດຕ້ອງໄດ້ຮັບການກວດກາແລະຢັ້ງຢືນຄຸນນະພາບຈາກອົງການທີ່ກ່ຽວຂ້ອງ;
  2. ຮັບຜິດຊອບທຸກຜົນເສຍຫາຍທີ່ເກີດຂຶ້ນຍ້ອນຜະລິດຕະພັນວັດສະດຸກໍ່ສ້າງ ຕາມທີ່ໄດ້ກຳນົດໄວ້ໃນບັນຊີຄຸ້ມຄອງຜະລິດຕະພັນວັດສະດຸກໍ່ສ້າງ ທີ່ບໍ່ໍໄດ້ມາດຕະຖານ ແລະ ບໍ່ໄດ້ຮັບການຢັ້ງຢືນຄຸນນະພາບຈາກພາກສ່ວນທີ່ກ່ຽວຂ້ອງຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້ ;
  3. ໃຫ້ການຮ່ວມມືແລະອຳນວຍຄວາມສະດວກ ແກ່ພະນັກງານທີ່ ກ່ຽວຂ້ອງໃນ ການລົງກວດກາ ຄຸນ ນະພາ ບຜະລິດຕະພັນວັດສະດຸກໍ່ສ້າງ ໃນ ແຕ່ລະຄັ້ງ;
  4. ປະຕິບັດພັນທະອື່ນຕາມ ທີ່ໄດ້ກໍານົດໄວ້ໃນ ລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 21. ພັນທະຂອງຜູ້ຊົມ ໃຊ້ຜະລິດຕະພັນວັດສະດຸກໍ່ສ້າງ

ຜູ້ຊົມ ໃຊ້ຜະລິດຕະພັນວັດສະດຸກໍ່ສ້າງມີພັນທະດັ່ງນີ້:

1.ນຳໃຊ້ຜະລິດຕະພັນວັດສະກໍ່ສ້າງ ທີ່ໄດ້ຮັບການຢັ້ງຢືນຄຸນນະພາບຈາກພາກສ່ວນທີ່ກ່ຽວຂ້ອງ;

2. ນໍາໃຊ້ ຜະລິດຕະພັນ ແລະ ການບໍລິການ ໂດຍປະຕິບັດຕາມຄໍາແນະນໍາຂອງຜູ້ໃຫ້ການບໍລິການ;

3.ປະຕິບັດພັນທະອື່ນໆຕາມ ທີ່ໄດ້ກໍານົດໄວ້ໃນລະບຽບ ແລະ ກົດໝາຍທີ່ ກ່ຽວຂ້ອງ.

ໝວດທີ6
ຂໍ້ຫ້າມ

ມາດຕາ 22. ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ

ຫ້າມຜູ້ດໍາເນີນທຸລະກິດມີພຶດຕິກຳ ດັ່ງນີ້:

  1. ຜະລິດ, ປຸງ ແຕ່ງ, ນໍາ ເຂົ້າ, ສົ່ງ ອອກແລະ ຈໍາໜ່າຍ ຢູ່ ສປປ ລາວ ກ່ຽວກັບຜະລິດຕະພັນວັດສະດຸກໍ່ສ້າງທີ່ນອນຢູ່ໃນ ລາຍການບັນຊີຜະລິດຕະພັນວັດສະດຸກໍ່ສ້າງທີ່ມີ ການຄຸ້ມຄອງ ທີ່ ບໍ່ ໄດ້ ຜ່ານ ການ ກວດກາແລະຢັ້ງຢືນ ຄຸນ ນະພາ ບຈາກ ກົມມາດຕະຖານແລະວັດແທກ, ແຂວງ, ນະຄອນຕາມ ການມອບໝາຍຫຼືຕາມ ການ ແບ່ງ ຂັ້ນ ຄຸ້ມ ຄອງ;
  2. ໂຄສະນາເຜີຍແຜ່ ຜະລິດຕະພັນວັດສະດຸກໍ່ສ້າງ ທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ;
  3. ຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່ ທີ່ລົງກວດກາ, ໃຫ້ສິນບົນ ແລະ ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ກວດກາຄຸນ ນະພາ ບຜະລິດຕະພັນວັດສະດຸກໍ່ສ້າງ;
  4. ປອມແປງເອກະສານ ແລະ ໃບຢັ້ງຢືນຕ່າງໆທີ່ກ່ຽວຂ້ອງຂອງຜະລິດຕະພັນວັດສະດຸກໍ່ສ້າງ.

ມາດຕາ 23. ຂໍ້ຫ້າມສຳລັບ ເຈົ້າ ໜ້າ ທີ່ ກວດກາ ຄຸນ ນະພາ ບຜະລິດຕະພັນວັດສະດຸກໍ່ສ້າງ

ຫ້າມສຳລັບ ເຈົ້າໜ້າທີ່ ທີ່ປະຕິບັດໜ້າທີ່ຮັບຜິດຊອບວຽກງານກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ ມີພຶດຕິກໍາດັ່ງນີ້:

  1. ຜູ້ທີ່ບໍ່ໄດ້ຮັບການແຕ່ງຕັ້ງລົງ ປະຕິບັດໜ້າທີ່ກວດກາຄຸນນະພາບຜະລິດຕະພັນ ວັດສະດຸກໍ່ສ້າງ ;
  2. ປະຕິບັດໜ້າທີ່ ໂດຍບໍ່ມີຄວາມຮັບຜິດຊອບ;
  3. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາ,ລໍາອຽງຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;
  4. ຮັບສິນບົນ ແລະ ສວຍໃຊ້ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ;
  5. ປອມແປງ, ແກ່ຍາວເວລາ ແລະ ຖ່ວງດຶງເອກະສານການຢັ້ງຢືນຄຸນ ນະພາ ບ.
  6. ມີພຶດຕິກໍາອື່ນທີ່ເປັນການລະເມີດຕໍ່ລະບຽບກົດໝາຍ.

ມາດຕາ 24. ຂໍ້ຫ້າມສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ.

ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ ມີພຶດຕິ ກໍາດັ່ງນີ້:

  1. ສວຍໃຊ້ ການເຄື່ອນໄຫວວຽກງານການກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ ເພື່ອສ້າງອຸປະສັກກີດຂວາງ ແລະ ແຊກແຊງການເຮັດວຽກຂອງເຈົ້າໜ້າທີ່ ທີ່ຮັບຜິດຊອບການກວດກາ, ກວດສອບ ຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ;
  2. ໂຄສະນາ, ສົ່ງເສີມ ຜະລິດຕະພັນວັດສະດຸກໍ່ສ້າງທີ່ບໍ່ໄດ້ຄຸນນະພາ ບ;
  3. ສ້າງ ມົນລະພິດຕໍ່ສະພາບແວດລ້ອມ ແລະ,ສັງຄົມ;
  4. ຊ່ວຍເຫຼືອ, ປົກປ້ອງ ຜູ້ລະເມີດ ຂໍ້ຕົກລົງສະບັບນີ້;
  5. ປິດບັງ, ເຊື່ອງອໍາການກະທໍາທີ່ ເປັນການລະເມີດລະບຽບກົດໝາຍ ;
  6. ມີພຶດຕິກໍາອື່ນທີ່ຜິດກັບລະບຽບກົດໝາຍ.

ໝວດທີ 7
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 25. ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດລະບຽບກົດໝາຍທີ່ກ່ຽວຂ້ອງກັບການຄຸ້ມຄອງຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ ຫຼື ຂໍ້ຕົກລົງສະບັບນີ້ຈະໄດ້ຮັບການຍ້ອງຍໍ ຫຼື ໄດ້ຮັບການປະຕິບັດນະໂຍບາຍອື່ນຕາມລະບຽບກົດໝາຍ.

ມາດຕາ 26. ມາດຕະການຕໍ່ເຈົ້າໜ້າທີ່ທີ່ກະທໍາຜິດຕໍ່ໜ້າທີຮັບຜິດຊອບ

ເຈົ້າໜ້າທີ່ ທີ່ກົດໜ່ວງ ຫຼື ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດວິໃນເຊັ່ນ: ສຶກສາອົບຮົມ,  ຍົກຍ້າຍໜ້າທີ່,  ປົດຕຳແໜ່ງ ຫຼື ໄລ່ອອກຈາກລັດຖະກອນ,  ນອກຈາກນີ້ຍັງຈະໄດ້ປະຕິບັດມາດຕະການຕ່າງໆທີ່ ໄດ້ລະບຸໃນໝວດທີ 8 ຂອງ ກົດໝາຍອາຍາຕາມແຕ່ລະກໍລະນີ ແລະ ຕາມລະບຽບກົດໝາຍອື່ນໆ ທີ່ ກ່ຽວຂ້ອງ.

ມາດຕາ 27.ມາດຕະການຕໍ່ຜູ້ລະເມີດອື່ນໆ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປັບໃໝ, ປະຕິບັດວິໃນ, ໃຊ້ ແທນທາງແພ່ງ ຫຼື ດໍາເນີນຄະດີຕາມກົດໝາຍແລ້ວແຕ່ກໍລະນີເບົາ ຫຼື ໜັກຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

ໝວດທີ 8
ບົດບັນຍັດສຸດທ້າຍ

ມາດຕາ 28. ການຈັດຕັ້ງປະຕິບັດ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມອບໃຫ້ກົມມາດຕະຖານ ແລະ ວັດແທກ ສົມທົບກັບຂະແໜງການ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຕາມພາລະບົດບາດຂອງຕົນ.

ມາດຕາ 29. ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບ ແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງໄດ້ ລົງຈົດໝາຍເຫດທາງລັດຖະການສິບຫ້າວັນ. ທຸກລະບຽບການທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະມົນຕີ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ບໍ່ວຽງຄຳ ວົງດາລາ


ເອກະສານຊ້ອນທ້າຍ ຂອງຂໍ້ຕົກລົງ
ວ່າດ້ວຍການຄຸ້ມຄອງ, ກວດກາ ຜະລິດຕະພັນວັດສະດຸກໍ່ສ້າງ

-------------------------------------------------------------------------------------------

ບັນຊີລາຍຊື່ ຜະລິດຕະພັນວັດສະດຸກໍ່ສ້າງ

ຜະລິດຕະພັນວັດສະດຸກໍ່ສ້າງທີ່ມີ ຄວາມສໍາຄັນຕໍ່ວຽກງານກໍ່ສ້າງຈະຕ້ອງໄດ້ມີການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບ ໄດ້ຈັດແບ່ງເປັນ 10 ປະເພດ ຄື:

ປະເພດ I. ຜະລິດຕະພັນວັດສະດຸກໍ່ສ້າງ ທີ່ ຜະລິດມາ ຈາກ ດິນ, ມີ:

  1. ດິນຈີ່;
  2. ດິນຂໍ;
  3. ດິນຕິດ ຝາ, ດິນ ປູ ພື້ນ ເຮືອນ ແລະອາຄານ (ກະໂລ);
  4. ເຄື່ອງ ສຸກຂະ ພັນ ທີ່ ໄດ້ ມາ ຈາກ ການຜະລິດ, ປຸງ ແຕ່ງ, ປະກອບ ທັງ ໝົດ ຫຼື ບາງ ສ່ວນ ຈາກ ດິນ;

ປະເພດ II. ຜະລິດຕະພັນວັດສະດຸກໍ່ສ້າງທີ່ ຜະລິດມາ ຈາກ ຫີນ, ມີ:

  1. ແຜ່ນຫີນທີ່ ໃຊ້ ຕິດ ຝາ, ຫີນ ປູ ພື້ນ ເຮືອນ ແລະປູພື້ນອາຄານ;
  2. ຫີນປູ ພື້ນ ເດີ່ນ;
  3. ຫີນກຣານິດ
  4. ຜະລິດຕະພັນຈາກຫີນອອ່ນ;

ປະເພດ III. ຜະລິດຕະພັນວັດສະດຸກໍ່ສ້າງທີ່ ຜະລິດມາ ຈາກ ໄມ້, ມີ:

  1. ໄມ້ຕີແບບ;
  2. ໄມ້ວົງ ກົບ;
  3. ໄມ້ອັດ;
  4. ໄມ້ປາກເກ;
  5. ໄມ້ປູພື້ນ;
  6. ໄມ້ ສໍາ ເລັດ ຮູບ ທຸກ ປະ ເພດ;
  7. ໄມ້ໝອນທາງລົດໄຟ

ປະເພດ IV. ຜະລິດຕະພັນວັດສະດຸກໍ່ສ້າງທີ່ ຜະລິດມາ ຈາກ ຊີມັງ, ມີ:

  1. ຊີມັງ
  2. ເສົາໄຟຟ້າ;
  3. ເສົາເຂັມ;
  4. ທໍ່ ເບ ຕົງ;
  5. ດິນບລ໋ອກ, ລູກ ໜອນ;
  6. ຢາແນວ;
  7. ຊີມັງ ກາວ;
  8. ຜົງ ກັນ ຊຶມ;

ປະເພດ V. ຜະລິດຕະພັນວັດສະດຸກໍ່ສ້າງທີ່ ຜະລິດມາ ຈາກ ແກ້ວ, ມີ:

  1. ແກ້ວໃຊ້ສໍາຫຼັບເຮັດຝາ;
  2. ແກ້ວໃຊ້ສໍາຫຼັບໃຫ້ແສງສະຫວ່າງຜ່ານ;
  3. ແກ້ວໃຊ້ສໍາຫຼັບມຸງຫຼັງຄາ;
  4. ແວ່ນ;

ປະເພດ VI. ຜະລິດຕະພັນວັດສະດຸກໍ່ສ້າງທີ່ ຜະລິດມາ ຈາກ ໂລຫະ, ມີ:

  1. ເຫຼັກເສັ້ນ ກົມ;
  2. ເຫຼັກເສັ້ນ ປ້ອງອ້ອຍ;
  3. ເຫຼັກຕະປູ;
  4. ເຫຼັກ, ໂລຫະ ຫຼື ໂລຫະປະສົມ ຮູບປະພັນຊະນິດຕ່າງໆ ທີ່ໃຊ້ໃນການກໍ່ສ້າງ ແລະ ສ້ອມ ແປງ;
  5. ຫຼວດ, ຕາໜ່າງຫຼວດ, ສາຍກາບ;
  6. ສາຍ ໄຟຟ້າ;
  7. ລາງລົດໄຟ;
  8. ເຫຼັກ, ໂລຫະ ຫຼື ໂລຫະປະສົມ ທີ່ ເປັນຜະລິດຕະພັນສໍາເລັດຮູບຊະນິດຕ່າງໆ ທີ່ໃຊ້ສໍາຫຼັບປະກອບ, ຢຶດຕິດໃນການກໍ່ສ້າງ ແລະ ສ້ອມ ແປງ;
  9. ແຜ່ນສັງກະສີ;
  10. ແຜ່ນອາລູຊິງ;
  11. ແຜ່ນ ຄອມ ໂພຊິດ;
  12. ແຜ່ນ ອາລູມີນຽມ.

ປະເພດ VII. ຜະລິດຕະພັນວັດສະດຸກໍ່ສ້າງທີ່ ຜະລິດມາ ຈາກ ທາດຕ່າງໆ, ມີ:

  1. ຂີ້ເທົ່າລອຍ;
  2. ນ້ຳຢາເສີມເບຕົງ;
  3. ນໍ້າຢາກັນຊຶມ;
  4. ສານກັນຜະນຶກນ້ຳ;
  5. ກາວ.

ປະເພດ VIII. ຜະລິດຕະພັນວັດສະດຸກໍ່ສ້າງທີ່ ຜະລິດມາ ຈາກ ຢາງ, ມີ:

  1. ຢາງປູທາງ
  2. ຢາງກັນຊຶມ;
  3. ຢາງໃຊ້ສໍາຫຼັບປູພື້ນ;
  4. ຢາງໃຊ້ສໍາຫຼັບເຮັດຝາ;
  5. ຢາງໃຊ້ສໍາຫຼັບມຸງ;
  6. ຜະລິດຕະພັນຕ່າງໆ ເປັນສິ້ນສ່ວນ ຫຼື ປະກອບ ທີ່ໃຊ້ໃນການກໍ່ສ້າງສ້ອມ ແປງ;
  7. ທໍ່ PVC ພ້ອມອຸປະກອນຕິດຕັ້ງ;
  8. ທໍ່ UPVC ພ້ອມອຸປະກອນຕິດຕັ້ງ;
  9. ເຄື່ອງສຸກຂະພັນ ທີ່ເຮັດດ້ວຍຢາງ

ປະເພດ IX. ຜະລິດຕະພັນວັດສະດຸກໍ່ສ້າງ ທີ່ ເປັນແຜ່ນ, ແພ, ມີ:

  1. ແຜ່ນກັນຮ້ອນ;
  2. ແຜ່ນກັນສຽງ;
  3. ແຜ່ນໄຍສັງ ເຄາະ ( ແພ ກັນ ຊຶມ);
  4. ໄຍສັງເຄາະ;
  5. ແຜ່ນໄຍເສີມແຮງ;
  6. ແຜ່ນຢາງກັນຊຶມ.

ປະເພດ X. ຜະລິດຕະພັນວັດສະດຸກໍ່ສ້າງ ທີ່ ເປັນສີ, ມີ:

  1. ສີກັນໝ້ຽງ;
  2. ສີນໍ້າ;
  3. ສີນໍ້າມັນ;
  4. ສີເທີໂມ ປລາສະຕິກ.

 

# ຫົວຂໍ້ ດາວໂຫຼດ
1 Decision on the Management, Inspection, and Certification of Construction Material Products in Lao PDR No. 0307/MoST, dated 01 March 2018 PDF
2 ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບ ຂອງຜະລິດຕະພັນວັດສະດຸກໍ່ສ້າງ ຢູ່ ສປປ ລາວ ສະບັບເລກທີ 0307/ກວຕ, ລົງວັນທີ 01 ມີນາ 2018 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການກວດກາວັດສະດຸກໍ່ສ້າງນໍາເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ກ່ອນການວັດສະດຸກໍ່ສ້າງ ຕ້ອງໄດ້ຮັບການກວດກາ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບ ຂອງຜະລິດຕະພັນວັດສະດຸກໍ່ສ້າງ ຢູ່ ສປປ ລາວ ສະບັບເລກທີ 0307/ກວຕ, ລົງວັນທີ 01 ມີນາ 2018 9999-12-31 ALL
2 ຮຽກຮ້ອງໃຫ້ມີການຢັ້ງຢືນວັດສະດຸກໍ່ສ້າງນໍາເຂົ້າ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ອຸດສາຫະກຳ ແລະ ການຄ້າ ວັດສະດຸກໍ່ສ້າງນໍາເຂົ້າ ຕ້ອງໄດ້ຮັບການຢັ້ງຢືນຄຸນນະພາບ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບ ຂອງຜະລິດຕະພັນວັດສະດຸກໍ່ສ້າງ ຢູ່ ສປປ ລາວ ສະບັບເລກທີ 0307/ກວຕ, ລົງວັນທີ 01 ມີນາ 2018 9999-12-31 ALL
3 ຮຽກຮ້ອງໃຫ້ມີໃບຢັ້ງຢືນຄຸນນະພາບຈາກປະເທດສົ່ງອອກ ສໍາລັບວັດສະດຸກໍ່ສ້າງ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ວັດສະດຸກໍ່ສ້າງນໍາເຂົ້າ ຕ້ອງໄດ້ຮັບການຢັ້ງຢືນຄຸນນະພາບ ຈາກປະເທດຕົ້ນທາງ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບ ຂອງຜະລິດຕະພັນວັດສະດຸກໍ່ສ້າງ ຢູ່ ສປປ ລາວ ສະບັບເລກທີ 0307/ກວຕ, ລົງວັນທີ 01 ມີນາ 2018 9999-12-31 ALL
4 ຮຽກຮ້ອງໃຫ້ຕິດສະຫຼາກວັດສະດຸກໍ່ສ້າງນໍາເຂົ້າ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ວັດສະດຸກໍ່ສ້າງນໍາເຂົ້າ ຕ້ອງໄດ້ຕິດສະຫຼາກເປັນພາສາລາວ ຕາມທີ່ກົມມາດຕະຖານ ແລະ ວັດແທກ ໄດ້ກໍານົດໄວ້ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບ ຂອງຜະລິດຕະພັນວັດສະດຸກໍ່ສ້າງ ຢູ່ ສປປ ລາວ ສະບັບເລກທີ 0307/ກວຕ, ລົງວັນທີ 01 ມີນາ 2018 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.