ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດຖະນາຖາວອນ

ກະຊວງການເງິນ
ກົມພາສີ                     ເລກທີ 01904/ກພສ
ນະຄອນຫຼວງວຽງຈັນ,ວັນທີ 20 ເມສາ 2018

ຂໍ້ຕົກລົງ

ວ່າດ້ວຍ ການຈັດຕັ້ງປະຕິບັດໜ່ວຍງານກວດກາຕູ້ຄອນເທນເນີ Container Control Unit (CCU) ທີ່ດ່ານພາສີສາກົນຂົວມິດຕະພາບ I

 

- ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍພາສີສະບັບປັບປຸງບາງມາດຕາ ສະບັບດລກທີ57/ສພພຊ, ລົງວັນທີ 24 ທັນວາ 2014.

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ສະບັບເລກທີ 2826/ກງ, ລົງວັນທີ 22 ສີງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ.

- ອີງຕາມ ຂໍ້ຕົກລົງ ຂອງຫົວໜ້າກົມພາສີ ສະບັບເລກທີ 1179/ກພສ, ລົງວັນທີ 15 ມີນາ 2018 ວ່າດ້ວຍໜ້າທີ່ ແລະ ແບບແຜນວິທີເຮັດວຽກຂອງຂະແໜງໃນການຄຸ້ມຄອງພາສີ, ໜ່ວຍງານໃນການກວດກາພາສີປະຈໍາແຂວງ ແລະ ໜ່ວຍງານຂອງດ່ານພາສີຊາຍແດນ.

- ອີງຕາມ ຂໍ້ຕົກລົງ ທ່ານລັດຖະມົນຕີກະຊວງການເງິນ ວ່າດ້ວຍການອະນຸມັດດໍາເນີນໂຄງການກວດກາຕູ້ຄອນເທນເນີ, ສະບັບເລກທີ 3662/ກງ, ລົງວັນທີ 20 ຕຸລາ 2017.

ຫົວໜ້າກົມພາສີ ຕົກລົງ:

ມາດຕາ 1. ຈຸດປະສົງ

    ຂໍ້ຕົກລົງສະບັບນີ້ວາງອອກເພື່ອກໍານົດໜ້າທີ່ ແລະ ແບບແຜນວິທີເຮັດວຽກ ຂອງໜ່ວຍງານກວດກາຕູ້ຄອນເທນເນີຂອງດ່ານພາສີສາກົນຂົວມິດຕະພາບ I ແນໃສ່ເພື່ອຜັນຂະຫຍາຍ, ຈັດຕັ້ງປະຕິບັດໂຄງການ, ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການອະນຸມັດດໍາເນີນໂຄງການກວດກາຕູ້ຄອນເທນເນີ, ສະບັບເລກທີ 3662/ກງ, ລົງວັນທີ 20 ຕຸລາ 2017 ແມ່ນເພື່ອດໍາເນີນຄຸ້ມຄອງຄວາມສ່ຽງຂອງຕູ້ຄອນເທນເນີທີ່ນໍາເຂົ້າ, ສົ່ງອອກ ແລະ ຜ່ານແດນ ສປປ ລາວ ລວມທັງການກວດກາ, ປົກປ້ອງສັງຄົມຈາກໄພຢາເສບຕິດ ແລະ ອາຊະຍາກໍາຂ້າມຊາດ, ຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າທີ່ຜິດກົດໝາຍທຸກໆຊະນິດທີ່ເຄື່ອນຍ້າຍໃນຮູບແບບຕ່ອງໂສ້ການສະໜອງການຂົນສົ່ງດ້ວຍຕູ້ຄອນເທນເນີ ທີ່ມີຂໍ້ມູນ ແລະ ຄວາມສົງໃສວ່າ ຈະມີການບັນຈຸສິນຄ້າທີ່ຜິດກົດໝາຍເຊັ່ນ ຢາເສບຕິດ, ສານເຄມີຕົ້ນຜະລິດຢາເສບຕິດ ແລະ ອາວຸດທໍາລາຍລ້າງສູງ,ອຸປະກອນທີ່ໃຊ້ຜະລິດນິວເຄຼຍ ແລະ ອື່ນໆ ໃຫ້ມີປະສິດທິຜົນ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ.

ມາດຕາ 2. ພາລະບົດບາດຂອງເຈົ້າໜ້າທີ່ປະຈໍາໜ່ວຍງານກວດກາຕູ້ຄອນເທນເນີ (CCU)

  1. ສຶກສາລະບຽບຕ່າງໆ, ຕິດຕາມຂ່າວສານປະຈໍາວັນ ແລະ ຄົ້ນຄ້ວາຈາກແຫຼ່ງຂໍ້ມູນຕ່າງໆເພື່ອກໍານົດເງື່ອນໄຂຄວາມສ່ຽງ ແລະ ຄວາມເປັນໄປໄດ້ໃນການກະທໍາຜິດ.
  2. ວິເຄາະຂໍ້ມູນຈາກລະບົບອິເລັກໂຕຼນິກ ແລະ ເອກະສານທົ່ວໄປ ທີ່ກ່ຽວຂ້ອງກັບການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ (ນໍາເຂົ້າ, ສົ່ງອອກ ແລະ ຜ່ານແດນ).
  3. ດໍາເນີນການວິເຄາະ, ວິໄຈຂໍ້ມູນ ເອກະສານປະກອບການແຈ້ງການພາສີ ແລະ ອື່ນໆທີ່ກ່ຽວຂ້ອງເພື່ຶອສະໜອງຂໍ້ມູນເຂົ້າໃນລະບົບຖານຂໍ້ມູນຄວາມສ່ຽງ ໃນການກໍານົກເປົ້າໝາຍກວດກາສິ່ງທີ່ຜິດກົດໝາຍ.
  4. ກວດກາສິນຄ້າ ແລະ ຕູ້ຄອນເທນເນີທີ່ບັນຈຸສິນຄ້າ, ເຄື່ອງຂອງທີ່ມີຄວາມສ່ຽງ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານການແຈ້ງ ພ້ອມປະເມີນຄ່າພາສີ-ອາກອນຕາມລະບຽບກົດໝາຍພາສີ.
  5. ປະສານງານກັບໜ່ວຍງານທີ່ກ່ຽວຂ້ອງພາຍໃນດ່ານເພື່ອດໍາເນີນການກວດກາສິນຄ້າຕົວຈິງຕາມຂໍ້ມູນທີ່ສົງໃສຮ່ວມກັນ.

ມາດຕາ 3. ຫຼັກການຈັດຕັ້ງປະຕິບັດ.

  1. ດໍາເນີນການວິເຄາະຄວາມສ່ຽງ, ຈັດປະເພດຄວາມສ່ຽງ ແລະ ດໍາເນີນຂັ້ນຕອນການແຈ້ງພາສີຕາມລະບຽບການ.
  2. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ແລກປ່ຽນຂໍ້ມູນຂ່າວສານ, ແຫຼ່ງຂ່າວເພື່ອນໍາໃຊ້ຫຼັກການບໍລິຫານຄວາມສ່ຽງ ຕາມທີ່ກົດໜາຍວ່າດ້ວຍພາສີ.
  3. ກວດກາຂໍ້ມູນການແຈ້ງພາສີເອເລັກໂຕຼນິກ ແລະ ແບບທົ່ວໄປທີ່ມີການຮັບຮອງການແຈ້ງພາສີເປັນລາຍລະອຽດ.
  4. ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ເປັນຜູ້ໃຫ້ທິດຊີ້ນໍາແກ່ເຈົ້າໜ້າທີພາສີ ທີ່ປະຈໍາໜ່ວຍງານກວດກາຕູ້ຄອນເທນເນີ ເປັນປະຈໍາ, ປະສານກັບເຈົ້າໜ້າທີ່ປະຈໍາດ່ານຂົວມິດຕະພາບ ແລະ ຂະແໜງ ການທີ່ກ່ຽວຂ້ອງປະຕິບັດຕາມກົດໝາຍຂອງ ສປປລາວ ແລະ ລະບຽບການສາກົນ.
  5. ສາມາດກວດກາສິນຄ້າ ແລະ ຕູ້ຄອນເທນເນີທີ່ມີຄວາມສ່ຽງສູງໃນສະຖານທີ່ປອດໄພ ແລະ ລະບົບສາງທີ່ລັດຖະການພາສີກໍານົດ, ໃນກໍລະນີທີ່ພົບເຫັນ ສິນຄ້າ ແລະ ຕູ້ຄອນເທນເນີທີ່ບັນຈຸສິນຄ້າ, ເຄື່ອງຂອງທີ່ຕ້ອງສົງໃສ, ເຈົ້າໜ້າທີ່ພາສີຈະຕ້ອງໄດ້ດໍາເນີນຂັ້ນຕອນການກວດກາຕົວຈິງແລ້ວລາຍງານຜົນການກວດກາໃຫ້ຫົວໜ້າດ່ານຮັບຊາບ ເພື່ອພິຈາລະນາ.
  6. ກວດກາຕົວຈິງ ຕາມຫຼັກການພາສີ ແລະ ນໍາໃຊ້ເຄື່ອງມືກວດກາ ເຊັ່ນ ເຄື່ອງມືສະແກນເນີ ຫຼື ອຸປະກອນຮັບໃຊ້ການກວດກາໃນທຸກຮູບແບບ ແລະ ວີທີການອື່ນໆ.
  7. ເຈົ້າໜ້າທີ່ພາສີຜູ້ຖືກແຕ່ງຕັ້ງປະຈໍາໜ່ວຍງານກວດກາຕູ້ຄອນເທນເນີ ຕ້ອງມີວິທີດໍາເນີນການກວດກາທີ່  ເໝາະສົມເພື່ອບໍ່ໃຫ້ເປັນການກີດຂວາງການອໍານວຍຄວາມສະດວກທາງການຄ້າ, ການກວດກາຕົວຈິງ ຕ້ອງດໍາເນີນການຕາມຂັ້ນຕອນ ແລະ ໃຫ້ສໍາເລັດຕາມລະບຽບການກໍານົດ.

ມາດຕາ 4. ເງື່ອນໄຂການກວດກາ

  1. ການກວດກາສິນຄ້າ ແລະ ຕູ້ຄອນເທນເນີ ຕ້ອງດໍາເນີນການຊ່ອງໜ້າກັບເຈົ້າຂອງສິນຄ້າ ຫຼື ຜູ້ທີ່ໄດ້ຮັບມອບສິດໂດຍເຈົ້າໜ້າທີ່ພາສີໜ່ວຍງານກວດກາຄູ້ຄອນເທນເນີຕາມການແຕ່ງຕັ້ງຂອງຄະນະດ່ານ.
  2. ການກວດກາສິນຄ້າ ແລະ ຕູ້ຄອນເທນເນີ ຕ້ອງໄດ້ມີການກະກຽມເອກະສານ ແລະ ຂໍ້ມູນຄົບຖ້ວນລວມທັງມີການເກັບກໍາຮູບພາບ, ຜົນການກວດກາ, ນໍາໃຊ້ຮູບແບບຕາຕະລາງເພື່ອເກັບກໍາສະຖິຕິເພື່ອການວິເຄາະຄວາມສ່ຽງໃນອານາຄົດ.
  3. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະດ່ານຢ່າງເຂັ້ມງວດ ແລະ ທັນກໍານົດເວລາ.

ມາດຕາ 5. ການຮັກສາຄວາມລັບທາງລັດຖະການ

     ທຸກເອກະສານທີ່ດໍາເນີນການ ວິເຄາະຂໍ້ມູນ, ຜົນການກວດກາ, ມາດຕະການທາງພາສີ ຫຼື ຂໍ້ມູນທາງລັດຖະການອື່ນໆ ຂອງໜ່ວຍງານກວດກາຕູ້ຄອນເທນເນີໃຫ້ຖືເປັນຄວາມລັບ, ບໍ່ອະນຸຍາດເຜີຍແຜ່ໃຫ້ແກ່ພາຍນອກ, ເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກຂັ້ນເທິງ.

ມາດຕາ 6. ໂຄງປະກອບບຸກຄະລະກອນ

    ໂຄງປະກອບບຸກຄະລາກອນຂອງໜ່ວຍງານກວດກາຕູ້ຄອນເທນເນີແມ່ນໂຄງປະກອບກົງຈັກຊ່ວຍວຽກດ່ານພາສີສາກົນຂົວມິດຕະພາບ I, ກອງຄຸ້ມຄອງພາສີ V, ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2826/ກງ, ລົງວັນທີ 22 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ ແລະ ຂໍ້ຕົກລົງຂອງຫົວໜ້າກົມພາສີ ສະບັບເລກທີ 1179/ກພສ, ລົງວັນທີ 15 ມີນາ 2018 ວ່າດ້ວຍໜ້າທີ່ ແລະ ແບບແຜນວິທີເຮັດວຽກຂອງຂະແໜງໃນກອງຄຸ້ມຄອງພາສີ, ໜ່ວຍງານໃນກອງກວດກາພາສີປະຈໍາແຂວງ ແລະ ໜ່ວຍງານຂອງດ່ານພາສີຊາຍແດນ.

    ໜ່ວຍງານກວດກາຕູ້ຄອນເທນເນີປະກອບດ້ວຍເຈົ້າໜ້າທີ່ປະຈໍາການ 01 ຫາ 05 ທ່ານສາມາດເພີ່ມ ຫຼື ຫຼຸດລົງຂື້ນກັບເງື່ອນໄຂ ແລະ ບໍລິມາດວຽກຕົວຈິງເພື່ອຄວບຄຸມຄວາມສ່ຽງ, ກວດກາສິນຄ້າ ແລະ ຕູ້ຄນເທນເນີສິນຄ້າເຄື່ອງຂອງ ນໍາເຂົ້າ, ສົ່ງອອກ ແລະ ຜ່ານແດນຕາມລະບຽບການ.

    ໜ່ວຍງານກວດກາຕູ້ຄອນເທນເນີ ແມ່ນມີຄະນະຊີ້ນໍາໂຄງການເຊິ່ງປະກອບດ້ວຍ:

- ຫົວໜ້າກົມພາສີ
- ຫົວໜ້າຄະນະກໍາມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ
-ຜູ້ປະສານງານລະດັບຊາດ UNODC

   ໜ່ວຍງານປະຕິບັດງານຕົວຈິງມີໜ້າທີ່ລາຍງານດ່ານພາສີສາກົນ, ກອງຄຸ້ມຄອງພາສີ V ເພື່ອລາຍງານຕໍ່ຄະນະຊີ້ນໍາໂຄງການເປັນແຕ່ລະໄຕມາດ, ຄະນະຊີ້ນໍາໂຄງການຈະຕ້ອງໄດ້ມີການກໍານົດປະຊຸມສ່ອງແສງປືກສາຫາລື ທຸກ 06 ເດືອນ ເພື່ອປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງໂຄງການ Customs Container Programme (CCP), ແກ້ໄຂບັນຫາສິ່ງທ້າທາຍ ແລະ ພັດທະນາວຽກງານໃຫ້ດີຂື້ນ.

ມາດຕາ 7. ລະບົບການຕິດຕາມ ແລະ ລາຍງານ

  1. ເຈົ້າໜ້າທີ່ພາສີຜູ້ຖືກແຕ່ງຕັ້ງໃຫ້ຮັບຜິດຊອບຢູ່ໜ່ວຍງານກວດກາຕູ້ຄອນເທນເນີຕ້ອງໄດ້ລາຍງານຜົນການປະຕິບັດໜ້າທີ່ ກ່ຽວກັບການກວດກາສິນຄ້າ ແລະ ຕູ້ຄອນເທນເນີ, ບັນຫາຂໍ້ຫຍຸ້ງຍາກສິ່ງທ້າທາຍ ລວມທັງການພົບເຫັນການກະທໍາຜິດ ແລະ ການຍຶດສິນຄ້າທີ່ຜິດກົດໝາຍເປັນປະຈໍາໃຫ້ແກ່ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I, ກອງຄຸ້ມຄອງພາສີ V.
  2. ໃນກໍລະນີຈໍາເປັນໃນການປະຕິບັດໜ້າທີ່ ສາມາດປະສານສົມທົບກັບດ່ານພາສີສາກົນຂົວມິດຕະພາບ I, ກອງຄຸ້ມຄອງພາສີ V ແລະ ຂະແໜງການທີ່ກ່ຽວຂ້ອງເພື່ອໃຫ້ການຮ່ວມມືໃນການປະຕິບັດວຽກງານຢ່າງມີປະສິດທິຜົນ.
  3. ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ກວດກາລາຍງານໃຫ້ ກອງຄຸ້ມຄອງພາສີ V ປະຈໍາວັນ ແລະ ອາທິດເພື່ອສັງຄົມ ລາຍງານຕໍ່ກົມພາສີ ປະຈໍາອາທິດ, ເດືອນ, ງວດ ແລະ ປີ ເພື່ອລາຍງານຕໍ່ຄະນະຊີ້ນໍາໂຄງການ CCP.
  4. ສະຫຼຸບ, ສັງລວມ ແລະ ລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດໂຄງການກວດກາຕູ້ຄອນເທນເນີ CCP ເພື່ອລາຍງານຕໍ່ຂັ້ນເທິງ ຕາມຂັ້ນຕອນ ແລະ ລະບຽບການ.

ມາດຕາ 8. ການຜັນຂະຫຍາຍການຈັດຕັ້ງປະຕິບັດ

     ມອບໃຫ້ຫົວໜ້າກອງຄຸ້ມຄອງພາສີ V, ດ່ານພາສີສາກົນຂົວມິດຕະພາບ I, ຂະແໜງ ແລະ ໜ່ວຍງານຂອງ

ດ່ານພາສີຊາຍແດນຈັດຕັ້ງຜັນຂະຫຍາຍ, ດໍາເນີນການເຜີຍແຜ່ແນະນໍາໃຫ້ພະນັກງານ ແລະ ເຈົ້າໜ້າທີ່ພາສີທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນເພື່ອກໍາແໜ້ນ  ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ຮັບປະກັນຜົນສໍາເລັດຕາມລະດັບຄາດໝາຍ. ມອບໃຫ້ທຸກພາກສ່ວນຈົ່ງຮັບຮູ້, ໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກ ໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 9. ຜົນສັກສິດ

     ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນໍາໃຊ້ ແລະຈັດຕັ້ງປະຕິບັດນັບແຕ່ວັນລາຍເຊັນເປັນຕົ້ນໄປຈົນກວ່າຈະມີຂໍ້ຕົກລົງສະບັບໃໜ່ມາປ່ຽນແທນ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

ໂຄງຮ່າງການຈັດຕັ້ງໂຄງການ CCU ທີ່ ດ່ານພາສີສາກົນຂົວມິດຕະພາບ I.

# ຫົວຂໍ້ ດາວໂຫຼດ
1 Decision on the Implementation of Container Control Unit (CCU) at International Custom Border Checkpoint, Lao-Thai Friendship Bridge I No. 01904/CD, dated 20 April 2018 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງປະຕິບັດໜ່ວຍງານກວດກາຕູ້ຄອນເທນເນີ Container Control Unit (CCU) ທີ່ ດ່ານພາສີສາກົນຂົວມິດຕະພາບ I ເລກທີ 01904/ກພສ, ລົງວັນທີ 20 ເມສາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.