ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ           ເລກທີ:0535/ກວຕ
ນະຄອນຫຼວງວຽງຈັນ,ວັນທີ: 03 ມິຖຸນາ 2016

    ຂໍ້ຕົກລົງ
ຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດ ກ່ຽວກັບ ຜະລິດຕະພັນແປ້ງມັນຕົ້ນ

  • ອີງຕາມ ກົດໝາຍວ່າດ້ວຍມາດຕະຖານ (ສະບັບປັບປຸງ) ສະບັບເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014.
  • ອີງຕາມບົດບັນທຶກກອງປະຊຸມ ຄະນະກຳມະການສະພາມາດຕະຖານແຫ່ງຊາດ, ສະບັບເລກທີ 011/ສມຊ-ພມຖ, ລົງວັນທີ 25 ພຶດສະພາ 2016.
  • ອີງຕາມ ການສະເໜີຂອງປະທານສະພາມາດຕະຖານແຫ່ງຊາດ ສະບັບເລກທີ 012/ກວຕ-ສມຊ, ລົງວັນທີ 25 ພຶດສະພາ 2016.

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕົກລົງ:

ມາດຕາ 1. ເຫັນດີຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດ ກ່ຽວກັບຜະລິດຕະພັນແປ້ງມັນຕົ້ນນ້ຳມັນ ສະບັບ ມລ 145-2016 ຢ່າງເປັນທາງການ.

ມາດຕາ 2. ໃຫ້ຫ້ອງການ, ກົມ, ສະຖາບັນ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຈົ່ງຮັບຊາບ ແລະ ຈັດຕັ້ງປະຕິບັດ   ຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ

ມາດຕາ 3. ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ບໍ່ວຽງຄຳ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດກ່ຽວກັບຜະລິດຕະພັນແປ້ງມັນຕົ້ນ ເລກທີ 0535/ກວຕ, ລົງວັນທີ 03 ມິຖຸນາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.