ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ         ເລກທີ:0792/ກວຕ
ນະຄອນຫຼວງວຽງຈັນ,ວັນທີ: 02 ສິງຫາ 2016

ຂໍ້ຕົກລົງ
ຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດ ກ່ຽວກັບ ຜະລິດຕະພັນເສົາໄຟ້ຟ້າຄອນກຼີດເສີມເຫຼັກອັດແຮງຫຼໍ່ສຳເລັດຮູບ

- ອີງຕາມ ກົດໝາຍວ່າດ້ວຍມາດຕະຖານ (ສະບັບປັບປຸງ) ສະບັບເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014.

- ອີງຕາມບົດບັນທຶກກອງປະຊຸມ ຄະນະກຳມະການສະພາມາດຕະຖານແຫ່ງຊາດ, ສະບັບເລກທີ 0028/ສມຊ-ພມ, ລົງວັນທີ 05 ກໍລະກົດ 2016.

- ອີງຕາມ ການສະເໜີຂອງປະທານສະພາມາດຕະຖານແຫ່ງຊາດ ສະບັບເລກທີ 0029/ສພຊ-ພມ, ລົງວັນທີ 05 ກໍລະກົດ 2016

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕົກລົງ:

ມາດຕາ 1. ເຫັນດີຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດ ກ່ຽວກັບຜະລິດຕະພັນເສົາໄຟ້ຟ້າຄອນກຼີດເສີມເຫຼັກອັດແຮງຫຼໍ່ສຳເລັດຮູບ ສະບັບ ມລ 148-2016 ຢ່າງເປັນທາງການ.

ມາດຕາ 2. ໃຫ້ຫ້ອງການ, ກົມ, ສະຖາບັນ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຈົ່ງຮັບຊາບ ແລະ ຈັດຕັ້ງປະຕິບັດ   ຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ

ມາດຕາ 3. ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ບໍ່ວຽງຄຳ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດກ່ຽວກັບຜະລິດຕະພັນເສົາໄຟ້ຟ້າຄອນກຼີດເສີມເຫຼັກອັດແຮງຫຼໍ່ສຳເລັດຮູບ ເລກທີ 0792/ກວຕ, ລົງວັນທີ 02 ສິງຫາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.