ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ເລກທີ 279/ຫສນຍ

ນະຄອນຫຼວງວຽງຈັນ, ວັນທີ 18.03.2021

 

ແຈ້ງການ

 

ຮຽນ: - ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ທີ່ເຄົາລົບ.

                - ທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ນັບຖື.

                - ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທີ່ນັບຖື.

                - ທ່ານ ເຈົ້າແຂວງວຽງຈັນ ທີ່ນັບຖື.

ເລື່ອງ: ທິດຊີ້ນໍາຕໍ່ການສະເໜີເປີດດ່ານທ້ອງຖິ່ນບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເພື່ອສົ່ງອອກແຮ່ບາລິດ ໄປປະເທດໄທ.

 

- ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການສໍານັກງານ  ນາຍົກລັດຖະມົນຕີ ສະບັບເລກທີ 93/ນຍ, ລົງວັນທີ 03 ມີນາ 2017;

- ອີງຕາມໜັງສືສະເໜີ ສະບັບເລກທີ 19/ຈຂ.ວຈ, ລົງວັນທີ 03 ມີນາ 2021 ຂອງແຂວງວຽງຈັນ;

- ອີງຕາມຜົນກອງປະຊຸມກອງເລຂາ ຄະນະສະເພາະກິດ ຮ່ວມກັບພາກສ່ວນກ່ຽວຂ້ອງ ໃນວັນທີ 10 ມີນາ 2021 ທີ່ຫ້ອງວ່າການສໍານັກງານນາຍຍົກລັດຖະມົນຕີ;

- ອີງຕາມການຕົກລົງ ແລະ ຊີ້ນໍາຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ COVID-19 ໃນວັນທີ 18 ມີນາ 2021.

 

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນໍາຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ມາຍັງທ່ານຊາບ ດັ່ງນີ້: ເຫັນດີອະນຸມັດໃຫ້ເປີດດ່ານທ້ອງຖີ່ນບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເພື່ອໃຫ້ບໍລິສັດ ຫຸ້ນສ່ວນຂຸດຄົ້ນຄໍາ ແຂວງບໍລິຄໍາໄຊ ຈໍາກັດ ຂົນສົ່ງແຮ່ບາລິດ ຜ່ານດ່ານດັ່ງກ່າວ ໄປຫາດ່ານບ້ານຄົກໄຜ່, ເມືອງປາກຊົມ, ແຂວງເລີຍ, ປະເທດໄທ ຕາມການສະເໜີ. ມອບໃຫ້ແຂວງວຽງຈັນ ເປັນໃຈກາງສົມທົບກັບຂະແໜງພາສີ ແລະ ຂະແໜງການກ່ຽວຂ້ອງ ຄວບຄຸມການສົ່ງອອກໃຫ້ຮັດກຸມ, ຮັບປະກັນບໍ່ໃຫ້ມີຊ່ອງຫວ່າງສວຍໂອກາດ ແລະ ຫາງສຽງຈາກສັງຄົມ, ທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຕາມຄະນະສະເພາະກິດຂັ້ນສູນກາງ ໄດ້ກໍານົດ ຢ່າງເຂັ້ມງວດ.

 

ໝາຍເຫດ: ໄດ້ມີເອກະສານກ່ຽວຂ້ອງ ຄັດຕິດມາພ້ອມນີ້.

ດັ່ງນັ່້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

 

ເຊັນແທນລັດຖະມົນຕີ,

ຫົວໜ້າຫ້ອງການວ່າການສໍານັກງານນາຍົກລັດຖະມົນຕີ

ຄໍາລາວັນ ຈັນທະລາວັນ

 

# ຫົວຂໍ້ ດາວໂຫຼດ
1 Notification on the approval for export Barite ores to Thailand at the Ban Vang Traditional Checkpoint, Muean District, Vientiane Province, No.279/PM, dated 18 March 2021. PDF
2 ແຈ້ງການ ກ່ຽວກັບ ທິດຊີ້ນໍາຕໍ່ການສະເໜີເປີດດ່ານທ້ອງຖິ່ນບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເພື່ອສົ່ງອອກແຮ່ບາລິດ ໄປປະເທດໄທ, ເລກທີ 279/ຫສນຍ, ລົງວັນທີ 18 ມີນາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.