ວິໄສທັດຂອງພວກເຮົາ:

ເພື່ອສະໜອງຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ທີ່ຫຼາກຫຼາຍໃຫ້ມີຄວາມໂປ່ງໃສ, ໜ້າເຊື່ອຖື ແລະ ຍືນຍົງ ແກ່ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ.

ພາລະກິດຂອງພວກເຮົາ:

ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (Lao PDR Trade Portal: LTP) ເປັນສູນລວມເພື່ອສະໜອງຂໍ້ມູນຂ່າວສານ, ບົດຄວາມ, ກົດໝາຍ, ລະບຽບການ, ຂັ້ນຕອນ, ແບບຟອມ, ສະຖິຕິ ແລະ ຄ່າພັນທະຕ່າງໆ ທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກ, ການເຄື່ອນຍ້າຍ, ຜ່ານແດນ ແລະ ການຂົນສົ່ງ ສິນຄ້າ ຂອງ ສປປ ລາວ. ຈຸດປະສົງ ເພື່ອໃຫ້ພາກລັດ, ຜູ້ປະກອບການ, ນັກຄົ້ນຄວ້າ, ຄູອາຈານ, ນັກສຶກສາ, ອົງການຈັດຕັ້ງສາກົນ ແລະ ສັງຄົມ ສາມາດເຂົ້່າເຖິງ ແລະ ຄົ້ນຫາຂໍ້ມູນຂ່າວສານທາງດ້ານການຄ້າໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ວ່ອງໄວ-ທັນໃຈ ປະກອບເຂົ້າໃນວຽກງານຂອງຕົນ ແລະ ທັງເປັນການສົ່ງເສີມການນໍາໃຊ້ເຕັກໂນໂລຊີດິຈິຕອນ ຕາມນະໂຍບາຍຂອງລັດຖະບານຂອງ ສປປ ລາວ.

ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຜູ້ຄຸ້ມຄອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ມີໜ້າທີ່ໃນການພັດທະນາເວັບໄຊທ໌ຂອງ LTP ໃຫ້ມີຄວາມທັນສະໄໝ ແລະ ຍືນຍົງ ພ້ອມທັງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອບັນຈຸຂໍ້ມູນຂ່າວສານຕ່າງໆລົງໃນເວັບໄຊທ໌ດັ່ງກ່າວ ເປັນປົກກະຕິ ໃຫ້ທັນກັບສະພາບການໃນແຕ່ລະໄລຍະ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?