ຂໍ້ມູນເຂົ້າສູ່ຕະຫຼາດ 


 

ສັນຍາການຄ້າສິນຄ້າອາຊຽນ  (ATIGA)

ການຄ້າລະຫວ່າງປະເທດສະມາຊິກອາຊຽນແມ່ນເປັນໄປຕາມຂໍ້ຕົກລົງ ATIGA (ASEAN Trade in Goods Agreement). ກົດລິ້ງນີ້ເພື່ອກວດເບິ່ງລາຍລະອຽດຂອງຂໍ້ຕົກລົງ.

ສັນຍາການຄ້າດ້ານສິນຄ້າອາຊຽນ

ເພື່ອໃຫ້ໄດ້ຮັບປະໂຫຍດຈາກອັດຕາພາສີ CEPT ທີ່ປະຕິບັດຕໍ່ກັນລະຫວ່າງປະເທດສະມາຊິກອາຊຽນນໍາກັນ, ແຫຼ່ງກໍາເນີດສິນຄ້າຕ້ອງໄດ້ຮັບການຢ້ັງຢືນ ໂດຍອີງຕາມກົດວ່າດ້ວຍແຫຼ່ງກໍາເນີດທີ່ລະບຸໄວ້ ໃນມາດຕາ 3 ຂອງຂໍ້ຕົກລົງ ATIGA. ທ່ານສາມາດເຂົ້າເຖິງຂໍ້ມູນເພີ່ມເຕີມກ່ຽວກັບກົດວ່າດ້ວຍແຫຼ່ງກໍາເນີດ ໂດຍການ ກົດທີ່ລິ້ງນີ້

ລະບຽບການແຫລ່ງກຳເນີດສິນຄ້າສຳລັບ CEPT 

ສໍານັກງານເລຂາທິການອາຊຽນ ໄດ້ພັດທະນາຊີດີ ທີ່ອະທິບາຍໃຫ້ຜູ້ນໍາໃຊ້ ໄດ້ຮູ້ເຖິງວິທີການກວດສອບແຫຼ່ງກໍາເນີດສິນຄ້າໃນອາຊຽນ ແລະ ວິທີການຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ເພື່ອໃຫ້ໄດ້ຮັບການຫຼຸດຜ່ອນທາງດ້ານອັດຕາພາສີ ພ້ອມນັ້ນຍັງໄດ້ໃຫ້ຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບລະບຽບການວ່າດ້ວຍແຫຼ່ງກໍາເນີດ ແລະ ການຫຼຸດຜ່ອນອັດຕາພາສີຂອງສິນຄ້າ. 

ຂໍ້ຕົກລົງການຄ້າເສລີ (FTA)

ໃນນາມສະມາຊິກຂອງ ASEAN, ສປປ ລາວ ແມ່ນສະມາຊິກຂອງຂອບຂໍ້ຕົກລົງການຄ້າເສລີ (FTA) ຫຼາຍຂໍ້ ຕົກລົງ. ຂໍ້ຕົກລົງເຫຼົ່ານີ້ແມ່ນແນໃສ່ອໍານວຍຄວາມສະດວກທາງດ້ານການຄ້າ ລະຫວ່າງບັນດາປະເທດສະມາຊິກ ASEAN ກັບປະເທດຄູ່ເຈລະຈາຕາມຂໍ້ຕົກລົງ. ວັດຖຸປະສົງທີ່ສໍາຄັນໜຶ່ງແມ່ນເພື່ອຫຼຸດຜ່ອນອັນຕາພາສີໃຫ້ເຫຼືອ ສູນ.
ການຍົກເວັ້ນພາສີແບບເດັດຂາດແມ່ນຕ້ອງໄດ້ຄ່ອຍໆດໍາເນີນການຜ່ານການຫຼຸດຜ່ອນພາສີເປັນໄລຍະໆ.

ສະມາຊິກ ASEAN ແຕ່ລະປະເທດມີພັນທະຕ້ອງໄດ້ຫຼຸດຜ່ອນພາສີນີ້. 
ທ່ານອາດຈະກວດເບິ່ງລະອຽດຕາຕະລາງການຫຼຸຸດຜ່ອນພາສີຂອງຂໍ້ຕົກລົງການຄ້າເສລີແຕ່ລະສະບັບໂດຍການ ກົດເບິ່ງລິ້ງຕ່າງໆຂ້າງລຸ່ມນີ້.

ຂໍ້ຕົກລົງການຄ້າເສລີ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?