ຄຳຖາມທີ່ຖືກຖາມປະຈຳ (FAQ)


Q: ສິນຄ້າທຸກລາຍການທີ່ສົ່ງອອກຈາກ ສປປ ລາວ ສາມາດໄດ້ຮັບສິດທິພິເສດໝົດບໍ່?
  ບໍ່ແມ່ນວ່າສິນຄ້າໝົດທຸກລາຍການທີ່ສົ່ງອອກຈາກ ສປປ ລາວ ຈະໄດ້ຮັບສິດທິພິເສດໂດຍອັດຕະໂນມັດ. ສິນຄ້າທີ່ຈະໄດ້ຮັບສິດທິພິເສດດ້ານການຄ້າ ແມ່ນສິນຄ້າ ທີ່ນອນຢູ່ໃນບັນຊີລາຍການສິນຄ້າທີ່ ໃຫ້ສິດທິພິເສດຂອງປະເທດຜູ້ນຳເຂົ້າ ແລະ ຜະລິດໄດ້ຕາມເງື່ອນໄຂຂອງ ລະບຽບແຫຼ່ງກຳເນີດສິນຄ້າທີ່ກຳນົດໄວ້  ທັງຕ້ອງຍັງມີໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ  ສະເໜີຕໍ່ເຈົ້າໜ້າທີ່ພາສີຂອງປະເທດຜູ້ນຳເຂົ້າ.
Q: ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນຫຍັງ?
  ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໝາຍເຖິງ ເອກະສານທີ່ຢັ້ງຢືນແຫຼ່ງກຳເນີດທີ່ສິນຄ້າໄດ້ເກີດຂຶ້ນ ຫຼື ໄດ້ຜ່ານຂະບວນການຜະລິດ ຊຶ່ງອອກໃຫ້ໂດຍໜ່ວຍງານລັດ ຫຼື ພາກສ່ວນອື່ນໆ ທີ່ໄດ້ຮັບມອບສິດໃຫ້ເປັນຜູ້ຢັ້ງຢືນແຫຼ່ງກຳເນີດສິນຄ້າ. ເອກະສານດັ່ງກ່າວ ນຳໃຊ້ເພື່ອເປັນຫຼັກຖານອ້າງອີງໃນການຂໍຍົກເວັ້ນ ຫຼື ຫຼຸດ ຜ່ອນອັດຕາພາສີນຳເຂົ້າຕໍ່ປະເທດ ທີ່ໃຫ້ສິດທິພິເສດດ້ານການຄ້າ.
Q: ການສົ່ງອອກສິນຄ້າຂອງລາວທຸກຄັ້ງຕ້ອງໄດ້ຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າບໍ່?
  ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ບໍ່ແມ່ນເອກະສານບັງຄັບທີ່ຕ້ອງໄດ້ຂໍອະນຸຍາດສຳລັບການສົ່ງອອກທຸກຄັ້ງ, ແຕ່ຫາກນຳໃຊ້ເພື່ອຂໍຫຼຸດຜ່ອນ ຫຼື ຍົກເວັ້ນພາສີນຳເຂົ້າ ​ຊຶ່ງຈະເຮັດໃຫ້ຜູ້ສົ່ງ ອອກສາມາດປະຢັດຕົ້ນທຶນແທນທີ່ຈະຕ້ອງເສຍພາສີເຕັມໃນອັດຕາປົກກະຕິ (MFN). ສະນັ້ນ, ຈຶ່ງຂຶ້ນກັບວ່າຜູ້ນຳເຂົ້າ ຕ້ອງການໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຫຼືບໍ່.  ໝາຍວ່າ ຖ້າຜູ້ນຳເຂົ້າບໍ່ຕ້ອງການເອກະສານດັ່ງກ່າວ ກໍສາມາດດຳເນີນຂັ້ນຕອນການສົ່ງ ອອກແບບປົກກະຕິໂດຍບໍ່ຈຳເປັນຕ້ອງຂໍເອົາ ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ.
Q: ທຸລະກິດສາມາດຢັ້ງຢືນແຫຼ່ງກຳເນີດສິນຄ້າໄດ້ດ້ວຍຕົນເອງບໍ່?
  ຕາມຫຼັກການແລ້ວ, ແຫຼ່ງກຳເນີດສິນຄ້າ  ແມ່ນຈະຕ້ອງໄດ້ຮັບການຢັ້ງຢືນຈາກເຈົ້າໜ້າທີ່ລັດ ຫຼື ໜ່ວຍງານທີ່ໄດ້ຮັບສິດຂອງປະເທດຜູ້ສົ່ງອອກ. ແຕ່ລະບົບສິດທິເສດທາງການຄ້າ ຂອງບາງປະເທດ ເຊັ່ນ: ການາດາ, ອົດສະຕາລີ, ນິວຊີແລນ ແລະ ອາເມລິກາ ໄດ້ອະນຸຍາດໃຫ້ທຸລະກິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ. ແລະ ເລີ່ມແຕ່ວັນທີ 31 ທັນວາ 2015 ແລະ  1 ມັງກອນ 2017 ອາຊຽນ ແລະ ອີຢູ ຈະອະນຸຍາດໃຫ້ທຸລະກິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຕາມລຳດັບ. ສຳລັບອາຊຽນ, ປະຈຸບັນແມ່ນຢູ່ໃນໄລຍະດຳເນີນໂຄງການທົດລອງຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ.
ນອກນັ້ນ, ບາງລະບົບສິດທິພິເສດ ກໍ່ອະນຸຍາດໃຫ້ທຸລະກິດຢັ້ງຢືນແຫຼ່ງກຳເນີດສິນຄ້າ ໄດ້ດ້ວຍຕົນເອງ ສຳລັບການສົ່ງອອກສິນຄ້າທີ່ມີມູນຄ່າບໍ່ສູງ ເຊັ່ນ: ມູນຄ່າບໍ່ເກີນ 6,000 ຢູໂຣ ສຳລັບອີຢູ, 200,000 ເຢັນ ຫຼື 2,000 ໂດລາສະຫະລັດ ສໍາລັບຍີ່ປຸ່ນ ແລະ ອື່ນໆ.
Q: ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຂອງ ສປປ ລາວ ສາມາດສະເໜີຂໍໄດ້ຢູ່ໃສແດ່?
  ຜູ້ສົ່ງອອກສາມາດຍື່ນຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຈາກກົມການນຳເຂົ້າ-ສົ່ງອອກ, ພະແນກ ອຸດສາ ຫະກຳ ແລະ ການຄ້າແຂວງ/ນະຄອນຫຼວງ,  ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ/ແຂວງ. ພິເສດນັບແຕ່ວັນທີ 1 ກໍລະກົດ 2013 ເປັນຕົ້ນໄປ, ເຂດອຸດສາຫະກຳໂນນທອງກໍໄດ້ຮັບມອບໝາຍໃຫ້ມີສິດອອກໃບຢັ້ງຢືນ ແຫຼ່ງກຳເນີດໄດ້ຕື່ມ ເປັນຈຸດບໍລິການທີ 33 ຂອງ ສປປ ລາວ.
Q: ລະບຽບແຫຼ່ງກຳເນີດສິນຄ້າແມ່ນຫຍັງ?
  ລະບຽບແຫຼ່ງກຳເນີດສິນຄ້າແມ່ນການກຳນົດ ຫຼື ການວາງເງື່ອນໄຂຂອງການຜະລິດສິນຄ້າ. ໂດຍລວມແລ້ວ ສິນຄ້າທີ່ມີເງື່ອນໄຂໄດ້ແຫຼ່ງກຳເນີດມີ 2 ລັກສະນະ ຄື:(1) ສິນຄ້າທີ່ໄດ້ມາ ຫຼື ຜະລິດຂື້ນໂດຍໃຊ້ວັດຖຸດິບພາຍໃນປະເທດທັງໝົດ;  ແລະ  (2) ສິນຄ້າທີ່ຜະລິດຫຼືຜ່ານການແປຮູບຢ່າງພຽງພໍ ໂດຍນໍາເຂົ້າວັດຖຸດິບບາງສ່ວນ.
Q: ສິນຄ້າທີ່ໄດ້ມາຫຼືຜະລິດຂື້ນໂດຍໃຊ້ວັດຖຸດິບພາຍໃນປະເທດທັງໝົດແມ່ນສິນຄ້າປະເພດໃດ ?
 

ສິນຄ້າ​ຕໍ່​ໄປ​ນີ້​ ໃຫ້​ຖື​ວ່າ​ເປັນ​ສິນຄ້າ​ທີ່ໄດ້​ມາ​ ຫລື​ ຜະລິດ​ຂຶ້ນ​ໂດຍ​ໃຊ້​ວັດຖຸ​ດິບ​ພາຍ​ໃນ​ປະ​ເທດ​ທັງໝົດ ແລະ ເປັນສິນຄ້າທີ່ໄດ້ແຫຼ່ງກຳເນີດໂດຍອັດຕະໂນມັດ:
(1)    ພືດ ແລະຜະລິດຕະພັນຈາກພືດ ທີ່ເກີດ, ປູກ ແລະເກັບກ່ຽວ ຢູ່ພາຍໃນປະເທດ;
(2)    ສັດມີຊີວິດ ທີ່ເກີດ ແລະລ້ຽງ ຢູ່ພາຍໃນປະເທດ;
(3)    ຜະລິດຕະພັນທີ່ໄດ້ຈາກສັດມີຊີວິດ ຕາມຂໍ້ (2);
(4)    ຜະລິດຕະພັນທີ່ໄດ້ຈາກການລ່າສັດ, ການຫ້າງແຮ້ວ, ການປະມົງ, ການລ້ຽງສັດນໍ້າ, ການຈັບ ຫຼື ການຫາໄດ້ ຢູ່ພາຍໃນປະເທດ
(5)    ແຮ່ທາດ ແລະວັດຖຸດິບ ທີ່ເກີດຂື້ນເອງຕາມທໍາມະຊາດ ຊຶ່ງບໍ່ໄດ້ລວມເອົາຂໍ້ (1) ເຖິງ (4) ທີ່ໄດ້ມາຈາກພື້ນດິນ, ພື້ນນໍ້າ ຫຼື ພື້ນທະເລຂອງປະເທດ;
(6)    ຜະລິດຕະພັນຈາກການປະມົງທາງທະເລ ແລະ ຜະລິດຕະພັນອື່ນໆ ທີ່ຫາໄດ້ຈາກທະເລຫຼວງ ໂດຍເຮືອທີ່ຈົດທະບຽນ ແລະປັກທຸງຂອງປະເທດກ່ຽວຂ້ອງນັ້ນ;
(7)    ຜະລິດຕະພັນທີ່ໄດ້ມາ ຫຼື ຜະລິດໃນໂຮງງານຢູ່ເທິງເຮືອ ຈາກຜະລິດຕະພັນທີ່ກ່າວໄວ້ໃນຂໍ້ (6) ຖ້າວ່າເຮືອນັ້ນຫາກຈົດທະບຽນ ແລະ ປັກທຸງຂອງປະເທດກ່ຽວຂ້ອງ;
(8)    ຜະລິດຕະພັນທີ່ໄດ້ຈາກພື້ນນໍ້າ ຫຼືພື້ນທະເລນອກເຂດນ່ານນໍ້າຂອງປະເທດຜູ້ສົ່ງອອກ ໃນກໍລະນີມີສິດໃຊ້ປະໂຫຍດ ຕາມສົນທິສັນຍາສາກົນ;
(9)    ສິ່ງເສດເຫຼືອຈາກການຜະລິດ ຫຼືສິ່ງຂອງທີ່ໃຊ້ແລ້ວ ຊຶ່ງເກັບໄດ້ພາຍໃນປະເທດ ແລະ ເໝາະສໍາລັບໃຊ້ເປັນວັດຖຸດິບຄືນໃໝ່;
(10)    ສິນຄ້າທີ່ໄດ້ຜະລິດໃນປະເທດນັ້ນ ຈາກຜະລິດຕະພັນທີ່ໄດ້ກ່າວໄວ້ໃນຂໍ້ (1) ເຖິງ (9).

Q: ສິນຄ້າທີ່ໄດ້ມາ ຫຼື ຜະລິດຂື້ນໂດຍບໍ່ໄດ້ນຳໃຊ້ວັດຖຸດິບພາຍໃນປະເທດທັງໝົດ ແມ່ນສິນຄ້າປະເພດໃດ?
  ສິນຄ້າທີ່ໄດ້ມາຫຼືຜະລິດຂື້ນໂດຍບໍ່ໄດ້ນຳໃຊ້ວັດຖຸດິບ  ພາຍໃນປະເທດທັງໝົດໝາຍເຖິງສິນຄ້າທີ່ໄດ້ມາ ຫຼື ຜະລິດຂື້ນໂດຍການນຳໃຊ້ວັດຖຸດິບນຳເຂົ້າ ຈາກຕ່າງປະເທດທັງໝົດ ຫຼືສ່ວນໃດສ່ວນໜຶ່ງ. ສິນຄ້າດັ່ງກ່າວຈະໄດ້ແຫຼ່ງກຳເນີດ ກໍ່ຕໍ່ເມື່ອໄດ້ຜ່ານຂະບວນການຜະລິດ ໃຫ້ມີການປ່ຽນແປງຢ່າງຫຼວງຫຼາຍ. ການປ່ຽນ ແປງຢ່າງຫຼວງຫຼາຍຂອງສິນຄ້າໝາຍເຖິງສິນຄ້າທີ່ໄດ້ຜ່ານຂະບວນການຜະລິດ  ຈົນກາຍເປັນສິນຄ້າອີກຊະນິດໜຶ່ງທີ່ມີລະຫັດສິນຄ້າ, ຮູບແບບ, ຄຸນຄ່າການນຳໃຊ້, ຈຸດພິເສດພື້ນຖານຫຼືເປົ້າໝາຍການນຳໃຊ້ແຕກຕ່າງຈາກວັດສະດຸນຳເຂົ້າທີ່ໃຊ້ໃນການຜະລິດສິນຄ້ານັ້ນ.
ໂດຍທົ່ວໄປຈະຖືວ່າສິນຄ້າໄດ້ມີ ການປ່ຽນແປງຢ່າງຫຼວງຫຼາຍຖ້າຫາກ ໄດ້ມີການສ້າງມູນຄ່າເພີ່ມໃນອັດຕາສ່ວນ ທີ່ແນ່ນອນຢູ່ພາຍໃນປະເທດ, ກຸ່ມປະເທດ ຫຼື ຂົງເຂດ (ເອີ້ນວ່າກົດອັດຕາມູນຄ່າເພີ່ມທີ່ສ້າງຂຶ້ນ ພາຍໃນກຸ່ມ/Regional Value Content—RVC) ຫຼືໄດ້ມີການປ່ຽນແປງທາງດ້ານລະຫັດພາສີ ໃນລະດັບ 4 ຕົວເລກ (ເອີ້ນວ່າກົດການປ່ຽນລະຫັດພາສີເຄົ້າ/Change in TariffHeading—CTH).
Q: ກົດອັດຕາມູນຄ່າເພີ່ມທີ່ສ້າງຂຶ້ນພາຍໃນກຸ່ມ/Regional Value Content—RVC) ມີວິທີຄິດໄລ່ ຫຼືຄຳນວນຄືແນວໃດ?
  ໂດຍທົ່ວໄປວິທີຄຳນວນ ອັດຕາສ່ວນມູນຄ່າທີ່ສ້າງຂື້ນໃນກຸ່ມ (RVC) ແມ່ນມີ 2 ວິທີ ຄື: ການຄຳນວນ ໂດຍທາງກົງ ແລະ ການຄຳນວນໂດຍທາງອ້ອມ. ແຕ່ຈະຄຳນວນດ້ວຍວິທີໃດກໍ່ຕາມມູນຄ່າຂອງ RVC ຈະ ຕ້ອງບໍ່ຕ່ຳກວ່າອັດຕາ ທີ່ແນ່ນອນ (ເຊັ່ນ : 30,35, 40, 45 ຫຼື 50  ສ່ວນຮ້ອຍຂອງລາຄາຂົນຂຶ້ນເຮືອ (FOB) ໂດຍຂຶ້ນກັບການກຳນົດຂອງແຕ່ລະກອບ) ຈຶ່ງສາມາດຈັດເຂົ້າເປັນສິນຄ້າທີ່ໄດ້ແຫຼ່ງກຳເນີດ ສິນຄ້າ.
Q: ກົດການປ່ຽນລະຫັດພາສີເຄົ້າ ໝາຍຄວາມວ່າແນວໃດ?
  ເງື່ອນໄຂຂອງການປ່ຽນລະຫັດພາສີ ແມ່ນໃຊ້ສະເພາະກັບວັດຖຸດິບ ທີ່ບໍ່ມີແຫຼ່ງກຳເນີດເທົ່ານັ້ນ. ການບັນ ລຸໄດ້ຕາມເງື່ອນໄຂ ຂອງກົດການປ່ຽນລະຫັດ ແມ່ນວັດຖຸດິບ ຫຼື ສ່ວນປະກອບທີ່ບໍ່ມີແຫຼ່ງກຳເນີດທີ່ ໃຊ້ເຂົ້າໃນການຜະລິດສິນຄ້າ ຕົວໃໝ່ນັ້ນ ຈະຕ້ອງບໍ່ມີເລກລະຫັດພາສີຄືກັນກັບ ເລກລະຫັດພາສີຂອງສິນຄ້າ ສຳເລັດຮູບ (ໃນລະດັບ 4 ຕົວເລກ) ຕາມລະບົບເອກະພາບ ຂອງສາລະບານພາສີ. ຈຸດປະສົງໃນການກຳນົດ ເງື່ອນໄຂໃຫ້ມີການປ່ຽນລະຫັດພາສີ ກໍ່ເພື່ອເປັນການຮັບປະກັນການປ່ຽນຮູບທີ່ຈຳເປັນຂອງວັດຖຸດິບ ທີ່ບໍ່ມີແຫຼ່ງກຳເນີດໄດ້ເກີດຂື້ນພາຍໃນປະເທດ/ກຸ່ມປະເທດຂອງຜູ້ຜະລິດ  ຈິ່ງຈະຖືວ່າກຸ່ມ/ປະເທດຜູ້ຜະລິດໄດ້ມີການ ປະກອບສ່ວນໃນລະດັບທີ່ແນ່ນອນ ເຂົ້າໃນການຜະລິດສິນຄ້າ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.