ສະພາບລວມ
ສະຫະພາບເອີຣົບ ຫຼື ອີຢູ (European Union: EU) ໃຫ້ສິດທິພິເສດທາງການຄ້າແກ່ປະເທດກຳລັງພັດທະນາ, ປະເທດດ້ອຍພັດທະນາ ແລະອານາເຂດພາສີເອກະລາດ ທັງໝົດປະ ມານ 89 ປະເທດ/ອານາເຂດ. ສິດທິພິເສດທາງການຄ້າຂອງອີຢູລະບົບປະຈຸບັນ ແມ່ນຄຸ້ມຄອງພາຍໃຕ້ລະບຽບການ (EU) No. 1063/2010, ຊຶ່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2011 ເປັນຕົ້ນມາ.
ສະຫະພາບເອີຣົບ ມີສະມາຊິກ 28 ປະເທດ ຄື: ອົດສ໌ເຕຣຍ, ເບັນຊິກ, ເດັນມາກ, ຟິນແລນ, ຝຣັ່ງ, ເຢຍລະມັນ, ເກຮັກ, ໄອແລນ, ອີຕາລີ, ລຸກຊຳບວກ, ໂຮນລັງ, ປັອກຕຸຍການ, ແອັສປາຍ, ສະວີເດັນ, ອັງກິດ, ໄຊປຣັດ, ສາທາລະນະລັດເຊັກ, ເອັດໂຕເນຍ, ຮົງກາລີ, ລີທູເນຍ, ລັດເວຍ, ເມົາຕາ, ໂປແລນ, ສະໂລເວເນຍ, ສະໂລວາເກຍ, ບຸນກາເລຍ, ໂຣມາເນຍ ແລະ ໂຄຣເອເຊຍ (ອາດີດສາທາລະນະລັດຢູໂກສະເວຍ). ໃນນີ້ ໂຄຣເອເຊຍ ໄດ້ເຂົ້າເປັນສະມາຊິກທີ 28 ໃນວັນທີ 01 ກໍລະກົດ 2013. ສຳລັບ ມາເຊໂດເນຍ, ມົນເຕເນໂກຣ, ເຊີເບຍ, ໄອຊແລນ (Iceland) ແລະ ຕ໊ວກກີ ກຳລັງເຈລະຈາເຂົ້າເປັນສະມາຊິກ. (ລາຍລະອຽດກົດເບິ່ງທີ່ນີ້)
ລະບົບສິດທິພິເສດ
ການໃຫ້ສິດທິພິເສດທາງການຄ້າ (Generalized System of Preferences: GSP)ຂອງອີຢູ ແບ່ງອອກເປັນ 3 ຮູບແບບຄື:
1) ສິດພິເສດແບບທົ່ວໄປ (General Arrangement): ເປັນສິດທິພິເສດທີ່ໃຫ້ແກ່ປະເທດກຳລັງພັດທະນາຫຼາຍກວ່າ 40 ປະເທດ ໂດຍການຍົກເວັ້ນ ຫຼືຫຼຸດຜ່ອນອັດຕາພາສີ ລົງຈາກອັດຕາປົກກະຕິ (MFN) ຊຶ່ງກວມເອົາສິນຄ້າຫຼາຍກວ່າ 6,200 ລາຍການ ໂດຍແບ່ງເປັນສິນຄ້າກະທົບໄວ ແລະບໍ່ກະທົບໄວ.
2) ສິດທິພິເສດສຳລັບປະເທດດ້ອຍພັດທະນາ (Special Arrangement for Least Developed Countries): ຫຼືເປັນທີ່ຮູ້ຈັກໃນນາມ ສິດທິພິເສດສຳລັບສິນຄ້າທຸກປະເພດ ຍົກເວັ້ນອາວຸດ (Everything But Arms: EBA) ຊຶ່ງເປັນສິດທິພິເສດແບບຍົກເວັ້ນພາສີ ແລະບໍ່ມີໂກຕາ ທີ່ໃຫ້ແກ່ປະເທດດ້ອຍພັດທະນາ 49 ປະເທດ ລວມທັງ ສປປ ລາວ. ໝາຍວ່າ ສິນຄ້າຈາກລາວທຸຸກລາຍການ (ຍົກເວັ້ນອາວຸດ ສາລະບັນພາສີໝວດ 93) ທີ່ສ່ົງອອກໄປອີຢູ 28 ປະເທດ ຈະບໍ່ຕ້ອງເສຍພາສີ ຖ້າປະຕິບັດໄດ້ຕາມເງື່ອນໄຂແຫຼ່ງກຳເນີດສິນຄ້າ.
3) ສິດທິພິເສດເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ການປົກຄອງທີ່ດີ (Special Intensive Arrangements: GSP+): ເປັນສິດທິພິເສດທີ່ໃຫ້ແກ່ປະເທດທີ່ມີຄວາມຈຳເປັນໃນການພັດທະນາເປັນພິເສດ (Vulnerable Countries) ໂດຍການຍົກເວັ້ນພາສີແກ່ສິນຄ້າທີ່ມີແຫຼ່ງກຳເນີດຈາກປະເທດທີ່ໄດ້ໃຫ້ສັດຕະຍາບັນ ແລະຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ໃນອານຸສັນຍາເພື່ອການພັດທະນາແບບຍືນຍົງ ລວມທັງໃນດ້ານປົກປັກຮັກສາສິ່ງແວດລ້ອມ, ສິດທິດ້ານແຮງງານ ແລະການປາບປາມຢາເສບຕິດ.
ລະບຽບແຫຼ່ງກຳເນີດສິນຄ້າ (Rules of Origin: ROO)
ເພື່ອຈະນໍາໃຊ້ສິດທິພິເສດດ້ານການຄ້າຂອງສະຫະພາບເອີຣົບ, ຜູ້ສົ່ງອອກຕ້ອງປະຕິບັດຕາມເງື່ອນໄຂແຫຼ່ງກຳເນີດສິນຄ້າ ພ້ອມກັນນັ້ນຕ້ອງມີເອກະສານຢັ້ງຢືນແຫຼ່ງກຳເນີດສິນຄ້າ ຫຼື ຟອມ A ທຸກຄັ້ງໃນການຂໍຊົມໃຊ້ສິດທິພິເສດດ້ານການຄ້າຈາກສະຫະພາບເອີຣົບ.
ຫຼັກການໃນການກຳນົດແຫຼ່ງກຳເນີດສິນຄ້າຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້:
1. ຜະລິດຕະພັນທີ່ໄດ້ມາ ຫຼື ຜະລິດໂດຍນຳໃຊ້ວັດຖຸດິບຈາກພາຍໃນປະເທດທັງໝົດ (Wholly Obtained or Produced: WO) ໂດຍພື້ນຖານແລ້ວແມ່ນສິນຄ້າກະສິກຳ, ຜະລິດຕະພັນກະສິກຳແປຮູບ ແລະ ແຮ່ທາດ ໆລໆ ແມ່ນຈະໄດ້ຮັບອັດຕາພາສີນຳເຂົ້າ 0% ໂດຍອັດຕະໂນມັດ.
2. ສຳລັບສິນຄ້າທີ່ຜະລິດໂດຍນຳໃຊ້ວັດຖຸດິບນຳເຂົ້າ ຈະຕ້ອງປະຕິບັດຕາມເງື່ອນໄຂການແປຮູບຢ່າງພຽງພໍຕາມເງື່ອນໄຂທີກຳນົດ (Substantial Transformation) ທີ່ໄດ້ກຳນົດສຳລັບສິນຄ້າແຕ່ລະລາຍການ ຄື:
§ ຕ້ອງຜ່ານຂະບວນການຜະລິດໃດໜຶ່ງ ແລະ ຕ້ອງມີການປ່ຽນລະຫັດພາສີເຄົ້າ ໃນລະດັບ 4 ຕົວເລກ (Change in Tariff Heading: CTH);
§ ການນຳໃຊ້ວັດຖຸດິບທີ່ບໍ່ມີແຫຼ່ງກຳເນີດຕ້ອງບໍ່ເກີນອັດຕາສູງສຸດທີ່ກຳນົດໄວ້ ບໍ່ໃຫ້ເກີນ 60% ຂອງມູນຄ່າສິນຄ້າ (Maximum permitted content of non-originating materials)
ການສະສົມແຫຼ່ງກຳເນີດສິນຄ້າ (Cumulation)
ສະຫະພາບເອີຣົບ ອະນຸຍາດໃຫ້ປະເທດຜູ້ສົ່ງອອກ ນຳໃຊ້ວັດຖຸດິບທີ່ມີແຫຼ່ງກຳເນີດຈາກປະເທດອື່ນທີ່ເອີ້ນວ່າ ອັດຕາສ່ວນມູນຄ່າເພີ່ມທີ່ສ້າງຂຶ້ນພາຍໃນກຸ່ມ ຫລື RVC 40% ເຂົ້າໃນຂະບວນການຜະລິດໄດ້ໃນ 3 ຮູບການ ຄື:
1. ຈາກສະມາຊິກອາຊຽນ (ຍົກເວັ້ນ ມຽນມາ ຊຶ່ງປະຈຸບັນ (7/2013) ອີຢູກຳລັງພິຈາລະນາການໃຫ້ສິດທິພິເສດຄືນຢູ່);
2. ຈາກສະມາຊິກອີຢູ, ສະວິດເຊີແລນ, ນໍເວ ແລະຕ໊ວກກີ; (ຍົກເວັ້ນສິນຄ້າກະສິກຳ) ແລະ
3. ຈາກປະເທດທີ່ມີສັນຍາການຄ້າເສລີກັບອີຢູ ແລະສະມາຊິກປະຊາຄົມການຮ່ວມມືພາກພື້ນອາຊີໃຕ້ (SAARC) ແຕ່ຕ້ອງໄດ້ຂໍອະນຸມັດລ່ວງໜ້າຈາກສະຫະພາບເອີຣົບ.
ເງື່ອນໄຂດ້ານການຂົນສົ່ງ
ຕາມປົກກະຕິ ການຈະໄດ້ສິດທິພິເສດ ຕ້ອງປະຕິບັດເງື່ອນໄຂດ້ານການຂົນສົ່ງໂດຍກົງຈາກປະເທດຜູ້ຜະລິດສິນຄ້າໄປຍັງສະຫະພາບເອີຣົບຢ່າງເຄັ່ງຄັດ ແຕ່ສໍາລັບສິດທິພິເສດຂອງອີຢູ ແມ່ນໄດ້ຮັບການໂຍະຍານຫຼາຍພາຍໃຕ້ລະບົບໃໝ່. ໝາຍວ່າ ຖ້າຫາກເຈົ້າໜ້າທີ່ພາສີບໍ່ມີຂໍ້ສົງໃສ, ກໍໃຫ້ຖືວ່າສິນຄ້າທີ່ສົ່ງອອກໄປໄດ້ເງື່ອນໄຂການຂົນສົ່ງໂດຍກົງ ແລະ ບໍ່ຈຳເປັນຕ້ອງມີເອກະສານຢັ້ງຢືນຢ່າງເປັນລະບົບ ແຕ່ເມື່ອຖືກສົງໄສຜູ້ສົ່ງອອກຕ້ອງສາມາດຢັ້ງຢືນໄດ້. ນອກນີ້ ໃນການຂົນສົ່ງໄປຕະຫຼາດອີຢູ ຍັງອະນຸຍາດໃຫ້ແບ່ງສິນຄ້າອອກເປັນງວດໆໄດ້ ຢູ່ປະເທດທາງຜ່ານ ແຕ່ສິນຄ້າດັ່ງກ່າວຕ້ອງຢູ່ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ພາສີ.
ຂອບເຂດການນຳໃຊ້
ລະບົບສິດທິພິເສດນີ້ ບໍ່ນຳໃຊ້ກັບ ກໍລະນີ: 1) ສິນຄ້າມູນຄ່າຕໍ່າທີ່ບໍ່ມີຈຸດປະສົງທາງການຄ້າ (ບໍ່ເກີນ 500 ເອີໂຣ); ແລະ 2) ສິນຄ້າຕິດຕົວຜູ້ໂດຍສານ ມູນຄ່າບໍ່ເກີນ 1,200 ເອີໂຣ.
ສໍາລັບການສົ່ງອອກສິນຄ້າ ມູນຄ່າບໍ່ເກີນ 6,000 ເອີໂຣ, ຜູ້ສົ່ງອອກບໍ່ຈຳເປັນຕ້ອງໃຊ້ຟອມ A ໂດຍສາມາດຢັ້ງຢືນແຫຼ່ງກໍາເນີດດ້ວຍຕົນເອງໄດ້ ທີ່ຮຽກວ່າ Invoice Declaration.
ເອກະສານປະກອບ
ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (ຟອມ A) ສາມາດພົວພັນເອົາໄດ້ທີ່ ກົມການນຳເຂົ້າ ແລະສົ່ງອອກ ຫຼື ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ເຂດເສດຖະກິດພິເສດ ແລະ ສະເພາະ, ໂດຍຕ້ອງປະກອບເອກະສານໃຫ້ຄົບຖ້ວນດັ່ງນີ້:
1). ໃບສະເໜີ
2). ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ພິມແລ້ວ
3). ໃບແຈ້ງລາຄາ ແລະ ຫຸ້ມຫໍ່
4). ໃບແຈ້ງພາສີເປັນລາຍລະອຽດ
5). ສຳເນົາໃບຂົນສົ່ງ
6). ໃບບິນຊື້ຂາຍພາຍໃນ (ກໍລະນີມີການເກັບຊື້)
7). ໃບຄິດໄລ່ຕົ້ນທືນການຜະລິດ ຫຼື ໃບຂັ້ນຕອນການຜະລິດສິນຄ້າ (ກໍລະນີນຳເຂົ້າວັດຖຸດິບ)
ຂໍ້ມູນອື່ນໆ
ນັບແຕ່ວັນທີ 1 ມັງກອນ 2017 ເປັນຕົ້ນໄປ, ສະຫະພາບເອີຣົບ ອະນຸຍາດໃຫ້ຜູ້ສົ່ງອອກນໍາໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Invoice Declaration) ໄດ້ສໍາລັບການສົ່ງອອກຈາກປະເທດສົ່ງອອກທີ່ມີຄວາມພ້ອມໃນການນຳໃຊ້ ແລະ ເຂົ້າຮ່ວມລະບົບນີ້ .
ສະຫຼຸບແລ້ວ: ເພື່ອໃຫ້ໄດ້ສິດທິພິເສດໃນການສົ່ງອອກໄປສະຫະພາບເອີຣົບ ຜູ້ສົ່ງອອກລາວ ຕ້ອງປະຕິບັດເງື່ອນໄຂແຫຼ່ງກຳເນີດ ດັ່ງນີ້: 1) ສິນຄ້າມີແຫຼ່ງກຳເນີດຈາກ ສປປ ລາວ 100% ເຊັ່ນ: ສິນຄ້າກະສິກຳ ແລະ ແຮ່ທາດ; ຫຼື 2) ຖ້າມີການນຳເຂົ້າວັດຖຸດິບ, ທີ່ມີແຫຼ່ງກຳເນີດນອກ ສປປ ລາວ (ນອກຈາກສະມາຊິກອາຊຽນ, ສະຫະພາບເອີຣົບ) ຕ້ອງປະຕິບັດໄດ້ເງື່ອນໄຂການແປຮູບຢ່າງພຽງພໍ.
ຂໍ້ມູນເພີ່ມຕື່ມ:
ທ່ານສາມາດສອບຖາມກ່ຽວກັບລະບົບສິດທິພິເສດທາງການຄ້າ ແລະເງື່ອນໄຂແຫຼ່ງກຳເນີດສິນຄ້າ ໃນການສົ່ງອອກໄປສະຫະພາບເອີຣົບໄດ້ຈາກ:
ພະແນກ ຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະສົ່ງອອກ,
ກະຊວງອຸດສາຫະກຳ ແລະການຄ້າ:
ເວັບໄຊ້: http://www.laotradeportal.gov.la
ໂທ/ແຟກ: 021-450255, email: [email protected]
ໜ່ວຍງານຊ່ວຍເຫຼືອດ້ານການສົ່ງອອກ, ກຳມະທິການສະຫະພາບເອີຣົບ:
ເວັບໄຊ້: http://exporthelp.europa.eu
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.