ຂໍ້ມູນເຂົ້າສູ່ຕະຫຼາດ


ໃນໜ້ານີ້ເຮົາຈະນໍາສະເໜີເປັນໄລຍະ ກ່ຽວກັບຂໍ້ມູນທີ່ອາດຈະເປັນປະໂຫຍດຕໍ່ຜູ້ນໍາເຂົ້າ-ສົ່ງອອກໃນການເປີດຕະ ຫຼາດໄປສູ່ປະເທດອື່ນ ໂດຍສະເພາະກໍແມ່ນໃຫ້ເຂົ້າໃຈລະບຽບຫຼັກການ ແລະ ການອໍານວຍຄວາມສະດວກເພື່ອ ກ້າວໄປສູ່ການເປັນຄູ່ທຸລະກິດກັນ.

ການຄ້າກັບສະຫະພາບເອີຣົບ

ບໍລິການຊ່ວຍເຫລືອການສົ່ງອອກ (Export Helpdesk) ແມ່ນບໍລິການອອນລາຍທີ່ສະໜອງໂດຍຄະນະກໍາມາທິການເອີຣົບ ເພື່ອອໍານວຍຄວາມສະ ດວກໃນການເຂົ້າເຖິງຕະຫຼາດເອີຣົບໃຫ້ແກ່ບັນດາປະເທດກໍາລັງພັດທະນາ.

ນີ້ເປັນບໍລິການຟຣີ, ບໍ່ຄິດຄ່າ ແລະ ເປັນບໍລິການທີ່ໃຊ້ງ່າຍ ທີ່ສະໜອງຂໍ້ມູນໃຫ້ແກ່ບັນດາຜູ້ສົ່ງອອກທີ່ມີຄວາມ ສົນໃຈໃນການສົ່ງສິນຄ້າເຂົ້າສູ່ຕະຫຼາດເອີຣົບ. 

► ຄຳສັ່ງ ກ່ຽວກັບ ການເພີ້ມທະວີຄວາມເຂັ້ມງວດໃນການກວດກາ ແລະ ຢັ້ງຢືນສຸຂານາໄມພືດ ສຳລັບ ພືດ ແລະ ຜະລິດຕະພັນພືດ ສົ່ງອອກ ໄປຍັງ ບັນດາປະເທດສະຫະພາບເອີຣົບ (EU)

► ກະຊວງກະສິກຳ ແລະ ປ່າໄມ້ ອອກແຈ້ງການແນະນຳກ່ຽວກັບ ຂໍ້ກຳນົດດ້ານ ສຸຂານາໄມພືດ ຂອງປະເທດໃນກຸ່ມສະຫະພາບເອີລົບ

► ສະຫະພາບເອີຣົບ (EU) ໄດ້ບັງຄັບໃຊ້ ລະບຽບການຄ້າໄມ້ສະບັບໃໝ່

 ສາທາລະນະລັດ ຕວັກກີ ໄດ້ອອກໃບຢັ້ງຢືນສຸຂາອະນາໄມໃນຮູບແບບໃໝ່ ສຳຫລັບການສົ່ງ ອອກຜະລິດ ຕະພັນປາ ແລະ ການປະມົງ

►ແຈ້ງການຕໍ່ຜູ້ທີ່ສົ່ງອອກພືດສໍາລັບປູກ ໄປຍັງສະຫະພາບເອີຣົບ

► ສະຫະພາບເອີຣົບໄດ້ຮັບຮອງ ແລະ ພິມເຜີຍແຜ່ລະບຽບການໃຫມ່ ວ່າດ້ວຍການຜ່ອນຜັນພາສີນໍາເຂົ້າສິນຄ້າຈາກ ປະເທດກໍາລັງພັດທະນາ (Generalised scheme of Preferences = GSP)

ບົດສືກສາແນວຄວາມຄິດການດໍາເນີນທຸລະກິດລະຫວ່າງ ອີຢູ່-ອາຊຽນ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?