ສະພາບ​ລວມ

ຍີ່ປຸ່ນ ແມ່ນໜຶ່ງໃນບັນດາປະເທດພັດທະນາແລ້ວ ທີ່ເຂົ້າຮ່ວມໃນໂຄງການ​ໃຫ້​ສິດທິ​ພິ​ເສດ​ທາງ​ການ​ຄ້າແບບທົ່ວໄປ (GSP) ​​ແກ່​ປະ​ເທດ​ກຳລັງພັດທະນາ, ດ້ອຍ​ພັດທະນາ ແລະ ​ອານາ​ເຂດ​ພາສີ​ເອກະລາດ ພາຍໃຕ້ຂໍ້ລິເລີ່ມຂອງອົງການສະຫະປະຊາຊາດເພື່ອການຄ້າ ແລະ ການພັດ ທະນາ (UNCTAD) ນັບ​ແຕ່​ປີ 1971 ເປັນ​ຕົ້ນ​ມາ. ​ລະບົບສິດທິພິເສດໄດ້ຮັບການປັບປຸງຫຼາຍຄັ້ງ ແລະ ຄັ້ງຫຼັງສຸດແມ່ນ ໃນ​ປີ 2011 ໂດຍມີທັງ​ໝົດ 151 ປະ​ເທດ/ອານາເຂດ​ພາສີເອກະລາດໄດ້​ຮັບຜົນ​ປະ​ໂຫຍ​ດຈາກ​ລະບົບ​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ຂອງ​ຍີ່ປຸ່ນ. (ລາຍລະອຽດກົດເບິ່ງທີ່ນີ້)

ລະບົບສິດທິພິເສດ

      ​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ແບບທົ່ວໄປ (Generalized System of Preferences: GSP) ຂອງ​ຍີ່ປຸ່ນ​ ແບ່ງອອກ​ເປັນ 2 ຮູບ​ແບບ​ ດັ່ງນີ້:

     ສິດທິພິເສດດ້ານພາສີແບບທົ່ວໄປ (General Preferential Tariff (GPT) treatment)

   ເປັນ​ສິດທິ​ພິ​ເສດ​ທີ່​​​ໃຫ້​ແກ່​ປະ​ເທດ​ກຳລັງ​ພັດທະນາ​ຫຼາຍກວ່າ 90 ປະ​ເທດ​ໂດຍ​ການ​ຍົກ​ເວັ້ນ ຫຼື​ ຫຼຸດ ຜ່ອນ​ອັດຕາ​ພາສີ​ ລົງຈາກ​ອັດຕາ​ປົກກະຕິ (MFN) ​ຊຶ່ງ​ກວມ​​ເອົາ​ສິນຄ້າ​ປະມານ 3,550 ລາຍການ ​ໂດຍ​​ແບ່ງ​ເປັນ​ສິນຄ້າ​ກະສິກຳ 400 ລາຍການ​ ​ແລະ ສິນຄ້າ​ອຸດສາຫະກຳ 3,150 ລາຍການ​.

ສິດທິພິເສດແບບພິເສດສຳລັບປະເທດດ້ອຍພັດທະນາ (Special preferential treatment for LDCs)

ສຳລັບ​ປະ​ເທດ​ດ້ອຍ​ພັດທະນາ ​​ແມ່ນ​ໄດ້​ຮັບ​ນະ​ໂຍບາຍ​ທີ່​ດີກວ່າ​ປະ​ເທດ​ກຳລັງ​ພັດທະນາ ​ໂດຍໄດ້ຮັບການ​ຍົກ​ເວັ້ນອັດຕາພາສີ ​ແລະ ບໍ່​ມີ​ການ​ຈຳກັດ​ໂກ​ຕາ ສຳລັບ​ສິນຄ້າທຸກລາຍການສິນ ຄ້າ. ສປປ ລາວ ກໍ່​ແມ່ນ​ໜຶ່ງ​ໃນ​ກຸ່ມ​ປະ​ເທດ​ດ້ອຍ​ພັດທະນາ ສະ​ນັ້ນ​ຈຶ່ງໄດ້ຮັບນະໂຍບາຍໃນຂອບນີ້​​.

      ນອກຈາກສິດທິພິເສດທາງການຄ້າແບບທົ່ວໄປແລ້ວ, ການສົ່ງອອກຈາກ ສປປ ລາວ ໄປ ຍັງຍີ່ປຸ່ນ ຍັງສາມາດໄດ້ຮັບສິດທິພິເສດໃນຂອບສັນຍາການຄ້າເສລີອາຊຽນ-ຍີ່ປຸ່ນໄດ້ອີກ ຊຶ່ງຈະມີການສັງລວມຂໍ້ມູນຕ່າງຫາກ.

ລະບຽບແຫຼ່ງກຳເນີດສິນຄ້າ (Rules of Origin: ROO)

      ສິນ​ຄ້າ​ຈາກ ສປປ ລາວ ທີ່​ຈະ​ຂໍ​ການ​ຍົກ​ເວັ້ນພາສີພາຍ​ໃຕ້​ລະບົບສິດທິ​ພິ​ເສດ​ທາງ​ການ​ຄ້າ​ ​ຂອງຍີ່ປຸ່ນ ຕ້ອງປະຕິບັດ​ຕາມ​ເງື່ອນ​ໄຂ​ແຫຼ່ງກຳ​ເນີ​ດສິນຄ້າ ດັ່ງ​ນີ້:

1.   ເປັນສິນຄ້າທີ່ໄດ້​ມາ ຫຼື ຜະລິດຂຶ້ນໂດຍ​ນຳ​ໃຊ້​ວັດຖຸດິບ​ຈາກ​ພາຍ​ໃນປະເທດ​​ທັງ​ໝົດ (Wholly Obtained or Produced: WO) ​ໂດຍ​ພື້ນຖານ​ແລ້ວ​ແມ່ນ​ສິນຄ້າ​ກະສິກຳ (ພືດ, ສັດ), ​ຜະລິດ​ຕະພັນ​ກະສິກຳ​ແປ​ຮູບ ​ແລະ ​ແຮ່​ທາດ ໆ​ລໆ.

2.   ສິນຄ້າ​ທີ່​ຜະລິດ​ໂດຍການ​ນຳ​ໃຊ້​ວັດຖຸ​ດິບ​ນຳ​​ເຂົ້າ ຈະ​ຕ້ອງ​ປະຕິບັດ​ຕາມ​ເງື່ອນ​ໄຂ​ການ​ແປ​ຮູບ​ຢ່າງ​ພຽງພໍ (Substantial Transformation) ທີ່​ໄດ້​ກຳນົດ​ສຳລັບ​ສິນຄ້າ​ແຕ່​ລະລາຍ​ການ ຄື:

1). ​ການ​ປ່ຽນ​ລະຫັດ​ພາສີ (Change in Tariff Heading: CTH) ລະດັບ 4 ຕົວ​ເລກ; ຫຼື

2). ການ​ສ້າງ​ມູນ​ຄ່າ​ເພີ່ມ​; ຫຼື

3). ການຜະລິດ​​ສິນຄ້າຕາມ​ຂະ​ບວນການ​ສະ​ເພາະ ເຊັ່ນ: ເຄື່ອງນຸ່ງຫົ່ມ, ຜະລິດຕະພັນເຄມີ ແລະ ອື່ນໆ.

ການສະສົມແຫຼ່ງກຳເນີດສິນຄ້າ (Cumulation)

      ຍີ່ປຸ່ນ ອະນຸຍາດ​ໃຫ້​ທຸກປະເທດທີ່ໄດ້ຮັບສິດທິພິເສດທາງການຄ້າຂອງຍີ່ປຸ່ນ ສາມາດນຳໃຊ້ວັດຖຸດິບຂອງຍີ່ປຸ່ນມາສະສົມແຫຼ່ງກຳເນີດສິນຄ້າໄດ້. ນອກນັ້ນ, ຢູ່ໃນ​ອາ​ຊຽນ ມີ 5 ປະເທດສະມາຊິກ ທີ່ໄດ້ຮັບອະນຸຍາດໃຫ້ສະສົມແຫຼ່ງກຳເນີດສິນຄ້ານຳກັນ ໄດ້ແກ່: ອິນ​ໂດເນເຊຍ, ມາ​ເລ​ເຊຍ, ຟິລິ​ປິນ, ​ໄທ ​ແລະ ຫວຽດນາມ. ສ່ວນສປປ ລາວ ແມ່ນບໍ່ໄດ້ຮັບນະໂຍບາຍໃນສ່ວນນີ້.

ການຢັ້ງຢືນແຫຼ່ງກຳເນີດສິນຄ້າ

ສິນຄ້າທີ່ຈະໄດ້ຮັບສິດທິພິເສດ ຕ້ອງແມ່ນສິນຄ້າທີ່ຜະລິດໄດ້ຕາມເງື່ອນໄຂລະບຽບແຫຼ່ງ ກຳເນີດສິນຄ້າຢ່າງເຄັ່ງຄັດ ແລະ ມີໃບຢັ້ງຢືນແຫຼ່ງກຳເນີດສິນຄ້າເປັນເອກະສານອ້າງອີງ. ໃບຢັ້ງ ຢືນແຫຼ່ງກຳເນີດສິນຄ້າທີ່ນຳໃຊ້ເພື່ອຂໍການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີພາຍໃຕ້ລະບົບສິດທິພິເສດທາງການຄ້າຂອງຍີ່ປຸ່ນ ແມ່ນ Form A.

Form A ສາມາດພົວພັນເອົາໄດ້ຢູ່ ກົມການນຳເຂົ້າ ແລະ ສົ່ງອອກ ຫຼື ພະແນກອຸດສາ ຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ ຫຼື ເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ. ເອກະສານທີ່ຕ້ອງປະກອບເພື່ອຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ປະກອບມີ:

1). ໃບສະເໜີ

2). ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ພິມແລ້ວ

3). ໃບແຈ້ງລາຄາ ແລະ ຫຸ້ມຫໍ່

4). ໃບແຈ້ງພາສີເປັນລາຍລະອຽດ

5). ສຳເນົາໃບຂົນສົ່ງ

6). ໃບບິນຊື້ຂາຍພາຍໃນ (ກໍລະນີມີການເກັບຊື້)

7). ໃບຄິດໄລ່ຕົ້ນທືນການຜະລິດ ຫຼື ໃບຂັ້ນຕອນການຜະລິດສິນຄ້າ (ກໍລະນີນຳເຂົ້າວັດຖຸດິບ)

ຂອບເຂດການນຳໃຊ້

ກໍລະນີສິນຄ້າທີ່ມີມູນຄ່າພາສີບໍ່ສູງ ຫຼື ບໍ່ເກີນ 200,000 ເຢັນ ຫຼື ປະມານ 2,000 ໂດລາສະຫະລັດ, ຫຼື ສິນຄ້າທີ່ນອນຢູ່ໃນບັນຊີຊ້ອນທ້າຍ 7 ແມ່ນບໍ່ຈຳເປັນຕ້ອງຂໍໃບຢັ້ງຢືນແຫຼ່ງສິນ ຄ້າເພື່ອຂໍຍົກເວັ້ນພາສີ.

ເງື່ອນ​ໄຂ​ດ້ານ​ການ​ຈັດສົ່ງ

ການຈັດສົ່ງ ກໍ່ແມ່ນເງື່ອນໄຂໜຶ່ງທີ່ເອົາມາພິຈາລະນາຕັດສິນການໃຫ້ສິດທິພິເສດ. ຕາມຫຼັກການແລ້ວ, ສິນຄ້າຈະໄດ້ຮັບຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີ ກໍ່ຕໍ່ເມື່ອໄດ້ມີການຂົນສົ່ງໂດຍກົງຈາກປະເທດຜູ້ສົ່ງອອກ ຫາ ຍີ່ປຸ່ນ.

ກໍລະນີຂົນສົ່ງຜ່ານປະເທດທີສາມ, ສິນຄ້າກໍ່ຈະມີເງື່ອນໄຂໄດ້ຮັບສິດທິພິເສດເຊັ່ນດຽວກັນ ຖ້າຫາກວ່າ:

ກ. ສິນຄ້າບໍ່ໄດ້ມີການດຳເນີນການໃດໆເພີ່ມເຕີມຢູ່ປະເທດທີສາມ ນອກເໜືອຈາກການຄ່ຽນຖ່າຍ ຫຼື ການຝາກສາງຊົ່ວຄາວເພື່ອຈຸດປະສົງດ້ານການຂົນສົ່ງ.

ຂ. ສິນຄ້າຢູ່ພາຍໃຕ້ການຄວບຄຸມດູແລຂອງເຈົ້າໜ້າທີ່ພາສີຂອງປະເທດທີສາມ.

ສະຫຼຸບແລ້ວ:ເພື່ອ​ໃຫ້​ໄດ້​ສິດທິ​ພິ​ເສດ​ໃນ​ການ​ສົ່ງ​ອອກ​ໄປຍີ່ປຸ່ນ ຜູ້​ສົ່ງ​ອອກ​ລາວຕ້ອງ​ປະຕິ ບັດ​ເງື່ອນ​ໄຂ​ແຫຼ່ງກຳ​ເນີ​ດສິນຄ້າ ດັ່ງ​ນີ້: 1) ສິນຄ້າ​ມີແຫຼ່ງກຳເນີດຈາກ ສປປ ລາວ 100% ເຊັ່ນ: ສິນຄ້າກະສິກຳ ​ແລະ ​​ແຮ່​ທາດ; ຫຼື 2) ຖ້າມີ​ການ​ນຳ​ເຂົ້າວັດຖຸດິບທີ່ມີແຫຼ່ງກຳເນີດນອກ ສປປ ລາວ ຕ້ອງປະຕິບັດ​ໄດ້​ເງື່ອນ​ໄຂການ​​ແປ​ຮູບ​ຢ່າງ​ພຽງພໍ​. ນອກນັ້ນ, ຍັງຕ້ອງໄດ້ປະຕິບັດຕາມເງື່ອນໄຂການຈັດສົ່ງອີກດ້ວຍ.

ຂໍ້​ມູນ​ເພີ່ມ​ຕື່ມ:

ທ່ານ​ສາມາດສອບ​ຖາມກ່ຽວ​ກັບ​ລະບົບ​ສິດທິ​ພິ​ເສດ​ທາງ​ການ​ຄ້າ ​ແລະ​ ເງື່ອນ​ໄຂ​ແຫຼ່ງກຳ​ເນີດສິນຄ້າໃນ​ການ​ສົ່ງ​ອອກ​ໄປ​ຍີ່ປຸ່ນໄດ້​ທີ່​:

ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມ​ການ​ນຳ​ເຂົ້າ ​ແລະ​ ສົ່ງ​ອອກ,

ກະ​ຊວງ​ອຸດສາຫະກຳ ​ແລະ​ ການ​ຄ້າ:

​   ເວັບ​ໄຊ້: http://www.laotradeportal.gov.la

ໂທ/​ແຟກ: 021-450255, email: [email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.