ສະພາບລວມ

ບົນພື້ນຖານຄວາມສາມັກຄີມິດຕະພາບລະຫວ່າງລາວ - ຫວຽດນາມ, ສອງລັດຖະບານລາວ - ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າ ( ສະບັບປັບປຸງ ) ທີ່ ນະຄອນຫລວງວຽງຈັນ ຄັ້ງວັນທີ 03/03/2015; ພ້ອມກັນນັ້ນນັບແຕ່ປີ 1996 ສອງລັດຖະບານ ລາວ - ຫວຽດນາມໄດ້ເສີມຂະຫຍາຍການພົວພັນດ້ານຕ່າງໆຢ່າງຮອບດ້ານ ຊຶ່ງສະແດງອອກຈາກການສົ່ງອອກ ລະຫວ່າງ ສອງປະເທດ ນັບມື້ນັບເພີ່ມຂຶ້ນ.

ນອກນັ້ນນັບແຕ່ປີ 2005 ເປັນຕົ້ນມາ ກະຊວງອຸດສາຫະກຳແລະການຄ້າສອງປະເທດ ໄດ້ລົງນາມຮັບເອົາລາຍການສິນຄ້າ ທີ່ໄດ້ຮັບການຫຼຸດຜ່ອນອັດຕາພາສີ 50% ແລະ 0%. ບົນພື້ນຖານການຫຼຸດຜ່ອນອັດຕາພາສີຂາເຂົ້າໃຫ້ແກ່ກັນ ແລະ ກັນ, ໄດ້ສົ່ງຜົນໃຫ້ມູນຄ່າການຄ້າລະຫວ່າງສອງປະເທດນັບມື້ນັບຫຼາຍຂື້ນ.

ລະບົບ ສິດທິພິເສດ

ການໃຫ້ບູລິມະສິດອັດຕາພາສີນຳເຂົ້າ ກວມເອົາລາຍການສິນຄ້າສົ່ງອອກຈາກ ສປປ ລາວ ໄປຫວຽດນາມ ເປັນສ່ວນໃຫຍ່ ຊຶ່ງລວມມີ ໝໍ້ຫຸງເຂົ້າໄຟຟ້າ, ພັດລົມ, ເຄື່ອງປັ່ນໝາກໄມ້, ສີ້ນສ່ວນອາໄຫຼ່ລົດຈັກ, ເບຍລາວ, ໃບຢາສູບ, ກາເຟ, ເຂົ້າສານ, ສາລີ, ແລະ ແຮ່ທາດ.
ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ທຸກລາຍການສິນຄ້າທີ່ມີແຫຼ່ງກຳເນີດຈາກ ສປປ ລາວ ຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າຈາກຫວຽດນາມ, ນອກຈາກລາຍການສິນຄ້າທີ່ນອນໃນບັນຊີສິນຄ້າ ທີ່ໄດ້ຮັບການຫຼຸດຜ່ອນອັດຕາພາສີນຳເຂົ້າ 50% ຈາກອັດຕາທີ່ຫວຽດນາມ ໃຫ້ໃນຂອບການຄ້າເສລີອາຊຽນ ຊຶ່ງມີທັງໝົດ 27 ລາຍການ (ລະຫັດພາສີ (HS) 10 ຕົວເລກ), ແລະ ລາຍການສິນຄ້າທີ່ນອນໃນ ບັນຊີສິນຄ້າຍົກເວັ້ນຖາວອນຂອງຫວຽດນາມ ຊຶ່ງມີທັງໝົດ 193 ລາຍການ (ລະຫັດພາສີ 10 ຕົວເລກ). 

ສຳລັບສິນຄ້າກະທົບໄວເຊັ່ນ: ເຂົ້າກິນ ແລະ ໃບຢາສູບ, ສສ ຫວຽດນາມ ໄດ້ໃຫ້ໂກຕາຈຳນວນໜຶ່ງ ໃນການນຳເຂົ້າໂດຍບໍ່ເສຍພາສີ. ສຳລັບເຂົ້າກິນແມ່ນ ໄດ້ຮັບໂກຕາ 70,000 ໂຕນ ຕໍ່ ປີ ຊຶ່ງປະກອບມີ ເຂົ້າເປືອກ (ລະຫັດພາສີ: 1006.10.00.90), ເຂົ້າສານຫອມອື່ນໆ ທີ່ສີແລ້ວ ຫຼືຍັງບໍ່ທັນສີແລ້ວ, ທີ່ຂັດເງົາ ຫຼື ຍັງບໍ່ຂັດເງົາ (ລະຫັດພາສີ: 1006. 10.19.00), ເຂົ້າກ້ອງ (ລະຫັດພາສີ: 1006.20) ເຂົ້າຫອມໄທມະລິ (ລະຫັດພາສີ: 1006.20.10) ແລະ ເຂົ້າອື່ນໆ (ລະຫັດພາສີ: 1006.20.90).

ສ່ວນໃບຢາສູບແມ່ນໄດ້ຮັບໂກຕາ 3,000 ໂຕນຕໍ່ປີ. ການສົ່ງອອກສິນຄ້າເຫຼົ່ານີ້ຈາກ ສປປ ລາວ ໄປຫວຽດນາມຈະສາມາດໄດ້ຮັບການຍົກເວັ້ນພາສີນຳເຂົ້າ ຖ້າປະລິມານການສົ່ງອອກບໍ່ເກີນໂກຕາ ນຳເຂົ້າລວມຂອງຫວຽດນາມ.

ລະບຽບ ແຫຼ່ງກຳ ເນີ ດສິນຄ້າ (Rules of Origin: ROO)

ສິນຄ້າ ຈາກສປປລາວ ທີ່ຈະຂໍການຍົກເວັ້ນພາສີພາຍໃຕ້ລະບົບບູລິມະສິດອັດຕາພາສີນຳເຂົ້າແລະສົ່ງອອກລາວ - ຫວຽດນາມຕ້ອງປະຕິບັດຕາມເງື່ອນໄຂ ແຫຼ່ງກຳເນີດສິນຄ້າດັ່ງ ນີ້:

1.   ເປັນສິນຄ້າທີ່ໄດ້ມາ ຫຼື ຜະລິດຂຶ້ນໂດຍນຳໃຊ້ວັດຖຸດິບ ຈາກພາຍ ໃນປະເທດ ທັງ ໝົດ (Wholly Obtained or Produced: WO) ໂດຍພື້ນຖານ ແລ້ວ ແມ່ນສິນຄ້າກະສິກຳ (ພືດ, ສັດ), ຜະລິດຕະພັນ ກະສິກຳແປຮູບ ແລະ ແຮ່ທາດ ແລະ ອື່ນໆ.
2.   ສິນຄ້າທີ່ຜະລິດໂດຍການນຳໃຊ້ ວັດຖຸດິບນຳເຂົ້າຈະຕ້ອງປະຕິບັດຕາມເງື່ອນໄຂການແປຮູບຢ່າງພຽງພໍ (Substantial Transformation) ທີ່ ໄດ້ ກຳນົດສຳລັບສິນຄ້າ ແຕ່ລະລາຍການ ຄື:

1). ການປ່ຽນລະຫັດພາສີ (Change in Tariff Heading: CTH)ລະດັບ 4 ຕົວ ເລກ; ຫຼື
2). ການສ້າງມູນຄ່າເພີ່ມ (LVC 40%) ;ຫຼື
3). ການຜະລິດສິນຄ້າຕາມຂະບວນການສະເພາະ ເຊັ່ນ: ເຄື່ອງນຸ່ງຫົ່ມ, ຜະລິດຕະພັນເຄມີ, ເຄື່ອງໄຟຟ້າ ແລະ ອື່ນໆ.

ການຢັ້ງຢືນແຫຼ່ງກຳເນີດສິນຄ້າ

ສິນຄ້າທີ່ຈະໄດ້ຮັບສິດທິພິເສດຕ້ອງແມ່ນສິນຄ້າທີ່ຜະລິດໄດ້ຕາມເງື່ອນໄຂລະບຽບແຫຼ່ງກຳເນີດສິນຄ້າຢ່າງເຄັ່ງຄັດແລະມີໃບຢັ້ງຢືນແຫຼ່ງກຳເນີດສິນຄ້າເປັນເອກະສານອ້າງອີງ. ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ນຳໃຊ້ເພື່ອຂໍການຍົກເວັ້ນຫຼືຫຼຸດຜ່ອນອັດຕາພາສີພາຍໃຕ້ລະບົບບູລິມະສິດອັດຕາພາສີນຳເຂົ້າແລະສົ່ງອອກລາວ - ຫວຽດນາມແມ່ນ Form S.
Form S ສາມາດພົວພັນເອົາໄດ້ຢູ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ ຫຼື ເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ. ເອກະສານທີ່ຕ້ອງປະກອບເພື່ອຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ປະກອບມີ:

1).ໃບສະເໜີ
2).ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ພິມແລ້ວ
3).ໃບແຈ້ງລາຄາ ແລະ ຫຸ້ມຫໍ່
4).ໃບແຈ້ງພາສີເປັນລາຍລະອຽດ
5).ສຳເນົາໃບຂົນສົ່ງ
6).ໃບບິນຊື້ຂາຍພາຍໃນ (ກໍລະນີມີການເກັບຊື້)
7). ໃບຄິດໄລ່ຕົ້ນທືນການຜະລິດ ຫຼື ໃບຂັ້ນຕອນການຜະລິດສິນຄ້າ (ກໍລະນີນຳເຂົ້າວັດຖຸດິບ)

ເງື່ອນ ໄຂ ດ້ານ ການ ຈັດສົ່ງ

ການຈັດສົ່ງ ກໍ່ແມ່ນເງື່ອນໄຂໜຶ່ງທີ່ເອົາມາພິຈາລະນາຕັດສິນການໃຫ້ສິດທິພິເສດ. ຕາມຫຼັກການແລ້ວ, ສິນຄ້າຈະໄດ້ຮັບຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີ ກໍ່ຕໍ່ເມື່ອໄດ້ມີການຂົນສົ່ງໂດຍກົງຈາກປະເທດຜູ້ສົ່ງອອກ ຫາ ຫວຽດນາມ.

ກໍລະນີຂົນສົ່ງຜ່ານປະເທດທີສາມ, ສິນຄ້າກໍ່ຈະມີເງື່ອນໄຂໄດ້ຮັບສິດທິພິເສດເຊັ່ນດຽວກັນ ຖ້າຫາກວ່າ:

ກ. ການຂົນສົ່ງເນື່ອງຈາກເຫດຜົນທາງພູມິສາດຫຼືໂດຍການພິຈາລະນາທີ່ກ່ຽວກັບຂໍ້ກຳນົດຂອງການຂົນສົ່ງໂດຍສະເພາະ;
ຂ. ສິນຄ້າບໍ່ໄດ້ມີການດຳເນີນການໃດໆເພີ່ມເຕີມຢູ່ປະເທດທີສາມ ນອກເໜືອຈາກການຄ່ຽນຖ່າຍ ຫຼື ການຝາກສາງຊົ່ວຄາວເພື່ອຈຸດປະສົງດ້ານການຂົນສົ່ງ.
ຄ. ສິນຄ້າຢູ່ພາຍໃຕ້ການຄວບຄຸມດູແລຂອງເຈົ້າໜ້າທີ່ພາສີຂອງປະເທດທີສາມ.

ສະຫຼຸບແລ້ວ: ເພື່ອໃຫ້ໄດ້ສິດທິພິເສດ ໃນການສົ່ງອອກໄປຫວຽດນາມ ຜູ້ສົ່ງອອກ ລາວຕ້ອງປະຕິບັດເງື່ອນໄຂແຫຼ່ງກຳເນີດສິນຄ້າ ດັ່ງນີ້: 1) ສິນຄ້າ ມີແຫຼ່ງກຳເນີດຈາກ ສປປ ລາວ 100% ເຊັ່ນ: ສິນຄ້າກະສິກຳ ແລະ ແຮ່ ທາດ; ຫຼື 2) ຖ້າມີການນຳເຂົ້າວັດຖຸດິບທີ່ມີແຫຼ່ງກຳເນີດນອກ ສປປ ລາວຕ້ອງປະຕິບັດ ໄດ້ ເງື່ອນໄຂການແປຮູບຢ່າງພຽງພໍ. ນອກນັ້ນ, ຍັງຕ້ອງໄດ້ປະຕິບັດຕາມເງື່ອນໄຂການຈັດສົ່ງອີກດ້ວຍ.

ຂໍ້ ມູນ ເພີ່ມ ຕື່ມ:

ທ່ານສາມາດສອບຖາມ ກ່ຽວກັບ ລະບົບສິດທິພິເສດທາງການຄ້າ ແລະ ເງື່ອນໄຂແຫຼ່ງກຳເນີດສິນຄ້າໃນການສົ່ງອອກ ໄປຫວຽດນາມໄດ້ ທີ່ :

ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມ ການ ນຳ ເຂົ້າ ແລະ ສົ່ງ ອອກ,

ກະ ຊວງ ອຸດສາຫະກຳ ແລະ ການ ຄ້າ:

      ເວັບ ໄຊ້: http://www.laotradeportal.gov.la

ໂທ/ ແຟກ: 021-450255, email:[email protected]

 

ຫົວຂໍ້ທີ່ກ່ຽວຂ້ອງ: 

ການຈັດຕັ້ງປະຕິບັດບູລິມະສິດສິນຄ້ານຳເຂົ້າ-ສົ່ງອອກ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ 2016

ຫວຽດນາມ ອອກແຈ້ງການສືບຕໍ່ການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍ ການໃຫ້ບຸລິມະສິດ ດ້ານອັດຕາພາສີນຳເຂົ້າສິນຄ້າແກ່ລາວ ຈົນໝົດປີ 2015

ຂໍ້ຕົກລົງ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ວ່າດ້ວຍ ລະບຽບ ແຫຼ່ງກຳເນີດສິນຄ້າ ນຳໃຊ້ຕໍ່ສິນຄ້າທີ່ໄດ້ບຸລິມະສິດ ອັດຕາພາສີ ນຳເຂົ້າ-ສົ່ງອອກ ລາວ-ຫວຽດນາມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.