ສະພາບລວມ

ລັດຖະບານສະວິດເຊີແລນ ໄດ້ໃຫ້ສິດທິພິເສດດ້ານການຄ້າແກ່ບັນດາປະເທດກໍາລັງພັດທະນາ 117 ປະເທດ ແລະ ປະເທດດ້ອຍພັດທະນາ (LDCs) 49 ປະເທດ, ຊຶ່ງ ສປປ ລາວ ກໍ່ເປັນ ຫນຶ່ງໃນປະ​ເທດ ທີ່ດ້ອຍພັດທະນາທີ່ໄດ້ຮັບສິດທິພິເສດທາງດ້ານການຄ້າຈາກ ສະວິດເຊີແລນ.

ລາຍການສິນຄ້າທີ່ສະວິດເຊີແລນໃຫ້ສິດທິພິເສດທາງການຄ້ານັ້ນແມ່ນ ໄດ້ແຍກຕາມກຸ່ມປະເທດທີ່ ໄດ້ຮັບສິດ ເຊັ່ນ : ສໍາລັບປະເທດກໍາລັງພັດທະນາ ສິນຄ້າ​ກະສິກໍາ ​ແລະ ອຸດສາຫະກໍາ ສ່ວນ​ໃຫຍ່​ແມ່ນ​ໄດ້​ຮັບ​ການ​ຍົກ​ເວັ້ນອັດຕາ​ພາສີນຳເຂົ້າ, ຍົກ​ເວັ້ນສິນຄ້າເຄື່ອງຕັດຫຍິບ ແລະ ເຄື່ອງນຸ່ງຫົ່ມ​ແມ່ນ ​ໄດ້​ຮັບ​ການຫຼຸດອັດຕາພາສີນຳເຂົ້າພຽງ 50% ຈາກອັດຕາພາສີປົກກະຕິ. ສຳລັບປະເທດດ້ອຍພັດທະນາ​ແມ່ນໄດ້ຮັບການຍົກເວັ້ນພາສີນຳ​ເຂົ້າສິນຄ້າທຸກລາຍການ ​ແລະ ບໍ່ມີ​ການ​ກໍານົດ​ໂກ​ຕ້າ​ນໍາ​ເຂົ້າ ຊຶ່ງ​ໃນ​ນັ້ນ​ໄດ້ລວມ​ເອົາທັງ​ສິນຄ້າ​ກະສິກໍາ ​ແລະ ອຸດສາຫະກໍາ. (ລາຍລະອຽດກົດເບິ່ງທີ່ນີ້)

ລະບຽບຫຼ່ງກຳເນີດສິນຄ້າ (Rules of Origin : ROO)  

ເພື່ອ​​ຈະ​ນຳ​ໃຊ້​ສິດທິ​ພິ​ເສດ​ດ້ານການ​ຄ້າຂອງສະວິດເຊີແລນ, ຜູ້​ສົ່ງ​ອອກ​ຕ້ອງ​ປະຕິບັດ​ຕາມ​ເງື່ອນ​ໄຂແຫຼ່ງກຳເນີດສິນຄ້າ​ ເພື່ອ​ໃຫ້​​ແນ່​ໃຈ​ວ່າ​ສິນຄ້າ​ທີ່​ສົ່ງ​ອອກ​ນັ້ນໄດ້ຕາມເງື່ອນໄຂທີ່​ໄດ້ຮັບສິດທິພິເສດດ້ານການຄ້າ ຫຼື ບໍ່? ພ້ອມ​ກັນ​ນັ້ນ​ຜູ້​ສົ່ງ​ອອກ​ຕ້ອງ​ມີ​ໃບ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ຟອມ A.

ຫຼັກການ​ໃນ​ການ​ກຳນົດ​ແຫຼ່ງກຳ​ເນີ​ດສິນຄ້າ​ໃຫ້ປະຕິບັດ​ຕາມ​ເງື່ອນ​ໄຂ​ດັ່ງ​ນີ້:

1.       ສິນຄ້າ​ທີ່​ໄດ້​ມາ​ໂດຍ​ນຳ​ໃຊ້​ວັດຖຸ​ດິບ​ພາຍ​ໃນ​ປະ​ເທດທັງ​ໝົດ (Wholly Obtained Goods) ​ແມ່ນ​ຖື​ວ່າ​​ໄດ້​ຮັບ​ແຫຼ່ງກຳ​ເນີ​ດ​ໂດຍ​ອັດຕະ​ໂນ​ມັດ ​ ​ແລະ ສາມາດ​ຂໍ​ສິດທິ​ພິ​ເສດ​​ໃນ​ການ​ຍົກ​ເວັ້ນອັດຕາ​ພາສີ​ຂາ​ເຂົ້າ.

2.       ສິນຄ້າ​ທີ່​​ໄດ້​ມາຈາກການນໍາເຂົ້າວັດຖຸ​ດິບ​ ຊຶ່ງຈະຕ້ອງຜ່ານຂະບວນການປ່ຽນແປງສະ ພາບ ຫຼື ຂະບວນການຜະລິດຢ່າງຫຼວງຫຼາຍ (Sufficient process)

3.       ກົດ​ການ​ປ່ຽນ​ລະຫັ​ດເຄົ້າພາສີ​ 4 ​ໂຕ​ເລກ (CTH) ຊຶ່ງ​ໝາຍ​ຄວາມ​ວ່າຜະລິດຕະພັນ ໃໝ່ທີ່ຜະລິດໄດ້ຕ້ອງມີເລກລະຫັດພາສີທີ່ ແຕກຕ່າງຈາກເລກ ລະຫັດພາສີຂອງວັດຖຸດິບທີ່ນໍາເຂົ້າມາ

4.       ນຳ​ໃຊ້​ກົດ​ການ​ສະ​ສົມ​ມູນ​ຄ່າ​ເພີ້​ມ (RVC) ໝາຍ​ຄວາມ​ວ່າວັດຖຸ​ດິບ​ທີ​ນຳ​ເຂົ້າ​ມາ​ຜະລິດ​ຕ້ອງ​ມີ​ສັດສ່ວນການນໍາເຂົ້າບໍ່ເກີນ ທີ່ກໍານົດຂອງລາຄາໂຮງງານຂອງສິນຄ້າສໍາເລັດຮູບ. (ຍົກ​ເວັ້ນ 4 ລາຍການສິນຄ້າ​ທີ່​ກ່າວ​ມາ​ຂ້າງ​​ເທິງ​ນັ້ນ​ຈຳ​ຕ້ອງ​ຜ່ານ​ຂະ​ບວນການສະ​ເພາະ​ທີ່​ໄດ້​ກຳນົດ​ໄວ້)

ການສະສົມແຫຼ່ງກໍາເນີດ

ສຳລັບ​ສິນຄ້າ​ທີ່​ມີ​ການ​ນຳ​ວັດຖຸ​ດິບ​ຈາກ​ປະ​ເທດ​ອື່ນ​ມາ​ຜະລິດ, ສະວິດເຊີແລນອະນຸຍາດໃຫ້ປະ​ເທດ ຜູ້ສົ່ງອອກນໍາໃຊ້ວັດຖຸດິບທີ່ມີແຫຼ່ງກໍາເນີດຈາກປະເທດອື່ນເຂົ້າໃນຂະບວນການຜະລິດ ​ໂດຍ​ນຳ​​ໃຊ້​ກົດ​ການ​ສະ​ສົມ​ມູນ​ຄ່າ​ເພີ້​ມ (RVC) ຊຶ່ງ​ມີ​ລາຍ​ລະອຽດ​ດັ່ງ​ນີ້ :

ກ. ວັດຖຸທີ່ມີແຫຼ່ງກໍາເນີດໃນປະເທດສະວິດເຊີແລນ,​ ນອກແວ ຫຼື ສະຫະພາບເອີຣົບໃຫ້ຖື ວ່າເປັນວັດຖຸດິບຈາກປະເທດຜູ້ໄດ້ຮັບສິດທິພິເສດທາງການຄ້າ ຊຶ່ງເປັນຜູ້ຜະລິດຕາມກົດການນໍາໃຊ້ວັດຖຸ ດິບຂອງປະເທດຜູ້ໃຫ້ສິດ GSP (Doner Country Contant Rule) ໂດຍວັດຖຸດິບດັ່ງກ່າວຈະຕ້ອງມີ ເອກະສານຮັບຮອງແຫລ່ງກໍາເນີດສິນຄ້າ ER1 ຈາກສະວິດເຊີແລນ, ນອກແວ ຫຼື ສະຫະພາບເອີຣົບ ແນບມານຳ.

ຂ. ວັດຖຸດິບທີ່ມີແຫຼ່ງກໍາເນີດຈາກປະເທດໃດໜຶ່ງຂອງສະມາຊິກອາຊຽນ (ຍົກເວັ້ນສິງກະໂປ ແລະ ບຣູໄນ) ແມ່ນວັດຖຸດິບຂອງປະເທດຜູ້ໄດ້ຮັບສິດທິພິເສດທາງການຄ້າຕາມກົດການສະສົມແຫຼ່ງກໍາເນີດສິນ ຄ້າ (Cumulation Rule) ໂດຍວັດຖຸດິບດັ່ງກ່າວຈະຕ້ອງມີໃບຮັບຮອງແຫລ່ງກໍາເນີດສິນຄ້າ ຟອມ A Cumulation ຫຼື Invoice Declaration ຈາກປະເທດຕົ້ນກໍາເນີດແນບນໍາວັດຖຸດິບດັ່ງກ່າວມາດ້ວຍ.

ເງື່ອນໄຂການຂົນສົ່ງ

ສຳລັບ​ເງື່ອນ​ໄຂ​ການ​ຂົນ​ສົ່ງ​ນັ້ນ​ປະ​ເທດ​ສະ​ວິດ​ເຊີ​ແລນ​ ໄດ້ກຳນົດ​ເອົາ​ກົດ​ການ​ຂົນ​ສົ່ງ​ໂດຍ​ກົງ (Direct Consigment) ຊຶ່ງ​ໝາຍ​ຄວາມ​ວ່າ​ສິນຄ້າ​ນັ້ນ​ຕ້ອງ​ຂົນ​ສົ່ງ​ໂດຍ​ກົງ​ຈາກ​ປະ​ເທດ​ທີ່​ໄດ້​ຮັບ​ສິດທິ​ພິ​ເສດ​ທາງ​ດ້ານ​ການ​ຄ້າຫາ​ສະ​ວິດ​ເຊີ​ແລນ​ໂດຍ​ກົງ​ໂດຍ​ບໍ່​ຜ່ານ​ປະ​ເທດ​ທີ 3. ​ເຖິງ​ແນວ​ໃດ​ກໍ່ຕາມ​ໃນກໍລະນີ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ຂົນ​ສົ່ງ​ຜ່ານ​ປະ​ເທດ​ທີ 3 ​ ເນື່ອງ​ຈາກການ​ຄ່ຽນ​ຖ່າຍ​ສິນຄ້າ,  ​ເຫດຜົນ​ດ້ານ​ພູມສາດ ​ແມ່ນ​ສາມາດ​ໂຍະ​ຍານ​ໄດ້ ​ແຕ່​ທຸກ​ການ​ເຄື່ອນ​ໄຫວ​ແມ່ນ​ຕ້ອງ​ຢູ່​ໃນ​ການ​ຄວບ​ຄຸມ​ຂອງ​ເຈົ້າ​ໜ້າ​ທີ່ໆ​ກ່ຽວຂ້ອງ ຂອງປະເທດທີ 3.

ຂອບ​ເຂດການ​ນຳ​ໃຊ້.

      ລະບົບ​ສິດທິ​ພິ​ເສດ​ນີ້ ​ບໍ່​ນຳ​ໃຊ້​ກັບສິນຄ້າ​​ທີ່​ສົ່ງ​ຈາກ​ບຸກຄົນ​ຫາ​ບຸກຄົນ ​ແລະ ບໍ່​ມີ​ຈຸດປະສົງ​ທາງ​ດ້ານ​ການ​ຄ້າ ​ແລະ ມີ​ມູນ​ຄ່າ​ບໍ່​ເກີນ 900 CHF ຫຼື ປະມານ 986.40 ໂດລາສະຫະລັດ.

ເອກະສານປ​ະກອບ

ໃບ​ຢັ້ງ​ຢືນ​ແຫຼ່ງກຳ​ເນີ​ດສິນຄ້າ (ຟອມ A) ສາມາດພົວພັນເອົາໄດ້ທີ່ ​ກົມ​ການ​ນຳ​ເຂົ້າ ​ແລະ​ສົ່ງ​ອອກ ຫຼື ​ພະ​ແນ​ກອຸດສາຫະກຳ ​ແລະ ​ການ​ຄ້າ​ແຂວງ, ນະຄອນຫຼວງ ​ແລະ ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ສະ​ເພາະ, ໂດຍຕ້ອງ​ປະກອບ​ເອກະສາ​ນໃຫ້ຄົບຖ້ວນດັ່ງ​ນີ້:

1). ໃບສະເໜີ

2). ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ພິມແລ້ວ

3). ໃບແຈ້ງລາຄາ ແລະ ຫຸ້ມຫໍ່

4). ໃບແຈ້ງພາສີເປັນລາຍລະອຽດ

5). ສຳເນົາໃບຂົນສົ່ງ

6). ໃບບິນຊື້ຂາຍພາຍໃນ (ກໍລະນີມີການເກັບຊື້)

7). ໃບຄິດໄລ່ຕົ້ນທືນການຜະລິດ ຫຼື ໃບຂັ້ນຕອນການຜະລິດສິນຄ້າ (ກໍລະນີນຳເຂົ້າວັດຖຸດິບ)

​      ສໍາລັບ​ສິນຄ້າ​ທີ່​ສົ່ງ​ອອກ​ມີ​ມູນ​ຄ່າ​ບໍ່​ເກີນ 10,300 CHF ຫຼື ປະມານ 11,890 ​ໂດ​ລາ, ​ຜູ້​ສົ່ງ​ອອກບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ຟອມ A ​ໂດຍ​ສາມາດ​ຢັ້ງຢືນ​ແຫຼ່ງກໍາ​ເນີ​ດ​ດ້ວຍ​ຕົນ​ເອງ​ໄດ້​ ທີ່​ຮຽກວ່າ Invoice Declaration.

ສະຫຼຸບແລ້ວ: ​ເພື່ອໃຫ້ໄດ້ສິດທິພິເສດໃນການສົ່ງອອກໄປສະ​ວິດ​ເຊີ​ແລນ ຜູ້ສົ່ງອອກລາວ ຕ້ອງປະຕິບັດເງື່ອນໄຂແຫຼ່ງກຳເນີດ ດັ່ງນີ້: 1) ສິນຄ້າມີແຫຼ່ງກຳເນີດຈາກ ສປປ ລາວ 100% ເຊັ່ນ: ສິນຄ້າກະສິກຳແລະ ​​ແຮ່ທາດ; ຫຼື 2) ຖ້າມີ​ການ​ນຳ​ເຂົ້າວັດຖຸດິບ, ສີ້ນສ່ວນ ຫຼື ຜະລິດຕະພັນ ທີ່ມີແຫຼ່ງກຳເນີດນອກ ສປປ ລາວ (ຈາກສະມາຊິກອາຊຽນ, ສະຫະພາບເອີຣົບ ຫຼື​​ ແຫຼ່ງອື່ນໆ) ຕ້ອງປະຕິບັດ​ໄດ້ເງື່ອນໄຂການ​​ແປຮູບຢ່າງ​ຫຼວງຫຼາຍ ຫຼື ຕາມ​ເງືອນ​ໄຂ​ສະ​ເພາະ​ທີ່​ໄດ້​ກຳນົດ​ໄວ້​ຕາມ​ລະບຽບ​ການ​ຂອງ​ປະ​ເທດ​ສະວິດເຊີແລນ.

ຂໍ້​ມູນ​ເພີ່ມ​ຕື່ມ:

ທ່ານ​ສາມາດສອບ​ຖາມກ່ຽວ​ກັບ​ລະບົບ​ສິດທິ​ພິ​ເສດ​ທາງ​ການ​ຄ້າ ​ແລະ ​ເງື່ອນ​ໄຂ​ແຫຼ່ງກຳ​ເນີດສິນ ຄ້າ ​​ໃນ​ການ​ສົ່ງ​ອອກ​ໄປ​ປະເທດສະວິດເຊີແລນ​ໄດ້ທີ່​:

ພະແນກ ຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມ​ການ​ນຳ​ເຂົ້າ ​ແລະ​ສົ່ງ​ອອກ, ກະ​ຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ:

ເວັບ​ໄຊ້: http://www.laotradeportal.gov.la ໂທ/​ແຟກ: 021-450255, email: [email protected]​   
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.