ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ​ໃນ​ນາມ​ເປັນ​ອົງການ​ຄຸ້ມ​ຄອງ​ການ​ອອກໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ທັງ​​ເປັນ​ຈຸດ​ປະສານງານສຳລັບ​ວຽກງານ​ແຫຼ່ງກຳ​ເນີ​ດສິນຄ້າ​ກັບ​ບັນ​ດາ​ຄູ່​ຮ່ວມ​ສັນຍາ​ການ​ຄ້າ​ເສລີ ​ແລະ ສິດທິ​ພິ​ເສດທາງການຄ້າແບບຝ່າຍດຽວ, ​ໄດ້ຈັດ​ຕັ້ງ​ປະຕິບັດ ​ແລະ ​ເກັບ​ກຳ​ຕົວ​ເລກ​ການ​ສົ່ງ​ອອກ​ຢ່າງ​ເປັນ​ປົກກະຕິ ​ເພື່ອ​ລາຍ​ງານຄະນະ​ນໍາກະຊວງ ​ແລະ ລາຍ​ງານ​​ໃຫ້​ກອງ​ເລຂາ​ອາຊຽນ​​ເປັນ​ປະຈຳ​​ໃນ​ແຕ່ລະ​ປີ. ຕົວ​ເລກ​​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ຂອງ ສປປ ລາວ ​ນໍາ​ໃຊ້​ເຂົ້າ​ໃນ​ການ​ວິ​ເຄາະ, ​ວິ​ໄຈ ​ແລະ ​ກຳນົດ​ນະ​ໂຍບາຍ​ຕ່າງໆ​​ເພື່ອສົ່ງ​ເສີມ​ສິນຄ້າທີ່​ມີ​ທ່າ​ແຮງຂອງ​ປະ​ເທດ. ພ້ອມ​ດຽວກັນ ນັ້ນ, ຂໍ້​ມູນ​ດັ່ງກ່າວຍັງ​ເປັນ​ຕົວ​ກຳນົດອັນ​ສຳຄັນໃຫ້​ແກ່ການ​ຕັດສິນ​ໃຈ​ສຳລັບວຽກງານເຈລະຈາ​​​ໃນຂອບ​ສັນຍາ​ການ​ຄ້າ​ຕ່າງໆ ​​ແລະ ​​ເປັນຖານ​ຂໍ້​ມູນທີ່​ສຳ​ຄັນໃຫ້​​ພາກສ່ວນ​ຕ່າງໆ ທີ່​ມີ​ຄວາມສົນ​ໃຈ​.

ບັນດາ​ ທ່ານ ສາມາດ​ຕິດຕາມ​ເບິ່ງ​ລາຍ​ລະອຽດຂອງ​ສະຖິຕິ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າຂ​ອງ ສປປ ລາວ ​ໃນ​ແຕ່ລະ​ໄລຍະ ດັ່ງ​ມີ​ລາຍ​ລະອຽດລຸ່ມ​ນີ້:

1. ສະຖິຕິ​ການ​ອອກ​ໃບຢັ້ງຢື​ນ​ແຫຼ່ງກຳ​ເນີ​ດສິນຄ້າ ຟອມ A, D, E, S, SPT, AI, AK, AJ, AANZ, DFTP, APTA, CO-Korea ປະຈຳ​ປີ 2015

2. ສະຖິຕິ​ການ​ອອກ​ໃບຢັ້ງຢື​ນ​ແຫຼ່ງກຳ​ເນີ​ດສິນຄ້າ ຟອມ A, D, E, S, SPT, AI, AK, AJ, AANZ, DFTP, APTA, CO-Korea ປະຈຳ​ປີ 2016

3. ສະ​ຖິຕິ​ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ຂອງ ສປປ ລາວ ​ແຕ່​ປີ 2013-2017

4. ສະຖິຕິ ການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ຂອງ ສປປ ລາວ ປະຈຳປີ 2018

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?