ສິດທິພິເສດແບບໃຫ້ຝ່າຍດຽວ
ລະບົບສິດທິພິເສດແບບໃຫ້ຝ່າຍດຽວ ທີ່ເປັນທີ່ຮູ້ຈັກດີ ແມ່ນສິດທິພິເສດແບບທົ່ວໄປ (GSP) ໂດຍປະເທດພັດທະນາແລ້ວ ໃຫ້ການຍົກເວັ້ນ ຫຼືຫຼຸດຜ່ອນອັດຕາພາສີແກ່ສິນຄ້າທີ່ນຳເຂົ້າຈາກປະເທດກໍາ ລັງພັດທະນາ ແລະດ້ອຍພັດທະນາ. ສປປ ລາວ ໄດ້ຮັບສິດທິພິເສດພາຍໃຕ້ລະບົບສິດທິພິເສດແບບທົ່ວໄປ ຈາກທັງໝົດ 38 ປະເທດ ຄື: ອົດສະຕາລີ, ການາດາ, ສະຫະພາບເອີຣົບ (28 ປະເທດ)[1], ຍີ່ປຸ່ນ, ນິວຊີແລນ, ນໍເວ, ຣັດເຊຍ, ສະວິດເຊີແລນ ແລະຕ໊ວກກີ. ເນື່ອງຈາກ ເບລາຣຸສ ແລະກາຊັກສະຖານ ໄດ້ເຂົ້າຮ່ວມສະຫະພາບພາສີກັບຣັດເຊຍ ດັ່ງນັ້ນ ຈຶ່ງຖືວ່າທັງສອງປະເທດ ກໍໃຫ້ສິດທິພິເສດແບບທົ່ວໄປ ເຊັ່ນກັນ. ປະຈຸບັນ, ສປປ ລາວ ຍັງບໍ່ທັນໄດ້ສິດທິພິເສດດ້ານການຄ້າ ຈາກສະຫະລັດອາເມລິກາເທື່ອ ແຕ່ກະຊວງອຸດສາຫະກຳ ແລະການຄ້າ ກຳລັງດຳເນີນການເພື່ອຂໍສິດທິພິເສດດັ່ງກ່າວ.
ເອກະສານທີ່ນຳໃຊ້ເປັນບ່ອນອີງໃນການຂໍຮັບສິດພິເສດແບບທົ່ວໄປ ແມ່ນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ Form A.
ນອກນີ້ ສປປ ລາວ ຍັງໄດ້ຮັບສິດທິພິເສດແບບໃຫ້ຝ່າຍດຽວ ຈາກປະເທດກຳລັງພັດທະນາ ລວມທັງອານາເຂດພາສີເອກະລາດ ເຊັ່ນ:
ອິນເດຍໃຫ້ສິດທິພິເສດດ້ານການຄ້າ ພາຍໃຕ້ລະບົບສິດພິເສດສຳລັບປະເທດດ້ອຍພັດທະນາ (Duty Free Tariff Preference: DFTP) ສໍາລັບສິນຄ້າຈຳນວນ 4,898 ລາຍການ ໂດຍກວມເອົາ 94% ຂອງຈຳນວນລາຍການສິນຄ້າທັງໝົດຂອງອິນເດຍ.
ເອກະສານທີ່ນຳໃຊ້ເປັນບ່ອນອີງໃນການຂໍຮັບທິສິດພິເສດ ແມ່ນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ Form DFTP.
ສປປ ລາວ ໄດ້ຮັບສິດທິພິເສດດ້ານການຄ້າໂດຍການຍົກເວັ້ນພາສີຂາເຂົ້າຈາກ ສປ ຈີນ ພາຍໃຕ້ລະບົບສິດທິພິເສດ China Special and Preferential Tariff Treatment for CLM (ຫຼື SPT) ສໍາລັບສິນຄ້າຈຳນວນ 459 ລາຍການ.
ເອກະສານທີ່ນຳໃຊ້ເປັນບ່ອນອີງໃນການຂໍຮັບສິດທິພິເສດ ແມ່ນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ Form SPT.
ສປປ ລາວ ໄດ້ຮັບສິດທິພິເສດດ້ານການຄ້າ ຈາກ ສ. ເກົາຫຼີ ພາຍໃຕ້ລະບົບສິດທິພິເສດທີ່ໃຫ້ແກ່ປະເທດດ້ອຍພັດທະນາ (Korea Preferential Tariff for Least-Developed Countries) ຊຶ່ງກວມເອົາ 85% ຂອງລາຍການສິນຄ້າທັງໝົດ ໂດຍການຍົກເວັ້ນອັດຕາພາສີ ແລະ ບໍ່ຈຳມີການກັດໂກຕາ.
ເອກະສານທີ່ນຳໃຊ້ເປັນບ່ອນອີງໃນການຂໍຮັບສິດທິພິເສດ ແມ່ນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ Form CO Korea.
ສປປ ລາວ ໄດ້ຮັບສິດທິພິເສດດ້ານການຄ້າຈາກຈີນໄຕ້ຫວັນ ພາຍໃຕ້ລະບົບສິດທິພິເສດດ້ານການຄ້າແກ່ປະເທດດ້ອຍພັດທະນາ ສໍາລັບສິນຄ້າຈຳນວນ 125 ລາຍການ ທີ່ມີອັດຕາພາສີ 0% ແລະ ບໍ່ມີການຈຳກັດໂກຕາ.
ເອກະສານທີ່ນຳໃຊ້ເປັນບ່ອນອີງໃນການຂໍຮັບສິດທິພິເສດ ມີພຽງແຕ່ນຳໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທົ່ວໄປທີ່ເອີ້ນວ່າ Form CO White ກໍພຽງພໍແລ້ວ.
[1] ສະມາຊິກຂອງສະຫະພາບເອີຣົບ (ອີຢູ) ປະກອບດ້ວຍ: ໂອຕຣີສ (1995), ແບນຊິກ (1952), ບຸນກາຣີ (2007), ໂຄຣເອຊີ (2013), ໄຊປຣັສ (2004), ສາທາລະນະລັດເຊັກ (2004), ເດນມາກ(1973), ແອັດສະໂຕນີ (2004), ແຟງລັງ (1995), ຝຣັ່ງ (1952), ເຢຍລະມັນ (1952), ເກຣັກ (1981), ຮົງກາຣີ (2004), ອຽກລັງ (1973), ອີຕາລີ (1952), ລັດວີ (2004), ລີທົວນີ (2004), ລຸກຊຳບວກ (1952), ມົວຕາ (2004), ເນເທີແລນ (1952), ໂປໂລຍ (2004), ປ໊ອກຕຸຍການ (1986), ໂຣມານີ (2007), ສະໂລວັກ (2004), ສະໂລເວນີ (2004), ແອັດສະປາຍ (1986), ສະວີເດັນ (1995), ແລະອັງກິດ (1973). ຕົວເລກໃນວົງເລັບແມ່ນປີທີ່ເຂົ້າເປັນສະມາຊິກ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.