ສະພາບລວມ

ລັດເຊຍ ແມ່ນໜຶ່ງໃນບັນດາປະເທດພັດທະນາແລ້ວ ທີ່ເຂົ້າຮ່ວມໃນໂຄງການ​ໃຫ້​ສິດທິ​ພິ​ເສດ​ທາງ​ການ​ຄ້າແບບທົ່ວໄປ (GSP) ​​ແກ່​ປະ​ເທດ​ກຳລັງພັດທະນາ ແລະ ປະເທດດ້ອຍ​ພັດທະນາ ພາຍໃຕ້ຂໍ້ລິເລີ່ມຂອງອົງການສະຫະປະຊາຊາດເພື່ອການຄ້າ ແລະ ການພັດທະນາ (UNCTAD) ນັບ​ແຕ່​ປີ 1992 ເປັນ​ຕົ້ນ​ມາ ຊຶ່ງມີທັງໝົດ 147 ປະເທດ/ອານາເຂດໄດ້ຮັບຜົນປະໂຫຍດຈາກລະບົບສິດທິພິເສດຂອງລັດເຊຍ.

ໃນປີ 2007 ລັດເຊຍໄດ້ສ້າງຕັ້ງສະຫະພາບພາສີ (Customs Union) ຮ່ວມກັບ 2 ປະເທດ (ເບລາຣຸດ ແລະ ກາຊັກສະຖານ) ແລະ ເລີ່ມປັບປຸງສິດທິພິເສດທາງການຄ້າ (GSP)ໃໝ່. (ລາຍລະອຽດກົດເບິ່ງທີ່ນີ້)

ລະບົບສິດທິພິເສດ

   ​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ແບບທົ່ວໄປ (Generalized System of Preferences: GSP) ຂອງ​​ເບລາຣຸດ, ກາຊັກສະຖານ ແລະ ລັດເຊຍ ແບ່ງອອກ​ເປັນ 2 ຮູບ​ແບບ​ ດັ່ງນີ້:

ສິດທິພິເສດດ້ານພາສີແບບທົ່ວໄປ (General Preferential Tariff (GPT) treatment)

      ເປັນ​ສິດທິ​ພິ​ເສດ​ທີ່​​​ໃຫ້​ແກ່​ປະ​ເທດ​ກຳລັງ​ພັດທະນາ​ 103 ປະ​ເທດ ​ໂດຍ​ການ​ຍົກ​ເວັ້ນ ຫຼື​ ຫຼຸດຜ່ອນ​ອັດຕາ​ພາສີ​ 25% ຈາກ​ອັດຕາ​ປົກກະຕິ (MFN) ​ຊຶ່ງ​ກວມ​​ເອົາ​ສິນຄ້າ​ປະມານ 2,800 ລາຍການ (ລະຫັດພາສີໃນລະດັບ 10 ຕົວເລກ) ​ທີ່ເປັນ​ສິນຄ້າ​ກະສິກຳ​ ​ແລະ ສິນຄ້າ​ອຸດສາຫະກຳ​. (ລາຍລະອຽດລາຍການສິນຄ້າກົດເບິ່ງທີ່ນີ້)

 

ສິດທິພິເສດສຳລັບປະເທດດ້ອຍພັດທະນາ (Special preferential treatment for LDCs)

ເປັນ​ສິດທິ​ພິ​ເສດ​ທີ່​​​ໃຫ້​ແກ່​ປະ​ເທດ​ດ້ອຍພັດທະນາ​ 49 ປະ​ເທດ ​ໂດຍ​ການ​ຍົກ​ເວັ້ນອັດຕາພາສີ ​ຊຶ່ງ​ກວມ​​ເອົາ​ສິນຄ້າ​ປະມານ 2,800 ລາຍການ (ລະຫັດພາສີໃນລະດັບ 10 ຕົວເລກ) ໃນນັ້ນມີສິນຄ້າກະສິກໍາ ແລະ ສິນຄ້າອຸດສາຫະກໍາ.

ສິນຄ້າກະສິກໍາມີ: ໝວດ 02 (ຊີ້ນສັດ), ໝວດ 15 (ນໍ້າມັນພືດ ແລະ ສັດ), ໝວດ 16 (ອາຫານ) ແລະ ໝວດ 20 (ສິ່ງປຸງແຕ່ງຈາກພືດຜັກ ແລະ ໝາກໄມ້) ແລະ ອື່ນໆ.

ສິນຄ້າອຸດສາຫະກໍາມີ: ໝວດ 25 (ເກືອ), ໝວດ 33 (ເຄື່ອງສໍາອາງ), ໝວດ 40 (ຢາງ), ໝວດ 44 (ໄມ້), ໝວດ 94 (ເຄື່ອງເຟີນີເຈີ) ແລະ ອື່ນໆ.

 

ລະບຽບແຫຼ່ງກຳເນີດສິນຄ້າ (Rules of Origin : ROO)

ສິນຄ້າຈາກສປປ ລາວ ທີ່ຈະຂໍການຍົກເວັ້ນພາສີ ພາຍໃຕ້ລະບົບສິດທິພິເສດທາງການຄ້າຂອງເບລາຣຸດ, ກາຊັກສະຖານ ແລະ ລັດເຊຍ ຕ້ອງປະຕິບັດຕາມເງື່ອນໄຂແຫຼ່ງກໍາເນີດສິນຄ້າ ດັ່ງນີ້ :

1.             ສິນຄ້າ​ທີ່​ໄດ້​ມາ ຫຼື ຜະລິດ​ໂດຍ​ນຳ​ໃຊ້​ວັດຖຸ​ດິບ​ພາຍ​ໃນ​ປະເທດທັງ​ໝົດ (Wholly Produced or Obtained: WO).

2.            ສິນຄ້າ​ທີ່ຜະລິດໂດຍນໍາໃຊ້ວັດສະດຸ ຫຼື ສິ້ນສ່ວນ (ວັດຖຸດິບ) ນໍາເຂົ້າຈາກຕ່າງປະເທດ, ສັດ ສ່ວນວັດຖຸດິບນໍາເຂົ້າຕ້ອງບໍ່ເກີນ 50% ຂອງລາຄາໂຮງງານ.

ເງື່ອນໄຂການຂົນສົ່ງ

ສຳລັບການຂົນສົ່ງສິນຄ້າທີ່ຈະໄດ້ສິດທິພິເສດທາງງການຄ້ານັ້ນ ທາງເບລາຣຸດ, ກາຊັກສະຖານ ແລະ ລັດ ເຊຍ ໄດ້ກຳນົດໃຫ້ສິນຄ້າດັ່ງກ່າວຕ້ອງຂົນສົ່ງໂດຍກົງ (Direct transport) ຈາກສປປ ລາວ ໄປ​ຍັງບັນດາປະ ເທດດັ່ງກ່າວ. ຖ້າມີກໍລະນີຈຳເປັນຕ້ອງມີການຂົນສົ່ງຜ່ານປະເທດທີສາມ, ສິນຄ້າດັ່ງກ່າວຕ້ອງບໍ່ໄດ້ຜ່ານຂະບວນການຜະລິດ ຫຼື ຜ່ານຂະບວນການອື່ນ ນອກເໜືອຈາກການຄ່ຽນຖ່າຍ (ຂົນສິນຄ້າຂຶ້ນ, ລົງ) ຫຼື ຂະບວນການອື່ນໆທີ່ຈໍາເປັນ ເພື່ອຮັກສາສິນ ຄ້ານັ້ນຢູ່ໃນສະພາບດີ ໂດຍຢູ່ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ພາສີ.

ຂອບເຂດການນຳໃຊ້

              ລະບົບສິດທິພິເສດນີ້ ນໍາໃຊ້ກັບທຸກລາຍການສິນຄ້າທີ່ນອນໃນບັນຊີສິນຄ້າທີ່ໄດ້ນໍາມາຍົກເວັ້ນ ໂດຍການ ນໍາໃຊ້ແບບຟອມ A. ກໍລະນີສິນຄ້າທີ່ມີມູນຄ່າບໍ່ເກີນ 5,000 ໂດລາສະຫະລັດ ບໍ່ຈໍາເປັນຕ້ອງໃຊ້ ຟອມ A ແຕ່ຕ້ອງການຢັ້ງຢືນໂດຍລະບຸການແຈ້ງໃບລາຄາ ຫຼື ເອກະສານຂົນສົ່ງອື່ນໆ.

ການຢັ້ງຢືນແຫຼ່ງກໍາເນີດສິນຄ້າ

ສິນຄ້າທີ່ຈະໄດ້ຮັບສິດທິພິເສດ ຕ້ອງແມ່ນສິນຄ້າທີ່ນອນໃນບັນຊີສິນຄ້າທີ່ໄດ້ຮັບສິດທິພິເສດ ແລະ ຜະລິດໄດ້ຕາມເງື່ອນໄຂລະບຽບແຫຼ່ງກຳເນີດສິນຄ້າຢ່າງເຄັ່ງຄັດ ໂດຍມີໃບຢັ້ງຢືນແຫຼ່ງກຳເນີດສິນຄ້າເປັນເອກະສານອ້າງອີງ. ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ນຳໃຊ້ເພື່ອຂໍການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີພາຍໃຕ້ລະບົບສິດທິພິເສດທາງການຄ້າຂອງປະເທດດັ່ງກ່າວ ແມ່ນ Form A.

Form A ສາມາດພົວພັນເອົາໄດ້ຢູ່ ກົມການນຳເຂົ້າ ແລະ ສົ່ງອອກ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ ຫຼື ເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ. ເອກະສານທີ່ຕ້ອງປະກອບເພື່ອຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ປະກອບມີ:

1). ໃບສະເໜີ

2). ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ພິມແລ້ວ

3). ໃບແຈ້ງລາຄາ ແລະ ຫຸ້ມຫໍ່

4). ໃບແຈ້ງພາສີເປັນລາຍລະອຽດ

5). ສຳເນົາໃບຂົນສົ່ງ

6). ໃບບິນຊື້ຂາຍພາຍໃນ (ກໍລະນີມີການເກັບຊື້)

7). ໃບຄິດໄລ່ຕົ້ນທືນການຜະລິດ ຫຼື ໃບຂັ້ນຕອນການຜະລິດສິນຄ້າ (ກໍລະນີນຳເຂົ້າວັດຖຸດິບ)

ຂໍ້ມູນເພີ້ມເຕີມ

 ທ່ານສາມາດສອບຖາມກ່ຽວກັບລະບົບສິດທິພິເສດທາງການຄ້າ ແລະ ເງື່ອນໄຂແຫຼ່ງກຳເນີດສິນຄ້າໃນການສົ່ງອອກໄປ 3 ປະເທດດັ່ງກ່າວ ໄດ້ຈາກ :

ພະແນກ ຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກຳ ແລະ ການຄ້າ

ໂທ/ແຟັກ : 021-450 255

ເວັບໄຊ້ : http://www.laotradeportal.gov.la

                http://www.ved.gov.ru

ອີເມວ  : [email protected], [email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.