ຊ່ວຍເຫຼືອ


ດັດສະນີ

ການເຂົ້າສູ່ເວັບໄຊທ໌

ການນໍາໃຊ້ເສັ້ນທາງລັດເພື່ອເຂົ້າສູ່ເວັບໄຊທ໌

ພາສາ

ການບໍລິການຂໍ້ມູນສາທາລະນະ ແລະ ການເປັນສະມາຊິກ

ຄົ້ນຫາຂໍ້ມູນໃນເວັບໄຊທ໌ທັງໝົດ

ປະກາດແຈ້ງການ

ຂ່າວສານ

ປະຊາສໍາພັນດ້ານຂໍ້ມູນຂ່າວສານ

ກິດຈະກໍາຕ່າງໆ

ຄົ້ນຫາຂໍ້ມູນທາງດ້ານການຄ້າ

       ຄົ້ນຫາຂໍ້ມູນເອກະສານນິຕິກໍາ

       ຄົ້ນຫາຂໍ້ມູນກ່ຽວກັບ ສິນຄ້າ

       ຄົ້ນຫາຂໍ້ມູນກ່ຽວກັບ ລະບຽບການຕ່າງໆ

       ຄົ້ນຫາຂໍ້ມູນກ່ຽວກັບ ແບບຟອມຕ່າງໆ

       ຊອກຫາຂໍ້ມູນກ່ຽວກັບ ມາດຕະການ

ວິທີການດາວໂຫລດ ແລະ ພິມເອກະສານ

ຖາມ - ຕອບ

ວິທີຕິດຕໍ່ພວກເຮົາ

ວິທີສົ່ງຄໍາຄິດຄໍາເຫັນຫາພວກເຮົາ


ການເຂົ້າສູ່ເວັບໄຊທ໌

ເວັບໄຊທ໌ນີ້ສາມາດເຂົ້ານໍາໃຊ້ໄດ້ງ່າຍດາຍ. ເມນູທາງເລືອກແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງ. ທ່ານສາມາດນໍາໃຊ້ເມນູດ້ານລຸ່ມນີ້:

  • ດ້ານເທິງຂອງປ້າຍ (ເມນູດ້ານເທິງສຸດ)
  • ພາຍໃຕ້ປ້າຍດ້ານເທິງ (ເມນູຫຼັກ);
  • ເລື່ອນລົງມາດ້ານຂວາຂອງໜ້າເວັບ (ເມນູດ້ານຂ້າງ);
  • ທາງດ້ານລູ່ມຂອງໜ້າເວັບ (ເມນູດ້ານລຸ່ມ).

ພຽງກົດທາງເລືອກແຕ່ລະອັນເພື່ອເຂົ້າສູ່ໜ້າເວັບທີ່ຕ້ອງການ. ທາງເລືອກດັ່ງກ່າວແມ່ນຈະປະກົດຢູ່ແຕ່ລະໜ້າຂອງເວັບໄຊທ໌.

ໃນເວັບໄຊທ໌ ທ່ານຈະເຫັນຈຸດເຊື່ອມໂຍງ (Link) ເພື່ອໄປສູ່ໜ້າອື່ນໆໃນເວັບໄຊທ໌ ຫຼື ເວັບໄຊທ໌ອື່ນ. ການເຊື່ອມໂຍງເຫລົ່ານີ້ຈະມີຈຸດເດັ່ນເປັນສີຟ້າ ແລະ ຂີດກ້ອງ. ກົດໃສ່ບ່ອນເຊື່ອມໂຍງ (Link) ເພື່ອໄປສູ່ຫົວຂໍ້ທີ່ກ່ຽວຂ້ອງ. ຖ້າການເຊື່ອມໂຍງເຂົ້າຫາເວັບໄຊທ໌ອື່ນ ການເຊື່ອມໂຍງດັ່ງກ່າວແມ່ນຈະເປີດໜ້າຕ່າງຕ່າງຫາກ. ຂ້າງເທິງ


ການນໍາໃຊ້ເສັ້ນທາງລັດເພື່ອເຂົ້າສູ່ເວັບໄຊທ໌

ຖ້າທ່ານຕ້ອງການເຂົ້າຫາໜ້າເວັບໄຊທ໌ສະເພາະໃຫ້ເລືອກ ແຜນຜັງເວັບໄຊທ໌ ຢູ່ເມນູດ້ານລຸ່ມ. ລໍາດັບຂັ້ນຂອງແຕ່ລະໜ້າໃນເວັບໄຊທ໌ ແມ່ນສະແດງໃຫ້ເຫັນເປັນຮູບພາບ ແລະ ທ່ານສາມາດກົດໃສ່ການເຊື່ອມໂຍງໄດ້ໂດຍກົງໄປເພື່ອຫາໜ້າທີ່ຕ້ອງການ. ຂ້າງເທິງ


ພາສາ

ເວັບໄຊທ໌ນີ້ມີທັງພາສາອັງກິດ ແລະ ພາສາລາວ. ບໍ່ວ່າທ່ານຈະຢູ່ໃນໜ້າໃດຂອງເວັບໄຊທ໌ ທ່ານຈະເຫັນຢູ່ກ້ອງ ເມນູຫຼັກ ທາງດ້ານຂວາມື, ມີທາງເລືອກເປັນສີແດງເພື່ອປ່ຽນໄປເປັນພາສາອື່ນ. ກົດໃສ່ທາງເລືອກນັ້ນ ຈະພາທ່ານໄປສູ່ ໜ້າດຽວກັນ ຂອງອີກພາສາໜຶ່ງ. ຂ້າງເທິງ


ການບໍລິການຂໍ້ມູນສາທາລະນະ ແລະ ການເປັນສະມາຊິກ

ຂໍ້ມູນທັງໝົດທີ່ປະກົດໃນເວັບໄຊທ໌ນີ້ ແມ່ນບໍ່ເສຍຄ່າໃຊ້ຈ່າຍໃນການເຂົ້າເບິ່ງ.

ເຖິງຢ່າງໃດກໍ່ຕາມ, ຜູ້ນໍາໃຊ້ສາມາດລົງທະບຽນເປັນສະມາຊິກ ເພື່ອຈະໄດ້ຮັບສິດທິປະໂຫຍດຈາກການບໍລິການເສີມ. ເບິ່ງ ບໍລິການເປັນສະມາຊິກ ເພື່ອຮຽນຮູ້ວີທີການລົງທະບຽນ. ຂ້າງເທິງ


ຄົ້ນຫາຂໍ້ມູນໃນເວັບໄຊທ໌ທັງໝົດ

ສິ່ງອໍານວຍຄວາມສະດວກໃນການຊອກຫາ (ຄົ້ນຫາໃນເວັບໄຊທ໌) ແມ່ນປະກົດໃນທຸກໆໜ້າຂອງເວັບໄຊທ໌ທີ່ ເມນູດ້ານຂ້າງ

ທ່ານສາມາດພິມຄໍາສັບໃດໆ, ຄໍາສັບບາງສ່ວນ ຫຼື ທັງໝົດ ເພື່ອຊອກຫາເນື້ອໃນທັງໝົດຂອງເວັບໄຊທ໌. ຜົນໄດ້ຮັບຂອງການຄົ້ນຫານັ້ນ ແມ່ນຈະປະກົດເປັນບັນຊີລາຍການ ແລະ ທ່ານສາມາດກົດໃສ່ຜົນໄດ້ຮັບແຕ່ລະອັນເພື່ອໄປຫາຫົວຂໍ້ທີ່ກ່ຽວຂ້ອງ. 

ຖ້າທ່ານຕ້ອງການຊອກຫາດ້ວຍຄໍາສັບຫຼັກຫຼາຍກວ່າໜຶ່ງຄໍາສັບ, ທ່ານຕ້ອງແຍກຄໍາສັບນັ້ນດ້ວຍເຄື່ອງໝາຍຈຸດ (,). ຖ້າທ່ານຕ້ອງການຊອກຫາປະໂຫຍກ ຫຼື ຄໍາສັບຫຼັກສະເພາະຫຼາຍຄໍາລວມກັນ ທ່ານຕ້ອງພິມຄໍາສັບທັງໝົດນັ້ນໃນເຄື່ອງໝາຍວົງຢືມ (“”).

ຕົວຢ່າງ: ຖ້າທ່ານພິມຄໍາວ່າ: ຊາ, ກາເຟ ໃນຫ້ອງຄົ້ນຫາຂໍ້ມູນ ລະບົບຈະຄົ້ນຫາເອກະສານທັງໝົດທີ່ມີຄໍາສັບ ຫຼື ສ່ວນໜຶ່ງຂອງຄໍາສັບ ຊາ ຫຼື ກາເຟ. ແຕ່ຖ້າວ່າທ່ານພິມ “ຊາ ແລະ ກາເຟ”, ລະບົບຈະຊອກຫາຄໍາສັບລວມສະເພາະດັ່ງກ່າວນັ້ນ.

ໃນແຕ່ລະໜ້າ ທ່ານສາມາດຊອກຫາແບບຄໍາສັບສະເພາະ, ປະໂຫຍກ ຫຼື ຄໍາສັບຫຼາຍຄໍາລວມກັນ ໂດຍການພິມ   CONTROL-F ແລະ ພິມຄໍາສັບທີ່ຕ້ອງການໃນຫ້ອງຊອກຫາຂໍ້ມູນ.

ລະບົບຈະທາສີຄໍາສັບດັ່ງກ່າວທີ່ພົບເຫັນໃນທັງໝົດຂອງໜ້າ. ຂ້າງເທິງ


ປະກາດ

ປະກາດຫຼ້າສຸດ ແມ່ນຈະປະກົດໃນໜ້າທໍາອິດ. ທ່ານສາມາດເບິ່ງລາຍການທັງໝົດຂອງການປະກາດ ໂດຍການກົດ ເພີ່ມເຕີມ >> ຫຼື ກົດໃສ່ ເມນູປະກາດ ຢູ່ເມນູດ້ານເທິງຖັດລົງມາ ໂດຍການຊີ້ເມົ້້າໃສ່ ກະດານຂ່າວ ຈະປາກົດເມນູ ປະກາດ ໃຫ້ທ່ານກົດ.

ໃນໜ້າ ປະກາດ ທ່ານສາມາດເລືອກຄົ້ນຫາປະກາດສະເພາະ ດ້ວຍການພິມຄໍາສັບຫຼັກ, ໝວດໝູ່ ແລະ  ໄລຍະເວລາຂອງເອກະສານ. ຖ້າທ່ານຕ້ອງການຊອກຫາດ້ວຍປະເພດ, ພຽງໃຊ້ ເມນູລາຍການເລືອກເພື່ອເລືອກປະເພດທີ່ຕ້ອງການ.

ຜົນຂອງການຄົ້ນຫາຈະປະກົດເປັນລາຍການ. ກົດໃສ່ລາຍການທີ່ຕ້ອງການເພື່ອເບິ່ງຂໍ້ມູນເພິ່ມເຕີມ. ຂ້າງເທິງ


ຂ່າວສານ

ຂ່າວສານລ່າສຸດແມ່ນປະກົດໃນໜ້າທໍາອິດ. ທ່ານສາມາດເບິ່ງລາຍການຂ່າວສານທັງໝົດ ດ້ວຍການກົດໃສ່ເພີ່ມ ເຕີມ >> ຫຼື ກົດໃສ່ທາງເລືອກ ຂ່າວສານ ຢູ່ ເມນູດ້ານຂ້າງ.

ໃນໜ້າຂ່າວສານ ທ່ານສາມາດເລືອກຄົ້ນຫາຂ່າວສານສະເພາະ ດ້ວຍການພິມຄໍາສັບຫຼັກ, ໝວດໝູ່ ແລະ ໄລຍະເວລາ. ຖ້າທ່ານຕ້ອງການຊອກຫາດ້ວຍປະເພດ, ພຽງໃຊ້ ເມນູລາຍການເລືອກເພື່ອເລືອກປະເພດທີ່ຕ້ອງການ.

ຜົນຂອງການຄົ້ນຫາ ຈະປະກົດເປັນລາຍການ. ກົດໃສ່ລາຍການທີ່ຕ້ອງການເພື່ອເບິ່ງຂໍ້ມູນເພີ່ມເຕີມ. ຂ້າງເທິງ


ປະຊາສໍາພັນຂໍ້ມູນຂ່າວສານ

ໜ້າປະຊາສໍາພັນຂໍ້ມູນຂ່າວສານ ນໍາທ່ານເຂົ້າສູ່ເພື່ອຄົ້ນຫາຂໍ້ມູນທີ່ເປັນລະບົບອອນໄລ (ເຊັ່ນ: ວາລະສານ, ໃບແຈ້ງຂ່າວ, ແຜ່ນພັບ ແລະ ອື່ນໆ).

ທ່ານມີທາງເລືອກໃນການຄົ້ນຫາຂໍ້ມູນຂ່າວສານສະເພາະ ດ້ວຍການພິມຄໍາສັບຫຼັກ, ດ້ວຍໝວດໝູ່ ແລະ ດ້ວຍໄລ ຍະເວລາ. ຖ້າທ່ານຕ້ອງການຄົ້ນຫາດ້ວຍປະເພດ ພຽງໃຊ້ເມນູລາຍການເລືອກເພື່ອເລືອກປະເພດທີ່ຕ້ອງການ.

ຜົນການຄົ້ນຫາຈະປະກົດເປັນລາຍການ. ກົດໃສ່ລາຍການທີ່ຕ້ອງການເພື່ອເບິ່ງຂໍ້ມູນເພີ່ມເຕີມ ກ່ຽວກັບຂ່າວສານນັ້ນ ຫຼື ກົດໃສ່ເຄື່ອງໝາຍ PDF ເພື່ອດາວໂຫລດ. ຂ່າວສານຈະຖືກດາວໂຫລດ ໃນຮູບແບບ PDF ໃນໜ້າຕ່າງໃໝ່ ແລະ ທ່ານສາມາດພິມອອກ ຫຼື ບັນທຶກໃນ ຄອມພິວເຕີຂອງທ່ານໂດຍການກົດເບື້ອງຂວາໃສ່ລາຍການດັ່ງກ່າວ. ຂ້າງເທິງ


ກິດຈະກໍາ  

ສັງລວມບັນດາກິດຈະກໍາທີ່ເກີດຂຶ້ນ ຈະປະກົດຢູ່ໜ້າທໍາອິດ ໃນເມນູດ້ານຂ້າງ. ທ່ານສາມາດເບິ່ງລາຍການທັງໝົດຂອງກິດຈະກໍາປະຈຸບັນ ແລະ ໃນອະດີດທີ່ຜ່ານມາດ້ວຍການກົດໃສ່ ເພີ່ມເຕີມ >>.

ໃນໜ້າກິດຈະກໍາ ທ່ານມີທາງເລືອກໃນການຄົ້ນຫາກິດຈະກໍາໃນປະຈຸບັນ ແລະ ໃນອະດີດທີ່ຜ່ານມາ ດ້ວຍການພິມຄໍາສັບຫຼັກ, ປະເພດ ແລະ ໄລຍະເວລາທີ່ທ່ານຕ້ອງການ. ຖ້າທ່ານຕ້ອງການຄົ້ນຫາຂໍ້ມູນແບບໝວດໝູ່ ພຽງໃຊ້ເມນູລາຍການເລືອກເພື່ອເລືອກປະເພດທີ່ຕ້ອງການ.

ຜົນຂອງການຄົ້ນຫາ ຈະປະກົດເປັນລາຍການ. ກົດໃສ່ລາຍການທີ່ຕ້ອງການເພື່ອເບິ່ງຂໍ້ມູນເພີ່ມເຕີມ. ຂ້າງເທິງ


ຄົ້ນຫາຂໍ້ມູນທາງດ້ານການຄ້າ

ຄົ້ນຫາຂໍ້ມູນເອກະສານນິຕິກໍາ

ເວັບໄຊທ໌ນີ້ ມີບັນຊີຂໍ້ມູນທາງນິຕິກໍາທັງໝົດທີ່ກ່ຽວຂ້ອງກັບການຄ້າ. ໃນນີ້ລວມມີບັນດາກົດໝາຍ, ດໍາລັດ, ລະບຽບ ການ ແລະ ເຄື່ອງມືດ້ານນິຕິກໍາອື່ນໆທີ່ຕິດພັນກັບການບັງຄັບໃຊ້ກົດໝາຍ.

ທ່ານສາມາດຄົ້ນຫາເອກະສານນິຕິກໍາສະເພາະດ້ວຍການເລືອກຄົ້ນຫ້າໃນເມນູ ຊອກຫາເອກະສານນິຕິກໍາ ຢູ່ເມນູ ດ້ານຂ້າງ.

ໃນໜ້ານີ້ທ່ານມີທາງເລືອກ ໃນການຄົ້ນຫາເອກະສານນິຕິກໍາສະເພາະ ດ້ວຍການພິມຄໍາສັບສໍາຄັນ, ປະເພດ (ເຊັ່ນ: ນໍາເຂົ້າ, ສົ່ງອອກ, SPS,ອື່ນໆ), ດ້ວຍການພິມໝວດໝູ່ (ເຊັ່ນ: ກົດໝາຍ, ດໍາລັດ, ຂໍ້ຕົກລົງ, ອື່ນໆ), ດ້ວຍການພິມຊື່ອົງການທີ່ຮັບຜິດຊອບອອກ ເອກະສານນິຕິກໍາດັ່ງກ່າວ ແລະ ດ້ວຍການຊອກຫາແບບໄລຍະເວລາ. ຖ້າທ່ານຊອກຫາໂດຍໝວດໝູ່, ປະເພດ ແລະ/ຫຼື ອົງການ ພຽງແຕ່ໃຊ້ເມນູຕ່າງໆເພື່ອເລືອກປະເພດທີ່ຕ້ອງການ.

ຜົນໄດ້ຮັບຈາກການຄົ້ນຫາຈະປະກົດໃຫ້ເຫັນເປັນລາຍການ. ກົດໃສ່ລາຍການທີ່ຕ້ອງການເພື່ອເຂົ້າຫາຂໍ້ມູນເອກະ ສານເຕັມ ຫຼື ກົດໃສ່ PDF ເພື່ອດາວໂຫລດເອກະສານໃນຮູບແບບ PDF. ຖ້າທ່ານເລືອກດາວໂຫລດຮູບແບບ PDF ມັນຈະເປີດໄປສູ່ໜ້າຕ່າງໃໝ່ ແລະ ທ່ານສາມາດພິມ ຫຼື ບັນທຶກເອກະສານໃນຄອມພິວເຕີດ້ວຍການກົດ ຂວາໃສ່ເອກະສານດັ່ງກ່າວ. ຂ້າງເທິງ

ຄົ້ນຫາຂໍ້ມູນກ່ຽວກັບຜະລິດຕະພັນ

ເວັບໄຊທ໌ນີ້ ບັນຈຸຂໍ້ມູນກ່ຽວກັບ ການຈັດໝວດລະຫັດອັດຕາພາສີຜະລິດຕະພັນ (HS) ປະເພດຕ່າງໆທີ່ນໍາໃຊ້ຢູ່ໃນ ສປປ ລາວ.

ໂດຍການນໍາໃຊ້ ເຄື່ອງມື ຄົ້ນຫາຜະລິດຕະພັນ ໃນເມນູດ້ານຂ້າງ ທ່ານສາມາດເບິ່ງອັດຕາພາສີທີ່ນໍາໃຊ້ສໍາ ລັບແຕ່ລະຜະລິດຕະພັນ, ມາດຕະການສະພາະທີ່ນໍາໃຊ້ກັບແຕ່ລະຜະລິດຕະພັນ (ເຊັ່ນ: SPS, ມາດຕະຖານ ດ້ານເຕັກນິກ) ແລະ ສິ່ງທີ່ເປັນຂັ້ນຕອນສະເພາະທີ່ຕ້ອງໄດ້ປະຕິບັດໃນການນໍາເຂົ້າ ຫຼື ສົ່ງອອກຜະລິດຕະ ພັນດັ່ງກ່າວ, ຖ້າມີ.

ການຈັດໝວດລະຫັດອັດຕາພາສີຜະລິດຕະພັນຂອງສປປ ລາວ ແມ່ນສອດຄ່ອງກັບລະບົບອັດຕາພາສີເອກະພາບອາຊຽນ (ASEAN Harmonized Tariff Nomenclature (AHTN)) ທີ່ມີຮູບແບບໂຄງສ້າງດັ່ງນີ້:

 

ລະຫັດຫລັກ

 

 

 

 

ໝວດ ສິນຄ້າ

ລະຫັດໝູ່

ສິນຄ້າ

 

ລະຫັດຫຼັກຍ່ອຍ

 

 

ລະຫັດ

ລາຍການໝວດສິນຄ້າ

XX

 

 

 

ລາຍລະອຽດຂອງລະຫັດໝວດສິນຄ້າ

XX

XX

 

 

ລາຍລະອຽດຂອງລະຫັດໝູ່ສິນຄ້າ

XX

XX

XX

 

ລາຍລະອຽດຂອງລະຫັດຫຼັກຍ່ອຍ

XX

XX

XX

XX

ລາຍລະອຽດຂອງຜະລິດຕະພັນ

ໃນໜ້າ ຄົ້ນຫາຜະລິດຕະພັນ ທ່ານສາມາດເຫັນຜະລິດຕະພັນ ດ້ວຍລະຫັດ HS ຫຼື ດ້ວຍການພິມຄໍາສັບສໍາຄັນ ຫຼື ກຸ່ມຄໍາສັບສໍາຄັນ ຫຼື ທັງສອງຢ່າງ. ນໍາໃຊ້ເມນູລາຍການເລືອກເພື່ອເລືອກປະເພດການຄົ້ນຫາທີ່ທ່ານຕ້ອງການ.

ຖ້າທ່ານນໍາໃຊ້ເຄື່ອງຄົ້ນຫາແບບຄໍາສັບທີ່ສໍາຄັນ, ພຽງພິມບັນດາຄໍາສັບທີ່ທ່ານຕ້ອງການລົງ. ລະບົບຈະຄົ້ນຫາກຸ່ມຄໍາສັບເຫລົ່ານັ້ນໂດຍລະອຽດຂອງແຕ່ລະໝວດລະຫັດຫລັກ, ລະຫັດເຄົ້າຍ່ອຍ, ລະຫັດຫຼັກ ແລະ ລະຫັດຜະລິດ ຕະພັນ. ລະບົບຈະຄົ້ນຫາທັງກຸ່ມຄໍາສັບທັງໝົດ ແລະ ບາງສ່ວນຂອງກຸ່ມຄໍາສັບດັ່ງກ່າວ. ຕົວຢ່າງ: ຖ້າທ່ານຊອກຫາຄໍາວ່າ “ຊາ”, ລະບົບຈະປະມວນຜົນໄດ້ຮັບດັ່ງລຸ່ມນີ້:

0902 -  ຊາ ເຖິງວ່າຈະປຸງແຕ່ງ ຫລື ບໍ່ ກໍ່ຕາມ

1503 – ນໍ້າມັນໝູ,  stearin or oleostearin

ອື່ນໆ…

ຖ້າທ່ານຕ້ອງການຄົ້ນຫາດ້ວຍຄໍາສັບຫຼາຍກວ່າໜຶ່ງຄໍາ, ທ່ານຕ້ອງແຍກຄໍາສັບອອກຈາກກັນດ້ວຍການຕື່ມໝາຍຈຸດ,ເຊັ່ນ: “ຊາ, ກາເຟ” ຜົນໄດ້ຮັບຈະປະກົດດັ່ງລຸ່ມນີ້:

0901 – ກາເຟ ເຖິງງວ່າຈະຂົ້ວ ຫລື ບໍ່ ກໍ່ຕາມ…

0902 – ຊາ ເຖິງວ່າຈະປຸງແຕ່ງ ຫລື ບໍ່ ກໍ່ຕາມ

ອື່ນໆ….

ຖ້າທ່ານໃຊ້ເຄື່ອງມືຄົ້ນຫາ ລະຫັດ HS, ທ່ານອາດຈະຄົ້ນຫາຜະລິດຕະພັນໃດໜຶ່ງດ້ວຍລະຫັດ HS 8 ຕົວເລກ, ຖ້າວ່າທ່ານຮູ້ຈັກລະຫັດສິນຄ້ານັ້ນແລ້ວ, ພຽງພິມລະຫັດດັ່ງກ່າວໃນຫ້ອງຄົ້ນຫາ. ລະບົບຈະສະແດງໃຫ້ເຫັນຂໍ້ມູນທັງໝົດຂອງລະຫັດຜະລິດຕະພັນດັ່ງກ່າວ, ຖ້າຫາກການຄົ້ນຫານັ້ນສາມາດຊອກເຫັນ.

ອີກທາງເລືອກໜຶ່ງ, ທ່ານສາມາດພິມ 2 ຕົວເລກ (ໝວດສິນຄ້າ), 4 ຕົວເລກ (ລະຫັດໝູ່ສິນຄ້າ) ຫຼື 6 ຕົວເລກ (ລະຫັດຫຼັກ) ໃນຫ້ອງຄົ້ນຫາ. ລະບົບຈະສະແດງໃຫ້ເຫັນລະຫັດທັງໝົດທີ່ທ່ານພິມເຂົ້າ. ຕົວຢ່າງ: ຖ້າທ່ານພິມຕົວເລກ “0101” ລະບົບຈະປະກົດຜົນດັ່ງນີ້:  

0101 – ມ້າທີ່ມີຊີວິດ, asses, ລໍ ແລະ  hinnies

        + 010110 – Pure-bred breeding animals

        + 010190 - ອື່ນໆ

ຖ້າທ່ານກົດໃສ່ສັນຍາລັກ “+” ເພື່ອຂະຫຍາຍຄວາມຂອງລະຫັດຫຼັກເພື່ອໃຫ້ເຫັນລະຫັດຜະລິດຕະພັນທັງໝົດຂອງຜະລິດຕະພັນທັງໝົດພາຍໃຕ້ໝວດດັ່ງກ່າວ. ຕົວຢ່າງ: ຖ້າທ່ານກົດໃສ່ສັນຍາລັກ “+” ຂອງ “010190” ລະບົບຈະປະກົດຜົນດັ່ງນີ້:

0101 – ມ້າທີ່ມີຊີວິດ, asses, ລໍ ແລະ  hinnies

        + 010110 – Pure-bred breeding animals

        + 010190 – ອື່ນໆ

                  -  01019030 - ມ້າ

                   - 01019090 - ອື່ນໆ

ຫຼັງຈາກນັ້ນທ່ານສາມາດເລືອກຜະລິດຕະພັນສະເພາະທີ່ຕ້ອງການດ້ວຍການກົດໃສ່ໂຕນັ້ນ.

ເມື່ອທ່ານເລືອກຜະລິດຕະພັນໃດໜຶ່ງແລ້ວ ລະບົບຈະສະແດງໃຫ້ເຫັນຂໍ້ມູນທັງໝົດທີ່ກ່ຽວກັບຜະລິດຕະພັນດັ່ງກ່າວ.

ຖ້າມີມາດຕະການສະເພາະຕໍ່ກັບຜະລິດຕະພັນ ລະບົບຈະສະແດງໃຫ້ເຫັນບັນດາມາດຕະການເຫລົ່ານັ້ນ ພ້ອມທັງຂໍ້ມູນອ້າງອີງ ເພື່ອເປັນເຄື່ອງມືປະຕິບັດຕາມລະບຽບການ. ທ່ານສາມາດກົດໃສ່ຂໍ້ມູນອ້າງອີງເຄື່ອງມືດ້ານນິຕິກໍາດັ່ງ ກ່າວເພື່ອເບິ່ງເອກະສານນິຕິກໍາທັງໝົດ.

ຖ້າມີມາດຕະການສະເພາະທີ່ນໍາໃຊ້ຕໍ່ກັບຜະລິດຕະພັນ, ລະບົບຈະສະແດງໃຫ້ເຫັນລາຍການລະອຽດຂອງລະບຽບການຂັ້ນຕອນເຫລົ່ານັ້ນ. ດ້ວຍການກົດໃສ່ລາຍການດັ່ງກ່າວ, ທ່ານຈະສາມາດເບິ່ງລະບຽບການຂັ້ນຕອນທັງໝົດ. ທ່ານມີທາງເລືອກ:

  • ເບິ່ງລະບຽບການຂອງຂັ້ນຕອນທັງໝົດ ພ້ອມທັງແບບຟອມສະເພາະທີ່ຕ້ອງການຕື່ມຂໍ້ມູນໃສ່ຕາມລະບຽບການ
  • ເບິ່ງລະບຽບການຂອງຂັ້ນຕອນທັງໝົດ ພ້ອມທັງລາຍການຂອງຜະລິດຕະພັນອື່ນໆທີ່ທາງລະບຽບການດັ່ງກ່າວໄດ້ນໍາໃຊ້

ລະບຽບການດັ່ງກ່າວຈະປະກົດໃຫ້ເຫັນເປັນຮູບພາບແຜນວາດຂອງແຕ່ລະຂັ້ນຕອນທີ່ຕ້ອງປະຕິບັດຕາມລະບຽບການ. ຂ້າງເທິງ

ຄົ້ນຫາຂໍ້ມູນກ່ຽວກັບລະບຽບການຕ່າງໆ

ຖ້າທ່ານຕ້ອງການຊອກຫາວ່າລະບຽບການໃດທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບລະບຽບນິຕິກໍາຕ່າງໆທີ່ຕິດພັນກັບການຄ້າ, ທ່ານສາມາດນໍາໃຊ້ເຄື່ອງມືຄົ້ນຫາ ດ້ວຍການກົດໃສ່ທາງເລືອກ ລະບຽບຂັ້ນຕອນ ຢູ່ເມນູດ້ານຂ້າງ.

 ໃນໜ້ານີ້ ທ່ານມີທາງເລືອກໃນການຄົ້ນຫາລະບຽບການນິຕິກໍາສະເພາະ ດ້ວຍການພິມຄໍາສັບສໍາຄັນ ຫຼື ໝວດໝູ່ (ເຊັ່ນ: ນໍາເຂົ້າ,ສົ່ງອອກ,ຜ່ານແດນ,ອື່ນໆ). ຖ້າທ່ານຕ້ອງການຄົ້ນຫາແບບໝວດໝູ່, ພຽງໃຊ້ເມນູລາຍການເລືອກ ເພື່ອເລຶອກສິ່ງທີ່ຕ້ອງການ.

 ຜົນໄດ້ຮັບຈາກການຄົ້ນຫາ ຈະປະກົດໃຫ້ເຫັນເປັນລາຍການ. ກົດໃສ່ລາຍການທີ່ຕ້ອງການເພື່ອເຂົ້າຫາຂໍ້ມູນເຕັມຂອງລະບຽບດັ່ງກ່າວ. ທ່ານມີທາງເລືອກດັ່ງນີ້:

  • ເບິ່ງລະບຽບການທັງໝົດ ພ້ອມທັງແບບຟອມສະເພາະທີ່ຕ້ອງປະກອບຂໍ້ມູນໃສ່ໃຫ້ຖືກຕ້ອງຕາມລະບຽບການ
  • ເບິ່ງລະບຽບການທັງໝົດ ພ້ອມທັງລາຍການສິນຄ້າທັງໝົດທີ່ລະບຽບການດັ່ງ ກ່າວໄດ້ນໍາໃຊ້

ລະບຽບການດັ່ງກ່າວຈະປະກົດໃຫ້ເຫັນເປັນຮູບພາບແຜນວາດຂອງແຕ່ລະຂັ້ນຕອນຂອງລະບຽບການ. ຂ້າງເທິງ

ຄົ້ນຫາຂໍ້ມູນກ່ຽວກັບແບບຟອມຕ່າງໆ

ຖ້າທ່ານຕ້ອງການຊອກຫາວ່າມີລະບຽບການໃດ ຫຼື ສໍາລັບ ສິນຄ້າໃດທີ່ຕ້ອງໃຊ້ແບບຟອມຮູບສະເພາະແບບໃດ, ທ່ານສາມາດນໍາໃຊ້ເຄື່ອງມືຄົ້ນຫາ ດ້ວຍການກົດໃສ່ ແບບຟອມ ຢູ່ເມນູດ້ານຂ້າງ.

ໃນໜ້ານີ້ ທ່ານມີທາງເລືອກໃນການຄົ້ນຫາແບບຟອມສະເພາະ ດ້ວຍພິມຄໍາສັບສໍາຄັນ, ດ້ວຍການພິມໝວດໝູ່ (ເຊັ່ນ: ນໍາເຂົ້າ, ສົ່ງອອກ, ອື່ນໆ), ດ້ວຍອົງການທີ່ຮັບຜິດຊອບໃນການອອກຟອມ ຫຼື ດ້ວຍໄລຍະເວລາຂອງການນໍາໃຊ້ຟອມ. ຖ້າທ່ານຕ້ອງການຄົ້ນຫາດ້ວຍໝວດໝູ່ ຫຼື ອົງການ, ພຽງໃຊ້ເມນູລາຍການເລືອກ ເພື່ອເລືອກຫາຂໍ້ມູນທີ່ຕ້ອງການ.

 ຜົນໄດ້ຮັບຈາກການຄົ້ນຫາຈະປະກົດເປັນລາຍການ. ກົດໃສ່ລາຍການທີ່ຕ້ອງການເພື່ອເຂົ້າຫາຂໍ້ມູນຮູບແບບເຕັມ ກ່ຽວກັບ ແບບຟອມ ຫຼື ດາວໂຫລດໄດ້ດ້ວຍການກົດໃສ່ PDF.

 ເມື່ອທ່ານກົດໃສ່ລາຍການເພື່ອເຂົ້າຫາຂໍ້ມູນນັ້ນ, ລະບົບຈະສະແດງໃຫ້ເຫັນຂໍ້ມູນທັງໝົດ ກ່ຽວກັບ ແບບຟອມ ລວມທັງລາຍລະ ອຽດຂັ້ນຕອນທີ່ແບບຟອມດັ່ງກ່າວຖືກນໍາໃຊ້. ທ່ານສາມາດຂະຫຍາຍໃຫ້ເຫັນແຕ່ລະຂັ້ນຕອນໃນລາຍການ ດ້ວຍການກົດໃສ່ທາງເລືອກ ດັ່ງນີ້:

  • ລະບຽບການທັງໝົດ ພ້ອມທັງແບບຟອມສະເພາະທີ່ຕ້ອງປະກອບຂໍ້ມູນໃສ່ໃຫ້ຖືກຕ້ອງຕາມລະບຽບການ
  • ເບິ່ງລະບຽບການທັງໝົດ ພ້ອມທັງລາຍການສິນຄ້າທັງໝົດທີ່ລະບຽບການດັ່ງກ່າວນໍາໃຊ້

ລະບຽບການຂັ້ນຕອນ ຈະປະກົດໃຫ້ເຫັນເປັນຮູບພາບແຜນວາດຂອງແຕ່ລະຂັ້ນຕອນຂອງລະບຽບການ. ຂ້າງເທິງ

ຄົ້ນຫາຂໍ້ມູນກ່ຽວກັບມາດຕະການຕ່າງໆ

ມາດຕະການແມ່ນຂໍ້ຫ້າມ, ຂໍ້ຈໍາກັດ ຫຼື ເງື່ອນໄຂສະເພາະ ທີ່ວາງໃສ່ການນໍາເຂົ້າ ຫຼື ສົ່ງອອກສິນຄ້າສະເພາະໃດໜຶ່ງ. ມາດຕະການນີ້ແມ່ນຕິດພັນກັບເງື່ອນໄຂຈໍາກັດທາງສຸຂະນາໄມ/ສຸຂະນາໄມພືດ (ພາຍໃຕ້ສົນທິສັນຍາວ່າດ້ວຍສຸຂະນາໄມ-ສຸຂະນາໄມພືດ -SPS ຂອງອົງການການຄ້າໂລກ) ຫຼື ເງື່ອນໄຂເພື່ອຄວາມສອດຄ່ອງກັບມາດ ຕະຖານດ້ານເຕັກນິກ (ພາຍໃຕ້ສົນທິສັນຍາວ່າດ້ວຍເຕັກນິກທີ່ເປັນອຸປະສັກຕໍ່ການຄ້າ -TBT ຂອງອົງການການ ຄ້າໂລກ).

 ຖ້າທ່ານຕ້ອງການຊອກຫາມາດຕະການໃດທີ່ກໍາລັງນໍາໃຊ້ ແລະ ສິນຄ້າໃດທີ່ຕ້ອງປະຕິບັດຕາມເງື່ອນໄຂດັ່ງກ່າວ, ທ່ານສາມາດ ນໍາໃຊ້ເຄື່ອງມືຄົ້ນຫາ ດ້ວຍການກົດໃສ່ ມາດຕະການ ຢູ່ເມນູດ້ານຂ້າງ.

ໃນໜ້ານີ້ ທ່ານມີທາງເລືອກໃນການຄົ້ນຫາມາດຕະການສະເພາະ ດ້ວຍການພິມຄໍາສັບສໍາຄັນ, ໝວດໝູ່ (ເຊັ່ນ: ນໍາເຂົ້າ, ສົ່ງອອກ, ອື່ນໆ), ດ້ວຍອົງການຮັບຜິດຊອບໃນການອອກແບບຟອມ ຫຼື ດ້ວຍໄລຍະເວລາຂອງການນໍາໃຊ້ແບບຟອມ. ຖ້າທ່ານຕ້ອງການຄົ້ນຫາໂດຍໝວດໝູ່ ຫຼື ອົງການ,ພຽງໃຊ້ເມນູລາຍການເລືອກ ເພື່ອເລືອກຫາສິ່ງທີ່ຕ້ອງການ.

ຜົນໄດ້ຮັບຈາກການຄົ້ນຫາຈະປະກົດເປັນລາຍການ. ກົດໃສ່ລາຍການທີ່ຕ້ອງການເພື່ອເຂົ້າຫາຂໍ້ມູນຮູບແບບເຕັມ ກ່ຽວກັບ ແບບຟອມ ຫຼື ດາວໂຫລດໄດ້ດ້ວຍການກົດໃສ່ PDF.

ເມື່ອທ່ານກົດໃສ່ລາຍການເພື່ອເຂົ້າຫາຂໍ້ມູນນັ້ນ, ລະບົບຈະສະແດງໃຫ້ເຫັນຂໍ້ມູນທັງໝົດກ່ຽວກັບແບບຟອມ ລວມທັງ ລາຍລະອຽດຂັ້ນຕອນທີ່ແບບຟອມດັ່ງກ່າວນໍາໃຊ້. ທ່ານສາມາດຂະຫຍາຍໃຫ້ເຫັນແຕ່ລະຂັ້ນຕອນໃນລາຍການ ດ້ວຍການກົດໃສ່ທາງເລືອກ ດັ່ງນີ້:

  • ລະບຽບການທັງໝົດ ພ້ອມທັງແບບຟອມສະເພາະທີ່ຕ້ອງປະກອບຂໍ້ມູນໃສ່ໃຫ້ຖືກຕ້ອງຕາມລະບຽບການ
  • ເບິ່ງລະບຽບການທັງໝົດ ພ້ອມທັງລາຍການສິນຄ້າທັງໝົດທີ່ລະບຽບການດັ່ງກ່າວໄດ້ນໍາໃຊ້

ລະບຽບການຂັ້ນຕອນ ຈະປະກົດໃຫ້ເຫັນເປັນຮູບພາບແຜນວາດຂອງແຕ່ລະຂັ້ນຕອນຂອງລະບຽບການ. ຂ້າງເທິງ


ວິທີການດາວໂຫລດ ແລະ ພິມເອກະສານ

ໂດຍຜ່ານເວັບໄຊທ໌ດັ່ງກ່າວ ທ່ານມີທາງເລືອກໃນການດາວໂຫລດເອກະສານຕ່າງໆ ຫຼື ບາງເນື້ອໃນທີ່ທ່ານກໍາລັງເບິ່ງ. ຖ້າທ່ານເຫັນເປັນ PDF ທ່ານສາມາດກົດໃສ່ ແລະ ເອກະສານຈະປະກົດໃນໜ້າຕ່າງໃໝ່. ທ່ານສາມາດພິມ ຫຼື ບັນທຶກເອກະສານດັ່ງກ່າວໃສ່ໃນຄອມພິວເຕີ ດ້ວຍການໃຊ້ຄໍາສັ່ງເລືອກເອົາເອກະສານ. ບາງຄັ້ງເອກະສານ ຫຼື ບາງເນື້ອໃນທີ່ຕ້ອງການ ສາມາດດາວໂຫລດໄດ້ ດ້ວຍການກົດໃສ່ເຊື່ອມໂຍງ (Link).

 ເພື່ອດາວໂຫລດເອກະສານ ທ່ານຕ້ອງຕິດຕັ້ງໂປຼແກມ Adobe Reader ລ່າສຸດໃນຄອມພິວເຕີ. ທ່ານສາມາດດາວໂຫລດໂປຼແກມ Adobe Reader ລ່າສຸດ ໂດຍ ກົດທີ່ນີ້. ຂ້າງເທິງ


ວິທີຕິດຕໍ່ພວກເຮົາ

ຖ້າທ່ານຕ້ອງການສົ່ງຄໍາຖາມໄປຫາສູນຂໍ້ມູນຂ່າວສານທາງການຄ້າ, ທ່ານສາມາດໃຊ້ຮູບແບບຕິດຕໍ່ ໃນໜ້າ ຕິດຕໍ່ພວກເຮົາ ດ້ວຍການພິມລົງໃນຫ້ອງຂໍ້ຄວາມໃນດ້ານທີ່ຕ້ອງການສົ່ງ ຫຼື ທ່ານສາມາດສົ່ງອີເມວໂດຍກົງຫາອີເມວເຊ່ືອມໂຍງໃນເວັບໄຊທ໌.

ພາຍຫຼັງທີ່ທ່ານພິມຂໍ້ຄວາມແລ້ວ ທ່ານຕ້ອງພິມລະຫັດຢືນຢັນ ທີ່ສະແດງໃນໜ້າຈໍ. ລະຫັດແມ່ນສໍາຄັນ ເພື່ອປ້ອງກັນອີແມວອື່ນໆ ທີ່ບໍ່ໜ້າເຊື່ອຖືທີ່ສ້າງຂຶ້ນໂດຍອັດຕະໂນມັດຈາກລະບົບພາຍໃນຄອມພິວເຕີ. ຂ້າງເທິງ


ຖາມ - ຕອບ

ໃນໜ້າຖາມ-ຕອບ ທ່ານສາມາດເຫັນບັນຊີລາຍການຂອງຄໍາຖາມທັງໝົດທີ່ຖືກຖາມເລື້ອຍໆ. ຄໍາຖາມຕ່າງໆໄດ້ຖືກຈັດແບ່ງເປັນໝວດຕ່າງໆ. ທ່ານສາມາດເລືອກເອົາໝວດສະເພາະໃດໜຶ່ງ ດ້ວຍການນໍາໃຊ້ເມນູລາຍການ. ຂ້າງເທິງ


ວິທີການສົ່ງຄໍາຄິດຄໍາເຫັນຂອງທ່ານ

ພວກເຮົາມີຄວາມຍິນດີເປັນຢ່າງຍິ່ງ ຖ້າທ່ານປະກອບຄໍາຄິດຄໍາເຫັນຕໍ່ກັບເວັບໄຊທ໌ນີ້ ແລ້ວສົ່ງຫາພວກເຮົາເປັນແຕ່ລະໄລຍະ. ບັນດາຄໍາຄິດຄໍາເຫັນເຫລົ່ານັ້ນ ຈະຊ່ວຍໃຫ້ພວກເຮົານໍາມາປັບປຸງການບໍລິການໃນການສະໜອງຂໍ້ມູນໃຫ້ແກ່ທ່ານ. ຖ້າທ່ານຕ້ອງການສົ່ງຄໍາຄິດຄໍາເຫັນເຖິງພວກເຮົາ ກະລຸນາຕື່ມແບບຟອມໃນໜ້າ ຄໍາຄິດຄໍາເຫັນ ແລະ ເລືອກເອົາ ຫລື ຂຽນທຸກບັນຫາທີ່ຕ້ອງການສົ່ງຄໍາຄິດເຫັນ.

ພາຍຫຼັງທ່ານປະກອບຂໍ້ມູນໃນແບບຟອມແລ້ວ ທ່ານຕ້ອງພິມລະຫັດຢືນຢັນທີ່ສະແດງໃນໜ້າຈໍ. ລະຫັດແມ່ນສໍາຄັນ ເພື່ອປ້ອງກັນເມວອື່ນໆທີ່ບໍ່ໜ້າເຊື່ອຖືທີ່ສ້າງຂຶ້ນໂດຍອັດຕະໂນມັດຈາກລະບົບພາຍໃນຄອມພິວເຕີ. ຂ້າງເທິງ

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.