ເງື່ອນໄຂການນໍາໃຊ້

ເວັບໄຊທ໌ນີ້ໄດ້ຮັບການຄຸ້ມຄອງ ໂດຍກະຊວງອຸດສາຫະກໍາ ແລະ ການຄ້າ (ກົມການນໍາເຂົ້າ-ສົ່ງອອກ) ໃນນາມ ຂອງລັດຖະບານແຫ່ງ ສປປ ລາວ.

ຈຸດປະສົງຂອງເວັບໄຊທ໌ນີ້ ແມ່ນເພື່ອສະໜອງຂໍ້ມູນຂ່າວສານອອກສູ່ ສາທາລະນະຊົນກ່ຽວກັບບັນດາກົດໝາຍ, ລະ ບຽບການ ແລະ ຫົວຂໍ້ຕ່າງໆທີ່ເປັນປະໂຫຍດ ທີ່ພົວພັນເຖິງການນໍາເຂົ້າສິນຄ້າສູ່ ສປປ ລາວ ແລະ ສົ່ງອອກສິນ ຄ້າຈາກ ສປປ ລາວ. ຂໍ້ມູນຕ່າງໆທີ່ຢູ່ໃນ ເວັບໄຊທ໌ນີ້ແມ່ນສາມາດນໍາໃຊ້ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ.

ເວັບໄຊທ໌ ແລະ ການນໍາໃຊ້ນີ້ ແມ່ນໄດ້ຮັບການຄຸ້ມຄອງພາຍໃຕ້ກົດໝາຍຂອງ ສປປ ລາວ.

 ຄໍາປະຕິເສດ

ໃນເວັບໄຊທ໌ພວກເຮົານໍາເອົາຂໍ້ມູນທີ່ກ່ຽວຂ້ອງລົງ ຫລື ທັງຂໍ້ມູນຈາກບັນດາໜ່ວຍງານລັດຖະບານ ຫຼື ສະຖາບັນອື່ນ ໆ. ພວກເຮົາບໍ່ລົດລະຄວາມພະຍາຍາມເພື່ອ ຮັບປະກັນວ່າເນື້ອໃນຂໍ້ມູນຕ່າງໆ ໃນເວັບໄຊທ໌ແມ່ນມີຄວາມຖືກຕ້ອງ ແລະ ກ່ຽວຂ້ອງ. ເຖິງຢ່າງໃດກໍ່ຕາມ, ຂໍ້ມູນຕ່າງໆອາດມີການປ່ຽນແປງ ແລະ ພວກເຮົາບໍ່ສາມາດຮັບປະກັນໄດ້ວ່າ ເນື້ອໃນຂໍ້ມູນນັ້ນຈະຖືກຕ້ອງສະເໝີ ແລະ ທັນກັບສະພາບການໄດ້ຕະຫລອດໄປ.

ຂໍ້ມູນທີ່ບັນຈຸໃນເວັບໄຊທ໌ນີ້ ລວມທັງບັນດາເອກະສານກົດໝາຍ ແມ່ນບໍ່ສາມາດນໍາໃຊ້ ເພື່ອຜົນປະໂຫຍດທາງກົດ ໝາຍໄດ້. ໃນບັນຫາດັ່ງກ່າວ, ທ່ານຄວນຂໍຄໍາແນະນໍາທາງດ້ານວິຊາການ ຫຼື ຕິດຕໍ່ກັບອົງການຈັດຕັ້ງທີ່ກ່ຽວຂ້ອງ.

ກະຊວງອຸດສາຫະກໍາ ແລະ ການຄ້າ ຫຼື ອົງການລັດຖະບານອື່ນໆ ທ່ີ່ກ່ຽວຂ້ອງ ທີ່ປະກົດໃນເວັບໄຊທ໌ນີ້ຈະບໍ່ຮັບ ຜິດຊອບຕໍ່ການສູນເສຍທາງການເງິນ, ການເສຍຫາຍ ຫຼື ການປະຕິບັດກົດໝາຍ ທີ່ເປັນຜົນມາຈາກການນໍາໃຊ້ ຂໍ້ມູນທີ່ເຜີຍແຜ່ໃນເວັບໄຊທ໌ນີ້.

ພວກເຮົາບໍ່ຮັບຜິດຊອບຕໍ່ບັນດາຂໍ້ມູນ ທີ່ເຊື່ອມຕໍ່ກັບເວັບໄຊທ໌ອື່ນໆ ແລະ ທັງຮັບປະກັນບໍ່ໄດ້ວ່າການເຊື່ອມຕໍ່ຈະສາ ມາດນໍາໃຊ້ໄດ້ຢ່າງເປັນປົກກະຕິ. ເວັບໄຊທ໌ຕ່າງໆທີ່ກ່າວມານັ້ນແມ່ນຢູ່ໃນ ການຄຸ້ມຄອງພາຍໃຕ້ເງື່ອນໄຂການນໍາ ໃຊ້ຕ່າງຫາກ.  

ລິຂະສິດ

ເນື້ອໃນທີ່ພິມຂຶ້ນໃນເວັບໄຊທ໌ນີ້ ລວມທັງຮູບພາບຕ່າງໆ ຖືເປັນລິຂະສິດຂອງກະຊວງອຸດສາຫະກໍາ ແລະ ການຄ້າ ນອກເໜືອຈາກທີ່ໄດ້ລະບຸໄວ້ເປັນພິເສດ. ເນື້ອໃນຕ່າງໆເຫຼົ່ານີ້ ອາດຈະໄດ້ຮັບການຜະລິດຊໍ້າຄືນ ສໍາລັບນໍາໃຊ້ ສ່ວນຕົວ ຫຼື ນໍາໃຊ້ພາຍໃນກໍໄດ້. ຫາກຈະນໍາເອົາເນື້ອໃນເຫຼົ່ານີ້ໄປຕີພິມ ຫຼື ຜະລິດຄືນແມ່ນຕ້ອງໄດ້ອ້າງອີງເຖິງທີ່ ມາເປັນຢ່າງດີ. ຫາກຈະຜະລິດຊໍ້າບັນດາໂລໂກ້ຂອງໜ່ວຍງານລັດຖະບານ ທ່ານຕ້ອງໄດ້ຮັບອະນຸຍາດກ່ອນເທົ່າ ນັ້ນ. ບໍ່ສາມາດເຮັດໂດຍບໍ່ໄດ້ຮັບອະນຸຍາດລ່ວງໜ້າ. ການຂໍອະນຸຍາດເພື່ອຜະລິດຊໍ້າໃດໆ ຕ້ອງໄດ້ສະເໜີຕໍ່ຜູ້ຄຸ້ມ ຄອງເວັບໄຊທ໌ Lao Trade Portal ໂດຍນໍາໃຊ້ຊ່ອງທາງ ຕິດຕໍ່ເຮົາ ທີ່ຢູ່ໃນເວັບໄຊທ໌ນີ້.

.

 

 

 

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.