ສະພາບ​ລວມ

ກາ​ນາ​ດາ ແມ່ນໜຶ່ງໃນບັນດາປະເທດພັດທະນາແລ້ວ ທີ່ເຂົ້າຮ່ວມໃນໂຄງການ​ໃຫ້​ສິດທິ​ພິ​ເສດ​ທາງ​ການ​ຄ້າແບບທົ່ວໄປ (GSP) ​​ແກ່​ປະ​ເທດ​ກຳລັງພັດທະນາ, ດ້ອຍ​ພັດທະນາ ແລະ​ ອາ ນາ​ເຂດ​ພາສີ​ເອກະລາດ ພາຍໃຕ້ຂໍ້ລິເລີ່ມຂອງອົງການສະຫະປະຊາຊາດເພື່ອການຄ້າ ແລະ ການພັດທະນາ (UNCTAD) ນັບ​ແຕ່​ປີ 1974 ເປັ້ນ​ຕົ້ນ​ມາ. ປະຈຸ​ບັນ, ມີທັງ​ໝົດ 175 ປະ​ເທດ/ອາ ນາເຂດ​ພາສີເອກະລາດໄດ້​ຮັບຜົນ​ປະ​ໂຫຍ​ດ ຈາກ​ລະບົບ​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ຂອງ​ກາ​ນາ​ດາ.

​ແຕ່​ເລີ່​ມ​ວັນທີ 1 ກໍລະກົດ 2014 ​ເປັນ​ຕົ້ນ​ໄປ ກາ​ນາ​ດາຈະ​ເລີ່​ມນຳ​ໃຊ້​ສິດທິ​ພິ​ເສດ​ສະບັບ​ປັບ​ປຸງ​ໃໝ່ ​ແລະ ຈະ​ໄດ້​ຕັດປະ​ເທດ​ກຳ​ລັງພັດທະນາ​ທີ່​ມີ​ເສດຖະກິ​ດຂະຫຍາຍ​ໂຕ​ສູງ​ແລ້ວ ອອກ​ຈາກ​ບັນຊີ​​ປະເທດທີ່ໄດ້​ຮັບ​ສິດທິ​ພິ​ເສດ​ຂອງ​ກາ​ນາ​ດາ ທັງ​ໝົດ​ 72 ປະ​ເທດ. ​ໃນ​ນັ້ນ, ລວມ​ມີປະ​ເທດ​ໄທ, ຈີນ, ອິນ​ໂດ​ເນ​ເຊຍ, ສ.​ເກົາຫຼີ, ອິນ​ເດຍ ​ແລະ ອື່ນໆ, ​ແຕ່​ ສປປ ລາວ ​ແມ່ນ​ບໍ່ນອນ​ໃນ​ນັ້ນ. (ລາຍລະອຽດກົດເບິ່ງທີ່ນີ້)

ລະບົບສິດທິພິເສດ

      ​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ແບບທົ່ວໄປ (Generalized System of Preferences: GSP) ຂອງ​ກາ​ນາ​ດາ ແບ່ງອອກ​ເປັນ 2 ຮູບ​ແບບ​ ດັ່ງນີ້:

ສິດທິພິເສດແບບທົ່ວໄປ (General Preferential Tariff (GPT) treatment)

   ເປັນ​ສິດທິ​ພິ​ເສດ​ທີ່​​​ໃຫ້​ແກ່​ປະ​ເທດ​ກຳລັງ​ພັດທະນາ​ຫຼາຍ​ກວ່າ 100 ປະ​ເທດ​ ໂດຍ​ການ​ຍົກ​ເວັ້ນ ຫຼື​ ຫຼຸດຜ່ອນ​ອັດຕາ​ພາສີ​ລົງ​ຈາກ​ອັດຕາ​ປົກກະຕິ (MFN) ສໍາລັບສິນຄ້າກະສິກໍາ ແລະ ອຸດສາຫະກຳ ຈຳນວນໜຶ່ງ.  ​​ໃນ​ນີ້, ສ່ວນໃຫຍ່ຂອງສິນຄ້າປະເພດເຄື່ອງນຸ່ງຫົ່ມ, ເກີບ ແລະ ທາດເຄມີ ແມ່ນບໍ່ໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີ ສຳລັບປະເທດກຳລັງພັດທະນາ.

ສິດທິພິເສດສຳລັບປະເທດດ້ອຍພັດທະນາ (Special treatment for LDCs)

ສຳລັບ​ປະ​ເທດ​ດ້ອຍ​ພັດທະນາ ​​ແມ່ນ​ໄດ້​ຮັບ​ນະ​ໂຍບາຍ​ທີ່​ດີກວ່າ​ປະ​ເທດ​ກຳລັງ​ພັດທະນາຫຼາຍ ​ໂດຍໄດ້ຮັບການ​ຍົກ​ເວັ້ນອັດຕາພາສີ ​ແລະ ບໍ່​ມີ​ການ​ຈຳກັດ​ໂກ​ຕາສຳລັບ​ສິນຄ້າເກືອບ​ທັງ​ໝົດ ຍົກເວັ້ນສິນຄ້າ​ກະສິກຳຈຳນວນໜຶ່ງ ເຊັ່ນ: ​ປະເພດນົມ, ຊີ້ນໄກ່ ແລະ ໄຂ່ ເຖິງວ່າອັດຕາພາສີຈະໄດ້ຮັບການຍົກເວັ້ນພາສີແລ້ວ ແຕ່ໄດ້ມີການຈຳກັດໂກຕາ. ສປປ ລາວ ກໍ່​ແມ່ນ​ໜຶ່ງ​ໃນ​ກຸ່ມ​ປະ​ເທດ​ດ້ອຍ​ພັດທະນາ ສະ​ນັ້ນ​ຈຶ່ງໄດ້ຮັບນະໂຍບາຍໃນຂອບນີ້​​.

ລະບຽບແຫຼ່ງກຳເນີດສິນຄ້າ (Rules of Origin: ROO)

ລະບຽບແຫຼ່ງກຳເນີດສິນຄ້າ ທີ່ນໍາໃຊ້ກັບປະເທດກຳລັງພັດທະນາ ແລະ ດ້ອຍພັດ ທະນາ ກໍ່ມີຄວາມແຕກຕ່າງກັນ, ຊຶ່ງເງື່ອນໄຂສຳລັບປະເທດດ້ອຍພັດທະນາຈະມີຄວາມງ່າຍດາຍກວ່າປະ ເທດກໍາລັງພັດທະນາ. ໃນນັ້ນ, ເງື່ອນໄຂສຳລັບປະເທດດ້ອຍພັດທະນາ ແມ່ນການສ້າງມູນຄ່າເພີ່ມບໍ່ຕໍ່າກວ່າ 40% ໃນຂະນະທີ່ປະເທດກຳລັງພັດທະນາຕ້ອງບໍ່ຕໍ່າກວ່າ 60%.

ສິນ​ຄ້າ​ທົ່ວໄປຈາກ ສປປ ລາວ ທີ່​ຈະ​ຂໍ​ການ​ຍົກ​ເວັ້ນພາສີພາຍ​ໃຕ້​ລະບົບສິດທິ​ພິ​ເສດ​ທາງ​ການ​ຄ້າ​ຂອງການາດາ ຕ້ອງປະຕິບັດ​ຕາມ​ເງື່ອນ​ໄຂ​ແຫຼ່ງກຳ​ເນີ​ດສິນຄ້າ ດັ່ງ​ນີ້:

1.   ເປັນສິນຄ້າທີ່ໄດ້​ມາ ຫຼື ຜະລິດຂຶ້ນໂດຍ​ນຳ​ໃຊ້​ວັດຖຸດິບ​ຈາກ​ພາຍ​ໃນ​​ປະເທດທັງ​ໝົດ (Wholly Obtained or Produced: WO). ​ໂດຍ​ພື້ນຖານ​ແລ້ວ​ ຈະແມ່ນ​ສິນຄ້າ​ກະສິກຳ (ພືດ, ສັດ), ​ຜະລິດ​ຕະພັນ​ກະສິກຳ​ແປ​ຮູບ ​ແລະ ​ແຮ່​ທາດ ໆ​ລໆ.

2.   ສິນຄ້າ​ທີ່​ຜະລິດ​ໂດຍ​ນຳ​ໃຊ້​ວັດຖຸ​ດິບ​ນຳ​​ເຂົ້າຈະ​ຕ້ອງ​ປະຕິບັດ​ຕາມ​ເງື່ອນ​ໄຂ​ການ​ແປ​ຮູບ​ຢ່າງ​ພຽງພໍ (Substantial Transformation) ຄື ການສ້າງມູນຄ້າເພີ່ມໃຫ້ໄດ້ 40%.

ແຕ່ຖ້າເປັນສິນຄ້າປະເພດເຄື່ອງນຸ່ງຫົ່ມ ແມ່ນໃຫ້ຜະລິດຈາກ​ແຜ່ນ​​ແພ ຫຼື ຊິ້ນ​ສ່ວນທີ່​ມີ​ແຫຼ່ງກຳ​ເນີ​ດຈາກປະ​ເທດ​ດ້ອຍ​ພັດ​ທະນາ, ປະເທດກຳລັງພັດທະນາທີ່ໄດ້ສິດທິພິເສດ ຫຼື ການາດາ.

ການສະສົມແຫຼ່ງກຳເນີດສິນຄ້າ (Cumulation)

ເງື່ອນໄຂການສະສົມແຫຼ່ງກຳເນີດສິນຄ້າຢູ່ໃນລະບົບສິດທິພິເສດຂອງການາດາ ຈະເປັນແບບການສະສົມລວມ. ໝາຍຄວາມວ່າ ບັນດາປະເທດໄດ້ຮັບສິດທິພິເສດທີ່ເປັນປະເທດກຳລັງພັດທະນາ ແມ່ນສາມາດສະສົມແຫຼ່ງກຳເນີດສິນຄ້ານຳກັນໄດ້ທັງໝົດ. ສ່ວນປະເທດດ້ອຍພັດທະ ນາກໍ່ເຊັ່ນດຽວກັນ ສາມາດສະສົມແຫຼ່ງກຳເນີດສິນຄ້ານຳກັນໄດ້ທັງໝົດ ແລະ ຍັງສາມາດນຳເອົາແຫຼ່ງກຳເນີດສິນຄ້າຂອງປະເທດກຳລັງພັດທະນາມາສະສົມໄດ້ນຳອີກ ແຕ່ສູງສຸດບໍ່ໃຫ້ເກີນ 20% ຂອງລາຄາໂຮງງານຂອງສິນຄ້າ.

ນອກນັ້ນ, ບໍ່ວ່າຈະເປັນປະເທດກຳລັງພັດທະນາ ຫຼື ດ້ອຍພັດທະນາ ແມ່ນລ້ວນແລ້ວແຕ່ສາມາດນຳໃຊ້ວັດຖຸດິບຂອງປະເທດການາດາມາສະສົມໄດ້.

ການຢັ້ງຢືນແຫຼ່ງກຳເນີດສິນຄ້າ

ສິນຄ້າທີ່ຈະໄດ້ຮັບສິດທິພິເສດ ຕ້ອງແມ່ນສິນຄ້າທີ່ຜະລິດໄດ້ຕາມເງື່ອນໄຂລະບຽບແຫຼ່ງ ກຳເນີດສິນຄ້າຢ່າງເຄັ່ງຄັດ ແລະ ມີເອກະສານຢັ້ງຢືນແຫຼ່ງກຳເນີດສິນຄ້າອ້າງອີງ. ເອກະສານທີ່ສາມາດໃຊ້ຢັ້ງຢືນແຫຼ່ງກຳເນີດສິນຄ້າຢູ່ໃນລະບົບສິດທິພິເສດທາງການຄ້າຂອງການາດາ ມີດັ່ງນີ້:

1.   ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ Form A ຫຼື ເອກະສານລາຍງານແຫຼ່ງກຳເນີດສິນຄ້າຂອງຜູ້ສົ່ງອອກ (ສຳລັບສິນຄ້າທົ່ວໄປ); ຫຼື

2.   ແບບຟອມ B255 (ສຳລັບສິນຄ້າປະເພດເຄື່ອງນຸ່ງຫົ່ມຈາກປະເທດດ້ອຍພັດທະນາ).

ເອກະສານທີ່ໃຊ້ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ກ່າວມານັ້ນ ແມ່ນບໍ່ຮຽກຮ້ອງໃຫ້ມີການເຊັນ ແລະ ຈໍ້າກາຢັ້ງຢືນຈາກເຈົ້າໜ້າທີ່ທາງການຂອງປະເທດສົ່ງອອກ. ໝາຍຄວາມວ່າ ຜູ້ສົ່ງອອກເປັນຜູ້ເຊັນຢັ້ງຢືນໄດ້ດ້ວຍຕົນເອງ. ສະນັ້ນ, ຜູ້ສົ່ງອອກບໍ່ຈຳເປັນຕ້ອງມາພົວພັນເອົາເອກະສານຢັ້ງຢືນແຫຼ່ງກຳເນີດສິນຄ້າຈາກເຈົ້າໜ້າທີ່ລັດ ພຽງແຕ່ເຊັນຢັ້ງຢືນດ້ວຍຕົນເອງ ແຕ່ຕ້ອງຮັບປະກັນວ່າສິນ ຄ້າທີ່ຢັ້ງຢືນໄປນັ້ນ ໄດ້ຜະລິດຕາມເງື່ອນໄຂຂອງລະບຽບແຫຼ່ງກຳເນີດສິນຄ້າຢ່າງເຄັ່ງຄັດ.

ເງື່ອນ​ໄຂ​ດ້ານ​ການ​ຈັດສົ່ງ

ການຈັດສົ່ງ ກໍ່ແມ່ນເງື່ອນໄຂໜຶ່ງທີ່ເອົາມາພິຈາລະນາຕັດສິນການໃຫ້ສິດທິພິເສດ. ຕາມຫຼັກການແລ້ວ, ສິນຄ້າຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີ ກໍ່ຕໍ່ເມື່ອໄດ້ມີການຂົນສົ່ງໂດຍກົງຈາກປະເທດຜູ້ສົ່ງອອກຫາການາດາ.

ກໍລະນີຂົນສົ່ງຜ່ານປະເທດທີສາມ, ສິນຄ້າກໍ່ຈະມີເງື່ອນໄຂໄດ້ຮັບສິດທິພິເສດເຊັ່ນດຽວກັນ ຖ້າຫາກວ່າ:

ກ. ສິນຄ້າຢູ່ພາຍໃຕ້ການຄວບຄຸມດູແລຂອງເຈົ້າໜ້າທີ່ພາສີຂອງປະເທດທີສາມ.

ຂ. ສິນຄ້າບໍ່ໄດ້ມີການດຳເນີນການໃດໆເພີ່ມເຕີມຢູ່ປະເທດທີສາມນອກຈາກການຄ່ຽນຖ່າຍສິນຄ້າຂຶ້ນ-ລົງ ຫຼື ການເກັບຮັກສາສິນຄ້າໃຫ້ຢູ່ໃນສະພາບທີ່ດີ ເພື່ອລໍຖ້າສົ່ງຕໍ່ໄປປະເທດການາດາ.

ຄ. ບໍ່ໄດ້ນຳໄປຄ້າຂາຍ ຫຼື ບໍລິໂພກຢູ່ໃນປະເທດທີສາມ.

ງ. ບໍ່ໄດ້ເກັບຮັກສາຊົ່ວຄາວໄວ້ໃນສາງຂອງປະເທດທີສາມ ເກີນໄລຍະເວລາ 6 ເດືອນ.

ສະຫຼຸບແລ້ວ: ເພື່ອ​ໃຫ້​ໄດ້​ສິດທິ​ພິ​ເສດ​ໃນ​ການ​ສົ່ງ​ອອກ​ໄປການາດາ ຜູ້​ສົ່ງ​ອອກ​ລາວຕ້ອງ​ປະຕິບັດ​ເງື່ອນ​ໄຂ​ແຫຼ່ງກຳ​ເນີ​ດ ດັ່ງ​ນີ້: 1) ສິນຄ້າ​ມີແຫຼ່ງກຳເນີດຈາກ ສປປ ລາວ 100% ເຊັ່ນ: ສິນຄ້າກະສິກຳ ​ແລະ ​​ແຮ່​ທາດ; ຫຼື 2) ຖ້າມີ​ການ​ນຳ​ເຂົ້າວັດຖຸດິບ, ສີ້ນສ່ວນ ຫຼື ຜະລິດຕະພັນ ທີ່ມີແຫຼ່ງກຳເນີດນອກ ສປປ ລາວ ຕ້ອງປະຕິບັດ​ໄດ້​ເງື່ອນ​ໄຂການ​​ແປ​ຮູບ​ຢ່າງ​ພຽງພໍ ຄື ການສ້າງມູນຄ່າເພີ່ມບໍ່ຕໍ່າກວ່າ 40%. ສ່ວນສິນຄ້າປະເພດເຄື່ອງນຸ່ງຫົ່ມ ແມ່ນຕ້ອງຜະ​ລິດ​ຈາກ​ແຜ່ນ​​ແພ ຫຼື ຊິ້ນສ່ວນຈາກປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາທີ່ໄດ້ຮັບສິດທິພິເສດທົ່ວໄປ ຫຼື ການາດາ. ນອກນັ້ນ, ຍັງຕ້ອງໄດ້ປະຕິບັດຕາມເງື່ອນໄຂການຈັດສົ່ງອີກດ້ວຍ.

ຂໍ້​ມູນ​ເພີ່ມ​ຕື່ມ:

ທ່ານ​ສາມາດສອບ​ຖາມກ່ຽວ​ກັບ​ລະບົບ​ສິດທິ​ພິ​ເສດ​ທາງ​ການ​ຄ້າ ​ແລະ​ ເງື່ອນ​ໄຂ​ແຫຼ່ງກຳ​ເນີດສິນຄ້າໃນ​ການ​ສົ່ງ​ອອກ​ໄປ​ການາດາໄດ້​ທີ່​:

ພະແນກ ຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມ​ການ​ນຳ​ເຂົ້າ ​ແລະ​ສົ່ງ​ອອກ, ກະ​ຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ:

ເວັບ​ໄຊ້: http://www.laotradeportal.gov.la ໂທ/​ແຟກ: 021-450255, email: [email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.