ການຄົ້ນຫາ ສິນຄ້າ ແລະ ສາລະບານອັດຕາພາສີ

ປະຈຸບັນ ສປປ ລາວ ນຳໃຊ້ ສາລະບານອັດຕາພາສີ ລຸ້ນປີ 2022 ໂດຍສິນຄ້າໄດ້ຖືກຈັດເປັນໝວດ ນຳໃຊ້ລະຫັດສາລະບານອັດຕາພາສີລະບົບເອກະພາບຂອງອາຊຽນ (AHTN), ເຊິ່ງສອດຄ່ອງກັບ ສາລະບານລະບົບເອກະພາບ HS Code (Harmonized System) ຂອງ ອົງການພາສີໂລກ (WCO). ສາລະບານອັດຕາພາສີນີ້ ມີຄວາມຈຳເປັນຕ້ອງໄດ້ດັດແກ້ ແລະ ປັບປຸງໃນທຸກໆ 5 ປີ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ, ສາມາດຕອບສະໜອງການປ່ຽນແປງດ້ານເຕັກໂນໂລຊີ ແລະ ຜະລິດຕະພັນໃໝ່ໆ.

າລະບານອັດຕາພາສີໃນສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ບັນຈຸລະຫັດພາສີ 10 ຕົວເລກ ຊຶ່ງປະກອບມີຂໍ້ມູນອັດຕາພາສີຂາເຂົ້າ ໃນອັດຕາພາສີປົກກະຕິ (Normal Tariff) ແລະ ອັດຕາພາສີທີ່ໄດ້ຮັບສິດທິພິເສດທາງການຄ້າ (Tariff preferential), ໃນຂອບສັນຍາການຄ້າຕ່າງໆ ທີ່ ສປປ ລາວ ໄດ້ເຂົ້າເປັນພາຄີ ຄື: ອົງການການຄ້າໂລກ (WTO) ແລະ ສັນຍາການຄ້າຜະລິດຕະພັນອາຊຽນ (ATIGA) ແມ່ນນໍາໃຊ້ ສາລະບານອັດຕາພາສີ ລຸ້ນປີ 2022. ສໍາລັບ ສັນຍາການຄ້າເສລີອາຊຽນ-ຈີນ (ACFTA), ສັນຍາການຄ້າເສລີອາຊຽນ-ເກົາຫຼີ (AKFTA), ສັນຍາການຄ້າເສລີອາຊຽນ-ອິນເດຍ (AIFTA), ສັນຍາການຄ້າເສລີ ອາຊຽນ-ອົສຕາລີ ແລະ ນິວຊີແລນ (AANZFTA), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ລະດັບພາກພື້ນ (RCEP), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານອາຊຽນ-ຍີ່ປຸ່ນ (AJCEP) ແລະ ສັນຍາການຄ້າເສລີອາຊຽນ-ຮົງກົງ, ສປ ຈີນ (AHKFTA) ແມ່ນຢູ່ໃນຂັ້ນຕອນການປັບປຸງ. ນອກຈາກນີ້ ກໍຍັງປະກອບມີອັດຕາພາສີຂາອອກ ເລກທີ 001/ປປທ, ລົງວັນທີ 28 ສິງຫາ 2023 ພ້ອມດ້ວຍ ຄ່າທໍານຽມ ແລະ ຄ່າບໍລິການ ທີ່ໄດ້ລະບຸໄວ້ໃນ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021.

ທ່ານສາມາດເບິ່ງຂໍ້ມູນອັດຕາພາສີຂາເຂົ້າ ແລະ ຂາອອກ ທີ່ນຳໃຊ້ປະຈຸບັນ ສຳລັບສິນຄ້າແຕ່ລະລາຍການ ໂດຍການໃຊ້ເຄື່ອງມືຄົ້ນຫາ ລຸ່ມນີ້: