ສຳລັບຜູ້ປະກອບການ:

1. ຄຳຮ້ອງຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ (CPE): ແມ່ນໃບຄຳຮ້ອງທີ່ບໍລິສັດ ຕ້ອງໄດ້ປະກອບ ແລະ ຍື່ນ ຕໍ່ເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ ເພື່ອຂໍອອກໃບຢັ້ງຢືນສິນຄ້າໄດ້ແຫຼ່ງກຳເນີດ.

ດາວໂຫຼດ: ຄຳຮ້ອງຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ (CPE)

ດາວໂຫຼດ: ຄຳຮ້ອງຂໍຕໍ່ໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ (CPE)

 

2. ໝັງສືຮັບຮອງລາຍລະອຽດຂັ້ນຕອນການຜະລິດ, ຕົ້ນທຶນ ແລະ ລາຄາສິນຄ້າ: ແມ່ນ ເອກະສານ ການສະໜອງຂໍ້ມູນລາຍລະອຽດ ໃນການຜະລິດສິນຄ້າ ຕໍ່ຕົ້ນທຶນຫົວໜ່ວຍສິນຄ້າ ນຳໃຊ້ເພື່ອເປັນບ່ອນອີງ ໃນການຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ. ຂ້າງເທິງ

ດາວໂຫຼດ: ໝັງສືຮັບຮອງລາຍລະອຽດຂັ້ນຕອນການຜະລິດ, ຕົ້ນທຶນ ແລະ ລາຄາສິນຄ້າ

ດາວໂຫຼດ: ໃບສະເໜີ ເຈົ້າໜ້າທີ່ລົງກວດກາຂະບວນການຜະລິດຂອງ ບໍລິສັດ/ໂຮງງານ

 

3. ແບບຟອມການແຈ້ງລາຍຊື່ຜູ້ມີສິດເຊັນ ແລະ ຜູ້ຖືກມອບສິດມາພົວພັນເອກະສານ ຂອງບໍລິສັດ: ແມ່ນເອກະສານທີ່ບໍລິສັດ ຕ້ອງໄດ້ສົ່ງໃຫ້ເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ ກ່ອນການຂໍໃບຢັ້ງຢືນສິນຄ້າໄດ້ແຫຼ່ງກຳເນີດ.

ດາວໂຫຼດ: ແບບຟອມການແຈ້ງລາຍຊື່ຜູ້ມີສິດເຊັນ ແລະ ຜູ້ຖືກມອບສິດມາພົວພັນເອກະສານ ຂອງບໍລິສັດ

 

4. ຄຳຮ້ອງຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດ: ແມ່ນໃບຄຳຮ້ອງ ທີ່ບໍລິສັດຕ້ອງໄດ້ປະກອບ ຍື່ນຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຕໍ່ເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ ເພື່ອອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ.

ດາວໂຫຼດ: ຄຳຮ້ອງຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດ

 

5. ໃບສະຫຼຸບການນຳໃຊ້ໃບ CO: ແມ່ນໃບສະຫຼຸບທີ່ບໍລິສັດ/ໂຮງງານ ຕ້ອງໄດ້ໃຊ້ ເພື່ອສະຫຼຸບແບບຟອມໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ນຳໃຊ້ແລ້ວ ຫຼື ເສຍຫາຍ ຫຼື ບໍ່ໄດ້ນຳໃຊ້ ເພື່ອແຈ້ງນຳເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ ໃນກໍລະນີຕ້ອງການຊື້ແບບພິມໃບ CO ໃນຄັ້ງຕໍ່ໄປ.

ດາວໂຫຼດ: ໃບສະຫຼຸບການນຳໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ


ສຳລັບເຈົ້າໜ້າທີ່:

1. ຮ່າງໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ: ນຳໃຊ້ເພື່ອໃຫ້ເຈົ້າໜ້າທີ່ໃຊ້ເປັນແບບຢ່າງໃນການອອກໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດໃຫ້ຜູ້ປະກອບການ.

ດາວໂຫຼດ: ຮ່າງໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ

2. ຮ່າງແບບຟິມການຂໍຊື້ໃບ CO: ນຳໃຊ້ເພື່ອໃຫ້ຜູ້ປະກອບການສະໜອງຂໍ້ມູນໃນການຂໍຊື້ຮ່າງແບບພິມໃບ CO ໃນແຕ່ລະຄັ້ງ.

ດາວໂຫຼດ: ຮ່າງແບບຟິມການຂໍຊື້ໃບ CO

ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?