ຄໍາສັບທີ່ໃຊ້ທົ່ວໄປ

ລະບົບ​ການ​ຄຸ້ມ​ຄອງ​ທາງ​ພາສີ​ຮູບ​ແບບ​ໃໝ່​

ASYCUDA

ລະບົບ​ການ​ຄຸ້ມ​ຄອງ​ທາງ​ພາສີ​ຮູບ​ແບບ​ໃໝ່​ທີ່ປັດຈຸບັນ​ກໍາລັງຢູ່​ໃນ​ຂັ້ນ​ຕອນ​ການ​ຈັດ​ຕັ້ງ​ປະຕິບັດ​ໂດຍ​ກົມ​ພາສີ ຢູ່ ສປປລາວ.

ເອກ​ະສານ​ແຈ້ງ​ພາສີ​ອາ​ຊຽນ ACDD

​ເອກ​ະສານ​ແຈ້ງ​ພາສີ​ອາ​ຊຽນ. ​​ແບບ​ຟອມທີ່​​ນໍາໃຊ້​ເພື່ອ​ແຈ້ງ​ພາສີ. ​ແບບ​ຟອມດັ່ງກ່າວ​ແມ່ນ​ອີ​ງຕາມ​ຮູບ​ແບບ​ມາດຕະຖານ​ຂອງ​ອາ​ຊຽນ. ກົດ​ທີ່ນີ້ ​ເພື່ອ​ເບິ່ງ​ຂໍ້​ມູນ​​ເພີ່ມ​ເຕີມ​ກ່ຽວ​ກັບ​​ເອກະສານ​ແຈ້ງ​ພາສີ​ອາຊຽນ. ກົດທີ່ນີ້ ​ເພື່ອ​ເບິ່ງ​​ເອກະສານ​ແຈ້ງ​ພາສີ​ອາ​ຊຽນ​ທີ່​ນໍາ​ໃຊ້​ໃນ ສປປ ລາວ.

ປະຊາ​ຄົມ​ພາກ​ພື້ນ​ຕາ​ເວັນອອກ​ສ່ຽງ​​ໃຕ້

ASEAN

ປະຊາ​ຄົມ​ພາກ​ພື້ນ​ຕາ​ເວັນອອກ​ສ່ຽງ​​ໃຕ້ (ASEAN). ອາ​ຊຽນ​​ເປັນ​ອົງກາ​ນຈັດ​ຕັ້ງ​ໜຶ່ງ​ທີ່​ມີ​ຈຸດປະສົງ​ເພື່ອ​ສົ່ງ​ເສີມ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະກິດ, ຄວາມ​ກ້າວໜ້າ​ທາງສັງຄົມ, ການ​ພັດທະນາ ​ແລະ ຄວາມ​ມີ​ສະ​ຖຽນລະ​ພາບຂອງ​ 10 ປະ​ເທດ​ສະມາຊິກ​ໃນ​ພາກ​ພື້ນ​ເຊິ່ງ ປະກອບ​ມີ: ບຣູ​ໄນ, ມຽນມ້າ, ກໍາປູ​ເຈຍ, ອິນ​ໂດ​ນີ​ເຊຍ, ລາວ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງກະ​ໂປ, ​ໄທ ​ແລະ ຫວຽດນາມ.

ອັດຕາ​ພາສີ​ພິ​ເສດ​

CEPT

ອັດຕາ​ພາສີ​ພິ​ເສດ​. ອັດຕາ​ພາສີ​ສໍາລັບທຸກ​ສິນຄ້າ​ທີ່​ມີ​ການ​ຄ້າ​ນໍາ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ. ທ່ານ​ສາມາດ​ເບິ່ງອັດຕາ​ພາສີ CEPT ສໍາລັບ​ທຸກ​ຜະລິດ​ຕະພັນ​ໄດ້​ຈາກເວັ​ບ​ໄຊທ໌ນີ້​ໂດຍ​ເຂົ້າ​ ໄປ​ທີ່ ຄົ້ນຫາຜະລິດຕະພັນ.

​​ໃບ​ຢັ້ງຢືນ​​ແຫຼ່ງກໍາ​ເນີ​ດສິນຄ້າ Certificate of Origin (COO)

​ເອກະສານ​ທີ່​ເປັນ​ເງື່ອນ​ໄຂ​ຂອງ​ອົງການ​ທີ່ກ່ຽວຂ້ອງ​ຂອງ​ປະ​ເທດ​ຜູ້ນໍາ ເຂົ້າ ​ເພື່ອ​ຢັ້ງຢືນ​ແຫຼ່ງກໍາ​ເນີ​ດຂອງ​ສິນຄ້າ.

ການ​ແຈ້ງ​ເອກະສານ

Declaration

​ເອກະສານ​ທີ່​ຍື່ນ​ເຖິງ​ໜ່ວຍ​ງານ​ລັດຖະບານ (​ເຊັ່ນ: ພາສີ) ​ເພື່ອ​ສະ​ແດງ​​​​ລາຍການ​​ສິນຄ້າ​ທີ່​ຜູ້​ແຈ້ງ​ຮັບຜິດຊອບ ​ເພື່ອ​ຂໍ​ອະນຸມັດ​ນໍາ​ເຂົ້າ, ສົ່ງ​ອອກ ຫຼື ຜ່ານ​ແດນ. ການ​ແຈ້ງ​ເອກະສານ​ແມ່ນ​ນໍາ​ໃຊ້​ແບບຟອມ ທີ່ກໍານົດ ​ແລະ ອາດມີ​ເອກະສານ​ອື່ນ​ຄັດ​ຕິດ​ພ້ອມ. ການ​ແຈ້​ງ​ເອກະ ສານແມ່ນມີ​ຜົນ​ທາງ​ກົດໝາຍ ​ແລະ ອາດ​ນໍາ​ໃຊ້​ເປັນ​ເອກະສານ​ພິ ສູດ​ໃນ​ສານ. ​ໃນ ສປປ ລາວ ການ​ແຈ້ງ​ເອກະສານ​ແມ່ນ​ນໍາ​ໃຊ້ ​ແບບຟອມ ACDD (​ເບິ່ງ ACDD ຂ້າງເທິງ)

ກົມ​ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ

DIMEX

ກົມ​ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ, ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ

ຈຸດ​ສອບ​ຖາມ

Enquiry Point

ພະນັກງານ ຫຼື ຫ້ອງການ ​ທີ່​ຕາງໜ້າລັດຖະບານທີ່​ເປັນ​ສະມາຊິກ​ອົງການ​ການ​ຄ້າ​​ໂລກ ທີ່​ຖືກ​ມອບ​ໝາຍ​​ເປັນ​ຈຸດ​ປະສານ​ງານກັບ​ສະມາ ຊິກ​ອົງການ​ການ​ຄ້າ​ໂລກ ​ແລະ ກັບ​ພາກສ່ວນ​ພາຍ​ນອກ​ ​ໃນ​ວຽກ​ງານ​ທີ່​ຕິດ​ພັນ​ກັບ​ເຕັກນິກ​ທີ່​ເປັນ​ອຸປະສັກ​ຕໍ່​ການ​ຄ້າ ​ຫຼື ມາດ​ຕະການ​ທາງ​ດ້ານ​ສຸຂານາ​ໄມ-ສຸຂານາ​ໄມ​ພືດ.

ສັນ​ຍາ​ການ​ຄ້າ​ເສລີ

FTA

ສັນ​ຍາ​ການ​ຄ້າ​ເສລີ. ສັນ​ຍາ​ສາ​ກົນ​ທີ່​ມີ​ການ​ເຈລະຈາ​ກັນ​ລະຫວ່າງ​ບັນ​ດາ​ປະ​ເທດ ຫຼື ສະມາຄົມ​ຂອງ​ປະ​ເທດທີ່​ເປັນ​ຕົວ​​ແທນ​ຂອງ​ປະ​ເທດ​ສະມາຊິກ (​ເຊັ່ນ: ອາ​ຊຽນ) ທີ່​ມີ​ຈຸດປະສົງ​ເພື່ອ​​ເຮັດ​ໃຫ້ການ​ຄ້າ​ຮ່ວມ​ກັນ​ມີ​ຄວາມ​ງ່າຍດາຍ​​ລະຫວ່າງບັນດາ​ປະ​ເທດ​ພາຄີ​ຂອງ​ສັນຍາລວມ ທັງການຫຼຸດຜ່ອນ​ອັດຕາ​ພາສີ​ຕໍ່​ສິນຄ້າ ທີ່​ມີ​ການ​ຄ້າຮ່ວມ​ກັນ​ລະ ຫວ່າງບັນດາ​ປະ​ເທດ​ສະມາ​ຊິກ. ທ່ານ​ສາມາດ​ເບິ່ງ​ອັດຕາ​ພາສີ​ພິ​ເສດພາຍ​ໃຕ້​ສັນຍາ​ການ​ຄ້າ​ເສລີ ທີ່​ ສ​ປປ ລາວ ​ເປັນ​ພາຄີ ​ໄດ້​ໃນ​ເວັ​ບ​ໄຊທ໌​ນີ້ ​ໂດຍ​ເຂົ້າ​ໄປ​ທີ່ ຄົ້ນຫາຜະລິດຕະພັນ.

ລະຫັດ HS

HS Code

ລະ​ຫັດ 8 ຕົວ​ເລກ ຂອງ​ລະບົບ​ເອກະ​ພາບ ທີ່​ໃຊ້​ກັບ​ຜະລິດ​ຕະພັນ. ລະ​ຫັດ HS ມີ​ໂຄງ​ສ້າງ​ໂດຍ​ອີງ​ຕາມ​ລໍາດັບຂອງ​ລະ​ຫັດ​ເຄົ້າ (2 ຕົວ​ເລກ​ທໍາອິດ), ລະຫັດ​ເຄົ້າ​ຍ່ອຍ (4 ຕົວ​ເລກ​ທໍາອິດ), ລະຫັດ​ຫຼັກ​ຍ່ອຍ (6 ຕົວ​​ເລກ​ທໍາ​ອິດ) ​ແລະ ລະຫັດ (8 ຕົວ​ເລກ​). ລະຫັດ HS ນໍາ​ໃຊ້​​ເພື່ອ​ກໍານົດ ຄໍາ​ອະທິບາຍ​​ຜະລິດ​ຕະພັນ ​ເພື່ອຈຸດ​ປະສົງ​ການ​ນໍາ​ໃຊ້​ອັດຕາ​ພາສີ​ ​ຫລື ມາດ​ຕະການ​ສະ​ເພາະ​ທີ່​ນໍາ​ໃຊ້​ຕໍ່​​ແຕ່ລະ​ຜະລິດ​ຕະພັນ. 

ມາດ​ຕະການ

Measure

ຂໍ້​ກໍານົດ​ສະ​ເພາະ​ທີ່​ໃຊ້​ຕໍ່​ຜະລິດ​ຕະພັນ. ມາດ​ຕະການດັ່ງກ່າວ​ນີ້​ອາດ​ເປັນ​ການ​ເກືອດ​ຫ້າມ​ຊົ່ວຄາວ ຫຼື ຖາວອນ ຂຶ້ນ​ກັບ​ເງື່ອນ​ໄຂ​ທາງ​ດ້ານ SPS ​​ແລະ ​ເຫດຜົນອື່ນໆ ຫຼື ​ເງື່ອນ​ໄຂ​ສະ​ເພາະ​ໃດ​ໜຶ່ງ​ໂດຍ​ການ ປະກອບ​ເອກະສານ​ສະ​ເພາະ ຫຼື ປະຕິບັດ​ມາດ​ຕະການ​ໃດ​ໜຶ່ງ. ໂດຍ​ທົ່ວ​ໄປ, ກາ​ນກໍານົດ​ມາດ​ຕະການ ​ແມ່ນ​ກໍານົດ​ໂດຍ​ການອອກ​ລະບຽບ​ການ​ຂອງ​ລັດຖະມົນຕີ ຫຼື ​ໂດຍ​ມາດຕາທີ່​ກໍານົດ​ໃນ​ກົດໝາຍ.

ການ​ປະຕິບັດ​ຕໍ່​ປະ​ເທດ​ທີ່​ໄດ້​ຮັບ​ການ​ອະນຸ​ເຄາະ​ຍິ່ງ

MFN

ການ​ປະຕິບັດ​ຕໍ່​ປະ​ເທດ​ທີ່​ໄດ້​ຮັບ​ການ​ອະນຸ​ເຄາະ​ຍິ່ງ. ຫຼັກການ MFN ​ແມ່ນລະບຸ​​ໃນ ມາດຕາ I ຂອງສັນຍາທົ່ວໄປວ່າດ້ວຍການຄ້າ ແລະ ອັດຕາພາສີ ຂອງອົງການການຄ້າ​​ໂລກ ((GATT 1947 ​ແລະ 1994). ທ່ານ​ສາມາດ​ເບິ່ງ​ອັດຕາ​ພາສີ MFN ສໍາລັບ​ທຸກ​ຜະລິດ​ຕະ ພັນ​​ໄດ້​ທີ່​ເວັບ​ໄຊທ໌ໃນ ຄົ້ນຫາຜະລິດຕະພັນ.

ການ​ແຈ້ງ​ການ

Notification

​​ເງື່ອນ​ໄຂ​ພັນທະ​ຄວາມ​ໂປ່​ງ​ໃສ​ ທີ່ປະ​ເທດ​ສະມາຊິກ​ອົງການ​ການ​ຄ້າ​ໂລກ ຕ້ອງ​ລາຍ​ງານ​ມາດ​ຕະການ​ທາງ​ການ​ຄ້າ ຕໍ່​ກັບ​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ອົງການ​ການ​ຄ້າ​ໂລກ ຖ້າຫາກວ່າ​ມາດຕະການ​ດັ່ງກ່າວ​ໄດ້ ກະທົບ​ຕໍ່​ປະ​ເທດ​ສະມາຊິກ​ອື່ນ.

​ເອກ​ະສານຄຸ້ມ​ຄອງ​ອັນ​ດຽວ​ກັນ

SAD

​ເອກ​ະສານຄຸ້ມ​ຄອງ​ອັນ​ດຽວ​ກັນ.​ ​ແບບຟອມທີ່​ຜູ້​ຄ້າຂາຍ​ຕ້ອງ​​ຍື່ນ​ເພື່ອ​ຂໍ​ການ​ນໍາ​ເຂົ້າ, ສົ່ງ​ອອກ ຫຼື ຜ່ານ​ແດນ ຕໍ່​ໜ່ວຍ​ງານ​ພາສີ. ​​ໃນ ສປປ ລາວ ​​ແມ່ນ​ນໍາໃຊ້​ແບບ​ຟອມ ACDD (ເບິ່ງຂ້າງເທິງ) ທີ່​ນໍາໃຊ້​ມາດ ຕະຖານ​ຂອງ​ອາ​ຊຽນ.

ມາດ​ຕະການ​ສຸຂານາ​ໄມ-ສຸຂານາ​ໄມ​ພືດ (SPS)

Sanitary and Phytosanitary (SPS) measures

ມາດ​ຕະການ​ທີ່​ຕິດ​ພັນ​​ເຖິງ​ຄວາມ​ປອດ​​ໄພ​ຂອງ​ອາຫານ ​​ແລະ ສຸຂະ​ພາບສັດ ​ແລະ ພືດ.

  • ສຸຂາ​ນ​າ​ໄມ: ສໍາລັບສຸຂະພາບ​ຄົນ ​ແລະ ສັດ
  • ສຂາ​ນາ​ໄມ​ພືດ: ສໍາລັບ​ພືດ ​ແລະ ຜະລິດ​ຕະພັນ​ພືດ

ສັນຍາ​ວ່າ​ດ້ວຍ​ສຸຂານາ​ໄມ-ສຸຂານາ​ໄມ​ພືດ

SPS Agreement

ລະບຽບ​ການ​ພາຍ​ໃຕ້​ສັນຍາ​ອົງການ​ ການ​ຄ້າ​​ໂລກກ່ຽວ​ກັບ​ມາດ​ຕະ ການ​ສຸຂານາ​ໄມ-ສຸຂາ​ນາ​ໄມ​ພືດ.

ສັນຍາ​ວ່າ​ດ້ວຍ​ເຕັກນິກ​ທີ່​ເປັນ​ອຸປະສັກ​ຕໍ່​ການ​ຄ້າ

TBT Agreement

ສັນຍາ​ອົງການ​ການ​ຄ້າ​ໂລກ ທີ່​ຕິດ​ພັນ​ກັບ​ກາ​ນນໍາ​ໃຊ້ລະບຽບ​ການ​ທາງ​ເຕັກນິກ, ມາດຕະຖານ, ທົດ​ສອບ ​ແລະ ມາດ​ຕະການ​ອອກ​ໃບ​ຢັ້ງຢືນ, ​ແລະ ຮັບປະກັນ​ວ່າ​ບັນດາ​ມາດ​ຕະການ​ເຫຼົ່ານີ້ບໍ່​ແມ່ນ​ສິ່ງ​ກີດ ຂວາງ​ຕໍ່​ການ​ຄ້າ

ຄວາມ​ໂປ່​ງ​ໃສ

Transparency

ອີງ​ຕາມດໍາລັດ, ນະ​ໂຍບາຍ​ທາງ​ການ​ຄ້າ ​ແລະ ຂັ້ນ​ຕອນ​ການຈັດ​ຕັ້ງ​ປະຕິບັດທີ່​ໄດ້ຮັບ​ການ​ສ້າງ​ຕັ້ງ​ ​ແມ່ນ​ເປີດ​ເຜີຍ ​ແລະ ສາມາດ​ຄາດ​ການ​ໄດ້

WTO

ອົງການ​ການ​ຄ້າ​ໂລກ

 

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.