ສະພາບລວມ

ໃນວັນທີ 8/4/2008 ລັດຖະບານອິນເດຍ ໃຫ້ສິດທິພິເສດທາງການຄ້າແບບສະໝັກໃຈແກ່ສິນຄ້າທີ່ສົ່ງອອກ ຈາກບັນດາປະເທດດ້ອຍພັດທະນາ (LDCs) ທັງໝົດ 49 ປະເທດ ຊຶ່ງສປປ ລາວກໍແມ່ນໜຶ່ງໃນນັ້ນ. ການໃຫ້ສິດ ທິພິເສດດັ່ງກ່າວແມ່ນເພື່ອຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງການເຈລະຈາການຄ້າຮອບພັດທະນາໂດຮາ ທີ່ມີມະຕິ ໃນກອງປະຊຸມລະດັບລັດຖະມົນຕີຂອງອົງການການຄ້າໂລກ ຊຶ່ງຈັດຂຶ້ນຢູ່ຮົງກົງ, ຈີນໃນປີ 2005 ໃນການຍົກເວັ້ນ ພາສີແບບບໍ່ກໍານົດໂກຕາແກ່ປະເທດດ້ອຍພັດທະນາ.

ສິນຄ້າທີ່ອິນເດຍ ໃຫ້ການຍົກເວັ້ນອັດຕາພາສີກວມເອົາ 92.5 % ຂອງຈໍານວນລາຍການສິນຄ້າທັງໝົດຂອງຕົນ ອີງຕາມລະຫັດພາສີ 6 ຕົວເລກ (HS 6 digit). ໃນນັ້ນ 85% ແມ່ນ​ສິນຄ້າ​​ກະສິກໍາທີ່ຖືກຍົກເວັ້ນພາສີ (0%), ສ່ວນຈໍານວນ 458 ລາຍການ (Positive List)  ຫຼື ເທົ່າກັບ 9% ແມ່ນຈະມີໄລຍະຫຼຸດອັດຕາພາສີເປັນແຕ່ລະປີໄປ ໂດຍຈະຫຼຸດຈາກ​ອັດ​ຕາ​ປົກກະຕິ (MFN) ໃຫ້ໃນປີທີໜຶ່ງ 20% (2009), ປີທີສອງ 40% (2010), ປີທີສາມ 60% (2011), ປີທີສີ່ 80% (2012) ແລະ ປີທີຫ້າ 100% (2013) ໝາຍວ່າໃນບັນຊີນີ້ຈະຫຼຸດອັດຕາພາສີໃຫ້ເຫຼືອ 0% ພາຍໃນ 5 ປີ (2008-2013).

ນອກນັ້ນຍັງມີສິນຄ້າຈໍານວນ 326 ລາຍການ (Exclusion List)  ຫຼື ເທົ່າກັບ 6% ທີ່ອິນເດຍຍັງຮັກສາໄວ້ໃນບັນຊີຍົກເວັ້ນ (ບໍ່ນໍາມາຫຼຸດອັດຕາພາສີ) ​ເປັນ​ຕົ້ນ​ແມ່ນ​: ໝວດທີ​ 2 (ປະ​ເພດ​ຊີ້ນ); ໝວດ​ທີ 7 (ພືດ​ຜັກ) ; ໝວດ​ທີ 9 (ກາ​ເຟ, ຊາ) ; ໝວດ​ທີ 10 (ທັນ​ຍາ​ພືດ) ; ໝວດ​ທີ 24 (ຢາສູບ) ; ໝວດ​ທີ 72 (​ເຫຼັກ) ; ໝວດ​ທີ 74 (ທອງ) ​ແລະ ໝວດ​ທີ 87 (ພາຫະນະ).

ນອກຈາກການ​ນໍາ​ໃຊ້ສິດທິ​ພິ​ເສດ​ແບບສະໝັກໃຈທີ່ໃຫ້ແກ່ປະເທດດ້ອຍພັດທະນາ​ແລ້ວ, ການ​ສົ່ງ​ອອກ​ຈາກ ປະເທດລາວໄປ​ອິນ​ເດຍຍັງ​ສາມາດ​ໄດ້​ຮັບ​ສິດທິ​ພິ​ເສດ​ໃນ​ຂອບ​ການ​ຄ້າ​ເສລີ​ອາ​ຊຽນ-ອິນ​ເດຍ ແລະ ສັນຍາການຄ້າ ອາຊີ-ປາຊີຟິກ​ໄດ້ອີກ ຊຶ່ງຈະມີການສັງ ລວມຂໍ້ມູນຕ່າງຫາກ. (ລາຍລະອຽດກົດເບິ່ງທີ່ນີ້)

ລະບຽບແຫຼ່ງກຳເນີດສິນຄ້າ (Rules of Origin : ROO)

ເພື່ອ​​ຈະ​ນຳ​ໃຊ້​ສິດທິ​ພິ​ເສດ​ດ້ານການ​ຄ້າຂອງອິນເດຍ, ຜູ້​ສົ່ງ​ອອກ​ຕ້ອງ​ປະຕິບັດ​ຕາມ​ເງື່ອນ​ໄຂແຫຼ່ງກຳ​ເນີ​ດສິຄ້າ​ ເພື່ອ​ໃຫ້​​ແນ່​ໃຈ​ວ່າ​ສິນຄ້າ​ທີ່​ສົ່ງ​ອອກ​ນັ້ນໄດ້ຕາມເງື່ອນໄຂທີ່​ໄດ້ຮັບສິດທິພິເສດທາງການຄ້າ ຫຼື ບໍ່? ພ້ອມ​ກັນ​ນັ້ນ​ຜູ້​ສົ່ງ​ອອກ​ຕ້ອງ​ມີ​ໃບ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ຟອມ DFTP.

ຫຼັກການ​ໃນ​ການ​ກຳນົດ​ແຫຼ່ງກຳ​ເນີ​ດສິນຄ້າ​ແມ່ນ​ຕ້ອງ​ປະຕິບັດ​ຕາມ​ເງື່ອນ​ໄຂ​ດັ່ງ​ນີ້ :

1.        ສິນຄ້າ​ທີ່​ໄດ້​ມາ ຫຼື ຜະລິດ​ໂດຍ​ນຳ​ໃຊ້​ວັດຖຸ​ດິບ​ພາຍ​ໃນ​ປະ​ເທດທັງ​ໝົດ (Wholly Obtained or Produced: WO).

2.        ສິນຄ້າ​ທີ່​ບໍ່​ໄດ້​ມາ ຫຼື ຜະລິດ​ຂຶ້ນ​ໂດຍ​ບໍ່ນໍາ​ໃຊ້ວັດຖຸ​ດິບ​ພາຍ​ໃນ​ປະ​ເທດ​ທັງ​ໝົດ (Non Wholly Obtained or Produced : NWO) ມີ 2 ກໍລະ​ນີຄື :

​.  ສິນຄ້າ​ທີ່ມີການນໍາເຂົ້າວັດຖຸດິບຈາກຕ່າງປະເທດເຂົ້າມາຜະລິດບໍ່ເກີນ 70% ຂອງລາຄາຂົນ​ສົ່ງ​ລົງ​ເຮືອ (FOB) ຫຼື ເວົ້າອີກຢ່າງໜຶ່ງແມ່ນ ອັດຕາ​ສ່ວນ​ມູນ​ຄ່າ​ທີ່​ສ້າງ​ຂຶ້ນ​ຢູ່​ປະ​ເທດ​ສົ່ງ​ອອກ ຫຼື ສປປ ລາວ ບໍ່ໃຫ້ຫຼຸດ 30% ຂອງລາຄາ FOB.

.  ຜ່ານຂະບວນການການຜະລິດທີ່ສາມາດເຮັດໃຫ້ມີການປ່ຽນແປງລະຫັດເຄົ້າ​ຂອງສາລະບານພາສີໃນ​ລະດັບ 4 ຕົວ​ເລກ ລະຫວ່າງວັດຖຸດິບນໍາເຂົ້າ ກັບຜະລິດຕະພັນສໍາເລັດຮູບ (Change in Tariff Heading : CTH​).

ເງື່ອນໄຂການຂົນສົ່ງ

ສຳລັບການຂົນສົ່ງສິນຄ້າທີ່ຈະໄດ້ສິດທິພິເສດທາງການຄ້ານັ້ນ ອິນເດຍ ໄດ້ກຳນົດໃຫ້ສິນຄ້າດັ່ງກ່າວຕ້ອງຂົນສົ່ງໂດຍກົງ (Direct transport) ຈາກປະເທດຜູ້ສົ່ງອອກ​ໄປ​ຍັງປະເທດ ອິນເດຍ. ຖ້າມີກໍລະນີຈຳເປັນຕ້ອງມີການຂົນສົ່ງຜ່ານປະເທດທີສາມ, ສິນຄ້າດັ່ງກ່າວຕ້ອງບໍ່ໄດ້ຜ່ານຂະບວນການຜະລິດ ຫຼື ຜ່ານຂະບວນການອື່ນ ນອກ ຈາກການຂົນສິນຄ້າຂຶ້ນ, ລົງ ຫຼື ຂະບວນການອື່ນໆທີ່ຈໍາເປັນ ເພື່ອຮັກສາສິນຄ້ານັ້ນຢູ່ໃນສະພາບດີ.

ຂອບເຂດການນຳໃຊ້

       ລະບົບສິດທິພິເສດນີ້ ນໍາໃຊ້ກັບທຸກລາຍການສິນຄ້າທີ່ນອນໃນບັນຊີສິນຄ້າທີ່ໄດ້ນໍາມາຍົກເວັ້ນພາສີ ໂດຍການນໍາໃຊ້ແບບຟອມ DFTP.

ການຢັ້ງຢືນແຫຼ່ງກໍາເນີດສິນຄ້າ

ສິນຄ້າທີ່ຈະໄດ້ຮັບສິດທິພິເສດ ຕ້ອງແມ່ນສິນຄ້າທີ່ນອນໃນບັນຊີສິນຄ້າທີ່ໄດ້ຮັບສິດທິພິເສດ ແລະ ຜະລິດໄດ້ຕາມເງື່ອນໄຂລະບຽບແຫຼ່ງກຳເນີດສິນຄ້າຢ່າງເຄັ່ງຄັດ ໂດຍມີໃບຢັ້ງຢືນແຫຼ່ງກຳເນີດສິນຄ້າເປັນເອກະສານອ້າອີງ. ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ນຳໃຊ້ເພື່ອຂໍການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີພາຍໃຕ້ລະບົບສິດທິພິເສດທາງການຄ້າຂອງປະເທດດັ່ງກ່າວ ແມ່ນ Form DFTP.

Form DFTP ສາມາດພົວພັນເອົາໄດ້ຢູ່ ກົມການນຳເຂົ້າ ແລະ ສົ່ງອອກ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ ຫຼື ເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ. ເອກະສານທີ່ຕ້ອງປະກອບເພື່ອຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ປະກອບມີ:

1). ໃບສະເໜີ

2). ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ພິມແລ້ວ

3). ໃບແຈ້ງລາຄາ ແລະ ຫຸ້ມຫໍ່

4). ໃບແຈ້ງພາສີເປັນລາຍລະອຽດ

5). ສຳເນົາໃບຂົນສົ່ງ

6). ໃບບິນຊື້ຂາຍພາຍໃນ (ກໍລະນີມີການເກັບຊື້)

7). ໃບຄິດໄລ່ຕົ້ນທືນການຜະລິດ ຫຼື ໃບຂັ້ນຕອນການຜະລິດສິນຄ້າ (ກໍລະນີນຳເຂົ້າວັດຖຸດິບ)

 

ຂໍ້ມູນເພີ້ມເຕີມ

      ທ່ານສາມາດສອບຖາມກ່ຽວກັບລະບົບສິດທິພິເສດທາງການຄ້າ ແລະ ເງື່ອນໄຂແຫຼ່ງກຳເນີດສິນຄ້າໃນການສົ່ງອອກໄປປະເທດ ອິນເດຍ ໄດ້ຈາກ :

ພະແນກ ຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກຳ ແລະ ການຄ້າ :

ໂທ/ແຟັກ : 021-450 255

ເວັບໄຊ້ : http://www.laotradeportal.gov.la

ອີເມວ  : [email protected], [email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.