​ເຂດ​ການ​ຄ້າ​ເສລີ

ສິດທິ​ພິ​ເສດດ້ານ​ການ​ຄ້າທີ່ ສປປ ລາວ ​ໄດ້​ຮັບ​ພາຍ​ໃຕ້ສັນຍາ​ການ​ຄ້າ​ເສລີ​​ທີ່​ສຳຄັນ​​ຕໍ່​ ສປປ ລາວ​ແມ່ນ​​​ສັນຍາ​​​ການ​ຄ້າ​ດ້ານສິນຄ້າ​ອາ​ຊຽນ (ATIGA). ສປປ ລາວ ຍັງໄດ້​ລົງ​ນາມ​ສັນຍາ​ການ​ຄ້າ​ເສລີ​ກັບ​ຄູ່​ເຈລະຈາ​ຂອງ​ອາ​ຊຽນ ຄື: ກຸ່ມ​ປະ​ເທດ​ອົດ​ສະ​ຕາ​ລີ-ນິວຊີ​ແ​ລນ, ຈີນ, ອິນ​ເດຍ, ຍີ່ປຸ່ນ ​ແລະ ສ. ​ເກົາຫຼີ. ພ້ອມ​ນີ້ ລາວຍັງ​ເປັນ​ພາ​ຄີ​​ເຂດ​ການ​ຄ້າ​ເສລີອື່ນໆ​ ທີ່​ມີ​ການ​ໃຫ້​ສິດທິ​ພິ​ເສດ​​​ແກ່ກັນ ​ແລະ​ກັນ ຄື: ​ສັນຍາ​ການ​ຄ້າ​ລາວ-ຫວຽດນາມ ​ແລະ​​ສັນຍາ​ກາ​ນຄ້າ​ອາຊີ-ປາຊີ​ຟິກ.

ສປປ ລາວ ສົ່ງ​ອອກ​ໄປຍັງ​ຕະຫຼາດ​ອາ​ຊຽນ​ ໂດຍ​ໄດ້​ຮັບ​ສິດທິ​ພິ​ເສດ​​ຈັດ​ລຽງ​ຕາມ​ລຳ​ດັບ​ຄູ່​ຄ້າສໍາຄັນ ຄື: ​ໄທ ​ໃນມູນ​ຄ່າ 623 ລ້ານ​ໂດ​ລາອາ​ເມ​ລິ​ກາ ໃນ​ປີ 2012, ຖັດມາ​​ແມ່ນຫວຽດນາມ ​ແລະສິງກະ​ໂປ ​ໃນມູນ​ຄ່າ 69 ລ້ານ​ໂດ​ລາອາ​ເມ​ລິ​ກາ ​ແລະ 44 ລ້ານ​ໂດ​ລາອາ​ເມ​ລິ​ກາ, ຕາມ​ລໍາດັບ.​ ນອກ​ນີ້ ຍັງ​ມີ​ການ​ສົ່ງ​ອອກ​ໄປ ມາ​ເລ​ເຊຍ ​ແລະ​ອິນ​ໂດ​ເນ​ເຊຍ ​ແຕ່​ການ​ນໍາ​​ໃຊ້​ສິດທິ​ພິ​ເສດ​ບໍ່​ເກີນ 2 ລ້ານ​ໂດ​ລາ​ອາ​ເມ​ລິ​ກາ​ໃນ​ແຕ່​ລະປະ​ເທດ. ການສົ່ງ​ອອກ​ຈາກ​ລາວໄປ​ຍັງ​ປະ​ເທດຄູ່​ເ​ຈລະ​ຈາ​ຂອງອາ​ຊຽນມີ​ເຊັ່ນ ຈີນ, ຍີ່ປຸ່ນ ​ແລະ ສ. ​ເກົາຫຼີ ​ໂດຍສິນຄ້າ​ທີ່​ສົ່ງ​ອອກ ລວມ​ມີ ສິນຄ້າ​ກະສິກໍາ, ​ເຄື່ອງ​ຕັດຫຍິບ, ​ເຄື່ອງ​ຫັດຖະກໍາ ​ແລະ​ເຄື່ອງ​ປ່າ​ຂອງ​ດົງ. ​ຕະຫຼາດ​ສົ່ງ​ອອກອື່ນ ທີ່​ເປັນ​ຄູ່​ເຈລະຈາ​ຂອງ​ອາ​ຊຽນ ​ຍັງມີອີນ​ເດຍ ​ແລະ​ກຸ່ມ​ປະ​ເທດອົດ​ສະ​ຕາ​ລີ-ນິວຊີ​ແລ​ນ.

ສັນຍາການຄ້າດ້ານ​ສິນຄ້າອາຊຽນ (ATIGA)

ສປປ ລາວ ໄດ້ຮັບສິດທິພິເສດດ້ານການຄ້າ ໂດຍການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີພາຍ​ໃຕ້ສັນຍາການຄ້າດ້ານ​ສິນຄ້າອາຊຽນຈາກ 9 ປະເທດສະມາຊິກອື່ນຂອງອາຊຽນໄດ້ແກ່ ປະ​ເທດບຣູ​ໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟິລິປິນ, ສິງກະໂປ, ໄທ ​ແລະຫວຽດນາມ. ສິນຄ້າ​ທີ່​ສົ່ງ​ອອກຈາກລາວ​ໄປ​ຍັງ​ສະມາຊິກ​ອາ​ຊຽນອື່ນ ​​ໄດ້​ຮັບ​ການ​ຫຼຸ​ດຜ່ອນ​ອັດຕາ​ພາສີ 0% ສໍາລັບ​ສິນຄ້າກະສິກຳ ແລະອຸດສາຫະກໍາສ່ວນ​ໃຫຍ່ ນັບ​ແຕ່​ປີ 2010 ​ເປັນຕົ້ນມາ, ຍົກ​​ເວັ້ນ​ສິນຄ້າໃນບັນຊີຍົກເວັ້ນຖາວອນ ​ພ້ອມ​ທັງ​ສິນຄ້າ​ທີ່​ມີ​ຄວາມ​ກະທົບ​ໄວຈຳນວນໜຶ່ງ ໄປຍັງ​ຕະຫຼາດ​​ອາຊຽນ​ໃໝ່ (ກຳປູ​ເຈຍ, ມຽນມາ ​ແລະ​ຫວຽດນາມ) ທີ່ຈະຫຼຸດອັດຕາ​ພາສີເປັນ 0% ທັງໝົດພາຍໃນປີ 2018.

ເອກະສານທີ່ນຳໃຊ້ເພື່ອຂໍຮັບສິດທິພິເສດໃນຂອບນີ້​ ແມ່ນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ Form D.

ສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ (AANZFTA)

ສປປ ລາວ ໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີໃນຂອບສັນຍາການຄ້າເສລີອາຊຽນກັບອົດສະຕາລີ ​ແລະນິວຊີແລນ ຈາກ 11 ປະເທດ ໄດ້ແກ່: ປະ​​ເທດອົດສະຕຣາລີ, ບຣູ​ໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ນິວຊີ​ແລນ, ຟິລິປິນ, ສິງກະໂປ, ໄທ ​ແລະຫວຽດນາມ. 

ເອກະສານທີ່ນຳໃຊ້ເພື່ອຂໍຮັບສິດທິພິເສດໃນຂອບນີ້ ​ແມ່ນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ Form AANZ.

ດາວໂຫຼດ: ແບບຟອມຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າພາຍໃຕ້ຂອບສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ

ສັນຍາການຄ້າເສລີອາຊຽນ-ຈີນ (ACFTA)

ສປປ ລາວ ໄດ້ຮັບສິດທິພິເສດດ້ານການຄ້າ ໂດຍການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີໃນຂອບສັນຍາການຄ້າເສລີອາຊຽນ-ຈີນ ຈາກ 10 ປະເທດໄດ້ແກ່: ສະມາຊິກ​ອາ​ຊຽນ 9 ປະ​ເທດ ​ແລະ ຈີນ.

ເອກະສານທີ່ນຳໃຊ້ເພື່ອຂໍຮັບສິດທິພິເສດໃນຂອບນີ້ ແມ່ນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ Form E.

ສັນຍາການຄ້າເສລີອາຊຽນ-ອິນເດຍ (AIFTA)

ສປປ ລາວ ໄດ້ຮັບສິດທິພິເສດດ້ານການຄ້າ ໂດຍການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີໃນຂອບສັນຍາການຄ້າເສລີອາຊຽນ-ອິນເດຍຈາກ 10 ປະເທດ ຄື ສະມາຊິກ​ອາ​ຊຽນ 9 ປະ​ເທດ ​ແລະ ອິນ​ເດຍ.  

ເອກະສານທີ່ນຳໃຊ້ເພື່ອຂໍຮັບສິດທິພິເສດໃນຂອບນີ້ ​ແມ່ນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ Form AI.

ສັນຍາການຄ້າເສລີອາຊຽນ-ຍີ່ປຸ່ນ (AJFTA)

ສປປ ລາວ ໄດ້ຮັບສິດທິພິເສດດ້ານການຄ້າ ໂດຍການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີໃນຂອບສັນຍາການຄ້າເສລີອາຊຽນ-ຍີ່ປຸ່ນຈາກ 10 ປະເທດ ລວມທັງ​ສະມາຊິກອາ​ຊຽນ ​ແລະ​ຍີ່​ປຸ່ນ.

ເອກະສານທີ່ນຳໃຊ້ເພື່ອຂໍຮັບສິດທິພິເສດໃນຂອບນີ້ ​ແມ່ນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ Form AJ.

ສັນຍາການຄ້າເສລີອາຊຽນ-ເກົາຫຼີ (AKFTA)

ສປປ ລາວ ໄດ້ຮັບສິດທິພິເສດດ້ານການຄ້າ ໂດຍການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີໃນກອບສັນຍາການຄ້າເສລີອາຊຽນ-ເກົາຫຼີຈາກ 10 ປະເທດ ຄື: ອາ​ຊຽນ 9 ປະ​ເທດ ​ແລະ ສ. ​ເກົາຫຼີ.

ເອກະສານທີ່ນຳໃຊ້ເພື່ອຂໍຮັບສິດທິພິເສດໃນຂອບນີ້​ ແມ່ນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ Form AK.

ສັນຍາການຄ້າອາຊີ-ປາຊີຟິກ (APTA)

ສປປ ລາວ ໄດ້ຮັບສິດທິພິເສດດ້ານການຄ້າໂດຍການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີໃນຂອບສັນຍາການຄ້າອາຊີ-ປາຊີຟິກຈາກ 5 ປະເທດ ໄດ້ແກ່: ປະເທດບັງກະລາເດັດ, ຈີນ, ອິນເດຍ, ສ. ເກົາຫຼີ ​ແລະສີລັງກາ.

ເອກະສານທີ່ນຳໃຊ້ເພື່ອຂໍຮັບສິດທິພິເສດໃນຂອບນີ້​ ແມ່ນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ Form APTA.

ສັນຍາການຄ້າເສລີອາຊຽນ-ຮົງກົງ, ສປ ຈີນ (AHKFTA)

ສປປ ລາວ ໄດ້ຮັບສິດທິພິເສດດ້ານການຄ້າ ໂດຍການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີໃນຂອບສັນຍາການຄ້າເສລີອາຊຽນ-ຮົງກົງ, ສປ ຈີນ ຈາກ 10 ປະເທດ ລວມທັງ​ສະມາຊິກອາ​ຊຽນ ​ແລະ​ ຮົງກົງ, ສປ ຈີນ.

ເອກະສານທີ່ນຳໃຊ້ເພື່ອຂໍຮັບສິດທິພິເສດໃນຂອບນີ້ ​ແມ່ນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ Form AHK.

ຂໍ້ຕົກລົງໃນການໃຫ້ບູລິມະສິດອັດຕາພາສີນຳເຂົ້າ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

ນອກ​ເໜືອ​ຈາກ​ໃນ​ຂອບ​ອາຊຽນ​ແລ້ວ, ສປປ ລາວ ຍັງໄດ້ຮັບສິດທິພິເສດດ້ານອັດຕາພາສີໃນຂໍ້ຕົກລົງໃນການໃຫ້ບູລິມະສິດອັດຕາພາສີນຳເຂົ້າ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ສຳລັບ​ສິນຄ້າ 32 ລາຍການທີ່​ສົ່ງ​ອອກ​ຈາກ​ລາວ​ໄປ​ຫວຽດນາມ​ໄດ້​ຮັບ​ການຫຼຸດຜ່ອນອັດຕາພາສີ 50% ຈາກອັດຕາທີ່​ໄດ້​ຫຼຸດ​ໃນ​ຂອບ​ອາ​ຊຽນ, ສ່ວນລາຍການອື່ນໆ ​ແມ່ນອັດຕາພາສີເປັນ 0% ທັງໝົດ (ຍົກ​ເວັ້ນ 155 ລາຍການທີ່ນອນໃນບັນຊີຍົກເວັ້ນຖາວອນຂອງຫວຽດນາມ).  

ເອກະສານທີ່ນຳໃຊ້ເພື່ອຂໍຮັບສິດທິພິເສດໃນຂອບນີ້ ​ແມ່ນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ Form S.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.