ສະພາບລວມ

ອົດສະຕາລີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ພັດທະນາ​ແລ້ວ ທີ່​ໃຫ້​ສິດທິ​ພິ​ເສດ​ທາງ​​ການ​ຄ້າແບບ​ທົ່ວ​ໄປ (General System of Preference: GSP) ​ແກ່​ບັນດາ​ປະ​ເທດ​ພັດທະນາ​ແລ້ວ​ດ້ວຍ​ກັນ, ປະ​ເທດກຳລັງ​ພັດທະນາ ແລະ ປະ​ເທດ​ດ້ອຍ​ພັດທະນາ ນັບ​ແຕ່​ປີ 1966 ​ເປັນຕົ້ນມາ. ລະບົບ​ສິດທິ​ພິ​ເສດ​ຂອງ​ອົດ​ສະ​ຕາ​ລີ​ໄດ້​ຮັບ​ການ​ປັບປຸງ​ຫຼາຍ​ຄັ້ງ ​ແລະ ຄັ້ງຫຼັງ​ສຸດ ​ໃນ​ວັນ​ທີ 1 ກໍລະກົດ 1994 ທີ່​ໄດ້​ມີ​ການ​ປັບປຸງ​ລະບົບ​ການ​ຫຼຸດອັດຕາ​ພາສີ​ໃຫ້​ກັບປະ​ເທດ​ກຳລັງ​ພັດທະນາ ​ແລະ  ໃນວັນ​ທີ 1 ກໍລະກົດ 2003 ສຳລັບປະເທດດ້ອຍພັດທະນາ (Least Developed Countries: LDCs). (ລາຍລະອຽດກົດເບິ່ງທີ່ນີ້)

ລະບົບ​ສິດທິ​ພິ​ເສດ

ສິດທິ​ພິ​ເສດ​ທາງ​ການ​ຄ້າ (Generalized System of Preference: GSP) ຂອງ​ອົດ​ສະ​ຕາ​ລີ ແບ່ງ​ອອກ​ເປັນ 2 ຮູບ​ແບບ ດັ່ງ​ນີ້:

1.) ສິດທິ​ພິ​ເສດ​ທາງ​ດ້ານ​ພາສີ​ທົ່ວ​ໄປ (General Preferential Tariff: GPT)   

​ເປັນ​ສິດທິ​ພິ​ເສດ​ທີ່​ໃຫ້​ກັບປະ​ເທດ​ກຳລັງ​ພັດທະນາ ​ໂດຍ​ເລີ່ມ​ແຕ່ ວັນ​ທີ 1 ກໍລະກົດ 1994 ປະ​ເທດ​ກຳລັງ​ພັດທະນາ​ໄດ້​ຮັບ​ການ​ຫຼຸດຜ່ອນ​ອັດຕາ​ພາສີ​ຂາ​ເຂົ້າ ໃນອັດຕາປົກກະຕິ 5% ເປັນ 0% ສຳລັບບາງລາຍການສິນຄ້າ ແລະ ອີກຫຼາຍລາຍການສິນຄ້າ ທີ່ມີອັດຕາພາສີ 40% ຫລຸດເປັນ 0%.

2.)    ສິດທິ​ພິ​ເສດ​ສຳລັບ​ປະ​ເທດ​ດ້ອຍ​ພັດທະນາ (Special Preference Treatment for LDC)

ສຳລັບ​ປະ​ເທດ​ດ້ອຍ​ພັດທະນາ ​ແມ່ນ​ໄດ້​ຮັບ​ນະ​ໂຍບາຍ​ພິ​ເສດ ​ແລະ ​ດີກ​ວ່າ​ປະ​ເທດ​ກຳລັງ​ພັດທະນາ ​​ໂດຍ​ໄດ້​ຮັບ​ການຍົກເວັ້ນອັດຕາພາສີຂາເຂົ້າທັງໝົດ (0%) ສຳລັບທຸກລາຍການສິນຄ້າ ແລະ ບໍ່​ມີ​ການ​ຈຳກັດ​ໂກ​ຕ້ານຳ​ເຂົ້າ. ສປປ ລາວ ກໍ່ແມ່ນໜຶ່ງໃນປະເທດດ້ອຍພັດທະນາທີ່ໄດ້ຮັບສິດທິພິເສດທາງການຄ້າຈາກປະເທດອົດສະຕາລີ​. ຈຸດປະ​ສົງ​ຂອງ​ການ​ໃຫ້​ສິດ​ທິພິ​ເສດ​ດັ່ງ​ກ່າວ ​ແມ່ນ​ເພື່ອ​​​ສົ່ງ​ເສີມ​ຄວາມສາມາດໃນການແຂ່ງຂັນຂອງປະ​ເທດ​ດ້ອຍ​ພັດທະນາ​​, ​ແນໃສ່ຮັບປະກັນ​​ສິດຜົນປະ​ໂຫຍ​ດຂອງ​ປະ​ເທດ​ດ້ອຍ​ພັດທະນາ​ໃຫ້​ໄດ້​ຫຼາຍ​ກວ່າ​ປະ​ເທດ​ກຳລັງພັດທະນາ​.

ການສົ່ງ​ອອກສິນຄ້າຂອງ ສປປ ລາວ ​ໄປ​​ອົດ​ສະ​ຕາ​ລີ ນອກຈາກ​ການ​ໄດ້​ຮັບ​ສິດທິ​ພິ​ເສດ​ແບບ ສະໝັກໃຈທີ່ໃຫ້ແກ່ບັນດາປະເທດ​ດ້ອຍ​ພັດທະນາ​ແລ້ວ ຍັງ​ສາມາດ​ໄດ້​ຮັບ​ສິດ​ທິພິ​ເສດ​ໃນ​ຂອບ​ສັນຍາ​ການ​ຄ້າ ອາ​ຊຽນ-ອົດ​ສະ​ຕາ​ລີ​ ແລະ ນີວຊີແລນ ອີກດ້ວຍ, ​ຊຶ່ງ​ຈະ​ມີ​ການ​ສັງ​ລວມຂໍ້​ມູນ​ຕ່າງຫາກ.

    ລະບຽບແຫຼ່ງກຳເນີດສິນຄ້າ (Rule of Origin: ROO)

     ສິນຄ້າຈາກ ສປປ ລາວ ທີ່ຈະຂໍຍົກເວັ້ນພາສີພາຍໃຕ້ລະບົບສິດທິພິເສດທາງການຄ້າຂອງ ອົດ ສະຕາລີ ຕ້ອງໄດ້ປະຕິບັດຕາມເງື່ອນໄຂແຫຼ່ງກຳເນີດສິນຄ້າ ດັ່ງລຸ່ມນີ້:

     ກ. ສິນຄ້າ​ທີ່​ບໍ່​ໄດ້​ຜ່ານ​ການ​ແປຮູບ

     ເປັນ​ຜະລິດ​ຕະພັນ​ທີ່​​​ໄດ້ຈາກຜົນຜະລິດພາຍໃນທັງໝົດ (Wholly Obtained: WO) ​ສ່ວນໃຫຍ່ ແມ່ນຜະລິດຕະພັນ​ກະສິກຳ (ພືດ, ສັດ), ​ແຮ່​ທາ​ດ ໆ​ລໆ, ຊຶ່ງເປັນສິນຄ້າໄດ້ແຫຼ່ງກຳເນີດໂດຍອັດຕະ ໂນມັດ.

     ຂ. ສິນຄ້າ​ທີ່​ຜ່ານ​ການແປຮູບ

     ​ສິນຄ້າ​ທີ່​​ຜ່ານ​ການ​ແປຮູບ ​ຕ້ອງ​ປະຕິບັດ​ຕາມ​ເງື່ອນ​ໄຂ​ການ​ປ່ຽນ​ຮູບ​ຢ່າງ​ພຽງ​ພໍ​ (Substantial Transformation) ແລະ ຂັ້ນຕອນສຸດທ້າຍຂອງການຜະລິດຕ້ອງດຳເນີນ ຢູ່ປະເທດດ້ອຍພັດທະນາທີ່ສົ່ງອອກ. ຮູບແບບຂອງການປ່ຽນຮູບຢ່າງພໍພຽງປະກອບມີດັ່ງນີ້:

1.)   ການສ້າງມູນຄ່າເພີ່ມຂອງສິນຄ້າ;

2.)   ການຜະລິດຕາມຂະບວນການສະເພາະ. ເຊັ່ນ: ຜະລິດຕະພັນແຜ່ນແພ, ເຄື່ອງທໍດ້ວຍມື, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.  

    ການສະສົມແຫຼ່ງກຳເນີດສິນຄ້າ (Cumulation)

     ຫຼັກການ​ສະ​ສົມ​ແຫຼ່ງກຳ​ເນີ​ດສິນຄ້າ​ພາຍ​​ໃຕ້​ລະ​ບົບສິດທິ​ພິ​ເສດ​ຂອງ​ອົດ​ສະ​ຕາ​ລີ​​ ມີດັ່ງ​ລຸ່ມ​ນີ້:

1.)  ສາມາດນຳໃຊ້ວັດຖຸ​ດິບ​ຈາກກຸ່ມ​ປະ​ເທດ​ດ້ອຍ​ພັດທະນາ​ດ້ວຍ​ກັນ​ໄດ້ ໂດຍມູນຄ່າການສະສົມ ແຫຼ່ງກຳເນີດບໍ່​ໃຫ້​ຫລຸດ 50% ຂອງຕົ້ນທຶນການຜະລິດ.

2.)  ສາມາດນຳ​ໃຊ້​ວັດຖຸ​ດິບ​ຈາກ​ປະ​ເທດອົດສະຕາລີ, ປະ​ເທດກຳລັງ​ພັດທະນາ ແລະ ປະ​ເທດ​​ໝູ່​ເກາະດອນ (Island Country) ທີ່​ ​ອົດ​ສະ​ຕາ​ລີ​ ເປັນ​ພາຄີ ​ເພື່ອ​ນຳ​ເອົາມາ​ແປຮູບ, ແຕ່ມູນຄ່າຂອງວັດຖຸດິບທີ່ນຳມາສະສົມ​ເພື່ອ​ແປ​ຮູບແມ່ນບໍ່ໃຫ້ກາຍ 25% ​ຂອງຕົ້ນທຶນການຜະລິດ​.

    ການຢັ້ງຢືນແຫຼ່ງກຳເນີດສິນຄ້າ

    ຜູ້​ສົ່ງ​ອອກ​ (ຕ້ອງເປັນຜູ້ຜະລິດເທົ່ານັ້ນ) ​ໄປ​ປະ​ເທດ​ອົດ​ສະ​ຕາ​ລີ​​ ​ເພື່ອ​ໄດ້ຮັບ​ສິດ​ທິພິ​​ເສດ​ ສາ ມາດ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ດ້ວຍ​ຕົນ​​ເອງ​ໄດ້ ໂດຍບໍ່ຈຳເປັນຕ້ອງຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຢ່າງເປັນທາງການ ແຕ່ຕ້ອງປະຕິບັດຕາມລະບຽບແຫຼ່ງກຳເນີດສິນຄ້າຢ່າງເຄັ່ງຄັດ.

     ເຖິງຢ່າງໃດກໍ່ຕາມ ຖ້າຍັງຕ້ອງການ ການຢັ້ງຢືນແຫຼ່ງກຳເນີດສິນຄ້າກໍ່ສາມາດຂໍໃບຢັ້ງຢືນແຫຼ່ງ ກຳເນີດສິນຄ້າ ຟອມ A ໄດ້ນຳ​ຫ້ອງການ​ເຈົ້າໜ້າ​ທີ່​ອອກ​ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າໄດ້ທີ່: ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ; ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ທົ່ວ​ປະ​ເທດ; ສະພາ​ການຄ້າ ​ແລະ ອຸດສາຫະກຳ ​ແຂວງ, ນະຄອນຫຼວງ ​ແລະ ​ເຂດ​ນິຄົມ​ອຸດສາຫະກຳວຽງຈັນ - ໂນນທອງ.

     ​ເອກະສານທີ່ຕ້ອງໄດ້ປະກອບເພື່ອຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ມີດັ່ງນີ້:

1.)  ໃບສະເໜີ;

2.)  ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ພິມແລ້ວ;

3.)  ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່;

4.)  ໃບແຈ້ງພາສີເປັນລາຍລະອຽດ;

5.)  ສຳເນົາໃບຂົນສົ່ງ;

6.)  ໃບບິນຊື້-ຂາຍພາຍໃນ (ກໍລະນີເກັບຊື້);

7.)  ໃບຄິດໄລ່ຕົ້ນທຶນການຜະລິດ ຫຼື ໃບຂັ້ນຕອນການຜະລິດສິນຄ້າ (ກໍລະນີນຳເຂົ້າວັດຖຸດິບ).

    ເງື່ອນໄຂຂອງການຂົນສົ່ງ

     ສຳລັບ​ເງື່ອນ​ໄຂ​ຂອງການຂົນ​ສົ່ງ​ສິນຄ້າ​ ປະ​ເທດ​ອົດ​ສະ​ຕາ​ລີ​ແມ່ນ​ບໍ່ໄດ້​ມີ​ການກຳນົດ​​ເງື່ອນ​ໄຂ​ຂອງ​ການຂົນ​ສົ່ງໂດຍກົງ​ (No Direct Shipment) ຄືກັບຫຼາຍປະເທດ ຈາກ​ປະ​ເທດ​ຜູ້​ສົ່ງ​ອອກ.​

    ຂໍ້ມູນເພີ່ມ​​ເຕີ:

     ທ່ານ​ສາມາດ​ຕິດ​ຕໍ່​ສອບ​ຖາມລາຍ​ລະອຽດ​ກ່ຽວ​ກັບ​ລະບົບ​ສິດທິ​ພິເສດທາງ​ດ້ານ​ການ​ຄ້າ ​ແລະ ​ເງື່ອນ​ໄຂ​ແຫຼ່ງກຳ​ເນີ​ດສິນຄ້າ​ເພື່ອ​ສົ່ງ​ອອກ​ໄປ​ປະ​ເທດ ອົດ​ສະ​ຕາ​ລີ ​​​ໄດ້ໂດຍກົງ​ຈາກ:

ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າແລະ ສົ່ງອອກ,

ກະຊວງອຸດສາຫະກຳແລະ ການຄ້າ.

​ໂທຣ: + 856 21 450 255

​ເວັບ​ໄຊຣ໌: http://www.laotradeportal.gov.la

ອີ​ແມວ:  [email protected] / [email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.