ສະພາບ​ລວມ

ຕວກກີ​ ໄດ້​​ໃຫ້​ສິດທິ​ພິ​ເສດ​ໃນ​ການຫຼຸດ​ອັດຕາ​ພາສີ​ນຳ​ເຂົ້າ​ໃຫ້​ແກ່​ປະ​ເທດ​ກຳລັງ​ພັດທະນາ ​ແລະ ດ້ອຍ​ພັດ​ທະນາ ​ເລີ້ມ​ແຕ່​ປີ 1959 ​ແລະ ​ໄດ້​ປັບປຸງ​ລະບົບ​ສິດທິ​ພິ​ເສດ​ຂອງ​ຕົນ​ເອງ​ເພື່ອ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ລະບົບສິດທິ​ພິ​ເສດ​ຂອງ​ສະຫະ​ພາບ​ເອີຣົບ. ມາ​ຮອດ​ວັນ​ທີ 1 ​ມັງ​ກອນ 2002 ລະບົບ​ສິດທິ​ພິ​ເສດ​ຂອງ​ຕວກກີ​ໄດ້​ຖື​ກປະຕິ​ຮູບ​ ແລະ ​ເຊື່ອມ​​ໂຍງເປັນລະບົບດຽວກັນກັບ​ລະບົບຂອງ​ສະຫະພາບ​ເອີຣົບ.

ສຳ​ລັບ ສປປ ລາວ ​ແມ່ນ​ໄດ້​ຮັບ​ສິດທິພິ​ເສດ​ດ້ານ​ການ​ຄ້າຈາກ​ ຕວກກີ​ ໃນ​ຖານະ​ປະ​ເທດ​ດ້ອຍ​ພັດທະນາ (LDCs). (ລາຍລະອຽດກົດເບິ່ງທີ່ນີ້

ລະບົບສິດທິພິເສດ

ຕວກກີ​ໃຫ້​ສິດ​ທິພິ​ເສດ​ດ້ານການ​ຄ້າ​ແກ່​ບັນດາ​ປະ​ເທດ​​ກຳລັງ​ພັດທະ​ນາ (Developing Countries) ​ແລະ ປະ​ເທດ​ດ້ອຍ​ພັດທະນາ (Least Developing Countries) ຕາມ​ບັນຊີ​ການຈັດ​ອັນ​ດັບຂອງ​ທະນາຄານ​ໂລກ​ເ​ທົ່ານັ້ນ.  ​

ສິດທິ​ພິ​ເສດ​ດັ່ງກ່າວ​ແມ່ນ​ກວມເອົາທຸກ​ລາຍ​ການ​ສິນຄ້າ​ອຸດສາຫະກຳ ​ແລະ ບາງ​ລາ​ຍ ການ​ສິນຄ້າ​ກະສິກຳ​ທີ່​ລະບຸ​ໃນ​ສິດທິ​ພິ​ເສດ​ດ້ານ​ການ​ຄ້າ​ຂອງ​ສະຫະພາບ​ເອີ​ຣົບ.

ສຳລັບ​ປະ​ເທດ​ດ້ອຍ​ພັດທະນາ​ແມ່ນ​ຈະ​ໄດ້​ຮັບ​ການ​ຫຼຸດ​ອັດຕາ​ພາສີ ​ແລະ ບໍ່​ຈຳກັດ​ໂຄ​ຕາ​ໃນ​ການ​ເຂົ້າ​ສູ່​ຕະຫຼາດ​ຂອງ​ຕວກກີ ສຳລັບ​ທຸກ​ລາຍການສິນຄ້າ​ອຸດສາຫະກຳ ທີ່​ນອນ​ໃນ​ໝວດ 25 ຫາ 97 (ຍົກ​​ເວັ້ນໝວດ 93: ອາວຸດ) ​ແລະ ​ໃຫ້​ສິດທິ​ພິ​ເສດ​ແກ່​ສິນຄ້າ​ກະສິກຳບາງ​ລາຍການ​ທີ່​ກຳນົດ​​ໂດຍສະຫະພັນ​ພາສີ​ລະຫວ່າງ​ຕວກກີ ​ແລະ ສະຫະພາບ​ເອີຣົບ.

ລະບຽບແຫຼ່ງກຳເນີດສິນຄ້າ (Rules of Origin: ROO)

      ສິນ​ຄ້າ​ຈາກ ສປປ ລາວ ທີ່​ຈະ​ຂໍ​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ເພື່ອ​ສົ່ງ​ອອກ​ໄປ​ຍັງ​ຕະຫຼ​າດ ຕວກກີ ນອກຈາກຕ້ອງນອນໃນບັນຊີໃຫ້ສິດທິພິເສດແລ້ວຍັງຕ້ອງປະຕິບັດ​ຕາມ​ເງື່ອນ​ໄຂ​ແຫຼ່ງກຳ​ເນີ​ດສິນຄ້າ ດັ່ງ​ນີ້:

·         ​​ເປັນ​ສິນຄ້າ​ທີ່ໄດ້​ມາ ຫຼືຜະລິດ ໂດຍ​ນຳ​ໃຊ້​ວັດຖຸດິບ​ຈາກ​ພາຍ​ໃນ​​ທັງ​ໝົດ (Wholly Obtained or Produced: WO) ​ໂດຍ​ພື້ນຖານ​ແລ້ວ​ແມ່ນ​ສິນຄ້າ​ກະສິກຳ (ພືດ, ສັດ), ຜະລິດ​ຕະພັນ​ກະ ສິກຳ​ແປ​ຮູບ ແລະ ​ແຮ່​ທາດ ໆ​ລໆ.

·         ​ສຳລັບ​ສິນຄ້າ​ທີ່​ມີ​ການ​ນຳ​ເຂົ້າວັດຖຸ​ດິບທີ່​ບໍ່​ມີ​ແຫຼ່ງກຳ​ເນີ​ດ​ມາ​ຜະລິດ, ມູນຄ່າວັດຖຸ​ດິບ​ທີ່​ບໍ່ມີ​ແຫຼ່ງກຳ​ເນີ​ດ ນັ້ນຕ້ອງ​ບໍ່​ເກີນ 10 % ຂອງ​ມູນ​ຄ່າ​ສົ່ງ​ອອກ.

·         ຕວກກີ​ອານຸຍາດ​ໃຫ້​ນຳ​ໃຊ້​ວັດຖຸ​ດິບ​ຈາກ​ແຫຼ່ງອື່ນມາສະສົມແຫຼ່ງກຳເນີດໄດ້​ເຊັ່ນ:

o   ວັດຖຸ​ດິບ​ຈາກ​ຕວກກີ​ເອງ (Bilatéral Cummulation)

o   ຈາກ​ພາຍ​ໃນ​ກຸ່ມ (Régional Cummulation) ເຊັ່ນ : ກຸ່ມອາຊຽນ

ຂອບເຂດການນຳໃຊ້

·         ລະບົບສິດທິພິເສດນີ້ ບໍ່ນຳໃຊ້ກັບ 2 ກໍລະນີ ຄື: 1.) ສິນຄ້າທີ່ມີມູນຄ່າຕ່ຳທີ່ບໍ່ມີຈຸດປະສົງທາງການຄ້າ ທີ່ມູນຄ່າບໍ່ເກີນ 500 ຍູໂຣ (EUR) ; ແລະ 2.) ສິນຄ້າຕິດຕົວຜູ້ໂດຍສານ ມູນຄ່າບໍ່ເກີນ 1200 ຍູໂຣ (EUR).

  • ໃນກໍລະນີມູນຄ່າສົ່ງອອກບໍ່ເກີນ 6,000 ຍູໂຣ (EUR), ຜູ້ສົ່ງອອກສາມາດຢັ້ງຢືນແຫຼ່ງກຳເນີດດ້ວຍຕົນເອງໄດ້ ໂດຍການນຳໃຊ້ Invoice Declaration ຊຶ່ງບໍ່ຈຳເປັນຕ້ອງຂໍອອກຟອມ A.

ເອກະສານປ​ະກອບ

ສິນຄ້າທີ່ຈະໄດ້ຮັບສິດທິພິເສດ ຕ້ອງແມ່ນສິນຄ້າທີ່ຜະລິດໄດ້ຕາມເງື່ອນໄຂລະບຽບແຫຼ່ງ ກຳເນີດສິນຄ້າຢ່າງເຄັ່ງຄັດ ແລະ ມີໃບຢັ້ງຢືນແຫຼ່ງກຳເນີດສິນຄ້າເປັນເອກະສານອ້າງອີງ. ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ນຳໃຊ້ເພື່ອຂໍການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີພາຍໃຕ້ລະບົບສິດທິພິເສດທາງການຄ້າຂອງຕວກກີ ແມ່ນ Form A.

Form A ສາມາດພົວພັນເອົາໄດ້ຢູ່ ກົມການນຳເຂົ້າ ແລະ ສົ່ງອອກ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ ຫຼື ເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ - ໂນນທອງ. ເອກະສານທີ່ຕ້ອງປະກອບເພື່ອຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ປະກອບມີ:

1). ໃບສະເໜີ

2). ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ພິມແລ້ວ

3). ໃບແຈ້ງລາຄາ ແລະ ຫຸ້ມຫໍ່

4). ໃບແຈ້ງພາສີເປັນລາຍລະອຽດ

5). ສຳເນົາໃບຂົນສົ່ງ

6). ໃບບິນຊື້ຂາຍພາຍໃນ (ກໍລະນີມີການເກັບຊື້)

7). ໃບຄິດໄລ່ຕົ້ນທືນການຜະລິດ ຫຼື ໃບຂັ້ນຕອນການຜະລິດສິນຄ້າ (ກໍລະນີນຳເຂົ້າວັດຖຸດິບ)

​ເງື່ອນ​ໄຂ​ດ້ານ​ການ​ຂົນ​ສົ່ງ

            ໜຶ່ງ​ໃນ​​ເງື່ອນ​ໄຂ​ຂອງ​ການ​ໄດ້ສິດທິ​ພິ​ເສດ ​​ແ​ມ່ນສິນຄ້າ​ທີ່​ສົ່ງ​ອອກຕ້ອງ​ໄດ້​ຮັບ​ການ​ຂົນ​ສົ່ງ​ໂດຍ​ກົງ​ຈາກ​ປະ​ເທດ​ຜູ້​ໄດ້​ຮັບ​ສິດໄປ​ຍັງ ຕວກກີ. ກໍລະນີ​ຂອງ​ ສປປ ລາວ ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລຈຳ​ເປັນຕ້ອງ​ຂົນ​ສົ່ງ​ຜ່ານ​ປະ​ເທດ​ທີ​ສາມ​ແມ່ນ​ສາມາດ​ເຮັດ​ໄດ້​​ແຕ່​ຕ້ອງ​ໄດ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ເຈົ້າ​ໜ້າ​ທີ່​ພາສີ.

ຂໍ້​ມູນ​ເພີ່ມ​ຕື່ມ:

ທ່ານ​ສາມາດສອບ​ຖາມຂໍ້​ມູນກ່ຽວ​ກັບ​ລະບົບ​ສິດທິ​ພິ​ເສດ​ທາງ​ການ​ຄ້າ ​ແລະ​ ເງື່ອນ​ໄຂ​ແຫຼ່ງກຳ​ເນີດສິນຄ້າ ​​ໃນ​ການ​ສົ່ງ​ອອກ​​ໄປ​ຍັງ​ປະ​ເທດ​ຕ່າງໆ ​ໄດ້​​ຈາກ​:

-    ພະ​ແນ​ກຄຸ້ມ​ຄອງ​ແຫຼ່ງກຳ​ເນີ​ດສິນ​ຄ້າ, ​ກົມ​ການ​ນຳ​ເຂົ້າ ​ແລະ​ສົ່ງ​ອອກ, ກະ​ຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ:

​ເວັບ​ໄຊ້: http://www.laotradeportal.gov.la ໂທ/​ແຟກ: 021-450255, email: [email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.