ສິດທິພິເສດດ້ານການຄ້າ
ສິດທິພິເສດດ້ານການຄ້າ ຫຼືສິດພິເສດດ້ານການຄ້າ ແມ່ນນະໂຍບາຍພິເສດ ໂດຍການຫຼຸດຜ່ອນ ຫຼື ຍົກເວັ້ນອັດຕາພາສີນຳເຂົ້າແກ່ສິນຄ້າ ຊຶ່ງນະໂຍບາຍດັ່ງກ່າວອາດເປັນການໃຫ້ແບບຝ່າຍດຽວ ຫຼືແບບຕ່າງຝ່າຍຕ່າງຕອບແທນ. ຕົວຢ່າງຂອງການໃຫ້ສິດທິພິເສດແບບຝ່າຍດຽວ ແມ່ນລະບົບສິດທິພິເສດດ້ານການຄ້າແບບທົ່ວໄປ ທີ່ປະເທດພັດທະນາແລ້ວ ຍົກເວັ້ນການເກັບພາສີຈາກສິນຄ້າທີ່ສົ່ງອອກຈາກປະເທດດ້ອຍພັດທະນາ ໂດຍມີຈຸດປະສົງເພື່ອສົ່ງເສີມການຄ້າ ແລະພັດທະນາເສດຖະກິດຂອງ ປະເທດເຫຼົ່ານີ້. ສໍາລັບສິດທິພິເສດແບບຕ່າງຝ່າຍຕ່າງຕອບແທນ ໝາຍເຖິງ ການຍົກເວັ້ນ ຫຼືຫຼຸດຜ່ອນອັດຕາພາສີ ໃຫ້ແກ່ກັນ ແລະກັນ ທີ່ດໍາເນີນພາຍໃຕ້ສັນຍາການຄ້າເສລີຕ່າງໆ.
ສິດທິພິເສດດ້ານການຄ້າທີ່ລາວໄດ້ຮັບ ສາມາດແບ່ງອອກເປັນ 3 ລະບົບ ຄື: 1) ສິດທິພິເສດແບບທົ່ວໄປ; 2) ສິດທິພິເສດຂອງປະເທດກຳລັງພັດທະນາ; ແລະ 3) ສິດທິພິເສດພາຍໃຕ້ສັນຍາການຄ້າເສລີ.
ສິດທິພິເສດແບບທົ່ວໄປ (Generalized System of Preferences: GSP) ແມ່ນສິດທິພິເສດໃນການຍົກເວັ້ນ ຫຼືຫຼຸດຜ່ອນອັດຕາພາສີຂອງປະເທດທີ່ພັດທະນາແລ້ວ ທີ່ໃຫ້ແກ່ປະເທດກໍາລັງພັດທະນາ ແລະດ້ອຍພັດທະນາ. ສປປ ລາວ ໄດ້ຮັບສິດທິພິເສດແບບທົ່ວໄປຈາກ 38 ປະເທດ ຄື: ອົດສະຕາລີ, ເບລາຣຸສ, ການາດາ, ສະຫະພາບເອີຣົບ (28 ປະເທດ), ຍີ່ປຸ່ນ, ກາຊັກສະຖານ, ນິວຊີແລນ, ນໍເວ, ຣັດເຊຍ, ສະວິດເຊີແລນ ແລະຕ໊ວກກີ.[1]
ສິດທິພິເສດລະບົບທີສອງ ແມ່ນຂອງປະເທດກຳລັງພັດທະນາ ທີ່ສະໝັກໃຈໃຫ້ສິດທິພິເສດແບບຝ່າຍດຽວແກ່ປະເທດດ້ອຍພັດທະນາ ເຊັ່ນ: ລະບົບສິດທິພິເສດຂອງຈີນ, ອິນເດຍ, ສ ເກົາຫຼີ ແລະຈີນໄຕ້ຫວັນ.
ລະບົບທີສາມແມ່ນສິດທິພິເສດພາຍໃຕ້ເຂດການຄ້າເສລີ (Free trade areas: FTAs) ຊຶ່ງສຳຄັນທີ່ສຸດຕໍ່ລາວແມ່ນໃນສັນຍາການຄ້າເສລີອາຊຽນ. ນອກນີ້ ປະເທດເຮົາ ຍັງໄດ້ຮັບສິດທິພິເສດໃນການສົ່ງອອກໄປຍັງປະເທດຄູ່ເຈລະຈາຂອງອາຊຽນ ເຊັ່ນ: ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສ. ເກົາຫຼີ ພ້ອມນີ້ ລາວຍັງເປັນພາຄີຂອງສັນຍາການຄ້າເສລີອື່ນ ທີ່ມີການໃຫ້ສິດທິພິເສດແກ່ກັນ ແລະກັນ ຄື: ສັນຍາການຄ້າລາວ-ຫວຽດນາມ ແລະສັນຍາການຄ້າອາຊີ-ປາຊີຟິກ (APTA).
ຂັ້ນຕອນເພື່ອໃຫ້ໄດ້ຮັບສິດທິພິເສດ
ເພື່ອໃຫ້ໄດ້ຮັບສິດທິພິເສດດ້ານການຄ້າ, ຜູ້ສົ່ງອອກຕ້ອງສາມາດພິສູດການໄດ້ເງື່ອນໄຂແຫຼ່ງກໍາເນີດຂອງສິນຄ້າທີ່ຕົນຈະສົ່ງອອກ, ປະຕິບັດເງື່ອນໄຂດ້ານການຂົນສົ່ງ ແລະ ປະກອບເອກະສານຈໍານວນໜຶ່ງ ລວມທັງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ.
ສະຫຼຸບແລ້ວ ຜູ້ສົ່ງອອກຄວນເອົາໃຈໃສ່ບາງຂັ້ນຕອນໃນການສົ່ງອອກ ເພື່ອໃຫ້ໄດ້ສິດທິພິເສດດ້ານການຄ້າ ດັ່ງນີ້:
ຂັ້ນຕອນທີ 1: ກວດສອບລາຍລະອຽດກ່ຽວກັບລາຍການສິນຄ້າ ແລະລະຫັດພາສີ ໃນສາລະບານພາສີຂອງປະເທດທີ່ໃຫ້ສິດທິພິເສດ.
ຂັ້ນຕອນທີ 2: ກວດເບິ່ງວ່າສິນຄ້າທີ່ຈະສົ່ງອອກນັ້ນ ນອນໃນບັນຊີໄດ້ຮັບການຍົກເວັ້ນ ຫຼືຫຼຸດຜ່ອນອັດຕາພາສີຂອງປະເທດນຳເຂົ້າຫຼືບໍ່ ເພາະມີບາງລາຍການຖືກຍົກເວັ້ນຈາກການໃຫ້ສິດທິພິເສດ.
ຂັ້ນຕອນທີ 3: ກວດສອບເງື່ອນໄຂດ້ານແຫຼ່ງກຳເນີດຂອງສິນຄ້ານັ້ນ ເຊັ່ນ: ການນໍາໃຊ້ວັດຖຸດິບ ຫຼືການແປຮູບພາຍໃນປະເທດ ໄດ້ຕາມເງື່ອນໄຂຫຼືບໍ່.
ຂັ້ນຕອນທີ 4: ກວດສອບເງື່ອນໄຂຈັດສົ່ງສິນຄ້າ ເພາະອາດມີລະບຽບການສະເພາະຂອງປະເທດ ນຳເຂົ້າ ທີ່ກຳນົດໃຫ້ມີການຂົນສົ່ງສິນຄ້າໄປປະເທດປາຍທາງໂດຍກົງ ໂດຍບໍ່ມີການພັກຢູ່ສາງ ຫຼື ປຸງແຕ່ງເພີ່ມໃນປະເທດທີສາມ.
ຂັ້ນຕອນທີ 5: ປະກອບເອກະສານຢັ້ງຢືນແຫຼ່ງກຳເນີດສິນຄ້າ ໃຫ້ຖືກຕ້ອງຕາມເງື່ອນໄຂແຫຼ່ງກໍາເນີດສິນຄ້າຂອງປະເທດນຳເຂົ້າ ໂດຍໃຫ້ມີີການຢັ້ງຢືນຈາກກົມການນຳເຂົ້າ-ສົ່ງອອກ ຫຼືໜ່ວຍງານອື່ນໆ ທີ່ໄດ້ຮັບມອບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າ.
ຂັ້ນຕອນທີ 6: ຈັດສົ່ງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ແລະເອກະສານຕ່າງໆ ທີ່ຈຳເປັນໃນການສົ່ງອອກໄປຍັງຜູ້ນໍາເຂົ້າ ເພື່ອຍື່ນຕໍ່ເຈົ້າໜ້າທີ່ພາສີຂອງປະເທດປາຍທາງດໍາເນີນການຕາມລະບຽບການ.
[1] ເນື່ອງຈາກ ເບລາຣຸສ ແລະກາຊັກສະຖານ ໄດ້ເຂົ້າຮ່ວມສະຫະພາບພາສີກັບຣັດເຊຍ ດັ່ງນັ້ນ ຈຶ່ງຖືວ່າທັງສອງປະເທດ ກໍໃຫ້ສິດທິພິເສດແບບທົ່ວໄປ ເຊັ່ນກັນ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.