ສະພາບ​ລວມ

ສ. ​ເກົາຫຼີ​ ​ໃຫ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ແບບ​ທົ່ວ​ໄປ ໂດຍ​ການ​ຍົກ​ເວັ້ນພາສີ ​ແລະ​ບໍ່​ກຳນົດ​ໂກ​ຕ້າ​​ແກ່ສິນຄ້າ​ສົ່ງ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ​ ລວມທັງ ສປປ ລາວ ​ຊຶ່ງໄດ້​ລິ​ເລີ່ມ​ ໃນ​ປີ 2008 ທີ່​ເປັນ​ຜົນສືບ​ເນື່ອງ​ມາ​ຈາກ​ມະຕິ​ຂອງ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຂອງ​ອົງການ​ການ​ຄ້າ​ໂລກ ທີ່​ຮົງ​ກົງ​ໃນ​ປີ 2005 ​ໂດຍປະ​ເທດ​ກຳລັງ​ພັດທະນາທີ່​ມີ​ຄວາມ​ສະໝັກ​ໃຈ​ ສາມາດ​ໃຫ້​ສິດທິ​ພິ​ເສດ​​​ໂດຍ​ການ​ຍົກ​ເວັ້ນພາສີ ​ແລະ​ບໍ່​ກຳນົດ​ໂກ​ຕາ ແກ່​ປະ​ເທດ​ດ້ອຍ​ພັດທະນາ. ລະບົບ​ສິດທິ​ພິ​ເສດ​ດັ່ງກ່າວ​ໄດ້​ຮັບ​ການ​ປັບປຸງ​ຈາກ​ຂໍ້​ລິ​ເລີ່​ມ​ຂອງ ສ. ​ເກົາ​ຫຼີ​​ເອງ​ໃນ​ປີ 2000.  

ສ.​ ເກົາຫລີ ເປັນ​ປະ​ເທດ​ນຳ​ເຂົ້າ​ອັນ​ດັບ 8 ຂອງ​​ໂລກ ໃນປີ 2012 ໂດຍມີມູນ​ຄ່າ​ນຳ​ເຂົ້າ​ທັງໝົດແມ່ນ 519.6 ຕື້ໂດ​ລາ​ສະຫະລັດ ຫຼືກວມ​ເອົາ 2.9% ຂອງ​ການ​ນຳ​ເຂົ້າ​ທົ່ວ​ໂລກ. ສປປ ລາວ ຖືກຈັດ​ຢູ່​ໃນ​ອັນ​ດັບ​ທີ 124 ຂອງຕະຫຼາດນໍາເຂົ້າສໍາລັບ ສ.ເກົາຫລີ. ​ສິນຄ້າຫຼັກທີ່ ສປປ ລາວ ​ສົ່ງອອກໄປ ສ​. ​ເກົາ​ຫລີ ມີມູນຄ່າ 11.3 ລ້ານໂດລາສະຫະລັດ ໃນປີ 2012 ຊຶ່ງປະກອບດ້ວຍ: ທອງ, ໄມ້ ແລະຜະລິດຕະພັນໄມ້, ເຄື່ອງນຸ່ງຫົ່ມ, ກາເຟ ແລະຊາ, ຢາສູບ, ເຄື່ອງດື່ມປະເພດເຫຼົ້າ, ໜັງສັດ ແລະອື່ນໆ.   (ລາຍລະອຽດກົດເບິ່ງທີ່ນີ້)

ລະບົບສິດທິພິເສດ

ສິນຄ້າຈາກ ສປປ ລາວ ​ທີ່​ໄດ້​ເງື່ອນ​ໄຂລະບຽບ​ແຫຼ່ງກຳ​ເນີ​ດສິນຄ້າ ​ສາມາດ​ສົ່ງ​ອອກ​ໄປ​ ​ສ. ​ເກົາ​ຫຼີ ​​ໂດຍ​ໄດ້​ຮັບ​ການ​ຍົກ​ເວັ້ນພາສີ ​ແລະ ບໍ່​ມີ​ການ​ກຳນົດ​ໂກ​ຕາ ຊຶ່ງກວມ​ເອົາ 85% ຂອງຈຳນວນ​ລາຍການ​ສິນຄ້າ​ທັງ​ໝົດຂອງ​ ສ. ​ເກົາຫຼີ ​ໃນ​ປີ 2008 ​​ແລະ​ຄາດ​ວ່າ​ຈະ​ເພີ່ມ​ຂື້ນ​ເປັນ 95% ໃນທ້າຍ​ປີ 2012 ນີ້.  ​

ສິດທິ​ພິ​ເສດ​ດັ່ງກ່າວ ຈັດ​ຕັ້ງ​ປະຕິບັດ​ກັບ ທັງສິນຄ້າ​ກະສິກຳ ​ແລະ​ອຸດສາຫະກຳ ຊຶ່ງ​ໄດ້​ລະບຸ​ລາຍການ​ສິນຄ້າ​ລະອຽດ​ໃນ​ບັນຊີ​ລາຍການ​ສິນຄ້າ​ (ຄັດ​ຕິດ​ມາ​ນີ້). ສຳລັບ​ສິນຄ້າ​ກະສິກຳ ປະກອບ​ດ້ວຍ: ໝວດ​ 1 (ສັດ​ມີ​ຊີວິດ), ໝວດ 3 (ປາ ​ແລ​ະຜະລິດ​ຕະພັນ​ປາ), ໝວດ 5 (ໜັງ ​ແລະ​ຂົນ​ສັດ) ຈົນ​ເຖີງ ໝວດ 24 (ຢາສູບ ​ແລະ ຜະລິດ). ສິນຄ້າ​ອຸດສາຫະກຳ ປະກອບ​ດ້ວຍ: ໝວດ 25 (​ເກືອ,ມາດ,ດິນ ​ແລະ ຫີນ; ວັດຖຸຈຳພວກ TLASTER, ປູນຂາວ ​ແລະ ຊີ​ເມັນ) ຫາ ໝວດ 97 (​ເຄື່ອງ​ສິນລະປະກຳ, ​ເຄື່ອງ​ປະສົມ ຫຼື ວັດຖຸບູຮານ ). ​ເຖິງ​ຢ່າງ​ໃດ​ກໍ​ຕາມ ສິນຄ້າບາງ​ປະ​ເພດ​​ ​ເຊັ່ນ: ​ເຄື່ອງນຸ່ງ​ຫົ່ມ,​ ສິນຄ້າ​ກະສິກຳ ​ແລະ​ປະມົງ ບາງ​ລາຍການ ​ແມ່ນຍັງ​ບໍ່ທັນ​ໄດ້​ຮັບ​ສິດທິ​ພິ​ເສດ ​ແຕ່​ສາມາດ​ເສຍ​ພາສີ​ໃນ​ອັດຕາປົກກະຕິ​ຂອງ ສ. ​ເກົາຫຼີ.

ນອກຈາກ​ລະບົບ​ສິດທິ​ພິ​ເສດ​ແບບ​ທົ່ວ​ໄປ​ແລ້ວ, ສິນຄ້າ​ສົ່ງ​ອອກ​ຈາກ​ລາວ ​ໄປ ສ. ​ເກົາ​ຫຼີ ຍັງ​ສາມາດ​ໄດ້​ຮັບ​ສິດທິ​ພິ​ເສດ​ພາຍ​ໃຕ້​ສັນຍາ​ການ​ຄ້າ​​ເສລີ ​ອາ​ຊຽນ-​ສ. ​ເກົາຫຼີ​ ​ແລະພາຍໃຕ້ສັນຍາການຄ້າອາຊີ-ປາຊີຟິກ (APTA) ໄດ້​ອີກ ຊຶ່ງ​​ຈະໄດ້​ມີ​ການ​ນໍາ​ສະ​ເໜີ​ຂໍ້​ມູນ​ຕ່າງຫາກ.

ລະບຽບແຫຼ່ງກຳເນີດສິນຄ້າ (Rules of Origin: ROO)

      ສິນ​ຄ້າ​ຈາກ ສປປ ລາວ ທີ່​ຈະ​ຂໍ​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ ເພື່ອ​ສົ່ງ​ອອກ​ໄປ​ຍັງ​ຕະຫຼ​າດ ສ. ​ເກົາຫຼີ ນອກຈາກສິນຄ້າທີ່ບັນຈຸໃນບັນຊີທີ່ ສ. ເກົາຫຼີ ໃຫ້ສິນທິພິເສດແລ້ວຍັງຕ້ອງປະຕິບັດ​ຕາມ​ເງື່ອນ​ໄຂ​ແຫຼ່ງກຳ​ເນີ​ດສິນຄ້າ ດັ່ງ​ນີ້:

·         ​​ເປັນ​ສິນຄ້າ​ທີ່ໄດ້​ມາ ຫຼືຜະລິດ ໂດຍ​ນຳ​ໃຊ້​ວັດຖຸດິບ​ຈາກ​ພາຍ​ໃນ​​ທັງ​ໝົດ (Wholly Obtained or Produced: WO) ​ໂດຍ​ພື້ນຖານ​ແລ້ວ​ແມ່ນ​ສິນຄ້າ​ກະສິກຳ (ພືດ, ສັດ), ​ຜະລິດ​ຕະພັນ​ກະ ສິກຳ​ແປ​ຮູບ ​ແລະ​ແຮ່​ທາດ ໆ​ລໆ.

·         ​ເປັນສິນຄ້າ​ທີ່​ປຸງ​ແຕ່ງ ຫຼືຜະລິດຂັ້ນ​ສຸດ​ທ້າຍ​ຢູຸ່ ສປປ ລາວ ​ໂດຍ​​ວັດຖຸ​ດິບ​ທີ່ນຳ​​ເຂົ້າ ມີ​ອັດຕາ​ສ່ວນບໍ່​ເກີນ  50% ຂອງ​ລາຄາຂາຍ​ສິນຄ້າ​ຮອດ​ທ່າ​ເຮືອ (FOB).

​ໃນກໍລະນີ​ທີ່ມີ​ການນຳ​ເຂົ້າ​ວັດຖຸ​ດິບ​ຈາກ ສ. ​ເກົາ​ຫຼີ ມາ​ປຸງ​ແຕ່ງ ຫຼື​ຜະລິດ ຖື​ວ່າສາມາດຫັກ​ອອກ​ຈາກ​ມູນ​ຄ່າວັດຖຸ​ດິບ​ທີ່​ນຳ​ເຂົ້າຈາກ​ຕ່າງປະ​ເທດ (ຫຼື ຖືໄດ້ວ່າແມ່ນວັດຖຸດິບຂອງ ສປປ ລາວ ເອງ).  

ເອກະສານປ​ະກອບ

​ເພື່ອ​ໄດ້​ຮັບ​ສິດທິ​ພິ​ເສດ​ໃນ​ການ​ສົ່ງ​ອອກ​ໄປ​ຕະຫຼາດ ສ. ​ເກົາ​ຫຼີ ​​ແ​ມ່ນນຳ​ໃຊ້ໃບ​ຢັ້ງ​ຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​​ຟອມ CO Korea​ ທີ່​ອອກ​ໂດຍສະ​ພາ​ການ​ຄ້າ ​ແລະອຸດສາຫະກຳ​ແຫ່ງ​ຊາດ ຫຼື​ຂັ້ນແຂວງ ​ແລະ​ນະ​ຄອນຫຼວງ ຊຶ່ງ​ມີ​ເອກະສານ​ປະກອບ​ໃນ​ການ​ຂໍ​ໃບ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້​າ ມີດັ່ງ​ນີ້:

1). ໃບສະເໜີ

2). ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ພິມແລ້ວ

3). ໃບແຈ້ງລາຄາ ແລະ ຫຸ້ມຫໍ່

4). ໃບແຈ້ງພາສີເປັນລາຍລະອຽດ

5). ສຳເນົາໃບຂົນສົ່ງ

6). ໃບບິນຊື້ຂາຍພາຍໃນ (ກໍລະນີມີການເກັບຊື້)

7). ໃບຄິດໄລ່ຕົ້ນທືນການຜະລິດ ຫຼື ໃບຂັ້ນຕອນການຜະລິດສິນຄ້າ (ກໍລະນີນຳເຂົ້າວັດຖຸດິບ)

​ເງື່ອນ​ໄຂ​ດ້ານ​ການ​ຂົນ​ສົ່ງ

            ໜຶ່ງ​ໃນ​​ເງື່ອນ​ໄຂ​ຂອງ​ການ​ໄດ້ສິດທິ​ພິ​ເສດ ​​ແ​ມ່ນສິນຄ້າ​ທີ່​ສົ່ງ​ອອກຕ້ອງ​ໄດ້​ຮັບ​ການ​ຂົນ​ສົ່ງ​ໂດຍ​ກົງ​ຈາກ​ ສປປ ລາວ​ ໄປ​ຍັງ ສ. ​ເກົາຫຼີ ​ແຕ່​ກໍມີ​ຂໍ້​ໂຍະຍານ​ 2 ກໍລະນີ ຄື:

·         ຈຳ​ເປັນຕ້ອງ​ຂົນ​ສົ່ງ​ຜ່ານ​ປະ​ເທດ​ທີ​ສາມ ຍ້ອນ​ເຫດຜົນ​ທາງ​ດ້ານ​ພູມ​ສາດ (​ເຊັ່ນ ສປປ ລາວ ​ບໍ່​ມີ​ຊາຍ​ແດ​ນຕິດ​ກັບ​ທະ​ເລ), ​ເພື່ອ​ການ​ຂົນ​ສົ່ງ​ຜ່ານ ຫຼື​ເພື່ອຈຸດປະສົງ​ໃນ​ການເກັບ​ຮັກສາ​ສິນຄ້າ​ຊົ່ວຄາວ ​​ແຕ່​ຕ້ອງ​ໄດ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ເຈົ້າ​ໜ້າ​ທີ່​ພາສີ.

·         ສິນຄ້າ​ສົ່ງ​ອອກ​ໄປ​ປະ​ເທດ​ທີ່​ສາມ​ເພື່ອຈຸດປະສົງ​ໃນ​ການ​ວາງສະ​ແດງ ​ແລ້ວ​ສົ່ງ​ອອກ​ຕ່ໍ​ໄປ​ຍັງ ສ. ​ເກົາ​ຫຼີ.

ຂໍ້​ມູນ​ເພີ່ມ​ຕື່ມ:

ທ່ານ​ສາມາດສອບ​ຖາມຂໍ້​ມູນກ່ຽວ​ກັບ​ລະບົບ​ສິດທິ​ພິ​ເສດ​ທາງ​ການ​ຄ້າ ​ແລະ​ເງື່ອນ​ໄຂ​ແຫຼ່ງກຳ​ເນີດສິນຄ້າ ​​ໃນ​ການ​ສົ່ງ​ອອກ​​ໄປ​ຍັງ​ປະ​ເທດ​ຕ່າງໆ ​ໄດ້​​ຈາກ​:

-    ພະ​ແນ​ກຄຸ້ມ​ຄອງ​ແຫຼ່ງກຳ​ເນີ​ດສິນ​ຄ້າ, ​ກົມ​ການ​ນຳ​ເຂົ້າ ​ແລະ​ສົ່ງ​ອອກ, ກະ​ຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ:

​ເວັບ​ໄຊ້: http://www.laotradeportal.gov.la ໂທ/​ແຟກ: 021-450255, email: [email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.