ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ເລກທີ 002/ປປທ

ລົງວັນທີ 17 ມິຖຸນາ 2021

 

ລັດຖະບັນຍັດ

ຂອງປະທານປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ

  • ອີງຕາມ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດທີ VI, ມາດຕາ 67 ຂໍ້ 2;
  • ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;
  • ອີງຕາມ ໜັງສືສະເໜີຂອງ ຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 04/ຄປຈ, ລົງວັນທີ 19 ມີນາ 2021 ແລະ ສະບັບເລກທີ 06/ຄປຈ, ລົງວັນທີ 15 ມິຖຸນາ 2021.

ປະທານປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະບັນຍັດ:

ພາກທີ I

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ລັດຖະບັນຍັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການກຳນົດຄ່າທຳນຽມ ແລະ ຄ່າບໍລິການວິຊາການ ຂອງຂະແໜງການລັດ ເພື່ອຄຸ້ມຄອງການຈັດເກັບ ຄ່າທຳນຽມ ແລະ ຄ່າບໍລິການຢ່າງລວມສູນ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ, ແນໃສ່ຮັບປະກັນໃຫ້ຄ່າທຳນຽມ ແລະ ຄ່າບໍລິການ ໄດ້ມອບເຂົ້າງົບປະມານແຫ່ງລັດ ຢ່າງຄົບຖ້ວນ ຕາມກໍານົດເວລາ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ.

ມາດຕາ 2 ຄ່າທຳນຽມ ແລະ ຄ່າບໍລິການ

ຄ່າທຳນຽມ ແມ່ນຄ່າສິດຄຸ້ມຄອງບໍລິຫານລັດ ທີ່ເກັບເປັນເງິນຈາກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເຄື່ອນໄຫວທາງດ້ານເສດຖະກິດ ແລະ ສັງຄົມ ໂດຍຜ່ານຂະແໜງການຂອງລັດ ດ້ວຍການຢັ້ງຢືນ ແລະ/ຫຼື ອະນຸຍາດ;

ຄ່າບໍລິການ ແມ່ນຄ່າບໍລິຫານທາງດ້ານວິຊາການ ທີ່ເກັບເປັນເງິນຈາກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃນການໃຊ້ບໍລິການ ຂອງຂະແໜງການລັດ ໃນການເຄື່ອນໄຫວຮັບໃຊ້ສັງຄົມ ໂດຍບໍ່ຫວັງຜົນກຳ ໄລ ແລະ ເປັນການຊ່ວຍໜູນການໃຊ້ຈ່າຍງົບປະມານຂອງລັດ.

ມາດຕາ 3 ການອະທິບາຍຄຳສັບ

ຄຳສັບທີ່ໃຊ້ໃນລັດຖະບັນຍັດສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ຜູ້ແຈ້ງຄ່າທຳນຽມ ແລະ ຄ່າບໍລິການ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງລັດ ທີ່ຕ້ອງແຈ້ງຄຳທຳນຽມ ແລະ ຄ່າບໍລິການ ຕໍ່ຂະແໜງການລັດ ຫຼື ນິຕິບຸກຄົນ ທີ່ມີໜ້າທີ່ຮັບຜິດຊອບຄຸ້ມຄອງເພື່ອຂໍເອກະສານຢັ້ງຢືນມູນຄ່າ ຄ່າທຳນຽມ ແລະ/ຫຼື ຄ່າບໍລິການ ທີ່ຕ້ອງມອບເຂົ້າລັດ;
  2. ຜູ້ມອບຄ່າທຳນຽມ ແລະ ຄ່າບໍລິການ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງລັດ ທີ່ຕ້ອງຈ່າຍຄ່າທຳນຽມ ແລະ ຄ່າບໍລິການ ເພື່ອຂໍອອກໃບຢັ້ງຢືນ ແລະ ໃບອະນຸຍາດ ແລະ ການບໍລິການຈາກຂະແໜງການລັດ;
  3. ຜູ້ເກັບຄ່າທຳນຽມ ໝາຍເຖິງ ການຈັດຕັ້ງທີ່ມີສິດ ແລະ ຄວາມຮັບຜິດຊອບ ເກັບຄ່າທຳນຽມ;
  4. ຜູ້ເກັບຄ່າບໍລິການ ໝາຍເຖິງ ຂະແໜງການລັດ ແລະ/ຫຼື ນິຕິບຸກຄົນ ຖືກມອບໝາຍໃຫ້ເກັບຄ່າບໍລິການ.

ມາດຕາ 4 ຫຼັກການ ການກໍານົດຄ່າທຳນຽມ ແລະ ຄ່າບໍລິການ

ການກໍານົດ ຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

  1. ສອດຄ່ອງກັບລະດັບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;
  2. ຄຸ້ມຄອງການຈັດເກັບ ແລະ ມອບເຂົ້າງົບປະມານແຫ່ງລັດ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ;
  3. ຈັດເກັບ ແລະ ນຳໃຊ້ໃຫ້ຖືກຕ້ອງ, ຄົບຖ້ວນ ຕາມກົດໝາຍ, ໂປ່ງໃສ ແລະ ກວດສອບໄດ້;
  4. ສະດວກ, ວ່ອງໄວ, ທັນສະໄໝ, ທັນຕາມກໍານົດເວລາ ແລະ ມີປະສິດທິຜົນ.

ມາດຕາ 5 ການຍົກເວັ້ນ ຫຼື ຫຼຸດຜ່ອນ ຄ່າທຳນຽມ ແລະ ຄ່າບໍລິການ

ການຍົກເວັ້ນ ຫຼື ຫຼຸດຜ່ອນ ຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ປະຕິບັດ ດັ່ງນີ້:

  1. ຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  2. ຕາມກົດໝາຍໄດ້ກຳນົດ;
  3. ຕາມມະຕິຂອງສະພາແຫ່ງຊາດ ສຳລັບວຽກງານ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ບົນພື້ນຖານການສະເຫນີ ຂອງລັດຖະບານ;
  4. ຕາມລາຍການຍົກເວັ້ນ ທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດສະບັບນີ້.

ມາດຕາ 6 ຂອບເຂດການນໍາໃຊ້

ລັດຖະບັນຍັດສະບັບນີ້ ນຳໃຊ້ສໍາລັບການເກັບຄ່າທຳນຽມ ແລະ ຄ່າບໍລິການຈາກ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ນໍາໃຊ້ສິດຄຸ້ມຄອງບໍລິຫານລັດ ແລະ/ຫຼື ນໍາໃຊ້ການບໍລິການທາງດ້ານວິຊາການ ຈາກຂະແໜງການລັດ ຂອງ ສປປ ລາວ.

 

 

ພາກທີ II

ສິດ ແລະ ຄວາມຮັບຜິດຊອບ

ຂອງອົງການລັດ ກ່ຽວກັບຄ່າທໍານຽມ ແລະ ຄ່າບໍລິການ

ໝວດທີ 1

ຄວາມຮັບຜິດຊອບຂອງອົງການລັດ

ມາດຕາ 7 ອົງການລັດທີ່ມີສິດກໍານົດຄ່າທານຽມ ແລະ ຄ່າບໍລິການ

ອົງການລັດທີ່ມີສິດກໍານົດທ່າທຳານຽມມີດັ່ງນີ້:

  1. ຄະນະປະຈໍາສະພາແຫ່ງຊາດ;
  2. ລັດຖະບານ.

ອົງການທີ່ມີສິດກຳນົດຄ່າບໍລິການມີດັ່ງນີ້:

  1. ຄະນະປະຈໍາສະພາແຫ່ງຊາດ;
  2. ລັດຖະບານ;
  3. ກະຊວງການເງິນ;
  4. ບັນດາກະຊວງ ແລະ ອົງການທຽບເທົ່າ;
  5. ສະພາປະຊາຊົນຂັ້ນແຂວງ:
  6. ອົງການປົກຄອງຂັ້ນແຂວງ.

ມາດຕາ 8 ສິດ ແລະ ຂອບເຂດຄວາມຮັບຜິດຊອບຂອງອົງການລັດ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການ

ອົງການລັດທີ່ມີສິດ ແລະ ຄວາມຮັບຜິດຊອບກ່ຽວກັບຄ່າທໍານຽມ ແລະ ຄ່າບໍລິການ ມີດັ່ງນີ້:

  1. ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ ອັດຕາ, ລາຍການຈັດເກັບ, ການຍົກເວັ້ນ ແລະ ການປ່ຽນແປງຄ່າທຳນຽມ ແລະ ຄ່າບໍລິການ ຂອງຂະແໜງການຂັ້ນສູນກາງ ຕາມການສະເໜີ ຂອງລັດຖະບານ ເພື່ອສະເໜີປະທານປະເທດຕົກລົງ;
  2. ລັດຖະບານ ຄົ້ນຄວ້າ ອັດຕາ, ລາຍການຈັດເກັບ, ການຍົກເວັ້ນ ແລະ ການປ່ຽນແປງຄ່າທຳນຽມ ແລະ ຄ່າບໍລິການ ຂອງຂະແໜງການຂັ້ນສູນກາງ ເພື່ອສະເໜີຄະນະປະຈຳສະພາແຫ່ງຊາດ ພິຈາລະນາ ຮັບຮອງເອົາ;
  3. ກະຊວງການເງິນ ເປັນເສນາທິການໃຫ້ລັດຖະບານໃນການຄົ້ນຄວ້າ, ສັງລວມອັດຕາ, ລາຍການຈັດເກັບແລະ ການຍົກເວັ້ນ ຄ່າທຳນຽມ ແລະ ຄ່າບໍລິການ; ອອກລະບຽບການຄຸ້ມຄອງກົນໄກການຈັດເກັບ, ແຈ້ງ-ມອບ ແລະ ນຳໃຊ້ລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ບັນດາຂະແໜງການ;
  4. ບັນດາກະຊວງ ແລະ ອົງການທຽບເທົ່າ ຄົ້ນຄວ້າ ອັດຕາ, ລາຍການຈັດເກັບ, ລະບຽບການຍົກເວັ້ນ ຫຼືຫຼຸດຜ່ອນ ຄ່າທຳນຽມ ແລະ ຢ່າບໍລິການ ແລ້ວນຳສະເໜີກະຊວງການເງິນ ເພື່ອສັງລວມສະເໜີຕໍ່ລັດຖະບານ;
  5. ສະພາປະຊາຊົນຂັ້ນແຂວງ ພິຈາລະນາຮັບຮອງເອົາ ອັດຕາ, ລາຍການຈັດເກັບ, ການຍົກເວັ້ນ ແລະ ການ ປ່ຽນແປງຄ່າບໍລິການ ກ່ຽວກັບການອະນາໄມຕົວເມືອງ, ໄຟປະດັບຕົວເມືອງສິ່ງແວດລ້ອມຕົວເມືອງ ຕາມການສະເໜີຂອງອົງການປົກຄອງຂັ້ນແຂວງ ເພື່ອສະເໜີເຈົ້າແຂວງ, ເຈົ້າຄອງນະຄອນຫຼວງຕົກລົງ, ແຕ່ບໍ່ມີສິດຕົກລົງຄ່າທຳນຽມ ແລະ ຄ່າບໍລິການອື່ນ;
  6. ອົງການປົກຄອງຂັ້ນແຂວງ ຄົ້ນຄວ້າອັດຕາ, ລາຍການຈັດເກັບ, ການຍົກເວັ້ນ ແລະ ການປ່ຽນແປງຄ່າ ບໍລິການ ກ່ຽວກັບການອະນາໄມທົ່ວເມືອງ, ໄຟປະດັບຕົວເມືອງ, ສິ່ງແວດລ້ອມຕົວເມືອງ ເພື່ອນຳສະເໜີສະພາປະຊາຊົນຂັ້ນແຂວງພິຈາລະນາຮັບຮອງ ລາຍການເກັບຄ່າບໍລິການດັ່ງກ່າວ ຕ້ອງຖືກບັນຈຸເຂົ້າໃນແຜນງົບປະມານທ້ອງຖິ່ນ, ແຕ່ບໍ່ມີສິດສະເໜີຄ່າທຳນຽມ ແລະ ຄ່າບໍລິການອື່ນ.

ອົງການລັດທີ່ຮັບຜິດຊອບເກັບຄ່າທຳນຽມ ແລະ ຄ່າບໍລິການມີສິດ ແລະ ໜ້າທີ່ ໂຄສະນາເຜີຍແຜ່ ແລະ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດລັດຖະບັນຍັດສະບັບນີ້ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

ໝວດທີ 2

ການແຈ້ງ, ການມອບ ແລະ ການນໍາໃຊ້

ມາດຕາ 9 ການແຈ້ງຄ່າທໍານຽມ ແລະ ຄ່າບໍລິການ

ການແຈ້ງຄ່າທຳນຽມ ແລະ ຄ່າບໍລິການ ດໍາເນີນເປັນ ເດືອນ, ງວດ, ປີ ຫຼື ເປັນແຕ່ລະຄັ້ງ ຕາມການກໍານົດຂອງອົງການຄຸ້ມຄອງ ຄ່າທຳນຽມ ແລະ ຄ່າບໍລິການ ທີ່ກ່ຽວຂ້ອງ.

ຜູ້ແຈ້ງ ມີໜ້າທີ່ແຈ້ງ ຄ່າທຳນຽມ ແລະ ຄ່າບໍລິການ ຕາມກຳນົດເວລາ.

ມາດຕາ 10 ການມອບຄ່າທໍານຽມ ແລະ ຄ່າບໍລິການ

ຄ່າທຳນຽມ ແລະ ຄ່າບໍລິການ ຕ້ອງມອບ ເຂົ້າງົບປະມານແຫ່ງລັດ ຢ່າງລວມສູນໂດຍຜ່ານລະບົບ ທະນາຄານ ທີ່ມີບັນຊີຂອງຄັງເງິນແຫ່ງຊາດ ຫຼື ລະບົບຄັງເງິນແຫ່ງຊາດ. ສຳລັບຂະແໜງການທີ່ມີຄວາມຈໍາເປັນມີເງິນສົດແຮຄັງ ເພື່ອຮັບໃຊ້ວຽກງານວິຊາສະເພາະ ຕ້ອງປະຕິບັດຕາມລະບຽບການສະເພາະທີ່ກະຊວງການ ເງິນວາງອອກ.

ຜູ້ມອບ ມີໜ້າທີ່ມອບ ຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ຄົບຖ້ວນ ແລະ ທັນຕາມກຳນົດເວລາ ເປັນ ສະກຸນເງິນກີບ ດ້ວຍເງິນສົດ, ແຊັກ, ເງິນໂອນ ຫຼື ຮູບການອື່ນ ຕາມກົດໝາຍວ່າດ້ວຍລະບົບການຊຳລະ, ຍົກເວັ້ນ ບາງກໍລະນີ ທີ່ໄດ້ກໍານົດໄວ້ໃນສັນຍາ ທີ່ໄດ້ຕົກລົງໃຫ້ຊຳລະເປັນສະກຸນເງິນຕາຕ່າງປະເທດ, ແຕ່ຕ້ອງ ບັນທຶກເປັນລາຍຮັບງົບປະມານ ເປັນສະກຸນເງິນກີບ ບົນພື້ນຖານອັດຕາແລກປ່ຽນທີ່ທະນາຄານ ແຫ່ງ ສປປ ລາວ ປະກາດໃຊ້.

ຂັ້ນຕອນ, ຮູບການ ແລະ ວິທີການມອບຄ່າທຳນຽມ ແລະ ຄ່າບໍລິການ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 11 ການນໍາໃຊ້ຄ່າທໍານຽມ ແລະ ຄ່າບໍລິການ

ການນໍາໃຊ້ຄ່າທຳນຽມ ແລະ ຄ່າບໍລິການ ຂອງບັນດາຂະແໜງການ ຕ້ອງລວມສູນຢູ່ໃນລະບົບ ງົບປະມານແຫ່ງລັດ ໂດຍມີການໄລ່ລຽງລາຍຮັບ, ລາຍຈ່າຍ, ສັງລວມເຂົ້າໃນແຜນງົບປະມານແຫ່ງລັດປະຈຳປີ ຂອງຂະແໜງການ, ປະຕິບັດຕາມລະບຽບການເງິນແຫ່ງລັດ ແລະ ພາຍໃຕ້ການຄຸ້ມຄອງຂອງຂະແໜງການທີ່ກ່ຽວຂ້ອງ ແລະ ຂະແໜງການການເງິນ.

ສຳລັບຂະແໜງການເປົ້າໝາຍ ທີ່ຈະຫັນເປັນຫົວໜ່ວຍ ບໍລິຫານວິຊາການກຸ້ມຕົນເອງ ດ້ານງົບປະມານ ສາມາດນໍາໃຊ້ລາຍຮັບທີ່ເກັບມານັ້ນ ເຂົ້າໃນການເຄື່ອນໄຫວວຽກງານ ຂອງຂະແໜງການຕົນ ໂດຍອີງໃສ່ຈຸດພິເສດ ຂອງຂະແໜງການດັ່ງກ່າວ ຕາມລະບຽບການ ທີ່ກະຊວງການເງິນວາງອອກ.

ພາກທີ III

ການຄຸ້ມຄອງ ຄ່າທຳນຽມ ແລະ ຄ່າບໍລິການ

ມາດຕາ 12 ການຄຸ້ມຄອງລາຍຮັບຄ່າທໍານຽມ ແລະ ຄ່າບໍລິການ

ລັດຖະບານ ເປັນຜູ້ຄຸ້ມຄອງລາຍຮັບຈາກຄ່າທຳນຽມ ແລະ ຄ່າບໍລິການ ທີ່ໄດ້ກຳນົດໄວ້ໃນລັດຖະ ບັນຍັດສະບັບນີ້ ໂດຍມອບໃຫ້ກະຊວງການເງິນຄຸ້ມຄອງການຈັດເກັບ ແລະ ຕ້ອງມອບເຂົ້າໃນລະບົບບັນຊີຄັງເງິນແຫ່ງຊາດ ຢ່າງລວມສູນ, ຄົບຖ້ວນ ແລະ ທັນຕາມກໍານົດເວລາ ໂດຍນໍາໃຊ້ລະບົບຄຸ້ມຄອງຂໍ້ມູນລາຍຮັບ ສ່ວຍສາອາກອນ (TaxRIS) ແລະ ຊຳລະຜ່ານລະບົບທະນາຄານ.

ກະຊວງການເງິນ ແລະ ບັນດາຂະແໜງການ ດຳເນີນການຢັ້ງຢືນ ແລະ ສົມທຽບການຈັດຕັ້ງປະຕິບັດ ການຈັດເກັບລາຍຮັບ ຄ່າທຳນຽມ ແລະ ຄ່າບໍລິການ.

ລາຍຮັບຈາກຄ່າບໍລິການ ຂອງບັນດາຂະແໜງການ ຕ້ອງຄິດໄລ່ ແລະ ສັງລວມເຂົ້າໃນແຜນງົບປະມານ ປະຈຳປີ ຂອງແຕ່ລະຂະແໜງການ, ປະຕິບັດຕາມລະບຽບການເງິນແຫ່ງລັດ ແລະ ພາຍໃຕ້ການຄຸ້ມຄອງຂອງ ຂະແໜງການທີ່ກ່ຽວຂ້ອງ ແລະ ຂະແໜງການການເງິນ. ສຳລັບຄ່າບໍລິການ ທີ່ຕິດພັນກັບກອງທຶນລັດ ໃຫ້ ປະຕິບັດຕາມລະບຽບການສະເພາະຂອງກອງທຶນ.

ມາດຕາ 13 ການຄຸ້ມຄອງລາຍຈ່າຍ ຄ່າທຳນຽມ ແລະ ຄ່າບໍລິການ

ລັດຖະບານ ມອບໃຫ້ກະຊວງການເງິນ ກຳນົດ ຂັ້ນຕອນ, ຮູບການ ແລະ ວິທີການນໍາໃຊ້ລາຍຮັບຄ່າທໍາ ນຽມ ແລະ ຄ່າບໍລິການ, ລາຍລະອຽດກ່ຽວກັບວົງເງິນການໃຊ້ຈ່າຍ ຂອງຂະແໜງການທີ່ຈະມີສິດໃຊ້ຈ່າຍ.

ຂະແໜງການກ່ຽວຂ້ອງ ຕ້ອງສະຫຼຸບລາຍງານປະຈຳປີກ່ຽວກັບ ການນຳໃຊ້ລາຍຮັບຄ່າບໍລິການດັ່ງກ່າວ ເພື່ອລາຍງານຂະແໜງການເງິນ. ຖ້າຫາກນໍາໃຊ້ບໍ່ໝົດຕ້ອງໄດ້ມອບ ແລະ ສົ່ງຄືນເຂົ້າງົບປະມານແຫ່ງລັດ.

ພາກທີ IV

ຄ່າທຳນຽມ ແລະ ຄ່າບໍລິການ ຂົງເຂດເສດຖະກິດ

ໝວດທີ 1

ຂະແໜງການ ແຜນການ ແລະ ການລົງທຶນ

ມາດຕາ 14 ຄ່າທຳນຽມ

ຄ່າທຳນຽມ ຂະແໜງການ ແຜນການ ແລະ ການລົງທຶນ ໃຫ້ຈັດເກັບ ດັ່ງນີ້:

ລ/ດ

ເນື້ອໃນລາຍການ

ອັດຕາ (ກີບ)

1

ເອກະສານຢັ້ງຢືນການປ່ຽນແປງພື້ນຖານນິຕິກຳ ເຊັ່ນ: ເອກະສານດັດແກ້ໃບອະນຸຍາດລົງທຶນ, ການປ່ຽນອຳນວຍການ, ການປ່ຽນແປງທີ່ຕັ້ງ, ການປ່ຽນແປງຂາຮຸ້ນ, ເພີ່ມ ຫຼື ຫຼຸດ ທຶນຈົດທະບຽນ ແລະ ໃບຢັ້ງຢືນອື່ນໆ

50.000

2

ໃບອະນຸຍາດລົງທຶນ, ໃບອະນຸຍາດທຸລະກິດພາຍໃນ ໄປລົງທຶນຕ່າງປະເທດ, ໃບອະນຸຍາດຫ້ອງການຕາງໜ້າ, ໃບສົ່ງເສີມການລົງທຶນ

200.000

3

ໃບຢັ້ງຢືນຮັບຮອງແຜນນຳເຂົ້າປະຈຳປີ, ຢັ້ງຢືນແຜນນຳເຂົ້າເພີ່ມເຕີມ

50.000

4

ໜັງສືຂໍອະນຸຍາດເອກະສານຄຳ້ປະກັນ (IM8) ເອົາສິນຄ້າອອກຈາກດ່ານ

50.000

5

ໜັງສືສິ້ນສຸດອາຍຸການໃຫ້ນະໂຍບາຍຕໍ່ພາຫະນະ ທີ່ຍົກເວັ້ນພາສີ, ອາກອນນຳເຂົ້າ

50.000

6

ໜັງສືຕໍ່ອາຍຸການນຳເຂົ້າຊົ່ວຄາວ ສຳລັບພາຫະນະ ແລະ ອຸປະກອນຕ່າງໆ ທີ່ໄດ້ຮັບນະໂຍບາຍນຳເຂົ້າຊົ່ວຄາວ

50.000

7

ໜັງສືອະນຸຍາດນຳອອກຄືນ ສພລັບ ພາຫະນະ ແລະ ອຸປະກອນຕ່າງໆ ທີ່ໄດ້ຮັບນະໂຍບາຍນຳເຂົ້າຊົ່ວຄາວ

50.000

 

ມາດຕາ 15 ຄ່າບໍລິການ

ຄ່າບໍລິການ ຂະແໜງການ ແຜນການ ແລະ ການລົງທຶນ ໃຫ້ຈັດເກັບ ດັ່ງນີ້:

ລ/ດ

ເນື້ອໃນລາຍການ

 

1

ການພິມໃບຄຳຮ້ອງຂໍທຶນ

50.000

2

ການພິມເອກະສານບົດບັນທຶກຄວາມເຂົ້າໃຈ, ສັນຍາໂຄງການສຳປະທານ

500.000

3

ຂໍ້ມູນການລົງທຶນ

50.000

4

ການອອກໃບທະບຽນວິສາຫະກິດ, ໃບຢັ້ງຢືນຕົວເລກອາກອນ, ເຮັດກາປະທັບ, ເຮັດບັດພັກເຊົາ ແລະ ວິຊາທຸລະກິດ

50.000

 

ໝວດທີ 2

ຂະແໜງການ ການເງິນ

ມາດຕາ 16 ຄ່າທຳນຽມ

ຄ່າທຳນຽມ ຂະແໜງການ ການເງິນໃຫ້ຈັດເກັບ ດັ່ງນີ້:

  1. ຄ່າທຳນຽມ ການຈົດທະບຽນເອກະສານ

ການຈົດທະບຽນເອກະສານ ແມ່ນການຈົດເນື້ອໃນຫຍໍ້ ຂອງເອກະສານເຂົ້າໃນປຶ້ມທະບຽນ ເພື່ອ ຈຸດປະສົງເກັບກຳຂໍ້ມູນສະຖິຕິການເຄື່ອນໄຫວ ທາງດ້ານເສດຖະກິດ-ສັງຄົມ, ເຮັດໃຫ້ເອກະສານມີຄຸນຄ່າທາງ ດ້ານກົດໝາຍ, ຮັບປະກັນການຝຶກນັກສຶກສາ ແລະ ສຳເນົາເອກະສານ ເພື່ອເປັນຖານຂໍ້ມູນ, ສ້າງລາຍຮັບເຂົ້າ ງົບປະມານ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

ບັນດາເອກະສານ ທີ່ຈະຈົດທະບຽນຢູ່ຂະແໜງການເງິນ ຕ້ອງຖືກຕ້ອງຕາມກົດໝາຍ ແລະ ລະບຽບ ການ: ເອກະສານທີ່ພົວພັນລະຫວ່າງລັດ ແລະ ເອກະຊົນທີ່ນຳໃຊ້ງົບປະມານຂອງລັດ, ເງິນຊ່ວຍເຫຼືອລ້າ, ເງິນກູ້ຢືມພາຍໃນ ແລະ ຕ່າງປະເທດ, ສັນຍາລະຫວ່າງບໍລິສັດ, ລັດວິສາຫະກິດ ຫຼື ວິສາຫະກິດລັດຖືຮຸ້ນຮ່ວມກັບ ບຸກຄົນ, ນິຕິບຸກຄົນເອກະຊົນ ຫຼື ສັນຍາ ລະຫວ່າງ ເອກະຊົນກັບເອກະຊົນ.

  1. 1. ຄ່າທຳນຽມຈົດທະບຽນເອກະສານ ເກັບອັດຕາດຽວ 50.000 ກີບ/ຄັ້ງ ຕາມລາຍການ ດັ່ງນີ້:
  1. ໜັງສືມອນກຳມະສິດສືບທອດມູນມໍຣະດົກ (ສັງຫາລິມະຊັບ);
  2. ການເລື່ອນເວລາໃຊ້ສິນ ຫຼື ສືບຕໍ່ຄຳ້າປະກັນ (ສັງຫາລິມະຊັບ);
  3. ເອກະສານອື່ນໆທີ່ບໍ່ຈຳເປັນຕ້ອງຈົດທະບຽນ ແຕ່ຜູ້ກ່ຽວນຳມາຈົົດທະບຽນ (ສັງຫາລິມະຊັບ);
  4. ບົດບັນທຶກແບ່ງປັນທຶນຂອງບໍລິສັດທີ່ຖືກຍຸບ ໃຫ້ແກ່ຂາຮຸ້ນ;
  5. ບົດບັນທຶກແບ່ງປັນຊັບ ລະຫວ່າງຜູ້ມີກຳມະສິດຮ່ວມ;
  6. ສັນຍາຊື້-ຂາຍ ສັດ ຫຼື ຜົນຜະລິດກະສິກຳທຸກປະເພດ
  7. ກົດລະບຽບຂອງບໍລິສັດ;
  8. ສັນຍາຮັບໃຊ້ໜີ້;
  9. ສັນຍາຊວດຈຳ ສັງຫາລິມະຊັບ;
  10. ການດັດແກ້ສັນຍາ;
  11. ໜັງສືມອບພັນທະໃຫ້ກັນ ເພື່ອປະຕິບັດພັນທະຕ່າງໆ ແທນຕົນ;
  12. ການຄຳ້ປະກັນດ້ວຍຊັບເຄື່ອນທີ່;
  13. ໜັງສືຕົກລົງແບ່ງປັນສິນສົມສ້າງ.

     1.2. ຄ່າທໍານຽມຈດທະບຽນແບບເດັດຖານຕາມມູນຄ່າຊັບ

(ລາຍລະອຽດຕາມເອກະສານຄັດຟາຍພີດີເອຟ)

 

ມາດຕາ 17 ຄ່່າບໍລິການ

(ລາຍລະອຽດຕາມເອກະສານຄັດຟາຍພີດີເອຟ)

 

ມາດຕາ 18 ເອກະສານຕ່າງໆ ທີ່ຍົກເວັ້ນທ່າທຳນຽມ ແລະ ສະແຕັມອາກອນ

  1. ເອກະສານ ທີ່ຍົກເວັ້ນສະແຕັມອາກອນ
  • ໃບສະເໜີທີ່ພົວພັນ ລະຫວ່າງອົງການຈັດຕັ້ງຂອງລັດຂັ້ນຕ່າງໆ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາສະໜາ, ໃບແຈ້ງເສຍອາກອນ, ໃບສັ່ງມອບອາກອນຂອງວິສາຫະກິດ, ໃບແຈ້ງເສຍພາສີຂາອອກ-ຂາເຂົ້າ;
  • ສັນຍາກູ້ຢືມເງິນ ທີ່ເຊັນກັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ, ສະຖາບັນ ການເງິນ ຫຼື ທະນາຄານຕ່າງປະເທດ;
  • ໃບຈຳໜ່າຍສິນຄ້າເຄື່ອງຂອງ ແລະ ການບໍລິການໃຫ້ແກ່ພາກສ່ວນລັດບໍລິຫານ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນອື່ນ ຢູ່ ສປປ ລາວ;
  • ໃບຮຸ້ນຂອງລັດຖະບານ, ໃບຢັ້ງຢືນການສອບເສັງ
  1. ເອກະສານທີ່ຍົກເວັ້ນຄ່າທຳນຽມຈົດທະບຽນ
  • ເອກະສານໂອນກຳມະສິດນຳໃຊ້ທຸກປະເພດໃຫ້ແກ່ລັດຖະບານ, ສະຖານທູດ ຫຼື ອົງການຈັດຕັ້ງສາກົນທີ່ຕັ້ງ ຢູ່ ສປປ ລາວ ເມື່ອມີສັນຍາຍົກເວັ້ນຄຳທຳນຽມຈົດທະບຽນຊຶ່ງກັນ ແລະ ກັນ (ໂດຍການຕົກລົງເຫັນດີ ຂອງລັດຖະມົນຕີກະຊວງການເງິນ);
  • ສັນຍາຊ່ວຍເຫຼືອ, ກູ້ຢືມລະຫວ່າງລັດຖະບານລາວ ກັບຕ່າງປະເທດ ຫຼື ອົງການຈັດຕັ້ງອື່ນ, ໜັງສືກ່ຽວກັບການຊື້ທີ່ດິນ-ເຮືອນເອກະຊົນ ມາເປັນຂອງລັດ, ໜັງສືທີ່ລັດເປັນຜູ້ເສຍຄ່າທຳນຽມຈົດທະບຽນ ແມ່ນຍົກເວັ້ນ.
  •  

ໝວດ 3 

ຂະແໜງການ ອຸດສາຫະກໍາ ແລະ ການຄ້າ

 

ມາດຕາ 19 ຄ່າທໍານຽມ

(ລາຍລະອຽດຕາມເອກະສານຄັດຟາຍພີດີເອຟ)

 

ພາກທີ VIII

ຄ່າທຳນຽມ ແລະ ຄ່າບໍລິການ ຂົງເຂດການຕ່າງປະເທດ

ມາດຕາ 53 ການຍົກເວັ້ນຄ່າທຳນຽມ

ຍົກເວັ້ນຄ່າທຳນຽມ ດັ່ງນີ້:

  1. ການອອກເອກະສານເດີນທາງຊົ່ວຄາວ ໃຫ້ພົນລະເມືອງລາວ ທີ່ເຮັດໜັງສືຜ່ານແດນລັດຖະການ ແລະ ໜັງສືຜ່ານແດນການທູດ ເສຍຫາຍ ຫຼື ຖືກລັກ ຢູ່ຕ່າງປະເທດ;
  2. ການອອກວີຊາເຂົ້າ ສປປ ລາວ ແລະ ວີຊາເຂົ້າ-ອອກ ສປປ ລາວ ຫຼາຍເທື່ອໃຫ້ພົນລະເມືອງຕ່າງປະເທດ ທີ່ໄດ້ຮັບເອກະສິດ ແລະ ອະພິສິດ ພາຍໃຕ້ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ແລະ ຕາມລະບຽບການ ທີ່ກະຊວງການຕ່າງປະເທດໄດ້ວາງອອກ;
  3. ການອອກວີຊາເຂົ້າ ສ ປປ ລາວ ແລະ ວິຊາເຂົ້າ-ອອກ ສປປ ລາວ ຫຼາຍເທື່ອໃຫ້ພົນລະເມືອງ ຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ໃນກໍລະນີ ດັ່ງນີ້:
  4. . ພະນັກງານຂອງຫ້ອງການຮ່ວມມື ໃນຂອບການພົວພັນສອງຝ່າຍ, ອົງການສະຫະປະຊາຊາດ ແລະ ຫ້ອງການສໍານັກງານຜູ້ຕາງໜ້າການທູດ ຂອງຕ່າງປະເທດ ປະຈຳ ຢູ່ ສປປ ລາວ;

ຂ. ຊ່ຽວຊານ ຫຼື ນັກວິຊາການ ຕ່າງປະເທດ ທີ່ມາໃນນາມໂຄງການຮ່ວມມື ລະຫວ່າງ ສອງ ລັດຖະບານ (ບໍ່ຍົກເວັ້ນໃຫ້ບຸກຄົນທີ່ມາຕາມສັນຍາຈ້າງຂອງໂຄງການ);

ຄ. ຊ່ຽວຊານ ຫຼື ນັກວິຊາການ ຕ່າງປະເທດ ຂອງອົງການອາສາສະໝັກຕ່າງປະເທດ ທີ່ເຂົ້າມາ ສປປ ລາວ ພາຍໃຕ້ໂຄງການຊ່ວຍເຫຼືອລ້າໃຫ້ ລັດຖະບານ ສປປ ລາວ (ບໍ່ຍົກເວັ້ນໃຫ້ບຸກຄົນທີ່ມາຕາມ ສັນຍາຈ້າງຂອງໂຄງການ);

ງ. ບຸກຄົນສຳຄັນ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ຕາມລະບຽບການ ທີ່ກະຊວງການຕ່າງປະເທດ ໄດ້ວາງອອກ;

ຈ. ຜົວ ຫຼື ເມຍ ຫຼື ລູກຂອງບຸກຄົນ ທີ່ໄດ້ກຳນົດໄວ້ ແຕ່ ຂໍ້ ກ ຫາ ງ.

  1. ການອອກວີຊາໄລຍະສັ້ນ ແລະ ໄລຍະຍາວເຂົ້າ ສປປ ລາວ ໃຫ້ຄົນເຊື້ອຊາດລາວ ສັນຊາດ ຕ່າງປະເທດ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ ລວມທັງສະມາຊິກຄອບຄົວ ຂອງພົນລະເມືອງ ລາວທີ່ສັນຊາດຕ່າງປະເທດ ຫຼື ເປັນຄົນບໍ່ມີສັນຊາດ ທີ່ພໍວິຊາຢູ່ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ຕາມລະບຽບການ.

 

ພາກທີ IX

ຂໍ້ຫ້າມ

ມາຕຕາ 54 ຂໍ້ຫ້າມສໍາລັບອົງການຈັດຕັ້ງຂອງລັດ ແລະ ອົງການປົກຄອງທ້ອງຖິ່ນ

ຫ້າມ ອົງການຈັດຕັ້ງລັດ ແລະ ອົງການປົກຄອງທ້ອງຖິ່ນ ມີພຶດຕິກຳ ດັ່ງນີ້:

  1. ກຳນົດອັດຕາເກັບ ຄ່າທຳນຽມ ແລະ ຄ່າບໍລິການ ຂຶ້ນເອງ ນອກຈາກທີ່ໄດ້ກຳນົດໃນມາດຕາ 6 ຂອງ ລັດຖະບັນຍັດສະບັບນີ້;
  2. ເກັບຄ່າທຳນຽມ ແລະ ຄ່າບໍລິການ ຊໍ້າຊ້ອນເກີນອັດຕາທີ່ກໍານົດໃນລັດຖະບັນຍັດສະບັບນີ້;
  3. ນຳໃຊ້ຄ່າທຳນຽມ ແລະ ຄ່າບໍລິການ ໂດຍບໍ່ຖືກຕ້ອງກັບກຳນົດໝາຍໃຊ້ຈ່າຍງົບປະມານຂອງລັດ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ;
  4. ຮັກສາລາຍຮັບທີ່ໄດ້ຈາກຄ່າທຳນຽມ ແລະ ຄ່າບໍລິການ ໄວ້ຢູ່ນອກລະບົບງົບປະມານແຫ່ງລັດ ແລະ ສ້າງເປັາງຕ່າງຫາກ.

ມາດຕາ 55 ຂໍ້ຫ້າມສໍາລັບພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ເກັບ ແລະ ຄຸ້ມຄອງລາຍຮັບ

ຫ້າມ ພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ເກັບ ແລະ ຄຸ້ມຄອງລາຍຮັບ ມີ ພຶດຕິກໍາ ດັ່ງນີ້:

  1. ເປີດເຜີຍຄວາມລັບຂອງລັດ, ຄວາມລັບທາງລັດຖະການ ແລະ ຂໍ້ມູນສ່ວນຕົວຂອງຜູ້ເສຍຄ່າທຳນຽມ ແລະ ຄ່າບໍລິການ, ກົດໜ່ວງ, ຖ່ວງດຶງ, ປອມແປງເອກະສານ, ເລີ່ນເລີ້ ໃນການປະຕິບັດໜ້າທີ່, ປະລະຫນ້າທີ່ ຫຼື ຂາດຄວາມຮັບຜິດຊອບ ຕໍ່ວຽກງານໄດ້ມອບໝາຍ;
  2. ສວຍໃຊ້ໜ້າທີ່ຕຳແໜ່ງ, ຂໍເອົາ, ຮັບເອົາ ຫຼື ທວງເອົາ ສິນບົນ, ບັງຄັບ ນາບຂູ່ ຜູ້ເສຍ ຫຼື ຜູ້ມອບຄ່າທຳນຽມ ແລະ ຄ່າບໍລິການ ຊຶ່ງພາໃຫ້ເສຍຜົນປະໂຫຍດຂອງລັດ;
  3. ເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ໂດຍບໍ່ຖືກຕ້ອງ;
  4. ນຳເອົາເງິນຄ່າທຳນຽມ ແລະ ຄ່າບໍລິການທີ່ເກັບໄດ້ໄປນຳໃຊ້ ໂດຍບໍ່ມອບເຂົ້າງົບປະມານແຫ່ງລັດ;
  5. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 56 ຂໍ້ຫ້າມສໍາລັບຜູ້ເສຍ ແລະ ຜູ້ມອບຄ່າທຳນຽມ ແລະ ຄ່າບໍລິການ

ຫ້າມ ຜູ້ເສຍ ແລະ ຜູ້ມອບຄ່າທຳນຽມ ແລະ ຄ່າບໍລິການ ມີ ພຶດຕິກຳ ດັ່ງນີ້:

  1. ທໍາລາຍຂໍ້ມູນ, ຫຼັກຖານ, ເຊື່ອງອໍາ, ປິດບັງລາຍຮັບ ຫຼື ການລະເມີດກົດໝາຍ ທີ່ຕິດພັນກັບການເສຍ ຫຼື ການມອບຄ່າທຳນຽມ ແລະ ຄ່າບໍລິການ ຂອງຕົນ;
  2. ໃຫ້ສິນບົນ ຫຼື ຄ່າຈ້າງລາງວັນ, ສົມຮູ້ຮ່ວມຄິດ ກັບພະນັກງານ-ລັດຖະກອນ ຫຼື ເຈົ້າໜ້າທີ່ຈັດເກັບ ແລະ ຄຸ້ມຄອງຄຳທຳນຽມ ແລະ ຄ່າບໍລິການ ເອົາເງິນຂອງລັດ;
  3. ປອມແປງ ໃບເກັບເງິນ, ໃບຮັບເງິນ ຫຼື ເອກະສານອື່ນ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິ ການ;
  4. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

ພາກທີ X

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 57 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດລັດຖະບັນຍັດ ສະບັບນີ້ ຢ່າງຖືກຕ້ອງ, ປະກອບສ່ວນເຮັດໃຫ້ການຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ ໄດ້ມອບເຂົ້າງົບປະ ມານແຫ່ງລັດ ທັນຕາມກຳນົດເວລາ ຈະໄດ້ຮັບການຍ້ອງຍໍຕາມກົດໝາຍ ແລະ ລະບຽບການ.

ມາດຕາ 58 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທີ່ຮັບຜິດຊອບ ມອບ ແລະ ເກັບ ຄ່າທຳນຽມ ແລະ ຄ່າ ບໍລິການ ທີ່ໄດ້ລະເມີດຂໍ້ຫ້າມ ແລະ ຂໍ້ກຳນົດຕ່າງໆ ຂອງລັດຖະບັນຍັດສະບັບນີ້ ຈະຖືກລົງວິໄນຕາມກົດໝາຍ ແລະ ລະບຽບການ ພ້ອມທັງພິຈາລະນາຄວາມຮັບຜິດຊອບທາງບໍລິຫານຂອງຜູ້ເປັນຫົວໜ້າອົງການ ລວມທັງ ການໃຊ້ແທນຄ່າເສຍຫາຍທາງແພ່ງ ຕາມທີ່ຕົນໄດ້ກໍ່ຂຶ້ນ.

ພາກທີ XI

ບົດບັນຍັດສຸດທ້າຍ

ມາດຕາ 59 ການຈັດຕັ້ງປະຕິບັດ

ສະພາແຫ່ງຊາດ, ລັດຖະບານ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ລັດຖະບັນຍັດສະບັບນີ້ ຢ່າງເຂັ້ມງວດ.

ໃນກໍລະນີມີຄວາມຈຳເປັນທີ່ຕ້ອງປັບປຸງອັດຕາ ແລະ ລາຍການຈັດເກັບ ໃຫ້ສອດຄ່ອງກັບສະພາບການປ່ຽນແປງ ຂອງການພັດທະນາເສດຖະກິດ-ສັງຄົມ ມອບໃຫ້ລັດຖະບານຄົ້ນຄວ້ານຳສະເໜີຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາ.

ມາດຕາ 60 ຜົນສັກສິດ

ລັດຖະບັນຍັດສະບັບນີ້ ມີຜົນສັກສິດ ພາຍຫຼັງປະທານປະເທດໄດ້ລົງລາຍເຊັນ ແລະ ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ລັດຖະບັນຍັດສະບັບນີ້ ປ່ຽນແທນລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012.

ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບລັດຖະບັນຍັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 

ປະທານປະເທດ ແຫ່ງ ສປປ ລາວ

ທອງລຸນ ສີສຸລິດ

 

ມາດຕະການ / ມາດຕະຖານ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?