ສະພາບລວມ

ນອກແວ ໃຫ້ສິດພິທິເສດດ້ານການຄ້າແກ່ 90 ປະເທດໃນທົ່ວໂລກ ເຊິ່ງປະກອບມີປະເທດກຳລັງພັດທະນາ, ປະເທດດ້ອຍພັດທະນາ ແລະ ປະເທດທີ່ມີຄວາມຈຳເປັນໃນການພັດທະນາເປັນພິເສດ. ສປປ ລາວ ແມ່ນໜຶ່ງໃນປະເທດດ້ອຍພັດທະນາທີ່ໄດ້ຮັບສິດທິພິເສດດ້ານການຄ້າຈາກ ນອກແວ ໂດຍສິນຄ້າຕົ້ນຕໍທີ່ມີການສົ່ງອອກປະກອບມີ: ​ສິນຄ້າ​ອຸດສາຫະກຳ (ຕົ້ນຕໍແມ່ນ ເຄື່ອງຕັດຫຍິບ) ​​ແລະ ຜະລິດ​ຕະພັນ​ໄມ້. (ລາຍລະອຽດກົດເບິ່ງທີ່ນີ້)

ລະບົບສິດທິພິເສດ

ການໃຫ້ສິດທິພິເສດດ້ານການຄ້າ (Generalized System of Preferences : GSP) ຂອງນອກແວ ແບ່ງອອກເປັນ 3 ຮູບແບບ ຄື :

1.  ສິດພິເສດສຳລັບປະເທດດ້ອຍພັດທະນາ (GSP for LDC) ນອກ​ແວ​​ໃຫ້​ສິດທິ​ພິ​ເສດໃນການເຂົ້າສູ່ຕະຫຼາດແບບຍົກ​ເວັ້ນພາສີ ແລະ ບໍ່​ກຳນົດໂກຕາ ສຳລັບ​ທຸກລາຍການ​ສິນຄ້າທີ່ນຳເຂົ້າຈາກ​ປະ​ເທດ​ດ້ອຍ​ພັດທະນາທີ່​ມີ​ລາຍ​ຮັບ​ແຫ່ງ​ຊາດ​ຕ່ຳ ທັງໝົດ 35 ປະເທດ​ໂດຍ ສປປ ລາວ ກໍ່ແມ່ນປະເທດໜຶ່ງທີ່ໄດ້ຮັບສິດທິພິເສດໃນລະບົບດັ່ງກ່າວ.

2.   ສິດພິເສດແບທົ່ (Ordinary GSP) ທີ່​ໃຫ້ແກ່​ປະ​ເທດ​ກຳລັງ​ພັດທະ​ນາ​, ສຳລັບ​ສິນຄ້າ​ອຸດສາຫະກຳ ໝວດ 25-97 ທີ່​ສົ່ງ​ອອກ​ໂດຍ​ປະ​ເທດ​ກຳລັງ​ພັດທະນາ​​ຈະ​ໄດ້​ຮັບ​ການ​ຫຼຸດອັດຕາ​ພາສີ 0% ຈາກ ນອກ​ແວ ຍົກ​ເວັ້ນສິນຄ້າ​ປະ​ເພດ​ເຄື່ອງຕັດຫຍິບ (​ໝວດ 61-63). ສຳລັບ​ສິນຄ້າ​ກະສິກຳຈະ​ໄດ້​ຮັບການ​ຫຼຸດຜ່ອນອັດຕາ​ພາສີ​ແຕ່ 10% ຫາ 100% ຈາກ​ອັດຕາ​ພາສີ​ປົກກະຕິ (MFN).

3.   ສິດທິພິເສດເພື່ອການສົ່ງເສີມການພັດທະນາແບບຢືນຍົງ ແລະ ການປົກຄອງທີ່ດີ (GSP+) ເປັນສິດທິພິເສດທີ່ໃຫ້ແກ່ປະເທດທີ່ມີຄວາມຈຳເປັນໃນການພັດທະນາແບບພິເສດ (Vulnerable Counties) ຊຶ່ງ​ໄດ້​ຮັບ​ການ​ຍົກ​ເວັ້ນ​ພາສີຂາ​ເຂົ້າ​ດີ​ກ່ວາລະ​ບົບ GSP ແບບທົ່ວໄປ. ​ເຄື່ອງຕັດຫຍິບໃນໝວດ 61-63 ຈະໄດ້ສິດທິພິເສດພາຍໃຕ້ລະບົບ GSP+ ນີ້ ແລະ ສິນຄ້າກະສິກຳຈະໄດ້ຮັບການຫຼຸດຜ່ອນ​ອັດຕາພາສີ​ແຕ່ 50% ຫາ 100% ຂອງ​ອັດຕາ​ພາສີ​ປົກກະຕິ (MFN).

ລະບຽບແຫຼ່ງກຳເນີດສິນຄ້າ (Rules of Origin : ROO)

ສິນຄ້າ​ຈາກ ສປປ ລາວ ທີ່​ຈະ​ຂໍ​ການ​ຍົກ​ເວັ້ນພາສີ​ພາຍ​ໃຕ້​ລະບົບ​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ຂອງ ນອກ​ແວ ຕ້ອງ​ປະຕິບັດ​ຕາມ​ເງື່ອນ​ໄຂ​ແຫຼ່ງກຳ​ເນີ​ດສິນຄ້າ ​ດັ່ງ​ນີ້ :

1.        ສິນຄ້າ​ທີ່​ໄດ້​ມາ ຫຼື ຜະລິດ​ໂດຍ​ນຳ​ໃຊ້​ວັດຖຸ​ດິບ​ພາຍ​ໃນ​ທັງ​ໝົດ (Wholly Obtained or Produced : WO), ຊຶ່ງ​ຈະ​ໄດ້​ເງື່ອນ​ໄຂ​ແຫຼ່ງກຳ​ເນີ​ດທັນທີ​ ໂດຍ​ບໍ່​ຈຳ​ເປັນ​ຕ້ອງຜ່ານ​ເງື່ອນ​ໄຂ​ອື່ນ​ອີກ. ​ໂດຍ​ພື້ນຖານ​ສິນຄ້າ​ເຫຼົ່າ​ນັ້ນແມ່ນ​ສິນຄ້າ​ກະສິກຳ, ຜະລິດ​ຕະພັນ​ກະສິກຳ​ແປ​ຮູບ ​ແລະ ​ແຮ່​ທາດ​ຕ່າງໆ ​ໆລໆ.

2.        ກໍລະນີ​ສິນຄ້າ​ທີ່​ຜະລິດ​ໂດຍ​ການ​ນຳ​ໃຊ້​ວັດຖຸ​ດິບ​ທີ່​ນຳ​ເຂົ້າ ຈະ​ຕ້ອງ​ໄດ້​ປະຕິບັດ​ຕາມ​ຂະ​ບວນການ ​ແລະ ຂັ້ນ​ຕອນ​ການ​ຜະລິດ​ໃດ​ໜຶ່ງ​ຈົນ​ໄດ້​ຕາມ​ເງື່ອນ​ໄຂ​ການ​ແປ​ຮູບ​ຢ່າ​ງພຽງພໍ (Substantial Transformation) ທີ່​ໄດ້​ກຳນົດ​ໄວ້​ສຳລັບ​ສິນຄ້າ​ແຕ່​ລະລາຍ​ການ​ເຊັ່ນ :

·                     ສິນຄ້າ​ຕ້ອງ​ຜ່ານ​ຂະ​ບວນການ​ຜະລິດ ຈົນ​ມີ​ການ​ປ່ຽນ​ລະຫັດ​ພາສີ​ໃນ​ລະດັບ​ພາສີ​ເຄົ້າ ຫຼື ລະດັບ 4 ​ໂຕ​ເລກ (Change in Tariff Heading : CTH). ຕົວຢ່າງ : ສປປ ລາວ ນຳເຂົ້າແຜ່ນແພຈາກ ປະເທດໄທທີ່ມີລະຫັດພາສີເຄົ້າແມ່ນ 5001 ມາຜະລິດເປັນເຄື່ອງສຳເລັດຮູບທີ່ມີລະຫັດພາສີ 6110 ສິນຄ້ານີ້ແມ່ນສາມາດໄດ້ຮັບສິດທິພິເສດ​ໃນ​ການ​ສົ່ງ​ອອກ​ໄປນອກ​ເເວ.

·                     ມີ​ການ​ນຳ​ໃຊ້​ວັດຖຸ​ດິບ​ນຳ​ເຂົ້າ​ໃນ​ການ​ຜະລິດ​ບໍ່​ເກີນ​ອັດຕາ​ສູງ​ສຸດ​ທີ່​ກຳນົດ (Maxinum permitted content of non-originating materials), ຊຶ່ງຈະອະທິບາຍໃນຫົວຂໍ້ຕໍ່ໄປນີ້.

ການສະສົມແຫຼ່ງກຳເນີດສິນຄ້າ (Cumulation)

      ນອກ​ແວ ອະນຸຍາດ​ໃຫ້​ປະ​ເທດ​ຜູ້​ສົ່ງ​ອອກ ນຳ​ໃຊ້​ວັດຖຸ​ດິບ​ທີ່​ມີ​ແຫຼ່ງກຳ​ເນີ​ດຈາກ​ປະ​ເທດ​ອື່ນ ​ເຂົ້າ​ໃນ​ຂະ​ບວນການ​ຜະລິດ​ໄດ້ໂດຍມີມູນຄ່າບໍ່ເກີນ 40% (RVC 40) ຂອງ​ລາຄາ FOB ​ແລະ ປະກອບ​ມີ 3 ຮູບ​ການສະ​ສົມ ຄື :

-    ການ​ສະ​ສົມ​ພາຍ​ໃນ​ກຸ່ມ (Regional Cumulation) ​ເຊັ່ນ : ນຳ​ໃຊ້​ວັດຖຸ​ດິບ​ຈາກ​ກຸ່ມ​ອາຊຽນ.

-    ການ​ສະ​ສົມ​ແບບ​ສອງ​ຝ່າຍ (Bilateral Cumulation) ​ເຊັ່ນ​ການ​ນຳ​ວັດຖຸ​ດິບ​ມາ​ຈາກ​ນອກ​ແວ​.

-    ການ​ສະ​ສົມ​ຈາກ​ປະ​ເທດ​ທີ່​ມີ​ສັນຍາການ​ຄ້າ​ຮ່ວມ​ກັບນອກ​ແວ (Diagonal Cumulation) ​ເຊັ່ນ : ສະຫະພາບເອີຣົບ (EU) ​ແລະ ສະ​ວິດ​ເຊີ​ແລນ.

ເງື່ອນໄຂການຂົນສົ່ງ

ສຳລັບການຂົນສົ່ງສິນຄ້າທີ່ຈະໄດ້ສິດທິພິເສດທາງການຄ້ານັ້ນ ທາງ ນອກ​ເເວ ໄດ້ກຳນົດໃຫ້ສິນຄ້າດັ່ງກ່າວຕ້ອງຂົນສົ່ງໂດຍກົງ (Direct transport) ຈາກປະເທດຜູ້ສົ່ງອອກ​ໄປ​ຍັງປະເທດ ນອກ​ເເວ. ຖ້າມີກໍລະນີຈຳເປັນຕ້ອງມີການຂົນສົ່ງຜ່ານປະເທດທີສາມ, ສິນຄ້ານັ້ນຕ້ອງຢູ່ໃນສະພາບເດີມ ແລະ ກາໝາຍຕ້ອງບໍ່ຈີກຂາດ.

 ໃນກໍລະນີສິນຄ້າຜ່ານສະຫະພາບເອີລົບ (EU) ຫຼື ສະ​ວິດ​ເຊີ​ແລນ ​​ແລະ ມີ​ຈຸດປະສົງຈະ​ສົ່ງ​ອອກ​ຕໍ່​ບາງ​ສ່ວນ ຫຼື ທັງ​ໝົດ ​ແມ່ນ​ຍັງ​ສາມາດຮັບ​ສິດທິ​ພິ​​ເສດ​ຈາກ ນອກ​ແວ ​ໄດ້​ເຊັ່ນ​ກັນ ໂດຍບໍ່ຈຳເປັນຕ້ອງ ປະຕິບັດເງື່ອນໄຂການສົ່ງໂດຍກົງ.

ຂອບເຂດການນຳໃຊ້

       ລະບົບສິດທິພິເສດນີ້ ບໍ່ນຳໃຊ້ກັບ 2 ກໍລະນີ ຄື: 1.) ສິນຄ້າທີ່ມີມູນຄ່າຕ່ຳທີ່ບໍ່ມີຈຸດປະສົງທາງການຄ້າ ມູນຄ່າບໍ່ເກີນ 4100 ໂຄຣນ (NOK) ; ແລະ 2.) ສິນຄ້າຕິດຕົວຜູ້ໂດຍສານ ມູນຄ່າບໍ່ເກີນ 10,000 ໂຄຣນ (NOK).

ເອກະສານປະກອບ

      ເພື່ອໃຫ້ໄດ້ຮັບສິດທິພິເສດ ຜູ້ສົ່ງອອກຕ້ອງ​ນຳ​ໃຊ້​ເອກະສານ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ ຫຼື Form A ​ແລະສາມາດຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ດັ່ງ​ກ່າວ​ໄດ້​ນຳ ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ຫຼື ພະ​ແນ​ກ ອຸດສາຫະກຳ ​ແລະ ການ​ຄ້າ​ແຂ​ວງ, ນະ​ຄອນ​ຫຼວງ.

ເອກະສານທີ່ຕ້ອງປະກອບເພື່ອຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ປະກອບມີ:

1). ໃບສະເໜີ

2). ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ພິມແລ້ວ

3). ໃບແຈ້ງລາຄາ ແລະ ຫຸ້ມຫໍ່

4). ໃບແຈ້ງພາສີເປັນລາຍລະອຽດ

5). ສຳເນົາໃບຂົນສົ່ງ

6). ໃບບິນຊື້ຂາຍພາຍໃນ (ກໍລະນີມີການເກັບຊື້)

7). ໃບຄິດໄລ່ຕົ້ນທືນການຜະລິດ ຫຼື ໃບຂັ້ນຕອນການຜະລິດສິນຄ້າ (ກໍລະນີນຳເຂົ້າວັດຖຸດິບ)

ໃນກໍລະນີມູນຄ່າສົ່ງອອກບໍ່ເກີນ 100,000 ໂຄຣນ (NOK), ຜູ້ສົ່ງອອກສາມາດຢັ້ງຢືນແຫຼ່ງກຳເນີດດ້ວຍຕົນເອງໄດ້ ທີ່ເອີ້ນວ່າ Invoice Declaration ໄດ້ ໂດຍບໍ່ຈຳເປັນຕ້ອງຂໍອອກຟອມ A.

ສະຫຼຸບ : ສປປ ລາວ ແມ່ນໜຶ່ງໃນປະເທດທີ່ນອນຢູ່ໃນບັນຊີປະເທດດ້ອຍພັດທະນາ ແລະ ທ່າແຮງໃນການຜະລິດສິນຄ້າທີ່ສົ່ງອອກສ່ວນໃຫຍ່ແມ່ນສິນຄ້າປະເພດເຄື່ອງຕັດຫຍິບ ແລະ ສິນຄ້າກະສິກຳ. ສະນັ້ນ ເຫັນໄດ້ວ່າລະບົບ GSP ຂອງ ນອກ​ເເວ ແມ່ນໄດ້ເອື້ອອຳນວຍຄວາມສະດວກ ແລະ ສ້າງຜົນປະໂຫຍດໃຫ້ແກ່ນັກທຸລະກິດສົ່ງອອກຂອງ ສປປ ລາວ ໃນການຫຼຸດຜ່ອນພາລະດ້ານພາສີ 100%.

ຂໍ້ມູນເພີ້ມເຕີມ :

      ທ່ານສາມາດສອບຖາມກ່ຽວກັບລະບົບສິດທິພິເສດທາງການຄ້າ ແລະ ເງື່ອນໄຂແຫຼ່ງກຳເນີດສິນຄ້າ ໃນການສົ່ງອອກໄປປະເທດ ນອກແວໄດ້ຈາກ :

-   ພະແນກ ຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກຳ ແລະ ການຄ້າ :

ໂທ/ແຟັກ : 021-450255,

ເວັບໄຊ້ : http://www.laotradeportal.gov.la

Email : [email protected], [email protected]

-   ໜ່ວຍງານພາສີຂອງ ນອກແວ :

ເວັບໄຊ້ : http://www.toll.no

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.