ສະພາບລວມ
ການາດາ ແມ່ນໜຶ່ງໃນບັນດາປະເທດພັດທະນາແລ້ວ ທີ່ເຂົ້າຮ່ວມໃນໂຄງການໃຫ້ສິດທິພິເສດທາງການຄ້າແບບທົ່ວໄປ (GSP) ແກ່ປະເທດກຳລັງພັດທະນາ, ດ້ອຍພັດທະນາ ແລະ ອາ ນາເຂດພາສີເອກະລາດ ພາຍໃຕ້ຂໍ້ລິເລີ່ມຂອງອົງການສະຫະປະຊາຊາດເພື່ອການຄ້າ ແລະ ການພັດທະນາ (UNCTAD) ນັບແຕ່ປີ 1974 ເປັ້ນຕົ້ນມາ. ປະຈຸບັນ, ມີທັງໝົດ 175 ປະເທດ/ອາ ນາເຂດພາສີເອກະລາດໄດ້ຮັບຜົນປະໂຫຍດ ຈາກລະບົບສິດທິພິເສດທາງການຄ້າຂອງການາດາ.
ແຕ່ເລີ່ມວັນທີ 1 ກໍລະກົດ 2014 ເປັນຕົ້ນໄປ ການາດາຈະເລີ່ມນຳໃຊ້ສິດທິພິເສດສະບັບປັບປຸງໃໝ່ ແລະ ຈະໄດ້ຕັດປະເທດກຳລັງພັດທະນາທີ່ມີເສດຖະກິດຂະຫຍາຍໂຕສູງແລ້ວ ອອກຈາກບັນຊີປະເທດທີ່ໄດ້ຮັບສິດທິພິເສດຂອງການາດາ ທັງໝົດ 72 ປະເທດ. ໃນນັ້ນ, ລວມມີປະເທດໄທ, ຈີນ, ອິນໂດເນເຊຍ, ສ.ເກົາຫຼີ, ອິນເດຍ ແລະ ອື່ນໆ, ແຕ່ ສປປ ລາວ ແມ່ນບໍ່ນອນໃນນັ້ນ. (ລາຍລະອຽດກົດເບິ່ງທີ່ນີ້)
ລະບົບສິດທິພິເສດ
ສິດທິພິເສດທາງການຄ້າແບບທົ່ວໄປ (Generalized System of Preferences: GSP) ຂອງການາດາ ແບ່ງອອກເປັນ 2 ຮູບແບບ ດັ່ງນີ້:
ສິດທິພິເສດແບບທົ່ວໄປ (General Preferential Tariff (GPT) treatment)
ເປັນສິດທິພິເສດທີ່ໃຫ້ແກ່ປະເທດກຳລັງພັດທະນາຫຼາຍກວ່າ 100 ປະເທດ ໂດຍການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີລົງຈາກອັດຕາປົກກະຕິ (MFN) ສໍາລັບສິນຄ້າກະສິກໍາ ແລະ ອຸດສາຫະກຳ ຈຳນວນໜຶ່ງ. ໃນນີ້, ສ່ວນໃຫຍ່ຂອງສິນຄ້າປະເພດເຄື່ອງນຸ່ງຫົ່ມ, ເກີບ ແລະ ທາດເຄມີ ແມ່ນບໍ່ໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີ ສຳລັບປະເທດກຳລັງພັດທະນາ.
ສິດທິພິເສດສຳລັບປະເທດດ້ອຍພັດທະນາ (Special treatment for LDCs)
ສຳລັບປະເທດດ້ອຍພັດທະນາ ແມ່ນໄດ້ຮັບນະໂຍບາຍທີ່ດີກວ່າປະເທດກຳລັງພັດທະນາຫຼາຍ ໂດຍໄດ້ຮັບການຍົກເວັ້ນອັດຕາພາສີ ແລະ ບໍ່ມີການຈຳກັດໂກຕາສຳລັບສິນຄ້າເກືອບທັງໝົດ ຍົກເວັ້ນສິນຄ້າກະສິກຳຈຳນວນໜຶ່ງ ເຊັ່ນ: ປະເພດນົມ, ຊີ້ນໄກ່ ແລະ ໄຂ່ ເຖິງວ່າອັດຕາພາສີຈະໄດ້ຮັບການຍົກເວັ້ນພາສີແລ້ວ ແຕ່ໄດ້ມີການຈຳກັດໂກຕາ. ສປປ ລາວ ກໍ່ແມ່ນໜຶ່ງໃນກຸ່ມປະເທດດ້ອຍພັດທະນາ ສະນັ້ນຈຶ່ງໄດ້ຮັບນະໂຍບາຍໃນຂອບນີ້.
ລະບຽບແຫຼ່ງກຳເນີດສິນຄ້າ (Rules of Origin: ROO)
ລະບຽບແຫຼ່ງກຳເນີດສິນຄ້າ ທີ່ນໍາໃຊ້ກັບປະເທດກຳລັງພັດທະນາ ແລະ ດ້ອຍພັດ ທະນາ ກໍ່ມີຄວາມແຕກຕ່າງກັນ, ຊຶ່ງເງື່ອນໄຂສຳລັບປະເທດດ້ອຍພັດທະນາຈະມີຄວາມງ່າຍດາຍກວ່າປະ ເທດກໍາລັງພັດທະນາ. ໃນນັ້ນ, ເງື່ອນໄຂສຳລັບປະເທດດ້ອຍພັດທະນາ ແມ່ນການສ້າງມູນຄ່າເພີ່ມບໍ່ຕໍ່າກວ່າ 40% ໃນຂະນະທີ່ປະເທດກຳລັງພັດທະນາຕ້ອງບໍ່ຕໍ່າກວ່າ 60%.
ສິນຄ້າທົ່ວໄປຈາກ ສປປ ລາວ ທີ່ຈະຂໍການຍົກເວັ້ນພາສີພາຍໃຕ້ລະບົບສິດທິພິເສດທາງການຄ້າຂອງການາດາ ຕ້ອງປະຕິບັດຕາມເງື່ອນໄຂແຫຼ່ງກຳເນີດສິນຄ້າ ດັ່ງນີ້:
1. ເປັນສິນຄ້າທີ່ໄດ້ມາ ຫຼື ຜະລິດຂຶ້ນໂດຍນຳໃຊ້ວັດຖຸດິບຈາກພາຍໃນປະເທດທັງໝົດ (Wholly Obtained or Produced: WO). ໂດຍພື້ນຖານແລ້ວ ຈະແມ່ນສິນຄ້າກະສິກຳ (ພືດ, ສັດ), ຜະລິດຕະພັນກະສິກຳແປຮູບ ແລະ ແຮ່ທາດ ໆລໆ.
2. ສິນຄ້າທີ່ຜະລິດໂດຍນຳໃຊ້ວັດຖຸດິບນຳເຂົ້າຈະຕ້ອງປະຕິບັດຕາມເງື່ອນໄຂການແປຮູບຢ່າງພຽງພໍ (Substantial Transformation) ຄື ການສ້າງມູນຄ້າເພີ່ມໃຫ້ໄດ້ 40%.
ແຕ່ຖ້າເປັນສິນຄ້າປະເພດເຄື່ອງນຸ່ງຫົ່ມ ແມ່ນໃຫ້ຜະລິດຈາກແຜ່ນແພ ຫຼື ຊິ້ນສ່ວນທີ່ມີແຫຼ່ງກຳເນີດຈາກປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາທີ່ໄດ້ສິດທິພິເສດ ຫຼື ການາດາ.
ການສະສົມແຫຼ່ງກຳເນີດສິນຄ້າ (Cumulation)
ເງື່ອນໄຂການສະສົມແຫຼ່ງກຳເນີດສິນຄ້າຢູ່ໃນລະບົບສິດທິພິເສດຂອງການາດາ ຈະເປັນແບບການສະສົມລວມ. ໝາຍຄວາມວ່າ ບັນດາປະເທດໄດ້ຮັບສິດທິພິເສດທີ່ເປັນປະເທດກຳລັງພັດທະນາ ແມ່ນສາມາດສະສົມແຫຼ່ງກຳເນີດສິນຄ້ານຳກັນໄດ້ທັງໝົດ. ສ່ວນປະເທດດ້ອຍພັດທະ ນາກໍ່ເຊັ່ນດຽວກັນ ສາມາດສະສົມແຫຼ່ງກຳເນີດສິນຄ້ານຳກັນໄດ້ທັງໝົດ ແລະ ຍັງສາມາດນຳເອົາແຫຼ່ງກຳເນີດສິນຄ້າຂອງປະເທດກຳລັງພັດທະນາມາສະສົມໄດ້ນຳອີກ ແຕ່ສູງສຸດບໍ່ໃຫ້ເກີນ 20% ຂອງລາຄາໂຮງງານຂອງສິນຄ້າ.
ນອກນັ້ນ, ບໍ່ວ່າຈະເປັນປະເທດກຳລັງພັດທະນາ ຫຼື ດ້ອຍພັດທະນາ ແມ່ນລ້ວນແລ້ວແຕ່ສາມາດນຳໃຊ້ວັດຖຸດິບຂອງປະເທດການາດາມາສະສົມໄດ້.
ການຢັ້ງຢືນແຫຼ່ງກຳເນີດສິນຄ້າ
ສິນຄ້າທີ່ຈະໄດ້ຮັບສິດທິພິເສດ ຕ້ອງແມ່ນສິນຄ້າທີ່ຜະລິດໄດ້ຕາມເງື່ອນໄຂລະບຽບແຫຼ່ງ ກຳເນີດສິນຄ້າຢ່າງເຄັ່ງຄັດ ແລະ ມີເອກະສານຢັ້ງຢືນແຫຼ່ງກຳເນີດສິນຄ້າອ້າງອີງ. ເອກະສານທີ່ສາມາດໃຊ້ຢັ້ງຢືນແຫຼ່ງກຳເນີດສິນຄ້າຢູ່ໃນລະບົບສິດທິພິເສດທາງການຄ້າຂອງການາດາ ມີດັ່ງນີ້:
1. ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ Form A ຫຼື ເອກະສານລາຍງານແຫຼ່ງກຳເນີດສິນຄ້າຂອງຜູ້ສົ່ງອອກ (ສຳລັບສິນຄ້າທົ່ວໄປ); ຫຼື
2. ແບບຟອມ B255 (ສຳລັບສິນຄ້າປະເພດເຄື່ອງນຸ່ງຫົ່ມຈາກປະເທດດ້ອຍພັດທະນາ).
ເອກະສານທີ່ໃຊ້ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ກ່າວມານັ້ນ ແມ່ນບໍ່ຮຽກຮ້ອງໃຫ້ມີການເຊັນ ແລະ ຈໍ້າກາຢັ້ງຢືນຈາກເຈົ້າໜ້າທີ່ທາງການຂອງປະເທດສົ່ງອອກ. ໝາຍຄວາມວ່າ ຜູ້ສົ່ງອອກເປັນຜູ້ເຊັນຢັ້ງຢືນໄດ້ດ້ວຍຕົນເອງ. ສະນັ້ນ, ຜູ້ສົ່ງອອກບໍ່ຈຳເປັນຕ້ອງມາພົວພັນເອົາເອກະສານຢັ້ງຢືນແຫຼ່ງກຳເນີດສິນຄ້າຈາກເຈົ້າໜ້າທີ່ລັດ ພຽງແຕ່ເຊັນຢັ້ງຢືນດ້ວຍຕົນເອງ ແຕ່ຕ້ອງຮັບປະກັນວ່າສິນ ຄ້າທີ່ຢັ້ງຢືນໄປນັ້ນ ໄດ້ຜະລິດຕາມເງື່ອນໄຂຂອງລະບຽບແຫຼ່ງກຳເນີດສິນຄ້າຢ່າງເຄັ່ງຄັດ.
ເງື່ອນໄຂດ້ານການຈັດສົ່ງ
ການຈັດສົ່ງ ກໍ່ແມ່ນເງື່ອນໄຂໜຶ່ງທີ່ເອົາມາພິຈາລະນາຕັດສິນການໃຫ້ສິດທິພິເສດ. ຕາມຫຼັກການແລ້ວ, ສິນຄ້າຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີ ກໍ່ຕໍ່ເມື່ອໄດ້ມີການຂົນສົ່ງໂດຍກົງຈາກປະເທດຜູ້ສົ່ງອອກຫາການາດາ.
ກໍລະນີຂົນສົ່ງຜ່ານປະເທດທີສາມ, ສິນຄ້າກໍ່ຈະມີເງື່ອນໄຂໄດ້ຮັບສິດທິພິເສດເຊັ່ນດຽວກັນ ຖ້າຫາກວ່າ:
ກ. ສິນຄ້າຢູ່ພາຍໃຕ້ການຄວບຄຸມດູແລຂອງເຈົ້າໜ້າທີ່ພາສີຂອງປະເທດທີສາມ.
ຂ. ສິນຄ້າບໍ່ໄດ້ມີການດຳເນີນການໃດໆເພີ່ມເຕີມຢູ່ປະເທດທີສາມນອກຈາກການຄ່ຽນຖ່າຍສິນຄ້າຂຶ້ນ-ລົງ ຫຼື ການເກັບຮັກສາສິນຄ້າໃຫ້ຢູ່ໃນສະພາບທີ່ດີ ເພື່ອລໍຖ້າສົ່ງຕໍ່ໄປປະເທດການາດາ.
ຄ. ບໍ່ໄດ້ນຳໄປຄ້າຂາຍ ຫຼື ບໍລິໂພກຢູ່ໃນປະເທດທີສາມ.
ງ. ບໍ່ໄດ້ເກັບຮັກສາຊົ່ວຄາວໄວ້ໃນສາງຂອງປະເທດທີສາມ ເກີນໄລຍະເວລາ 6 ເດືອນ.
ສະຫຼຸບແລ້ວ: ເພື່ອໃຫ້ໄດ້ສິດທິພິເສດໃນການສົ່ງອອກໄປການາດາ ຜູ້ສົ່ງອອກລາວຕ້ອງປະຕິບັດເງື່ອນໄຂແຫຼ່ງກຳເນີດ ດັ່ງນີ້: 1) ສິນຄ້າມີແຫຼ່ງກຳເນີດຈາກ ສປປ ລາວ 100% ເຊັ່ນ: ສິນຄ້າກະສິກຳ ແລະ ແຮ່ທາດ; ຫຼື 2) ຖ້າມີການນຳເຂົ້າວັດຖຸດິບ, ສີ້ນສ່ວນ ຫຼື ຜະລິດຕະພັນ ທີ່ມີແຫຼ່ງກຳເນີດນອກ ສປປ ລາວ ຕ້ອງປະຕິບັດໄດ້ເງື່ອນໄຂການແປຮູບຢ່າງພຽງພໍ ຄື ການສ້າງມູນຄ່າເພີ່ມບໍ່ຕໍ່າກວ່າ 40%. ສ່ວນສິນຄ້າປະເພດເຄື່ອງນຸ່ງຫົ່ມ ແມ່ນຕ້ອງຜະລິດຈາກແຜ່ນແພ ຫຼື ຊິ້ນສ່ວນຈາກປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາທີ່ໄດ້ຮັບສິດທິພິເສດທົ່ວໄປ ຫຼື ການາດາ. ນອກນັ້ນ, ຍັງຕ້ອງໄດ້ປະຕິບັດຕາມເງື່ອນໄຂການຈັດສົ່ງອີກດ້ວຍ.
ຂໍ້ມູນເພີ່ມຕື່ມ:
ທ່ານສາມາດສອບຖາມກ່ຽວກັບລະບົບສິດທິພິເສດທາງການຄ້າ ແລະ ເງື່ອນໄຂແຫຼ່ງກຳເນີດສິນຄ້າໃນການສົ່ງອອກໄປການາດາໄດ້ທີ່:
ພະແນກ ຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະສົ່ງອອກ, ກະຊວງອຸດສາຫະກຳ ແລະການຄ້າ:
ເວັບໄຊ້: http://www.laotradeportal.gov.la ໂທ/ແຟກ: 021-450255, email: [email protected]
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.