ໂດຍອີງຕາມເນື້ອໃນຂອງສັນຍາການຄ້າ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ, ສະບັບລົງວັນທີ 3 ມີນາ 2015 ແລະ ອີງຕາມໜັງສືຈາກກະຊວງການຕ່າງປະເທດ ສະບັບເລກທີ 170/AE.DT.1, ລົງວັນທີ 7 ສິງຫາ 2015 ກະຊວງອຸດສາຫະກຳ ແລະ ການຄ້າ ອອກ ແຈ້ງການ ສະບັບເລກທີ 0290/ຫອຄ.ນຄຕ.ສຝ, ລົງວັນທີ 01 ກຸມພາ 2016 ກ່ຽວກັບ ການຈັດຕັ້ງປະຕິບັດບູລິມະສິດອັດຕາພາສີ ລາວ-ຫວຽດນາມ ນັບແຕ່ ປີ 2016 ເປັນຕົ້ນໄປຕາມສັນຍາການຄ້າສອງຝ່າຍລາວ-ຫວຽດນາມ ເຖິງພາກສ່ວນຄຸ້ມຄອງການນຳເຂົ້າ-ສົ່ງອອກ ໂດຍສະເພາະແມ່ນຂະແໜງອຸດສາຫະກຳ ແລະ ການຄ້າ​, ຂະແໜງການເງິນ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.

ແຈ້ງການສະບັບດັ່ງກ່າວໄດ້ກຳນົດໃຫ້ ການຈັດຕັ້ງປະຕິບັດບູລິມະສິດອັດຕາພາສີ ລາວ-ຫວຽດນາມ ແມ່ນເລີ່ມແຕ່ປີ 2016 ເປັນຕົ້ນໄປ ຕາມເນື້ອໃນຂອງ ສັນຍາການຄ້າ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ລົງນາມຮ່ວມກັນໃນວັນທີ 03 ມີນາ 2015 ສັນຍາດັ່ງກ່າວ ສອງຝ່າຍໄດ້ໃຫ້ບູລິມະສິດອັດຕາພາສີ ນຳເຂົ້າ-ສົ່ງອອກ ຊຶ່ງກັນ ແລະ ກັນ ຄື ໄດ້ກຳນົດລາຍການສິນຄ້າທີ່ຈະໄດ້ຮັບອັດຕາພາສີ 0%, ລາຍການສິນຄ້າທີ່ຈະໄດ້ຮັບການຫຼຸດອັດຕາພາສີ 50%, ແລະ ບັນຊີລາຍການສິນຄ້າທີ່ຈະບໍ່ໄດ້ຮັບການຫຼຸດອັດຕາພາສີຂາເຂົ້າ ຂອງ ສປປ ລາວ ແລະ ຂອງ ສສ ຫວຽດນາມ.

ສິນຄ້າທີ່ຈະໄດ້ຮັບບູລິມະສິດອັດຕາພາສີ ລາວ-ຫວຽດນາມ ດັ່ງກ່າວແມ່ນ ຕ້ອງນຳໃຊ້ ແລະ ສອດຄ່ອງກັບລະບຽບແຫຼ່ງກຳເນີດສິນຄ້າ ຕາມຂໍ້ຕົກລົງ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ວ່າດ້ວຍລະບຽບແຫຼ່ງກຳເນີດສິນຄ້າ ນຳໃຊ້ຕໍ່ສິນຄ້າໄດ້ບູລິມະສິດ ອັດຕາພາສີ ນຳເຂົ້າ-ສົ່ງອອກ ລາວ-ຫວຽດນາມ, ສະບັບລົງວັນທີ 01 ຕຸລາ 2009 (Form S).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.