ລະບຽບການຄ້າໄມ້ສະບັບໃໝ່ຂອງສະຫະພາບເອີຣົບ ໄດ້ເກືອດຫ້າມການຄ້າໄມ້ແບບຜິດກົດໝາຍໄປຍັງຕະຫລາດສະຫະພາບເອີຣົບ, ລວມທັງຄວາມພະຍາຍາມເພື່ອແກ້ໄຂບັນຫາການຄ້າໄມ້ທ່ອນທີ່ຜິດກົດໝາຍໃນທົ່ວໂລກ. ລະບຽບການຄ້າໄມ້ຂອງສະຫະພາບເອີຣົບສະບັບໃໝ່ນີ້ ມີຈຸດປະສົງເພື່ອສະແດງໃຫ້ເຫັນວ່າ ສະຫະພາບເອີຣົບໄດ້ຄຳນຶງເຖິງຄວາມສຳຄັນ ຕໍ່ກັບ ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຢຶນຢົງ ຕິດພັນກັບການພັດທະນາດ້ານການຄ້າ.  

ລະບຽບການຄ້າໄມ້ສະບັບໃໝ່ນີ້ ຈະມີຜົນຕໍ່ທັງສອງດ້ານຄື ການນຳເຂົ້າ ແລະ ການປຸງແຕ່ງໄມ້ພາຍໃນ ແລະ ຜະລິດຕະພັນໄມ້ສຳເລັດຮູບ ແລະ ຍັງກວມເອົາສ່ວນເພີ່ມເຕີມອື່ນໆອີກເຊັ່ນ: ຜະລິດຕະພັນຈາກເຈ້ຍ, ເສດໄມ້ທີ່ເປັນໄມ້ເນື້ອແຂງ ແລະ ວັດສະດຸທີ່ໃຊ້ປູພື້ນ. ເພື່ອຮັບປະກັນການຄ້າໄມ້ໃຫ້ຖືກຕ້ອງຕາມກົດໝາຍ ຂັ້ນຕອນທຳອິດສໍາຫລັບຜູ້ທີ່ຕ້ອງການ ສົ່ງອອກຜະລິດຕະພັນໄມ້ໄປຕະຫລາດເອີຣົບຕ້ອງໄດ້ຜ່ານ “ຂະບວນການກວດກາເພື່ອຢັ້ງຢືນການຄ້າໄມ້່” ສຳຫລັບຜູ້ທີ່ເຄີຍເຮັດການຄ້າໃນຕະຫລາດມາກ່ອນແລ້ວຈະມີການບັນທຶກຂໍ້ມູນ ເພື່ອສ້າງຄວາມງ່າຍດາຍແກ່ການກວດສອບ.

ແຫລ່ງຂໍ້ມູນ: http://ec.europa.eu/environment/forests/timber_regulation.htm

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.