ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ສັນ​ຕິ​ພາບ ເອ​ກະ​ລາດ ປະ​ຊາ​ທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນະ​ຖາ​ວອນ

 

 

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ເລກ​ທີ 462/ຫສນຍ

ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 05 ພຶດສະພາ 2021

 

ແຈ້ງການ

 

ຮຽນ: - ບັນດາທ່່ານ ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າ ທີ່ນັບຖື.

        - ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງ ທົ່ວປະເທດ.

ເລື່ອງ: ທິດຊີ້ນໍາກ່ຽວກັບການສືບຕໍ່ຈັດຕັ້ງປະຕິບັດ ຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ຮອດວັນທີ 20 ພຶດສະພາ 2021.

 

  • ອີງຕາມດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 93/ນຍ, ລົງວັນທີ 03 ມີນາ 2017;
  • ອີງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19;
  • ອີງຕາມຄໍາສັ່ງແນະນໍາ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 87/ຄລສພ, ລົງວັນທີ 25 ເມສາ 2021 ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະພັກແຕ່ລະຂັ້ນ ໃນການສືບຕໍ່ສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ COVID-19;
  • ອີງຕາມ ແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 11/ຫສພ, ລົງວັນທີ 04 ພຶດສະພາ 2021;
  • ອີງຕາມການປະເມີນ ແລະ ລາຍງານຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຄັ້ງວັນທີ 04 ພຶດສະພາ 2021;
  • ອີງຕາມຈິດໃຈຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຮ່ວມກັບຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນວັນທີ 04 ພຶດສະພາ 2021.
  •  

    ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງ ມາຍັງທ່ານຊາບ ດັ່ງນີ້: ຜ່ານການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການຂອງຂະແໜງ, ອົງການກ່ຽວຂ້ອງ ແລະ ຄໍາແນະນໍາຂອງຄະນະສະເພາະກິດ ແຕ່ລະຂັ້ນ ວາງອອກ ເຫັນວ່າການຈັດຕັ້ງທຸກພາກສ່ວນ ທຸກຂັ້ນ ລວມທັງຂອງພາກລັດ, ພາກທຸລະກິດ ແລະ ສັງຄົມ ລ້ວນແຕ່ໄດ້ປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ແລະ ບໍ່ຮູ້ອິດຮູ້ເມື່ອຍ, ໃນນີ້ ລວມທັງການຊີ້ນໍາບັນຊາ ຂອງອົງການປົກຄອງ, ຄະນະສະເພາະກິດທຸກຂັ້ນ, ການປະຕິບັດໜ້າທີ່ວິຊາສະເພາະ ຂອງກໍາລັງປະກອບອາວຸດ ແລະ ພະນັກງານແພດໝໍ ທຸກຂັ້ນ ເຮັດໃຫ້ສາມາດຄວບຄຸມການແຜ່ລະບາດ ໄດ້ໃນລະດັບໜຶ່ງ. ແຕ່ອີງຕາມການປະເມີນຂອງຄະນະສະເພາະກິດ ແລະ ອົງການອານາໄມໂລກ, ເຖິງວ່າຈໍານວນຜູ້ຕິດເຊື້ອ ມີທ່າອ່ຽງຫຼຸດລົງ, ແຕ່ຢູ່ນະຄອນຫຼວງວຽງຈັນ ແລະ ບາງທ້ອງຖີ່ນ ແມ່ນຍັງມີຜູ້ຕິດເຊື້ອຫຼາຍຢູ່, ສິ່ງທີ່ເປັນຄວາມສ່ຽງກ່ວານັ້ນ ບຸກຄົນທີ່ໄດ້ກວດພົບວ່າມີເຊື້ອພະຍາດ ແຕ່ບໍ່ທັນມາສະເໜີຕົວ ແລະ ປີ່ນປົວເທື່ອ. ສະນັ້ນ, ລັດຖະບານ ຈຶ່ງຕົກລົງ ແລະ ມີທິດຊີ້ນໍາ ດັ່ງນີ້:

  1. ສືບຕໍ່ປະຕິບັດມາດຕະການຕ່າງໆ ທີ່ລະບຸໃນ ຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 406/ຫສນຍ, ລົງວັນທີ 26 ເມສາ 2021 ແລະ ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມອີກ 15 ວັນ ເລີ່ມຕັ້ງແຕ່ເວລາ 00:00 ໂມງຂອງວັນທີ 06 ຫາ ເວລາ 24:00 ໂມງ ຂອງວັນທີ 20 ພຶດສະພາ 2021. ສໍາລັບທ້ອງຖີ່ນຕ່າງໆແມ່ນໃຫ້ອີງຕາມສະພາບຕົວຈີງຂອງຕົນ ເພື່ອກໍານົດມາດຕະການຕ່າງໆ ທີ່ແທດເໝາະ.
  2. ໃຫ້ຄະນະສະເພາະກິດ, ຂະແໜງການ ແລະ ອົງການປົກຄອງທ້ອງຖີ່ນ ສືບຕໍ່ປະຕິບັດຕາມການມອບໝາຍຄວາມຮັບຜິດຊອບ ທີ່ໄດ້ກໍານົດໄວ້ໃນ ຄໍາສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 406/ຫສນຍ. ພ້ອມກັນນີ້ ກໍໃຫ້ເອົາໃຈໃສ່ຕື່ມບາງວຽກຈຸດສຸມ ດັ່ງນີ້:
  1. ກະຊວງສາທາລະນະສຸກ:
  • ສືບຕໍ່ເລັ່ງລັດຊອກຫາຜູ້ຕິດເຊື້ອ, ຜູ້ສໍາຜັດໃກ້ຊິດຜູ້ຕິເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງ ເພື່ອມາກວດວິເຄາະຫາເຊື້ອໃຫ້ໝົດ, ສຸມໃສ່ປີ່ນປົວຜູ້ຕິດເຊື້ອໃຫ້ຫາຍດີເປັນປົກກະຕິ ໂດຍໄວ;
  • ໃຫ້ຮີບຮ້ອນນໍາເອົາຜູ້ທີ່ໄດ້ພົບເຫັນວ່າຕິດເຊື້ອ ທີ່ຍັງບໍ່ທັນມາສະເໜີຕົວ ຫຼື ຍັງຫຼົບລີ້ ໃຫ້ມາປີ່ນປົວ ຢູ່ໂຮງໝໍ ຕາມການກໍານົດຂອງແພດ ໂດຍໄວ;
  • ສືບຕໍ່ສັກວັກຊີນກັນພະຍາດໃຫ້ກຸ່ມເປົ້າໝາຍ ແລະ ປະຊາຊົນທົ່ວໄປ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ພ້ອມທັງຈັດຊື້ວັກຊີນ ໃຫ້ໄດ້ມາດຕະການ.
  1. ຄະນະສະເພາະກິດ:
  • ສົມທົບອົງການປົກຄອງທ້ອງຖີ່ນ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ປັງປຸງສະຖານ ທີ່ຈໍາກັດບໍລິເວນ, ໂຮງໝໍພາກສະໜາມ ໃຫ້ໄດ້ມາດຕະຖານດີຂື້ນກ່ວາເກົ່າ ຮັບປະກັນ ບໍ່ໃຫ້ມີການແຜ່ເຊື້ອຢູ່ສະຖານທີ່ດັ່ງກ່າວ;
  • ໃຫ້ຄະນະສະເພາະກິດ ສືບຕໍ່ຮ່ວມມືກັບວິຊາການແພດ ປະເທດເພື່ອນມິດ ເພື່ອຄວບຄຸມ ແລະ ແກ້ໄຂການລະບາດ ໃຫ້ໄດ້ ໂດຍໄວ;
  • ສົມທົບກັບຂະແໜງກ່ຽວຂ້ອງ ແລະ ທ້ອງຖີ່ນ ສືບຕໍ່ໂຄສະນາເຜີຍແຜ່ ເຖິງຜົນຮ້າຍພະຍາດ COVID-19, ມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ໃຫ້ສັງຄົມຮັບຊາບ ຢ່າງທົ່ວເຖິງ ແລະ ເປັນປົກກະຕິ. ພ້ອມທັງຕິດຕາມ ກວດກາ ການປະຕິບັດມາດຕະການຕ່າງໆ ທີ່ວ່າງອອກໃຫ້ມີປະສິດທິຜົນ;
  • ອໍານວຍຄວາມສະດວກໃຫ້ແກ່ການຈໍລະຈອນສິນຄ້າ-ການດໍາເນີນກິດຈະການສໍາຄັນຕ່່າງໆ ຂອງລັດຖະບານ, ການທໍາມາຫາກີນ ແລະ ການຜະລິດກະສິກໍາຂອງປະຊາຊົນ ເພື່ອສະໜອງສະບຽງອາຫານ ໃຫ້ສັງຄົມພຽງພໍ ໃນແຕ່ລະວັນ;
  • ປັບປຸງເນື້ອໃນຖະແຫຼງຂ່າວປະຈໍາວັນໃຫ້ຫຼາກຫຼາຍ, ກະທັດຮັດ ແລະ ເຂົ້າໃຈງ່າຍ.
  1. ໃຫ້ຄະນະສະເພາະກິດ ແຕ່ລະຂັ້ນ ສືບຕໍ່ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ, ຖ້າຢູ່ທ້ອງຖີ່ນໃດ ສະພາບການດີຂື້ນ ກໍ່ໃຫ້ທ້ອງຖີ່ນນັ້ນ ພິຈາລະນາ ແລະ ອອກມາດຕະການຜ່ອນຄາຍ ຕາມຄວາມເໝາະສົມ, ພ້ອມທັງ ເຜີຍແຜ່ໃຫ້ສັງຄົມ ໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດ ຢ່າງເປັນເຈົ້າການ. ແຕ່ກົງກັນຂ້າມທ້ອງຖີ່ນໃດ ຫາກຍັງມີການລະບາດ ເພີ່ມຂື້ນ ກໍໃຫ້ນໍາໃຊ້ມາດຕະການເຂັ້ມງວດຕື່ມອີກ.
  2. ໃຫ້ຄະນະສະເພາະກິດ ແຕ່ລະຂັ້ນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ລະດົມ ທຶນ ແລະ ຮັບເອົາການຊ່ວຍເຫຼືອ ຈາກທຸກພາກສ່ວນໃນສັງຄົມ ເພື່ອນໍາໃຊ້ໃນການ ຈັດຕັ້ງປະຕິບັດວຽກງານປ້ອງກັນ, ລະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19.

   ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

 

ລັດຖະມົນຕີ,

ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ຄໍາເຈນ ວົງໂພສີ

 

# ຫົວຂໍ້ ດາວໂຫຼດ
1 Notification on extension of the Order No.15/PM on 21 April 2021 for the measures to prevent and control the outbreak of COVID-19 until 20 May 2021, No.462/PMO, date 05 May 2021. PDF
2 ແຈ້ງການ ທິດຊີ້ນໍາກ່ຽວກັບການສືບຕໍ່ຈັດຕັ້ງປະຕິບັດ ຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ຮອດວັນທີ 20 ພຶດສະພາ 2021, ເລກທີ 462/ຫສນຍ, ລົງວັນທີ 05 ພຶດສະພາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.