ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ    ເລກທີ 0722/ອຄ.ກອຫ

ນະຄອນຫຼວງວຽງຈັນ, ວັນທີ 06 ສິງຫາ 2020

ແຈ້ງການ

          ເຖິງ:  - ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ.

                   - ຜູ້ອໍານວຍການໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາ ໃນຂອບເຂດທົ່ວປະເທດ.

          ເລື່ອງ:   ການສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະຍາດຂອງພະຍາດໂຄວິດ-19 ໃນໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ.  

  • ອີງຕາມແຈ້ງການຫ້ອງວ່າການສຳນັກງານນາຍຍົກລັດຖະມົນຕີ ສະບັບເລກທີ 806/ຫສນຍ, ລົງວັນທີ 29 ກໍລະກົດ 2020 ວ່າດ້ວຍການສືບຕໍ່ປະຕິບັດ ບັນດາມາດຕະການຜ່ອນຜັນ, ປ້ອງກັນ, ຄບບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໃນໄລຍະແຕ່ວັນທີ 01-31  ສິງຫາ 2020.
  • ອີງຕາມຄຳແນະນຳຂອງຄະນະສະເພາະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0524/ອຄ.ສພກ, ລົງວັນທີ 2 ມິຖຸນາ 2020.

 

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ:

  1. ໃຫ້ສືບຕໍ່ປະຕິບັດ ບັນດາມາດຕະການຜ່ອນຜັນ, ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຕາມແຈ້ງການຫ້ອງວ່າການສຳນັກງານນາຍຍົກລັດຖະມົນຕີ ສະບັບເລກທີ 806/ຫສນຍ, ລົງວັນທີ 29 ກໍລະກົດ 2020.
  2. ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາ ທຸກປະເພດ ສາມາດເປີດດຳເນີນກິດຈະການເປັນປົກກະຕິໄດ້ ໂດຍປະຕິບັດເງື່ອນໄຂ ແລະ ມາດຕະການ ຕາມຄຳແນະນຳຂອງຄະນະສະເພາະກິດກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0524/ອຄ.ສພກ, ລົງວັນທີ 2 ມິຖຸນາ 2020 ແລະ ແຈ້ງການຂອງກົມອຸດສາຫະກຳ ແລະ ຫັດຖະກຳ ສະບັບເລກທີ 0916/ກອຫ.ຄຮ, ລົງວັນທີ 1 ກໍລະກົດ 2020 ກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ.
  3. ການນຳເຂົ້າຊ່ຽວຊານ, ວິຊາການ ຫຼື ແຮງງານຈາກຕ່າງປະເທດ ໃຫ້ປະຕິບັດຕາມຄຳແນະນຳສຳລັບການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະດຳເນີນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດຂັ້ນສູນກາງ ວາງອອກໃນແຕ່ລະໄລຍະ.
  4. ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ,  ນະຄອນຫຼວງ ສະຫຼຸບລາຍງານການຈັດຕັ້ງປະຕິບັດ ຂອງຕົນໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ໃນທຸກໆວັນທີ 25 ຂອງເດືອນ.
  5. ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ວັນທີລົງລາຍເຊັນເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຈັດຕັງປະຕິບັດ ຢ່າງເຂັ້ມງວດດ້ວຍ.

ຮອງລັດຖະມົນຕີ
ຄະນະສະເພາະກິດ

ສົມຈິດ ອິນທະມິດ

 

# ຫົວຂໍ້ ດາວໂຫຼດ
1 Announcement in continuing to implement measures to prevent, control and address the outbreak of COVID-19 in the Industry and Handicraft factories, No. 0722/MOIC.DIH, dated 06 August 2020 PDF
2 ແຈ້ງການ ກ່ຽວກັບ ການສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ. ເລກທີ 0722/ອຄ.ກອຫ, ລົງວັນທີ 06 ສິງຫາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.