ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕີພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ກະສິກຳ ແລະ ປ່າໄມ້    ເລກທີ 3455/ກປ
ນະຄອນຫຼວງວຽງຈັນ, ວັນທີ 26 ສິງຫາ 2019

ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການກຳນົດພືດບູລິມະສິດ ສຳລັບເຈລະຈາເຕັກນິກເປີດຕະຫຼາດ ເພື່ອສົ່ງອອກ ຈາກ ສສປ ລາວ ໄປຍັງ ສປ ຈີນ

  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ, ສະບັບເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016.
  • ອີງຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 99/ນຍ, ລົງວັນທີ 09 ມີນາ 2017.
  • ອີງຕາມ ການສະເໜີຂອງກົມປູກຝັງ, ສະບັບເລກທີ ............/ກປຝ, ລົງວັນທີ .................

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຂໍ້ຕົກລົງ ດັ່ງນີ້:

ມາດຕາ 1. ກຳນົດ ບັນຊີ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ສຳລັບເຈລະຈາເຕັກນິກເປີດຕະຫຼາດ ໄປຍັງ ສປ ຈີນ ເພື່ອສົ່ງອອກ ໄປຍັງ ສປ ຈີນ ຕາມເອກະສານຄັດຊ້ອນທ້າຍ 1 ແລະ 2 ມາພ້ອມນີ້;

ມາດຕາ 2. ມອບໃຫ້ກົມປູກຝັງໃນນາມເປັນອົງການປ້ອງກັນຊາດແຫ່ງຊາດ (NPPO) ຂອງ ສປປ ລາວ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ພ້ອມທັງແຈ້ງໃຫ້ອົງການປ້ອງກັນພືດ ແຫ່ງຊາດ ແລະ ອົງການບໍລິຫານພາສີ, ສປ ຈີນ ກ່ຽວກັບ ບັນຊີພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ລວມທັງອອກບົດແນະນຳ ແລະ ຄູ່ມືວິຊາການ ກ່ຽວກັບ ຫຼັກການ ແລະ ວິທີການຈັດຕັ້ງປະຕິບັດລະອຽດ ໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 3. ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້

ປອ. ລຽນ ທິແກ້ວ

 

# ຫົວຂໍ້ ດາວໂຫຼດ
1 Decision on approving the list of crops, crop products and controlled substances that are a priority for negotiation of opening market for exporting goods from Lao PDR to China, No. 3455 /MAF, dated 26 August 2019 PDF
2 ຂໍ້ຕົກລົງສະບັບເລກທີ 3455/ກປ, ລົງວັນທີ 26 ສິງຫາ 2019 ວ່າດ້ວຍການກໍານົດພືດບຸລິມະສິດ ສໍາລັບເຈລະຈາເຕັກນິກເປີດຕະຫຼາດ ເພື່ອສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.