ສາລະບານ

ໝວດທີ 1 ບົດບັນຍັດທົ່ວໄປ

ມາດຕາ 1   ຈຸດປະສົງ
ມາດຕາ 2   ການຄຸ້ມຄອງຝຸ່ນ
ມາດຕາ 3   ການອະທິບາຍຄໍາສັບ
ມາດຕາ 4   ຂອບເຂດການນໍາໃຊ້

ໝວດທີ 2 ມາດຕະຖານຂອງຝຸ່ນ

ມາດຕາ 5   ມາດຕະຖານຝຸ່ນເຄມີ
ມາດຕາ 6   ຝຸ່ນເຄມີປອມ
ມາດຕາ 7   ຝຸ່ນເຄມີບໍ່ໄດ້ມາດຕະຖານ
ມາດຕາ 8   ການກໍານົດມາດຕະຖານຝຸ່ນເຄມີ
ມາດຕາ 9   ການກໍານົດມາດຕະຖານຝຸ່ນອົງຄະທາດ
ມາດຕາ 10 ການກໍານົດມາດຕະຖານຝຸ່ນຊີວະພາບ
ມາດຕາ 11  ການກໍານົດມາດຕະຖານຝຸ່ນອົງຄະທາດຊີວະພາບ
ມາດຕາ 12  ມາດຕະຖານຝຸ່ນອົງຄະທາດເຄມີ
ມາດຕາ 13   ການກໍານົດເກນຄາດເຄື່ອນທາດອາຫານຫຼັກ
ມາດຕາ 14   ຝຸ່ນອົງຄະທາດປອມ
ມາດຕາ 15   ຝຸ່ນອົງຄະທາດບໍ່ໄດ້ມາດຕະຖານ
ມາດຕາ 16   ຝຸ່ນຊີວະພາບປອມ
ມາດຕາ 17  ຝຸ່ນຊີວະພາບບໍ່ໄດ້ມາດຕະຖານ

ໝວດທີ 3 ການຫຸ້ມຫໍ່, ການຕິດສະຫຼາກ, ການໂຄສະນາ, ການນໍາໃຊ້, ການຄວບຄຸມ ແລະ ການທໍາລາຍຖິ້ມ

ມາດຕາ 18    ການຫຸ້ມຫໍ່
ມາດຕາ 19    ການຕິດສະຫຼາກ
ມາດຕາ 20    ການໂຄສະນາ
ມາດຕາ 21    ການນໍາໃຊ້ຝຸ່ນ
ມາດຕາ 22    ການຄວບຄຸມ ແລະ ການທໍາລາຍຖິ້ມ

ໝວດທີ 4 ການດໍາເນີ້ນທຸລະກິດຝຸ່ນ

ມາດຕາ 23    ການດໍາເນີນທຸລະກິດຝຸ່ນ
ມາດຕາ 24    ປະເພດຂອງການດໍາເນີນທຸລະກິດ
ມາດຕາ 25    ການສົ່ງຜ່ານ
ມາດຕາ 26    ເງື່ອນໄຂຜູ້ທີ່ຈະໄດ້ຮັບອະນຸຍາດດໍາເນີນທຸລະກິດຝຸ່ນ
ມາດຕາ 27   ກໍານົດເວລານໍາໃຊ້ໃບອະນຸຍາດດໍາເນີນທຸລະກິດຝຸ່ນ
ມາດຕາ 28   ພັນທະຂອງຜູ້ດໍາເນີນທຸລະກິດຝຸ່ນ

ໝວດທີ 5 ການຈົດທະບຽນຝຸ່ນ

ມາດຕາ 29    ການຈົດທະບຽນຝຸ່ນ
ມາດຕາ 30    ຄໍາຮ້ອງຂໍຈົດທະບຽນຝຸ່ນ
ມາດຕາ 31     ການພິຈາລະນາຈົດທະບຽນຝຸ່ນ
ມາດຕາ 32    ໃບທະບຽນຝຸ່ນ
ມາດຕາ 33    ກໍລະນີຍົກເວັ້ນການຈົດທະບຽນ
ມາດຕາ 34    ຄ່າທໍານຽມ ແລະ ຄ່າບໍລິການ

ໝວດທີ 6   ອົງການຄຸ້ມຄອງ ແລະ ກວດກາຝຸ່ນ

ມາດຕາ 35    ອົງການຄຸ້ມຄອງ ແລະ ກວດກາຝຸ່ນ
ມາດຕາ 36    ສິດ ແລະ ໜ້າທີ່ຂອງກົມປູກຝັງ
ມາດຕາ 37    ສິດ ແລະ ໜ້າທີ່ຂອງພະເເນກກະສິກໍາ
ມາດຕາ 38    ສິດ ແລະ ໜ້າທີ່ ຂອງຫ້ອງການກະສິກໍາ ແລະປ່າໄມ້ເມືອງ
ມາດຕາ 39    ສິດ ເເລະ ໜ້າທີ່ຂອງພາກສ່ວນອື່ນ
ມາດຕາ 40    ການກວດກາຝຸ່ນ
ມາດຕາ 41    ເນື້ອໃນການກວດກາ
ມາດຕາ 42   ຮູບການກວດກາ

ໝວດທີ 7   ຂໍ້ຫ້າມ

ມາດຕາ 43   ຂໍ້ຫ້າມທົ່ວໄປ
ມາດຕາ 44    ຂໍ້ຫ້າມສໍາລັບພະນັກງານກວດກາຝຸ່ນ

ໝວດທີ 8    ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 45     ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 46    ມາດຕະການຕໍ່ຜູ້ລະເມີດ

ໝວດທີ 9   ບັນຍັດສຸດທ້າຍ

ມາດຕາ 47    ການຈັດຕັ້ງປະຕິບັດ
ມາດຕາ 48    ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້     ເລກທີ 2169/ກປ
ນະຄອນຫຼວງວຽງຈັນ, ວັນທີ 24 ຕຸລາ 2013

ຂໍ້ຕົກລົງ
ຂອງລັດຖະມົນຕີ
ວ່າດ້ວຍການຄຸ້ມຄອງຝຸ່ນໃນ ສປປ ລາວ

  • ອີງຕາມ ກົດໝາຍວ່າດ້ວຍກະສິກໍາ ສະບັບເລກທີ 01/98 ສພຊ, ລົງວັນທີ 10 ຕຸລາ 1998;
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 262/ນຍ, ລົງວັນທີ 26 ມິຖຸນາ 2012 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້;
  • ອີງຕາມ ໜັງສືສະເໜີຂອງກົມປູກຝັງ ສະບັບເລກທີ 1522/ກປຝ, ລົງວັນທີ 15 ຕຸລາ 2013.

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1     ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ, ມາດຕະຖານ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ ແລະ ກວດກາ ບັນດາກິດຈະການທີ່ກ່ຽວຂ້ອງກັບຝຸ່ນໃນ ສປປ ລາວ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ສັນຍາ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແນໃສ່ປົກປ້ອງຜົນປະໂຫຍດຂອງຜູ້ຊົມໃຊ້, ສຸຂະພາບຂອງຄົນ, ສັດ, ພືດ ແລະ ປົກປັກຮັກສາສິ່ງເວດລ້ອມ.

ມາດຕາ 2     ການຄຸ້ມຄອງຝຸ່ນ

ການຄຸ້ມຄອງຝຸ່ນ ແມ່ນການກໍານົດມາດຕະຖານຂອງຝຸ່ນເຕ່ລະປະເພດ ແລະ ຊະນິດ ລວມທັງການຫຸ້ມຫໍ່, ການຕິດສະຫຼາກ, ການໂຄສະນາ, ການນໍາໃຊ້, ການຄວບຄຸມ, ການຈໍາກັດ ແລະ ການດໍາເນີນທຸລະກິດກ່ຽວກັບຝຸ່ນ ໃຫ້ຖືກຕ້ອງຕາມຫຼັກວິຊາການ ແລະ ລະບຽບກົດໝາຍຂອງ ສປປ ລາວ.

ມາດຕາ 3     ການອະທິບາຍຄໍາສັບ

ຄໍາສັບຕ່າງໆ ທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

1.   ຝຸ່ນ ໝາຍເຖິງ ວັດຖຸໃດໜຶ່ງ ທີ່ເກີດຂຶ້ນຕາມທໍາມະຊາດ ຫຼື ສັງເຄາະ ຊຶ່ງລວມທັງຝຸ່ນເຄມີ ຫຼື ຝຸ່ນອະນົງຄະທາດ, ຝຸ່ນຊີວະພາບ, ຝຸ່ນອົງຄະທາດ, ຝຸ່ນອົງຄະທາດຊີວະພາບ ແລະ ຝຸ່ນອົງຄະທາດເຄມີນໍາໃຊ້ ເພື່ອເພີ່ມຄວາມສາມາດໃນການສະໜັບສະໜູນ ການຈະເລີນເຕີບໂຕຂອງພືດ;

2.   ຝຸ່ນເຄມີ (Chemical fertilizer) ໝາຍເຖິງ ຝຸ່ນທີ່ມີທາດອະນົງຄະທາດ (inorganie) ເປັນຕົ້ນເມ່ນ ໄນໂຕຼເຈນ (N), ຟອສ໌ເຟດ (P) ແລະ ໂປຕັສຊຽມ (K) ເປັນຫຼັກ;

3.   ຝຸ່ນອົງຄະທາດ (Organic fertilizer) ໝາຍເຖິງ ຝຸ່ນທີ່ປະກອບດ້ວຍການປະສົມວັດຖຸຕ່າງໆ ທີ່ໄດ້ຈາກເສດເຫຼືອຊາກພືດ, ຊາກສັດທີ່ຜ່ານຂະບວນການເເປຮູບໃດໜຶ່ງ ແລະ ໂລຫະທາດຫຼາຍຊະນິດ;

4.   ຝຸ່ນຊີວະພາບ (Bio-fertilizer) ໝາຍເຖິງ ຝຸ່ນທີ່ປູກລ້ຽງເຊື້ອຈຸລິນຊີບໍລິສຸດສະເພາະໃດໜຶ່ງ ປະສົມກັບອາຫານລ້ຽງເຊື້ອຊົ່ວຄາວທີ່ເໝາະສົມ ( Carrier);

5.   ຝຸ່ນອົງຄະທາດ-ຊີວະພາບ (Bio-Organic fertilizer) ໝາຍເຖິງ ຝຸ່ນອົງຄະທາດ (ຝຸ່ນຄອກ/ຝຸ່ນບົ່ມ) ຊື່ງນອກຈາກຈະມີທາດອາຫານສໍາລັບພືດຄືກັບຝຸ່ນຄອກ, ຝຸ່ນບົ່ມເລ້ວ ຍັງມີຈຸລິນຊີເປັນປະໂຫຍດ ທີ່ປູກລ້ຽງໃນປະລິມານຮັບຮອງທີ່ກໍານົດເເນ່ນອນ;

6.   ຝຸ່ນອົງຄະທາດ-ເຄມີ (Fortified Organic fertilizer) ໝາຍເຖິງ ຝຸ່ນອົງຄະທາດ ທີ່ມີການປະສົມຂອງທາດເຄມີສັງເຄາະ, ຝຸ່ນດັ່ງກ່າວ ຜະລິດໂດຍໃຊ້ວັດຖຸທີ່ເປັນເຫຼ່ງອິນຊີວັດຖຸ ເຊັ່ນ: ມູນສັດ, ເສດພືດຕ່າງໆ, ຂີ້ເຈຍ, ຖ່ານຕົມ ແລະ ຝຸ່ນເຄມີຈໍາພວກ ໄນໂຕເຈນ ( N), ຟອດສ໌ເຟດ (P) ແລະ ໂປເຕສຊຽມ (K);

7.   ຝຸ່ນດ່ຽວ (Single fertilizer) ໝາຍເຖິງ ຝຸ່ນເຄມີທີ່ມີທາດອາຫານພືດທາດດຽວ ບັນຈຸ ຢູ່ໃນຝຸ່ນຊະນິດນັ້ນ ຊຶ່ງໄດ້ແກ່ ໄນໂຕເຈນ ( N), ຟອດສ໌ເຟດ (P) ແລະ ໂປເຕສຊຽມ (K);

8.   ຝຸ່ນປະສົມ (Mixed fertilizer) ໝາຍເຖິງ ຝຸ່ນເຄມີທີ່ໄດ້ຈາກການປະສົມຝຸ່ນດ່ຽວ ແຕກຕ່າງກັນຫຼາຍຊະນິດ ເພື່ອໃຫ້ໄດ້ທາດອາຫານຕາມຄວາມຕ້ອງການ;

9.   ຝຸ່ນປະກອບ ( Compound fertilizer) ໝາຍເຖິງ ຝຸ່ນເຄມີທີ່ເຮັດຂຶ້ນດ້ວຍກໍາມະວິທີທາງເຄມີ ແລະ ມີທາດອາຫານຫຼັກຢ່າງໜ້ອຍສອງທາດຂຶ້ນໄປ;

10.  ທາດອາຫານພືດ (Nutrient element) ໝາຍເຖິງ ທາດເຄມີທີ່ມີໃນຝຸ່ນ ແລະ ສາມາດເປັນອາຫານໃຫ້ແກ່ພືດໄດ້;

11.  ທາດອາຫານຫຼັກ ( Primary Macro nutrient element ) ໝາຍເຖິງ ທາດອາຫານ ໄນໂຕເຈນ ( N), ຟອດສ໌ເຟດ (P) ແລະ ໂປເຕສຊຽມ (K) ທີ່ພືດຕ້ອງການໃນປະລິມານຫຼາຍກ່ວາໝູ່;

12.   ທາດອາຫານສໍາຮອງ (Secondary Macro nutrient element) ໝານເຖິງ ທາດອາຫານແມການີຊຽມ (Mg), ແຄນຊຽມ (Ca), ມາດ (S), ຊິລິກາ (Si) ທີ່ພືດຕ້ອງການໃນປະລິມານຫຼຸດລົງມາ ແຕ່ຂາດບໍ່ໄດ້;

13.   ທາດອາຫານເສີມ ( Micro nutrient element) ໝາຍເຖິງ ທາດເຫຼັກ (Fe), ມັງການີສ໌ (Mn), ທອງແດງ (Cu), ໂບຣອນ (B), ສັງກະສີ (Zn), ໂມລິບດີນໍາ (Mo), ໂຄບານ (C0), ໂຊດຽມ (Na) ທີ່ພືດຕ້ອງການໃນປະລິມານທີ່ໜ້ອຍທີ່ທີ່ສຸດ ແຕ່ຂາດບໍ່ໄດ້;

14.   ປະລິມານທາດອາຫານຮັບຮອງ ໝາຍເຖິງ ປະລິມານຂັ້ນຕໍ່າສຸດຂອງທາດອາຫານພືດໃນຝຸ່ນ ໂດຍຄິດໄລ່ເປັນຈໍານວນສ່ວນຮ້ອຍ (%) ຂອງນໍ້າໜັກສຸດທິຂອງຝຸ່ນ;

15.   ປະລິມານຈຸລິນຊີຮັບຮອງ ໝາຍເຖິງ ແບັກທີເຣຍຕໍ່າສຸດທີ່ບັນຈຸຢູ່ໃນໜຶ່ງກຼາມຂອງຝຸ່ນຊີວະພາບ;

16.   ສານເປັນພິດ ໝາຍເຖິງ ສານເຄມີ ຫຼື ສິ່ງອື່ນ ທີ່ອາດເຮັດໃຫ້ເກີດອັນຕະລາຍແກ່ຄົນ, ສັດ ແລະ ສິ່ງແວດລ້ອມ;

17.   ມາດຕະຖານຝຸ່ນ ໝາຍເຖິງ ປະລິມານຂັ້ນຕໍ່າສຸດ ຫຼື ຂັ້ນສູງສຸດຂອງທາດອາຫານ ຫຼື ສານເປັນພິດ ແລະ ລັກສະນະຈໍາເປັນຢ່າງອື່ນ ຂອງຝຸ່ນແຕ່ລະປະເພດ ທີ່ໄດ້ກໍານົດສູດໃນຫຼັກການສາກົນ;

18.   ເກນຄາດເຄື່ອນ ໝາຍເຖິງ ການກໍານົດປະລິມານຂັ້ນຕໍ່າສຸດ ແລະ ສູງສຸດ ຂອງທາດອາຫານເຫຼັກ (NPK) ທີ່ມີຢູ່ໃນມາດຕະຖານຝຸ່ນ.

19.   ຝຸ່ນເສື່ອມຄຸນະພານ ໝາຍເຖິງ ຝຸ່ນທີ່ກາຍກໍານົດການນໍາໃຊ້ ຫຼື ຖືກກະທົບດ້ວຍສິ່ງອື່ນທີ່ເຮັດໃຫ້ເສື່ອມຄຸນະພາບ ໂດຍທາດອາຫານຫຼຸດລົງ ຫຼື ປ່ຽນສະພາບ ກາຍເປັນກ້ອນແຂງ, ເປັນນໍ້າ, ປ່ຽນເປັນສີອື່ນໆ ແລະ ມີກິ່ນປ່ຽນຈາກກິ່ນເດີມ;

20.   ສະຫຼາກ ໝາຍເຖິງ ສິ່ງຂຽນ, ສິ່ງພິມ ຫຼື ຮູບແຕ້ມທີ່ຕິດ ຫຼື ຫ້ອຍມາພ້ອມກັບຝຸ່ນ ຫຼື ພາຊະນະບັນຈຸຝຸ່ນໂດຍກົງ ແລະ ກໍເຊັ່ນດຽວກັນກັບການຕິດຂ້າງນອກພາຊະນະບັນຈຸ ຫຼື ສິ່ງຫຸ້ມຫໍ່ພາຊະນະບັນຈຸຝຸ່ນ ເພື່ອຂາຍຍ່ອຍ.

ມາດຕາ 4 ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ ແລະ ນິຕິບຸກຄົນ ທີ່ກ່ຽວຂ້ອງກັບການຜະລິດ, ສົ່ງອອກ, ນໍາເຂົ້າ, ຈໍາໜ່າຍ, ນໍາໃຊ້, ຂົນສົ່ງ, ເກັບຮັກສາ ແລະ ທໍາລາຍຖິ້ມຝຸ່ນ ຢູ່ ສປປ ລາວ.

ໝວດທີ 2
ມາດຕະຖານຂອງຝຸ່ນ

ມາດຕາ 5   ມາດຕະຖານຝຸ່ນເຄມີ

ມາດຕະຖານຝຸ່ນເຄມີທຸກຊະນິດ ທີ່ຜະລິດ ຫຼື ນໍາເຂົ້າມາໃນ ສປປ ລາວ ຕ້ອງມີປະລິມານທາດອາຫານພືດ ທີ່ບັນຈຸໃນຝຸ່ນ ຕາມມາດຕະຖານສາກົນ ດັ່ງນີ້:

1.  ຝຸ່ນແອມໂມນຽມຊັນເຟດ (Ammonium sulphate) ຕ້ອງມີປະລິມານທາດອາຫານ ໄນໂຕຼເຈນທັງໝົດ (Total nitrogen) ບໍ່ຕໍ່າກ່ວາ 20% ຂອງນໍ້າໜັກຝຸ່ນຢູ່ໃນຮູບແອມໂມນຽມ (Ammonium) ຊຶ່ງມີລັກສະນະເປັນເມັດສີຂາວ ຫຼື ສີໝົ່ນ ໂດຍບໍ່ມີການຕື່ມສີ ຫຼື ປຸງແຕ່ງໃດໆ ມີຄວາມຊຸ່ມບໍ່ເກີນ 3% ຂອງນໍ້າໜັກ;

2.  ຝຸ່ນຢູເຣຍ (Urea) ຕ້ອງມີປະລິມານທາດໄນໂຕຼເຈນທັງໝົດ ບໍ່ຕໍ່າກ່ວາ 44% ຂອງນໍ້າໜັກຝຸ່ນ ຢູ່ໃນຮູບຂອງຢູເຣຍ (Urea) ແລະ ປະລິມານໄບຢູເຣັດ ບໍ່ເກີນ 1% ຂອງນໍ້າໜັກ, ມີລັກສະນະເປັນເມັດ ຫຼື ເກັດສີຂາວ ຫຼື ສີຂາວໝົ່ນ ໂດຍບໍ່ມີການຕື່ມສີ ຫຼື ປຸງແຕ່ງໃດໆ ແລະ ຄວາມຊຸ່ມ ບໍ່ເກີນ 3% ຂອງນໍ້າໜັກ;

3.  ຝຸ່ນຊູເປີຟອສ໌ເຟດ (Super phosphate) ຕ້ອງມີປະລິມານທາດຟອສ໌ຟໍຣັສ (Phosphorus) ຢູ່ໃນຮູບຂອງຟອສ໌ເຟດທີ່ເປັນປະໂຫຍດ (P2Oບໍ່ຕໍ່າກ່ວາ 20% ຂອງນໍ້າໜັກ ແລະ ມີລັກສະນະເປັນເມັດ ຫຼື ຝຸ່ນສີຂີ້ເຖົ່າ ໂດຍບໍ່ມີການຕື່ມສີ ແລະ ມີປະລິມານສານໜູ (Arsenic) ບໍ່ເກີນ 0,5% ຂອງນໍ້າໜັກ ແລະ ຄວາມຊຸ່ມ ບໍ່ເກີນ 3% ຂອງນໍ້າໜັກ.

4.  ຝຸ່ນດັບໂບຊູບເປີຟອສ໌ເຟດ (Double super phosphate) ຕ້ອງມີປະລິມານທາດຟອສ໌ຟໍຣັສຢູ່ໃນຮູບຂອງຟອສ໌ເຟດ ທີ່ເປັນປະໂຫຍດ P2O5 ບໍ່ຕໍ່າກ່ວາ 40% ຂອງນໍ້າໜັກ ແລະ ມີລັກສະນະເປັນເມັດ ຫຼື ຝຸ່ນສີນໍ້າຕານອ່ອນ ຫຼື ສີຂີ້ເຖົ່າ ໂດຍບໍ່ມີການຕື່ມສີ ແລະ ມີປະລິມານສານໜູ (Arsenic) ບໍ່ເກີນ 0,5% ຂອງນໍ້າໜັກ ແລະ ຄວາມຊຸ່ມ ບໍ່ເກີນ 3% ຂອງນໍ້າໜັກ;

5.  ຝຸ່ນທຣິບໂປຊູເປີຟອສ໌ເຟດ (Triple super phosphate) ຕ້ອງມີປະລິມານທາດຟອສ໌ຟໍຣັສ ຢູ່ໃນຮູບຂອງຟອສ໌ເຟດ ທີ່ເປັນປະໂຫຍດ P2O5 ບໍ່ຕໍ່າກ່ວາ 45% ຂອງນໍ້າໜັກ ແລະ ມີລັກສະນະເປັນເມັດ ຫຼື ຝຸ່ນສີນໍ້າຕານອ່ອນ ຫຼື ສີຂີ້ເຖົ່າ ໂດຍບໍ່ມີການຕື່ມສີ ແລະ ມີປະລິມານສານໜູ (Arsenic) ບໍ່ເກີນ 0,5% ຂອງນໍ້າໜັກ ແລະ ຄວາມຊຸ່ມບໍ່ເກີນ 3% ຂອງນໍ້າໜັກ;

6.  ຝຸ່ນໂປຕັສຊຽມຄຼໍໄຣດ໌ ( potassium chloride) ຕ້ອງມີປະລິມານທາດໂປຕັສຊຽມ ຢູ່ໃນຮູບຂອງໂປແຕສ໌ ທີ່ລະລາຍນໍ້າ (Water soluble  K2O) ບໍ່ຕໍ່າກ່ວາ 60% ຂອງນໍ້າໜັກ, ມີລັກສະນະເປັນຝຸ່ນ ຫຼື ເກັດສີຂາວ ຫຼື ສີຂາວປົນເຫຼືອງ ຫຼື ສີນໍ້າຕານແດງ ໂດຍບໍ່ມີການຕື່ມສີ ແລະ ມີຄວາມຊຸ່ມ ບໍ່ເກີນ 3% ຂອງນໍ້າໜັກ;

7.  ຝຸ່ນໂປຕັສຊຽມຊັນເຟດ (Potassium sulphate) ຕ້ອງມີປະລິມານທາດໂປຕັສຊຽມ ຢູ່ໃນຮູບຂອງໂປແຕສ໌ ທີ່ລະລາຍໃນນໍ້າ (Water soluble K2O) ບໍ່ຕໍ່າກ່ວາ 48% ຂອງນໍ້າໜັກ, ມີລັກສະນະເປັນຝຸ່ນ ຫຼື ເກັດສີຂາວ ຫຼື ສີຂາວປົນເຫຼືອງ ຫຼື ສີນໍ້າຕານແດງ ໂດຍບໍ່ມີການຕື່ມສີ, ມີຄວາມຊຸ່ມບໍ່ເກີນ 3% ຂອງນໍ້າໜັກ.

ມາດຕາ 6  ຝຸ່ນເຄມີປອມ

ຝຸ່ນເຄມີປອມ ແມ່ນຝຸ່ຮທີ່ມີລັກສະນະດັ່ງຕໍ່ໄປນີ້:

1.  ວັດຖຸ ຫຼື ສ່ວນປະສົມທີ່ນໍາມາປຸງແຕ່ງບາງສ່ວນ ຫຼື ທັງໝົດເປັນຂອງທຽມ ເພື່ອເຮັດໃຫ້ ຜູ້ອື່ນຫຼົງເຊື່ອ;

2.  ເປັນຝຸ່ນເຄມີຊະນິດອື່ນ ຊຶ່ງບໍ່ກົງກັບສະຫຼາກທີ່ລະບຸໄວ້;

3.  ຊື່ຂອງຝຸ່ນ, ເຄື່ອງໝາຍການຄ້າ, ຜູ້ຜະລິດ, ສະຖານທີ່ຜະລິດເພື່ອການຄ້າ ບໍ່ຖືກກັບໃຍອະນຸຍາດ.

ມາດຕາ 7 ຝຸ່ນເຄມີບໍ່ໄດ້ມາດຕະຖານ

ຝຸ່ນເຄມີບໍ່ໄດ້ມາດຕະຖານ ແມ່ນຝຸ່ນທີ່ມີລັກສະນະຕໍ່ໄປນີ້:

1.  ຝຸ່ນເຄມີ ທີ່ຜະລິດຂຶ້ນບໍ່ຖືກຕ້ອງຕາມມາດຕະຖານ ໂດຍມີປະລິມານທາດອາຫານຮັບຮອງ ຕໍ່າກ່ວາເກນຕໍ່າສຸດ ຕາມທີ່ຈົດທະບຽນໄວ້ ຫຼື ບໍ່ຖືກຕ້ອງຕາມເກນຕໍ່າສຸດຂອງມາດຕະຖານຝຸ່ນເຄມີ ທີ່ກໍານົດໄວ້ໃນມາດຕາ 8 ຂອງຂໍ້ຕົກລົງສະບັບນີ້;

2.  ຝຸ່ນເຄມີ ທີ່ຜະລິດຂຶ້ນ ໂດຍມີຄວາມບໍລິສຸດ ຫຼື ມີລັກສະນະຢ່າງອື່ນທີ່ສໍາຄັນຕໍ່ຄຸນະພາບຂອງເຄມີ ຜິດໄປຈາກເກນມາດຕະຖານທີ່ຈົດທະບຽນໄວ້ ຫຼື ບໍ່ໄດ້ຕາມເກນມາດຕະຖານຂອງຝຸ່ນເຄມີ.

ມາດຕາ 8 ການກໍານົດມາດຕະຖານຝຸ່ນເຄມີ

ມາດຕະຖານຝຸ່ນເຄມີ ກໍານົດດັ່ງນີ້:

ທາດອາຫານຫຼັກ

ປະລິມານ ທາດອາຫານຮັບຮອງ ຄິດໄລ່ເປັນ % ຂອງນໍ້າໜັກ

ປະລິມານຂັນຕໍ່າສຸດຄິດໄລ່ເປັນ % ຂອງນໍ້າໜັກ

ປະລິມານຂັນຕໍ່າສຸດຄິດໄລ່ເປັນ % ຂອງນໍ້າໜັກ

ຝຸ່ນດ່ຽວ ແລະ ຝຸ່ນປະກອບ

ຝຸ່ນປະສົມ

ຝຸ່ນປະກອບ ແລະ ຝຸ່ນປະສົມ

ໄນໂຕເຈນ

(N)

ຕໍ່າກ່ວາ 8.0

8.0 – 16.0

16.1 – 24.0

ສູງກ່ວາ 24.0

0.4

0.5

0.6

0.8

0.4

0.6

0.8

1

2

3

4

5

ຟອສ໌ເຟດ

(P2O5)

 

ຕໍ່າກ່ວາ 8.0

8.0 – 16.0

16.1 – 24.0

ສູງກ່ວາ 24.0

0.4

0.5

0.6

0.8

0.4

0.6

0.8

1

3

4

5

6

ໂປຕັສຊຽມ

(K2O)

ຕໍ່າກ່ວາ 8.0

8.0 – 16.0

16.1 – 24.0

ສູງກ່ວາ 24.0

0.5

0.7

0.8

1

0.5

0.8

1

1.2

2

2

4

5

ມາດຕາ 9 ການກໍານົດມາດຕະຖານຝຸ່ນອົງຄະທາດ

ມາດຕະຖານຝຸ່ນອົງຄະທາດ ກໍານົດດັ່ງນີ້:

/

ຕົວວັດແທກ

ມາດຕະຖານກໍານົດ

1

ຂະໜາດຂອງເມັດຝຸ່ນ

≤ 12.5 x 12.5 mm

2

ປະລິມານຄວາມຊຸ່ມ

≤ 30%

3

ປະລິມານຫີນ ແລະ ຊາຍ

≤ 2%

4

ພລາສະຕິກ, ແກ້ວ, ວັດຖຸມີຄົມ ແລະ ໂລຫະອື່ນໆ

ບໍ່ມີ

5

ຄ່າຄວາມເປັນກົດ-ເປັນດ່າງ (pH)

6.5 – 8

6

ອັດຕາສ່ວນກາກບອນຕໍ່ໄນໂຕຼເຈນ (C/N)

≤ 20/1

7

ຄ່າການນໍາກະແສໄຟຟ້າ   (Electrical Conductivity, EC)

≤ 3.5%

8

ປະລິມານອິນຊີວັດຖຸ    (Organic Matter, OM

≥ 30%

9

ປະລິມານອິນຊີກາກບອນ (Organic Carbon, OC)

≥ 12%

10

ທາດໄນໂຕຼເຈນລວມ    (Total N)

1.5%

11

ທາດຟອສ໌ຟໍຣັສລວມ    (Total P2O5 )

3%

12

ທາດໂປຼຕັສຊຽມລວມ   (Total K2O)

0.5%

13

ສານໜູ   (Arsenic)

≤ 10 mg/Kg

14

ແຄດມຽນ   (Cadmium, Cd)

≤ 5 mg/Kg

15

ໂຄຣມຽນ   (Chromium, Cr)

≤ 50 mg/Kg

16

ທອງ      (Copper, Cu)

≤ 300 mg/Kg

17

ກົ່ວ    (Lead, Ld)

≤ 500 mg/Kg

18

ຊືນ    (Palladium, Pd)

≤ 100 mg/Kg

/

ຕົວວັດແທກ

ມາດຕະຖານກໍານົດ

ມາດຕາ 10 ການກໍານົດມາດຕະຖານຝຸ່ນຊີວະພາບ

ມາດຕະຖານ ຝຸ່ນຊີວະພາບ ກໍານົດດັ່ງນີ້:

ລ/ດ

ຕົວວັດແທກ

ຣີໂຊບຽມ

Rhizobium

ອາສົດໂຕບັກເຕີ

Azotobactes

ອາໂຊສະປີຣິນລຸມ

Azospirillum

ຝຸ່ນຊີວະພາບຟອສ໌ຟໍຣັສ

Phosphate biofertilizer

1

ຈໍານວນຈຸລັງຂອງຈຸລິນຊີໃນຝຸ່ນຊີວະພາບ

107

 

106

 

107

108

2

ການເຈືອປົນຂອງຈຸລິນຊີຊະນິດອື່ນ

ບໍ່ມີເມື່ອເຮັດໃຫ້ເຈືອຈາງ 105 ເທື່ອ

ບໍ່ມີເມື່ອເຮັດໃຫ້ເຈືອຈາງ 10ເທື່ອ

ບໍ່ມີເມື່ອເຮັດໃຫ້ເຈືອຈາງ 105 ເທື່ອ

ບໍ່ມີເມື່ອເຮັດໃຫ້ເຈືອຈາງ 105 ເທື່ອ

3

ອາຍຸການນໍາໃຊ້ນັບແຕ່ມື້ຜະລິດ

6 ເດືອນ

6 ເດືອນ

6 ເດືອນ

6 ເດືອນ

4

ຄ່າຄວາມເປັນກົດ-ດ່າງ

6.5  - 7.5

6.5 – 7.5

6.5 – 7.5

6.5 – 7.5

5

ອາຫານລ້ຽງເຊື້ອຊົ່ວຄາວ ຕ້ອງມີຂະນາດຜ່ານເຂິງຮ່ອນ

150 – 212 ມີກຣົງ ()

106 ມີກຣົງ ()

106 ມີກຣົງ ()

106 ມີກຣົງ ()

6

ປະລິມານຄວາມຊຸ່ມ

30%

30%

30%

30%

7

ຊະນິດອາຫານລ້ຽງເຊືອຊົ່ວຄາວ

ຖ່ານຕົມ/ລິກໄນ/Charcoal

ຖ່ານຕົມ/ລິກໄນ/Charcoal

ຖ່ານຕົມ/ລິກໄນ/Charcoal

ຖ່ານຕົມ/ລິກໄນ/Charcoal

             

ມາດຕາ 11 ການກໍານົດມາດຕະຖານຝຸ່ນອົງຄະທາດຊີວະພາບ

              ມາດຕະຖານ ຝຸ່ນອົງຄະທາດຊີວະພາບ ກໍານົດດັ່ງນີ້:

ລ/ດ

ຕົວວັດແທກ

ມາດຕະຖານກໍານົດ

1

ຂະໜາດຂອງເມັດຝຸ່ນ

≤ 12.5 x 12.25 mm

2

ປະລິມານຄວາມຊຸ່ມ

≤ 25%

3

ປະລິມານຫີນ ແລະ ຊາຍ

≤ 3%

4

ພລາສະຕິກ, ແກ້ວ, ວັດຖຸມີຄົມ ແລະ ໂລຫະອື່ນໆ

ບໍ່ມີ

5

ຄ່າຄວາມເປັນກົດ-ເປັນດ່າງ (pH)

6.5 – 8.5

6

ອັດຕາສ່ວນກາກບອນຕໍ່ໄນໂຕຼເຈນ (C/N)

≤ 20/1

7

ຄ່າການນໍາກະແສໄຟຟ້າ (Electrical Conductivity, EC)

≤ 4.0 ds/cm

8

ປະລິມານອິນຊີວັດຖຸ (Organic Matter, OM)

≥ 30%

9

ປະລິມານອິນຊີກາກບອນ (Organic Carbon, OC)

≥ 12%

10

ທາດໄນໂຕຼເຈນລວມ (Total N)

1.5%

11

ທາດຟອສ໌ຟໍຣັສລວມ (Total P2O5)

3%

12

ທາດໂປຼຕັສຊຽມລວມ    (Total K2O)

0.5%

13

ການນໍາໃຊ້ຝຸ່ນເຄມີ

ບໍ່ມີ

14

ການນັບປະລິມານ ແບກເຕີເຣຍລວມ

108 - 1010

15

ເຊື້ອພະຍາດ (Salmonella sp.)

ບໍ່ມີ

16

ສານໜູ (Arsenic)

≤ 10 mg/Kg

17

ແຄດມຽມ(Cadmium, Cd)

≤ 5 mg/Kg

18

ໂຄຣມຽມ(Chromium, Cr)

≤ 50mg/Kg

19

ທອງ (Copper, Cu)

≤ 300mg/Kg

20

ກົ່ວ(Lead, Ld)

≤ 500 mg/Kg

21

ຊືນ (Palladium, Pd)

≤ 100mg/Kg

ມາດຕາ 12 ມາດຕະຖານຝຸ່ນອົງຄະທາດເຄມີ

ມາດຕະຖານ ຝຸ່ນອົງຄະທາດເຄມີ ກໍານົດດັ່ງນີ້:

ລ/ດ

ຕົວວັດແທກ

ມາດຕະຖານກໍານົດ

1

ຂະໜາດຂອງເມັດຝຸ່ນ

≤ 12.5 x 12.25 mm

2

ປະລິມານຄວາມຊຸ່ມ

≤ 20%

3

ປະລິມານຫີນ ແລະ ຊາຍ

≤ 5%

4

ພລາສະຕິກ, ແກ້ວ, ວັດຖຸມີຄົມ ແລະ ໂລຫະອື່ນໆ

ບໍ່ມີ

5

ຄ່າຄວາມເປັນກົດ-ເປັນດ່າງ (pH)

6.5 – 8.5

6

ອັດຕາສ່ວນກາກບອນຕໍ່ໄນໂຕຼເຈນ (C/N)

≤ 20/1

7

ຄ່າການນໍາກະແສໄຟຟ້າ     (Electrical Conductivity, EC)

≤ 5 ds/cm

8

ປະລິມານອິນຊີວັດຖຸ        (Organic Matter, OM)

≥ 25%

9

ປະລິມານອິນຊີກາກບອນ   (Organic Carbon, OC)

≥ 10%

10

ທາດໄນໂຕຼເຈນລວມ        (Total N)

6.5%

11

ທາດຟອສ໌ຟໍຣັສລວມ       (Total P2O5)

4%

12

ທາດໂປຼຕັສຊຽມລວມ      (Total K2O)

2%

13

ການນໍາໃຊ້ຝຸ່ນເຄມີ

ມີການນໍາໃຊ້

14

ການນັບປະລິມານ ແບກເຕີເຣຍລວມ

108 - 1010

15

ເຊື້ອພະຍາດ                 (Salmonella sp.)

ບໍ່ມີ

16

ສານໜູ                        (Arsenic)

≤ 10 mg/Kg

17

ແຄດມຽມ                    (Cadmium, Cd)

≤ 5 mg/Kg

18

ໂຄຣມຽມ                     (Chromium, Cr)

≤ 50mg/Kg

19

ທອງ                           (Copper, Cu)

≤ 300mg/Kg

20

ກົ່ວ                            (Lead, Ld)

≤ 500 mg/Kg

21

ຊືນ                             (Palladium, Pd)

≤ 100mg/Kg

ມາດຕາ 13   ການກໍານົດເກນຄາດເຄື່ອນທາດອາຫານຫຼັກ

1.   ຝຸ່ນອົງຄະທາດ ຕ້ອງມີປະລິມານທາດ ອາຫານຫຼັກ (NPK) ລວມກັນ ເທົ່າກັບ 5% ຊຶ່ງສາມາດມີ ເກນຄາດເຄື່ອນ 0.3%;

2.   ຝຸ່ນອົງຄະທາດ-ຊີວະພາບ ຕ້ອງມີຜົນບວກທາດອາຫານຫຼັກ (NPK) ເທົ່າກັບ 5% ຊຶ່ງສາມາດມີເກນຄາດເຄື່ອນ 0.2%;

3.   ຝຸ່ນອົງຄະທາດ-ເຄມີ ຕ້ອງມີຜົນບວກທາດອາຫານຫຼັກ (NPK) ເທົ່າກັບ 12.5% ຊຶ່ງສາມາດມີເກນຄາດເຄື່ອນ 0.3%;

ມາດຕາ 14   ຝຸ່ນອົງຄະທາດປອມ

ຝຸ່ນອົງຄະທາດປອມ ມີລັກສະນະດັ່ງຕໍ່ໄປນີ້:

1.    ວັດຖຸ ຫຼື ສ່ວນປະສົມທີ່ນໍາມາປຸງແຕ່ງບາງສ່ວນ ຫຼື ທັງໝົດເປັນຂອງທຽມ ເພື່ອເຮັດໃຫ້ຜູ້ອື່ນຫຼົງຊື່ອ ຫຼື ເຂົ້າໃຈຜິດວ່າເປັນຝຸ່ນອົງຄະທາດ;

2.    ຝຸ່ນອົງຄະທາດທີ່ສະແດງຊື່ເປັນຝຸ່ນອົງຄະທາດອື່ນ ຊຶ່ງບໍ່ຖືກຕ້ອງຕາມຄວາມເປັນຈິງ;

3.    ຝຸ່ນອົງຄະທາດທີ່ສະແດງຊື່ ຫຼື ເຄື່ອງໝາຍການຄ້າຂອງຜູ້ຜະລິດ ຫຼື ສະຖານທີ່ຜະລິດຝຸ່ນອົງຄະທາດເພື່ອການຄ້າ ບໍ່ຖືກຕ້ອງຕາມທີ່ລະບຸໄວ້.

ມາດຕາ 15   ຝຸ່ນອົງຄະທາດບໍ່ໄດ້ມາດຕະຖານ

ຝຸ່ນອົງຄະມາດບໍ່ໄດ້ມາດຕະຖານ ມີລັກສະນະດັ່ງນີ້:

1.   ຝຸ່ນອົງຄະທາດ ທີ່ບໍ່ໄດ້ຕາມມາດຕະຖານທີ່ໄດ້ກໍານົດໄວ້ ໃນມາດຕາ 9 ຂອງຂໍ້ຕົກລົງສະບັບນີ້;

2.   ຝຸ່ນອົງຄະທາດທີ່ຜະລິດຂຶ້ນ ໂດຍມີປະລິມານອິນຊີວັດຖຸຮັບຮອງຕໍ່າກ່ວາທີ່ຈົດທະບຽນໄວ້ ຫຼື ລະບຸໄວ້ໃນສະຫຼາກ.

ມາດຕາ 16    ຝຸ່ນຊີວະພາບປອມ

ຝຸ່ນຊີວະພາບປອມ ມີລັກສະນະດັ່ງຕໍ່ໄປນີ້:

1.  ຝຸ່ນຊີວະພາບທີ່ສະແດງຊື່ ຫຼື ເຄື່ອງໝາຍການຄ້າ ຫຼື ສະຖານທີ່ຜະລິດຝຸ່ນຊີວະພາບເພື່ອການຄ້າ ບໍ່ຖືກຕ້ອງຕາມທີ່ໄດ້ລະບຸໄວ້;

2.  ຝຸ່ນຊີວະພາບທີ່ຜະລິດຂຶ້ນ ໂດຍມີຊະນິດຂອງຈຸລິນຊີ ບໍ່ຖືກຕ້ອງຕາມທີ່ຂຶ້ນທະບຽນໄວ້ ຫຼື ລະບຸໄວ້ໃນສະຫຼາກ.

ມາດຕາ 17   ຝຸ່ນຊີວະພາບບໍ່ໄດ້ມາດຕະຖານ

ຝຸ່ນຊີວະພາບບໍ່ໄດ້ມາດດຕະຖານ ມີລັກສະນະດັ່ງຕໍ່ໄປນີ້:

1.   ຝຸ່ນຊີວະພາບທີ່ຜະລິດຂື້ນ ໂດຍມີປະລິມານຈຸລິນຊີຮັບຮອງ ຊະນິດໃດຊະນິດໜຶ່ງຕໍ່າກ່ວາ ທີ່ໄດ້ຂຶ້ນທະບຽນໄວ້ ຫຼື ລະບຸໄວ້ໃນສະຫຼາກ;

2.   ຝຸ່ນຊີວະພາບທີ່ເສື່ອມຄຸນະພາບ.

ໝວດທີ 3
ການຫຸ້ມຫໍ່, ການຕິດສະຫຼາກ, ການໂຄສະນາ,
ການນໍາໃຊ້, ການຄວບຄຸມ ແລະ ການທໍາລາຍຖິ້ມ

ມາດຕາ 18    ການຫຸ້ມຫໍ່

ການຫຸ້ມຫໍ່ຝຸ່ນ ຕ້ອງບັນຈຸໃນພາສະນະທີ່ເໝາະສົມ ຕາມຄຸນລັກສະນະຂອງຝຸ່ນ ແລະ ຮັບປະກັນຄວາມປອດໄພ ໃນເວລານໍາເຂົ້າ, ສົ່ງອອກ, ຂົນສົ່ງ, ເກັບຮັກສາ, ຈໍາໜ່າຍ ແລະ ນໍາໃຊ້ ເພື່ອຮັບປະກັນຄຸນະພາບຂອງຝຸ່ນ ບໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ.

ມາດຕາ 19    ການຕິດສະຫຼາກ

ທຸກຜະລິດຕະພັນຝຸ່ນ ທີ່ຜະລິດ, ສົ່ງອອກ, ນໍາເຂົ້າ ແລະ ຈໍາໜ່າຍໃນ ສປປ ລາວ ຕ້ອງຕິດສະຫຼາກ ທີ່ມີຂໍ້ຄວາມທາງດ້ານວິຊາການເປັນພາສາລາວ ດັ່ງນີ້:

1.  ເຄື່ອງໝາຍການຄ້າ;

2.  ຊື່ທາງການຄ້າຝຸ່ນເຄມີມາດຕະຖານ ຫຼື ຝຸ່ນອິນຊີ-ເຄມີ, ຝຸ່ນອົງຄະທາດ ຫຼື ຝຸ່ນຊີວະພາບ ແລ້ວແຕ່ກໍລະນີ;

3.  ຊື່ທາງເຄມີ (ຊື່ສາມັນ) ສໍາລັບຝຸ່ນເຄມີ;

4.   ສູດມາດຕະຖານ ຫຼື ປະລິມານທາດອາຫານຮັບຮອງ;

5.  ເປົ້າໝາຍການນໍາໃຊ້;

6.   ອັດຕາ, ວິທີການ ແລະ ໄລຍະເວລາການນໍາໃຊ້;

7.   ວິທີເກັບຮັກສາ ແລະ ການປ້ອງກັນອັນຕະລາຍ ຫຼື ຄວາມເສຍຫາຍທີ່ອາດຈະເກີດຂຶ້ນ;

8.   ຄໍາເຕືອນ;

9.   ຊື່ຜູ້ຜະລິດ, ທີ່ຢູ່ ແລະ ສະຖານທີ່ຜະລິດຝຸ່ນ;

10.  ຂະໜາດບັນຈຸ;

11.  ວັນ, ເດືອນ, ປີ ທີ່ຜະລິດ ແລະ ວັນໝົດອາຍຸການນໍາໃຊ້;

12.  ຊື່ ແລະ ທີ່ຢູ່ຕົວແທນຈໍາໜ່າຍຝຸ່ນ;

13.  ເລກທະບຽນຝຸ່ນ.

ໃນກໍລະນີນໍາເຂົ້າມາຈາກຕ່າງປະເທດເພື່ອການຄ້າ ຕ້ອງມີເລກທະບຽນຝຸ່ນ ຈາກປະເທດທີ່ຜະລິດ ແລະ ເລກທະບຽນຝຸ່ນທີ່ຈົດທະບຽນຢູ່ ສປປ ລາວ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 32 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 20    ການໂຄສະນາ

ບຸກຄົນ ຫຼື ນິຕິບຸກຄົນ ສາມາດໂຄສະນາໃນ ສ ປປ ລາວ ໄດ້ສະເພາະແຕ່ຝຸ່ນ ທີ່ໄດ້ຂຶ້ນທະບຽນຢູ່ ສປປ ລາວ ແລ້ວເທົ່ານັ້ນ. ເອກະສານໂຄສະນາ ຕ້ອງໄດ່ຜ່ານການກວດກາ ດ້ານເຕັກນິກວິຊາການຈາກຂະແໜງການທີກ່ຽວຂ້ອງ.

ມາດຕາ 21    ການນໍາໃຊ້ຝຸ່ນ

ການນໍາໃຊ້ຝຸ່ນທຸກຊະນິດ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມຄູ່ມືນໍາໃຊ້, ວິທີການນໍາໃຊ້ຝຸ່ນຢ່າງເຄັ່ງຄັດ ເປັນຕົ້ນ ນໍາໃຊ້ໃຫ້ຖືກຕ້ອງຕາມຈຸດປະສົງ, ປະເພດ, ປະລິມານ ແລະ ໄລຍະເວລາ ເພື່ອເຮັດໃຫ້ການນໍາໃຊ້ຝຸ່ນມີປະສິດທິພາບ, ຮັບປະກັນບໍ່ໃຫ້ເປັນອັນຕະລາຍຕໍ່ພືດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ.

ມາດຕາ 22    ການຄວບຄຸມ ແລະ ການທໍາລາຍຖິ້ມ

ຜະລິດຕະພັນຝຸ່ນປອມ, ສິ່ງເສດເຫຼືອຂອງຝຸ່ນ ຊຶ່ງລວມທັງພາຊະນະບັນຈຸ ຕ້ອງຝັງດິນໃນຂອບເຂດພື້ນທີ່ໆໄດ້ຮັບອະນຸຍາດ ໂດຍບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ.

ໝວດທີ 4
ການດໍາເນີ້ນທຸລະກິດຝຸ່ນ

ມາດຕາ 23    ການດໍາເນີນທຸລະກິດຝຸ່ນ

ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງ ຢາກດໍາເນີນທຸລະກິດກ່ຽວກັບຝຸ່ນ ຕ້ອງຍື່ນຄຳຮ້ອງຜ່ານຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ໄດ້ຮັບການເຫັນດີຈາກຂະແໜງການກະສິກໍາ ແລະ ປ່າໄມ້ ຕາມລະບຽບກົດໝາຍ.

ມາດຕາ 24    ປະເພດຂອງການດໍາເນີນທຸລະກິດ

ການດໍາເນີຍທຸະກິດຝຸ່ນຢູ່ ສປປ ລາວ ປະກອບດ້ວຍ:

1.   ການຜະລິດ;

2.   ການນໍາເຂົ້າ

3.   ການສົ່ງອອກ;

4.   ການຈໍາໜ່າຍ

5.   ການຂົນສົ່ງ;

6.   ການເກັບຮັກສາ;

7.   ການສົ່ງຜ່ານ;

8.   ການບໍລິການດ້ານການວິໄຈຝຸ່ນ.

9.   ການບໍລິການໃສ່ຝຸ່ນ.

ມາດຕາ 25   ການສົ່ງຜ່ານ

ຝຸ່ນທຸກຊະນິດ ທີ່ສົ່ງຜ່ານ ສປປ ລາວ ໃຫ້ປະຕິບັດຕາມສັນຍາສອງຝ່າຍ ຫຼື ຫຼາຍຝ່າຍ ທີ່ ສປປ ລາວ ເປັນພາຄິ.

ມາດຕາ 26   ເງື່ອນໄຂຜູ້ທີ່ຈະໄດ້ຮັບອະນຸຍາດດໍາເນີນທຸລະກິດຝຸ່ນ

ເງື່ອນໄຂຜູ້ທີ່ຈະໄດ້ຮັບອະນຸຍາດດໍາເນີນທຸລະກິດຝຸ່ນ ຕ້ອງມີເງື່ອນໄຂດັ່ງນີ້:

1.    ເປັນເຈົ້າຂອງກິດຈະການ;

2.   ມີສໍານັກງານຢູ່ ສປປ ລາວ;

3.   ມີສະຖານທີ່ຜະລິດ, ສະຖານທີ່ຈໍານ່າຍ ຫຼື ສະຖານທີ່ເກັບຮັກສາ;

4.   ມີວິຊາການດ້ານຝຸ່ນ ຫຼື ເຄມີກະສິກໍາ ຫຼື ປູກຝັງ.

ມາດຕາ 27    ກໍານົດເວລານໍາໃຊ້ໃບອະນຸຍາດດໍາເນີນທຸລະກິດຝຸ່ນ

ໃບອະນຸຍາດດໍາເນີນທຸລະກິດຝຸ່ນ ມີກໍານົດເວລານໍາໃຊ້ດັ່ງນີ້:

1.   ໃບອະນຸຍາດຜະລິດຝຸ່ນເພື່ອການຄ້າ ໃຊ້ໄດ້ ຫ້າ ປີ ນັບແຕ່ວັນທີອອກໃບອະນຸຍາດ;

2.    ໃບອະນຸຍາດຂາຍ ຫຼື ມີໄວ້ເພື່ອຂາຍ ໃຊ້ໄດ້ໜຶ່ງປີ ນັບແຕ່ວັນທີອອກໃບອະນຸຍາດ;

3.   ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກຝຸ່ນ ໃຊ້ໄດ້ ສາມສິບວັນ ນັບແຕ່ວັນທີອອກໃບອະນຸຍາດ.

ມາດຕາ 28    ພັນທະຂອງຜູ້ດໍາເນີນທຸລະກິດຝຸ່ນ

ຜູ້ດໍາເນີນທຸລະກິດຝຸ່ນ ມີພັນທະຕົ້ນຕໍ ດັ່ງນີ້:

1.    ຮັບປະກັນຄຸນະພາບ ແລະ ຄວາມປອດໄພຂອງຝຸ່ນ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ;

2.    ບັນທຶກຂໍ້ມູນກ່ຽວກັບການຜະລິດ, ສົ່ງອອກ, ນໍາເຂົ້າ, ຈໍາໜ່າຍ ແລະ ເກັບຮັກສາຝຸ່ນເພື່ອເປັນຂໍ້ມູນໃຫ້ແກ່ການກວດກາ;

3.    ຮັບຜິດຊອບຄ່າໃຊ້ຈ່າຍ ໃນການເຮັດການທົດສອບປະສິດທິພາບຂອງຜະລິດຕະພັນຝຸ່ນ ໃສ່ພືດເປົ້າໝາຍ ກ່ອນອອກຈໍາໜ່າຍ, ການຄວບຄຸມ ແລະ ກໍາຈັດຝຸ່ນ;

4.    ຮັບຜິດຊອບຄ່າໃຊ້ຈ່າຍ ໃນກໍລະນີມີການສຸ່ມກວດກາຄຸນະພາບຝຸ່ນ ທັງກ່ອນ ແລະ ຫຼັງການຈົດທະບຽນນໍາກົມປູກຝັງ;

5.    ອໍານວຍຄວາມສະດວກ ໃຫ້ແກ່ການປະຕິບັດງານຂອງພະນັກງານກວດກາຝຸ່ນ ແລະ ສະໜອງເອກະສານຕ່າງໆທີ່ກ່ຽວຂ້ອງຕາມການຂໍຮ້ອງ;

6.    ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ໝວດທີ 5
ການຈົດທະບຽນຝຸ່ນ

ມາດຕາ 29    ການຈົດທະບຽນຝຸ່ນ

ຝຸ່ນ ທີ່ຜະລິດ, ສົ່ງອອກ, ນໍາເຂົ້າ, ຈໍາໜ່າຍ ແລະ ນໍາໃຊ້ໃນ ສປປ ລາວ ຕ້ອງໄດ້ຈົດທະບຽນນໍາກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້. ສໍາລັບຝຸ່ນທີ່ຈະນໍາເຂົ້າ ຕ້ອງໄດ້ຈົດທະບຽນຈາກປະເທດສົ່ງອອກ ຫຼື ປະເທດຕົ້ນທາງກ່ອນ.

ມາດຕາ 30    ຄໍາຮ້ອງຂໍຈົດທະບຽນຝຸ່ນ

ຄໍາຮ້ອງຂໍຈົດທະບຽນຝຸ່ນ ປະກອບດ້ວຍບັນດາເອກະສານ ດັ່ງນີ້:

1.    ສໍາເນົາໃບອະນຸຍາດດໍາເນີນກິດຈະການຝຸ່ນ ຈາກຂະແໜງການກະສິກໍາ ແລະ ປ່າໄມ້ ແລະ ໃບທະບຽນວິສາຫະກິດ ຈາກຂະແໜງອຸດສາຫະກໍາ ແລະ ການຄ້າ;

2.    ຜົນການວິໄຈຝຸ່ນ ຈາກຫ້ອງທົດລອງທີ່ໄດ້ມາດຕະຖານ;

3.    ໃນກໍລະນີ ຝຸ່ນທີ່ຜະລິດຢູ່ພາຍໃນປະເທດ ຕ້ອງມີໃບຢັ້ງຢືນຜົນການທົດລອງປະສິດທິພາບຂອງຝຸ່ນ ຈາກສະຖາບັນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້;

4.    ສໍາລັບຝຸ່ນທີ່ຜະລິດຢູ່ຕ່າງປະເທດ ຕ້ອງສໍາເນົາໃບທະບຽນຝຸ່ນ ຈາກປະເທດສົ່ງອອກ ແລະ ໃບມອບສິດໃຫ້ຈົດທະບຽນຈາກບໍລິສັດທີ່ຜະລິດ;

5.    ຄູ່ມືການນໍາໃຊ້ຝຸ່ນເປັນພາສາລາວ;

6.    ສະໜອງຕົວຢ່າງຝຸ່ນ ຢ່າງໜ້ອຍ 1 ກິໂລ ສໍາລັບຊະນິດເມັດ/ຝຸ່ນ ແລະ 0.5 ລິດ ສໍາລັບຊະນິດນິດນໍ້າ.

ມາດຕາ 31    ການພິຈາລະນາຈົດທະບຽນຝຸ່ນ

ກົມປູກຝັງ ຈະພິຈາລະນາ ຫຼື ປະຕິເສດການຈົດທະບຽນຝຸ່ນ ພາຍໃນກໍານົດ ສິບຫ້າ ວັນລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ, ໃນກໍລະນີປະຕິເສດ ກົມປູກຝັງ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຂໍຮ້ອງຊາບ.

ມາດຕາ 32    ໃບທະບຽນຝຸ່ນ

ໃບທະບຽນຝຸ່ນ ແມ່ນເອກະສານທາງການ ຊຶ່ງອອກໃຫ້ໂດຍ ກົມປູກຝັງ, ກະຊວງກະສິກໍາ ແລ ປ່າໄມ້.

ໃບທະບຽນຝຸ່ນ ໃຊ້ໄດ້ ສອງ ປີ ນັບເເຕ່ວັນທີອອກໃບທະບຽນເປັນຕົ້ນໄປ, ຖ້າມີຈຸດປະສົງຢາກຂໍຕໍ່ທະບຽນຝຸ່ນ ເຈົ້າຂອງທະບຽນ ຕ້ອງຍື່ນຄໍາຮ້ອງນໍາກົມປູກຝັງ ກ່ອນໝົດອາຍຸສາມສິບວັນ.

ມາດຕາ 33    ກໍລະນີຍົກເວັ້ນການຈົດທະບຽນ

ຝຸ່ນທີ່ບໍ່ຈໍາເປັນຈົດທະບຽນ ມີດັ່ງນີ້:

1.    ຝຸ່ນທີ່ຜະລິດຂຶ້ນພາຍໃນປະເທດ ຊຶ່ງບໍ່ມີການຫຸ້ມຫໍ່ ຫຼື ບັນຈຸໃສ່ພາຊະນະໃດໜຶ່ງ ເພື່ອຈໍາໜ່າຍ;

2.    ຝຸ່ນທີ່ນໍາເຂົ້າ ເພື່ອຈຸດປະສົງນໍາໃຊ້ເຂົ້າໃນການຄົ້ນຄ້ວາ, ທົດລອງ ແລະ ວິໄຈທາງດ້ານວິຊາການ, ຂຶ້ນກັບແຜນການທົດລອງທີ່ວິຊາການກ່ຽວຂ້ອງໄດ້ກໍານົດໄວ້;

3.    ຝຸ່ນທີ່ນໍາເຂົ້າ ເພື່ອການວາງສະເເດງ, ການຊ່ວຍເຫຼືອ ແລະ ຮັບໃຊ້ພາຍໃນໂຄງການໃດໜຶ່ງຂອງລັດຖະບານ ຝຸ່ນດັ່ງກ່າວນັ້ນຕ້ອງໄດ້ຈົດຖະບຽນ ແລະ ອະນຸຍາດຈໍາໜ່າຍຈາກປະເທດຜູ້ຜະລິດ ຫຼື ສົ່ງອອກ ແລະ ໄດ້ຜ່ານການກວດກາຈາກ ກະຊວງກະສິກໍາ ແລະ ປ່າໄມ້.

ມາດຕາ 34    ຄ່າທໍານຽມ ແລະ ຄ່າບໍລິການ

ຄ່າທໍານຽມ ແລະ ຄ່າບໍລິການ ສໍາລັບໃບທະບຽນ ຫຼື ໃບອະນຸຍາດຕ່າງໆກ່ຽວກັບຝຸ່ນ ໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ກ່ຽວກັບຄ່າທໍານຽມ ແລະ ຄ່າບໍລິການ ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ.

ໝວດທີ 6
ອົງການຄຸ້ມຄອງ ແລະ ກວດກາຝຸ່ນ

ມາດຕາ 35    ອົງການຄຸ້ມຄອງ ແລະ ກວດກາຝຸ່ນ

ກະຊວງກະສິກໍາ ແລະ ປ່າໄມ້ ຄຸ້ມຄອງກິດຈະການກ່ຽວກັບຝຸ່ນ ຢ່າງລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍແມ່ນກົມປູກຝັງ ເປັນໃຈກາງໃນການປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ.

1.   ຂັ້ນສູນກາງ ແມ່ນ ກະຊວງກະສິກໍາ ແລະ ປ່າໄມ້ ໂດຍແມ່ນກົມປູກຝັງ ເປັນຜູ້ຈັດຕັ້ງປະຕິບັດ;

2.   ຂັ້ນເເຂວງ ແມ່ນ ພະແນກກະສິກໍາ ແລະ ປ່າໄມ້ ເເຂວງ, ນະຄອນ ໂດຍແມ່ນຂະເເໜງປູກຝັງ ເປັນຜູ້ຈັດຕັ້ງປະຕິບັດ;

3.   ຂັ້ນເມືອງ ແມ່ນ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ, ເທດສະບານ ໂດຍແມ່ນໜ່ວຍງານປູກຝັງ ເປັນຜູ້ຈັດຕັ້ງປະຕິບັດ.

ມາດຕາ 36      ສິດ ແລະ ໜ້າທີ່ຂອງກົມປູກຝັງ

ໃນການຄຸ້ມຄອງ ແລະ ກວດກາຝຸ່ນ ກົມປູກຝັງ ມີສິດ ແລະ ໜ້າທີ່ດັ່ງນີ້:

1.    ສ້າງຄູ່ມືຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້;

2.    ປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ໃນການໂຄສະນາເຜີຍເເຜ່ ແລະ ນໍາໃຊ້ ຂໍ້ຕົກລົງສະບັບນີ້;

3.    ຕິດຕາມ, ກວດກາການຜະລິດ, ສົ່ງອອກ, ນໍາເຂົ້າ, ຈໍາໜ່າຍ ແລະ ນໍາໃຊ້ຝຸ່ນໃນຂອບເຂດທົ່ວປະເທດ;

4.    ຂຶ້ນທະບຽນຝຸ່ນຕາມທີ່ກໍານົດໄວ້ ໃນໝວດທີ 5 ແລະ ສ້າງບັນຊີການຈົດທະບຽນຝຸ່ນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ;

5.    ກໍ່ສ້າງ, ຍົກລະດັບບຸກຄະລາກອນ ທີ່ຮັບຜິດຊອບວຽກງານຄຸ້ມຄອງ ແລະ ກວດກາຝຸ່ນທາງດ້ານການເມືອງເເນວຄິດ, ຄຸນສົມບັດ, ຈັນຍາບັນ ແລະ ວິຊາສະເພາະ;

6.    ກໍານົດມາດຕະຖານ ຂອງຂອງພະນັກງານກວດກາຝຸ່ນ;

7.    ພົວພັນຮ່ວມມືກັບຕ່າງປະເທດ ກ່ຽວກັບການຄຸ້ມຄອງ ແລະ ກວດກາຝຸ່ນ;

8.    ຖອນໃບທະບຽນຝຸ່ນ ໃນກໍລະນີທີ່ຝຸ່ນບໍ່ໄດ້ມາດຕະຖານ ຫຼື ປອມ ຕາມການຢັ້ງຢືນທາງດ້ານວິທະຍາສາດ ຂອງຫ້ອງວິໄຈທີ່ໄດ້ມາດຕະຖານ ທີ່ເປັນທາງການ;

9.    ລາຍງານສະພາບການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ກວດກາຝຸ່ນໃນຂອບເຂດທົ່ວປະເທດ ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ຊາບຢ່າງເປັນປົກກະຕິ;

10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງກະຊວງກະສິກໍາ ແລະ ປ່າໄມ້ ແລະ ລະບຽບກົດໝາຍກໍານົດ.

ມາດຕາ 37     ສິດ ແລະ ໜ້າທີ່ຂອງພະເເນກກະສິກໍາ

ໃນການຄຸ້ມຄອງ ແລະ ກວດກາຝຸ່ນ ພະເເນກກະສິກໍາ ແລະ ປ່າໄມ້ປະຈໍາເເຂວງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.    ໂຄສະນາເຜີຍເເຜ່, ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຂໍ້ຕົກລົງສະບັບນີ້;

2.    ຄຸ້ມຄອງການຜະລິດ ແລະ ອອກໃບອະນຸຍາດຈໍາໜ່າຍ, ສົ່ງອອກ, ນໍາເຂົ້າ, ເກັບຮັກສາ, ຄອບຄອງ ແລະ ກວດກາຄຸນະພາບຝຸ່ນ ຢູ່ໃນທ້ອງຖິ່ນຂອງຕົນ;

3.    ຊຸກຍູ້ ແລະ ຕິດຕາມການກວດກາຝຸ່ນ ຢູ່ດ່ານເຂົ້າ-ອອກ ແລະ ຮ້ານຈໍາໜ່າຍໃນທ້ອງຖິ່ນຂອງຕົນ;

4.    ສ້າງພະນັກງານວິຊາການກວດກາຝຸ່ນ ເພື່ອເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕາມຂໍ້ຕົກລົງສະບັບນີ້;

5.    ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມຄອງ ແລະ ກວດກາຝຸ່ນ;

6.    ຖອນໃບອະນຸຍາດດໍາເນີນກິດຈະການ ທີ່ກ່ຽວຂ້ອງກັບຝຸ່ນ;

7.    ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ກວດກາຝຸ່ນໃຫ້ ກະສິກໍາ ແລະ ປ່າໄມ້ ແລະ ນໍາສົ່ງກົມປູກຝັງ ຊາບຢ່າງເປັນປົກກະຕິ;

8.    ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງກະຊວງກະສິກໍາ ແລະ ປ່າໄມ້ ແລະ ລະບຽບກົດໝາຍກໍານົດ.

ມາດຕາ 38     ສິດ ແລະ ໜ້າທີ່ ຂອງຫ້ອງການກະສິກໍາ ແລະປ່າໄມ້ເມືອງ

ໃນການຄຸ້ມຄອງ ແລະ ກວດກາຝຸ່ນ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ມີສິດ ແລະ ໜ້າທີ່    ດັ່ງນີ້:

1.    ໂຄສະນາເຜີຍເເຜ່ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ;

2.    ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການກວດກາຮ້ານຈໍາໜ່າຍຝຸ່ນ;

3.    ດໍາເນີນການກວດກາຮ້ານຈໍາໜ່າຍຝຸ່ນ ຫຼື ສະຖານທີ່ໃກໜຶ່ງ, ໃນກໍລະນີສົງໃສສາມາດ ສຸ່ມເອົາຕົວຢ່າງເພື່ອກວດສອບ ແລະ ວິໄຈຄຸນະພາບຝຸ່ນ ໂດຍປະຕິບັດຕາມມາດຕາ 41 ຂອງຂໍ້ຕົກລົງສະບັບນີ້;

4.    ອາຍັດ ຝຸ່ນທີ່ບໍ່ຖືກຕ້ອງຕາມທີ່ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້ ພ້ອມທັງບັນທຶກລາຍການຝຸ່ນທີ່ຖືກອາຍັດນັ້ນ;

5.    ລາຍງານຜົນກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາຝຸ່ນໃຫ້ ພະເເນກກະສິກໍາ ແລະ ປ່າໄມ້ ຊາບ ຢ່າງເປັນປົກກະຕິ;

6.    ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງພະເເນກກະສິກໍາ ແລະ ປ່າໄມ້ ແລະ ລະບຽບກົດໝາຍກໍານົດ.

ມາດຕາ 39    ສິດ ເເລະ ໜ້າທີ່ຂອງພາກສ່ວນອື່ນ

ເມື່ອຂະເເໜງການ, ພາກສ່ວນອື່ນ ລວມທັງອົງການປົກຄອງທ້ອງຖິ່ນ ພົບເຫັນ ຫຼື ໄດ້ຮັບລາຍງານວ່າ ມີການຜະລິດ, ສົ່ງອອກ, ນໍາເຂົ້າ ຫຼື ຈໍາໜ່າຍຝຸ່ນທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຕ້ອງເເຈ້ງໃຫ້ ພະນັກງານວິຊາການຄຸ້ມຄອງ ແລະ ກວດກາຝຸ່ນຢ່າງຮີບດ່ວນ, ພ້ອມກັນນັ້ນ ກໍໃຫ້ການຮ່ວມມື, ປະສານສົມທົບ ໃນການປະຕິບັດວຽກງານຂອງພະນັກງານວິຊາການດັ່ງກ່າວ ຕາມພາລະບົດບາດຂອງຕົນ.

ມາດຕາ 40    ການກວດກາຝຸ່ນ

ການເຄື່ອນໄຫວກ່ຽວກັບການຜະລິດ, ສົ່ງອອກ, ນໍາເຂົ້າ, ຈໍາໜ່າຍ, ໂຄສະນາ, ເກັບຮັກສາ, ນໍາໃຊ້ ແລະ ທໍາລາຍຖິ້ມສິ່ງເສດເຫຼືອຈາກຝຸ່ນ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ.

ມາດຕາ 41    ເນື້ອໃນການກວດກາ

ການກວດກາຝຸ່ນ ໃນສະຖານທີ່ຜະລິດ, ພາຫານະຂົນສົ່ງ ແລະ ສະຖານທີ່ຈໍາໜ່າຍ ຕ້ອງປະຕິບັດດັ່ງນີ້:

1.    ກວດກາເອກະສານ ທີ່ກ່ຽວຂ້ອງກັບການດໍາເນີນທຸລະກິດ;

2.    ກວດກາສະຖານທີ່ຜະລິດ ແລະ ວິທີການເກັບຮັກສາຝຸ່ນ;

3.    ສຸ່ມເອົາຕົວຢ່າງເພື່ອນໍາໄປວິໄຈກວດສອບຄຸນະພາບຂອງຝຸ່ນ;

4.    ກວດກາ ວັນທີ, ເດືອນ, ປີ ທີ່ຜະລິດ ແລະ ວັນໝົດອາຍຸການນໍາໃຊ້.

ມາດຕາ 42     ຮູບການກວດກາ

ການກວດກາຝຸ່ນ ມີສາມຮູບການດັ່ງນີ້:

1.    ການກວດກາຕາມລະບົບປົກກະຕິ

2.    ການກວດກາໂດຍເເຈ້ງໃຫ້ຮູ້ລ່ວງໜ້າ

3.    ການກວດກາແບບສຸກເສີນ.

ການກວດກາຕາມລະບົບປົກກະຕິ ແມ່ນການກວດກາ ທີ່ດໍາເນີນໄປຕາມແຜນການ ຢ່າງເປັນປະຈໍາ ແລະ ມີກໍານົດເວລາອັນເເນ່ນອນ ຊຶ່ງຕ້ອງປະຕິບັດຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ.

ການກວດກາໂດຍເເຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດກາ ນອກແຜນການ ເມື່ອເຫັນວ່າມີຄວາມຈໍາເປັນ ຊຶ່ງຕ້ອງເເຈ້ງໃຫ້ຜູ້ຈະຖືກກວດກາຊາບລ່ວງໜ້າ.

ການກວດກາເເບບສຸກເສີນ ແມ່ນການກວດກາ ໂດຍຮີບດ່ວນ ເມື່ອມີບັນຫາ ຊຶ່ງບໍ່ໄດ້ເເຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

ໃນການດໍາເນີນການກວດກາຝຸ່ນ ພະນັກງານກວດກາ ຕ້ອງສະເເດງເອກະສານການເເຕ່ງຕັ້ງ ຫຼື ບັດປະຈໍາຕົວຂອງພະນັກງານກວດກາ ໃຫ້ຜູ້ທີ່ຖືກກວດກາຊາບ.

ໝວດທີ 7
ຂໍ້ຫ້າມ

ມາດຕາ 43     ຂໍ້ຫ້າມທົ່ວໄປ

ຫ້າມ ບຸກຄົນ, ການຈັດຕັ້ງ ລວມທັງຜູ້ດໍາເນີນທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ມີພຶດຕິກໍາ ດັ່ງນີ້:

1.      ຜະລິດ, ສົ່ງອອກ, ນໍາເຂົ້າ ຫຼື ຈໍາໜ່າຍຝຸ່ນປອມ, ຝຸ່ນບໍ່ໄດ້ມາດຕະຖານ, ຝຸ່ນເສື່ອມຄຸນະພາບ, ຝຸ່ນບໍ່ໄດ້ຈົດທະບຽນ, ຝຸ່ນທີ່ຖືກທາງການຖອນໃບທະບຽນ ແລະ ຝຸ່ນທີ່ມີສານເປັນພິດປະສົມເກີນອັດຕາສ່ວນທີ່ກໍານົດໄວ້ໃນຝຸ່ນມາດຕະຖານ;

2.      ໂຄສະນາຄຸນະພາບ ແລະ ປະສິດທິພາບຂອງຝຸ່ນເກີນຄວາມຈິງ ຊຶ່ງເຮັດໃຫ້ຜູ້ຊື້ ຫຼື ຜູ້ນໍາໃຊ້ເຂົ້າໃຈຜິດ;

3.      ນໍາເອົາຝຸ່ນທີ່ມີຜົນກະທົບຕໍ່ການພັດທະນາເສດຖະກິດເເຫ່ງຊາດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຄົນ, ສັດ, ພືດ ແລະ ສິ່ງເເວດລ້ອມ ເຂົ້າໃນ ສປປ ລາວ;

4.      ນໍາເຂົ້າ, ສົ່ງອອກ, ເຄື່ອນຍ້າຍ, ຄ່ຽນຖ່າຍຝຸ່ນ ໂດຍບໍ່ໄດ້ຮັບອະນຸບຍາດ;

5.      ໃຫ້ສິນບົນເເກ່ພະນັກງານກວດກາຝຸ່ນ, ປອມເເປງເອກະສານ ແລະ ຕາປະທັບຂອງຂະເເໜງການຄຸ້ມຄອງ ແລະ ກວດກາຝຸ່ນ;

6.      ນາບຂູ່, ກົດໜ່ວງຖ່ວງດຶງ ແລະ ຂັດຂວາງການປະຕິບັດໜ້າທີ່ ຂອງພະນັກງານກວດກາຝຸ່ນ;

7.      ມີການກະທໍາອື່ນທີ່ເປັນການລະເມີດຂໍ້ຕົກລົງສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ 44     ຂໍ້ຫ້າມສໍາລັບພະນັກງານກວດກາຝຸ່ນ

ຫ້າມພະນັກງານກວດກາຝຸ່ນ ມີພຶດຕິກໍາ ດັ່ງນີ້:

1.    ສວຍໃຊ້ສິດ, ໜ້າທີ່ຕໍາເເໜ່ງ, ໃຊ້ຄວາມຮຸນເເຮງ, ບັງຄັບ, ນາບຄູ່, ກົດໜ່ວງຖ່ວງດຶງ, ຮັບສິນບົນ ເພື່ອຜົນປະໂຫຍດສ່ວນຕົວ ຊຶ່ງກໍ່ຄວາມເສຍຫາຍໃຫ້ເເກ່ຜົນປະໂຫຍດຂອງລັດ, ລວມໝູ່ ແລະ ບຸກຄົນ;

2.    ເປີດເຜີຍຄວາມລັບຂອງລັດ ຫຼື ທາງລັດຖະການ, ປອມເເປງເອກະສານ, ຂາດຄວາມຮັບຜິດຊອບຕໍ່ວຽກງານຄຸ້ມຄອງ ແລະ ກວດກາຝຸ່ນ;

3.    ເມີນເສີຍຕໍ່ລະບຽບຫຼັກການ ໃນການກວດກາຝຸ່ນ, ເເກ້ໄຂວຽກງານ ໂດຍບໍ່ຖືກຕ້ອງຕາມມາດຕະຖານເຕັກນິກ;

4.    ເພີ່ມ ຫຼື ຫຼຸດອັດຕາຄ່າທໍານຽມ ຫຼື ຄ່າບໍລິການວິຊາການ ແລະ ນໍາໃຊ້ລາຍຮັບຈາກວຽກງານຄຸ້ມຄອງ ແລະ ກວດກາຝຸ່ນຕາມລໍາພັງ.

ໝວດທີ 8
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 45     ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ແລະ ປະຕິບັດນະໂຍບາຍຕາມລະບຽບ.

ມາດຕາ 46     ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກຍຶດ, ສຶກສາອົບຮົມ, ກ່າວເຕືອນ, ປັບໃໝ ແລະ ລົງໂທດ ຕາມກໍລະນີເບົາ ຫຼື ໜັກ ດັ່ງນີ້:

1.    ຜູ້ລະເມີດຄັ້ງທີ ໜຶ່ງ: ສຶກສາອົບຮົມ ແລະ ບັນທຶກໄວ້ໃນປຶ້ມຕິດຕາມ;

2.    ຜູ້ລະເມີດຄັ້ງທີ ສອງ: ຍຶດສິນຄ້າ ແລະ ປັບໃໝ 50% ຂອງມູນຄ່າສິນຄ້າຕາມທ້ອງຕະຫຼາດ ແລະ ບັນທຶກໄວ້ໃນປຶ້ມຕິດຕາມ;

3.    ຜູ້ລິເມີດຄັ້ງທີ ສາມ: ຍຶດສິນຄ້າ ແລະ ປັບໃໝສອງເທົ່າຂອງມູນຄ່າສິນຄ້າຕາມທ້ອງຕະຫຼາດ. ບັນທຶກໄວ້ໃນປຶ້ມຕິດຕາມ, ສົມທົບ ແລະ ສະເໜີຂະເເໜງການທີ່ກ່ຽວຂ້ອງ ສັ່ງຢຸດເຊົາຊົ່ວຄາວ ຫຼື ປິດກິດຈະການຕາມເເຕ່ລະກໍລະນີ.

ການລະເມີດ ບໍ່ຈະເປັນຄັ້ງທີ ໜຶ່ງ, ສອງ ຫຼື ສາມ ກໍຕາມ ຖ້າຫາກສ້າງຜົນກະທົບທີ່ຮ້າຍເເຮງຕໍ່ສຸຂະພາບຂອງຄົນ, ສັດ, ພືດ ຫຼື ສິ່ງເເວດລ້ອມ ຕ້ອງຖືກດໍາເນີນຄະດີຕາມລະບຽບກົດໝາຍ.

ໝວດທີ 9
ບັນຍັດສຸດທ້າຍ

ມາດຕາ 47    ການຈັດຕັ້ງປະຕິບັດ

ມອບໃຫ້ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິຜົນ.

ມາດຕາ 48    ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບເເຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ໃຊ້ປ່ຽນເເທນ ກົດລະບຽບວ່າດ້ວຍການຄຸ້ມຄອງນໍາໃຊ້ຝຸ່ນສໍາລັບການປູກຝັງ ສະບັບເລກທີ 1503/ກປ.2000. ລົງວັນທີ 29 ພະຈິກ 2000.

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້

(ເຊັນ ແລະ ປະທັບຕາ)
ວິໄລວັນ ພົມເຂ

 

# ຫົວຂໍ້ ດາວໂຫຼດ
1 Decision of Minister on Fertilizer Management in Lao PDR No. 2169/MAF, dated 24 October 2013. PDF
2 ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງຝຸ່ນ ໃນ ສປປ ລາວ ເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງໄດ້ຮັບອະນຸຍາດນຳເຂົ້າ - ຝຸ່ນ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າຝຸ່ນຕ້ອງໄດ້ຮັບອະນຸຍາດຈາກພະແນກກະສິກຳ ແລະ ປ່າໄມ້ ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງຝຸ່ນ ໃນ ສປປ ລາວ ເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013 9999-12-31 ALL
2 ຕ້ອງຕິດສະຫຼາກຝຸ່ນ TBT ກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອນຳເຂົ້າ ຕ້ອງໄດ້ຕິດສະຫຼາກເປັນພາສາລາວ ຕາມລາຍລະອຽດ ແລະ ຂໍ້ມູນທີ່ໄດ້ກຳນົດໄວ້.
  1. ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງຝຸ່ນ ໃນ ສປປ ລາວ ເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013
  2. ຄໍາສັ່ງ ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ໃນການກວດກາການຕິດສະຫຼາກຝຸ່ນ, ຢາປາບສັດຕູພືດ ແລະ ເມັດພັນພືດສະບັບເລກທີ 1893/ກປ, ລົງວັນທີ 24 ກັນຍາ 2020
9999-12-31 ALL
3 ຕ້ອງຫຸ້ມຫໍ່ຝຸ່ນ TBT ກະຊວງ ກະສິກຳ ແລະ ປ່າໄມ້ ຝຸ່ນທີ່ນຳເຂົ້າ ຕ້ອງໄດ້ຫຸ້ມຫໍ່ໃນພາຊະນະ ຕາມຄຸນລັກສະນະສະເພາະຂອງຝຸ່ນ ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງຝຸ່ນ ໃນ ສປປ ລາວ ເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013 9999-12-31 ALL
4 ຕ້ອງໄດ້ຮັບການກວດກາຝຸ່ນນຳເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ຝຸ່ນນຳເຂົ້າ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ປ້ອງກັນພືດທີ່ດ່ານພາສີນຳເຂົ້າ
  1. ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງຝຸ່ນ ໃນ ສປປ ລາວ ເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013
  2. ຄຳສັ່ງ ຂອງລັດຖະມົນຕີ ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ກວດກາຝຸ່ນ, ແນວພັນພືດ ແລະຢາຂ້າຫຍ້າ ລວມທັງຢາປາບສັດຕູພືດອື່ນໆ ທີ່ນຳໃຊ້ຢູ່ ສປປ ລາວ ເລກທີ 2592/ກປ, ລົງວັນທີ 15 ສິງຫາ 2014
9999-12-31 ALL
5 ຕ້ອງໄດ້ຮັບອະນຸຍາດສົ່ງອອກ - ຝຸ່ນ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກຝຸ່ນຕ້ອງໄດ້ຮັບອະນຸຍາດຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງ/ນະຄອນຫຼວງ ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງຝຸ່ນ ໃນ ສປປ ລາວ ເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013 9999-12-31 ALL
6 ຕ້ອງຈົດທະບຽນການນຳເຂົ້າຝຸ່ນ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າຢາຝຸ່ນ ຕ້ອງໄດ້ຈົດທະບຽນກັບກົມປູກຝັງ, ກະຊວງກະ ສິກຳ ແລະ ປ່າໄມ້, ຍົກເວັ້ນກໍລະນີທີ່ລະບຸໃນມາດຕາ 33 ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງຝຸ່ນ ໃນ ສປປ ລາວ ເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013 9999-12-31 ALL
7 ຕ້ອງຈົດທະບຽນການສົ່ງອອກຝຸ່ນ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກຢາຝຸ່ນ ຕ້ອງໄດ້ຈົດທະບຽນກັບກົມປູກຝັງ, ກະຊວງກະ ສິກຳ ແລະ ປ່າໄມ້. ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງຝຸ່ນ ໃນ ສປປ ລາວ ເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013 9999-12-31 ALL
8 ຕ້ອງກວດກາຝຸ່ນສົ່ງອອກ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ຝຸ່ນທີ່ສົ່ງອອກ ຕ້ອງໄດ້ຮັບການກວດກາໂດຍພະນັກງານກວດ ກາຂອງກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້. ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງຝຸ່ນ ໃນ ສປປ ລາວ ເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013 9999-12-31 ALL
9 ມາດຕະຖານຝຸ່ນເຄມີ ນໍາເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ຝຸ່ນນໍາເຂົ້າ (ຝຸ່ນເຄມີ ແລະ ຝຸ່ນອົງຄະທາດ) ຕ້ອງມີມາດຕະຖານ ທີ່ກໍານົດໂດຍກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງຝຸ່ນ ໃນ ສປປ ລາວ ເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.