ຂໍ້ມູນເພີ່ມເຕີມກ່ຽວກັບຂັ້ນຕອນການນໍາເຂົ້າສິນຄ້າ ເຂົ້າມາ ສປປ ລາວ. ກົດ

 

ດັດສະນີ

ການຈົດທະບຽນວິສາຫະກິດ

ສິນຄ້າເກືອດຫ້າມນໍາເຂົ້າ

ໃບອະນຸຍາດນໍາເຂົ້າ

ຂໍ້ກໍານົດດ້ານສຸຂານາໄມສັດ ແລະ ພືດ

ຂໍ້ກໍານົດດ້ານເຕັກນິກ

ໃບແຈ້ງພາສີນໍາເຂົ້າ

ການແຈ້ງພາສີລ່ວງໜ້າ

ນາຍໜ້າແຈ້ງພາສີ

ການແຍກປະເພດ ແລະ ມູນຄ່າ

ການຊໍາລະພາສີ

ສິນຄ້າທີ່ນໍາເຂົ້າພາຍໃຕ້ລະບອບສາງເຄື່ອງ

ການນໍາເຂົ້າຊົ່ວຄາວ

ການຍົກເວັ້ນ


ການຈົດທະບຽນວິສາຫະກິດ

ຖ້າທ່ານແມ່ນຜູ້ນໍາເຂົ້າທີ່ຕ້ອງການນໍາເຂົ້າສິນຄ້າເຂົ້າມາໃນ ສປປ ລາວ, ກ່ອນອື່ນໝົດ ທ່ານຄວນເປັນບໍລິສັດທີ່ໄດ້ຈົດທະບຽນນໍາ ກົມທະບຽນ ແລະ ວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ. ຂ້າງເທິງ

ສິນຄ້າເກືອດຫ້າມນໍາເຂົ້າ

ສິນຄ້າເກືອດຫ້າມແມ່ນສິນຄ້າທີ່ບໍ່ສາມາດຖືກນໍາເຂົ້າ, ສົ່ງອອກ, ຂົນສົ່ງຜ່ານ, ຂາຍ ຫຼື ຈໍລະຈອນຢູ່ໃນ ສປປ ລາວ ເວັ້ນແຕ່ໄດ້ຮັບອະນຸຍາດຈາກລັດຖະບານແຫ່ງ ສປປ ລາວ ຈື່ງສາມາດນໍາເຂົ້າ ແລະ ສົ່ງອອກໄດ້. ສິນຄ້າເກືອດຫ້າມປະກອບມີ: ອາວຸດ, ຢາເສບຕິດ, ສານທີ່ອອກລິດຕໍ່ຈິດປະສາດ ແລະ ສານເຄມີທີ່ເປັນອັນຕະລາຍ. ທ່ານຄວນເບິ່ງກົດໝາຍ ແລະ ກົດລະບຽບສະເພາະທີ່ຄວບຄຸມເອົາຂໍ້ຫ້າມເຫຼົ່ານີ້. ສິນຄ້າທີ່ຫ້າມນໍາເຂົ້າມີໃນ ຂໍ້ຕົກລົງ ວ່າດ້ວຍ ລາຍການສິນຄ້າເກືອດຫ້າມການນຳເຂົ້າ ຫຼື ສົ່ງອອກ, ເລກທີ 0848/ອຄ, ລົງວັນທີ 13 ກັນຍາ 2021.

ກ່ອນທີ່ຈະນໍາເຂົ້າສິນຄ້າເຂົ້າມາໃນ ສປປ ລາວ ທ່ານຄວນຮັບປະກັນວ່າສິນຄ້າເຫຼົ່ານັ້ນເປັນສິນຄ້າທີ່ມີແຫຼ່ງກຳເນີດ, ມີລະຫັດສິນຄ້າທີ່ຖືກຕ້ອງ, ມີສັນຍາ, ມີສັນຍາຊື້-ຂາຍຕາມລາຄາຕົວຈິງ, ບໍ່ແມ່ນສິນຄ້າເກືອດຫ້າມ, ບໍ່ແມ່ນສິນຄ້າລະເມີດຊັບສິນທາງປັນຍາ ແລະ ສຳລັບປະເພດສັດຕ້ອງແມ່ນສັດທີ່ບໍ່ນອນໃນບັນຊີຂອງ ສົນທິສັນຍາ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງປະເທດ (CITES). ສິນຄ້າທີ່ສາມາດນຳເຂົ້າໄດ້ນີ້ ແມ່ນໄດ້ກຳນົດໄວ້ໃນ ບົດແນະນຳ ສະບັບເລກທີ 00274/ກພສ. 

ຖ້າມີຄວາມບໍ່ກະຈ່າງແຈ້ງ ທ່ານສາມາດຂໍຄໍາແນະນໍາຈາກ ກົມການຄ້າຕ່າງປະເທດ (DFT), ກະຊວງ ອຸດສາຫະກໍາ ແລະ ການຄ້າ ຫຼື ກົມພາສີ, ກະຊວງການເງິນ ຫຼື ບັນດາຂະແໜງການອື່ນໆ ທີ່ຄຸ້ມຄອງໂດຍກົງ. ຂ້າງເທິງ

ໃບອະນຸຍາດນໍາເຂົ້າ

ສໍາລັບ ສິນຄ້າບາງປະເພດ ທີ່ຈໍາເປັນຕ້ອງມີໃບອະນຸຍາດນໍາເຂົ້າຈາກ ຂະແໜງການທີ່ຄຸ້ມຄອງສະເພາະ, ໃບອະນຸຍາດນໍາເຂົ້າແບ່ງອອກເປັນ 2 ແບບຄື: ແບບອັດຕະໂນມັດ ແລະ ບໍ່ອັດຕະໂນມັດ.  ກົດລະບຽບກ່ຽວກັບການອອກໃບອະນຸຍາດແມ່ນຢູ່ໃນ ຂໍ້ຕົກລົງ ວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນໍາເຂົ້າ ຫຼື ສົ່ງອອກ ເລກທີ 0333/ອຄ, ລົງວັນທີ 22 ມີນາ 2022.

ຖ້າສິນຄ້າບໍ່ຈໍາເປັນຕ້ອງມີໃບອະນຸຍາດ ຫຼື ໃບຢັ້ງຢືນສຸຂານາໄມສັດ/ພືດ (SPS) ຫຼື ການກວດກາດ້ານເຕັກນິກ (TBT) ສະເພາະໃດໜຶ່ງ, ທ່ານສາມາດດໍາເນີນການນໍາເຂົ້າສິນຄ້ານັ້ນໄດ້ເລີຍ ໂດຍການປະກອບເອກະສານທີ່ກ່ຽວຂ້ອງ ເພື່ອແຈ້ງການນໍາເຂົ້າໂດຍກົງຫາດ່ານພາສີໄດ້ເລີຍ.

ສໍາລັບລະບຽບ ຫຼື ຂັ້ນຕອນນການຂໍໃບອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ຂອງແຕ່ລະຂະແໜງການແມ່ນສາມາດກົດ ທີ່ນີ້ຂ້າງເທິງ

ຂໍ້ກໍານົດດ້ານສຸຂານາໄມສັດ ແລະ ພືດ

ຖ້າສິນຄ້າທີ່ທ່ານຕ້ອງການນໍາເຂົ້າແມ່ນຕ້ອງໄດ້ຜ່ານການກວດກາສຸຂານາໄມພືດ ຫຼື ສັດ (SPS) ທ່ານຈໍາເປັນຕ້ອງປະຕິບັດຕາມລະບຽບ ແລະ ຂັ້ນຕອນທີ່ກ່ຽວຂ້ອງກັບສິນຄ້າເຫຼົ່ານັ້ນ. ທ່ານສາມາດເບິ່ງໃນເວັບໄຊທ໌ນີ້ວ່າມີ ສິນຄ້າໃດແດ່ທີ່ຕ້ອງໄດ້ປະຕິບັດຕາມຂໍ້ກໍານົດເຫຼົ່ານີ້ ໂດຍການນໍາໃຊ້ຕົວຊ່ວຍຄົ້ນຫາ ໃນໜ້າ ການຄົ້ນຫາຜະລິດຕະພັນ.

ໂດຍປົກກະຕິແລ້ວບັນດາສິນຄ້າກະສິກໍາ ທ່ານຈໍາເປັນຕ້ອງໄດ້ຮັບໃບຢັ້ງຢືນສຸຂານາໄມພືດ ຫຼື ສັດ ຈາກກົມປູກຝັງ ຫຼື ຈາກກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ຊຶ່ງຂຶ້ນກັບວ່າທ່ານຈະນໍາເຂົ້າຫຍັງ. 

ສປປ ລາວ ໄດ້ສ້າງຕັ້ງຈຸດສອບຖາມ SPS ຕາມການກໍານົດຂອງຂໍ້ຕົກລົງວ່າດ້ວຍ SPS ຂອງອົງການການຄ້າໂລກ [WTO]. ທ່ານສາມາດຕິດຕໍ່ຫາຈຸດສອບຖາມ SPS ໄດ້ ທີ່ນີ້..ຂ້າງເທິງ

ຂໍ້ກໍານົດດ້ານເຕັກນິກ

ສໍາລັບສິນຄ້າບາງປະເພດ ອາດຈະຈໍາເປັນຕ້ອງໄດ້ມີໃບອະນຸຍາດທີ່ຢັ້ງຢືນວ່າສິນຄ້າເຫຼົ່ານີ້ຕອບສະໜອງໄດ້ຕາມມາດຕະຖານດ້ານເຕັກນິກສະເພາະ ຕົວຢ່າງ: ນໍ້າມັນເຊື້ອໄຟ ແມ່ນ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ຄຸ້ມຄອງ.

ສປປ ລາວ ໄດ້ສ້າງຕັ້ງຈຸດສອບຖາມ TBT ຕາມການກໍານົດຂອງຂໍ້ຕົກລົງວ່າດ້ວຍ TBT ຂອງອົງການການຄ້າໂລກ [WTO]. ທ່ານສາມາດຕິດຕໍ່ຫາຈຸດສອບຖາມ TBT ໄດ້ ຖ້າທ່ານຄໍາຖາມໃດໆກ່ຽວກັບມາດຕະຖານດ້ານເຕັກນິກ. ທ່ານສາມາດເບິ່ງລາຍລະອຽດການຕິດຕໍ່ຫາຈຸດສອບຖາມ TBT ໄດ້ ທີ່ນີ້.. ຂ້າງເທິງ

ການແຈ້ງພາສີນໍາເຂົ້າ

ທຸກສິນຄ້າທີ່ນໍາເຂົ້າມາໃນ ສປປ ລາວ ຕ້ອງໄດ້ແຈ້ງພາສີ ແລະ ເສຍພາສີຕາມລະບຽບການ ເວັ້ນເສຍແຕ່ປະເພດສິນຄ້າທີ່ໄດ້ຮັບການຍົກເວັ້ນພາສີ ຫຼື ງົດເກັບພາສີ.

ແບບຟອມໃບແຈ້ງພາສີ ACDD ທີ່ເຮັດສໍາເລັດ ແລະ ເຊັນຊື່ຢ່າງຖືກຕ້ອງພ້ອມກັບເອກະສານອ້າງອີງຢ່າງນ້ອຍສຸດແມ່ນປະກອບມີດັ່ງຕໍ່ໄປນີ້:

  • ໃບຮຽກເກັບເງິນ ຫຼື ສັນຍາຂາຍສິນຄ້າຈາກຜູ້ສະໜອງສິນຄ້າ;
  • ເອກະສານການຂົນສົ່ງ ເຊັ່ນ: ໃບສົ່ງສິນຄ້າທາງທະເລ (Bill of Lading) ຫຼື ໃບສົ່ງສິນຄ້າທາງອາກາດ (Air Way Bill);
  • ລາຍການຫຸ້ມຫໍ່ [Packing list] (ຖ້າມີ);
  • ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ. ທ່ານຄວນຈະໄດ້ຮັບໃບຢັ້ງຢືນນີ້ຈາກຜູ້ສົ່ງອອກສິນຄ້າຂອງທ່ານ;
  • ໃບອະນຸຍາດ ຫຼື ໃບອະນຸມັດການນໍາເຂົ້າທີ່ໄດ້ຮັບຈາກກະຊວງອື່ນ ເຊິ່ງຂຶ້ນກັບປະເພດສິນຄ້າທີ່ທ່ານກໍາລັງນໍາເຂົ້າ.

ລາຍລະອຽດເພີມເຕີມທ່ານສາມາດສອບຖາມ ກົມພາສີ, ກະຊວງການເງິນໄດ້ ທີ່ນີ້.

ໃບແຈ້ງພາສີຕ້ອງໄດ້ສົ່ງ ພາຍໃນ 15 ວັນ ນັບຈາກວັນທີຍື່ນເອກະສານການຂົນສົ່ງນໍາດ່ານພາສີ (ຕົວຢ່າງ: ໃບລາຍການສິນຄ້າ) ທ່ີ່ແຈ້ງບອກໃຫ້ດ່ານພາສີຮູ້ວັນທີທີ່ສິນຄ້າເດີນທາງມາຮອດ (ເບິ່ງ ການຂົນສົ່ງ).

ໃນປະຈຸບັນ ທຸກດ່ານພາສີສາກົນ ແມ່ນມີການຕິດຕັ້ງລະບົບຄຸ້ມຄອງພາສີແບບອັດຕະໂນມັດ ຫຼື ລະບົບການຄຸ້ມຄອງທາງພາສີຮູບແບບໃໝ່ ອາຊິກູດາ Asycuda.

ລັດຖະບານເປັນຜູ້ກໍານົດຄ່າປັບໃໝຕໍ່ຜູ້ທີ່ບໍ່ມາຊໍາລະຄ່າພາສີ ແລະ ພັນທະອື່ນໆ ຫຼື ມາຊໍາລະຊັກຊ້າ (ກົດໝາຍ ວ່າດ້ວຍ ພາສີ (ສະບັບປັບປຸງ), ເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020). ຂ້າງເທິງ

ການແຈ້ງພາສີລ່ວງໜ້າ

ເພື່ອອໍານວຍຄວາມສະດວກໃຫ້ແກ່ຂັ້ນຕອນການຊໍາລະພາສີນໍາເຂົ້າ ທ່ານສາມາດຍື່ນການແຈ້ງພາສີກ່ອນທີ່ສິນຄ້າຈະມາຮອດ. ເຊິ່ງທ່ານສາມາດເຮັດໄດ້ກ່ອນ ພາຍໃນ 7 ວັນລັດຖະການ ກ່ອນມື້ທີ່ສິນຄ້າຂອງທ່ານຈະມາຮອດ ໂດຍປະຕິບັດຕາມລະບຽບຂັ້ນຕອນດຽວກັນກັບການແຈ້ງພາສີຕາມແບບປົົກກະຕິ. ທ່ານສາມາດຈ່າຍພາສີນໍາເຂົ້າໃນເວລາສິນຄ້າມາຮອດ. ຂ້າງເທິງ

ນາຍໜ້າແຈ້ງພາສີ

ທ່ານອາດຈະຈ້າງນາຍໜ້າແຈ້ງພາສີ (ຊີບປີງ) ເພື່ອແລ່ນເອກະສານການສົ່ງອອກແທນທ່ານ..ຂ້າງເທິງ

ການແຍກປະເພດ ແລະ ມູນຄ່າ

ສິນຄ້ານໍາເຂົ້າຕ້ອງເສຍພາສີຕາມເປີເຊັນຂອງມູນຄ່າພາສີທີ່ໄດ້ແຈ້ງໄວ້. ອັດຕາພາສີຕໍ່ກັບສິນຄ້ານໍາເຂົ້າມາໃນ ສປປ ລາວ ແມ່ນແຕກຕ່າງກັນ ອີງຕາມປະເພດສິນຄ້າ ແລະ ປະເທດຕົ້ນກໍາເນີດສິນຄ້າ.  

ສິນຄ້າຖືກແຍກປະເພດ ໂດຍນໍາໃຊ້ລະຫັດລະບົບອັດຕາພາສີ [Harmonized System (HS)] 10 ຕົວເລກ ເຊິ່ງຖືກຄຸ້ມຄອງ ແລະ ປັບປຸງເປັນແຕ່ໄລຍະ ໂດຍອົງການພາສີໂລກ (WCO). ການແຍກປະເພດອັດຕາພາສີຂອງ ສປປ ລາວ ສອດຄ່ອງກັບມາດຕະຖານ AHTN ຂອງອາຊຽນ (ລະບົບຈໍາແນກອັດຕາພາສີຂອງອາຊຽນ ຫຼື ASEAN Harmonized Tariff Nomenclature).

ທ່ານສາມາດເບິ່ງການແຍກປະເພດພາສີ ແລະ ອັດຕາພາສີຂອງ ສປປ ລາວ ໃນແບບຄົບຖ້ວນໄດ້ໃນເວັບໄຊທ໌ນີ້ ດ້ວຍຕົວຊ່ວຍ ການຄົ້ນຫາຜະລິດຕະພັນ.

ພື້ນຖານສໍາລັບການຄິດໄລ່ພາສີແມ່ນມູນຄ່າຊື້ຂາຍຕົວຈິງຂອງສິນຄ້າ (ອີງຕາມຫຼັກຖານທີ່ເປັນໃບຮຽກເກັບເງິນທາງການຄ້າ ຫຼື ເອກະສານສັນຍາຊື້ຂາຍອື່ນໆ). ຖ້າມູນຄ່າຂອງສິນຄ້າບໍ່ສາມາດກໍານົດໄດ້ໂດຍວິທີການນີ້ ເຈົ້າໜ້າທີ່ພາສີຈະພະຍາຍາມກໍານົດມູນຄ່າຂອງສິນຄ້າ ໂດຍນໍາໃຊ້ 5 ວິທີການອື່ນໂດຍສອດຄ່ອງກັບ ມາດຕາ 7 ຂອງຂໍ້ຕົກລົງທົ່ວໄປວ່າດ້ວຍອັດຕາພາສີ ແລະ ການຄ້າ (GATT 1947). ຂ້າງເທິງ

ການຊໍາລະພາສີ

ເມື່ອໃບແຈ້ງພາສີໄດ້ຖືກຍື່ນ ແລະ ຍອມຮັບເອົາໂດຍດ່ານພາສີ, ຜູ້ນໍາເຂົ້າສາມາດຊໍາລະຄ່າພາສີໄດ້ໂດຍ ຜ່ານລະບົບທະນາຄານ ຫຼື ເງິນສົດ ທີ່ແຕ່ລະດ່ານພາສີໄດ້ກໍານົດໃວ້ນັ້ນ .. ຂ້າງເທິງ

ສິນຄ້າທີ່ນໍາເຂົ້າພາຍໃຕ້ລະບົບສາງເກັບສິນຄ້າ

ສິນຄ້າສາມາດນໍາເຂົ້າມາໃນ ສປປ ລາວ ພາຍໃຕ້ ລະບົບສາງເກັບສິນຄ້າ ຖ້າທ່ານບໍ່ມີຈຸດປະສົງເອົາສິນຄ້າເຫຼົ່ານັ້ນອອກມາຈໍາໜ່າຍໃນ ສປປ ລາວ ໃນທັນທີ. ພາສີຈະຖືກງົດເກັບສໍາລັບໄລຍະເວລາທີ່ສິນຄ້າຖືກພັກໄວ້ໃນສາງເກັບສິນຄ້າ ແລະ ຈະຕ້ອງຈ່າຍພາສີເມື່ອສິນຄ້າຖືກນໍາອອກມາຈໍລະຈອນ ແລະ ຈໍາໜ່າຍໃນຕະຫຼາດ.

ທ່ານຕ້ອງໄດ້ສົ່ງໃບແຈ້ງພາສີນໍາເຂົ້າພາຍໃຕ້ ລະບົບສາງເກັບສິນຄ້າ ໃນເວລາທີ່ທ່ານນໍາສິນຄ້າເຂົ້າສາງເກັບສິນຄ້າ ແລະ ໃບແຈ້ງພາສີນໍາເຂົ້າແບບປົກກະຕິ ໃນເວລາທີ່ທ່ານຕ້ອງການນໍາສິນຄ້າອອກມາຈໍາໜ່າຍ.

ສາງເກັບສິນຄ້າມີຫຼາຍປະເພດແຕກຕ່າງກັນ. ກະລຸນາເບິ່ງ ມາດຕາທີ່ກ່ຽວຂ້ອງຂອງ ກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ), ເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020

ການນໍາເຂົ້າຊົ່ວຄາວ

ການນໍາເຂົ້າເຄື່ອງຂອງຊົ່ວຄາວທົ່ວໄປ ແມ່ນ ການນໍາເຂົ້າໃນໄລຍະເວລາໄດໜຶ່ງ ຫຼັງຈາກໃຫ້ສົ່ງອອກຄືນຕາມເວລາທີ່ລັດຖະການພາສີກໍານົດ, ຕາມຈໍານວນ ແລະ ສະພາບເດີມ ຕາມລາຍລະອຽດຂອງ ກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ), ເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020.

ການນໍາພາຫະນະເຂົ້າມາໃນ ສປປ ລາວ ເພື່ອຈຸດປະສົງການຢ້ຽມຢາມຊົ່ວຄາວ ທ່ານຈໍາເປັນຕ້ອງແຈ້ງພາສີພາຍໃຕ້ລະບອບການນໍາເຂົ້າຊົ່ວຄາວຫາດ່ານພາສີຢູ່ຈຸດຂ້າມຊາຍແດນ. ທ່ານຕ້ອງແຈ້ງໃບທະບຽນທີ່ບໍ່ໝົດອາຍຸສໍາລັບພາຫະນະນັ້ນ. ພາຫະນະທີ່ນໍາເຂົ້າມາພາຍໃຕ້ລະບົບພາສີນີ້ຕ້ອງຖືກນໍາອອກຄືນພາຍໃນຂອບເຂດເວລາທີ່ໄດ້ກໍານົດໃຫ້ ຫຼື ບໍ່ດັ່ງນັ້ນ ກໍ່ຈະຖືກປັບໃໝຕາມລະບຽບການ.

ສໍາລັບສິນຄ້າທີ່ນໍາເຂົ້າມາເພື່ອຈຸດປະສົງຮັບໃຊ້ງານວາງສະແດງ ແມ່ນຕ້ອງໄດ້ຈ່າຍເງິນມັດຈໍາໃຫ້ແກ່ດ່ານພາສີ ເຊິ່ງຈະຖືກສົ່ງຄືນເມື່ອສິນຄ້າດັ່ງກ່າວຖືກນໍາອອກໄປຄືນ. ຂ້າງເທິງ

ການຍົກເວັ້ນພາສີ

ການຍົກເວັ້ນພາສີ ແລະ ພັນທະອື່ນ ແມ່ນການນໍາເຂົ້າເຄື່ອງຂອງ ແລະ ຍານພານະຫະ ເພື່ອຮັບໃຊ້ທາງການທູດ ແລະ ໂຄງການຂອງອົງການຈັດຕັ້ງສາກົນ ຕາມລາຍລະອຽດໃນ ໝວດທີ 1 ຂອງ ກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ), ເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020.

ສໍາລັບສິ່ງຂອງສ່ວນຕົວຂອງຜູ້ໂດຍສານທີ່ເດີນທາງເຂົ້າມາໃນປະເທດລາວກໍ່ໄດ້ຮັບການຍົກເວັ້ນພາສີເຊັ່ນກັນ. ລາຍລະອຽດເພີມເຕີມເບິ່ງໄດ້ທີ ຜູ້ໂດຍສານຂ້າງເທິງ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.