ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ          ເລກທີ 00097/ກພສ.
ນະຄອນຫຼວງວຽງຈັນ, ວັນທີ 06 ມັງກອນ 2017

ບົດແນະນຳ
ກ່ຽວກັບການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ     

-     ອີງຕາມ ກົດໝາຍວ່າດ້ວຍພາສີສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງບາງມາດຕາເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014.
-     ອີງຕາມ ຂໍ້ຕົກລົງກະຊວງການເງິນ ສະບັບເລກທີ 1765/ກງ, ລົງວັນທີ 03 ມິຖຸນາ 2015, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ.
-     ອີງຕາມ ບົດແນະນຳກະຊວງການເງິນ ສະບັບເລກທີ 1559/ກງ, ລົງວັນທີ 24 ພຶດສະພາ 2016 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ.

ການນຳເຂົ້າ ແລະ ການສົ່ງອອກຜ່ານດ່ານພາສີຊາຍແດນ ລວມທັງການຂົນສົ່ງສິນຄ້າຜ່ານແດນ ໃນຂອບເຂດທົ່ວປະເທດ ຕ້ອງແຈ້ງຕໍ່ລັດຖະການພາສີເພື່ອການຄວບຄຸມກວດກາໃນລະດັບທີ່ເໝາະສົມ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີຢ່າງຖືກຕ້ອງ ໂດຍສະເພາະແມ່ນການປົກປ້ອງຜົນປະໂຫຍດອັນຊອບທຳທາງດ້ານເສດຖະກິດ-ສັງຄົມ, ການສົ່ງເສີມທາງດ້ານການຄ້າທີ່ເປັນທຳ, ການຍົກສູງການອຳນວຍຄວາມສະດວກທາງດ້ານການຄ້າ, ການເຊື່ອມໂຍງກັບສາກົນ ແລະ ການຈັດເກັບລາຍຮັບເຂົ້າງົບປະມານຢ່ງຄົບຖ້ວນ ເພື່ອປະກອບສ່ວນເຂົ້າກັບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ຫົວໜ້າກົມພາສີ ອອກບົດແນະນຳ

1. ຈຸດປະສົງ

ບົດແນະນຳສະບັບນີ້ ກຳນົດຫຼັກການ, ຂັ້ນຕອນ, ວິທີການ ແລະ ມາດຕະການ ໃນການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ ເປັນການຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍພາສີ ແລະ ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ, ເພື່ອຮັບປະກັນໃຫ້ການແຈ້ງພາສີມີຄວາມສະດວກວ່ອງໄວ, ໂປ່ງໃສ ແລະ ມີຄວາມໜ້າເຊື່ອຖື ແນໃສ່ເພີ່ມທະວີການອຳນວຍຄວາມສະດວກທາງດ້ານການຄ້າ, ຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານ, ຫັນລະບຽບການແຈ້ງພາສີໄປສູ່ຄວາມເປັນທັນສະໄໝ ແລະ ສອດຄ່ອງກັບມາດຕະຖານ ແລະ ລະບຽບສາກົນເທື່ອລະກ້າວ.

2. ຫຼັກການທົ່ວໄປ

-   ລັດຖະການພາສີ ນຳໃຊ້ລະບົບເອເລັກໂຕຣນິກ (ລະບົບອາຊິກຸດາ) ເຂົ້າໃນການຄຸ້ມຄອງການແຈ້ງພາສີ ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນການຄຸ້ມຄອງການແຈ້ງພາສີ, ຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃນການດຳເນີນຂັ້ນຕອນການແຈ້ງພາສີ, ຫຼຸດຜ່ອນການນຳໃຊ້ເຈ້ຍ ແລະ ເພີ່ມທະວີຄວາມຖືກຕ້ອງ, ຊັດເຈນຂອງການແຈ້ງພາສີ.

-   ລັດຖະການພາສີ ນຳໃຊ້ກົນໄກການບໍລິຫານຄວາມສ່ຽງທີ່ມີລັກສະນະວິທະຍາສາດ ເຂົ້າໃນການຄຸ້ມຄອງການແຈ້ງພາສີ ເພື່ອເພີ່ມທະວີການອຳນວຍຄວາມສະດວກໃຫ້ແກ່ການຄ້າທີ່ຖືກຕ້ອງຊອບທຳ ແລະ ເພີ່ມມາດຕະການເຂັ້ມງວດໃນການຄວບຄຸມການຄ້າທີ່ມີຄວາມສ່ຽງສູງຕໍ່ການລັກລອບ ຫຼື ຫຼົບຫຼີກການກວດກາຂອງເຈົ້າໜ້າທີ່.

-   ລັດຖະການພາສີ ເປັນເຈົ້າການຮ່ວມມືກັບຂະແໜງການຂອງລັດ ແລະ ພາກເອກະຊົນ ໃນການພັດທະນາເຄື່ອງມືທັນສະໄໝ ເຂົ້າໃນການແຈ້ງພາສີໃຫ້ກ້າວໄປສູ່ຄວາມເປັນມາດຕະຖານສາກົນ.

-     ລັດຖະການພາສີ ສົ່ງເສີມການມີສ່ວນຮ່ວມຂອງພາກຜູ້ປະກອບການໃນຂະບວນການແຈ້ງພາສີ ລວມທັງການປັບປຸງຂັ້ນຕອນການແຈ້ງພາສີ ເພື່ອຮັບປະກັນຄວາມໂປ່ງໃສ, ວ່ອງໄວ ແລະ ຍົກສູງຂີດຄວາມສາມາດໃນການແຂ່ງຂັນໃນຕະຫຼາດພາກພື້ນ ແລະ ສາກົນ.

3. ອະທີບາຍຄຳສັບ

-     ການແຈ້ງພາສີຂາເຂົ້າ: ໝາຍເຖິງການດຳເນີນການແຈ້ງພາສີ ເພື່ອນຳເອົາສິນຄ້າເຂົ້າມາໃນອານາເຂດພາສີຂອງ ສປປ ລາວ ເພື່ອຈຸດປະສົງການຊົມໃຊ້ພາຍໃນ, ນຳເຂົ້າຊົ່ວຄາວ, ນຳເຂົ້າຄືນ, ນຳເຂົ້າໃນລະບອບສາງ, ນຳເຂົ້າເຄື່ອນຍ້າຍພາຍໃນ, ນຳເຂົ້າຜ່ານແດນສາກົນ ຫຼືການນຳເຂົ້າໃນລະບອບອື່ນໆ.

-     ການແຈ້ງພາສີຂາອອກ: ໝາຍເຖິງການດຳເນີນການແຈ້ງພາສີ ເພື່ອນຳເອົາສິນຄ້າອອກຈາກອານາເຂດພາສີຂອງ ສປປ ລາວ ເພື່ອຈຸດປະສົງສົ່ງອອກຖາວອນ, ສົ່ງອອກຊົ່ວຄາວ, ສົ່ງອອກຜ່ານແດນສາກົນ, ການສົ່ງອອກຄືນ ຫຼື ການສົ່ງອອກໃນລະບອບອື່ນໆ.

-     ການກວດກາຂໍ້ມູນ ແລະ ເອກະສານ: ໝາຍເຖິງການກວດກາຂໍ້ມູນທີ່ລະບຸໃນໃບແຈ້ງພາສີ ແລະ ການກວດກາບັນດາເອກະສານປະກອບການແຈ້ງພາສີເຊັ່ນ: ໃບແຈ້ງລາຄາ, ໃບລາຍການຫຸ້ມຫໍ່, ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ໃບອະນຸຍາດ ແລະ ອື່ນໆ ໂດຍເຈົ້າໜ້າທີ່ພາສີ.

-     ການກວດກາສິນຄ້າຕົວຈິງ: ໝາຍເຖິງການກວດກາສິນຄ້າຕົວຈິງຢູ່ສາງສິນຄ້າ ຫຼື ສະຖານທີ່ພັກສິນຄ້າທີ່ລັດຖະການພາສີກຳນົດ, ເຈົ້່ໜ້າທີ່ພາສີ ນຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການກວດກາສິນຄ້າເຊັ່ນ: ເຄື່ອງສາຍແສງ (X-Ray Machine), ຊິງຊັ່ງນໍ້າໜັກ ແລະ ອື່ນໆ ໂດຍອີງໃສ່ຄວາມເໝາະສົມດ້ານລັກສະນະທາງກາຍະພາບ ແລະ ວິທີການຫຸ້ມຫໍ່ສິນຄ້າປະເພດຕ່າງໆ.

-     ຜູ້ແຈ້ງພາສີ: ໝາຍເຖິງບຸກຄົນ ຫຼື ນິຕິບຸກຄົນ ທີ່ດຳເນີນການປະກອບຂໍ້ມູນ ແລະ ເອກະສານແຈ້ງພາສີ, ລົງລາຍເຊັນໃນໃບແຈ້ງພາສີເປັນລາຍລະອຽດ, ຊຳລະຄ່າພາສີ-ພັນທະອື່ນ ແລະ ນຳສິນຄ້າອອກຈາກດ່ານພາສີຊາຍແດນ. ຜູ້ແຈ້ງພາສີອາດແມ່ນເຈົ້າຂອງສິນຄ້າ, ຜູ້ບໍລິການແຈ້ງພາສີ, ຜູ້ບໍລິການຂົນສົ່ງສິນຄ້າ, ຜູ້ບໍລິການຈັດສົ່ງສິນຄ້າ, ຜູ້ຮັບສິນຄ້າ ຫຼື ຕົວແທນເຈົ້າຂອງສິນຄ້າ ທີ່ໄດ້ຮັບອະນຸຍາດດຳເນີນການແຈ້ງພາສີຢ່າງຖືກຕ້ອງຕາມກົດໝາຍ.

-     ຜູ້ບໍລິການແຈ້ງພາສີ: ໝາຍເຖິງບຸກຄົນ ຫຼື ນິຕິບຸກຄົນທີ່ດຳເນີນການປະກອບຂໍ້ມູນ ແລະ ເອກະສານແຈ້ງພາສີ, , ລົງລາຍເຊັນໃນໃບແຈ້ງພາສີເປັນລາຍລະອຽດ ແລະ ຊຳລະຄ່າພາສີ-ພັນທະອື່ນ ແທນເຈົ້າຂອງສິນຄ້າ ຫຼື ຜູ້ນຳເຂົ້າສົ່ງອອກສິນຄ້າ, ໂດຍມີການມອບສິດຈາກເຈົ້າຂອງສິນຄ້າເປັນລາຍລັກອັກສອນ ແລະ ມີຜົນບັງຄັບໃຊ້ທາງດ້ານກົດໝາຍ.

-     ໃບຂົນສົ່ງສີນຄ້າ: ໝາຍເຖິງເອກະສານກຳກັບການຂົນສົ່ງສິນຄ້າ ທີ່ອອກໂດຍຜູ້ຂົນສົ່ງ ຫຼື ຜູ້ບໍລິການຈັດສົ່ງສິນຄ້າ ຫຼື ພາກສ່ວນທີ່ກ່ຽວຂ້ອງ ເຊິ່ງປະກອບດ້ວຍຂໍ້ມູນກ່ຽວກັບການຂົນສົ່ງສິນຄ້າເຊັ່ນ: ຜູ້ສົ່ງ, ຜູ້ຮັບ, ຮູບແບບການຂົນສົ່ງ, ວັນທີການຂົນສົ່ງ-ເຄື່ອນຍ້າຍ, ປະເພດສິນຄ້າ, ນໍ້າໜັກ, ຈໍານວນ ເຫຼົ່ານີ້ເປັນຕົ້ນ. ໃບຂົນສົ່ງສິນຄ້າລວມເອົາ: ໃບ Bill of Lading, ໃບ Airway Bill, ເອກະສານ Manifest (Master Bill or House Bill), Carrier’s Report (ໃບ ສບ) ແລະ ອື່ນໆ ທີ່ນຳໃຊ້ທົ່ວໄປໃນລະບົບການຂົນສົ່ງສິນຄ້າສາກົນ.

-     ໃບແຈ້ງພາສີເປັນລາຍລະອຽດ: ໝາຍເຖິງໃບແຈ້ງພາສີລະບົບເອກະສານອາຊຽນ (ASEAN Customs Declaration Document-ACDD) ທີ່ ສປປ ລາວໄດ້ຮັບຮອງ ແລະ ຈັດຕັ້ງປະຕິບັດ. ກົມພາສີ ເປັນຜູ້ຄຸ້ມຄອງການຈັດພິມ ແລະ ຈຳໜ່າຍແບບຟອມໃບແຈ້ງພາສີເປັນລາຍລະອຽດ.

-   ໃບແຈ້ງລາຄາ (ໃບອິນວອຍ): ໝາຍເຖິງເອກະສານຢັ້ງຢືນດ້ານການຄ້າ ທີ່ຜູ້ຂາຍສິນຄ້າອອກໃຫ້ແກ້ຜູ້ຊື້ເພື່ອຢັ້ງຢືນການແລກປ່ຽນຊື້ຂາຍສິນຄ້າ. ໃບແຈ້ງລາຄາ ຕ້ອງປະກອບດ້ວຍຂໍ້ມູນຕົ້ນຕໍຄື: ຊື່ ແລະ ທີ່ຢູ່ຜູ້ຊື້, ຊື່ ແລະ ທີ່ຢູ່ຜູ້ຂາຍ, ລາຍການສິນຄ້າ, ລາຍລະອຽດສິນຄ້າ, ຈໍານວນ, ລາຄາ (ຕໍ່ໜ່ວຍ), ມູນຄ່າທັງໝົດ, ຄ່າບໍລິການຕິດພັນ ແລະ ອື່ນໆ.

-   ໃບລາຍການຫຸ້ມຫໍ່ສິນຄ້າ: ໝາຍເຖິງເອກະສານກຳກັບການຫຸ້ມຫໍ່ ຫຼື ການບັນຈຸສິນຄ້າໃສ່ພາຫະນະຂົນສົ່ງເຊິ່ງອອກໃຫ້ໂດຍຜູ້ສົ່ງອອກ, ຜູ້ບໍລິການຂົນສົ່ງ ຫຼື ພາກສ່ວນທີ່ກ່ຽວຂ້ອງ. ໃບລາຍການຫຸ້ມຫໍ່ສິນຄ້າປະກອບດ້ວຍຂໍ້ມູນສຳຄັນຄື: ຊື່ ແລະ ທີ່ຢູ່ຜູ້ຊື້, ຊື່ ແລະ ທີ່ຢູ່ຜູ້ຂາຍ, ລາຍການສິນຄ້າ, ວິທີການຫຸ້ມຫໍ່ເພື່ອຂົນສົ່ງ (ເປັນກັບ, ເປັນກ່ອງ, ເປັນແກັດ, ເປັນພາເລດ, ເປັນເຕົ້າ, ເປັນຊຸດ, ເປັນຂວດ, ອື່ນໆ...), ນໍ້າໜັກ, ຈໍານວນ ແລະ ອື່ນໆ.

-   ໃບຢັ້ງຢືນແຫຼ່ງກຳເນີດສີນຄ້າ: ໝາຍເຖິງເອກະສານທີ່ຂະແໜງຂອງລັດ, ສະພາການຄ້າ ຫຼື ຜູ້ສົ່ງອອກ (ກໍລະນີເປັນການຢັ້ງຢືນແຫຼ່ງກຳເນີດດ້ວຍຕົນເອງ) ອອກໃຫ້ແກ່ຜູ້ນຳເຂົ້າເພື່ອຢັ້ງຢືນປະເທດ ຫຼື ຂົງເຂດທີ່ເປັນແຫຼ່ງກຳເນີດຂອງສິນຄ້າ ຕາມເງື່ອນໄຂທີ່ໄດ້ກຳນົດໃນສັນຍາການຄ້າເສລີກອບຕ່າງໆທີ່ ສປປ ລາວ ເຂົ້າເປັນພາຄີ.

-   ໃບອະນຸຍາດ ຫຼື ໃບຢັ້ງຢືນ ຂອງຂະແໜງການລັດທີ່ກ່ຽວຂ້ອງ: ໝາຍເຖິງເອກະສານທີ່ຂະແໜງຂອງລັດອອກໃຫ້ເພື່ອດຳເນີນການສົ່ງອອກ, ນຳເຂົ້າ ຫຼື ຂົນສົ່ງສິນຄ້າຜ່ານແດນສຳລັບສິນຄ້າປະເພດລັດຄວບຄຸມ. ໃບອະນຸຍາດຈາກຂະແໜງຂອງລັດທີ່ກ່ຽວຂ້ອງລວມມີ: ໃບອະນຸຍາດນຳເຂົ້າ ຫຼື ສົ່ງອອກ, ໃບຢັ້ງຢືນດ້ານເຕັກນິກ, ໃບຢັ້ງຢືນດ້ານຄຸນະພາບ, ໃບຢັ້ງຢືນດ້ານສຸຂະອະນາໄມ, ໃບຢັ້ງຢືນດ້ານຄວາມປອດໄພ ແລະ ອື່ນໆ.

-   ການບໍລິຫານຄວາມສ່ຽງ: ໝາຍເຖິງກົນໄກການເລືອກເຟັ້ນສຳລັບການປະຕິບັດມາດຕະການຄວບຄຸມສິນຄ້າຂອງລັດຖະການພາສີ ເພື່ອຈຸດປະສົງເພີ່ມທະວີການອຳນວຍຄວາມສະດວກ ແລະ ຍົກສູງປະສິດທິພາບໃນການກວດກາສິນຄ້າຂອງເຈົ້າໜ້າທີ່ພາສີ. ລັດຖະການພາສີ ກຳນົດຄວາມສ່ຽງໃນການຄຸ້ມຄອງການແຈ້ງພາສີ 3 ລະດັບຄື: ຄວາມສ່ຽງຕໍ່າ, ຄວາມສ່ຽງປານກາງ ແລະ ຄວາມສ່ຽງສູງ. ລັດຖະການພາສີດຳເນີນມາດຕະການຄວມຄຸມກວດກາການແຈ້ງພາສີຕາມລະດັບຄວາມສ່ຽງຕາມຄວາມເໝາະສົມ.

-   ການແຈ້ງພາສີລ່ວງໜ້າ: ໝາຍເຖິງການປະກອບຂໍ້ມູນ ແລະ ເອກະສານແຈ້ງພາສີເປັນລາຍລະອຽດ ແລະ ຍື່ນໃຫ້ເຈົ້າໜ້າທີ່ພາສີດຳເນີນການກວດກາຂໍ້ມູນ ແລະ ເອກະສານດັ່ງກ່າວກ່ອນສິນຄ້າມາຮອດດ່ານພາສີຊາຍແດນບ່ອນທີ່ຈະດຳເນີນການນຳເຂົ້າ ຫຼື ສົ່ງອອກ.

-   ລະບົບອາຊິກຸດາ: ໝາຍເຖິງລະບົບຄຸ້ມຄອງຂໍ້ມູນການແຈ້ງພາສີແບບເອເລັກໂຕຣນິກ (Automated System for Customs Data – ASYCUDA World) ທີ່ລັດຖະການພາສີນຳໃຊ້ເຂົ້າໃນການຄຸ້ມຄອງການແຈ້ງພາສີ, ເກັບກຳສະຖະຕິ, ຄຸ້ມຄອງຖານຂໍ້ມູນລາຄາ, ຄຸ້ມຄອງດ້ານບັນຊີ ແລະ ເຊື່ອມໂຍງເຂົ້າກັບລະບົບບໍລິການອື່ນໆ.

-   ລະບົບ Smart Tax: ໝາຍເຖິງລະບົບຊຳລະຄ່າພາສີ-ພັນທະອື່ນໆ ຜ່ານບັນຊີທະນາຄານແບບອັດຕະໂນມັດ ເຊິ່ງພັດທະນາໂດຍ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ທີ່ເຊື່ອມໂຍງແລກປ່ຽນຂໍ້ມູນກັບລະບົບອາຊີກຸດາຂອງກົມພາສີ ແລະ ລະບົບ GFIS ຂອງຄັງເງີນແຫ່ງຊາດ.

4.   ຂອບເຂດການນຳໃຊ້

ບົດແນະນຳສະບັບນີ້ ນຳໃຊ້ສຳລັບການດຳເນີນຂັ້ນຕອນການແຈ້ງພາສີ ໃນການນຳເຂົ້າ, ສົ່ງອອກ ແລະ ຂົນສົ່ງສິນຄ້າຜ່ານແດນທຸກປະເພດ ແລະ ຈັດຕັ້ງປະຕິບັດເປັນເອກະພາບໃນຂອບເຂດທົ່ວປະເທດ, ແຕ່ບໍ່ລວມເອົາການແຈ້ງສິນຄ້າຍ່ອຍ, ການແຈ້ງເຄື່ອງຕິດຕົວຜູ້ໂດຍສານ, ການແຈ້ງພາຫະນະນຳເຂົ້າ-ນຳອອກ ເພື່ອການທ່ອງທ່ຽວຢ້ຽມຢາມ ແລະ ການແຈ້ງສິນຄ້າສົ່ງໄປສະນີ ເປັນອັນສະເພາະ.

5. ສະຖານທີ່ແຈ້ງພາສີ ແລະ ກວດປ່ອຍສິນຄ້າ

ການແຈ້ງພາສີເພື່ອການນຳເຂົ້າ, ສົ່ງອອກສິນຄ້າ ແລະ ຂົນສົ່ງສິນຄ້າຜ່ານແດນ ຕ້ອງດຳເນີນການຢູ່ບັນດາດ່ານພາສີຊາຍແດນ, ສາງພັກສິນຄ້າ ຫຼື ສາງສິນຄ້າທ່າບົກ (Inland Depot) ທີ່ລັດຖະການພາສີກຳນົດ. ຜູ້ປະກອບການທີ່ໄດ້ຕິດຕັ້ງລະບົບອາຊິກຸດາຢູ່ຫ້ອງການຂອງຕົນເອງ (Director Trade Input – DTI) ແລະ/ຫຼື ໄດ້ລົງທະບຽນແຈ້ງພາສີຜ່ານອິນເຕີເນັດ ແມ່ນສາມາດດຳເນີນການປະກອບຂໍ້ມູນການແຈ້ງພາສີຢູ່ຫ້ອງການຂອງຕົນເອງ ຫຼື ສະຖານທີ່ທີ່ມີລະບົບເຊື່ອມໂຍງເຂົ້າກັບລະບົບອາຊິກຸດາຂອງກົມພາສີ.

ການກວດປ່ອຍສິນຄ້າ ຕ້ອງດຳເນີນຢູ່ດ່ານພາສີຊາຍແດນ, ສາງພັກສິນຄ້າປະຈຳດ່ານພາສີຊາຍແດນ, ສາງສິນຄ້າທ່າບົກ (Inland Depot) ແລະ ສະຖານທີ່ອື່ນ ທີ່ລັດຖະການພາສີກຳນົດ.

6.   ເວລາບໍລິການແຈ້ງພາສີ

ລັດຖະການພາສີ ເປີດໃຫ້ດຳເນີນການແຈ້ງພາສີ ແລະ ກວດປ່ອຍສິນຄ້າຢູ່ດ່ານພາສີຊາຍແດນຕາມວັນ ແລະ ເວລາເຮັດວຽກລັດຖະການທົ່ວໄປຄື: ຕອນເຊົ້າ 08:00 ໂມງ ຫາ 12:00 ໂມງ ແລະ ຕອນແລງ 13:00 ໂມງ ຫາ 16:00 ໂມງ ໃນວັນຈັນ ຫາ ວັນສຸກ.

ລັດຖະການພາສີ ສາມາດກຳນົດເວລາສຳລັບການດຳເນີນການແຈ້ງພາສີ ນອກຈາກວັນ ແລະ ເວລາທີ່ໄດ້ກຳນົດສຳລັບລັດຖະການທົ່ວໄປ ໂດຍອີງໃສ່ປະລິມານການຈໍລະຈອນສິນຄ້າຜ່ານຊາຍແດນ ແລະ ການຕົກລົງເຫັນດີຮ່ວມກັນກັບລັດຖະການພາສີຂອງປະເທດຄູ່ຮ່ວມຊາຍແດນ.

ກໍລະນີຜູ້ປະກອບການຕ້ອງດຳເນີນຂັ້ນຕອນການແຈ້ງພາສີ ແລະ ກວດປ່ອຍສິນຄ້ານອກວັນ ແລະ ເວລາເຮັດວຽກປົກກະຕິເນື່ອງຈາກຄວາມຈຳເປັນເຊັ່ນ: ເປັນການນຳເຂົ້າ ຫຼື ສົ່ງອອກ ສັດມີຊີວິດ, ສິນຄ້າເນົ່າເປື່ອຍງ່າຍ, ເປັນສິນຄ້າບັນເທົາທຸກ, ສິນຄ້າອັນຕະລາຍທີ່ຕ້ອງໄດ້ເກັບຮັກສາດ້ວຍວິທີສະເພາະ ຫຼື ອະນຸຍາດນຳເຂົ້າ-ສົ່ງອອກໃກ້ໝົດກຳນົດ, ຜູ້ແຈ້ງພາສີສາມາດສະເໜີຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານ ເພື່ອພິຈາລະນາອະນຸຍາດຕາມຄວາມເໝາະສົມ ແລະ ສອດຄ່ອງຕາມລະບຽບການກຳນົດ.

ການປະກອບຂໍ້ມູນການແຈ້ງພາສີຜ່ານທາງ DTI ແລະ ອິນເຕີເນັດແມ່ນສາມາດດຳເນີນການໄດ້ຕະຫຼອດ 24 ຊົ່ວໂມງທຸກວັນ. ຍົກເວັ້ນກໍລະນີ ກົມພາສີອອກແຈ້ງການຢຸດຕິການບໍລິການຊົ່ວຄາວ ເພື່ອດຳເນີນການສ້ອມແປງ ແລະ ບຳລຸງຮັກສາ.

7. ຄວາມຮັບຜິດຊອບຂອງລັດຖະການພາສີ

ເພື່ອຮັບປະກັນໃຫ້ການດຳເນີນຂັ້ນຕອນການແຈ້ງພາສີມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ເປັນທຳ, ລັດຖະການພາສີ ມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້:

7.1 ຄວາມຮັບຜິດຊອບຂອງພະແນກກົມພາສີ:

-  ໃຫ້ຄຳແນະນຳທາງດ້ານວິຊາການແກ່ເຈົ້າໜ້າທີ່ພາສີ ແລະ ຜູ້ແຈ້ງພາສີ ກ່ຽວກັບການດຳເນີນຂັ້ນຕອນການແຈ້ງພາສີ, ການຈັດລະຫັດສິນຄ້າ, ການກຳນົດລະບອບການແຈ້ງ, ການກຳນົດມູນຄ່າແຈ້ງພາສີ, ການຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລະ ອື່ນໆ.

-   ໃຫ້ຄຳແນະນຳໃນການແກ້ໄຂບັນຫາດ້ານເຕັກນິກເວລາລະບົບເກີດບັນຫາຂັດຂ້ອງ.

-   ປະສານງານກັບພາກສ່ວນທີ່ກ່ຽວຂ້ອງເພື່ອຍົກສູງການອຳນວຍຄວາມສະດວກ, ແກ້ໄຂບັນຫາທີ່ຕິດພັນກັບການແຈ້ງພາສີເປັນລາຍລະອຽດ.

-   ປະສານງານ ແລະ ໃຫ້ຄຳແນະນຳ ດ່ານພາສີຊາຍແດນໃນການຄຸ້ມຄອງແຜນນຳເຂົ້າສິນຄ້າ, ເຄື່ອງຂອງໃນລະບົບຍົກເວັ້ນ, ຫຼຸດຜ່ອນ ແລະ ງົດເກັບພາສີ.

-   ເປັນເຈົ້າການເຜີຍແຜ່, ແນະນຳຂັ້ນຕອນ ແລະ ວິທີການແຈ້ງພາສີ ໃກ້ຜູ້ປະກອບການຢ່າງທົ່ວເຖິງດ້ວຍການຈັດເຝິກອົບຮົມ, ສ້າງຄູ່ມືແນະນຳ, ສ້າງແຜ່ນພັບແນະນຳ ແລະ ອື່ນໆ.

7.2 ຄວາມຮັບຜິດຊອບຂອງດ່ານພາສີຊາຍແດນ

-   ດຳເນີນການຄວບຄຸມກວດກາຂໍ້ມູນ ແລະ ເອກະສານການແຈ້ງພາສີຢ່າງລະອຽດຖີ່ຖວນ ຕາມກົນໄກບໍລິຫານຄວາມສ່ຽງ ເພື່ອຮັບປະກັນຄວາມຖືກຕ້ອງຕໍ່ກົດໝາຍ ແລະ ລະບຽບການ.

-   ປະສານງານກັບຂະແໜງການລັດທີ່ປະຈຳຢູ່ດ່ານ ເພື່ອເພີ່ມທະວີການຮ່ວມມື ແລະ ຫຼຸດຜ່ອນຂັ້ນຕອນການຄວມຄຸມສິນຄ້າຢູ້ດ່ານພາສີຊາຍແດນໃຫ້ກະທັດຮັດ ແລະ ມີປະສິດທິຜົນ.

-   ປຶກສາຫາລືກັບລັດຖະການພາສີຂອງດ່ານປະເທດຄູ່ຮ່ວມຊາຍແດນ ເພື່ອກຳນົດເວລາ ແລະ ຂອບເຂດການເຄື່ອນໄຫວໃຫ້ສອດຄ່ອງກົມກຽວກັນ, ເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ແລະ ການຫັນໄປດຳເນີນການກວດກາຮ່ວມກັນ ເພື່ອຍົກສູງປະສິດທິພາບໃນການຄວບຄຸມກວດກາສິນຄ້າ.

-   ສາມາດເກັບຕົວຢ່າງສິນຄ້າໄປກວດກາຢູ່ຫ້ອງທົດລອງ ຫຼື ນຳໄປຂໍຄຳປຶກສາກັບຜູ້ຊ່ຽວຊານທີ່ກ່ຽວຂ້ອງ ເພື່ອຈຸດປະສົງການກວດກາການຈັດລະຫັດສິນຄ້າ, ການກຳນົດມູນຄ່າແຈ້ງພາສີ ແລະ ການກວດກາສິນຄ້າລະເມີດລິຂະສິດ. ການເກັບຕົວຢ່າງຕ້ອງເກັບໃນປະລິມານ ຫຼື ຈຳນວນໜ້ອຍທີ່ສຸດ.

-   ຫ້າມເຈົ້າໜ້າທີ່ກົດໜ່ວງທ່ວງດຶງ, ນາບຂູ່ ຫຼື ສະແດງທ່າທີບໍ່ສຸພາບຕໍ່ຜູ້ປະກອບການ ເຊິ່ງຂັດກັບລະບຽບການ ແລະ ວິໄນຂອງລັດຖະກອນພາສີ.

-   ໃຫ້ໂອກາດແກ່ຜູ້ແຈ້ງພາສີ ໃນການອະທິບາຍ, ຊີ້ແຈງ ແລະ ສະໜອງຂໍ້ມູນ ແລະ ເອກະສານເພີ່ມເຕີມໃນກໍລະນີມີຂໍ້ສົງໃສ ຫຼື ມີການກະທຳຜິດໃນການແຈ້ງພາສີ.

-   ກຳນົດຂອບເຂດສະຖານທີ່ເຮັດວຽກຂອງເຈົ້າໜ້າທີ່ ແລະ ສະຖານທີ່ເຄື່ອນໄຫວຂອງຜູ້ປະກອບການຢ່າງຊັດເຈນ ໂດຍບໍ່ອະນຸຍາດໃຫ້ຜູ້ປະກອບການ ເຂົ້າມາເຄື່ອນໄຫວໃນບ່ອນເຮັດວຽກຂອງເຈົ້າໜ້າທີ່ພາສີ ເຊິ່ງເປັນການລົບກວນ ແລະ ເປີດໂອກາດໃຫ້ແກ່ການສົມຮູ້ຮ່ວມຄິດກະທຳຜິດ. ເຈົ້າໜ້າທີ່ພາສີ ແລະ ຜູ້ປະກອບການສາມາດປຶກສາຫາລືກນຢູ່ສະຖານທີ່ທີ່ຈັດສັນໃຫ້ເທົ່ານັ້ນ.

-   ເປັນເຈົ້າການເຜີຍແຜ່, ແນະນຳຂັ້ນຕອນ ແລະ ວິທີການແຈ້ງພາສີໃຫ້ຜູ້ປະກອບການຢ່າງທົ່ວເຖິງດ້ວຍການຝຶກອົບຮົມ, ການຕິດຕັ້ງປ້າຍແນະນຳ, ແຜນວາດຂັ້ນຕອນ, ແຜ່ນພັບແນະນຳ ແລະ ອື່ນໆ.

8. ຄວາມຮັບຜິດຊອບຂອງຜູ້ແຈ້ງພາສີ

ບຸກຄົນ ຫຼື ນິຕິບຸກຄົນ ທີ່ດຳເນີນການແຈ້ງພາສີຕໍ່ລັດຖະການພາສີ ມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້:

-   ປະກອບຂໍ້ມູນ, ເອກະສານ ແລະ ລົງລາຍເຊັນໃສ່ໃບແຈ້ງພາສີເປັນລາຍລະອຽດຢ່າງຖືກຕ້ອງ ແລະ ຄົບຖ້ວນ.

-   ໃນກໍລະນີບໍ່ແນ່ໃຈກ່ຽວກັບສິນຄ້າ, ຜູ້ແຈ້ງພາສີສາມາດກວດກາສີນຄ້າຕົວຈິງໃນສາງ ແລະ ສາມາດເກັບຕົວຢ່າງໄປກວດກາຢູ່ຫ້ອງທົດລອງ ຫຼື ຫ້ອງການຂອງຕົນເອງ, ແຕ່ຕ້ອງດຳເນີນການແຈ້ງພາສີເປັນລາຍລະອຽດຕາມຂອບເຂດເວລາທີ່ກຳນົດໃນກົດໝາຍວ່າດ້ວຍພາສີ. ຈຳນວນ ຫຼື ຂະໜາດຂອງຕົວຢ່າງຕ້ອງນ້ອຍທີ່ສຸດ ແລະ ຕ້ອງໄດ້ຮັບການເຫັນດີຈາກເຈົ້າໜ້າທີ່ພາສີ. ການກຳນົດຕົວຢ່າງໄປກວດກາບໍ່ຈຳເປັນຕ້ອງປະກອບເອກະສານແຈ້ງພາສີເປັນອັນສະເພາະ ແຕ່ຕ້ອງເຮັດບົດບັນທຶກການເກັບກຳຕົວຢ່າງລະຫວ່າງເຈົ້າໜ້າທີ່ພາສີ (ເຈົ້າໜ້າທີ່ຈຸງານຄຸ້ມຄອງສາງສິນຄ້າ) ແລະ ຜູ້ແຈ້ງພາສີ.

-   ພາຍຫຼັງປະກອບຂໍ້ມູນລົງໃສ່ໃບແຈ້ງພາສີເປັນລາຍລະອຽດ ແລະ ລົງທະບຽນໃບແຈ້ງໃນລະບົບອາຊິກຸດາແລ້ວ, ຕ້ອງພິມໃບແຈ້ງພາສີອອກຈາກລະບົບ ເຊັນຢັ້ງຢືນຄວາມຖືກຕ້ອງ ແລະ ຍື່ນເອກະສານຕົ້ນສະບັບຕໍ່ລັດຖະການພາສີຊາຍແດນ ເພື່ອດຳເນີນກວດກາ.

-   ຊຳລະຄ່າພາສີ ແລະ ພັນທະອື່ນຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ.

-   ຖ້າເປັນພະນັກງານແຈ້ງພາສີດ້ວບຜູ້ບໍລິການແຈ້ງພາສີ (ບຸກຄົນທີ 3) ໃນນາມຜູ້ນຳເຂົ້າ ຫຼື ຜູ້ສົ່ງອອກ ຫຼື ເຈົ້າຂອງສິນຄ້າ, ຕ້ອງມີການມອບສິດດຳເນີນການແຈ້ງພາສີຢ່າງຖືກຕ້ອງ ແລະ ມີຜົນບັງຄັບໃຊ້ທາງກົດໝາຍ.

-   ເກັບສຳເນົາຂໍ້ມູນ ແລະ ເອກະສານແຈ້ງພາສີທຸກສະບັບຢ່າງຄົບຖ້ວນ ເພື່ອການກວດສອບຄືນຫຼັງ ການແຈ້ງພາສີຕາມມາດຕາ 64 ຂອງກົດໝາຍວ່າດ້ວຍພາສີ.

9. ເງື່ອນໄຂໃນການແຈ້ງພາສີດ້ວຍລະບົບອາຊິກຸດາ

ຜູ້ປະກອບການທີ່ຈະດຳເນີນການແຈ້ງພາສີດ້ວຍລະບົບອາຊິກຸດາ ຕ້ອງໄດ້ຮັບໃບຢັ້ງຢືນການເຝິກອົບຮົມລະບຽບການແຈ້ງພາສີ ແລະ ການນຳໃຊ້ລະບົບອາຊິກຸດາ ພ້ອມທັງໄດ້ຮັບລະຫັດຜູ້ນຳໃຊ້ລະບົບດັ່ງກ່າວ.

ຜູ້ປະກອບການທີ່ໄດ້ຮັບອະນຸຍາດເປັນຜູ້ນຳໃຊ້ລະບົບອາຊິກຸດາ ສາມາດນຳໃຊ້ລະຫັດຜູ້ນຳໃຊ້ຂອງຕົນ ເຂົ້າໃນການດຳເນີນການແຈ້ງພາສີເປັນລາຍລະອຽດຢູ່ທຸກດ່ານພາສີຊາຍແດນທີ່ນຳໃຊ້ລະບົບດັ່ງກ່າວ. ກົມພາສີຈະອອກລະບຽບກ່ຽວກັບການຄຸ້ມຄອງຜູ້ນຳໃຊ້ລະບົບອາຊິກຸດາ ເປັນອັນສະເພາະ.

10.   ການແຈ້ງພາສີຂາເຂົ້າ

ການແຈ້ງພາສີຂາເຂົ້າ ຕ້ອງດຳເນີນຕາມຂັ້ນຕອນດັ່ງລຸ່ມນີ້:

10.1 ຂັ້ນຕອນທີ 1: ການແຈ້ງໃບຂົນສົ່ງສິນຄ້າ

10.1.1 ພາຍຫຼັງສິນຄ້າມາຮອດດ່ານຜູ້ແຈ້ງພາສີ, ຜູ້ຂັບລົດບັນທຸກສິນຄ້າ ຫຼື ພະນັກງານຄຸ້ມຄອງສາງສິນຄ້າປະຈຳສະໜາມບິນ ຕ້ອງນຳເອົາໃບຂົນສົ່ງສິນຄ້າຍື່ນຕໍ່ເຈົ້າໜ້າທີ່ພາສີ ທີ່ຮັບຜິດຊອບຄຸ້ມຄອງໃບຂົນສົ່ງສິນຄ້າພາຍໃນ 24 ຊົ່ວໂມງ ຕາມມາດຕາ 19 ຂອງກົດໝາຍວ່າດ້ວຍພາສີ.

10.1.2  ເຈົ້າໜ້າທີ່ຄຸ້ມຄອງສາງສິນຄ້າຮັບໃບຂົນສົ່ງ ແລະ ພິມຂໍ້ມູນການຂົນສົ່ງສິນຄ້າ ລົງໃນລະບົບຄຸ້ມຄອງຂໍ້ມູນການຂົນສົ່ງ. ສຳລັບດ່ານພາສີຊາຍແດນທີ່ບໍ່ໄດ້ນຳໃຊ້ລະບົບຄຸ້ມຄອງຂໍ້ມູນການຂົນສົ່ງແມ່ນໃຫ້ບັນທຶກຂໍ້ມູນດັ່ງກ່າວແມ່ນໃຫ້ບັນທຶກຂໍ້ມູນດັ່ງກ່າວດ້ວຍປື້ມຕິດຕາມຂາເຂົ້າ-ອອກສາງ, ຈາກນັ້ນ ຈື່ງອະນຸຍາດໃຫ້ຜູ້ແຈ້ງພາສີນຳເອົາສິນຄ້າເຂົ້າສາງ ຫຼື ສະຖານທີ່ຈອດລົດບັນທຸກ ເພື່ອດຳເນີນຂັ້ນຕອນການແຈ້ງພາສີສິນຄ້າຊົ່ວຄາວ ແລະ ການປະກອບໃບແຈ້ງພາສີເປັນລາຍລະອຽດ.

10.2 ຂັ້ນຕອນທີ 2: ການປະກອບຂໍ້ມູນ ແລະ ການປະກອບເອກະສານເປັນລາຍລະອຽດ

10.2.1 ການປະກອບຂໍ້ມູນໃສ່ໃບແຈ້ງພາສີ

-   ຜູ້ແຈ້ງພາສີຕ້ອງປະກອບຂໍ້ມູນໃສ່ໃບແຈ້ງພາສີເປັນລາຍລະອຽດ ໃນລະບົບອາຊິກຸດາຜ່ານໂມດູນການແຈ້ງພາສີເປັນລາຍລະອຽດ. ຜູ້ແຈ້ງພາສີສາມາດນຳໃຊ້ຄອມພິວເຕີ ຢູ່ຫ້ອງຂໍ້ມູນຂ່າວສານຂອງດ່ານພາສີຊາຍແດນ ເພື່ອປະກອບຂໍ້ມູນ ແລະ ແຈ້ງເອກະສານພາສີ. ສຳລັບຜູ້ປະກອບການທີ່ໄດ້ຕິດຕັ້ງ DTI ແລະ/ຫຼື ລົງທະບຽນແຈ້ງພາສີຜ່ານລະບົບອິນເຕີເນັດ ແມ່ນສາມາດປະກອບຂໍ້ມູນ ແລະ ແຈ້ງເອກະສານພາສີ ໂດຍນຳໃຊ້ເຄື່ອງຄອມພິວເຕີ ຢູ່ຫ້ອງການຂອງຕົນເອງໄດ້.

-   ພາຍຫຼັງສິນຄ້າມາຮອດດ່ານພາສີຊາຍແດນ ຜູ້ແຈ້ງພາສີຕ້ອງດຳເນີນຂັ້ນຕອນການແຈ້ງພາສີເປັນລາຍລະອຽດໃນເວລາທີ່ກຳນົດໄວ້ໃນມາດຕາ 24 ຂອງກົດໝາຍວ່າດ້ວຍພາສີ. ຜູ້ແຈ້ງພາສີສາມາດປະກອບຂໍ້ມູນ ແລະ ເອກະສານແຈ້ງພາສີເປັນລາຍລະອຽດລ່ວງໜ້າກ່ອນສິນຄ້າມາຮອດດ່ານ ໂດຍປະຕິບັດຕາມຂໍ້ 13 ຂອງບົດແນະນຳສະບັບນີ້.

-   ໃບແຈ້ງລາຄາ (ໃບອິນວອຍ) 1 ຊຸດ ຕ້ອງປະກອບເອກະສານແຈ້ງພາສີ 1 ຊຸດ. ຍົກເວັ້ນການແຈ້ງນຳເຂົ້າພາຫະນະ ເຊິ່ງຈະຕ້ອງແຈ້ງພາຫະນະ 1 ຄັນ ຕໍ່ໃບແຈ້ງ 1 ຊຸດ. ສຳລັບການແຈ້ງພາສີນຳເຂົ້າສິນຄ້າປະເພດລົດຈັກ ແມ່ນໃຫ້ປະຕິບັດຕາມແຈ້ງການກົມພາສີສະບັບເລກທີ 02320/ກພສ, ລົງວັນທີ 18 ມີນາ 2014.

-   ພາຍຫຼັງສຳເລັດການປະກອບຂໍ້ມູນແຈ້ງພາສີ, ຜູ້ແຈ້ງພາສີ ຕ້ອງກວດກາຄວາມຖືກຕ້ອງ ແລະຄົບຖ້ວນຂອງຂໍ້ມູນຢ່າງລະອຽດ ໂດຍສະເພາະແມ່ນລະຫັດສິນຄ້າ (HS Code), ມູນຄ່າແຈ້ງພາສີ, ການຫຼຸດຜ່ອນ ຫຼື ຍົກເວັ້ນພາສີ-ອາກອນ ແລະ ສິດທິພິເສດດ້ານອັດຕາພາສີຕາມສັນຍາການຄ້າເສລີຕ່າງໆ.

-   ລະບົບອາຊິກຸດາ ດຳເນີນການຄິດໄລ່ພາສີ ແລະ ພັນທະອື່ນ ທີ່ຕ້ອງຊຳລະແບບອັດຕະໂນມັດໂດຍອີງໃສ່ຂໍ້ມູນທີ່ຜູ້ແຈ້ງໄດ້ປະກອບເຂົ້າໃສ່ໃບແຈ້ງພາສີ.

10.2.2 ການຕິດຄັດເອກະສານປະກອບການແຈ້ງພາສີ

-      ພາຍຫຼັງສຳເລັດການປະກອບຂໍ້ມູນແລ້ວ ຜູ້ແຈ້ງພາສີຕ້ອງໄດ້ສະແກນ (Scan) ເອກະສານປະກອບ ເພື່ອຕິດຄັດເອກະສານເອເລັກໂຕຣນິກໃນຮູບແບບ pdf, png ຫຼື jpeg. ເອກະສານປະກອບການແຈ້ງພາສີເປັນລາຍລະອຽດມີດັ່ງນີ້:

+  ໃບແຈ້ງລາຄາ

+  ໃບລາຍການຫຸ້ມຫໍ່ສິນຄ້າ

+  ໃບຂົນສົ່ງສິນຄ້າ (ຖ້າມີ)

+  ໃບແຈ້ງສິນຄ້າຊົ່ວຄາວ (ຖ້າມີ)

+  ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (ກໍລະນີຕ້ອງການສິດທິພິເສດດ້ານອັດຕາພາສີ)

+  ໃບຢັ້ງຢືນສິດທິພິເສດດ້ານອັດຕາພາສີຂອງກົມພາສີ (ກໍລະນີຕ້ອງການສິດທິພິເສດດ້ານອັດຕາພາສີ)

+  ໃບອະນຸຍາດຈາກຂະແໜງການລັດທີ່ກ່ຽວຂ້ອງ (ກໍລະນີເປັນສິນຄ້າລັດຄວບຄຸມ)

+  ໃບມອບສິດການແຈ້ງພາສີ (ຖ້າເປັນການແຈ້ງພາສີດ້ວຍຜູ້ບໍລິການແຈ້ງພາສີ)

-      ເອກະສານປະກອບການແຈ້ງພາສີຕ້ອງຊັດເຈນ, ບໍ່ມີຮອຍຂີດຂ້າ, ສາມາດອ່ານໄດ້ງາຍ ແລະ ມີເນື້ອໃນຄົບຖ້ວນຕາມເອກະສານຕົ້ນສະບັບ, ຂະໜາດຂອງໄຟລ໌ ແມ່ນບໍ່ໃຫ້ໃຫ່ຍກ່ວາ 500 Kb ຕໍ່ 1 ເອກະສານ.

10.2.3 ການຢັ້ງຢືນໃບຖືກຕ້ອງໃບແຈ້ງພາສີ

ຫຼັງຈາກສຳເລັດການປະກອບຂໍ້ມູນຢ່າງຄົບຖ້ວນແລ້ວ ຜູ້ແຈ້ງພາສີຕ້ອງພິມໃບແຈ້ງພາສີທີ່ໄດ້ລົງທະບຽນແລ້ວ ອອກຈາກລະບົບອາຊິກຸດາ ໂດຍນຳໃຊ້ແບບພິມທີ່ລັດຖະການພາສີພິມຈຳໜ່າຍ ພ້ອມທັງລົງລາຍເຊັນ ແລະ ຈໍ້າກາ ໃສ່ຫ້ອງ 54 ຢ່າງຖືກຕ້ອງ, ຊື່ຜູ້ແຈ້ງພາສີໃນຫ້ອງ 14 ແລະ ຫ້ອງ 54 ຕ້ອງແມ່ນຜູ້ດຽວກັນ. ກໍລະນີຜູ້ນຳເຂົ້າສິນຄ້າເປັນຜູ້ແຈ້ງພາສີເອງ ຊື່ຜູ້ນຳເຂົ້າໃນຫ້ອງ 8 ຕ້ອງກົງກັບຊື່ຜູ້ແຈ້ງພາສີໃນຫ້ອງ 14 ແລະລົງລາຍເຊັນໃນຫ້ອງ 54. ກໍລະນີເປັນການແຈ້ງພາສີດ້ວຍຜູ້ບໍລິການແຈ້ງພາສີຫ້ອງ 8 ໃຫ້ລະບຸຊື່ນຳເຂົ້າ (ເຈົ້າຂອງສິນຄ້າ ຫຼື ຜູ້ຮັບສິນຄ້າ), ສ່ວນຫ້ອງ 14 ແລະ 54 ແມ່ນໃສ່ຊື່ຜູ້ບໍລິການແຈ້ງພາສີ.

10.2.4 ການລົງທະບຽນ ແລະ ການຍື່ນເອກະສານແຈ້ງພາສີ

-   ຫຼັງຈາກກວດກາຄວາມຖືກຕ້ອງແລ້ວ, ໃຫ້ຜູ້ແຈ້ງພາສີຕ້ອງລົງທະບຽນໃບແຈ້ງໃນລະບົບອາຊິກຸດາ. ລະບົບຈະບັນທຶກຂໍ້ມູນການແຈ້ງ, ດຳເນີນຂະບວນການວິໄຈຂໍ້ມູນແບບອັດຕະໂນມັດ ແລະ ສົ່ງໃຫ້ເຈົ້າໜ້າທີ່ພາສີດຳເນີນການກວດກາຂໍ້ມູນ ແລະ ເອກະສານແຈ້ງພາສີທັງໝົດ.

-   ລະບົບອາຊິກຸດາ ເປັນຜູ້ກຳນົດເລກທີໃບແຈ້ງໂດຍອັດຕະໂນມັດ,ໃບແຈ້ງພາສີທີ່ລົງທະບຽນໃນລະບົບອາຊິກຸດາແລ້ວ, ຜູ້ແຈ້ງພາສີບໍ່ສາມາດດັດແກ້, ປັບປຸງ ຫຼື ເພີ່ມເຕີມຂໍ້ມູນໃດໆໄດ້. ກໍລະນີຜູ້ແຈ້ງພາສີກວດເຫັນຂໍ້ມູນ ຫຼື ເອກະສານບໍ່ຖືກຕ້ອງພາຍຫຼັງການລົງທະບຽນໃບແຈ້ງພາສີແລ້ວ ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ສອບຖາມ ແລະ ສະສາງ ປະຈຳດ່ານພາສີຮັບຊາບທັນທີ ໂດຍປະຕິບັດຕາມຂໍ້ທີ 12 ຂອງບົດແນະນຳສະບັບນີ້.

-   ຜູ້ແຈ້ງພາສີຕ້ອງນຳເອົາໃບແຈ້ງພາສີຕົ້ນສະບັບ ພ້ອມດ້ວຍເອກະສານປະກອບທັງໝົດໄປຍື່ນຕໍ່ເຈົ້າໜ້າທີ່ຢູ່ດ່ານພາສີ ເພື່ອດຳເນີນກວດກາຕາມລະບຽບການ.

-   ຖ້າເຈົ້າໜ້າທີ່ພາສີກວດກາພົບເຫັນວ່າ ມີການລົງທະບຽນໃບແຈ້ງພາສີໃນລະບົບ ແຕ່ບໍ່ມີການຍື່ນເອກະສານແຈ້ງພາສີຢ່າງເປັນທາງການພາຍໃນ 7 ວັນ ເຈົ້າໜ້າທີ່ຮັບຜິດຊອບວຽກງານສອບຖາມ ແລະ ສະສາງ ຕ້ອງເອີ້ນຜູ້ແຈ້ງພາສີເຂົ້າມາສອບຖາມ ຖ້າເຫັນວ່າເປັນການກະທຳຜິດໂດຍເຈດຕະນາ ຈະຖືກປະຕິບັດມາດຕະການຢ່າງເຂັ້ມງວດ.

-   ພາຍຫຼັງລົງທະບຽນໃບແຈ້ງພາສີ ແລະ ຍື່ນເອກະສານແຈ້ງພາສີເປັນລາຍລະອຽດແລ້ວ, ຜູ້ແຈ້ງພາສີສາມາດຕິດຕາມຄວາມຄືບໜ້າຂອງການດຳເນີນຂັ້ນຕອນໃນລະບົບອາຊິກຸດາ.

10.3 ຂັ້ນຕອນທີ 3: ການກວດກາ ແລະ ຄວບຄຸມຂອງເຈົ້າໜ້າທີ່ພາສີ

10.3.1 ການຢືນຢັນການລົງທະບຽນໃບແຈ້ງພາສີ

ພາຍຫຼັງຜູ້ແຈ້ງພາສີປະກອບຂໍ້ມູນການແຈ້ງ ແລະ ລົງທະບຽນໃບແຈ້ງພາສີໃນລະບົບອາຊິກຸດາແລ້ວ, ເຈົ້າໜ້າທີ່ກວດກາຂໍ້ມູນເບື້ອງຕົ້ນ ຕ້ອງຢືນຢັນການລົງທະບຽນໃບແຈ້ງພາສີ ໂດຍບໍ່ຕ້ອງລໍຖ້າເອກະສານຕົ້ນສະບັບ ເພື່ອໃຫ້ລະບົບອາຊິກຸດາ ດຳເນີນຂັ້ນຕອນການວິເຄາະຄວາມສ່ຽງແບບອັດຕະໂນມັດ ເພື່ອສະແດງຜົນການກວດກາຄວາມສ່ຽງເປັນຊ່ອງຄວາມສ່ຽງຕໍ່າ (ຊ່ອງສີຂາວ), ຊ່ອງຄວາມສ່ຽງປານກາງ (ຊ່ອງສີເຫຼືອງ) ຫຼື ຊ່ອງຄວາມສ່ຽງສູງ (ຊ່ອງສີແດງ), ຈາກນັ້ນ ໃຫ້ສົ່ງເອກະສານໄປໃຫ້ເຈົ້າໜ້າທີ່ທີ່ຮັບຜິດຊອບກວດກາຢູ່ແຕ່ລະຊ່ອງຄວາມສ່ຽງ.

10.3.2 ການກວດກາຂໍ້ມູນ, ເອກະສານ ແລະ ການກວດກາສິນຄ້າຕົວຈິງ

ການຄວບຄຸມການກວດກາຕ້ອງປະຕິບັດຕາມລະດັບຄວາມສ່ຽງດັ່ງນີ້:

ກ. ກໍລະນີເປັນການແຈ້ງທີ່ມີຄວາມສ່ຽງຕໍ່າ

-   ເຈົ້າໜ້າທີ່ພາສີຕ້ອງດຳເນີນການກວດກາຂໍ້ມູນການແຈ້ງເບື້ອງຕົ້ນ ໂດຍສຸມໃສ່ກວດກາເອກະສານປະກອບການແຈ້ງພາສີ (ໃບແຈ້ງລາຄາ, ໃບລາຍການຫຸ້ມຫໍ່, ໃບຂົນສົ່ງ, ໃບອະນຸຍາດ, ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລະ ອື່ນໆ), ຊື່ຜູ້ແຈ້ງພາສີ ຫຼື ຜູ້ບໍລິການແຈ້ງພາສີ ການເລືອກໃຊ້ສິດທິພິເສດດ້ານອັດຕາພາສີ ແລະ ອື່ນໆ.

-   ກໍລະນີໄດ້ຮັບເອກະສານແຈ້ງພາສີຕົ້ນສະບັບແລ້ວ ໃຫ້ກວດກາຄວາມຖືກຕ້ອງຂອງການເຊັນຢັ້ງຢືນ ແລະ ປະທັບກາ.

-   ກໍລະນີເປັນການແຈ້ງພາສີນຳເຂົ້າສິນຄ້າທີ່ໄດ້ຮັບນະໂຍບາຍຍົກເວັ້ນ, ຫຼຸດຜ່ອນ ແລະ ງົດເກັບພາສີ-ພັນທະອື່ນ, ເຈົ້າໜ້າທີ່ຕ້ອງກວດກາສົມທຽບໃສ່ແຜນນຳເຂົ້າທີ່ໄດ້ຮັບອະນຸມັດຈາກກົມພາສີ, ກະຊວງການເງີນ, ສະພາບໍລິຫານເຂດເສດຖະກີດພິເສດ-ເຂດເສດຖະກີດສະເພາະ ແລະ ຄະນະຄຸ້ມຄອງການລົງທຶນຂັ້ນທ້ອງຖິ່ນ.

-   ພາຍຫຼັງສຳເລັດການກວດກາຂໍ້ມູນເບື້ອງຕົ້ນ ຕ້ອງປະຕິບັດດັ່ງນີ້:

+  ຖ້າບໍ່ພົບຄວາມຜິດ: ເຈົ້າໜ້າທີ່ກວດກາຂໍ້ມູນການແຈ້ງເບື້ອງຕົ້ນ ຕ້ອງຕື່ມຂໍ້ມູນໃສ່ໃບຕິດຕາມເອກະສານແລ້ວສົ່ງເອກະສານໃຫ້ຫົວໜ້າ ຫຼື ຮອງຫົວໜ້າຈຸງານຄຸ້ມຄອງການແຈ້ງພິຈາລະນາ. ຫົວໜ້າ ຫຼື ຮອງຫົວໜ້າຈຸງານຄຸ້ມຄອງການແຈ້ງ ສາມາດເຂົ້າໄປກວດກາຂໍ້ມູນໃນລະບົບ ຖ້າບໍ່ມິຄວາມຜິດໃຫ້ດຳເນີນການຮັບຮອງການແຈ້ງໃນລະບົບ, ພ້ອມທັງລົງລາຍເຊັນ ແລະ ຈໍ້າກາຊື່ໃນຫ້ອງ 54 ໃນໃບແຈ້ງພາສີເປັນລາຍລະອຽດ, ການຮັບຮອງການແຈ້ງສາມາດດຳເນີນການໄດ້ພາຍຫຼັງໄດ້ຮັບເອກະສານແຈ້ງພາສີຕົ້ນສະບັບເທົ່ານັ້ນ.

+  ຖ້າພົບເຫັນຄວາມຜິດ: ໃຫ້ປ່ຽນສະຖານະພາບການແຈ້ງໄປເປັນການສອບຖາມ ແລະ ສະສາງ, ບັນທຶກການກວດພົບເຫັນຄວາມຜິດລົງໃນໃບບັນທຶກຜົນການກວດກາ (Inspection Act), ຕື່ມຂໍ້ມູນໃສ່ໃບເອກະສານ ແລ້ວສົ່ງໃຫ້ເຈົ້າໜ້າທີ່ສອບຖາມ ແລະ ສະສາງດຳເນີນການ.

ຂ. ກໍລະນີເປັນການແຈ້ງທີ່ມີຄວາມສ່ຽງປານກາງ

ເຈົ້າໜ້າທີ່ພາສີ ຕ້ອງດຳເນີນການກວດກາຂໍ້ມູນ ແລະ ເອກະສານແຈ້ງພາສີຢ່າງລະອຽດ ໂດຍສຸມໃສ່ການກວດກາຈັດລະຫັດສິນຄ້າ, ການກຳນົດມູນຄ່າແຈ້ງພາສີ, ການຢັ້ງຢືນແຫຼ່ງກຳເນີດ, ການອະນຸຍາດຂອງຂະແໜງການທີ່ກ່ຽວຂ້ອງ ແລະ ອື່ນໆ.

ພາຍຫຼັງສຳເລັດການກວດກາແລ້ວດຳເນີນການດັ່ງນີ້:

ຖ້າບໍ່ພົບຄວາມຜິດ: ເຈົ້າໜ້າທີ່ກວດກາເອກະສານຕ້ອງຢືນຍັນຄວາມຖືກຕ້ອງ ໃນລະບົບອາຊິກຸດາ ແລ້ວສົ່ງໃຫ້ຫົວໜ້າ ຫຼື ຮອງຫົວໜ້າຈຸງານຄຸ້ມຄອງການແຈ້ງພິຈາລະນາ. ຫົວໜ້າ ຫຼື ຮອງຫົວໜ້າຈຸງານຄຸ້ມຄອງການແຈ້ງ ສາມາດຈະເຂົ້າໄປກວດກາຂໍ້ມູນໃນລະບົບ ຖ້າບໍ່ພົບຄວາມຜິດໃຫ້ຊີ້ນຳເຈົ້າໜ້າທີ່ກວດກາເອກະສານປ່ຽນເປັນສະຖານະພາບການແຈ້ງເປັນຄວາມສ່ຽງຕໍ່າ, ຈາກນັ້ນ ຫົວໜ້າ ຫຼື ຮອງຫົວໜ້າຈຸງານຄຸ້ມຄອງການແຈ້ງດຳເນີນການຮັບຮອງການແຈ້ງໃນລະບົບ, ພ້ອມທັງລົງລາຍເຊັນ ແລະ ຈໍ້າກາຊື່ໃນຫ້ອງ 54 ໃນໃບແຈ້ງພາສີເປັນລາຍລະອຽດ (ຫ້ອງ 54). ການຮັບຮອງການແຈ້ງສາມາດດຳເນີນການໄດ້ພາຍຫຼັງໄດ້ຮັບເອກະສານແຈ້ງພາສີຕົ້ນສະບັບເທົ່ານັ້ນ.

+  ຖ້າພົບເຫັນຄວາມຜິດ: ເຊັ່ນ: ການຈັດລະຫັດສິນຄ້າ, ການກຳນົດມູນຄ່າແຈ້ງພາສີ, ການຢັ້ງຢືນແຫຼ່ງກຳເນີດ, ໃບອະນຸຍາດ, ໃບທະບຽນວິສາຫະກິດ ຫຼື ອື່ນໆບໍ່ຖືກຕ້ອງ, ເຈົ້າໜ້າທີ່ພາສີຕ້ອງປ່ຽນເປັນສະຖານະພາບການແຈ້ງໄປເປັນການສອບຖາມ ແລະ ສະສາງ ພ້ອມທັງບັນທຶກຜົນການກວດກາລົງໃນແບບຟອມບັນທຶກຜົນການກວດກາ (Inspection Act) ໃນລະບົບອາຊິກຸດາ ແລະ ໃຫ້ສົ່ງເອກະສານທັງໝົດ ໃຫ້ຈຸງານສອບຖາມ ແລະ ສະສາງ ເປັນຜູ້ດຳເນີນການ.

ກໍລະນີມີຂໍ້ສົງໄສ: ເຊັ່ນ: ຜູ້ນຳເຂົ້າບໍ່ເຄີຍນຳເຂົ້າສິນຄ້າປະເພດນີ້ມາກ່ອນ, ລະບົບອາຊິກຸດາແຈ້ງໃຫ້ເອົາໃຈໃສ່ກວດກາດ້ານມູນຄ່າແຈ້ງ, ເອກະສານມີຮ່ອງຮອຍການດັດແປງ ຫຼື ອື່ນໆ ຕ້ອງແຈ້ງໃຫ້ຜູ້ແຈ້ງພາສີສະໜອງຂໍ້ມູນ ແລະ ເອກະສາານເພີ່ມເຕີມເຊັ່ນ: ສັນຍາຊື້-ຂາຍສິນຄ້າ, ໃບຢັ້ງຢືນຊຳລະສະສາງຜ່ານທະນາຄານ, ໃບທະບຽນວິສາຫະກິດ ແລະ ອື່ນໆ

ຜ່ານການກວດກາຂໍ້ມູນ ແລະ ເອກະສານເພີ່ມເຕີມ ຫາກເຫັນວ່ານ່າເຊື່ອຖື ແລະ ສາມາດຮັບເອົາໄດ້ແມ່ນໃຫ້ດຳເນີນການຢັ້ງຢືນຄວາມຖືກຕ້ອງໃນລະບົບອາຊິກຸດາແລ້ວສົ່ງໃຫ້ຫົວໜ້າ ຫຼື ຮອງຫົວໜ້າຈຸງານຄຸ້ມຄອງການແຈ້ງພິຈາລະນາຮັບຮອງ.

ຖ້າກວດກາແລ້ວຍັງບໍ່ມີຄວາມຊັດເຈນ ແລະ ພິຈາລະນາເຫັນວ່າ ຄວນມີການກວດກາສິນຄ້າຕົວຈິງເພື່ອໃຫ້ແນ່ໃຈວ່າສິນຄ້າທີ່ນຳເຂົ້ານັ້ນຖືກຕ້ອງຕາມການແຈ້ງຕົວຈິງ ຫຼື ບໍ່, ເຈົ້າໜ້າທີ່ກວດກາເອກະສານ ນຳສະເໜີຕໍ່ ຫົວໜ້າ ຫຼື ຮອງຫົວໜ້າຈຸງານຄຸ້ມຄອງການແຈ້ງພິຈາລະນາ. ພາຍຫຼັງພິຈາລະນາແລ້ວ ຖ້າຫົວໜ້າ ຫຼື ຮອງຈຸງານດັ່ງກ່າວ ເຫັນວ່າຄວນກວດກາດຳເນີນການກວດກາສິນຄ້າຕົວຈິງ ແມ່ນໃຫ້ຊີ້ນຳເຈົ້າໜ້າທີ່ກວດກາເອກະສານດຳເນີນການປ່ຽນສະຖານະພາບເປັນຄວາມສ່ຽງສູງ ແລະ ບັນທຶກຂໍ້ສົງໃສລົງໃນແບບຟອມບັນທຶກການກວດກາ (Inspection Act) ໃນລະບົບອາຊິກຸດາ ແລະ ໃຫ້ສົ່ງເອກະສານທັງໝົດໃຫ້ເຈົ້າໜ້າທີ່ກວດກາສິນຄ້າເພື່ອດຳເນີນການກວດກາສິນຄ້າຕົວຈິງ.

ຄ. ກໍລະນີເປັນການແຈ້ງທີ່ມີຄວາມສ່ຽງສູງ

ການແຈ້ງພາສີທີ່ມີຄວາມສ່ຽງສູງ ຕ້ອງຜ່ານການກວດກາທັງ 2 ລະດັບຄື: ກວດກາເອກະສານແຈ້ງພາສີຢ່າງລະອຽດ ແລະ ກວດກາສິນຄ້າຕົວຈິງ

-    ການກວດກາເອກະສານ: ເຈົ້າໜ້າທີ່ພາສີ ຕ້ອງດຳເນີນການກວດກາຂໍ້ມູນ ແລະ ເອກະສານແຈ້ງພາສີຢ່າງລະອຽດພາຍຫຼັງສຳເລັດການກວດກາແລ້ວດຳເນີນການດັ່ງນີ້:

+  ຖ້າບໍ່ພົບຄວາມຜິດ: ເຈົ້າໜ້າທີ່ກວດກາເອກະສານຕ້ອງຢືນຍັນຄວາມຖືກຕ້ອງໃນລະບົບອາຊິກຸດາ ແລ້ວສົ່ງໃຫ້ເຈົ້າໜ້າທີ່ກວດກາສິນຄ້າເພື່ອດຳເນີນການກວດກາສິນຄ້າຕົວຈິງ.

+  ຖ້າພົບເຫັນຄວາມຜິດ:  ເຊັ່ນ: ການຈັດລະຫັດສິນຄ້າ, ການກຳນົດມູນຄ່າແຈ້ງພາສີ, ການຢັ້ງຢືນແຫຼ່ງກຳເນີດ, ໃບອະນຸຍາດ, ໃບທະບຽນວິສາຫະກິດ ຫຼື ອື່ນໆບໍ່ຖືກຕ້ອງ, ເຈົ້າໜ້າທີ່ກວດກາເອກະສານຕ້ອງບັນທຶກຜົນການກວດກາລົງໃນແບບຟອມບັນທຶກການກວດກາ (Inspection Act) ໃນລະບົບອາຊິກຸດາ ແລະ ໃຫ້ສົ່ງເອກະສານທັງໝົດໃຫ້ເຈົ້າໜ້າທີ່ກວດກາສິນຄ້າ ເພື່ອດຳເນີນການກວດກາສິນຄ້າຕົວຈິງ. ພາຍຫຼັງສຳເລັດການກວດກາສິນຄ້າຕົວຈິງ ແລະ ບັນທຶກຜົນການກວດກາສິນຄ້າຕົວຈິງ ແລ້ວສົ່ງເອກະສານທັງໝົດໃຫ້ຈຸສອບຖາມ ແລະ ສະສາງເປັນຜູ້ດຳເນີນການ.

-    ການກວດກາສິນຄ້າຕົວຈິງ: ພາຍຫຼັງລະບົບອາຊິກຸດາໄດ້ສະແດງຜົນເປັນຄວາມສ່ຽງສູງແຕ່ເບື້ອງຕົ້ນ ຫຼື ມິການປ່ຽນສະຖານະພາບມາເປັນຄວາມສ່ຽງສູງ, ລະບົບອາຊິກຸດາຈະດຳເນີນການຄັດເລືອກເຈົ້າໜ້າທີ່ກວດກາສິນຄ້າແບບອັດຕະໂນມັດ ໂດຍນຳໃຊ້ຫຼັກການສຸ່ມຄັດເລືອກ. ເຈົ້າໜ້າທີ່ທີ່ໄດ້ຮັບການຄັດເລືອກໂດຍລະບົບອາຊິກຸດາ ຕ້ອງດຳເນີນການກວດກາສິນຄ້າຕົວຈິງທັນທີ ໂດຍສຸມໃສ່ກວດກາປະເພດ, ຊະນິດ, ລຸ້ນ, ຍີ່ຫໍ້, ນໍ້າໜັກ, ຂະໜາດ, ຈຳນວນ, ປະເທດຜະລິດ, ລັກສະນະການຫຸ້ມຫໍ່ ແລະ ລັກສະນະທາງກາຍະພາບອື່ນໆ. ການກວດກາສິນຄ້າຕົວຈິງຕ້ອງດຳເນີນການດ້ວຍການຊ້ອງໜ້າຜູ້ແຈ້ງພາສີ.

ເຈົ້າໜ້າທີ່ກວດກາສິນຄ້າ ສາມາດນຳໃຊ້ເຄື່ອງຄອມພິວເຕີທີ່ຕິດຕັ້ງໃຫ້ຈຸງານຄຸ້ມຄອງສາງສິນຄ້າ, ຄອມພິວເຕີ (laptop) ຫຼື ແທບເບຣດ ທີ່ກົມພາສີປະກອບໃຫ້ ເພື່ອບັນທຶກຜົນການກວດກາ, ພາຍຫຼັງສຳເລັດການກວດກາແລ້ວຕ້ອງປະຕິບັດດັ່ງນີ້:

ຖ້າບໍ່ພົບຄວາມຜິດ: ເຈົ້າໜ້າທີ່ກວດກາສິນຄ້າຕົວຈິງຕ້ອງຢືນຍັນຄວາມຖືກຕ້ອງໃນລະບົບອາຊິກຸດາ, ຈາກນັ້ນ ສົ່ງເອກະສານໃຫ້ຫົວໜ້າ ຫຼື ຮອງຫົວໜ້າຈຸງານກວດກາສິນຄ້າພິຈາລະນາ. ຫົວໜ້າ ຫຼື ຮອງຫົວໜ້າຈຸງານກວດກາສິນຄ້າ ສາມາດເຂົ້າໄປກວດກາຂໍ້ມູນໃນລະບົບ ຖ້າເຫັນດີຕາມການກວດກາຂອງເຈົ້າໜ້າທີ່ກວດກາ ແມ່ນໃຫ້ຊີ້ນຳເຈົ້າໜ້າທີ່ກວດກາສິນຄ້າປ່ຽນສະຖານະພາບມາເປັນຄວາມສ່ຽງຕໍ່າ ແລະ ຫົວໜ້າ ຫຼື ຮອງຫົວໜ້າຈຸງານກວດກາສິນຄ້າ ດຳເນີນການຮັບຮອງການແຈ້ງໃນລະບົບພ້ອມທັງລົງລາຍເຊັນ ແລະ ຈໍ້າກາຊື່ໃນຫ້ອງ 54 ໃນໃບແຈ້ງພາສີເປັນລາຍລະອຽດ.

+  ຖ້າພົບເຫັນຄວາມຜິດ: ເຊັ່ນ: ການແຈ້ງດ້ານຈຳນວນ, ນໍ້າໜັກ, ຂະໜາດ, ປະເທດຜະລິດ, ລັກສະນະການຫຸ້ມຫໍ່, ຍີ່ຫໍ້ ບໍ່ກົງກັບສິນຄ້າຕົວຈິງ, ເຈົ້າໜ້າທີ່ກວດກາສິນຄ້າຕົວຈິງປ່ຽນເປັນສະຖານະພາບການແຈ້ງໄປເປັນການສອບຖາມ ແລະ ສະສາງ, ພ້ອມທັງບັນທຶກຜົນການກວດກາລົງໃນແບບຟອມບັນທຶກການກວດກາ (Inspection Act) ໃນລະບົບອາຊິກຸດາ, ຈາກນັ້ນ ຕ້ອງສົ່ງເອກະສານທັງໝົດໃຫ້ເຈົ້າໜ້າທີ່ສອບຖາມ ແລະ ສະສາງເປັນຜູ້ດຳເນີນການ.

10.3.3 ການຄຸ້ມຄອງຫັກລົບແຜນຍົກເວັ້ນ, ຫຼຸດຜ່ອນ ຫຼື ງົດເກັບພາສີ

ກໍລະນີເປັນການນຳເຂົ້າທີ່ໄດ້ຮັບຍະໂຍບາຍຍົກເວັ້ນ, ຫຼຸດຜ່ອນ ຫຼື ງົດເກັບພາສີ-ພັນທະອື່ນ, ຕ້ອງດຳເນີນການກວດກາ ແລະ ຫັກລົບແຜນນຳເຂົ້າ-ສົ່ງອອກ ໃນເວລາກວດກາຂໍ້ມູນເບື້ອງຕົ້ນ. ໂດຍນນໃຊ້ລະບົບຄຸ້ມຄອງການຫັກລົບແຜນທີ່ຕິດຕັ້ງຢູ່ດ່ານພາສີຊາຍແດນ ເຊິ່ງກົມພາສີຄຸ້ມຄອງນຳໃຊ້ເປັນອັນສະເພາະ.

10.3.4 ການຮັບຮອງການແຈ້ງ

ພາຍຫຼັງສຳເລັດການກວດກາຢູ່ແຕ່ລະຂັ້ນຕອນຕາມການບໍລິຫານຄວາມສ່ຽງ ແລະການແຈ້ງໄດ້ຖືກປ່ຽນເປັນສະຖານະພາບຄວາມສ່ຽງຕໍ່າ (ຊ່ອງສີຂາວ), ຫົວໜ້າ ຫຼື ຮອງຫົວໜ້າຈຸງານສາມາດຮັບຮອງການແຈ້ງຕາມຄວາມຮັບຜິດຊອບຂອງຕົນຄື:

-   ກໍລະນີການແຈ້ງພາສີສະແດງຜົນເປັນທີ່ຄວາມສ່ຽງຕໍ່າ ແລະ ຄວາມສ່ຽງປານກາງ ແມ່ນມອບໃຫ້ ຫົວໜ້າ ຫຼື ຮອງຫົວໜ້າຈຸງານຄຸ້ມຄອງການແຈ້ງພາສີເປັນຜູ້ຮັບຮອງ.

-   ສຳລັບການແຈ້ງພາສີທີ່ມີຄວາມສ່ຽງສູງ ແມ່ນມອບໃຫ້ ຫົວໜ້າ ຫຼື ຮອງຫົວໜ້າຈຸງານກວດກາສິນຄ້າເປັນຜູ້ຮັບຮອງ.

-   ກໍລະນີເປັນການກະທຳຜິດ ເຊິ່ງເອກະສານແຈ້ງພາສີຖືກສົ່ງຈາກເຈົ້າໜ້າທີ່ກວດກາຂໍ້ມູນເບື້ອງຕົ້ນ, ເຈົ້າໜ້າທີ່ກວດກາເອກະສານລະອຽດ ຫຼື ເຈົ້າໜ້າທີ່ກວດກາສິນຄ້າຕົວຈິງ, ແມ່ນມອບໃຫ້ ຫົວໜ້າ ຫຼື ຮອງຫົວໜ້າຈຸງານສອບຖາມ ແລະ ສະສາງ ເປັນຜູ້ຮັບຮອງພາຍຫຼັງສະສາງຄະດີ ແລະ ດັດແກ້ຂໍ້ມູນໃຫ້ຖືກຕ້ອງແລ້ວ.

-   ການຮັບຮອງການແຈ້ງແມ່ນສາມາດດຳເນີນການໄດ້ ພາຍຫຼັງສິນຄ້າມາຮອດດ່ານຕົວຈິງ ແລະ ຜູ້ແຈ້ງພາສີຍື່ນເອກະສານແຈ້ງພາສີຕົ້ນສະບັບໃຫ້ແກ່ເຈົ້າໜ້າທີ່ພາສີ.

10.3.5 ການຊຳລະຄ່າພາສີ ແລະ ພັນທະອື່ນ

ພາຍຫຼັງເອກະສານພາສີຖືກຮັບຮອງແລ້ວ, ຜູ້ແຈ້ງພາສີຕ້ອງດຳເນີນການຊຳລະຄ່າພາສີ ແລະ ພັນທະອື່ນດັ່ງນີ້:

-   ດ່ານພາສີທີ່ນຳໃຊ້ລະບົບ Smart Tax, ເຈົ້າໜ້າທີ່ບັນຊີ ເອີ້ນຂໍ້ມູນໃບແຈ້ງຂຶ້ນມາກວດກາ ຖ້າເຫັນວ່າໃບແຈ້ງພາສີຜ່ານການຮັບຮອງແລ້ວ ໃຫ້ຮັບຊຳລະໂດຍນຳໃຊ້ໂປຣແກຣມ Smart Tax ທີ່ທະນາຄານຕິດຕັ້ງໃຫ້ດ່ານພາສີ. ການຊຳລະແມ່ນໃຫ້ດຳເນີນການພ້ອມກັນຄັ້ງດຽວເຊິ່ງລວມເອົາ ຄ່າພາສີ, ຄ່າອາກອນ ແລະ ພັນທະອື່ນ ກ່ຽວຂ້ອງໂດຍປະຕິບັດຕາມບົດແນະນຳຂອງກະຊວງການເງີນ ກ່ຽວກັບການຄຸ້ມຄອງນຳໃຊ້ລະບົບດັ່ງກ່າວ.

-   ສຳລັບດ່ານທີ່ບໍ່ມີລະບົບ Smart Tax ແມ່ນໃຫ້ຊຳລະຄ່າທຳນຽມການແຈ້ງນຳເຈົ້າໜ້າທີ່ພາສີ, ສ່ວນຄ່າພາສີ ແລະ ພັນທະອື່ນ ແມ່ນຊຳລະນຳເຈົ້າໜ້າທີ່ຄັງເງິນແຫ່ງຊາດ ຫຼື ຊຳລະຜ່ານທະນາຄານ, ພາຍຫຼັງຊຳລະແລ້ວ ຕ້ອງຍື່ນເອກະສານຫຼັກຖານການຊຳລະ ໃຫ້ແກ່ເຈົ້າໜ້າທີ່ຄັງເງິນປະຈຳດ່ານ ເພື່ອລົງບັນທຶກບັນຊີການຊຳລະຜ່ານໂມດູນການຊຳລະໃນລະບົບອາຊິກູດາ.

10.3.6 ການອະນຸມັດປ່ອຍສິນຄ້າ (Release Order)

ພາຍຫຼັງສຳເລັດຂັ້ນຕອນການຊຳລະຄ່າພາສີ ແລະ ພັນທະອື່ນແລ້ວຕ້ອງສົ່ງເອກະສານທັງໝົດໃຫ້ຫົວໜ້າ ຫຼື ຮອງຫົວໜ້າດ່ານ ພິຈາລະນາອະນຸມັດ. ຫົວໜ້າ ຫຼື ຮອງຫົວໜ້າດ່ານ ເປັນຜູ້ກວດກາເອກະສານແຈ້ງພາສີ ແລະ ການຢັ້ງຢືນການຊຳລະສະສາງທັງໝົດເປັນຄັ້ງສຸດທ້າຍ. ເພື່ອຄວາມແນ່ໃຈຕໍ່ຄວາມຖືກຕ້ອງຂອງຂໍ້ມູນການແຈ້ງໃນລະບົບອາຊິກຸດາ ໂດຍນຳໃຊ້ລະຫັດຜູ້ນຳໃຊ້ລະບົບອາຊິກູດາຂອງຕົນເອງ. ຫຼັງຈາກກວດກາແລ້ວໃຫ້ປະຕິບັດດັ່ງນີ້:

-   ຖ້າບໍ່ພົບຄວາມຜິດ: ແມ່ນໃຫ້ອະນຸຍາດປ່ອຍສິນຄ້າ ໂດຍການເຊັນໃສ່ຫ້ອງ 54 ໃນໃບແຈ້ງພາສີເປັນລາຍລະອຽດ ແລະ ຈໍ້າກາຢ່າງຖືກຕ້ອງ.

-   ຖ້າພົບເຫັນຄວາມຜິດ: ແມ່ນໃຫ້ສົ່ງເອກະສານໃຫ້ເຈົ້າໜ້າທີ່ສອບຖາມ ແລະ ສະສາງເພື່ອເຮັດບົດບັນທຶກການກະທຳຜິດ. ຈາກນັ້ນຈຶ່ງສົ່ງເອກະສານໃຫ້ຫົວໜ້າ ຫຼື ຮອງຫົວໜ້າດ່ານພິຈາລະນາ ອະນຸມັດປ່ອຍສິນຄ້າອອກດ່ນກ່ອນ ແລະ ສົ່ງເອກະສານທັງໝົດໃຫ້ກອງກວດກາພາສີແຂວງ, ນະຄອນຫຼວງ ດຳເນີນຂັ້ນຕອນການກວດກາ ແລະ ກວດສອບຫຼັງຈາກການແຈ້ງພາສີຕາມໝວດທີ 1 ພາກທີ X ຂອງກົດໝາຍວ່າດ້ວຍພາສີ.

10.4 ຂັ້ນຕອນທີ 4: ການປ່ອຍສິນຄ້າ (Exit Control)

-   ພາຍຫຼັງຫົວໜ້າ ຫຼື ຮອງຫົວໜ້າດ່ານພາສີເຊັນອະນຸມັດໃບແຈ້ງ, ຜູ້ແຈ້ງພາສີຕ້ອງນຳເອກະສານທັງໝົດ ໄປແຈ້ງຕໍ່ເຈົ້າໜ້າທີ່ພາສີຄຸ້ມຄອງສາງສິນຄ້າ ເພື່ອດຳເນີນການຕິດຕາມການຂົນສິນຄ້າຂຶ້ນລົດບັນທຸກ ແລະ ນຳອອກຈາກສາງ ຫຼື ດ່ານພາສີຢ່າງຖືກຕ້ອງ.

-   ຕໍ່ເຈົ້າໜ້າທີ່ຄຸ້ມຄອງສາງສິນຄ້າ ເອີ້ນຂໍ້ມູນການແຈ້ງໃນລະບົບອາຊິກຸດາຂຶ້ນມາ ເພື່ອປະກອບຂໍ້ມູນໃສ່ໃບປ່ອຍສິນຄ້າ (Exit Note), ແລະ ຢືນຢັນຄວາມຖືກຕ້ອງໃນລະບົບ ເພື່ອເປັນການຢັ້ງຢືນວ່າສິນຄ້າໄດ້ຖືກປ່ອຍຈາກສາງ ຫຼື ດ່ານພາສີຢ່າງຖືກຕ້ອງ.

ການແຈ້ງພາສີຂາເຂົ້າຕ້ອງດຳເນີນຕາມລຳດັບຂັ້ນຕອນທີ່ໄດ້ລະບຸຂ້າງເທິງຢ່າງເຂັ້ມງວດ, ຖ້າຜູ້ປະກອບການ, ເຈົ້າໜ້າທີ່ພາສີ ຫຼື ດ່ານພາສີຊາຍແດນ ບໍ່ປະຕິບັດຕາມຂັ້ນຕອນທີ່ກຳນົດໄວ້ ແມ່ນຈະຖືກປະຕິບັດມາດຕະການຕາມລະບຽບກົດໝາຍ.

11. ການແຈ້ງພາສີຂາອອກ

ການແຈ້ງພາສີຂາອອກ ຕ້ອງດຳເນີນຕາມຂັ້ນຕອນດັ່ງນີ້:

11.1 ຂັ້ນຕອນທີ 1: ການປະກອບຂໍ້ມູນ ແລະ ເອກະສານແຈ້ງພາສີເປັນລາຍລະອຽດ

11.1.1 ການປະກອບຂໍ້ມູນໃສ່ໃບແຈ້ງພາສີ:

ການປະກອບຂໍ້ມູນໃບແຈ້ງພາສີຂາອອກ ແມ່ນໃຫ້ດຳເນີນການຄືກັນກັບການແຈ້ງພາສີຂາເຂົ້າທີ່ກຳນົດໄວ້ໃນຂໍ້ 10.2.1 ຂອງບົດແນະນຳສະບັບນີ້.

11.1.2 ການຕິດຄັດເອກະສານປະກອບການແຈ້ງ:

ພາຍຫຼັງສຳເລັດການປະກອບຂໍ້ມູນແລ້ວ, ຜູ້ແຈ້ງພາສີຕ້ອງໄດ້ສະແນ (Scan) ເອກະສານປະກອບເພື່ອຕິດຄັດເປັນເອກະສານເອເລັກໂຕຣນິກໃນຮູບແບບ pdf, png ຫຼື jpeg. ເອກະສານປະກອບການແຈ້ງພາສີເປັນລາຍລະອຽດ ມີດັ່ງນີ້:

o   ໃບແຈ້ງລາຄາ

o   ໃບລາຍການຫຸ້ມຫໍ່ສິນຄ້າ

o   ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (ຖ້າມີ)

o   ໃບອະນຸຍາດຈາກຂະແໜງການລັດທີ່ກ່ຽວຂ້ອງ (ກໍລະນີເປັນສິນຄ້າລັດຄວບຄຸມ)

o   ໃບຢັ້ງຢືນການມອບພັນທະອື່ນ

o   ໃບມອບສິດ (ຖ້າເປັນການແຈ້ງພາສີດ້ວຍຜູ້ບໍລິການແຈ້ງພາສີ)

ເອກະສານປະກອບການແຈ້ງພາສີຕ້ອງຊັດເຈນ, ສາມາດອ່ານນຳໄດ້ງ່າຍ ແລະ ມີເນື້ອໃນຄົບຖ້ວນຕາມເອກະສານຕົ້ນສະບັບ, ຂະໜາດຂອງໄຟລ໌ ແມ່ນບໍ່ໃຫ້ໃຫ່ຍກວ່າ 500 kb ຕໍ່ 1 ເອກະສານ.

            11.1.3 ການຢັ້ງຢືນຄວາມຖືກຕ້ອງໃບແຈ້ງພາສີ

ຫຼັງຈາກສຳເລັດການປະກອບຂໍ້ມູນຄົບຖ້ວນແລ້ວ ຜູ້ແຈ້ງພາສີຕ້ອງພິມໃບແຈ້ງພາສີທີ່ໄດ້ລົງທະບຽນແລ້ວ ອອກ ຈາກລະບົບອາຊິກຸດາ ໂດຍນຳໃຊ້ແບບພີມທີ່ລັດຖະການພາສີພິມຈຳໜ່າຍພ້ອມທັງລົງລາຍເຊັນ ແລະ ຈໍ້າກາໃສ່ຫ້ອງ 54 ຢ່າງຖືກຕ້ອງ. ຊື່ຜູ້ແຈ້ງພາສີໃນຫ້ອງ 14 ແລະ ຫ້ອງ 54 ຕ້ອງແມ່ນຜູ້ດຽວກັນ. ກໍລະນີຜູ້ສົ່ງອອກສີນຄ້າເປັນຜູ້ແຈ້ງພາສີເອງ ຊື່ຜູ້ສົ່ງອອກໃນຫ້ອງ 2 ຕ້ອງກົງກັບຊື່ຜູ້ແຈ້ງພາສີໃນຫ້ອງ 14 ແລະ ຜູ້ລົງລາຍເຊັນໃນຫ້ອງ 54. ກໍລະນີເປັນການແຈ້ງພາສີດ້ວຍຜູ້ບໍລິການແຈ້ງພາສີ ຫ້ອງ 2 ໃຫ້ລະບຸຊື່ຜູ້ສົ່ງອອກ (ເຈົ້າຂອງສິນຄ້າ ຫຼື ຜູ້ຮັບສິນຄ້າ), ສ່ວນຫ້ອງ 14 ແລະ 54 ແມ່ນໃສ່ຊື່ຜູ້ບໍລິການແຈ້ງພາສີ.

            11.1.4 ການລົງທະບຽນ ແລະ ການຍື່ນເອກະສານແຈ້ງພາສີ

ການລົງທະບຽນ ແລະ ການຍື່ນເອກະສານແຈ້ງພາສີຂາອອກ ແມ່ນໃຫ້ດຳເນີນການຄືກັນກັບຂັ້ນຕອນການແຈ້ງພາສີຂາເຂົ້າ ທີ່ກຳນົດໄວ້ໃນຂໍ້ 10.2.4 ຂອງບົດແນະນຳສະບັບນີ້.

11.2 ຂັ້ນຕອນທີ 2: ການກວດກາ ແລະ ຄວບຄຸມຂອງເຈົ້າໜ້າທີ່ພາສີ

          11.2.1 ການຢືນຢັນການລົງທະບຽນໃບແຈ້ງພາສີ

ການຢືນຢັນການລົງທະບຽນໃບແຈ້ງພາສີຂາອອກ ແມ່ນໃຫ້ດຳເນີນການຄືກັນກັບຂັ້ນຕອນການແຈ້ງພາສີຂາເຂົ້າ ທີ່ກຳນົດໄວ້ໃນຂໍ້ 10.3.1 ຂອງບົດແນະນຳສະບັບນີ້.

          11.2.2 ການກວດຂໍ້ມູນ, ເອກະສານ ແລະ ການກວດກາສິນຄ້າຕົວຈິງ

ການຄວບຄຸມການກວດກາຕ້ອງປະຕິບັດຕາມລະດັບຄວາມສ່ຽງດັ່ງນີ້:

ກ. ກໍລະນີເປັນການແຈ້ງທີ່ມີຄວາມສ່ຽງຕໍ່າ

-   ເຈົ້າໜ້າທີ່ພາສີ ຕ້ອງດຳເນີນການກວດກາຂໍ້ມູນການແຈ້ງເບື້ອງຕົ້ນ ໂດຍສຸມໃສ່ກວດກາເອກະສານປະກອບການແຈ້ງພາສີ (ໃບແຈ້ງລາຄາ, ໃບລາຍການຫຸ້ມຫໍ່, ໃບອະນຸຍາດ ແລະ ອື່ນໆ), ຊື່ຜູ້ແຈ້ງພາສີ ຫຼື ຜູ້ບໍລິການແຈ້ງພາສີ, ການໃຫ້ນະໂຍບາຍດ້ານພາສີ ແລະ ອື່ນໆ.   

-   ກໍລະນີໄດ້ຮັບເອກະສານແຈ້ງພາສີຕົ້ນສະບັບແລ້ວ ໃຫ້ກວດກາຄວາມຖືກຕ້ອງຂອງການເຊັນຢັ້ງຢືນ ແລະ ປະທັບກາ. ກໍລະນີເປັນການແຈ້ງສົ່ງອອກຕາມແຜນອະນຸຍາດສົ່ງອອກ ໃຫ້ເຈົ້າໜ້າທີ່ຄຸ້ມຄອງກວດກາ ໂດຍສົມທຽບໃສ່ໃບອະນຸຍາດຂອງຂະແໜງການກ່ຽວຂ້ອງ.

-   ພາຍຫຼັງສຳເລັດການກວດກາຂໍ້ມູນເບື້ອງຕົ້ນ ຕ້ອງປະຕິບັດດັ່ງນີ້:

+  ຖ້າບໍ່ພົບຄວາມຜິດ: ເຈົ້າໜ້າທີ່ກວດກາຂໍ້ມູນການແຈ້ງເບື້ອງຕົ້ນ ຕ້ອງຕື່ມຂໍ້ມູນໃສ່ໃບຕິດຕາມເອກະສານ ແລ້ວສົ່ງເອກະສານໃຫ້ຫົວໜ້າ ຫຼື ຮອງຫົວໜ້າຈຸລານຄຸ້ມຄອງການແຈ້ງ. ຫົວໜ້າ ຫຼື ຮອງຫົວໜ້າຈຸລານຄຸ້ມຄອງການແຈ້ງ ສາມາດເຂົ້າໄປກວດກາຂໍ້ມູນໃນລະບົບ ຖ້າບໍ່ພົບຄວາມຜິດ ໃຫ້ດຳເນີນການຮັບຮອງການແຈ້ງໃນລະບົບ, ພ້ອມທັງລົງລາຍເຊັນ ແລະ ຈໍ້າກາຊື່ໃນຫ້ອງ 54 ໃນໃບແຈ້ງພາສີເປັນລາຍລະອຽດ. ການຮັບຮອງການແຈ້ງສາມາດດຳເນີນການໄດ້ພາຍຫຼັງໄດ້ຮັບເອກະສານແຈ້ງພາສີຕົ້ນສະບັບເທົ່ານັ້ນ.

+  ຖ້າພົບເຫັນຄວາມຜິດ: ໃຫ້ປ່ຽນສະຖານະພາບການແຈ້ງ ໄປເປັນການສອບຖາມ ແລະ ສະສາງ, ບັນທຶກຜົນການກວດພົບເຫັນຄວາມຜິດລົງໃນໃບບັນທຶກການກວດກາ (Inspection Act), ຕື່ມຂໍ້ມູນໃສ່ໃບຕິດຕາມເອກະສານ ແລ້ວສົ່ງໃຫ້ເຈົ້າໜ້າທີ່ສອບຖາມ ແລະ ສະສາງດຳເນີນການ.

ຂ. ກໍລະນີເປັນການແຈ້ງທີ່ມີຄວາມສ່ຽງປານກາງ

                         ເຈົ້າໜ້າທີ່ພາສີ ຕ້ອງດຳເນີນການກວດກາຂໍ້ມູນ ແລະ ເອກະສານແຈ້ງພາສີຢ່າງລະອຽດໂດຍສຸມໃສ່ການກວດກາການຈັດລະຫັດສິນຄ້າ, ການກຳນົດມູນຄ່າແຈ້ງພາສີ, ການອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ແລະ ອື່ນໆ. ພາຍຫຼັງສຳເລັດການກວດກາແລ້ວຕ້ອງດຳເນີນການດັ່ງນີ້:

+  ຖ້າບໍ່ພົບຄວາມຜິດ: ເຈົ້າໜ້າທີ່ກວດກາເອກະສານຕ້ອງຢືນຍັນຄວາມຖືກຕ້ອງໃນລະບົບອາຊິກຸດາ ແລ້ວສົ່ງໃຫ້ຫົວໜ້າ ຫຼື ຮອງຫົວໜ້າຈຸງານຄຸ້ມຄອງການແຈ້ງພິຈາລະນາ. ຫົວໜ້າ ຫຼື ຮອງຫົວໜ້າຈຸງານຄຸ້ມຄອງການແຈ້ງ ສາມາດຈະເຂົ້າໄປກວດກາຂໍ້ມູນໃນລະບົບ ຖ້າບໍ່ພົບຄວາມຜິດໃຫ້ຊີ້ນຳເຈົ້າໜ້າທີ່ກວດກາເອກະສານປ່ຽນເປັນສະຖານະພາບການແຈ້ງເປັນຄວາມສ່ຽງຕໍ່າ, ຈາກນັ້ນ ຫົວໜ້າ ຫຼື ຮອງຫົວໜ້າຈຸງານຄຸ້ມຄອງການແຈ້ງດຳເນີນການຮັບຮອງການແຈ້ງໃນລະບົບ, ພ້ອມທັງລົງລາຍເຊັນ ແລະ ຈໍ້າກາຊື່ໃນຫ້ອງ 54 ໃນໃບແຈ້ງພາສີເປັນລາຍລະອຽດ (ຫ້ອງ 54). ການຮັບຮອງການແຈ້ງສາມາດດຳເນີນການໄດ້ພາຍຫຼັງໄດ້ຮັບເອກະສານແຈ້ງພາສີຕົ້ນສະບັບເທົ່ານັ້ນ.

+  ຖ້າພົບເຫັນຄວາມຜິດ: ເຊັ່ນ: ການຈັດລະຫັດສິນຄ້າ, ການກຳນົດມູນຄ່າແຈ້ງພາສີ, ການຢັ້ງຢືນແຫຼ່ງກຳເນີດ, ໃບອະນຸຍາດ, ໃບທະບຽນວິສາຫະກິດ ຫຼື ອື່ນໆບໍ່ຖືກຕ້ອງ, ເຈົ້າໜ້າທີ່ພາສີຕ້ອງປ່ຽນເປັນສະຖານະພາບການແຈ້ງໄປເປັນການສອບຖາມ ແລະ ສະສາງ ພ້ອມທັງບັນທຶກຜົນການກວດກາລົງໃນແບບຟອມບັນທຶກຜົນການກວດກາ (Inspection Act) ໃນລະບົບອາຊິກຸດາ ແລະ ໃຫ້ສົ່ງເອກະສານທັງໝົດ ໃຫ້ຈຸງານສອບຖາມ ແລະ ສະສາງ ເປັນຜູ້ດຳເນີນການ.

+  ກໍລະນີມີຂໍ້ສົງໄສ: ເຊັ່ນ: ຜູ້ນຳເຂົ້າບໍ່ເຄີຍນຳເຂົ້າສິນຄ້າປະເພດນີ້ມາກ່ອນ, ເອກະສານມີຮ່ອງຮອຍການດັດແປງ ຫຼື ອື່ນໆ ຕ້ອງແຈ້ງໃຫ້ຜູ້ແຈ້ງພາສີສະໜອງຂໍ້ມູນ ແລະ ເອກະສາານເພີ່ມເຕີມເຊັ່ນ: ສັນຍາຊື້-ຂາຍສິນຄ້າ, ໃບທະບຽນວິສາຫະກິດ ແລະ ອື່ນໆ

ຜ່ານການກວດກາຂໍ້ມູນ ແລະ ເອກະສານເພີ່ມເຕີມ ຫາກເຫັນວ່ານ່າເຊື່ອຖື ແລະ ສາມາດຮັບເອົາໄດ້ແມ່ນໃຫ້ດຳເນີນການຢັ້ງຢືນຄວາມຖືກຕ້ອງໃນລະບົບອາຊິກຸດາແລ້ວສົ່ງໃຫ້ຫົວໜ້າ ຫຼື ຮອງຫົວໜ້າຈຸງານຄຸ້ມຄອງການແຈ້ງພິຈາລະນາຮັບຮອງ.

ຖ້າກວດກາແລ້ວຍັງບໍ່ມີຄວາມຊັດເຈນ ແລະ ພິຈາລະນາເຫັນວ່າ ຄວນມີການກວດກາສິນຄ້າຕົວຈິງເພື່ອໃຫ້ແນ່ໃຈວ່າສິນຄ້າທີ່ນຳເຂົ້ານັ້ນຖືກຕ້ອງຕາມການແຈ້ງຕົວຈິງ ຫຼື ບໍ່, ເຈົ້າໜ້າທີ່ກວດກາເອກະສານ ນຳສະເໜີຕໍ່ ຫົວໜ້າ ຫຼື ຮອງຫົວໜ້າຈຸງານຄຸ້ມຄອງການແຈ້ງພິຈາລະນາ. ພາຍຫຼັງພິຈາລະນາແລ້ວ ຖ້າຫົວໜ້າ ຫຼື ຮອງຈຸງານດັ່ງກ່າວ ເຫັນວ່າຄວນກວດກາດຳເນີນການກວດກາສິນຄ້າຕົວຈິງ ແມ່ນໃຫ້ຊີ້ນຳເຈົ້າໜ້າທີ່ກວດກາເອກະສານດຳເນີນການປ່ຽນສະຖານະພາບເປັນຄວາມສ່ຽງສູງ ແລະ ບັນທຶກຂໍ້ສົງໄສລົງໃນແບບຟອມບັນທຶກການກວດກາ (Inspection Act) ໃນລະບົບອາຊິກຸດາ ແລະ ໃຫ້ສົ່ງເອກະສານທັງໝົດໃຫ້ເຈົ້າໜ້າທີ່ກວດກາສິນຄ້າເພື່ອດຳເນີນການກວດກາສິນຄ້າຕົວຈິງ.

ຄ. ກໍລະນີເປັນການແຈ້ງທີ່ມີຄວາມສ່ຽງສູງ

ການແຈ້ງພາສີທີ່ມີຄວາມສ່ຽງສູງ ຕ້ອງຜ່ານການກວດກາທັງ 2 ລະດັບຄື: ກວດກາເອກະສານແຈ້ງພາສີຢ່າງລະອຽດ ແລະ ກວດກາສິນຄ້າຕົວຈິງ

-   ການກວດກາເອກະສານ: ເຈົ້າໜ້າທີ່ພາສີ ຕ້ອງດຳເນີນການກວດກາຂໍ້ມູນ ແລະ ເອກະສານແຈ້ງພາສີຢ່າງລະອຽດພາຍຫຼັງສຳເລັດການກວດກາແລ້ວດຳເນີນການດັ່ງນີ້:

+  ຖ້າບໍ່ພົບຄວາມຜິດ: ເຈົ້າໜ້າທີ່ກວດກາເອກະສານຕ້ອງຢືນຢັນຄວາມຖືກຕ້ອງໃນລະບົບອາຊິກຸດາ ແລ້ວສົ່ງໃຫ້ເຈົ້າໜ້າທີ່ກວດກາສິນຄ້າເພື່ອດຳເນີນການກວດກາສິນຄ້າຕົວຈິງ.

+  ຖ້າພົບເຫັນຄວາມຜິດ:  ເຊັ່ນ: ການຈັດລະຫັດສິນຄ້າ, ການກຳນົດມູນຄ່າແຈ້ງພາສີ, ການຢັ້ງຢືນແຫຼ່ງກຳເນີດ, ໃບອະນຸຍາດ, ໃບທະບຽນວິສາຫະກິດ ຫຼື ອື່ນໆບໍ່ຖືກຕ້ອງ, ເຈົ້າໜ້າທີ່ກວດກາເອກະສານຕ້ອງບັນທຶກຜົນການກວດກາລົງໃນແບບຟອມບັນທຶກການກວດກາ (Inspection Act) ໃນລະບົບອາຊິກຸດາ ແລະ ໃຫ້ສົ່ງເອກະສານທັງໝົດໃຫ້ເຈົ້າໜ້າທີ່ກວດກາສິນຄ້າ ເພື່ອດຳເນີນການກວດກາສິນຄ້າຕົວຈິງ. ພາຍຫຼັງສຳເລັດການກວດກາສິນຄ້າຕົວຈິງ ແລະ ບັນທຶກຜົນການກວດກາສິນຄ້າຕົວຈິງ ແລ້ວສົ່ງເອກະສານທັງໝົດໃຫ້ຈຸສອບຖາມ ແລະ ສະສາງເປັນຜູ້ດຳເນີນການ.

-   ການກວດກາສິນຄ້າຕົວຈິງ: ພາຍຫຼັງລະບົບອາຊິກຸດາໄດ້ສະແດງຜົນເປັນຄວາມສ່ຽງສູງແຕ່ເບື້ອງຕົ້ນ ຫຼື ມິການປ່ຽນສະຖານະພາບມາເປັນຄວາມສ່ຽງສູງ, ລະບົບອາຊິກຸດາຈະດຳເນີນການຄັດເລືອກເຈົ້າໜ້າທີ່ກວດກາສິນຄ້າແບບອັດຕະໂນມັດ ໂດຍນຳໃຊ້ຫຼັກການສຸ່ມຄັດເລືອກ. ເຈົ້າໜ້າທີ່ທີ່ໄດ້ຮັບການຄັດເລືອກໂດຍລະບົບອາຊິກຸດາ ຕ້ອງດຳເນີນການກວດກາສິນຄ້າຕົວຈິງທັນທີ ໂດຍສຸມໃສ່ກວດກາປະເພດ, ຊະນິດ, ລຸ້ນ, ຍີ່ຫໍ້, ນໍ້າໜັກ, ຂະໜາດ, ຈຳນວນ, ປະເທດຜະລິດ, ລັກສະນະການຫຸ້ມຫໍ່ ແລະ ລັກສະນະທາງກາຍະພາບອື່ນໆ. ການກວດກາສິນຄ້າຕົວຈິງຕ້ອງດຳເນີນການດ້ວຍການຊ້ອງໜ້າຜູ້ແຈ້ງພາສີ.

ເຈົ້າໜ້າທີ່ກວດກາສິນຄ້າ ສາມາດນຳໃຊ້ເຄື່ອງຄອມພິວເຕີທີ່ຕິດຕັ້ງໃຫ້ຈຸງານຄຸ້ມຄອງສາງສິນຄ້າ, ຄອມພິວເຕີ (laptop) ຫຼື ແທບເບຣດ ທີ່ກົມພາສີປະກອບໃຫ້ ເພື່ອບັນທຶກຜົນການກວດກາ, ພາຍຫຼັງສຳເລັດການກວດກາແລ້ວຕ້ອງປະຕິບັດດັ່ງນີ້:

+  ຖ້າບໍ່ພົບຄວາມຜິດ: ເຈົ້າໜ້າທີ່ກວດກາສິນຄ້າຕົວຈິງຕ້ອງຢືນຍັນຄວາມຖືກຕ້ອງໃນລະບົບອາຊິກຸດາ, ຈາກນັ້ນ ສົ່ງເອກະສານໃຫ້ຫົວໜ້າ ຫຼື ຮອງຫົວໜ້າຈຸງານກວດກາສິນຄ້າພິຈາລະນາ. ຫົວໜ້າ ຫຼື ຮອງຫົວໜ້າຈຸງານກວດກາສິນຄ້າ ສາມາດເຂົ້າໄປກວດກາຂໍ້ມູນໃນລະບົບ ຖ້າເຫັນດີຕາມການກວດກາຂອງເຈົ້າໜ້າທີ່ກວດກາ ແມ່ນໃຫ້ຊີ້ນຳເຈົ້າໜ້າທີ່ກວດກາສິນຄ້າປ່ຽນສະຖານະພາບມາເປັນຄວາມສ່ຽງຕໍ່າ ແລະ ຫົວໜ້າ ຫຼື ຮອງຫົວໜ້າຈຸງານກວດກາສິນຄ້າດຳເນີນການຮັບຮອງການແຈ້ງໃນລະບົບພ້ອມທັງລົງລາຍເຊັນ ແລະ ຈໍ້າກາຊື່ໃນຫ້ອງ 54 ໃນໃບແຈ້ງພາສີເປັນລາຍລະອຽດ.

+  ຖ້າພົບເຫັນຄວາມຜິດ: ເຊັ່ນ: ການແຈ້ງດ້ານຈຳນວນ, ນໍ້າໜັກ, ຂະໜາດ, ປະເທດຜະລິດ, ລັກສະນະການຫຸ້ມຫໍ່, ຍີ່ຫໍ້ ບໍ່ກົງກັບສິນຄ້າຕົວຈິງ, ເຈົ້າໜ້າທີ່ກວດກາສິນຄ້າຕົວຈິງປ່ຽນເປັນສະຖານະພາບການແຈ້ງໄປເປັນການສອບຖາມ ແລະ ສະສາງ, ພ້ອມທັງບັນທຶກຜົນການກວດກາລົງໃນແບບຟອມບັນທຶກການກວດກາ (Inspection Act) ໃນລະບົບອາຊິກຸດາ, ຈາກນັ້ນ ຕ້ອງສົ່ງເອກະສານທັງໝົດໃຫ້ເຈົ້າໜ້າທີ່ສອບຖາມ ແລະ ສະສາງເປັນຜູ້ດຳເນີນການ.

11.2.3 ການຮັບຮອງການແຈ້ງ

ການຮັບຮອງການແຈ້ງພາສີຂາອອກ ແມ່ນໃຫ້ດຳເນີນການຄືກັນກັບການແຈ້ງພາສີຂາເຂົ້າທີ່ກຳນົດໄວ້ໃນຂໍ້ 10.3.4 ຂອງບົດແນະນຳສະບັບນີ້.

11.2.4 ການຊໍາລະຄ່າພາສີ ແລະ ພັນທະອື່ນ

ການຊໍາລະຄ່າພາສີ ແລະ ພັນທະອື່ນສຳລັບການແຈ້ງພາສີຂາອອກ ແມ່ນໃຫ້ປະຕິບັດຄືກັນກັບການແຈ້ງພາສີຂາເຂົ້າທີ່ກຳນົດໄວ້ໃນຂໍ້ 10.3.5 ຂອງບົດແນະນຳສະບັບນີ້.

11.2.5 ການອະນຸມັດການແຈ້ງ

ການອະນຸມັດການແຈ້ງພາສີຂາອອກ ແມ່ນໃຫ້ປະຕິບັດຄືກັນກັບການແຈ້ງພາສີຂາເຂົ້າທີ່ກຳນົດໄວ້ໃນຂໍ້ 10.3.6 ຂອງບົດແນະນຳສະບັບນີ້.

11.3 ຂັ້ນຕອນທີ 3: ການປ່ອຍສິນຄ້າ

ການດຳເນີນຂັ້ນຕອນການປ່ອຍສິນຄ້າສຳລັບການແຈ້ງພາສີຂາອອກ ແມ່ນໃຫ້ປະຕິບັດຄືກັນກັບການແຈ້ງພາສີຂາເຂົ້າທີ່ກຳນົດໄວ້ໃນຂໍ້ 10.4 ຂອງບົດແນະນຳສະບັບນີ້.

ການແຈ້ງພາສີຂາເຂົ້າຕ້ອງດຳເນີນຕາມລຳດັບຂັ້ນຕອນທີ່ໄດ້ລະບຸຂ້າງເທິງຢ່າງເຂັ້ມງວດ, ຖ້າຜູ້ປະກອບການ, ເຈົ້າໜ້າທີ່ພາສີ ຫຼື ດ່ານພາສີຊາຍແດນ ບໍ່ປະຕິບັດຕາມຂັ້ນຕອນທີ່ກຳນົດໄວ້ ແມ່ນຈະຖືກປະຕິບັດມາດຕະການຕາມລະບຽບກົດໝາຍ.

12. ການສອບຖາມ ແລະ ສະສາງ

12.1 ການສອບຖາມຂໍ້ມູນ

    ໃນເວລາປະກອບຂໍ້ມູນ ແລະ ເອກະສານແຈ້ງພາສີ, ຜູ້ປະກອບການສາມາດຂໍຄຳແນະນຳຈາກເຈົ້າໜ້າສອບຖາມ ແລະ ສະສາງໄດ້. ແຕ່ຄຳແນະນຳດັ່ງກ່າວເປັນການໃຫ້ຂໍ້ມູນເບື້ອງຕົ້ນເທົ່ານັ້ນ ເຊິ່ງບໍ່ມີຜົນສັກສິດທາງດ້ານກົດໝາຍ ແມ່ນຕ້ອງໄດ້ດຳເນີນຂັ້ນຕອນສະເໜີການຢັ້ງຢືນຮັບຮອງລ່ວງໜ້າ ຢູ່ກົມພາສີ ກ່ອນດຳເນີນຂັ້ນຕອນການແຈ້ງພາສີເປັນລາຍລະອຽດ ໂດຍປະຕິບັດຕາມມາດຕາ 28 ຂອງກົດໝາຍວ່າດ້ວຍພາສີ.

12.2 ການສະສາງຄະດີ

-   ກໍລະນີຜົນການກວດກາຂໍ້ມູນ, ເອກະສານ ຫຼື ກວດກາສິນຄ້າຕົວຈິງໃນຂໍ້ 10 ແລະ 11 ຫາກພົບເຫັນການກະທຳຜິດ, ເອກະສານແຈ້ງພາສີຕ້ອງສົ່ງມາຫາຈຸງານສອບຖາມ ແລະ ສະສາງ, ເຈົ້າໜ້າທີ່ສອບຖາມ ແລະ ສະສາງຕ້ອງເຂົ້າໄປກວດກາບົດບັນທຶກການກວດກາ (Inspection Act) ທີ່ບັນທຶກໂດຍເຈົ້າໜ້າທີ່ກວດກາແຕ່ລະຈຸດ, ຈາກນັ້ນ ຕ້ອງແຈ້ງຜົນກວດກາໃຫ້ຜູ້ແຈ້ງພາສີຮັບຊາບ.

-   ຜູ້ແຈ້ງພາສີສາມາດໃຫ້ຄຳຊີ້ແຈງ ແລະ ຍື່ນເອກະສານຫຼັກຖານເພີ່ມເຕີ່ມໃຫ້ເຈົ້າໜ້າທີ່ພິຈາລະນາ. ພາຍຫຼັງກວດກາຂໍ້ມູນໃນລະບົບ ແລະ ຄົ້ນຄວ້າເອກະສານເພີ່ມເຕີມແລ້ວ ເຈົ້າໜ້າທີ່ຕ້ອງສະເໜີຕໍ່ຫົວໜ້າ ຫຼື ຮອງຫົວໜ້າຈຸງານຂອງຕົນ.

12.3 ການດັດແກ້ຂໍ້ມູນການແຈ້ງ

-   ຂໍ້ມູນ ແລະ ເອກະສານທີ່ຜູ້ແຈ້ງພາສີປະກອບໃສ່ໃບແຈ້ງພາສີໃນລະບົບອາຊິກຸດາຈະບໍ່ສາມາດດັດແກ້ ຫຼື ປັບປຸງ. ຍົກເວັ້ນເຈົ້າໜ້າທີ່ສອບຖາມ ແລະ ສະສາງເທົ່ານັ້ນ.

-       ພາຍຫຼັງລົງທະບຽນໃບແຈ້ງແລ້ວ ຫາກຜູ້ແຈ້ງພາສີກວດເຫັນວ່າຕົນເອງປະກອບຂໍ້ມູນບໍ່ຖືກຕ້ອງ ໂດຍບໍ່ເຈດຕະນາ, ຜູ້ແຈ້ງພາສີສາມາດສະເໜີຕໍ່ເຈົ້າໜ້າທີ່ພາສີ ເພື່ອພິຈາລະນາຕາມແຕ່ລະກໍລະນີດັ່ງນີ້:

+  ກໍລະນີໃບແຈ້ງພາສີທີ່ລົງທະບຽນແລ້ວ ແລະ ເຈົ້າໜ້າທີ່ພາສີ ໄດ້ຢືນຢັນການລົງທະບຽນໃບແຈ້ງແລ້ວແຕ່ບໍ່ຜ່ານການກວດກາດ້ານຂໍ້ມູນເບື້ອງຕົ້ນ, ເຈົ້າໜ້າທີ່ພາສີສາມາດພິຈາລະນາດັດແກ້ຂໍ້ມູນການແຈ້ງໂດຍທັນທີ ແລ້ວແຈ້ງໃຫ້ຜູ້ແຈ້ງພາສີປະກອບເອກະສານ ແລະ ດຳເນີນຂັ້ນຕອນການແຈ້ງພາສີຄືນໃໝ່ໂດຍນຳໃຊ້ເລກທີໃບແຈ້ງເກົ່າ. ພາຍຫຼັງສຳເລັດການດັດແກ້, ເຈົ້າໜ້າທີ່ພາສີຕ້ອງບັນທຶກການດັດແກ້ລົງໃນບົດບັນທຶກການກວດກາຢ່າງລະອຽດ.

+  ກໍລະນີໃບແຈ້ງພາສີຫາກຢືນຢັນການລົງທະບຽນການແຈ້ງ ແລະ ເຈົ້າໜ້າທີ່ພາສີໄດ້ເລີ່ມກວດກາຂໍ້ມູນເບື້ອງຕົ້ນໄປແລ້ວ, ເຈົ້າໜ້າທີ່ພາສີ ສາມາດດຳເນີນຄະດີຕາມຂໍ້ກຳນົດໃນຂໍ້ 12.2 ຂ້າງເທິງ.

-   ພາຍຫຼັງສຳເລັດການສະສາງຄະດີ, ເຈົ້າໜ້າທີ່ສອບຖາມ ແລະ ສະສາງຕ້ອງດັດແກ້ຂໍ້ມູນໃນໃບແຈ້ງພາສີໃຫ້ຖືກຕ້ອງ ພ້ອມທັງແຈ້ງໃຫ້ຜູ້ແຈ້ງພາສີພິມໃບແຈ້ງທີ່ຖືກດັດແກ້ແລ້ວ ເພື່ອລົງລາຍເຊັນ ແລະ ຈໍ້າກາຄືນໃໝ່.

-   ຫຼັງຈາກຜູ້ແຈ້ງພາສີຍື່ນເອກະສານແຈ້ງພາສີສະບັບໃໝ່ທີ່ຖືກດັດແກ້ແລ້ວ, ເຈົ້າໜ້າທີ່ຕ້ອງບັນທຶກການສະສາງໃນແບບຟອມບັນທຶກການກວດກາ (Inspection Act) ໃນລະບົບອາຊິກຸດາ ແລ້ວສົ່ງໃຫ້ຫົວໜ້າ ຫຼື ຮອງຫົວໜ້າຈຸງານຂອງຕົນພິຈາລະນາ. ຫົວໜ້າ ຫຼື ຮອງຫົວໜ້າຈຸງານສອບຖາມ ແລະ ສະສາງກວດກາ ແລະ ຊີ້ນຳເຈົ້າໜ້າທີ່ປ່ຽນສະຖານະພາບເປັນການແຈ້ງຄວາມສ່ຽງຕໍ່າ (ຊ່ອງສີຂາວ). ພາຍຫຼັງເຈົ້າໜ້າທີ່ປ່ຽນສະຖານະພາບເປັນຄວາມສ່ຽງຕໍ່າແລ້ວໃຫ້ ຫົວໜ້າ ຫຼື ຮອງຫົວໜ້າຈຸງານສອບຖາມ ແລະ ສະສາງຮັບຮອງການແຈ້ງໃນລະບົບ, ພ້ອມທັງລົງລາຍເຊັນ ແລະ ຈໍ້າກາຊື່ໃນຫ້ອງ 54 ໃນໃບແຈ້ງພາສີເປັນລາຍລະອຽດ.

-   ກໍລະນີຜູ້ແຈ້ງພາສີບໍ່ພໍໃຈຕໍ່ຄຳຕັດສິນຂອງເຈົ້າໜ້າທີ່ສອບຖາມ ແລະ ສະສາງ, ສາມາດດຳເນີນການສະເໜີຄືນຕາມໝວດທີ 2, ພາກທີ X ຂອງກົດໝາຍວ່າດ້ວຍພາສີ.

13. ການແຈ້ງພາສີລ່ວງໜ້າ

-   ກໍລະນີຜູ້ແຈ້ງພາສີມີຂໍ້ມູນ ແລະ ເອກະສານຄົບຖ້ວນ, ແມ່ນສາມາດດຳເນີນການແຈ້ງພາສີເປັນລາຍລະອຽດກ່ອນສິນຄ້າມາຮອດດ່ານ ໂດຍປະຕິບັດຕາມລຳດັບຂັ້ນຕອນທີ່ກຳນົດໃນຂໍ້ 10 ຫຼື 11 ຂ້າງເທິງ.

-   ພາຍຫຼັງເອກະສານແຈ້ງພາສີໄດ້ຮັບການລົງທະບຽນເຂົ້າໃນລະບົບ, ເຈົ້າໜ້າທີ່ພາສີສາມາດດຳເນີນການກວດກາຂໍ້ມູນ ແລະ ເອກະສານປະກອບທັນທີ. ຫຼັງຈາກສຳເລັດການກວດກາຂໍ້ມູນ ແລະ ເອກະສານປະກອບແລ້ວ ຕ້ອງໄດ້ລໍຖ້າເອກະສານຕົ້ນສະບັບກ່ອນ ຈຶ່ງດຳເນີນການຮັບຮອງການແຈ້ງ

-   ກໍລະນີເປັນການແຈ້ງທີ່ມີຄວາມສ່ຽງສູງ ແມ່ນຕ້ອງລໍສິນຄ້າມາຮອດດ່ານ ເພື່ອດຳເນີນການກວດກາສິນຄ້າຕົວຈິງເສຍກ່ອນ ຈຶ່ງສາມາດຮັບຮອງການແຈ້ງການໄດ້.

-   ການແຈ້ງການພາສີກ່ອນສິນຄ້າມາຮອດດ່ານ ສາມາດດຳເນີນການໄດ້ພາຍໃນ 7 ວັນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 29 ຂອງກົດໝາຍວ່າດ້ວຍພາສີ. ຖ້າກາຍກຳນົດ 7 ວັນ ແຕ່ສິນຄ້າຍັງບໍ່ມາຮອດດ່ານ ແລະ ຜູ້ແຈ້ງພາສີບໍ່ນຳເອົາເອກະສານແຈ້ງພາສີມາຍື່ນຕໍ່ເຈົ້າໜ້າທີ່ພາສີ, ລະບົບອາຊິກຸດາຈະແຈ້ງເຕືອນ ເຊິ່ງເຈົ້າໜ້າທີ່ພາສີປະຈຳຈຸງານສອບຖາມ ແລະ ສະສາງ, ຖ້າເຫັນວ່າເປັນການກະທຳຜິດໂດຍເຈດຕະນາ ຜູ້ແຈ້ງພາສີຈະຖືກປະຕິບັດຕາມມາດຕະການລະບຽບການ. ພາຍຫຼັງສະສາງແລ້ວ, ເຈົ້າໜ້າທີ່ຈຸງານສອບຖາມ ແລະ ສະສາງ ຕ້ອງລົບລ້າງໃບແຈ້ງລ່ວງໜ້າດັ່ງກ່າວອອກຈາກລະບົບອາຊິກຸດາ.

14. ການບັນທຶກຜົນການກວດກາ

ເຈົ້າໜ້າທີ່ພາສີປະຕິບັດໜ້າທີ່ກວດກາຂໍ້ມູນ, ກວດເອກະສານ, ກວດສິນຄ້າ, ສອບຖາມ ແລະ ສະສາງຄະດີ ຕ້ອງເປັນເຈົ້າການບັນທຶກຜົນກວດກາລົງໃນ Inspection Act ຕາມຄວາມຮັບຜິດຊອບຂອງຕົນ, ຫ້າມເຈົ້າໜ້າທີ່ພາສີນຳໃຊ້ລະຫັດຜູ້ນຳໃຊ້ລະບົບອາຊິກຸດາຂອງຜູ້ອື່ນ ຫຼື ໃຫ້ຜູ້ອື່ນນຳໃຊ້ລະຫັດຜູ້ນຳໃຊ້ລະບົບຂອງຕົນເອງ ເພື່ອດຳເນີນການບັນທຶກຜົນກວດກາ. ຂໍ້ມູນກ່ຽວກັບການບັນທຶກຜົນກວດກາຈະບໍ່ສາມາດດັດແກ້ໄດ້ບໍ່ວ່າກໍລະນີໃດກໍຕາມ.

15. ພາສາທີ່ນຳໃຊ້ການແຈ້ງພາສີ

ການປະກອບຂໍ້ມູນເຂົ້າໃນໃບແຈ້ງພາສີເປັນລາຍລະອຽດຕ້ອງເປັນ ພາສາລາວ. ເອກະສານປະກອບການແຈ້ງພາສີຕົ້ນຕໍເຊັ່ນ: ໃບແຈ້ງລາຄາ, ໃບຫຸ້ມຫໍ່ສິນຄ້າ, ໃບຂົນສົົ່ງສິນຄ້າ, ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ໃບອະນຸຍາດຈາກຂະແໜງການລັດທີ່ກ່ຽວຂ້ອງ, ສັນຍາຊື້-ຂາຍສິນຄ້າ, ໃບມອບສິດໃຫ້ດຳເນີນການແຈ້ງພາສີຕ້ອງເປັນພາສາລາວ ຫຼື ພາສາອັງກິດ. ກໍລະນີເອກະສານຕົ້ນສະບັບເປັນພາສາອື່ນ ຕ້ອງໄດ້ແປເປັນພາສາລາວ ຫຼື ພາສາອັງກິດ ໂດຍມີການຢັ້ງຢືນຄວາມຖືກຕ້ອງຈາກຜູ້ໃຫ້ບໍລິການແປພາສາ ທີ່ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ພ້ອມທັງຕິຄັດຕົ້ນສະບັບຂອງເອກະສານດັ່ງກ່າວໃຫ້ເຈົ້າໜ້າກວດກາ. ຜູ້ແຈ້ງພາສີຕ້ອງຮັບຜິດຊອບຕໍ່ຄ່າໃຊ້ຈ່າຍໃນການແປເອກະສານປະກອບການແຈ້ງພາສີ. ສຳລັບເອກະສານປະກອບການແຈ້ງພາສີສຳຮອງອື່ນໆ ອາດຈະເປັນພາສາຕ່າງປະເທດອື່ນໆກໍໄດ້, ແຕ່ຖ້າມີຄວາມຈຳເປັນເຈົ້າໜ້າທີ່ພາສີສາມາດແຈ້ງໃຫ້ຜູ້ແຈ້ງພາສີແປເອກະສານດັ່ງກ່າວເປັນພາສາລາວ ຫຼື ພາສາອັງກິດ.

16. ການໃຫ້ບູລິມະສິດໃນການກວດປ່ອຍສິນຄ້າ

ລັດຖະການພາສີໃຫ້ບູລິມະສິດໃນການກວດປ່ອຍສິນຄ້າປະເພດ: ສັດມີຊີວິດ, ສິນຄ້າເນົ່າເປື່ອຍງ່າຍ, ເຊື່ອມຄຸນງ່າຍ, ສານເຄມີອັນຕະລາຍ, ສິນຄ້າບັນເທົາທຸກ, ສິນຄ້າຊ່ວຍເຫຼືອການຕ້ານພະຍາດລະບາດ ແລະ ສິນຄ້າທີ່ຕ້ອງເກັບຮັກສາດ້ວຍວິທີການສະເພາະ (ແຊ່ແຂງ ເປັນຕົ້ນ). ຜູ້ແຈ້ງພາສີ ທີ່ຕ້ອງການໃຫ້ເຈົ້າໜ້າທີ່ພາສີໃຫ້ໃຫ້ບູລິມະສິດໃນການກວດປ່ອຍສິນຄ້າທີ່ລະບຸຂ້າງເທິງ ສາມາດນຳສະເໜີຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານເວລາສິນຄ້າມາຮອດ ຫຼື ກ່ອນສິນຄ້າມາຮອດດ່ານ. ໃນກໍລະນີຈຳເປັນ ເຈົ້າໜ້າທີ່ພາສີອາດພິຈາລະນາປ່ອຍສິນຄ້າດັ່ງກ່າວອອກກ່ອນ ດ້ວຍການແຈ້ງໃນລະບອບຄໍ້າປະກັນຕາມມາດຕາ 27 ຂອງກົດໝາຍວ່າດ້ວຍພາສີ, ແລ້ວຈຶ່ງດຳເນີນການແຈ້ງພາສີເປັນລາຍລະອຽດ ເພື່ອສະສາງການແຈ້ງລະບອບຄໍ້າປະກັນຢ່າງຖືກຕ້ອງ ແລະ ທັນຕາມເວລາທີ່ກຳນົດໃນສັນຍາຄໍ້າປະກັນ.

17. ການນຳອອກຄືນ ຫຼື ນຳເຂົ້າຄືນ ສິນຄ້າທີ່ມີຄຸນລັກສະນະບໍ່ຖືກຕ້ອງຕາມການສັ່ງຊື້

17.1 ກໍລະນີເປັນການແຈ້ງພາສີຂາເຂົ້າ

ກໍລະນີສິນຄ້າຖືກຂົນສົ່ງມາຮອດດ່ານພາສີຊາຍແດນ ແລະ ໄດ້ແຈ້ງເອກະສານຂົນສົ່ງ ເຊິ່ງສິນຄ້າດັ່ງກ່າວໄດ້ຕົກເຂົ້າສູ່ການຄວບຄຸມຂອງລັດຖະການພາສີ. ກ່ອນດຳເນີນຂັ້ນຕອນການແຈ້ງພາສີເປັນລາຍລະອຽດ, ຫາກຜູ້ນຳເຂົ້າກວດກາສິນຄ້າແລ້ວພົບວ່າ ສິນຄ້ານັ້ນບໍ່ຖືກຄຸນລັກສະນະ (ສະເປັກ), ເສຍຄຸນ, ເຊື່ອມຄຸນະພາບ ຫຼື ຂາດຄຸນລັກສະນະໃດໜຶ່ງ ເຊິ່ງຜູ້ນຳເຂົ້າບໍ່ສາມາດຮັບເອົາໄດ້ ສາມາດດຳເນີນດັ່ງນີ້:

-  ສົ່ງສິນຄ້າດັ່ງກ່າວ ອອກຄືນໃຫ້ແກ່ຜູ້ສົ່ງອອກ ພາຍໃນກຳນົດເວລາທີ່ລະບຸໃນມາດຕາ 24 ຂອງກົດໝາຍວ່າດ້ວຍພາສີ, ໂດຍເຮັດບົດບັນທຶກກັບດ່ານພາສີຊາຍແດນ ເພື່ອຢັ້ງຢືນການສົ່ງອອກຄືນ.

-  ສະເໜີຕໍ່ລັດຖະການພາສີມອບໃຫ້ເປັນກຳມະສິດຂອງລັດ.

-  ສະເໜີຕໍ່ລັດຖະການພາສີ ແລະ ຂະແໜງການກ່ຽວຂ້ອງ ເພື່ອທຳລາຍຖິ້ມ.

-  ສະເໜີຕໍ່ລັດຖະການພາສີ ເພື່ອປະມູນຂາຍອອກ ໂດຍປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ.

ໃນກໍລະນີການແຈ້ງພາສີຖືກຮັບຮອງຢ່າງຖືກຕ້ອງ ແລະ ຊຳລະຄ່າພາສີ-ພັນທະອື່ນແລ້ວ, ເຈົ້າໜ້າທີ່ພາສີຈະບໍ່ຮັບພິຈາລະນະໃນການສົ່ງຄືນຄ່າພາສີ-ພັນທະອື່ນ.

17.2  ກໍລະນີເປັນການແຈ້ງພາສີຂາອອກ

ພາຍຫຼັງສຳເລັດການດຳເນີນຂັ້ນຕອນການແຈ້ງພາສີເປັນລາຍລະອຽດ ແລະ ສິນຄ້າໄດ້ສົ່ງອອກຈາກອານາເຂດພາສີ ສປປ ລາວ, ຫາກຜູ້ນຳເຂົ້າສິນຄ້າ ກວດກາສິນຄ້າແລ້ວພົບວ່າສິນຄ້ານັ້ນບໍ່ຖືກສະເປັກ, ເສຍຄຸນ, ເຊື່ອມຄຸນະພາບ ຫຼື ຂາດຄຸນລັກສະນະໃດໜຶ່ງ ເຊິ່ງຕ້ອງໄດ້ສົ່ງສິນຄ້າດັ່ງກ່າວກັບຄືນ ສປປ ລາວ, ຕ້ອງດຳເນີນຕາມຂັ້ນຕອນດັ່ງນີ້:

-     ຜູ້ແຈ້ງພາສີ ຕ້ອງນຳເອົາຫຼັກຖານດ້ານເອກະສານ ທີ່ຢັ້ງຢືນໂດຍລັດຖະການພາສີປະເທດນຳເຂົ້າ ມາຍື່ນຕໍ່ດ່ານພາສີບ່ອນແຈ້ງສົ່ງອອກ.

-     ເຈົ້າໜ້າທີ່ພາສີດຳເນີນການກວດກາເອກະສານ ແລະ ສິນຄ້າຕົວຈິງ ຖ້າເຫັນວ່າສົມເຫດສົມຜົນຈຶ່ງອະນຸຍາດໃຫ້ນຳເຂົ້າຄືນ. ເຈົ້າໜ້າທີ່ຈຸງານສອບຖາມ ແລະ ສະສາງ ສົມທົບກັບເຈົ້າໜ້າທີ່ກວດກາສິນຄ້າຕົວຈິງ ບັນທຶກຜົນການກວດກາເພີ່ມເຕີມໃນລະບົບອາຊິກຸດາ, ພ້ອມທັງຕິດຄັດເອກະສານກ່ຽວຂ້ອງໄວ້ເປັນຫຼັກຖານ.

-     ຖ້າຜູ້ແຈ້ງພາສີຕ້ອງການຂໍຄືນຄ່າພາສີ ແລະ ພັນທະອື່ນ ຕ້ອງນຳສະເໜີຕໍ່ກົມພາສີພິຈາລະນາ.

18. ກໍລະນີເກີດເຫດສຸກເສີນ

ໃນກໍລະນີເກີດເຫດສຸກເສີນເຊັ່ນ: ໄຟຟ້າດັບ, ສັນຍານເຄືອຄ່າຍໂທລະຄົມຫຼົ້ມ, ໄຟໄໝ້, ນໍ້າຖ້ວມ ແລະ ເຫດການສຸກວິໄສອື່ນໆ ທີ່ພາໃຫ້ລະບົບອາຊິກຸດາ ບໍ່ສາມາດນຳໃຊ້ໄດ້ ແມ່ນໃຫ້ປະຕິບັດດັ່ງນີ້:

-     ມອບໃຫ້ດ່ານພາສີຊາຍແດນທີ່ລະບົບອາຊິກຸດາເກີດບັນຫາຂັດຂ້ອງ ແຈ້ງສະພາບຂັດຂ້ອງໃຫ້ພະແນກເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ແຜນການຮັບຊາບ ເພື່ອດຳເນີນການກວດກາ ແລະ ແກ້ໄຂບັນຫາໂດຍທັນທີ.

-     ຖ້າພະແນກເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ແຜນການ ບໍ່ສາມາດແກ້ໄຂບັນຫາທີ່ເກີດຂື້ນໄດ້ພາຍໃນ 1 ຊົ່ວໂມງ ແມ່ນມອບໃຫ້ດ່ານພາສີປະຕິບັດດັ່ງນີ້:

+  ສຳລັບການແຈ້ງທີ່ໄດ້ຍື່ນໃບແຈ້ງພາສີເປັນລາຍລະອຽດ ແລະ ຢືນຢັນການລົງທະບຽນໃບແຈ້ງແລ້ວແມ່ນໃຫ້ດຳເນີນການກວດກາເອກະສານ, ກວດກາສິນຄ້າຕົວຈິງ ແລະ ປ່ອຍສິນຄ້າຖ້າເຫັນວ່າຖືກຕ້ອງ, ໂດຍບັນທຶກຜົນການກວດກາໃສ່ແບບຟອມທີ່ກຳນົດໃຫ້. ພ້ອມນັ້ນຜູ້ແຈ້ງພາສີຕ້ອງຖອກເງີນຄ່າພາສີ ແລະ ພັນທະອື່ນ ເຂົ້າບັນຊີລໍຖ້າຢູ່ຄັງເງີນແຫ່ງຊາດ ຫຼື ທະນາຄານປະຈຳຢູ່ດ່ານພາສີຊາຍແດນ ແລະ ສົ່ງໃບສັ່ງມອບໃຫ້ເຈົ້າໜ້າທີ່ພາສີເກັບໄວ້ເປັນຫຼັກຖານ. ພາຍຫຼັງລະບົບສາມາດນຳໃຊ້ໄດ້ປົກກະຕິ ໃຫ້ເຈົ້າໜ້າທີ່ແຕ່ລະຈຸດ ບັນທຶກຜົນການກວດກາລົງໃນລະບົບ, ຊຳລະຄ່າພາສີ ແລະ ພັນທະອື່ນຕາມຂັ້ນຕອນ ແລະ ເກັບຮັກສາເອກະສານບັນທຶກການກວດກາ (ທີ່ເປັນເຈ້ຍ) ໄວ້ເປັນຫຼັກຖານເພື່ອການກວດສອບ.

+  ສຳລັບການແຈ້ງທີ່ບໍ່ທັນໄດ້ຍື່ນເອກະສານແຈ້ງພາສີ ແມ່ນໃຫ້ລໍຖ້າຈົນກວ່າລະບົບຈະໄດ້ຮັບການແກ້ໄຂ ແລະ ສາມາດລະບົບນຳໃຊ້ໄດ້ປົກກະຕິ.

-     ກໍລະນີບໍ່ສາມາດແກ້ໄຂບັນຫາຂັດຂ້ອງຂອງລະບົບໄດ້ພາຍໃນ 24 ຊົ່ວໂມງ, ມອບໃຫ້ດ່ານພາສີດຳເນີນຂັ້ນຕອນການແຈ້ງດ້ວຍວິທີທົ່ວໄປ ໂດຍນຳໃຊ້ແບບຟອມທີ່ລັດຖະການພາສີກຳນົດໃຫ້. ພາຍຫຼັງລະບົບສາມາດນຳໃຊ້ໄດ້ປົກກະຕິຜູ້ແຈ້ງພາສີ ແລະ ເຈົ້າໜ້າທີ່ພາສີຕ້ອງໄດ້ເຂົ້າຂໍ້ມູນໃນລະບົບຄືນຕາມໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນໃນແຕ່ລະຂັ້ນຕອນ, ກົມພາສີຈະອອກລະບຽບການໃນການຄຸ້ມຄອງການແຈ້ງພາສີ ດ້ວຍວິທີທົ່ວໄປເປັນອັນສະເພາະ.

19. ການຈັດຕັ້ງປະຕິບັດ

ມອບໃຫ້ພະແນກການກົມພາສີ, ກອງກວດພາສີແຂວງ, ນະຄອງຫຼວງ ແລະ ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດເປັນເຈົ້າການຝຶກອົບຮົມ, ເຜີຍແຜ່, ແນະນຳໃຫ້ເຈົ້າໜ້າທີ່ພາສີ ແລະ ຜູ້ປະກອບການເຂົ້າໃຈຢ່າງທົ່ວເຖິງ ແລະ ຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ຢ່າງມີປະສິດທິຜົນສູງ.

ມອບໃຫ້ດ່ານພາສີຊາຍແດນ ເອົາໃຈໃສ່ຄຸ້ມຄອງ ແລະ ດຳເນີນຂັ້ນຕອນການແຈ້ງພາສີຢ່າງເປັນລະບົບລະບຽບ, ເຊີດຊູນໍ້າໃຈບໍລິການຮັບໃຊ້ປະຊາຊົນດ້ວຍຄວາມສັດຊື່ບໍລິສຸດ, ເພີ່ມທະວີການຈັດເກັບລາຍຮັບເຂົ້າລົບປະມານຢ່າງຖືກຕ້ອງ ແລະ ຮັບປະກັນການຈັດຕັ້ງປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ.

ມອບໃຫ້ຜູ້ແຈ້ງພາສີ ເປັນເຈົ້າການຈັດຕັ້ງປະຕິບັດບົດແນະນຳສະບັບນີ້ຢ່າງເຂັ້ມງວດ.

ບົດແນະນຳສະບັບນີ້ ໃຊ້ປ່ຽນແທນບົດແນະນຳກົມພາສີ ສະບັບເລກທີ 10503/ກພສ, ລົງວັນທີ 05 ກໍລະກົດ 2012, ຄຳແນະນຳເພີ່ມເຕີມກົມພາສີ ສະບັບເລກທີ 03471/ກພສ, ລົງວັນທີ 15 ມັງກອນ 2013. ບັນດາລະບຽບການຂອງກົມພາສີ ທີ່ຂັດກັບບົດແນະນຳສະບັບນີ້ລ້ວນແຕ່ຖືກລົບລ້າງ. ບົດແນະນຳສະບັບນີ້ມີຜົນສັກສິດນັບແຕ່ວັນທີ 01 ມີນາ 2017 ເປັນຕົ້ນໄປ.

ຮັກສາການຫົວໜ້າກົມພາສີ
(ເຊັນ ແລະ ປະທັບຕາ)

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Instruction on Electronic Customs Declaration N0. 00097/CD, dated 6th Jan 2017 PDF
2 ບົດແນະນຳ ກ່ຽວກັບ ການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ ສະບັບເລກທີ 00097/ກພສ, ລົງວັນທີ 06 ມັງກອນ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.