ຄຳຖາມທີ່ຖືກຖາມປະຈຳ (FAQ)


Q: ຄົນຕ່າງປະເທດສາມາດເຮັດທຸລະກິດຢູ່ລາວໄດ້ບໍ່?
Q: ຊ່ວຍແນະນໍາຂັ້ນຕອນການນໍາເຂົ້າໝາກໄມ້ ແລະ ຜັກໃຫ້ໄດ້ບໍ?
Q: ຂ້າພະເຈົ້າກໍາລັງຊອກຫາຄຸ່ຄ້າໃນລາວ.  ທ່ານຊ່ວຍແນະນຳໃຫ້ໄດ້ບໍ່?
Q: ທ່ານຊ່ວຍໃຫ້ຂໍ້ມູນອັດຕາພາສີນໍາສິນຄ້າເຂົ້າມາລາວໄດ້ບໍ?
Q: ສິນຄ້າປະເພດໃດແດ່ ທີ່ຕ້ອງຂໍອະນຸຍາດນໍາເຂົ້າ?
Q: ຂ້າພະເຈົ້າຢາກຮູ້ຂັ້ນຕອນການນໍາເຂົ້າສິນຄ້າປະເພດອາຫານເສີມແມ່ນມີຄືແນວໃດ ?
Q: ຂ້າພະເຈົ້າຢາກຮູ້ຂັ້ນຕອນການເຮັດທຸລະກິດຢູ່ລາວແມ່ນມີຂັ້ນຕອນແນວໃດ? ຂ້າພະເຈົ້າຕ້ອງໄດ້ຂຶ້ນທະບຽນວິສາຫະກິດກ່ອນ ຫຼື ບໍ່
Q: ຄົນຕ່າງປະເທດສາມາດເຮັດທຸລະກິດຢູ່ລາວໄດ້ບໍ່?
Q: ຂ້ອຍສາມາດຊອກຫາຂໍ້ມູນຕະຫຼາດ, ຄູ່ຮ່ວມທຸລະກິດ ແລະ ລາຍຊື່ບໍລິສັດນຳເຂົ້າ-ສົ່ງອອກໃນລາວ ໂດຍການ ຊອກຫາຂໍ້ມູນໃນເວັບໄຊ໌ທສູນຂໍ້ມູນຂ່າວສານທາງດ້ານການຄ້ານີ້ໄດ້ຫລືບໍ?
Q: ເວລາທີ່ຂ້ອຍມາຮອດ ສປປ ລາວ ຢູ່ສະໜາມບິນສາກົນ ຫຼື ດ່ານສາກົນຂ້ອຍຈຳເປັນຕ້ອງໄດ້ແຈ້ງພາ ສີບໍ່?
Q: ຂ້ອຍສາມາດກວດສອບອັດຕາພາສີຂອງ ສປປ ລາວ ທາງອິນເຕິເນັດ (ອອນລາຍ) ໄດ້ບໍ່?
Q: ຂ້ອຍສາມາດນຳເອົາອາຫານ ຫຼື ພືດພັນເຂົ້າມາໃນ ສປປ ລາວ ໄດ້ບໍ່?
Q: ຫາກວ່າຂ້ອຍຈະເຂົ້າມາອາໄສຢູ່ ສປປ ລາວ ຂ້ອຍສາມາດນຳເອົາເຄື່ອງໃຊ້ຂອງສອຍສ່ວນຕົວເຂົ້າມາ ໄດ້ບໍ່ ແລະ ຈະຕ້ອງໄດ້ເສຍພາສີບໍ່?
Q: ການນຳສັດເຂົ້າມາ ສປປ ລາວ ຕ້ອງໄດ້ຖືກກັກກັນບໍ່?
Q: ມີສິ່ງໃດແດ່ທີ່ອະນຸຍາດໃຫ້ນຳເຂົ້າມາ ສປປ ລາວ ໂດຍບໍ່ຕ້ອງແຈ້ງເສຍພາສີ?
Q: ເຄື່ອງຂອງຂອງເຈົ້າໜ້າທີ່ການທູດຈະໄດ້ຮັບການຍົກເວັ້ນພາສີ ຫຼື ບໍ່?
Q: ຂ້ອຍສາມາດແຈ້ງເສຍພາສີຢູ່ຫ້ອງການພາສີຢູ່ໃສກໍໄດ້ບໍ່ ຫຼື ວ່າຕ້ອງໄດ້ແຈ້ງເສຍຢູ່ຫ້ອງການພາສີສະ ເພາະໃດໜຶ່ງ?
Q: ຂ້ອຍຈຳເປັນຕ້ອງໃຊ້ບໍລິການຂອງຕົວແທນແລ່ນເອກະສານ (ຊິບປິ້ງ) ໃນເວລາທີ່ນຳສິນຄ້າເຂົ້າ ແລະ ສົ່ງສິນຄ້າອອກບໍ່?
Q: ຂ້ອຍຈຳເປັນຕ້ອງໄດ້ແຈ້ງພາສີໂດຍຜ່ານລະບົບ Asycuda ບໍ່ ຫຼື ວ່າຂ້ອຍຍັງສາມາດແຈ້ງແບບເກົ່າ ໄດ້ບໍ່?
Q: ຂ້ອຍຈຳເປັນຕ້ອງໄດ້ໃບອະນຸຍາດນຳເຂົ້າກ່ອນການນຳສິນຄ້າເຂົ້າມາ ສປປ ລາວ ບໍ່?
Q: ສິນຄິນປະເພດໃດແດ່ທີ່ຂ້ອຍຕ້ອງໄດ້ຂໍອະນຸຍາດສົ່ງອອກ?
Q: ຂ້ອຍຄວນເຮັດແນວໃດ ຫາກຂ້ອຍບໍ່ເຫັນດີກັບການຕັດສິນໃຈຂອງເຈົ້າໜ້າທີ່ພາສີ?
Q: ເວລານຳເຂົ້າມາ ສປປ ລາວ ມີມາດຕະການທາງດ້ານເຕັກນິກໃດໜຶ່ງບໍ່?
Q: ຢູ່ ສປປ ລາວ ມີມາດຕະການທາງດ້ານ SPS ໃດໜຶ່ງທີ່ກຳລັງປະກາດໃຊ້ຢູ່ບໍ່?


Q: ຄົນຕ່າງປະເທດສາມາດເຮັດທຸລະກິດຢູ່ລາວໄດ້ບໍ່?
  ໄດ້. ແຕ່ກໍຂື້ນກັບປະເພດທຸລະກິດ. ກົດທີ່ນີ້ ເພື່ອເບິ່ງທຸລະກິດທີ່ຄົນຕ່າງປະເທດສາມາດລົງທຶນຢູ່ ສປປ ລາວໄດ້.
Q: ຊ່ວຍແນະນໍາຂັ້ນຕອນການນໍາເຂົ້າໝາກໄມ້ ແລະ ຜັກໃຫ້ໄດ້ບໍ?
  ສໍາລັບຂັ້ນຕອນການນໍາເຂົ້າໝາກໄມ້, ຜັກ ແລະ ຜະລິດຕະພັນກະສິກໍາອື່ນໆເຂົ້າໃນລາວແມ່ນຈະຕ້ອງໄດ້ຂໍຈົດທະບຽນກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ກ່ອນ. ກົດທີ່ນີ້ ເພື່ອເບິ່ງຂັ້ນຕອນລະອຽດ.
Q: ຂ້າພະເຈົ້າກໍາລັງຊອກຫາຄຸ່ຄ້າໃນລາວ.  ທ່ານຊ່ວຍແນະນຳໃຫ້ໄດ້ບໍ່?
 
ສູນຂໍ້ມູນຂ່າວສານທາງດ້ານການຄ້າບໍ່ມີຂໍ້ມູນຕິດຕໍ່ ຫຼື ລາຍຊື່ບໍລິສັດ. ພວກເຮົາແມ່ນເວັບໄຊ້ທາງການ ທີ່ສະໜອງຂໍ້ມູນກ່ຽວກັບກົດໝາຍ, ລະບຽບການ, ແລະ ຂັ້ນຕອນຕ່າງໆກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ, ສິດທິເສດທາງດ້ານການຄ້າ, SPS/TBT, ມາດຕະການ, ມາດຕະຖານ, ຂໍ້ກໍານົດຕ່າງໆ, ແລະ ອັດຕາພາສີ ຢູ່ ສປປ ລາວ.
ດັ່ງນັ້ນ, ຖ້າທ່ານຕ້ອງການຊອກຫາຄູ່ຄ້າ ພວກເຮົາຂໍແນະນໍາໃຫ້ທ່ານເຂົ້າໄປທີ່ເວັບໄຊ້ ສະພາອຸດສາຫະກໍາ ແລະ ການຄ້າແຫ່ງຊາດ .
Q: ທ່ານຊ່ວຍໃຫ້ຂໍ້ມູນອັດຕາພາສີນໍາສິນຄ້າເຂົ້າມາລາວໄດ້ບໍ?
  ທ່ານສາມາດເບິ່ງອັດຕາພາສີນໍາເຂົ້າສິນຄ້າມາລາວໄດ້ໂດຍການ ກົດທີ່ນີ້ .
Q: ສິນຄ້າປະເພດໃດແດ່ ທີ່ຕ້ອງຂໍອະນຸຍາດນໍາເຂົ້າ?
  ກົດທີ່ນີ້ ເພື່ອເບິ່ງລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນໍາເຂົ້າ.
Q: ຂ້າພະເຈົ້າຢາກຮູ້ຂັ້ນຕອນການນໍາເຂົ້າສິນຄ້າປະເພດອາຫານເສີມແມ່ນມີຄືແນວໃດ ?
  ຂັ້ນຕອນການນໍາເຂົ້າອາຫານເສີມແມ່ນຈະຕ້ອງໄດ້ຂໍຈົດທະບຽນກັບກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກກ່ອນ. ກົດທີ່ນີ້ ເພື່ອເບິ່ງຂັ້ນຕອນລະອຽດ.
Q: ຂ້າພະເຈົ້າຢາກຮູ້ຂັ້ນຕອນການເຮັດທຸລະກິດຢູ່ລາວແມ່ນມີຂັ້ນຕອນແນວໃດ? ຂ້າພະເຈົ້າຕ້ອງໄດ້ຂຶ້ນທະບຽນວິສາຫະກິດກ່ອນ ຫຼື ບໍ່
 
ໂດຍອິງຕາມກົດໝາຍວ່າດ້ວຍວິສາຫະກິດ ໃນການເຮັດທຸລະກິດຢູ່ລາວ ກ່ອນອື່ນໝົດແມ່ນຕ້ອງຂື້ນທະບຽນວິສາຫະກິດກ່ອນ. ສຳລັບການລົງທຶນທົ່ວໄປ, ຂະແໜງອຸດສາຫະກໍາ ແລະ ການຄ້າມີລະບົບການບໍລິການຂື້ນທະບຽນວິສາຫະກິດ ຜ່ານປະຕູດຽວ ຊຶ່ງແບ່ງເປັນ 3 ຂັ້ນຄື: 
1. ຂັ້ນສູນກາງ:
ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ,
ໂທລະສັບ: (856-21) 412 011; ແຟັກ: ( 856-218453 865); ເວັບໄຊ້: www.ero.gov.la
2. ຂັ້ນແຂວງ
ຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ.
3. ຂັ້ນເມືອງ
ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຂອງບັນດາເມືອງຕ່າງໆໃນຂອບເຂດທົ່ວປະເທດ.
Q: ຄົນຕ່າງປະເທດສາມາດເຮັດທຸລະກິດຢູ່ລາວໄດ້ບໍ່?
  ໄດ້. ແຕ່ກໍຂື້ນກັບປະເພດທຸລະກິດ. ກົດທີ່ນີ້ ເພື່ອເບິ່ງທຸລະກິດທີ່ຕ່າງປະເທດສາມາດລົງທຶນຢູ່ ສປປ ລາວໄດ້.
Q: ຂ້ອຍສາມາດຊອກຫາຂໍ້ມູນຕະຫຼາດ, ຄູ່ຮ່ວມທຸລະກິດ ແລະ ລາຍຊື່ບໍລິສັດນຳເຂົ້າ-ສົ່ງອອກໃນລາວ ໂດຍການ ຊອກຫາຂໍ້ມູນໃນເວັບໄຊ໌ທສູນຂໍ້ມູນຂ່າວສານທາງດ້ານການຄ້ານີ້ໄດ້ຫລືບໍ?
 

ເວັບໄຊ໌ສສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ສະໜອງຂໍ້ມູນກ່ຽວກັບລະບຽບ, ກົດໝາຍ, ຂັ້ນຕອນການນຳເຂົ້າ-ສົ່ງອອກໃນສປປລາວ. ຖ້າທ່ານຢາກຊອກຫາຂໍ້ມູນຕະຫລາດ, ຄູ່ຮ່ວມທຸລກິີດ ແລະ ລາຍຊື່ບໍລິສັດນຳເຂົ້າ-ສົ່ງອອກໃນລາວ, ພວກເຮົາຂໍແນະນຳທ່ານຕິດຕໍ່ທີ່ສະພາອຸດສາຫະກຳ ແລະ ການຄ້າ ແຫ່ງຊາດ (https://lncci.la/). ໃນເວັບໄຊ໌ທດັ່ງກ່າວທ່ານສາມາດຊອກຫາຂໍ້ມູນກ່ຽວກັບໂອກາດ ທາງທຸລະກິດໃນສປປ ລາວ ແລະ ລາຍລະອຽດສຳລັບຕິດຕໍ່.

Q: ເວລາທີ່ຂ້ອຍມາຮອດ ສປປ ລາວ ຢູ່ສະໜາມບິນສາກົນ ຫຼື ດ່ານສາກົນຂ້ອຍຈຳເປັນຕ້ອງໄດ້ແຈ້ງພາ ສີບໍ່?
  ບໍ່ຈຳເປັນສະເໝີໄປ ທ່ານອາດຈະຍ່າງຜ່ານໄປໃນຊ່ອງທີ່ລະບຸວ່າບໍ່ມີສິ່ງຂອງຕ້ອງແຈ້ງ. ໃນກໍລະນີທີ່ທ່ານ ຖືສິ່ງຂອງເກີນກວ່າປະລິມານທີ່ກົດໝາຍອະນຸຍາດໃຫ້ ຫຼື ທ່ານສົງໄສທ່ານກໍຄວນຍ່າງໄປຫາຊ່ອງສີແດງ ແລະ ແຈ້ງຕໍ່ເຈົ້າໜ້າທີ່ພາສີ ກະລຸນາ ກົດທີ່ນີ້ ສໍາລັບຂໍ້ມູນເພີ່ມເຕີມ.
Q: ຂ້ອຍສາມາດກວດສອບອັດຕາພາສີຂອງ ສປປ ລາວ ທາງອິນເຕິເນັດ (ອອນລາຍ) ໄດ້ບໍ່?
  ໄດ້. ອັດຕາພາສີທີ່ສົມບູນ ແລະ ຄົບຖ້ວນຂອງລາຍການຜະລິດຕະພັນຕ່າງໆໄດ້ໂຫລດໄວ້ໃນເວັບໄຊທ໌ ນີ້ແລ້ວ. ກົດທີ່ນີ້ ເພື່ອກວດເບິ່ງ ແລະ ຊອກຄົ້ນອັດຕາພາສີ.
Q: ຂ້ອຍສາມາດນຳເອົາອາຫານ ຫຼື ພືດພັນເຂົ້າມາໃນ ສປປ ລາວ ໄດ້ບໍ່?
  ໄດ້. ຂໍພຽງແຕ່ການນຳເຂົ້ານັ້ນຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ. ກົດທີ່ນີ້ ເພື່ອກວດເບິ່ງກົດໝາຍ ແລະ ລະບຽບການຕ່າງໆ ລວມທັງການຊອກຫາລະບຽບການສະ ເພາະໃດໜຶ່ງ ຫຼື ຫາກທ່ານສົນໃຈຊອກຄົ້ນຫາມາດຕະການສະເພາະໃດໜຶ່ງທີ່ອາດຈະຖືກວາງອອກ ໃນແຕ່ລະໄລຍະ ທ່ານກໍຄວນ ກົດທີ່ນີ້.  
Q: ຫາກວ່າຂ້ອຍຈະເຂົ້າມາອາໄສຢູ່ ສປປ ລາວ ຂ້ອຍສາມາດນຳເອົາເຄື່ອງໃຊ້ຂອງສອຍສ່ວນຕົວເຂົ້າມາ ໄດ້ບໍ່ ແລະ ຈະຕ້ອງໄດ້ເສຍພາສີບໍ່?
  ໂດຍທົ່ວໄປແລ້ວ, ຫາກວ່າການນຳເຄື່ອງໃຊ້ສ່ວນຕົວເຂົ້ານັ້ນບໍ່ມີວັດຖຸປະສົງທາງການຄ້າ ແຕ່ເປັນການ ນຳໃຊ້ໃນຄົວເຮືອນກໍຈະໄດ້ຮັບການຍົກເວັ້ນພາສີ. ຂໍ້ຍົກເວັ້ນເຫຼົ່ານີ້ ໃຊ້ໄດ້ກັບຄົນຕ່າງປະເທດທີ່ຈະເຂົ້າ ມາອາໄສຢູ່ ສປປ ລາວ, ພະນັກງານລັດຖະກອນທີ່ກັບມາຈາກການປະຕິບັດໜ້າທີ່ຢູ່ຕ່າງປະເທດ ແລະ ນັກສຶກສາທີ່ສຳເລັດການສຶກສາຈາກຕ່າງປະເທດ. ຫາກວ່າທ່ານມີຂໍ້ສົງໄສວ່າກ່ຽວກັບເຄື່ອງຂອງຊະນິດ ໃດໜຶ່ງວ່າຈະຖືກເສຍພາສີ ຫຼື ບໍ່ ກະລຸນາກວດສອບສອບຄືນກັບໜ່ວຍງານພາສີ.  
Q: ການນຳສັດເຂົ້າມາ ສປປ ລາວ ຕ້ອງໄດ້ຖືກກັກກັນບໍ່?
  ບໍ່ຈຳເປັນ. ໃນເວລາທີ່ທ່ານຂໍໃບອະນຸຍາດເພື່ອນຳເຂົ້າສັດ ຈາກກົມລ້ຽງສັດ ແລະ ການປະມົງ, ກະ ຊວງກະສິກຳ ແລະ ປ່າໄມ້ ທ່ານຈະໄດ້ຮັບການແນະນຳວ່າ ສັດທີ່ທ່ານນຳເຂົ້າມານັ້ນຕ້ອງໄດ້ຜ່ານ ການກັກກັນ ຫຼື ບໍ່.
Q: ມີສິ່ງໃດແດ່ທີ່ອະນຸຍາດໃຫ້ນຳເຂົ້າມາ ສປປ ລາວ ໂດຍບໍ່ຕ້ອງແຈ້ງເສຍພາສີ?
  ກົດທີ່ນີ້ ເພື່ອກວດເບິ່ງວ່າມີລາຍການຍົກເວັ້ນພາສີອັນໃດແດ່ໃນເວລາເດີນທາງເຂົ້າ ສປປ ລາວ.
Q: ເຄື່ອງຂອງຂອງເຈົ້າໜ້າທີ່ການທູດຈະໄດ້ຮັບການຍົກເວັ້ນພາສີ ຫຼື ບໍ່?
 

ແມ່ນແລ້ວ. ເຄື່ອງຂອງຕ່າງໆ ແລະ ພາຫະນະຂອງສະຖານທູດ, ອົງການຈັດຕັ້ງສາກົນ ແລະ ອົງການ ທີ່ບໍ່ຂຶ້ນກັບລັດຖະບານ ທີ່ໄດ້ຮັບອະນຸຍາດຈາກ ກະຊວງການຕ່າງປະເທດ ແມ່ນໄດ້ຮັບການຍົກເວັ້ນພາ ສີ. 

Q: ຂ້ອຍສາມາດແຈ້ງເສຍພາສີຢູ່ຫ້ອງການພາສີຢູ່ໃສກໍໄດ້ບໍ່ ຫຼື ວ່າຕ້ອງໄດ້ແຈ້ງເສຍຢູ່ຫ້ອງການພາສີສະ ເພາະໃດໜຶ່ງ?
  ບໍ່. ທ່ານຕ້ອງໄດ້ແຈ້ງເສຍພາສີຢູ່ດ່ານທີ່ທ່ານນຳສິນຄ້າເຂົ້າ ຫຼື ອອກ.
Q: ຂ້ອຍຈຳເປັນຕ້ອງໃຊ້ບໍລິການຂອງຕົວແທນແລ່ນເອກະສານ (ຊິບປິ້ງ) ໃນເວລາທີ່ນຳສິນຄ້າເຂົ້າ ແລະ ສົ່ງສິນຄ້າອອກບໍ່?
  ບໍ່. ແຕ່ການໃຊ້ບໍລິການຂອງຕົວແທນ ກໍຈະຊ່ວຍໃຫ້ທ່ານປະຕິບັດຕາມລະບຽບຂັ້ນຕອນໄດ້ຢ່າງເໝາະ ສົມ ແລະ ອາດຊ່ວຍປະຫຍັດເວລາ ບໍ່ເກີດການຊັກຊ້າໂດຍບໍ່ຈຳເປັນ.
Q: ຂ້ອຍຈຳເປັນຕ້ອງໄດ້ແຈ້ງພາສີໂດຍຜ່ານລະບົບ Asycuda ບໍ່ ຫຼື ວ່າຂ້ອຍຍັງສາມາດແຈ້ງແບບເກົ່າ ໄດ້ບໍ່?
  ປັດຈຸບັນ, ຫາກວ່າທ່ານນຳເຂົ້າ ຫຼື ສົ່ງອອກສິນຄ້າ ໂດຍຜ່ານດ່ານທ່ານາແລ້ງ ທ່ານຈະຕ້ອງໄດ້ແຈ້ງ ໃນລະບົບ Asycuda. ການແຈ້ງແບບເກົ່າແມ່ນບໍ່ສາມາດເຮັດໄດ້ແລ້ວ. ແຕ່່ວ່າສຳລັບດ່ານອື່ນໆທົ່ວ ປະເທດຈົນກວ່າລະບົບ Asycuda ໄດ້ຮັບການຕິດຕັ້ງ ແລະ ປະຕິບັດຢ່າງທົ່ວເຖິງ ທ່ານກໍຍັງຕ້ອງ ແຈ້ງພາສີຕາມລະບົບເກົ່າໄປກ່ອນ.
Q: ຂ້ອຍຈຳເປັນຕ້ອງໄດ້ໃບອະນຸຍາດນຳເຂົ້າກ່ອນການນຳສິນຄ້າເຂົ້າມາ ສປປ ລາວ ບໍ່?
  ບໍ່. ສຳລັບສິນຄ້າສິນໃຫຍ່ແລ້ວ ບໍ່ມີຄວາມຈຳເປັນຕ້ອງໄດ້ໃບອະນຸຍາດນຳເຂົ້າ. ແຕ່ວ່າສໍາລັບສິນ ຄ້າບາງຢ່າງທ່ານອາດຈະຕ້ອງໄດ້ສະເໜີຂໍໃບອະນຸຍາດນຳເຂົ້າຈາກ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ. ສິນຄ້າບາງປະເພດແມ່ນໄດ້ຮັບອະນຸຍາດແບບອັດຕະໂນມັດ ແລະ ບາງປະເພດກໍແມ່ນແບບບໍ່ອັດຕະໂນມັດ. ກະລຸນາ ກວດເບິ່ງທີ່ນີ້ ເພື່ອກວດເບິ່ງບັນຊີລາຍການສິນຄ້າທີ່ ຕົກຢູ່ໃນກຸ່ມເຫຼົ່ານີ້ ຫຼື ບໍ່.
Q:

ສິນຄິນປະເພດໃດແດ່ທີ່ຂ້ອຍຕ້ອງໄດ້ຂໍອະນຸຍາດສົ່ງອອກ?

  ໂດຍທົ່ວໄປ, ສຳລັບຜະລິດຕະພັນເຂົ້າບາງປະເພດ, ຜະລິດຕະພັນແຮ່ທາດ ແລະ ໄມ້ທ່ອນບາງຈຳ ນວນ. ກະລຸນາ ເບິ່ງທີ່ນີ້ ເພື່ອກວດເບິ່ງບັນຊີລາຍການສິນຄ້າທີ່ກ່ຽວຂ້ອງນີ້.  
Q: ຂ້ອຍຄວນເຮັດແນວໃດ ຫາກຂ້ອຍບໍ່ເຫັນດີກັບການຕັດສິນໃຈຂອງເຈົ້າໜ້າທີ່ພາສີ?
  ຫາກທ່ານບໍ່ເຫັນດີກັບເຈົ້າໜ້າທີ່ພາສີ, ທ່ານອາດຈະອຸທອນ ພາຍໃນ 30 ວັນ ພາຍຫຼັງເຈົ້າໜ້າທີ່ພາສີ ໄດ້ຕັດສິນແລ້ວ. ສຳລັບຂັ້ນຕອນລະອຽດກະລຸນາກວດເບິ່ງນຳ ກົດໝາຍພາສີ .
Q: ເວລານຳເຂົ້າມາ ສປປ ລາວ ມີມາດຕະການທາງດ້ານເຕັກນິກໃດໜຶ່ງບໍ່?
 

ປັດຈຸບັນນີ້ບໍ່ມີລະບຽບການທາງດ້ານມາດຕະຖານ ແລະ ເຕັກນິກທີ່ກຳລັງມີຜົນດຳເນີນຢູ່.

ສປປ ລາວ ໄດ້ວາງມາດຕະຖານແຫ່ງຊາດແບບສະໝັກໃຈໄວ້ 144 ມາດຕະຖານ ທີ່ຫົວໜ່ວຍທຸລະກິດ ແລະ ຊາວຄ້າຂາຍທີ່ດຳເນີນທຸລະກິດຢູ່ ລາວອາດຈະພິຈາລະນາປະຕິບັດຕາມ. ລະບຽບການຂັ້ນຕອນ ໃນການຂໍອະນຸຍາດມາດຕະຖານແຫ່ງຊາດແມ່ນໄດ້ຖືກກຳນົດໄວ້ໃນ ກົດໝາຍມາດຕະຖານ ແລະ ດໍາ ລັດນາຍົກລັດຖະມົນຕີວ່າດ້ວຍ ການປະກາດນຳໃຊ້ກົດໝາຍວ່າດ້ວຍມາດຕະຖານ.

ມາດຕະຖານຊ່ວຍກະຕຸ້ນ ໃຫ້ການຜະລິດພາຍໃນ ເຮັດໄດ້ຢ່າງມີປະສິດທິພາບ, ເພິ່ມຂີດຄວາມສາມາດ ໃນການແຂ່ງຂັນ ແລະ ຊ່ວຍໃຫ້ມີການຖ່າຍທອດເຕັກໂນໂລຊີ. ມັນມີບົດບາດໃນການເຊື່ອມໂຍງການປົກ ປ້ອງຜູ້ບໍລິໂພກ ແລະ ການຮັກສາສິ່ງແວດລ້ອມໄດ້ ເປັນຢ່າງດີ. ການສ້າງໃຫ້ໄດ້ມາດຕະຖານ ແລະ ການປະຕິບັດຕາມມາດຕະຖານໃນຜະລິດຕະພັນ ຂະບວນການຜະລິດ ແລະ ການບໍລິການເຮັດໃຫ້ມີບົດ ບາດທີ່ສຳຄັນໃນການສົ່ງເສີມການພັດທະນາ ແບບຍືນຍົງ ແລະ ການອຳນວຍຄວາມສະດວກທາງດ້ານ ການຄ້າ ໂດຍຜ່ານການສົ່ງເສີມຄວາມປອດໄພຄຸນນະພາບ ແລະ ການປະຕິບັດຕາມເກນ. ຜົນປະໂຫຍດ ທີ່ເກີດຂຶ້ນແມ່ນມີຄວາມສຳຄັນຫຼາຍ. ການສ້າງມາດຕະຖານບໍ່ພຽງແຕ່ເປັນການປະກອບສ່ວນໃຫ້ກັບການ ຄ້າສາກົນເທົ່ານັ້ນ ແຕ່ຍັງເປັນການສ້າງພື້ນຖານໂຄງລ່າງຊະນິດໜຶ່ງ ທີ່ຊ່ວຍສ້າງຄວາມເຂັ້ມແຂງໃຫ້ກັບ ສັງຄົມ ລວມເຖິງສຸຂະພາບ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນຍາມທີ່ສົ່ງເສີມການນຳໃຊ້ຢ່າງຍືນ ຍົງ.

ສປປ ລາວ ໄດ້ສ້າງຕັ້ງ ຈຸດສອບຖາມ TBT ([email protected]) ຂຶ້ນເຊິ່ງສາມາດໃຫ້ຂໍ້ມູນລະ ອຽດກວ່າກ່ຽວກັບຂໍ້ແນະນຳຕ່າງໆທີ່ກ່ຽວຂ້ອງ.

Q: ຢູ່ ສປປ ລາວ ມີມາດຕະການທາງດ້ານ SPS ໃດໜຶ່ງທີ່ກຳລັງປະກາດໃຊ້ຢູ່ບໍ່?
 

ໃນປັດຈຸບັນ ບໍ່ມີມາດຕະການທາງດ້ານ SPS ສະເພາະໃດໜຶ່ງໄດ້ຮັບການປະຕິບັດຢູ່ໃນ ສປປ ລາວ. ແຕ່ວ່າ, ສັດລ້ຽງ, ອາຫານ ຫຼື ວ່າຜະລິດຕະພັນພືດພັນໃດໜຶ່ງ ທີ່ຈະຖືກນຳເຂົ້າມາສູ່ ສປປ ລາວ ຕ້ອງໄດ້ປະຕິບັດຕາມມາດຕະຖານດັ່ງທີ່ໄດ້ກຳນົດໄວ້ໃນກົດໝາຍ ພື້ນຖານທີ່ນຳໃຊ້ເຂົ້າເປັນກົນໄກໃນ ການຄວບຄຸມການນຳເຂົ້າ, ການຜະລິດ ແລະ ການຄ້າຂອງສິນຄ້າທີ່ກ່ຽວຂ້ອງນັ້ນໆ. ດັ່ງນັ້ນ ທ່ານຈຶ່ງ ຄວນຕິດຕໍ່ເພື່ອຂໍຄຳແນະນຳລະອຽດ ຈາກພາກສ່ວນທີ່ກ່ຽວຂ້ອງຂອງ ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງສາທາລະນະສຸກ ເປັນແຕ່ລະໄລຍະວ່າມີລະບຽບການສະເພາະໃດໜຶ່ງ ທີ່ເພິ່ນໄດ້ປະກາດ ນຳໃຊ້ ຫຼື ບໍ່.

ສປປ ລາວ ໄດ້ສ້າງຕັ້ງ ຈຸດສອບຖາມ SPS ([email protected]) ຂຶ້ນເຊິ່ງສາມາດໃຫ້ຂໍ້ມູນລະ ອຽດກວ່າກ່ຽວກັບຂໍ້ແນະນຳຕ່າງໆທີ່ກ່ຽວຂ້ອງ.

ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.