ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ          ເລກທີ 0521/ອຄ.ກຄພນ
ນະຄອນຫຼວງວຽງຈັນ,ວັນທີ 02 ພຶດສະພາ 2018

ຄໍາແນະນໍາ

ກ່ຽວກັບ ການຈັດຕັ້ງປະຕິບັດເນື້ອໃນບາງມາດຕາ ຂອງ ດໍາລັັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017

  • ອີງຕາມ ດໍາລັດວ່າດ້ວຍ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 474/ນຍ, ລົງວັນທີ 18 ພະຈິກ 2010.
  • ອີງຕາມ ດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017, ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017.

   ເພື່ອເຮັດໃຫ້ດໍາລັດວ່າດ້ວຍທຸລະກິດນໍ້າທັນເຊື້ອໄຟ ໄດ້ຮັບການຈັດຕັ້ງປະຕິບັຢ່າງເຕັມສ່ວນ, ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນສູງ ໃນການແກ້ໄຂສະພາບ ການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟໃນປະຈຸບັນໃຫ້ເຂົ້າສູ່ລະບຽບ ເພື່ອຜົນປະໂຫຍດຂອງລັດ, ຜູ້ດໍາເນີນທຸລະກິດ ແລະ ຜູ້ຊົມໃຊ້.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຄໍາແນະນໍາ:

I. ຈຸດປະສົງ

     ຄໍາແນະນໍາສະບັບນີ້ ຜັນຂະຫຍາຍ ແລະ ແນະນໍາການຈັດຕັ້ງປະຕິບັດເນື້ອໃນບາງມາດຕາ ຂອງດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 ເພື່ອໃຫ້ມີຄວາມເຂົ້າໃຈຢ່າງຈະແຈ້ງ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ແນໃສ່ປັບປຸງທຸລະກິດນໍ້າມັນເຊື້ອໄຟ ທີ່ມີໃນປະຈຸບັນ ໃຫ້ເຄື່ອນໄຫວທຸລະກິດຖືກຕ້ອງຕາມເງື່ອນໄຂທີ່ກໍານົດໃນດໍາລັດດັ່ງກ່າວ.

II. ອະທິບາຍເພີ່ມເຕີ່ມ ຄວາມໝາຍ ຂອງບາງຄໍາສັບ ແລະ ບາງຂໍ້ກໍານົດ

    1.  ບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ ໝາຍເຖິງ ບໍລິສັດທີ່ມີສິດ ໃນການນໍາເຂົ້ານໍ້າມັນເຊື້ອໄຟເພື່ອຈໍາໜ່າຍພາຍໃນ, ລູກຄ້າຂອງຕົນ, ນໍາເຂົ້າເພື່ອສົ່ງອອກຕໍ່ ຫຼື ຜ່ານແດນ ແລະ ສາມາດຊື້ ຫຼື ເປັນຕົວແທນ ໃຫ້ຜູ້ຜະລິດ-ປຸງແຕ່ງ ນໍ້າມັນເຊື້ອໄຟ ຢູ່ ສປປ ລາວ ເພື່ອສົ່ງອອກຕ່າງປະເທດ, ຊຶ່ງຕ້ອງມີເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ມາດຕາ 14 ຂອງດໍາລັດດັ່ງກ່າວ. ສໍາລັບ ບໍລິສັດ ທີ່ສ້າງຕັ້ງກ່ອນແມ່ນມີເວລາປັບປຸງພາຍໃນໜຶ່ງປີ ນັບແຕ່ດໍາລັດດັ່ງກ່າວມີຜົນສັກສິດ ແລະ ໄດ້ເຜີຍແຜ່ດໍາລັດ ພ້ອມດ້ວຍຄໍາແນະນໍາສະບັບນີ້.

   2.  ບໍລິສັດຈໍາໜ່າຍພາຍໃນໝາຍເຖິງ ບໍລິສັດທີ່ມີສິດຊື້ນໍ້າມັນເຊື້ອໄຟ ຈາກບໍລິສັດ ນໍາເຂົ້າ ແລະ ສົ່ງອອກ, ຊື້ຈາກຜູ້ຜະລິດ-ປຸງແຕ່ງ ຢູ່ພາຍໃນເພື່ອຈໍາໜ່າຍໃຫ້ປໍ້ານໍ້າມັນເຊື້ອໄຟ ແລະ ລູກຄ້າຂອງຕົນ, ແຕ່ບໍ່ສາມາດນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ ດ້ວຍບໍລິສັດຂອງຕົນເອງໄດ້. ຢາກເຄື່ອນໄຫວໄດ້ຄືດັ່ງກ່າວຕ້ອງມີເງື່ອນໄຂຄົບຖ້ວນຕາມກໍານົດ ໄວ້ໃນມາດຕາ 23 ຂອງດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ.

   3.  ປໍ້າບໍລິສັດລົງທຶນເອງ ໝາຍເຖິງ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ທີ່ບໍລິສັດຈໍາໜ່າຍພາຍໃນເປັນຜູ້ລົງທືນກໍ່ສ້າງ ແລະ ດໍາເນີນການຂາຍຍ່ອຍດ້ວຍຕົນເອງ ຫຼື ໃຫ້ບຸກຄົນອື່ນເປັນຜູ້ດໍາເນີນການຂາຍຍ່ອຍ ໂດຍຂຶ້ນທະບຽນເປັນທຸລະກິດຂາຍຍ່ອຍນໍ້າມັນເຊື້ອໄຟ.

   4.  ປໍ້າຕົວແທນ ໝາຍເຖິງ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ທີ່ບຸກຄົນ ຫຼື ນີຕິບຸກຄົນ ໄດ້ລົງທຶນປຸກສ້າງ, ດໍາເນີນທຸລະກິດເອງ ຫຼື ເປັນການຮ່ວມທຶນຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້ ແລະ ເປັນຕົວແທນຈໍາໜ່າຍໃຫ້ບໍລິສັດຈໍາໜ່າຍພາຍໃນໃດໜຶ່ງ ຊຶ່ງຕ້ອງຂຶ້ນເຄື່ອງໝາຍ ຫຼື ສັນຍາລັກ (Logo) ຂອງບໍລິສັດຈໍາໜ່າຍພາຍໃນທີ່ຕົນເປັນຕົວແທນເທົ່ານັ້ນ.

    5.  ລູກຄ້າຂອງຕົນ ສໍາລັບບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ແມ່ນໂຄງການສໍາປະທານ/

ໂຄງການລົງທຶນ ທີ່ລັດຖະບານອະນຸມັດ ແລະ ໄດ້ຮັບນະໂຍບາຍຍົກເວັ້ນພາສີອາກອນ ແລະ ຄ່າທໍານຽມຕ່າງໆ ຫຼື ບໍລິສັດຈໍາໜ່າຍພາຍໃນທີ່ມີສັນຍາຊື້-ຂາຍ.

    6.  ລູກຄ້າຂອງຕົນ ສໍາລັບບໍລິສັດຈໍາໜ່າຍພາຍໃນ ແມ່ນໂຄງການສໍາປະທານ/ໂຄງການລົງທຶນ ທີ່ລັດຖະບານອະນຸມັດ, ລູກຄ້າໂຄງການທົ່ວໄປ, ບໍລິສັດກໍ່ສ້າງ, ບໍລິສັັດຂົນສົ່ງ,ຂຸດຄົ້ນແຮ່ຊາຍທົ່ວໄປ ທີ່ບໍ່ໄດ້ຮັບນະໂຍບາຍຍົກເວັ້ນພາສີອາກອນ ແລະ ຄ່າທໍານຽມຕ່າງໆ.

    7.  ທຶນຈົດທະບຽນ: ແມ່ນມູນຄ່າຂອງຊັບສິນທັງໝົດ ໂດຍແບ່ງອອກເປັນເງິນ, ຮຸ້ນ ແລະ ວັດຖຸ ຊຶ່ງຕ້ອງກໍານົດໃຫ້ເຫັນຈະແຈ້ງເປັບຊັບສິນຂອງບໍລິສັດນັ້ນໆຕະຫຼອດໄລຍະການດໍາເນີນທຸລະກິດ, ມູນຄ່າຊັບສິນຕ້ອງບໍ່ໃຫ້ຫຼຸດທຶນຈົດທະບຽນ.

    8.  ການຖອກທຶນຈົດທະບຽນ ນອກຈາກປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດແລ້ວ,ທຶນຄົງທີ່ ທີ່ຕິດພັນກັບທຸລະກິດນໍ້າມັນເຊື້ອໄຟ ຕ້ອງຮັບການຢັ້ງຢືນຈາກ ບໍລິສັດ ປະມີນຊັບສິນ ທີ່ຈົດທະບຽນຖືກຕ້ອງໃນ ສປປ ລາວ. ທຶນໜູນວຽນຕ້ອງໄດ້ຮັບການຢັ້ງຢືນ ຈາກທະນາຄານແຫ່ງ ສປປ ລາວ ຫຼື ທະນາຄານທຸລະກິດ ທີ່ຈົດທະບຽນຖືກຕ້ອງໃນ ສປປ ລາວ ປລະ ການຢັ້ງຢືນທຶນດັ່ງກ່າວ ຕ້ອງມີການເຄື່ອນໄຫວຢ່າງຕໍ່າ 6 ເດືອນ, ຊຶ່ງທັງ 2 ກນຢັ້ງຢືນ ແມ່ນບໍລິສັດຕ້ອງໄດ້ດໍາເນີນເອງ.

    9.  ສາງນໍ້າມັນເຊື້ອໄຟ ຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ, ບໍລິສັດ ຈໍາໜ່າຍພາຍໃນ ແລະ ບໍລິສັດໃຫ້ບໍລິການເຊົ່າສາງນໍ້າມັນເຊື້ອໄຟ ແມ່ນລວມເອົາບໍລິມາດສາງຂອງບໍລິສັດ ທີ່ຕັ້ງຢູ່ຈຸດດຽວ ຫຼື ຫຼາຍຈຸດລວມເຂົ້າກັນ (ຍົກເວັ້ນສາງທີ່ຕິດຕັ້ງຢູ່ໂຄງການ) ປລະ ຕ້ອງສອດຄ່ອງກັບລະບຽບການຂະແໜງການກ່ຽວຂ້ອງວາງອອກ.

    10. ສາງນໍ້າມັນເຊື້ອໄຟ ຂອງບໍລິສັດ ນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ຕ້ອງຕັ້ງຢູ່ແຂວງ ຫຼື ດ່ານສາກົນທີ່ມີການນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ ແລະ ຕ້ອງຕັ້ງຢູ່ສະຖານທີ່ຕາມແຜນຜັງການນໍາໃຊ້ທີ່ພາກສ່ວນກ່ຽວຂ້ອງກໍານົດ.

    11. ສາງນໍ້າມັນເຊື້ອໄຟຂອງ ບໍລິສັດ ຈໍາໜ່າຍພາຍໃນຕ້ອງຕັ້ງຢູ່ແຂວງ ບ່ອນທີ່ມີການຈໍາໜ່າຍນໍ້າມັນເຊື້ອໄຟ ແລະ ຕ້ອງຕັ້ງຢູ່ສະຖານທີ່ຕາມແຜນຜັງການນໍາໃຊ້ທີ່ພາກສ່ວນກ່ຽວຂ້ອງກໍານົດ.

    12. ສະຖານທີ່ຕັ້ງຂອງປໍ້ານໍ້າມັນເຊື້ອໄຟ ນອກຈາກປະຕິບັດຕາມມາດຖານເງື່ອນໄຂຂອງດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ແລະ ລະບຽບການຂະແໜງໂຍທາທິການ ແລະ ຂົນສົ່ງແລ້ວ, ໃນກໍລະນີຕັ້ງຢູ່ຊ້າຍສວຍກັນ (ບໍ່ໃຫ້ເຊິ່ງໜ້າກັນ) ຕ້ອງພິຈາລະນາສະເພາະແຕ່ເສັ້ນທາງສາຍຫຼັກ ແລະ ສາຍເອກ ທີ່ລະບຽບນໍາໃຊ້ທີ່ດິນຜັງເມືອງໄດ້ກໍານົດໄວ້ ຫຼື ສະຖານທີ່ ທີ່ຖືກກໍານົດເປັນເຂດບໍລິການສະເພາະ ເຊັ່ນ: ສະຖານທີ່ພັກລົດ ຕາມເສັ້ນທາງດ່ວນ ຫຼື ຕາມການກໍານົດສະເພາະຂອງອໍານາດການປົກຄອງແຂວງ,ນະຄອນຫຼວງ,ເມືອງ,ເທດສະບານ.

    13. ການຕິດເຄື່ອງໝາຍ ຫຼື ສັນຍາລັກ (Logo) ແມ່ນປະຕິບັດຄືດັ່ງນີ້:

     13.1 ບໍລິສັດ ນໍາເຂົ້າ-ສົ່ງອອກ ນໍ້າມັນເຊື້ອໄຟ: ຕິດ Logo ຂອງບໍລິສັດໃສ່ ສາງ, ຖັງ ແລະ ພາຫະນະຂົນສົ່ງນໍ້າມັນເຊື້ອໄຟ.

     13.2 ບໍລິສັດ ຈໍາໜ່າຍພາຍໃນ: ຕິດ Logo ຂອງບໍລິສັດໃສ່ ສາງ, ຖັງ ປໍ້າ ແລະພາຫະນະຂົນສົ່ງນໍ້າມັນເຊື້ອໄຟ.

     13.3 ບໍລິສັດ ໃຫ້ເຊົ່າສາງນໍ້າມັນເຊື້ອໄຟ: ຕິດ Logo ຂອງບໍລິສັດຜູ້ເຊົ່າໃສ່ສາງ ແລະ ຖັງນໍ້າມັນເຊື້ອໄຟ.

     13.4 ບໍລິສັດ ໃຫ້ເຊົ່າພາຫະນະຂົນສົ່ງນໍ້າມັນເຊື້ອໄຟ: ຕິດ Logo ຂອງບໍລິສັດຜູ້ເຊົ່າໃສ່ ພາຫະນະຂົນສົ່ງນໍ້າມັນເຊື້ອໄຟ.

     13.5 ບໍລິສັດ ໃຫ້ບໍລິການຂົນສົ່ງນໍ້າມັນເຊື້ອໄຟ: ຕິດ Logoຂອງບໍລິສັດໃສ່ພາຫະນະຂົນສົ່ງນໍ້າມັນເຊື້ອໄຟ.

     13.6 ການຕິດ Logo ຂ້າງເທິງນີ້ແມ່ນສາມາດຕິດໄດ້ສະເພາະ Logo ຂອງບໍລິສັດໃດໜຶ່ງເທົ່ານັ້ນ.

   14. ລາຄານໍ້າມັນເຊື້ອໄຟຕະຫຼາດໂລກ ແມ່ນລາຄານໍ້າມັນເຊື້ອໄຟສໍາເລັດຮູບທີ່ຊື້-ຂາຍໃນຕະຫຼາດໂລກ ໂດຍຖືເອົາລາຄາ MOPS ຕະຫຼາດສິງກະໂປ ມາເປັນບ່ອນອີງໃນການຄິດໄລ່່ລາຄານໍາເຂົ້າ (CIF) ໃນແຕ່ລະໄລຍະ.

   15. ໃບຢັ້ງຢືນການເຄື່ອນໄຫວທຸລະກິດ ມີອາຍຸນໍາໃຊ້ ດັ່ງນີ້:

     15.1 ບໍລິສັດ ນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ, ບໍລິສັດ ຈໍາໜ່າຍພາຍໃນ ແລະ ບໍລິສັດ ໃຫ້ເຊົ່າສາງນໍ້າມັນເຊື້ອໄຟ ມີອາຍຸນໍາໃຊ້ 3 ປີ ຫຼັງຈາກມື້ຢັ້ງຢືນ.

     15.2 ປໍ້ານໍ້າມັນເຊື້ອໄຟ ມີອາຍຸນໍາໃຊ້ 2 ປີ ຫຼັງຈາກມື້ຢັ້ງຢືນ.

   16. ການຕໍ່ໃບຢັ້ງຢືນການເຄື່ອນໄຫວທຸລະກິດ ແມ່ນໃຫ້ສະເໜີກ່ອນໝົດອາຍຸ 6 ເດືອນ ດັ່ງນີ້:

     16.1 ບໍລິສັດນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ, ບໍລິສັດ ຈໍາໜ່າຍພາຍໃນບໍລິສັດ ໃຫ້ເຊົ່າສາງນໍ້າມັນເຊື້ອໄຟ ສະເໜີຕໍ່ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ.

     16.2 ປໍ້ານໍ້າມັນເຊື້ອໄຟ ສະເໜີຕໍ່ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ.

III. ການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດ ນໍ້າມັນເຊື້ອໄຟ

1. ການສ້າງຕັ້ງ ແລະ ການເຄື່ອນໄຫວ ທຸລະກິດຂອງ ບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ

1.1 ບໍລິສັດ ທີ່ສ້າງຕັ້ງກ່ອນປະກາດໃຊ້ ດໍາລັດວ່າດ້ວຍ ທຸລະກິດ ນໍ້າມັນເຊື້ອໄຟ

       ບໍລິສັດ ທີ່ສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດກ່ອນ ປະກາດໃຊ້ ດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟຕ້ອງປັບປຸງໃຫ້ໄດ້ຕາມເງື່ອນໄຂການເຄືື່ອນໄຫວທຸລະກິດ ຕາມກໍານົດໃນດໍາລັດວ່າດ້ວຍ ທຸລະກິດນ້ຳມັນເຊື້ອໄຟ ຊຶ່ງໄດ້ສາມາດປັບປຸງ ດ້ວຍຮູບແບບຄວບ, ຮ່ວມກັບບໍລິສັດອື່ນ ຫຼື ປັບປຸງດ້ວຍຕົນເອງ. ບໍລິສັດໃດບໍ່ສາມາດປັບປຸງໄດ້ຕາມເງື່ອນໄຂ ແມ່ນຕ້ອງຍຸບເລີກ ຫຼື ຫັນເປັນບໍລິສັດຈໍາໜ່າຍພາຍໃນ, ບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ ດັ່ງນີ້:

1.1.1 ການປັບປຸງເປັນບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ

   ການປັບປຸງເປັນ ບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟຕາມເງື່ອນໄຂທີ່ກໍານດໃນມາຕາ 14 ຂອງດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ໃຫ້ປະຕິບັດດັ່ງນີ້:

   (1). ປັບປຸງໃຫ້ສອດຄ່ອງ ຕາມເງື່ອນໄຂ ການຂຶ້ນທະບຽນວິສາຫະກິດ ທີ່ກໍານົດ ໃນມາດຕາ 7 ຂອງດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ແລ້ວປະກອບເອກະສານສະເໜີຕໍ່ໜ້າທີ່ທະບຽນວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອດັດແກ້ທະບຽນວິສາຫະກິດ ຕາມຂັ້ນຕອນທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍວິສາຫະກິດ.

   (2). ປັບປຸງໃຫ້ສອດຄ່ອງ ຕາມເງື່ອນໄຂ ການເຄື່ອນໄຫວ ທີ່ໄດ້ກໍານົດໃນມາດຕາ 14 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ພາຍໃນໜຶ່ງປີ ນັບແຕ່ດໍາລັດດັ່ງກ່າວ ມີຜົນສັກສິດ ແລະ ໄດ້ເຜີຍແຜ່ດໍາລັດພ້ອມດ້ວຍຄໍາແນະນໍາສະບັບນີ້.

   (3). ພາຍຫຼັງດັດແກ້ທະບຽນວິສາຫະກິດ ແລະ ປະຕິບັດຕາມເງື່ອນໄຂ ທີ່ໄດ້ກໍານົດໃນມາດຕາ 14 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟສໍາເລັດ ພ້ອມທັງເຮັດປະກັນໄພ ຕາມກົດໝາຍວ່າດ້ວຍການປະກັນໄພຂອງ ສປປ ລາວ ແລະ ໄດ້ເຂົ້າເປັນສະມາຊິກສະມາຄົມນໍ້າມັນເຊື້ອໄຟແລ້ວ ໃຫ້ປະກອບເອກະສານ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 12 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະເໜີຕໍ່ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອພິຈາລະນາ ອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດ ບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ.

   (4). ພາຍຫຼັງໄດ້ຮັບໃບຢັ້ງຢືນການເຄື່ອນໄຫວທຸລະກິດແລ້ວ ຈຶ່ງສາມາດເຄື່ອນໄຫວທຸລະກິດໄດ້ຕາມລະບຽບກົດໝາຍ. ຖ້າບໍລິສັດໃດຫາກບໍ່ສາມາດປັບປຸງໄດ້ຕາມເງື່ອນໄຂ ໃນກໍານົດເວລາ ແມ່ນຕ້ອງໄດ້ໂຈະການເຄື່ອນໄຫວທຸລະກິດຈົນກວ່າຈະປັບປຸງສໍາເລັດ ແລະ ໄດ້ໃບຢັ້ງຢືນການເຄື່ອນໄຫວທຸລະກິດຈຶ່ງສາມາດເຄື່ອນໄຫວທຸລະກິດໄດ້ ຕາມລະບຽບກົດໝາຍ.

1.1.2 ການປັບປຸງເປັນ ບໍລິສັດ ຈໍາໜ່າຍພາຍໃນ

      ການປັບປຸງເປັນ ບໍລິສັດ ຈໍາໜ່າຍພາຍໃນ ຕາມເງື່ອນໄຂທີ່ກໍານົດໃນມາດຕາ 23 ຂອງດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ໃຫ້ປະຕິບັດດັ່ງນີ້:

   (1). ປັບປຸງໃຫ້ສອດຄ່ອງ ຕາມເງື່ອນໄຂ ການຂຶ້ນທະບຽນວິສາຫະກິດ ທີ່ກໍານົດ ໃນມາດຕາ 7 ຂອງດໍາ ອຸດສາຫະກໍາ ແລະ ການຄ້າ ເພື່ອດັດແກ້ວິສາຫະກິດ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ວິສາຫະກິດ.

   (2). ປັບປຸງໃຫ້ສອດຄ່ອງ ຕາມເງື່ອນໄຂການເຄື່ອນໄຫວທຸລະກິດ ທີ່ກໍານົດໃນມາດຕາ 23 ຂອງດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ.

   (3). ພາຍຫຼັງດັດແກ້ທະບຽນວິສາຫະກິດ ແລະ ປະຕິບັດຕາມເງື່ອນໄຂ ທີ່ໄດ້ກໍານົດໃນມາດຕາ 23 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສໍາເລັດພ້ອມທັງເຮັດປະກັນໄພຕາມກົດໝາຍ ວ່າດ້ວຍປະກັນໄພຂອງ ສປປ ລາວ  ແລະ ໄດ້ເຂົ້າເປັນສະມາຊິກສະມາຄົມນໍ້າມັນເຊື້ອໄຟແລ້ວ ປະກອບເອກະສານຕາມທີ່ກໍານົດໄວ້ໃນມາຕາ 21 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະເໜີຕໍ່ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອພິຈາລະນາອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດ ຂອງບໍລິສັດຈໍາໜ່າຍພາຍໃນ.

   (4). ພາຍຫຼັງໃນຮັບໃບຢັ້ງຢືນການເຄື່ອນໄຫວທຸລະກິດແລ້ວ ຈຶ່ງສາມາດເຄື່ອນໄຫວທຸລະກິດໄດ້ຕາມລະບຽບກົດໝາຍ.

1.2 ບໍລິສັດ ທີ່ສ້າງຕັ້ງ ຫຼັງປະກາດໃຊ້ດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ

1.2.1 ການສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດ ຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ

     ການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດຂອງ ບໍລິສັດ ນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ຫຼັງປະກາດໃຊ້ດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

   (1). ປະກອບເອກະສານ ຕາມທີ່ໄດ້ກໍານົດໃນມາດຕາ 8 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟສະ  ເໜີຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ວິສາຫະກິດ.

   (2). ຫຼັງຈາກໄດ້ໃບທະບຽນວິສາຫະກິດແລ້ວ ໃຫ້ສະເໜີຕໍ່ຂະແໜງໂຍທາທິການ ແລະ ຂົນສົ່ງເພື່ອອອກໃບຢັ້ງຢືນຜັງເມືອງ ກ່ຽວກັບທີ່ຕັ້ງ ແລະ ຮັບຮອງແບບແຜນຜັງເຕັກນິກການກໍ່ສ້າງສາງນໍ້າມັນເຊື້ອໄຟ.

   (3). ພາຍຫຼັງໄດ້ຮັບໃບຢັ້ງຢືນຜັງເມືອງ ກ່ຽວກັບທີ່ຕັ້ງ ແລະ ຮັບຮອງແຜນຜັງເຕັກນິກການກໍ່ສ້າງສາງນໍ້າມັນເຊື້ອໄຟແລ້ວ ຈຶ່ງສ້າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຂອງສາງນໍ້າມັນເຊື້ອໄຟ ແລະ ສະເໜີຕໍ່ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເພື່ອອອກໃບຢັ້ງຢືນ.

   (4). ພາຍຫຼັງໄດ້ຮັບໃບຢັ້ງຢືນດ້ານສິ່ງແວດລ້ອມ ແລະ ສັງຄົມແລ້ວ ຈຶ່ງອະນຸຍາດປຸກສ້າງສາງຈາກຂະ   ແໜງໂຍທາທິການ ແລະ ຂົນສົ່ງ, ໄດ້ອະນຸຍາດປຸກສ້າງແລ້ວ ຈຶ່ງສາມາດລົງມືກໍ່ສ້າງສາງ ແລະ ຕິດຕັ້ງລະບົບປ້ອງກັນອັກຄີໄພ.

   (5). ພາຍຫຼັງກໍ່ສ້າງສາງສໍາເລັດ ໃຫ້ສະເໜີຕໍ່ຂະແໜງໂຍທາທິການ ແລະ ຂົນສົ່ງເພື່ອລົງກວດກາ ແລະ ຢັ້ງຢືນຮັບຮອງຄວາມຖືກຕ້ອງຂອງການກໍ່ສ້າງສາງ, ພ້ອມດຽວກັນກໍ່ໃຫ້ສະເໜີຕໍ່ຂະແໜງປ້ອງກັນຄວາມສະຫງົບເພື່ອລົງກວດກາ ແລະ ອອກໃບຢັ້ງຢືນກວດກາກ່ຽວກັບ ຄວາມປອດໄພທາງດ້ານການສະກັດກັ້ນ ແລະ  ຕ້ານອັກຄີໄພ.

   (6). ພາຍຫຼັງສໍາເລັດຕາມຂັ້ນຕອນ ດັ່ງກ່າວມາຂ້າງເທິງນີ້ແລ້ວ ໃຫ້ເຮັດໃຫ້ປະກັນໄພຕາມກົດໝາຍ ວ່າດ້ວຍການປະກັນໄພຂອງ ສປປ ລາວ ແລະ ສະໜັກເຂົ້າເປັນສະມາຊິກສະມາຄົມນໍ້າມັນເຊື້ອໄຟ.

   (7). ຫຼັງຈາກເຮັດປະກັນໄພ ແລະ ໄດ້ເຂົ້າເປັນສະມາຊິກ ສະມາຄົມນໍ້າມັນເຊື້ອໄຟແລ້ວ ໃຫ້ປະກອບເອກະສານຕາມທີ່ໄດ້ກໍານົດໄວ້ໃນມາດຕາ 12 ຂອງດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ສະເໜີຕໍ່ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອພິຈາລະນາອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດ ບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ.

   (8). ພາຍຫຼັງໄດ້ຮັບໃບຢັ້ງຢືນການເຄື່ອນໄຫວທຸລະກິດແລ້ວ ຈຶ່ງສາມາດເຄື່ອນໄຫວທຸລະກິດໄດ້ ຕາມລະບຽບກົດໝາຍ.

1.2.2 ການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດ ຂອງ ບໍລິສັດ ຈໍາໜ່າຍພາຍໃນ

     ການສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດຂອງ ບໍລິສັດ ຈໍາໜ່າຍພາຍໃນ ຫຼັງ ປະກາດໃຊ້ດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

   (1). ປະກອບເອກະສານຕາມທີ່ໄດ້ກໍານົດ ໃນມາດຕາ 8 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະ ເໜີຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຂຶ້ນທະບຽນວິສາຫະກິດ ຕາມຂັ້ນຕອນທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍ ວິສາຫະກິດ.

   (2). ຫຼັງຈາກໄດ້ໃບທະບຽນວິສາຫະກິດແລ້ວ ໃຫ້ສະເໜີຕໍ່ ຂະແໜງໂຍທາທິການ ແລະ ຂົນສົ່ງ ເພື່ອຂໍໃບຢັ້ງຢືນຜັງເມືອງກ່ຽວກັບທີ່ຕັ້ງ ແລະ ຮັບຮອງແບບແຜນຜັງເຕັກນິກ ຂອງສາງ ແລະ ປໍ້ານໍ້າມັນເຊື້ອໄຟ ທີ່ບໍລິສັດລົງທຶນເອງ.

   (3). ພາຍຫຼັງໄດ້ຮັບໃບຢັງຢືນຜັງເມືອງ ກ່ຽວກັບ ທີ່ຕັ້ງ ແລະ ຮັບຮອງແບບແຜນຜັງເຕັກນິກການກໍ່ສ້າງສາງ ແລະ ປໍ້ານໍ້າມັນເຊື້ອໄຟແລ້ວ ຈຶ່ງສ້າງບົດປະເມີນຜົນກະທົບຕໍ່ສີ່ງແວດລ້ອມ ແລະ ສັງຄົມ ສະເໝີຕໍ່ຂະ  ແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເພື່ອອອກໃບຢັ້ງຢືນດ້ານສິ່ງແວດລ້ອມ ແລະ ສັງຄົມ.

   (4). ພາຍຫຼັງໄດ້ຮັບໃບຢັ້ງຢືນດ້ານສິ່ງແວດລ້ອມ ແລະ ສັງຄົມແລ້ວ ຈຶ່ງຂໍອະນຸຍາດປຸກສ້າງສາງ ແລະ ປໍ້ານໍ້າມັນເຊື້ອໄຟຈາດຂະແໜງໂຍທາທິການ ແລະ ຂົນສົ່ງ, ພາຍຫຼັງໄດ້ຮັບອະນຸຍາດປຸກສ້າງແລ້ວ ຈຶ່ງສາມາດລົງມືກໍ່ສ້າງ ແລະ ຕິດຕັ້ງລະບົບປ້ອງກັນອັກຄີໄພ.

   (5). ພາຍຫຼັງກໍ່ສ້າງສໍາເລັດ ໃຫ້ສະເໜີຕໍ່ຂະແໜງໂຍທາທິການ ແລະ ຂົນສົ່ງ ເພື່ອລົງກວດກາ ແລະ ຢັ້ງຢືນຮັບຮອງຄວາມຖືກຕ້ອງຂອງການກໍ່ສ້າງ, ພ້ອມດຽວກັນ ກໍ່ໃຫ້ສະເໜີຕໍ່ຂະແໜງການປ້ອງກັນຄວາມສະຫງົບ ເພື່ອລົງກວດກາ ແລະ ອອກໃບຢັ້ງຢືນການກວດກາ ກ່ຽວກັບຄວາມປອດໄພທາງດ້ານການສະກັດກັ້ນ ແລະ ຕ້ານອັກຄີໄພຂອງສາງ ແລະ ປໍ້ານໍ້າມັນເຊື້ອໄຟ.

   (6). ພາຍຫຼັງສໍາເລັດຕາມຂັ້ນຕອນ ດັ່ງກ່າວມາຂ້າງເທິງນີ້ແລ້ວ ໃຫ້ເຮັດປະກັນໄພຂອງສາງ ແລະ ປໍ້ານໍ້າມັນເຊື້ອໄຟ ຕາມກົດໝາຍວ່າດ້ວຍການປະກັນໄພ ຂອງ ສປປ ລາວ ແລະ ສະໝັກເຂົ້າເປັນສະມາຊິກສະມາຄົມນໍ້າມັນເຊື້ອໄຟ.

   (7). ຫຼັງຈາກໄດ້ເຮັດປະກັນໄພ ແລະ ເຂົ້າເປັນສະມາຊິກສະມາຄົມນໍ້າມັນເຊື້ອໄຟແລ້ວ ໃຫ້ປະກອບເອກະສານຕາມທີ່ໄດ້ກໍານົດໄວ້ໃນມາດຕາ 21 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະເໜີຕໍ່ ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອພິຈາລະນາອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດ ບໍລິສັດ ຈໍາໜ່າຍພາຍໃນ.

   (8). ພາຍຫຼັງໄດ້ຮັບໃບຢັ້ງຢືນການເຄື່ອນໄຫວທຸລະກິດແລ້ວ ຈຶ່ງສາມາດເຄື່ອນໄຫວທຸລະກິດໄດ້ ຕາມລະບຽບກົດໝາຍ.

2. ການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດຂອງ ປໍ້ານໍ້າມັນເຊື້ອໄຟ

2.1. ປໍ້ານໍ້າມັນເຊື້ອໄຟ ທີ່ສ້າງຕັ້ງກ່ອນປະກາດໃຊ້ດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ

    ປໍ້ານໍ້າມັນເຊື້ອໄຟທີ່ສ້າງຕັ້ງກ່ອນປະກາດໃຊ້ດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

    (1). ປັບປຸງໃຫ້ສອດຄ່ອງ ຕາມເງື່ອນໄຂການຂຶ້ນທະບຽນວິສາຫະກິດ ທີ່ກໍານົດ ໃນມາດຕາ 7 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ໃນກໍານົດເວລາ 02 ປີ ນັບແຕ່ດໍາລັດ ດັ່ງກ່າວ ມີຜົນສັກສິດ ແລະ ໄດ້ເຜີຍແຜ່ດໍາລັດພ້ອມດ້ວຍຄໍາແນະນໍາສະບັບນີ້ ແລ້ວປະກອບເອກະສານສະເໜີຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ເພື່ອດັດແກ້ທະບຽນວິສາຫະກິດ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ວິສາຫະກິດ.

    (2). ຫຼັງຈາກໄດ້ໃບທະບຽນວິສາຫະກິດ ແລະ ປັບປຸງປໍ້ານໍ້າມັນເຊື້ອໄຟ ພ້ອມທັງເຮັດປະກັນໄພ ຕາມກົດໝາຍວ່າດ້ວຍ ການປະກັນໄພ ຂອງ ສປປ ລາວ ສໍາເລັດໃຫ້ປະກອບເອກະສານຕາມທີ່ໄດ້ກໍານົດໄວ້ໃນມາດຕາ 26 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະເໜີຕໍ່ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ເພື່ອພິຈາລະນາອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ.

   (3). ພາຍຫຼັງໄດ້ຮັບໃບຢັ້ງຢືນການເຄື່ອນໄຫວທຸລະກິດແລ້ວ ຈຶ່ງສາມາດເຄື່ອນໄຫວທຸລະກິດໄດ້ ຕາມລະບຽບກົດໝາຍ. ຖ້າປໍ້ານໍ້າມັນເຊື້ອໄຟໃດຫາກບໍ່ສາມາດປັບປຸງໄດ້ຕາມເງື່ຶອນໄຂ ໃນກໍານົດເວລາ ແມ່ນຕ້ອງໄດ້ໂຈະການເຄື່ອນໄຫວທຸລະກິດ ຈົນກວ່າປັບປຸງສໍາເລັດ ແລະ ໄດ້ໃບຢັ້ງຢືນການເຄື່ອນໄຫວທຸລະກິດ ຈຶ່ງສາມາດເຄືອນໄຫວທຸລະກິດໄດ້.

2.2 ປໍ້ານໍ້າມັນເຊື້ອໄຟ ທີ່ສ້າງຕັ້ງຫຼັງປະກາດໃຊ້ດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ

    ການສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດ ຂອງປໍ້ານໍ້າມັນເຊື້ອໄຟ ຫຼັງ ປະກາດໃຊ້ດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

   (1). ປະກອບເອກະສານສະເໜີຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ວິສາຫະກິດ.

   (2). ຫຼັງຈາກໄດ້ໃບທະບຽນວິສາຫະກິດແລ້ວ ໃຫ້ສະເໜີຕໍ່ຂະແໜງໂຍທາທິການ ແລະ ຂົນສົ່ງ ເພື່ອອອກໃບຢັ້ງຢືນຜັງເມືອງ ກ່ຽວກັບທີ່ຕັ້ງ ແລະ ຮອງຮັບແບບແຜນຜັງເຕັກນິກການກໍ່ສ້າງປໍ້ານໍ້າມັນເຊື້ອໄຟ.

   (3). ພາຍຫຼັງໄດ້ຮັບໃບຢັ້ງຢືນຜັງເມືອງ ກ່ຽວກັບທີ່ຕັ້ງ ແລະ ຮັບຮອງແບບແຜນຜັງເຕັກນິກ ການກໍ່ສ້າງປໍ້ານໍ້າມັນເຊື້ອໄຟແລ້ວ ຈຶ່ງສ້າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຂອງປໍ້ານໍ້າມັນເຊື້ອໄຟ ແລະ ສະເໜີຕໍ່ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເພື່ອອອກໃບຢັ້ງຢືນ.

   (4). ພາຍຫຼັງໄດ້ຮັບໃບຢັ້ງຢືນດ້ານສິ່ງແວດລ້ອມ ແລະ ສັງຄົມແລ້ວ ຈຶ່ງຂໍອະນຸຍາດປຸກສ້າງປໍ້ານໍ້າມັນເຊື້ອໄຟຈາກຂະແໜງໂຍທາທິການ ແລະ ຂົນສົ່ງ, ພາຍຫຼັງໄດ້ຮັບອະນຸຍາດປຸກສ້າງແລ້ວ ຈຶ່ງສາມາດລົງມືກໍ່ສ້າງ ແລະ ຕິດຕັ້ງລະບົບປ້ອງກັນອັກຄີໄພ.

   (5). ພາຍຫຼັງກໍ່ສ້າງປໍ້ານໍ້າມັນເຊື້ອໄຟ ສໍາເລັດໃຫ້ສະເໜີຕໍ່ຂະແໜງໂຍທາທິການ ແລະ ຂົນສົ່ງເພື່ອລົງກວດກາ ແລະ ຢັ້ງຢືນຮັບຮອງຄວາມຖືກຕ້ອງຂອງການກໍ່ສ້າງປໍ້ານໍ້າມັນເຊື້ອໄຟ, ພ້ອມດຽວກັນ ກໍ່ໃຫ້ສະເໜີຕໍ່ ຂະແໜງປ້ອງກັນຄວາມສະຫງົບ ເພື່ອລົງກວດກາ ແລະ ອອກໃບຢັ້ງຢືນກວດກາ ກ່ຽວກັບຄວາມປອດໄພທາງດ້ານການສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ໃຫ້ເຮັດປະກັນໄພປໍ້ານໍ້າມັນເຊື້ອໄຟ ຕາມກົດໝາຍ ວ່າດ້ວຍ ການປະກັນໄພຂອງ ສປປ ລາວ.

   (6). ຫຼັງຈາກເຮັດປະກັນໄພແລ້ວ ໃຫ້ປະກອບເອກະສານຕາມທີ່ໄດ້ກໍານົດໄວ້ໃນມາດຕາ 26 ຂອງດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະເໜີເຖິງພະແນກອຸສາກະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ເພື່ອພິຈາລະນາອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ.

   (7). ພາຍຫຼັງໄດ້ຮັບໃບຢັ້ງຢືນການເຄື່ອນໄຫວທຸລະກິດແລ້ວ ຈຶ່ງສາມາດເຄື່ອນໄຫວທຸລະກິດໄດ້ ຕາມລະບຽບກົດໝາຍ.

3. ການສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດຂອງ ບໍລິສັດ ໃຫ້ເຊົ່າສາງນໍ້າມັນເຊື້ອໄຟ

   ການສ້າງຕັ້ງ ແລະ ເຄື່ອນໄຫວຂອງບໍລິສັດ ໃຫ້ເຊົ່າສາງນໍ້າມັນເຊື້ອໄຟ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:

   (1). ປະກອບເອກະສານແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ, ກະຊວງອຸດສາຫະກິດ ແລະ ການຄ້າ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ.

   (2). ຫຼັງຈາກໄດ້ໃບທະບຽນວິສາຫະກິດແລ້ວ ໃຫ້ສະເໜີຕໍ່ຂະແໜງໂຍທາທິການ ແລະ ຂົນສົ່ງ ເພື່ອອອກໃບຢັ້ງຢືນຜັງເມືອງກ່ຽວກັບທີ່ຕັ້ງ ແລະ ຮັບຮອງແບບແຜນຜັງເຕັກນິກການກໍ່ສ້າງສາງນໍ້າມັນເຊື້ອໄຟ.

   (3). ພາຍຫຼັງໄດ້ຮັບໃບຢັ້ງຢືນຜັງເມືອງ ກ່ຽວກັບທີ່ຕັ້ງ ແລະ ຮັບຮອງແບບແຜນຜັງເຕັກນິກການກໍ່ສ້າງສາງນໍ້າມັນເຊື້ອໄຟແລ້ວ ຈຶ່ງສ້າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຂອງສາງນໍ້າມັນເຊື້ອໄຟ ແລະ ສະເໜີຕໍ່ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເພື່ອອອກໃບຢັ້ງຢືນ.

   (4). ພາຍຫຼັງໄດ້ຮັບໃບຢັ້ງຢືນດ້ານສິ່ງແວດລ້ອມ ແລະ ສັງຄົມແລ້ວ ຈຶ່ງຂໍອະນຸຍາດປຸກສ້າງສາງຈາກຂະແໜງໂຍທາທິການ ແລະ ຂົນສົ່ງ, ພາຍຫຼັງໄດ້ຮັບອະນຸຍາດປຸກສ້າງແລ້ວ ຈຶ່ງສາມາດລົງມືກໍ່ສ້າງສາງ ແລະ ຕິດຕັ້ງລະບົບປ້ອງກັນອັກຄີໄພ.

   (5). ພາຍຫຼັງກໍ່ສ້າງສາງ ສໍາເລັດໃຫ້ສະເໜີຕໍ່ຂະແນງໂຍທາທິການ ແລະ ຂົນສົ່ງ ເພື່ອລົງກວດກາ ແລະ ຢັ້ງຢືນຮັບຮອງຄວາມຖືກຕ້ອງຂອງການກໍ່ສ້າງສາງ ພ້ອມດຽວກັນ ກໍ່ໃຫ້ສະເໜີຕໍ່ ຂະແໜງປ້ອງກັນຄວາມສະຫງົບ ເພື່ອລົງກວດກາ ແລະ ອອກໃບຢັ້ງຢືນການກວດກາກ່ຽວກັບ ຄວາມປອດໄພທາງດ້ານການສະກັດກັ້ນ ແລະ ຕ້ານອັກຄີໄພ ສາງນໍ້າມັນເຊື້ອໄຟ ຕາມກົດໝາຍວ່າດ້ວຍ ການປະກັນໄພຂອງ ສປປ ລາວ ພ້ອມດຽວກັນກໍໃຫ້ສະໝັກເຂົ້າເປັນສະມາຊິກ ສະມາຄົມນໍ້າມັນເຊື້ອໄຟ.

   (6). ຫຼັງຈາກເຮັດປະກັນໄພ ແລະ ໄດ້ເຂົ້າເປັນສະມາຊິກ ສະມາຄົມນໍ້າມັນເຊື້ອໄຟແລ້ວ ໃຫ້ປະກອບເອກະສານຕາມທີ່ໄດ້ກໍານົດໄວ້ໃນມາດຕາ 31 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະເໜີຕໍ່ຂະແໜງ ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອພິຈາລະນາອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ.

   (7). ພາຍຫຼັງໄດ້ຮັບໃບຢັ້ງຢືນກາຍເຄື່ອນໄຫວທຸລະກິດແລ້ວ ຈຶ່ງສາມາດເຄື່ອນໄຫວທຸລະກິດໄດ້ ຕາມລະບຽບກົດໝາຍ.

IV. ການສ້າງແຜນຈໍາໜ່າຍນໍ້າມັນເຊື້ອໄຟ ປະຈໍາປີ

   ບໍລິສັດຈໍາໜ່າຍພາຍໃນ ເປັນຜູ້ສ້າງແຜນຈໍາໜ່າຍນໍ້າມັນເຊື້ອໄຟ ປະຈໍາປີ ຍື່ນຕໍ່ກົມພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ກ່ອນວັນທີ 31 ເດືອນຕຸລາ ຂອງທຸກປີ ຕາມທີ່ກໍານົດໄວ້ໃນມາດຕາ 16 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ເພື່ອຢັ້ງຢືນ.

V. ການອະນຸຍາດນໍາເຂົ້ານໍ້າມັນເຊື້ອໄຟ.

   ບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ເປັນຜູ້ຂໍອະນຸຍາດນໍາເຂົ້ານໍ້າມັນເຊື້ອໄຟ ຕໍ່ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ກ່ອນວັນທີ 31 ເດືອນຕຸລາ ຂອງທຸກປີ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 16 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ເພື່ອພິຈາລະນາຄົ້ນຄວ້າ.

VI. ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ

   ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟສໍາລັບຂະແໜງອຸດສາຫະກໍາ ແລະ ການຄ້າ ປະກອບມີ:

  1. ຂັ້ນສູນກາງ ແມ່ນກົມການຄ້າພາຍໃນເປັນເຈົ້າການໂດຍປະສານສົມທົບກັບ ກົມການນໍາເຂົ້າ ແລະ ສົົ່ງອອກ.
  2. ຂັ້ນແຂວງ, ນະຄອນຫຼວງ ແມ່ນພະແນກອຸດສາຫະກໍາ ແລະ ການຄ້າແຂວງ,ນະຄອນຫຼວງ.
  3. ຂັ້ນເມືອງ, ເທດສະບານ ແມ່ນຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ເທດສະບານ.

VII. ການຈັດຝຶກອົບຮົມກ່ຽວກັບການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ

    ອົງການຄຸ້ມຄອງທຸລະກິດຄຸ້ມຄອງນໍ້າມັນເຊື້ອໄຟ ຂະແໜງອຸດສາຫະກໍາ ແລະ ການຄ້າ ສົມທົບກັບກົມກອງ,  ຂະແໜງການກ່ຽວຂ້ອງ ແລະ ສະມາຄົມນໍ້າມັນເຊື້ອໄຟ ຈັດຝືກອົບຮົມ ໃຫ້ຜູ້ທີ່ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ຢ່າງໜ້ອຍ 01ຄັ້ງ/ປີ ກ່ຽວກັບ:

  1. ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ, ການຈໍາໜ່າຍ, ການຜ່ານແດນ, ປໍ້າ ແລະ ບໍລິການເຊົ່າສາງນໍ້າມັນເຊື້ອໄຟ.
  2. ການຄຸ້ມຄອງບັນຊີບໍລິສັດ, ປໍ້ານໍ້າມັນເຊື້ອໄຟ.
  3. ການຄຸ້ມຄອງ ກ່ຽວກັບ ຄວາມປອດໄພດ້ານອັກຄີໄພຂອງສາງ, ປໍ້ານໍ້າມັນເຊື້ອໄຟ.
  4. ການຄຸ້ມຄອງ ກ່ຽວກັບ ການຂົນສົ່ງ ແລະ ບໍລິການເຊົ່າພາຫະນະຂົນສົ່ງປໍ້ານໍ້າມັນເຊື້ອໄຟ.
  5. ການຄຸ້ມຄອງ ກ່ຽວກັບ ຄຸນນະພາບນໍ້າມັນເຊື້ອໄຟ.
  6. ການຄຸ້ມຄອງອື່ນທີ່ກ່ຽວຂ້ອງ.

VIII. ມາດຕະການປັບໃໜ  

     ຖ້າຫົວໜ່ວຍທຸລະກິດໃດບໍ່ປະຕິບັດຕາມເງື່ອນໄຂດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ແລະ ຄໍາແນະນໍາສະບັບນີ້ ຈະຖືກປະຕິບັດຕາມມາດຕະການທີ່ກໍານົດໃນພາກທີ IX ຂອງດໍາລັດຢ່າງເຂັ້ມງວດ.

IX. ການຈັດຕັ້ງປະຕິບັດ

   ມອບໃຫ້ ກົມການຄ້າພາຍໃນ ເປັນເຈົ້າການປະສານງານສົມທົບກັບ ກົມກອງກ່ຽວຂ້ອງ ແລະ ຂະແໜງການກ່ຽວຂ້ອງ ພ້ອມດ້ວຍສະມາຄົມນໍ້າມັນເຊື້ອໄຟ ເຜີຍແຜ່ຄໍາແນະນໍາສະບັບນີ້.

   ມອບໃຫ້ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ຂະແໜງອຸດສາຫະກໍາ ແລະ ການຄ້າ ສົມທົບກັບກົມກອງກ່ຽວຂ້ອງ, ຂະແໜງການກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິດນໍ້າມັນເຊື້ອໄຟ ເປັນຜູ້ຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ຢ່າງເຂັ້ມງວດ.

   ຫົວໜ່ວຍທຸລະກິດນໍ້າມັນເຊື້ອໄຟ ທີ່ດໍາເນີນການເຄື່ອນໄຫວທຸລະກິດກ່ອນປະກາດໃຊ້ ດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ໃຫ້ປັບປຸງຕົນເອງຕາມເງື່ອນໄຂ ແລະ ຂັ້ນຕອນ ທີ່ໄດ້ກໍານົດໄວ້ໃນດໍາລັດ ແລະ ຄໍາແນະນໍາສະບັບນີ້.

   ບຸກຄົນ, ນິຕິບຸກຄົນ ທີ່ສະເໜີສ້າງຕັ້ງກ່ອນ ປະກາດໃຊ້ດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ແມ່ນໃຫ້ປະຕິບັດຕາມຂັ້ນຕອນຂອງຄໍາແນະນໍາສະບັບນີ້, ສ່ວນຜູ້ສະເໜີສ້າງຕັ້ງ ຫຼັງ ປະກາດໃຊ້ດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ປັບປຸງສໍາເລັດ ຕາມກໍານົດໄວ້ໃນຂໍ້ II ຂອງຄໍາແນະນໍາສະບັບນີ້ ຈຶ່ງຮັບເອກະສານສະເໜີສ້າງຕັ້ງ.

   ຄໍາແນະນໍາສະບັບນີ້ ມີຜົນສັກສິດຫຼັງຈາກລົງລາຍເຊັນ ແລະ ພາຍຫຼັງສິບຫ້າວັນ ນັບແຕ່ວັນພິມລົງຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ.

ລັດຖະມົນຕີ

ນ.ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Instruction on the Implementation of Some Article Content in Decree on Petroleum Business No. 331/PM, dated 27 October 2017. No. 0521/MOIC.DDT, dated 02 May 2018 PDF
2 ຄຳແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດເນື້ອໃນບາງມາດຕາ ຂອງດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017. ເລກທີ 0521/ອຄ.ກຄພນ,​ ລົງວັນທີ 02 ພຶດສະພາ 2018 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການຂຶ້ນທະບຽນບໍລິສັດສົ່ງອອກນ້ຳມັນເຊື້ອໄຟ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ກ່ອນຈະຖືກອານຸຍາດໃຫ້ສົ່ງອອກນ້ຳມັນບໍລິສັດທີ່ຕ້ອງການສົ່ງອອກາຕ້ອງໄດ້ປະກອບເອກະສານໄປຫາກະຊວງອຸດສາຫະກຳ ແລະ ການຄ້າ (ກົມການຄ້າພາຍໃນ) ເພື່ອພິຈາລະນາອອກໃບອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດນໍ້າເຂົ້ານໍ້າມັນເຊື້ອໄຟ
  1. ດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017
  2. ຄຳແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດເນື້ອໃນບາງມາດຕາ ຂອງດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017. ເລກທີ 0521/ອຄ.ກຄພນ,​ ລົງວັນທີ 02 ພຶດສະພາ 2018
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.