ສຸຂານາໄມ ແລະ ສຸຂານາໄມພືດ (SPS)

ກົດລະບຽບພື້ນຖານກ່ຽວກັບ ການຄຸ້ມຄອງຄວາມປອດໄພຂອງອາຫານ ແລະ ມາດຕະຖານ ສຸຂານາໄມສັດ ແລະ ພືດ ແມ່ນໄດ້ຖືກກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍການນຳ ໃຊ້ມາດຕະການ ສຸຂານາໄມ ແລະ ສຸຂານາໄມ ພືດ (SPS Agreement) ຂອງ ອົງການ ການຄ້າໂລກ (WTO).

ມາດຕະການ SPS ແມ່ນມາດຕະການທີ່ນຳໃຊ້ເພື່ອປົກປ້ອງມະນຸດ, ສັດ ຫຼື ພືດໃຫ້ ປອດໄພຈາກການລະ ບາດຂອງສັດຕູພືດ ແລະ ພະຍາດ ຫຼື ຈາກສານເສບຕິດ, ສານພິດ ຫຼື ສານປົນເປື້ອນທີ່ພົບເຫັນໃນ ອາຫານ, ເຄື່ອງດື່ມ ແລະ ອາຫານສັດເປັນຕົ້ນ.

ພາຍໃຕ້ຂໍ້ຕົກລົງ SPS ມັນຮຽກຮ້ອງສະມາຊິກອົງການການຄ້າໂລກ (WTO) ໃຫ້ສ້າງຕັ້ງ 'ຈຸດສອບຖາມ' ແຫ່ງ ຊາດເພື່ອໃຫ້ຕອບຂໍ້ສອບຖາມຕ່າງໆກ່ຽວກັບມາດຕະການທາງດ້ານ SPS ຈາກປະເທດສະມາຊິກ. ກົດທີ່ລິ້ງນີ້ ຫາກທ່ານສົນໃຈໜ້າເວັບໄຊທ໌ຂອງ ຈຸດສອບຖາມ SPS ຂອງ ສປປ ລາວ.


ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ (TBT)

ຂໍ້ຕົກລົງວ່າດ້ວຍສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ (TBT Agreement) ຂອງ ອົງການການຄ້າໂລກ (WTO) ໄດ້ລະບຸເຖິງສິດ ແລະ ໜ້າທີ່ຂອງປະເທດສະມາຊິກ WTO ກ່ຽວກັບການພັດທະນາ ແລະ ການປະກາດ ນຳໃຊ້ມາດຕະການທາງດ້ານ ເຕັກນິກທີ່ອາດຈະສົ່ງຜົນກະທົບຕໍ່ການຄ້າໂດຍລວມ.

ເປົ້າໝາຍຂອງຂໍ້ຕົກລົງ TBT ແມ່ນເພື່ອຫຼຸດຜ່ອນສິ່ງກີດຂວາງຕໍ່ການຄ້າທີ່ເປັນຜົນມາຈາກການ ນຳໃຊ້ ລະບຽບການ ດ້ານເຕັກນິກ, ມາດຕະຖານ ແລະ ຂະບວນການປະ ເມີນຜົນທີ່ແຕກຕ່າງກັນ ຈາກປະເທດ ໜຶ່ງໄປອີກປະເທດໜຶ່ງ. ພ້ອມດຽວກັນນັ້ນ, ກໍເປັນການເປີດໂອກາດໃຫ້ສິດແກ່ປະເທດສະມາຊິກໃນການ ປະກາດໃຊ້ມາດຕະການບາງຢ່າງ ເພື່ອບັນລຸເປົ້າໝາຍທາງນະໂຍບາຍໃນການປົກປ້ອງຊີວິດ ແລະ ຄວາມ ປອດໄພຂອງມະນຸດ ແລະ ສິ່ງແວດລ້ອມ.


ພາຍໃຕ້ຂໍ້ຕົກລົງ TBT ມັນຮຽກຮ້ອງສະມາຊິກອົງການການຄ້າໂລກ (WTO) ໃຫ້ສ້າງຕັ້ງ “ຈຸດສອບຖາມ" ແຫ່ງຊາດ ເພື່ອໃຫ້ຕອບຂໍ້ສອບ ຖາມຕ່າງໆກ່ຽວກັບມາດຕະການທາງດ້ານ TBT ຈາກປະເທດສະມາຊິກ. ກົດທີ່ລິ້ງນີ້ ຫາກສົນໃຈໜ້າເວັບໄຊທ໌ຂອງ ຈຸດສອບຖາມ TBT ຂອງ ສປປ ລາວ.


ໜ່ວຍງານແຈ້ງຂໍ້ມູນ

ສປປ ລາວ ຍັງໄດ້ສ້າງຕັ້ງໜ່ວຍງານແຈ້ງຂໍ້ມູນ ສຸຂານາໄມ-ສຸຂານາໄມພືດ (SPS) ຢູ່ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ປ່າໄມ້ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ (TBT) ຢູ່ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ. ເຊິ່ງຈະເປັນໜ່ວຍງານແຈ້ງຂໍ້ມູນຂອງບັນດາແຈ້ງການຈາກບັນດາປະເທດສະມາຊິກ ຂອງອົງການການຄ້າໂລກ (WTO) ໂດຍຜ່ານກອງເລຂາ WTO ໃຫ້ຮູ້ຢ່າງທັນການກັບລະບຽບການໃຫມ່, ສະຫນອງຂໍ້ມູນຂອງລະບຽບການຕ່າງໆຕາມການສະເຫນີ ແລະ ເພື່ອຮັບປະກັນວ່າຄໍາເຫັນທີ່ໄດ້ຮັບມານັ້ນໄດ້ຖືກປະຕິບັດຜົນເປັນຈີງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?