ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ, ກົມພາສີ    ເລກທີ 02778/ກພສ

ນະຄອນຫຼວງວຽງຈັນ, ວັນທີ 31 ພຶດສະພາ 2018

ບົດແນະນຳ

ການຈັດຕັ້ງປະຕິບັດ ສາລະບານສີນຄ້າລະບົບເອກະສານຂອງອາຊຽນ ລຸ້ນປີ 2017

( ASEAN Harmonized Tariff Nomenclature ~ AHTN 2017 )

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20/12/2011 ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 16/01/2014;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2826/ກງ, ລົງວັນທີ 22 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ;
  • ອີງຕາມ ແຈ້ງການຂອງກະຊວງການເງິນ ເລກທີ 1434/ກງ, ລົງວັນທີ 14/05/2018 ວ່າດ້ວຍ ການຈັດຕັ້ງປະຕິບັດ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017 (AHTN 2017).

ເພື່ອເປັນການພັນຂະຫຍາຍເນື້ອໃນແຈ້ງການຂອງກະຊວງການເງີນ ສະບັບເລກທີ 1434/ກງ, ໃຫ້ມີປະສິດທິພາບ ແລະ ເປັນເອກກະພາບກັນ ໃນຂອບເຂດທົ່ວປະເທດ ແລະ ພ້ອມທັງໃຫ້ສອດຄ່ອງກັບລະບຽບການຂອງສາກົນ,

                                                        ກົມພາສີຈື່ງອອກຄຳແນະນຳ ດັ່ງນີ້:
 1. ໃຫ້ປ່ຽນແທນ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2012 (AHTN 2012) ທີ່ກຳລັງນຳໃຊ້ຢູ່ໃນປັດຈຸບັນດ້ວຍ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017 (AHTN 2017);

2. AHTN 2017 ປະກອບດ້ວຍ 21 ພາກ 97 ໝວດ, 1,222 ເຄົ້າ 5,387 ລະຫັດຍ່ອຍ 6 ຕົວເລກ, 10,813 ລະຫັດຍ່ອຍ 8 ຕົວເລກ ແລະ 11,429 ລະຫັດຍ່ອຍ 10 ຕົວເລກ ສຳລັບກຳນົດ ອັດຕາພາສີຂາເຂົ້າ ແລະ ອັດຕາອາກອນຊົມໃຊ້ (ຖ້າມີ) ໃນຈຳນວນນີ້ 13 ລະຫັດແມ່ນລາຍການສິນຄ້າ ‘ຫ້າມນຳເຂົ້າ (prohibited ltems)’;

3. ໃນ AHTN 2017 ມີ 03 ລະຫັດເຄົ້າ ໄດ້ຖືກຍຸບໄປລວມກັບລະຫັດອື່ນໆ ຄື:

Ø 38.24 (ຜະລິດຕະພັນເຄມີທີ່ບໍ່ໄດ້ລວມຫຼຶ່ລະບຸຢູ່ບ່ອນອື່ນ);

Ø 69.08 (ກະໂລ້ເຄືອບເຫຼື້ອມ);

Ø 84.79 (ເຄຶ່ອງຈັກພິມດິດ);

ມີ 01 ລະຫັດເຄົ້າ ຄື:

Ø 96.20 (ຂາຕັ້ງອຸປະກອນ ລວມທັງການເຊວຟີ້) ຖືກເພີ່ມເຂົ້າໃໝ່;

4. ໃນລະດັບລະຫັດຍ່ອຍ 6 ຕົວເລກ ໄດ້ມີການເພີ່ມຂື້ນຂື້ນທັງໝົດ 80 ລະຫັດ. ໃນນີ້, ໂຕທີ່ພົ້ນເດັ່ນແມ່ນ ການເພີ່ມ 01 ລະຫັດ ສຳລັບດອກໄຟ LED Light-Emitting Diode), 07 ລະຫັດ ສຳລັບພາຫະນະໄຮບຮິດ (Hybrid) ໃນໝວດ 87.02 ແລະ 87.03, 05 ລະຫັດ ສຳລັບໝວດ 96.20;

5. ຫຼັກການໃນການຈັດລະຫັດສິນຄ້າແມ່ນໃຫ້ອີງໃສ່ຫຼັກການຕີຄວາມໝາຍລະຫັດສິນຄ້າ (General lnterpretative Rules for classification ~ GIRs) ປະກອບມີ 6 ຫຼັກການ ທີ່ລະບຸຢູ່ດ້ານໜ້າຂອງປື້ມສາລະບານ ລະບົບເອກະພາບ ລຸ້ນປີ 2017;

6. ໂດຍອີງໃສ່ຫຼັກການຕີຄວາມໝາຍລະຫັດສິນຄ້າ (GlRs) ໃຫ້ເອົາໃຈໃສ່ການຈັດລະຫັດສິນຄ້າສຳລັບບາງປະເພດ ສິນຄ້າທີ່ຂ້ອນຂ້າງສັບສົນ ດັງຕໍ່ໄປນີ້:

Ø  ການຈັດລະຫັດສິນຄ້າປະເພດ ກາເຟ ແລະ ເຄື່ອງດືມທີ່ມີທາດກາເຟ ເປັນຫຼັກ ໃຫ້ປະຕິບັດດັ່ງນີ້:

- ກາເຟເປັນເມັດ ແມ່ນຈັດໃນໝວດ 09.01;

- ກາເຟຜົງສຳເລັດຮູບ 100% (lnstant Coffee) ແມ່ນຈັດໝວດ 21.01 (2101.11);

- ກາເຟຜົງສຳເລັດຮູບແບບປະສົມ (2IN1, 3IN1, …) ແມ່ນຈັດໝວດ 21.01 (2101.12);

- ເຄື່ອງດື່ມກາເຟສຳເລັດຮູບ ແມ່ນຈັດໃນໝວດ 22.02 (2202.90);

Ø ການຈັດລະຫັດສິນຄ້າ ຄ້າປະເພດ ພາຫະນະກົນຈັກໜັກ ແລະ ພາຫະນະຂົນສົ່ງໃຫ້ປະຕິບັດ ດັ່ງນີ້ :

- ປະເພດ ລົດດຸດ, ລົດຕັກ, ລົດເກດ, ລົດໂລ, ..... ແມ່ນຈັດໃສ່ໃນໝວດ 84.29 ໂດຍອີງຕາມ ຊະນິດຂອງພາຫະນະກົນຈັກໜັກນັ້ນໆ;

- ປະເພດ ລົດໄຖນາເດີນຕາມ, ລົດແທຮັກເຕີ ແລະ ລົດຫົວລາກ ແມ່ນຈັດໃສ່ໃນໝວດ 87.01 ໂດຍອີງຕາມ ຊະນິດຂອງລົດ;

- ປະເພດ ລົດຕູ້ທີ່ມີບ່ອນນັ່ງແຕ່ 10 ຄົນຂື້ນໄປລວມທັງຄົນຂັບ ແມ່ນຈັດໃຫ້ໃສ່ໃນໝວດ 87.02 ໂດຍອີງຕາມຊະນິດຂອງພະລັງງານທີ່ໃຊ້, ນ້ຳໜັກລວມ (Goss Vehicle Weight ~ GVW*) ແລະ ຈຳນວນບ່ອນນັ່ງ (ທີ່ມິສາຍແອວນິລະໄພ);

- ປະເພດ ລົດສຳລັບຂັບຂີ່ສ່ວນບຸກຄົນ (ລົດເກງ, ລົດຈິບ, ລົດຕູ້ບໍ່ເກີນ 9 ບ່ອນນັ່ງ, ....) ພາຫະນະຮັບໃຊ້ວິຊາສະເພາະບາງປະເພດ (ລົດໂຮງໝໍ, ລົດຂົນນັກໂທດ, ລົດຂົນສົບ, ....) ລົດໂກຄາດ (Go-Kart) ລົດຈັກ 4 ລໍ້ (ATV), ລົດໃຊ້ຕາມສະໜາມກ໊ອຟ (Golf-Cart), ... ແມ່ນໃຫ້ຈັດໃສ່ໃນໝວດ 87.03 ໂດຍອີງຕາມຊະນິດຂອງພະລັງງານທີ່ໃຊ້  ແລະ ຂະໜາດຂອງກະບອກສຸບ (CC);

- ປະເພດລົດກະບະ, ລົດບັນທຸກທຸກປະເພດ (ລົກດ້າມ, ລົດສະແຕ໊ກ, ລົດຂົນສົ່ງຂີ້ເຫຍື້ອ ທີ່ມີອຸປະກອນອັດຂີ້ເຫຍື້ອຕິດມານຳ, ...) ແມ່ນໃຫ້ຈັດໃສ່ໃນໝວດ 87.04 ໂດຍອີງຕາມຊະນິດຂອງພະລັງງານທີ່ໃຊ້ ແລະ GVW ຕາມສະເປັກຂອງໂຮງງານ ຫຼຶ່ ຜູ້ຜະລິດ**

  **ຫ້າມນຳເອົາລົດບັນທຸກໄປຊັ່ງເພື່ອກຳນົດ ນ້ຳໜັັກລົດເປົ່າ ແລະ/ຫຼື ຂະໜາດບັນທຸກ ເພື່ອໃຊ້ໃນການແຈ້ງພາສີເປັນລາຍອຽດ !

 - ປະເພດ ລົດຮັບໃຊ້ວິຊາສະເພາະ (ລົດເຄຣນ, ລົດດັບເພີງ, ລົດຄລີນິກເຄື່ອນທີ່, ລົດກວາດ-ລ້າງຖະໜົນ, ...) ແມ່ນຈັດໃສ່ໝວດ 87.05;

 - ປະເພດ ຫາງລາກ (Trailer / Semi – Trailer) ແມ່ນຈັດໃສ່ໃນລະຫັດເຄົ້າ 87.16.

7. ມອບໃຫ້ ພະແນກຂໍ້ມູນຂ່າວສານ ແລະ ແຜນການ ໂດຍສົບທົບກັບ ພະແນກນິຕິກຳ ເປັນເຈົ້າການໃນການນຳ

 AHTN 2017 ອັບໂຫຼດລົງໃນລະບົບແຈ້ງລະບົບແຈ້ງພາສີອັດຕະໂນມັດ (ASYCUDA) ໃຫ້ທັນເວລາ;

8. ມອບໃຫ້ ພະແນກນິຕິກຳ ໂດຍສົມທົບກັບ ພະແນກ ຈັດຕັ້ງ, ບໍລິຫານ ແລະ ການເງີນ ແລະ ພະແນກຮ່ວມມື ພາສີສາກົນ ໃນການດຳເນີນການຝຶກອົບຮົມກ່ຽວກັບ AHTN 2017 ໃຫ້ແກ່ເຈົ້າໜ້າທີ່ພາສີ, ຜູ້ປະກອບ, ຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ທີ່ສົນໃຈທົ່ວໄປ;

9. ມອບໃຫ້ ພະແນກນິຕິກຳ ປະສານກັບ ຫ້ອງການກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ( ກະຊວງອຸດສາຫະກຳ ແລະ ການຄ້າ ) ເພື່ອເຜີຍແຜ່ AHTN 2017 ຜ່ານທາງ ເວັບໄຊຂໍ້ມູນຂ່າວສານການຄ້າ (www.laotradeportal.gov.la);

10. ມອບໃຫ້ ບັນດາພະແນກການອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ ແລະ ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດເອົາໃຈໃສ່ເຜີຍແຜ່ ແລະ ໃຫ້ຄຳແນະນຳກ່ຽວກັບ ບົດແນະນຳສະບັບນີ້ໃຫ້ຜູ້ປະກອບການຊາບ ແລະ ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນ;

11. ການຈັດຕັ້ງປະຕິບັດ AHTN 2017 ແມ່ນນັບແຕ່ວັນທີ 01/07/2018 ເປັນຕົ້ນໄປ.

12 ໃນການຈັດຕັ້ງປະຕິບັດຕົວຈິງ ຫາກພົບບັນຫາຫຍຸ້ງຍາກ ໃຫ້ນຳສະເໜີກົມພາສີ ເພື່ອຄົ້ນຄວ້າແກ້ໄຂຕາມກົດ

 ໝາຍ ແລະ ລະບຽບການ ແລະ ທັນກັບສະພາບການ.

        ດັ່ງນັ້ນ, ຈຶ່ງອອກບົດແນະນຳມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

 

 

 

# ຫົວຂໍ້ ດາວໂຫຼດ
1 Instruction on the Implementation of ASEAN Harmonized Tariff Nomenclature (AHTN) 2017 No. 02778/DC, dated 31 May 2018 PDF
2 ບົດແນະນຳ ການຈັດຕັ້ງປະຕິບັດ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017 (ASEAN Harmonized Tariff Nomenclature~AHTN 2017) ເລກທີ 02778/ກພສ, ລົງວັນທີ 31 ພຶດສະພາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.