ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ    ເລກທີ 002/ຄລທ.ສ​
ນະຄອນຫຼວງ​ວຽງຈັນ, ວັນທີ 20 ສິງຫາ 2018

ຂໍ້ຕົກລົງ

ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການບໍລິການ ການລົງທຶນປະຕູດຽວ ແລະ ໜ່ວຍງານປະສານງານ ການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ

  • ອີງຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016;
  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 05/ນຍ, ລົງວັນທີ 05 ມັງກອນ 2018;
  • ອີງຕາມ ຄຳສັ່ງວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018;
  • ອີງຕາມ ການສະເໜີ ຂອງກະຊວງ ແຜນການ ແລະ ການລົງທຶນ, ສະບັບເລກທີ 1933/ກຜທ, ລົງວັນທີ 13 ສິງຫາ 2018.

ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ອອກຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ຂອງຫ້ອງການບໍລິການ ການລົງທຶນປະຕູດຽວ ແລະ ໜ່ວຍງານປະສານງານ ການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ເພື່ອອຳນວຍຄວາມສະດວກໃຫ້ແກ່ການລົງທຶນ, ຫຼຸດຜ່ອນບັນດາຂອດຂັ້ນການພິຈາລະນາອະນຸມັດຂອງຂະແໜງການພາກລັດ ເຮັດໃຫ້ການພິຈາລະນາອະນຸມັດການລົງທຶນ ແລະ ການສົ່ງເສີມການລົງທຶນ ເປັນລະບົບຕາມກົນໄກປະຕູດຽວ, ໂປ່ງໃສ, ວ່ອງໄວ, ມີປະສິດທິພາບ, ສາມາດແຂ່ງຂັນ ແລະ ດຶງດູດການລົງທຶນທີ່ມີຄຸນນະພາບໄດ້.

ມາດຕາ 2 ການບໍລິການ ການລົງທຶນປະຕູດຽວ ແລະ ໜ່ວຍງານປະສານງານປະຕູດຽວ

ການບໍລິການ ການລົງທຶນປະຕູດຽວ ແມ່ນການເຄື່ອນໄຫວແບບລວມສູນ ໃນການບໍລິການການລົງທຶນ ໃຫ້ແກ່ຜູ້ລົງທຶນ ທີ່ລົງທຶນໃນກິດຈະການ ທົ່ວໄປ, ສຳປະທານ ແລະ ພັດທະນາເຂດເສດຖະກິດພິເສດ ໃຫ້ມີຄວາມກະທັດຮັດ, ສະດວກ, ວ່ອງໄວ, ໂປ່ງໃສ ແລະ ທັນການ.

ໜ່ວຍງານປະສານງານປະຕູດຽວ ແມ່ນໜ໋ວຍງານປະຈຳການ ຢູ່ຂະແໜງການກ່ຽວຂ້ອງ ໂດຍໄດ້ຮັບການແຕ່ງຕັ້ງ ແລະ ມອບໝາຍຈາກ ເຈົ້າກະຊວງ, ອົງການລັດທຽບເທົ່າກະຊວງ ເພື່ອເຮັດໜ້າທີ່ປະສານງານການບໍລິການ ການລົງທຶນປະຕູດຽວ ທີ່ກ່ຽວຂ້ອງກັບແຕ່ລະຂະແໜງການ.

ໝວດທີ 2

ໜ້າທີ່, ຂອບເຂດສິດ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການບໍລິການລົງທຶນປະຕູດຽວ ຂັ້ນສູນກາງ

ມາດຕາ 3 ໜ້າທີ່

ຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ມີໜ້າທີ່ ດັ່ງນີ້:

  1. ອະທິບາຍຊີ້ແຈງດ້ານກົດໝາຍ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບວຽກງານການລົງທຶນ ໃຫ້ຜູ້ລົງທຶນ ທີ່ສົນໃຈລົງທຶນ ຢູ່ ສປປ ລາວ;
  2. ເກັບກຳ, ລວບລວມ ແລະ ສະໜອງຂໍ້ມູນຂ່າວສານກ່ຽວກັບການລົງທຶນ  ໃຫ້ແກ່ຜູ້ລົງທຶນ ໂດຍການປະສານງານກັບບັນດາຂະແໜງການກ່ຽວຂ້ອງ;
  3. ອະທິບາຍ ແລະ ແນະນຳວິທີການປະກອບເອກະສານຕາມແບບພິມທີ່ໄດ້ກຳນົດ;
  4. ຮັບຄຳຮ້ອງ ແລະ ກວດກາຄວາມຖືກຕ້ອງຄົບຖ້ວນຂອງເອກະສານຂໍລົງທຶນ, ຂໍນະໂຍບາຍສົ່ງເສີມ, ຂໍປ່ຽນແປງພື້ນຖານນິຕິກຳຕ່າງໆ ໃນກິດຈະການຄວບຄຸມ, ກິດຈະການສຳປະທານ,​ ການພັດທະນາເຂດເສດຖະກິດພິເສດ, ການລົງທຶນຮ່ວມພາກລັດ ແລະ ພາກເອກະຊົນ, ການອອກໄປລົງທຶນຢູ່ຕ່າງປະເທດ ແລະ ການສ້າງຕັ້ງຫ້ອງການຜູ້ຕາງໜ້າ;
  5. ຮັບ ແລະ ບໍລິການຄຳຮ້ອງຂໍວີຊາທຸລະກິດ, ບັດແຮງງານ ແລະ ບັດພັກເຊົາຂອງຜູ້ລົງທຶນຕ່າງປະເທດ ພ້ອມດ້ວຍສະມາຊິກຄອບຄົວ, ວິຊາການ, ຜູ້ຊ່ຽວຊານ ແລະ ແຮງງານຕ່າງປະເທດ;
  6. ອອກໃບຢັ້ງຢືນການຮັບເອກະສານ ພາຍຫຼັງທີ່ໄດ້ກວດກາຄວາມຖືກຕ້ອງຄົບຖ້ວນ ຕາມແບບພິມທີ່ໄດ້ກຳນົດໄວ້ ແລະ ລະບຸວັນເວລາການນັດໝາຍມາຮັບເອົາຄຳຕອບຕໍ່ເອກະສານທີ່ຜູ້ລົງທຶນ ຫຼື ວິສາຫະກິດໄດ້ສະເໜີ;
  7. ປະສານສົມທົບ ແລະ ນຳສົ່ງເອກະສານ ຫຼື ຄຳຮ້ອງຕ່າງໆໃຫ້ຂະແໜງການກ່ຽວຂ້ອງ ພິຈາລະນາມີຄຳເຫັນຕາມລະບຽບການ;
  8. ຈັດກອງປະຊຸມວິຊາການ ເພືື່ອພິຈາລະນາຄຳຮ້ອງ, ຄຳສະເໜີຂອງຜູ້ລົງທຶນ ກ່ຽວກັບວຽກງານລົງທຶນ ກ່ອນນຳສະເໜີຕໍ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງພິຈາລະນາຕົກລົງ;
  9. ເຮັດໜ້າທີ່ເປັນກອງເລຂາຊ່ວຍວຽກ ໃຫ້ແກ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຊຶ່ງມີລາຍລະອຽດໜ້າວຽກ ດັ່ງນີ້:
  • ກະກຽມວາລະ ແລະ ເນື້ອໃນກອງປະຊຸມຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ;
  • ສັງລວມບັນດາເອກະສານສຳລັບກອງປະຊຸມ ກ່ອນນຳສະເໜີຕໍ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອພິຈາລະນາຈັດກອງປະຊຸມ;
  • ອອກຈົດໝາຍເຊີນຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມກອງປະຊຸມ;
  • ຄົ້ນຄວ້າການສະເໜີຂອງຜູ້ລົງທຶນ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 3 ຂໍ້ 4, ເພື່ອນຳສະເໜີຕໍ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພິຈາລະນາຕົກລົງ;
  • ຮ່າງບົດບັນທຶກກອງປະຊຸມ ແລະ ນຳສົ່ງມະຕິກອງປະຊຸມ (ບົດບັນທຶກກອງປະຊຸມທີ່ຖືກຮັບຮອງແລ້ວ) ໃຫ້ແກ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ຂະແໜງການກ່ຽວຂ້ອງ;
  1. ປະສານງານເອົາໃບທະບຽນວິສາຫະກິດນຳຂະແໜງການອຸດສາຫະກຳ ແລະ ການຄ້າ, ໃບທະບຽນອາກອນ ຫຼື ເລກລະຫັດປະຈຳຕົວຜູ້ເສຍອາກອນ ນຳຂະແໜງການການເງິນ ແລະ ໃບອະນຸຍາດດຳເນີນກິດຈະການນຳຂະແໜງການກ່ຽວຂ້ອງ;
  2. ມອບຈົດໝາຍຕອບຜູ້ລົງທຶນ, ໃບອະນຸຍາດລົງທຶນ, ໃບອະນຸຍາດສ້າງຕັ້ງຫ້ອງການຜູ້ຕາງໜ້າ, ໃບສົ່ງເສີມການລົງທຶນ ແລະ ເອກະສານອື່ນ ທີ່ກ່ຽວຂ້ອງໃຫ້ແກ່ຜູ້ລົງທຶນ;
  3. ປະສານກັບພາກສ່ວນຕ່າງໆ ແລະ ໜ່ວຍງານປະສານງານປະຕູດຽວ ຂອງຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ເພື່ອຮັບປະກັນຄວາມວ່ອງໄວ ແລະ ໂປ່ງໃສ ໃນການໃຫ້ບໍລິການ ການລົງທຶນປະຕູດຽວ;
  4. ປະສານງານຕາມສາຍຕັ້ງ ລະຫວ່າງ ຫ້ອງການບໍລິການ ການລົງທຶນປະຕູດຽວ ຂອງສູນກາງ ແລະ ທ້ອງຖິ່ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ, ສ້າງຄວາມວ່ອງໄວ ແລະ ມີປະສິດທິພາບ ໃນວຽກງານບໍລິການ ການລົງທຶນປະຕູດຽວ ໃຫ້ນັບມື້ນັບດີຂຶ້ນ;
  5. ເປັນໃຈກາງປະສານງານກັບຂະແໜງການກ່ຽວຂ້ອງ ໃນການຄົ້ນຄວ້າ, ປັບປຸງ ແລະ ແກ້ໄຂຂອດຂັ້ນການອອກອະນຸຍາດ ໃຫ້ມີຄວາມກະທັດຮັດ, ວ່ອງໄວ, ໂປ່ງໃສ, ອຳນວຍຄວາມສະດວກໃນການດຳເນີນທຸລະກິດຂອງພາກເອກະຊົນ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແນໃສ່ຫຼຸດຜ່ອນລະດັບຄວາມຫຍຸ້ງຍາກ ກໍຄື ຍົກລະດັບຕົວຊີ້ວັດຄວາມງ່າຍດາຍໃນການດຳເນີນທຸລະກິດ ຢູ່ ສປປ ລາວ ໃຫ້ດີຂຶ້ນ;
  6. ໃຫ້ການ ແນະນຳ ຫຼື ຊ່ວຍເຫຼືອເບື້ງຕົ້ນ ໃນການແກ້ໄຂບັນຫາ ຫຼື ຄຳຮ້ອງທຸກ ທີ່ພົວພັນກັບການລົງທຶນ ເພື່ອຫຼີກເວັ້ນການເກີດມີຂໍ້ຂັດແຍ່ງທີ່ຈະນຳໄປສູ່ການຮ້ອງຟ້ອງ ຫຼື ເຂົ້າສູ່ຂະບວນການຍຸຕິທຳ ໂດຍມີການປະສານສົມທົບກັບຂະແໜງກນ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ;
  7. ສະຫຼຸບ, ຕີລາຄາ, ຖອດຖອນບົດຮຽນ ແລະ ສະເໜີທິດທາງໃນການປັບປຸງວຽກງານການໃຫ້ບໍລິການ ການລົງທຶນປະຕູດຽວ ຕໍ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອພິຈາລະນາ ແລະ ໃຫ້ຄຳຊີ້ນຳໃນແຕ່ລະໄລຍະ;
  8. ຕິດຕາມ, ກວດກາບັນດາໂຄງການທີ່ໄດ້ອອກອະນຸຍາດລົງທຶນ ແລ້ວລາຍງານຕໍ່ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ໃນແຕ່ລະໄລຍະ;
  9. ເປັນໃຈກາງໃນການສະຫຼຸບສັງລວມວຽກງານການບໍລິການການລົງທຶນປະຕູດຽວ ໃນຂອບເຂດທົ່ວປະເທດ ເພື່ອລາຍງານຕໍ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ;
  10. ເຂົ້າຮ່ວມ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ມາດຕາ 4 ຂອບເຂດສິດ

ຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ມີສິດ ດັ່ງນີ້:

  1. ອອກຈົດໝາຍແຈ້ງທວງເອົາຄຳເຫັນ ຈາກຂະແໜງການກ່ຽວຂ້ອງ ກ່ຽວກັບວຽກງານລົງທຶນ;
  2. ເຊີນພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປຶກສາຫາລື, ແນະນຳການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ;
  3. ຄົ້ນຄວ້າ ແລະ ນຳສະເໜີ ຄຳເຫັນໃນການປັບປຸງ ກ່ຽວກັບວຽກງານການບໍລິການ ການລົງທຶນ ປະຕູດຽວ ເພື່ອຮັບປະກັນຄວາມວ່ອງໄວ ແລະ ໂປ່ງໃສ;
  4. ເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ຕາມລະບຽບການ;
  5. ປະຕິບັດສິດອື່ນ ຕາມການມອບໝາຍ ຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ.

ມາດຕາ 5 ຂອບເຂດການບໍລິການ

ຂອບເຂດການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ປະກອບມີ:

  1. ບໍລິການ ການຂໍອະນຸຍາດລົງທຶນ, ການສ້າງຕັ້ງຫ້ອງການຜູ້ຕາງໜ້າ, ຂໍຂຶ້ນທະບຽນວິສາຫະກິດ, ທະບຽນອາກອນ, ອະນຸຍາດເຄື່ອນໄຫວກິດຈະການ ແລະ ຂໍນະໂຍບາຍສົ່ງເສີມ;
  2. ບໍລິການ ຂໍວີຊາທຸລະກິດ, ວີຊາເຂົ້າ-ອອກຫຼາຍເທື່ອ, ບັດແຮງງານ ແລະ ບັດພັກເຊົາ;
  3. ບໍລິການ ການຂໍປ່ຽນແປງທາງດ້ານພື້ນຖານນິຕິກຳຕ່າງໆຂອງວິສາຫະກິດ ທີ່ລົງທຶນໃນກິດຈະການຄວບຄຸມ, ກິດຈະການສຳປະທານ, ການພັດທະນາເຂດເສດຖະກິດພິເສດ, ການລົງທຶນຮ່ວມພາກລັດ ແລະ ພາກເອກະຊົນ, ການອອກໄປລົງທຶນຢູ່ຕ່າງປະເທດ ແລະ ຫ້ອງການຜູ້ຕາງໜ້າ;
  4. ບໍລິການ ຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບການລົງທຶນ;
  5. ບໍລິການ ອອກໃບຢັ້ງຢືນຄວັດຕາປະທັບ ໃຫ້ບັນດາວິສາຫະກິດ;
  6. ບໍລິການ ພົວພັນເອົາໃບທະບຽນວິສາຫະກິດ ຫຼື ໃບທະບຽນອາກອນ ແລະ/ຫຼື ໃບອະນຸຍາດດຳເນີນທຸລະກິດໃນກິດຈະການຄວບຄຸມ, ກິດຈະການສຳປະທານ, ການພັດທະນາເຂດເສດຖະກິດພິເສດ, ການລົງທຶນຮ່ວມພາກລັດ ແລະ ພາກເອກະຊົນ ແລະ ຫ້ອງການຜູ້ຕາງໜ້າ;
  7. ບໍລິການມອບຈົດໝາຍຕອບຜູ້ລົງທຶນ, ມອບໃບອະນຸຍາດລົງທຶນ, ມອບໃບອະນຸຍາດຫ້ອງການຜູ້ຕາງໜ້າ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ;
  8. ບໍລິການອື່ນທີ່ຕິດພັນກັບວຽກງານສົ່ງເສີມການລົງທຶນ.

ມາດຕາ 6 ໂຄງປະກອບກົງຈັກ

ໂຄງປະກອບກົງຈັກ ຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ປະກອບມີ:

  1. ຄະນະວິຊາການປະຕູດຽວ ຊຶ່ງປະກອບດ້ວຍ ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ແລະ ຜູ້ຕາງໜ້າທີ່ບໍ່ປະຈຳການ ຈາກ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ກະຊວງປ້ອງກັນຄວາມສະຫງົບ;
  2. ຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ທີ່ຕັ້ງຢູ່ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ປະກອບມີ 2 ພະແນກ ຄື:
  • ພະແນກ ຄົ້ນຄວ້າ, ວິໄຈໂຄງການ ແລະ ກອງເລຂາ;
  • ພະແນກ ບໍລິການ ການລົງທຶນປະຕູດຽວ.

ມາດຕາ 7 ໂຄງປະກອບບຸກຄະລາກອນ

ຄະນະຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ປະກອບມີ:

ຫົວໜ້າກົມສົ່ງເສີມການລົງທຶນ ເປັນຫົວໜ້າຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ໂດຍຕຳແໜ່ງ, ຊຶ່ງໃນນີ້:

ຄະນະວິຊາການບໍ່ປະຈຳການ ປະກອບດ້ວຍ ຫົວໜ້າກົມ ຫຼື ຮອງຫົວໜ້າກົມຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ກະຊວງປ້ອງກັນຄວາມສະຫງົບ.

ມາດຕາ 8 ລະບອບການປະຊຸມ

ຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ຈັດກອງປະຊຸມ ວິຊາການປະຈຳອາທິດ ຢ່າງໜ້ອຍອາທິດລະຄັ້ງ ເພື່ອຄົ້ນຄວ້າການສະເໜີຂອງຜູ້ລົງທຶນ ຫຼື ບັນຫາກ່ຽວກັບວຽກງານການລົງທຶນ, ກ່ອນນຳສະເໜີຕໍ່ກອງປະຊຸມ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ພິຈາລະນາ.

ມາດຕາ 9 ວາລະກອງປະຊຸມ

ບັນຫາທີ່ສະເໜີເຂົ້າໃນ ວາລະກອງປະຊຸມ ຂອງຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ມີດັ່ງນີ້:

  1. ຄຳຮ້ອງຂໍລົງທຶນ ແລະ ຂໍອອກໄປລົງທຶນຢູ່ຕ່າງປະເທດ;
  2. ສະເໜີຂໍດັດແກ້ສັນຍາ, ດັດແກ້ກິດຈະການລົງທຶນ ແລະ ປ່ຽນແປງທາງດ້ານພື້ນຖານນິຕິກຳຕ່າງໆ ຂອງວິສາຫະກິດ ແລະ ໂຄງການທີ່ໄດ້ອະນຸຍາດລົງທຶນ;
  3. ລາຍງານສະພາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດສັນຍາ ກໍ່ຄືໂຄງການລົງທຶນ;
  4. ລາຍງານສະພາບຂໍ້ຂັດແຍ່ງຕ່າງໆ ຫຼື ການແກ້ໄຂຂໍ້ຂ້ອງໃຈຂອງຜູ້ລົງທຶນ ແລະ ພາກສ່ວນຕ່າງໆ ຈາກພາກລັດ ແລະ ເອກະຊົນ ທີ່ມີຕໍ່ໂຄງການລົງທຶນ;
  5. ຂໍ້ສະເໜີຂອງ ແຕ່ລະຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ພົວພັນກັບວຽກງານສົ່ງເສີມການລົງທຶນ;
  6. ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງຜ່ານມາ;
  7. ລາຍງານສະຖິຕິການລົງທຶນປະຈຳເດືອນ;
  8. ພິຈາລະນາວຽກງານ ທີ່ພົວພັນກັບການສົ່ງເສີມການລົງທຶນ ແລະ ບັນຫາອື່ນໆ;
  9. ສັງລວມເນື້ອໃນບົດລາຍງານ ຕີລາຄາສະພາບການໃຫ້ບໍລິການ ຂອງຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ແລະ ທ້ອງຖິ່ນ.

ທຸກເອກະສານທີ່ຮັບໃຊ້ກອງປະຊຸມ (ວາລະກອງປະຊຸມ ແລະ ເອກະສານເນື້ອໃນກອງປະຊຸມ) ຕ້ອງສົ່ງເຖິງ ຄະນະຫ້ອງການບໍລິການ ການລົງທຶນປະຕູດຽວ ຢ່າງໜ້ອຍ 2 ວັນ,​ ກ່ອນມື້ເປີດກອງປະຊຸມ.

ໝວດທີ 3

ໜ້າທີ່, ຂອບເຂດສິດ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງໜ່ວຍງານ ປະສານງານ ການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ

ມາດຕາ 10 ໜ້າທີ່

ໜ່ວຍງານ ປະສານງານ ການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ມີໜ້າທີ່ດັ່ງນີ້:

  1. ອະທິບາຍຊີ້ແຈງດ້ານກົດໝາຍ ແລະ ລະບຽບການຕ່າງໆ ໃນຂະແໜງການຂອງຕົນໃຫ້ຜູ້ລົງທຶນທີ່ສົນໃຈລົງທຶນ ຢູ່ ສປປ ລາວ;
  2. ເກັບກຳ, ລວບລວມ ແລະ ສະໜອງຂໍ້ມູນຂ່າວສານ ກ່ຽວກັບການລົງທຶນ ທີ່ຕິດພັນກັບຂະແໜງການຕົນ ໃຫ້ແກ່ຜູ້ລົງທຶນ ໂດຍການປະສານງານກັບ ຫ້ອງການບໍລິການ ການລົງທຶນປະຕູດຽວ;
  3. ອະທິບາຍ ແລະ ແນະນຳວິທີການປະກອບເອກະສານ ທີ່ຕິດພັນກັບຂະແໜງການຕົນ ໃຫ້ແກ່ຜູ້ລົງທຶນ ຕາມແບບພິມທີ່ໄດ້ກຳນົດ;
  4. ປະສານງານກ່ຽວກັບການບໍລິການ ການລົງທຶນ ທີ່ຕິດພັນກັບບັນດາກົມກອງໃນຂະແໜງກນຕົນ ໃຫ້ແກ່ຫ້ອງການບໍລິການ ການລົງທຶນປະຕູດຽວ;
  5. ປະສານສົມທົບ ແລະ ຕິດຕາມເອົາຄຳເຫັນຂອງຂະແໜງການຕົນ ນຳສົ່ງໃຫ້ຫ້ອງການບໍລິການ ການລົງທຶນປະຕູດຽວ ຄົບຖ້ວນ ແລະ ທັນຕາມເວລາທີ່ກຳນົດ;
  6. ເຂົ້າຮ່ວມກອງປະຊຸມວິຊາການ ທີ່ຫ້ອງການບໍລິການ ການລົງທຶນປະຕູດຽວ ຈັດຂຶ້ນ ເພື່ອພິຈາລະນາຄຳຮ້ອງ, ຄຳສະເໜີຂອງຜູ້ລົງທຶນ ກ່ຽວກັບວຽກງານລົງທຶນ ກ່ອນນຳສະເໜີຕໍ່ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ພິຈາລະນາຕົກລົງ;
  7. ເຮັດໜ້າທີ່ເປັນກອງເລຂາຊ່ວຍວຽກ ໃຫ້ແກ່ ລັດຖະມົນຕີ ຫຼື ຮອງລັດຖະມົນຕີ ທີ່ເປັນຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ຕາມຂະແໜງການຕົນ;
  8. ປະສານງານຕາມສາຍຕັ້ງ ລະຫວ່າງ ໜ່ວຍງານປະສານງານ ການບໍລິການ ການລົງທຶນປະຕູດຽວ ຂອງສູນກາງ ແລະ ທ້ອງຖິ່ນ ຕາມຂະແໜງການຕົນ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ, ສ້າງຄວາມວ່ອງໄວ ແລະ ມີປະສິດທິພາບໃນວຽກງານ ບໍລິການ ການລົງທຶນປະຕູດຽວ ໃຫ້ນັບມື້ນັບດີຂຶ້ນ;
  9. ສະຫຼຸບ, ຕີລາຄາ, ຖອດຖອນບົດຮຽນ ແລະ ສະເໜີຄຳຄິດເຫັນໃນການປັບປຸງວຽກງານ ການໃຫ້ບໍລິການ ການລົງທຶນປະຕູດຽວ ທີ່ຕິດພັນກັບຂະແໜງການຕົນ ຕໍ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອພິຈາລະນາ ແລະ ໃຫ້ຄຳຊີ້ນຳໃນແຕ່ລະໄລຍະ;
  10. ເຂົ້າຮ່ວມ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕາມຂະແໜງການຕົນ.

ມາດຕາ 11 ຂອບເຂດສິດ

ໜ່ວຍງານປະສານງານ ບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ມີສິດ ດັ່ງນີ້:

  1. ທວງເອົາຄຳເຫັນຈາກກົມກອງອ້ອມຂ້າງຂອງຂະແໜງການຕົນ ທີ່ກ່ຽວຂ້ອງກັບວຽກງານການລົງທຶນ ເພື່ອນຳສົ່ງໃຫ້ແກ່ ຫ້ອງການບໍລິການ ການລົງທຶນປະຕູດຽວ;
  2. ເຊີນພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃນຂະແໜງການຕົນ ມາປະຊຸມ ເພື່ອປຶກສາຫາລື, ຊີ້ແຈງ ແລະ ແນະນຳ ການຈັດຕັ້ງປະຕິບັດວຽກງານບໍລິການ ການລົງທຶນປະຕູດຽວ;
  3. ເຂົ້າຮ່ວມຄົ້ນຄວ້າ ແລະ ປະກອບຄຳເຫັນ ຕໍ່ກອງປະຊຸມວິຊາການທີ່ຫ້ອງການບໍລິການ ການລົງທຶນປະຕູດຽວຈັດຂຶ້ນ ເພື່ອພິຈາລະນາຄຳຮ້ອງ, ຄຳສະເໜີຂອງຜູ້ລົງທຶນກ່ຽວກັບວຽກງານລົງທຶນ ກ່ອນນຳສະເໜີຕໍ່ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ພິຈາລະນາຕົກລົງ;
  4. ຄົ້ນຄວ້າ ແລະ ປະກອບຄຳເຫັນ ຕໍ່ການປັບປຸງວຽກງານປະສານງານການບໍລິການ ການລົງທຶນປະຕູດຽວ ເພື່ອຮັບປະກັນຄວາມວ່ອງໄວ ແລະ ໂປ່ງໃສ;
  5. ປະຕິບັດສິດອື່ນ ຕາມການມອບໝາຍ ຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ຕາມຂະແໜງການຕົນ.

ມາດຕາ 12 ໂຄງປະກອບກົງຈັກ

ໂຄງປະກອບກົງຈັກ ຂອງໜ່ວຍງານ ປະສານງານການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ປະກອບມີ:

  1. ໜ່ວຍງານປະສານງານການບໍລິການ ການລົງທຶນປະຕູດຽວ ຂອງກະຊວງແຜນການ ແລະ ການລົງທຶນ;
  2. ໜ່ວຍງານປະສານງານການບໍລິການ ການລົງທຶນປະຕູດຽວ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ;
  3. ໜ່ວຍງານປະສານງານການບໍລິການ ການລົງທຶນປະຕູດຽວ ຂອງກະຊວງການເງິນ;
  4. ໜ່ວຍງານປະສານງານການບໍລິການ ການລົງທຶນປະຕູດຽວ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
  5. ໜ່ວຍງານປະສານງານການບໍລິການ ການລົງທຶນປະຕູດຽວ ຂອງກະຊວງພະລັງງານ ແລະ ບໍ່ແຮ່;
  6. ໜ່ວຍງານປະສານງານການບໍລິການ ການລົງທຶນປະຕູດຽວ ຂອງກະຊວງກະສິກຳ ແລະ ປ່າໄມ້;
  7. ໜ່ວຍງານປະສານງານການບໍລິການ ການລົງທຶນປະຕູດຽວ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ;
  8. ໜ່ວຍງານປະສານງານການບໍລິການ ການລົງທຶນປະຕູດຽວ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ;
  9. ໜ່ວຍງານປະສານງານການບໍລິການ ການລົງທຶນປະຕູດຽວ ຂອງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ;
  10. ໜ່ວຍງານປະສານງານການບໍລິການ ການລົງທຶນປະຕູດຽວ ຂອງກະຊວງປ້ອງກັນຄວາມສະຫງົບ.

ມາດຕາ 13 ໂຄງປະກອບບຸກຄະລາກອນ

ບຸກຄະລາກອນທີ່ເຮັດໜ້າທີ່ໜ່ວຍງານປະສານງານ ການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ປະກອບມີຄະນະກົມ, ຄະນະພະແນກ ຫຼື ວິຊາການຂອງກົມກອງກ່ຽວຂ້ອງ ຂອງແຕ່ລະຂະແໜງການ ຕາມການແຕ່ງຕັ້ງມອບໝາຍ ຂອງລັດຖະມົນຕີ ຫຼື ຮອງລັດຖະມົນຕີ ທີ່ເປັນຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ.

ມາດຕາ 14 ລະບອບປະຊຸມ

ໜ່ວຍງານປະສານງານ ການບໍລິການ ການລົງທຶນປະຕູດຽວ ປະຈຳແຕ່ລະກະຊວງ, ຈັດກອງປະຊຸມ ວິຊາການປະຈຳອາທິດ ຢ່າງໜ້ອຍອາທິດລະໜຶ່ງຄັ້ງ, ເພື່ອຄົ້ນຄວ້າປະກອບຄຳເຫັນຕໍ່ການສະເໜີຂອງຜູ້ລົງທຶນ ຫຼື ບັນຫາກ່ຽວກັບວຽກງານການລົງທຶນຕາມຂະແໜງການຕົນ ກ່ອນນຳສົ່ງໃຫ້ຫ້ອງການບໍລິການ ການລົງທຶນປະຕູດຽວ ຫຼື ກ່ອນນຳສະເໜີຕໍ່ກອງປະຊຸມວິຊາການຂອງ ຫ້ອງການບໍລິການ ການລົງທຶນປະຕູດຽວ.

ໝວດທີ 4

ຫຼັກການ, ແບບແຜນວິທີເຮັດວຽກ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 15 ຫຼັກການບໍລິການ

  1. ເປັນສູນລວມການບໍລິການ ການລົງທຶນໃຫ້ແກ່ຜູ້ລົງທຶນ ທີ່ລົງທຶນໃນກິດຈະການທົ່ວໄປ, ຄວບຄຸມ, ສຳປະທານ, ການລົງທຶນຮ່ວມພາກລັດ ແລະ ເອກະຊົນ ແລະ ການພັດທະນາເຂດເສດຖະກິດພິເສດ ໃຫ້ມີຄວາມກະທັດຮັດ, ວ່ອງໄວ, ໂປ່ງໃສ, ສອດຄ່ອງຕາມກົດໝາຍ ແລະ ລະບຽບການ;
  2. ຜູ້ລົງທຶນສະເໜີລົງທຶນຢູ່ບ່ອນໃດ ແມ່ນໄດ້ຮັບຄຳຕອບຢູ່ບ່ອນນັ້ນ, ການໃຫ້ຄຳຕອບແກ່ຜູ້ລົງທຶນ ຕ້ອງປະຕິບັດຕາມກຳນົດເວລາທີ່ບົ່ງໄວ້ໃນລະບຽບການທີ່ປະກາດແຈ້ງ ຢູ່ຫ້ອງການບໍລິການ ການລົງທຶນປະຕູດຽວ;
  3. ເປັນເຈົ້າການປະສານງານກັບຂະແໜງການທີ່ກ່ຽວຂ້ອງ ບົນພື້ນຖານການປະຕິບັດຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ;
  4. ລວມສູນການເກັບກຳຂໍ້ມູນ, ຕິດຕາມການຈັດຕັ້ງປະຕິບັດ, ສັງລວມຕີລາຄາປະເມີນຜົນ ສະພາບການລົງທຶນ ແລະ ໂຄງການລົງທຶນ ຂອງພາກເອກະຊົນ;
  5. ການຕົກລົງບັນຫາຕ່າງໆ ກ່ຽວກັບການລົງທຶນ ຕ້ອງຜ່ານກອງປະຊຸມ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ມາດຕາ 16 ແບບແຜນວິທີ່ເຮັດວຽກ

ແບບແຜນວິທີເຮັດວຽກ ຂອງຫ້ອງການບໍລິການ ການລົງທຶນປະຕູດຽວ ແລະ ໜ່ວຍງານປະສານງານການບໍລິການ ການລົງທຶນປະຕູດຽວ ຕ້ອງປະຕິບັດດັ່ງນີ້:

  1. ມີແຜນການ, ແຜນງານ ແລະ ແຜນໂຄງການລະອຽດ, ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ;
  2. ເຄື່ອນໄຫວວຽກງານຕາມພາລະບົດບາດ, ດຳເນີນກອງປະຊຸມວິຊາການ ປະຈຳອາທິດ ເພື່ອຄົ້ນຄວ້າບັນຫາທີ່ຈະລາຍງານຕໍ່ກອງປະຊຸມຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນທີ່ຈັດຂຶ້ນ ຢ່າງປົກກະຕິ;
  3. ປະຕິບັດລະບອບ ກວດກາ, ຕິດຕາມ-ຄຸ້ມຄອງ, ສະຫຼຸບຖອດຖອນບົດຮຽນ, ຕີລາຄາຜົນໄດ້-ຜົນເສຍ, ຮັບປະກັນຜົນປະໂຫຍດສ່ວນລວມ;
  4. ປະຕິບັດການພົວພັນ, ປະສານງານ ພາຍໃນ ແລະ ພາຍນອກ.

ມາດຕາ 17 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ ຫຼື ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ລວມເຖິງວຽກງານການປະສານງານ, ການດຶງດູດ ແລະ ຊຸກຍູ້ການລົງທຶນ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນຕາມລະບຽບການ ໂດຍຜ່ານການສະເໜີ ຂອງຫ້ອງການບໍລິການ ການລົງທຶນປະຕູດຽວ ແລະ ພາກສ່ວນທີ່ກ່ຽວຂ້ອງ ແລະ ຜ່ານການຕົກລົງເຫັນດີເປັນເອກະພາບຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ມາດຕາ 18 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ ຫຼື ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ລະເມີດ, ເມີນເສີຍ ຫຼື ຂັດຂວາງການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຈະຖືກສຶກສາອົບຮົມ, ລົງວິໄນ ຫຼື ດຳເນີນຄະດີຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

ໝວດທີ 5

ບົດບັນຍັດສຸດທ້າຍ

ມາດຕາ 19 ງົບປະມານ ແລະ ຕາປະທັບ

ຫ້ອງການບໍລິການ ການລົງທຶນປະຕູດຽວ ນຳໃຊ້ຕາປະທັບອັນດຽວກັນກັບຕາປະທັບຂອງກົມສົ່ງເສີມການລົງທຶນ ແລະ ນຳໃຊ້ງົບປະມານບໍລິຫານປົກກະຕິ ຂອງ ກະຊວງແຜນການ ແລະ ການລົງທຶນ.

ໜ່ວຍງານປະສານງານ ການບໍລິການ ການລົງທຶນປະຕູດຽວ ຂອງຂະແໜງການກ່ຽວຂ້ອງ ນຳໃຊ້ຕາປະທັບອັນດຽວກັບກົມກອງທີ່ກ່ຽວຂ້ອງຕາມພາລະບົດບາດ ແລະ ນຳໃຊ້ງົບປະມານບໍລິຫານປົກກະຕິຂອງແຕ່ລະຂະແໜງການ.

ມາດຕາ 20 ການຈັດຕັ້ງປະຕິບັດ

ຫ້ອງການບໍລິການ ການລົງທຶນປະຕູດຽວ, ບັນດາກົມວິຊາການ, ພະແນກການຂອງຂະແໜງການ ແລະ ໜ່ວຍງານປະສານງານການລົງທຶນປະຕຸດຽວຂອງແຕ່ລະຂະແໜງການກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 21 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ບັນດາຂໍ້ຕົກລົງ ແະ ລະບຽບການຕ່າງໆ ກ່ອນໜ້ານີ້ທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກລົບລ້າງ.

ປະທານ

ສອນໄຊ ສີພັນດອນ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການບໍລິການການລົງທຶນປະຕູດຽວ ແລະ ໜ່ວຍງານປະສານງານການບໍລິການການລົງທຶນປະຕູດຽວຂັ້ນສູນກາງ ເລກທີ 002/ຄລທ.ສ, ລົງວັນທີ 20 ສິງຫາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.