ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ          ເລກທີ 2009/ຫອຄ.ກທຄວ
ຫ້ອງການ          ນະຄອນຫຼວງວຽງຈັນ, ວັນທີ 22 ສິງຫາ 2018

ແຈ້ງການ

ເຖິງ: ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ຂັ້ນຕ່າງໆ

ເລື່ອງ: ການເລື່ອນການຂຶ້ນທະບຽນສ້າງຕັ້ງວິສາຫະກິດ ແລະ ການອອກອະນຸຍາດລົງທຶນ ຫລື ອະນຸຍາດດຳເນີນທຸລະກິດ ຕາມຄຳສັ່ງຂອງນາຍົກ, ເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018, ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ.

    ເພື່ອສ້າງເງື່ອນໄຂຄວາມພ້ອມ ໃນໄລຍະລໍຖ້າການປະກາດໃຊ້ບັນຊີຄວບຄຸມ ທັງເພື່ອຮັບປະກັນປະສິດທິຜົນຂອງການຈັດຕັ້ງປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດ, ການອອກອະນຸຍາດລົງທຶນ ຫລື ອະນຸຍາດດຳເນີນທຸລະກິດ ຕາມຄຳສັ່ງເລກທີ 02/ນຍ ແລະ ອີງໃສ່ການຊີ້ນຳຂອງທ່ານລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ, ຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງມາຍັງພາກສ່ວນທີ່ກ່ຽງຂ້ອງຊາບ ແລະ ຂໍຄວາມຮ່ວມມື ໃນການຈັດຕັ້ງປະຕິບັດ ດັ່ງນີ້:

  1. ເລື່ອນການເລີ່ມປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດ, ການອອກອະນຸຍາດລົງທຶນ ຫລື ອະນຸຍາດດຳເນີນທຸລະກິດ ຕາມຄຳສັ່ງ, ສະບັບເລກທີ 02/ນຍ ຈາກວັນທີ 01 ກັນຍາ 2018 ຕາມທີ່ບົ່ງໄວ້ໃນແຈ້ງການ, ເລກທີ 1578/ຫອຄ.ກທຄວ, ລົງວັນທີ 27 ມິຖຸນາ 2018 ມາເປັນວັນທີ 01 ມັງກອນ 2019.
  2. ໃນໄລຍະແຕ່ນີ້ ຫາ ວັນທີ 01 ມັງກອນ 2019 ໃຫ້ແຕ່ລະພາກສ່ວນຈັດຕັ້ງປະຕິບັດວຽກງານການບໍລິການ ທີ່ຕິດພັນກັບການເລີ່ມຕົ້ນທຸລະກິດ ຕາມລະບົບທີ່ເຄີຍປະຕິບັດມາ ແຕ່ໃຫ້ມີຄວາມສະດວກວ່ອງໄວຍິ່ງຂຶ້ນ, ໃນນີ້:
    - ຂໍຄວາມຮ່ວມມືຈາກບັນດາກົມ ຫລື ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຂອງກະຊວງ, ທະບວງກົມ ປັບປຸງ ຫລື ສ້າງບັນດານິຕິກຳ ກ່ຽວກັບການພິຈາລະນາ ອອກອະນຸຍາດດຳເນີນທຸລະກິດ, ພ້ອມທັງອອກຄຳແນະນຳກ່ຽວກກັບການແບ່ງຂັ້ນຄຸ້ມຄອງ ແລະ ຂັ້ນຕອນການອອກອະນຸຍາດ (ແບບຢ່າງ ຄຳແນະນຳ ບັນດາກົມ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຈະສົ່ງໃຫ້ຊາບໃນພາຍຫລັງ).
    - ໃຫ້ພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງ ລາຍງານອຳນາດການປົກຄອງທ້ອງຖິ່ນຂອງຕົນ ເພື່ອກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດ ແລະ ການອອກອະນຸຍາດ ຕາມເນື້ອໃນຈິດໃຈຄຳສັ່ງຂອງນາຍົກດັ່ງກ່າວ ໃຫ້ບັນລຸຜົນ ຕາມຄາດໝາຍທີ່ວ່າງໄວ້, ໃນກໍລະນີ ມີບັນຫາໃຫ້ພົວພັນກັບກະຊວງອຸດສາຫະກຳ ແລະ ການຄ້າ (ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ).

ແຈ້ງມາເພື່ອຊາບ ແລະ ຂໍຄວາມຮ່ວມມື ໃນການຈັດຕັ້ງປະຕິບັດ ດ້ວຍ.

ຫົວໜ້າຫ້ອງການ
ນ. ບານສະຕິ ເທບພະວົງ

 

# ຫົວຂໍ້ ດາວໂຫຼດ
1 Notification on Postponement of Enterprise Registration and Investment or Business Operation License No. 2009/PSO.ERMD, dated 22 August 2018 PDF
2 ແຈ້ງການ ກ່ຽວກັບ ການເລື່ອນການຂຶ້ນທະບຽນສ້າງຕັ້ງວິສາຫະກິດ ແລະ ການອອກອະນຸຍາດລົງທຶນ ຫຼື ອະນຸຍາດດຳເນີນທຸລະກິດ ເລກທີ 2009/ຫອຄ.ກທຄວ, ລົງວັນທີ 22 ສິງຫາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.