ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ           ເລກທີ 1636/ຫສນຍ.ກຄສ
ນະຄອນຫຼວງວຽງຈັນ, ວັນທີ 01 ຕຸລາ 2018

ແຈ້ງການ

ຮຽນ : - ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ນັບຖື.
- ທ່ານ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້.
- ທ່ານ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ.
- ທ່ານ ລັດຖະມົນຕີກະຊວງ ສາທາລະນະສຸກ.
- ບັນດາທ່ານເຈົ້າແຂວງ.
ເລື່ອງ : ສະພາບການລະບາດຂອງພະຍາດອະຫິວາໝູ ອາຟຣິກາ ຢູ່ປະເທດໃກ້ຄຽງ ແລະ ໃນໂລກ.

  • ອີງຕາມ ເອກະສານລາຍງານ ຂອງກະຊວງກະສິກຳ ແລະ ປ່າໄມ້ ເລກທີ 0957/ກປ, ລົງວັນທີ 7/9/2018

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບດັ່ງນີ້: “ມອບໃຫ້ຫະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບກະຊວງ ສາທາລະນະສຸກ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ຕ້ອງມີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂແຕ່ຫົວທີ. ເດັດຂາດບໍ່ໃຫ້ພະຍາດອະຫິວາໝູ ອາຟຣິກາ ແຜ່ລາມເຂົ້າມາໃນ ສປປ ລາວ”.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ເພັດ ພົມພິທັກ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ສະພາບການລະບາດຂອງພະຍາດອະຫິວາໝູ ອາຟຣິກາ ຢູ່ປະເທດໃກ້ຄຽງ ແລະ ໃນໂລກ ເລກທີ 1636/ຫສນຍ.ກຄສ, ລົງວັນທີ 01 ຕຸລາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.