ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງກະສິກຳ ແລະ ປ່າໄມ້

ເລກທີ 0448/ກປ

ນະຄອນຫຼວງວຽງຈັນ, ວັນທີ 06 APR 2021

 

ຂໍ້ຕົກລົງ

ວ່າດ້ວຍ ການກຳນົດບັນຊີໄມ້ I, II ແລະ III

 

  • ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ເລກທີ 64/ສພຊ, ລົງວັນທີ 13 ມີຖຸນາ 2019.
  • ອີງຕາມ ດຳລັດ ຂອງນາຍົກລັດຖະມົນຕີ ເລກທີ 99/ນຍ, ລົງວັນທີ 09 ມີນາ 2017 ວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້;
  • ອີງຕາມ ໜັງສືສະເໜີ ຂອງກົມປ່າໄມ້ ເລກທີ 1743/ກປມ. ລົງວັນທີ 18 ມີນາ 2021
  • ອີງຕາມ ການຄົ້ນຄ້ວາ ແລະ ສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 0199/ກບຸນ, ລົງວັນທີ 25 ມີນາ 2021.

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ອອກຂໍ້ຕົກລົງ:

ມາດຕາ 1: ກຳນົດບັນຊີໄມ້ I, II ແລະ III ດັ່ງນີ້:

  1. ໄມ້ບັນຊີ I ລວມມີ 40 ຊະນິດຄື:

ລ/ດ

ຊື່ພາສາລາວ

Lao Name

ຊີວິທະຍາສາດ

Scientific Name

1

ໄມ້ຂະຍຸງ

Dalbergia cochinchinensis

2

ໄມ້ນີ້ເຂົາຄວາຍ

Dalbergia cultrate

3

ໄດ້ຄຳນີ້ ຫຼື ໄມ້ປະດົງ

Dalbergia oliven

4

ໄມ້ກະບໍ່ ຫຼື ໄມ້ນາງນວນ

Dalbergia lanceolana

5

ໄມ້ກະຈະ

Erythrophleum fordi

6

ໄມ້ໝູນ

Diospyros mun

7

ໄມ້ລາງດໍາ ຫຼື ໄມ້ຫນຶ່ງດຳ

Diospyros malabarica

8

ໄມ້ດູ່ລາຍ

Dalbergia odorifera

9

ໄມ້ດູ່ເລືອດ

Pterocarpus macrocapus

10

ໄມ້ດູ່ເຫຼືອງ

Pterocarpus pedatus

11

ໄມ້ແດງ

Xylia xylocarpa

12

ໄມ້ແຕ່ຄ່າ

Atzella xylocarpa

13

ໄມ້ສັກ

Tectona grandis

14

ໄມ້ໂລງເລງ

Fokienia hodginsi

15

ໄມ້ໂລ່ງເລ່ງຕີນກັບແກ້

Cunninghamia konishi

16

ໄມ້ໂລ່ງເລ່ງໃບທາງນົກຍຸງ

Cuaninghamia lancecalata

17

ໄມ້ເລ່ນເລ້

Calocedrus macrolepis

18

ໄມ້ຮີ້ງຫອມ ຫຼື ຮີ້ງຊຳ

Glyptostrobus pensils

19

ໄມ້ຮີ້ງຂຽວ

Dacrycarpus imbricatus

20

ໄມ້ຮີ້ງນ້ຳ

Dacrydium elatum

21

ໄມ້ຮີ້ງ (ເຫຼືອງ)

Keteleerta evelyniana

22

ໄມ້ແປກສອງຍອຍ

Pinus latter

23

ໄມ້ແປກສາມຍອຍ

Pinus kesiya

24

ໄມ້ແປກຫ້າຍອຍ

Pinus dalatensis

25

ໄມ້ແຄນເຮືອ

Hopea odorata

26

ໄມ້ແຄນຫີນ

Hopea ferrea

27

ໄມ້ແຄຫອມ ຫຼື ໄມ້ສະແຄ່

Cinnamomum cassia

28

ໄມ້ມັນປາ

Fagraea fragrans

29

ໄມ້ຈຳປາປ່າ ຫຼື ຊົມຊວາຍ/ ຮຳຊາຍ/ລວງຄອມ

Magnolia baillon

30

ໄມ້ພູດຜາ

Gardenia cambodiana

31

ໄມ້ນ້ຳກ້ຽງ

Gruta spp

32

ໄມ້ສີໄຄຕົ້ນ

Cinnamomum spp

33

ໄມ້ຈວງຫອມ

Cinnamomum iners

34

ໄມ້ຈຳປີປ່າ

Magnolia champaca

35

ໄມ້ຈັນຫອມ ຫຼື ຈັນປ່າ/ຈັນດົງ

Mansonia gage

36

ໄມ້ເກັດລິ່ນ

Rhus succedanea

37

ໄມ້ໝາກເກືອ

Diospyros mollis

38

ໄມ້ລີ້ ຫຼື ໄມ້ແຫ

Cynometra craibi

39

ໄມ້ສາທອນ

Milletta feucantha

40

ໄມ້ເກດສະໜາ

Aquilaria spp

 

 

2. ໄມ້ບັນຊີ II ລວມມີ 54 ຊະນິດຄື:

ລ/ດ

ຊື່ພາສາລາວ

Lao Name

ຊີວິທະຍາສາດ

Scientific Name

1

ໄມ້ແຄນຂະຍອມ

Shorea roxburghil

2

ໄມ້ແຄນຍ່ອງ

Hopea spp.

3

ໄມ້ຍົມຫີນ

Chukrasia tabularis

4

ໄມ້ຍາງແດງ

Dipterocarpus costatus

5

ໄມ້ຍາງຂາວ

Dipterocarpus alatus

6

ໄມ້ຍາງດົງ ຫຼື ຍາງເດັນ

Dipterocarpus turbinatus

7

ໄມ້ຊີຂາວ ຫຼື ໄມ້ຈິກດົງ

Vatica odorata

8

ໄມ້ຊີດົງ ຫຼື ໄມ້ຊີເປືອກບາງ

Vatica harmandiana

9

ໄມ້ຮັງ ຫຼື ໄມ້ເພົາ

Shorea siamensis

10

ໄມ້ຈິກ

Shorea obtusa

11

ໄມ້ເຊືອກ

Terminalia tomentosa

12

ໄມ້ຊາດ

Dipterocarpus obtusifolium

13

ໄມ້ເປືອຍເລືອດ

Terminalia corticosa

14

ໄມ້ເປືອຍ

Lagerstroemia spp.

15

ໄມ້ແຕ້ໜາມ ຫຼື ໄມ້ແຕ້ຮໍ

Sindora siamensis

16

ໄມ້ບາກ

Anisoptera costata

17

ໄມ້ຍົມຫອມ

Toona suren, T.sinensis

18

ໄມ້ຍົມຕຸ້ງ ຫຼື ເໝັນ

Toona cillata

19

ໄມ້ຍົມຜາ

Ailanthus triphysa

20

ໄມ້ຂີ້ເຫຼັກບ້ານ

Senna siamea

21

ໄມ້ຂີ້ເຫຼັກດົງ

Senna garrettiana

22

ໄມ້ເຫຼັກ

Mesua ferrea

23

ໄມ້ມີ້ປ່າ

Artocarpus rigidus

24

ໄມ້ແດງນ້ຳ

Pometia pinnata

25

ໄມ້ກວາງແດງ

Dysoxylum binectariferum

26

 ໄມ້ຫ່ານ້ຳ

Syzygium spp.

27

ໄມ້ສົງ ຫຼື ຢາງສົງ/ພະອົງ

Calophyllum spp.

28

ໄມ້ລຽງມັນ

Berrya mollis, B. cordifolia

29

 ໄມ້ສະຄາຍ

Betula ainoides

30

ໄມ້ເຄັງ

Dialium cochinchinensis

31

ໄມ້ສະຕາມ ຫຼື ສະຝາງ

Peltophorum dasyrachis

32

ໄມ້ຂົນຕາຊ້າງ

Dysoxylum loureir

33

ໄມ້ແຫນ

Terminalia bellinica

34

ໄມ້ສະແບງ

Dipterocarpus intricatus

35

ໄມ້ລະແອນ

Hopea pierrel

36

ໄມ້ໝາກຂ້າມແພບ

Diallum indum

37

ໄມ້ເຕັ່ນ ຫຼື ໄມ້ລີງໄຫ້/ໄມ້ລີ້

Duabanga grandiflora

38

ໄມ້ນົກກົກ

Aglaia spectabilis

39

ໄມ້ລຽງຝ້າຍ

Eriolaena candoller

40

ໄມ້ຮາວ ຫຼື ໝາກຫ້າປີກເນື້ອໄມ້ເຫຼືອງ

Parashorea stellata

41

ໄມ້ຮາວ ຫຼື ໝາກປີກດຽວເນື້ອໄມ້ແດງ

Hentiera javanica

42

ໄມ້ຂາວ

Haldina cordifolia

43

ໄມ້ຄິ້ງນິ້ງ ຫຼື ແຄນນິ້ງ/ຊີປ້ອງ

Shorea thoreli

44

ໄມ້ສາມສາ

Samanea saman

45

ໄມ້ແຄຟອຍ

Stereospermum fimbriatum

46

ໄມ້ໝາກຈອງບານ

Scaphium macropodum

47

ໄມ້ບົກ

Irvingia malayana

48

ໄມ້ຊໍ້

Gmelina arborea

49

ໄມ້ບານແກ້ວ

Unknown

50

ໄມ້ສົ້ມຝາດ ຫຼື ຂົມຝາດ/ຝຸງຝາດ

Bischofia javanica

51

ໄມ້ກໍ່ແດງ

Castanopsis hystrix

52

ໄມ້ກໍ່ໜາມ

Castanopsis indica

53

ໄມ້ກໍ່ແຄະ

Quercus serrate

54

ໄມ້ສີສຽດ

Pentace burmanica

 

 

3. ໄມ້ບັນຊີ III ລວມມີ 73 ຊະນີດມີ:

ລ/ດ

ຊື່ພາສາລາວ Lao Name

ຊີວິທະຍາສາດ Scientific Name

1

ໄມ້ຕ້ອງ

Sandoricum koetjape

2

ໄມ້ມ່ວງປ່າ

Mangifera spp.

3

ໄມ້ຫ້າວດົງ

Syzygium spp.

4

ໄມ້ຫົວໂລ້ນ ຫຼື ສະຕໍ/ຄ້ອນກອງ

Parkia sumatrana

5

ໄມ້ໝາກແງວ

Nephelium hypoleucum

6

ໄມ້ຄາຍໂຊ້ ຫຼື ໄມ້ໝີ່/ຕະໂລ

Schma wallichii

7

ໄມ້ກະເດົາຊ້າງ ຫຼື ໄມ້ຫ່ຽນ

Melia azedarach

8

ໄມ້ກະໂດນໂຄກ

Careya sphaerica

9

ໄມ້ຖ່ອນ

Albizia procera

10

ໄມ້ຍານ

Styrax tonkinensis

11

ໄມ້ກຸງ

Dipterocarpus tuberculatus

12

ໄມ້ຮາມ

Magnolia holampra

13

ໄມ້ສະຄໍ້າ

Garuga pinnata

14

ໄມ້ສົ້ມມຸ່ນ

Eleaocarpus siamensis

15

ໄມ້ພ່າວ

Engelhardtia spp.

16

ໄມ້ເລັນ

Albizia odoratissima

17

ໄມ້ໝາກກູ້ ຫຼື ພະເຈົ້າຫ້າອົງ

Dracontomelon dao

18

ໄມ້ໝາກເດື່ອ

Ficus spp.

19

ໄມ້ຢາງບົງ

Palaquium annamensis

20

ໄມ້ງິ້ວປ່າ(ດອກແດງ)

Bombax ceiba

21

ໄມ້ງິ້ວປ່າ(ດອກຂາວ)

Bombax anceps

22

ໄມ້ຕີນເປັດ(ປາຍໃບມົນ)

Alstonia scholaris

23

ໄມ້ຕີນເປັດ(ປາຍໃບແຫຼມ)

Alstonia rostrata

24

ໄມ້ໝາກແຕກ

Prunus arborea

25

ໄມ້ໝາກໃບ ຫຼື ໄມ້ເກື້ອມ/ ເຫຼື້ອມ/ ກັນ

Canarium spp.

26

ໄມ້ກ້ານເຫຼືອງ

Nauclea orientalis

27

ໄມ້ຮັງແຮນ

Pterospermum lanceaefolium

28

ໄມ້ບົ້ງນັ່ງ

Carallia brachiata

29

ໄມ້ກະແຊງ ຫຼື ໄມ້ກະຊັງ

Cananga latifolia

30

ໄມ້ທົ່ມພາຍ ຫຼື ທົ່ມນ້ຳ

Mitragyna spp.

31

ໄມ້ເປັນມອນ

Anogeissus acuminata

32

ໄມ້ຕີນນົກ ຫຼື ຂີ້ເຫງັນ

Vitex spp.

33

ໄມ້ຂີ້ໝູ

Callerya atropurpurea / Ormosia cambodiana cambodiana

34

ໄມ້ສະອາມ

Crypteronia paniculata

35

ໄມ້ກາງຂອງ

Millingtonia hortensis

36

ໄມ້ສ້ານຫີນ ຫຼື ສ້ານແຄງ

Dillenia parviflora

37

ໄມ້ສົ້ມມໍ

Terminalia citrina, T. chebula

38

ໄມ້ສົ້ມໂຮງ

Sterculia foetida

39

ໄມ້ປໍ

Sterculia spp.

40

ໄມ້ໝາກກອກ

Spondias pinnata

41

ໄມ້ມູກນ້ອຍ

Wrightia tomentosa

42

ໄມ້ມູກໃຫຍ່

Wrightiaarborea

43

ໄມ້ພຸງ

Tetrameles nudiflora

44

ໄມ້ພອກ

Parinari annamense

45

ໄມ້ໝາກແຟນ

Protium serratum

46

ໄມ້ຕາເສືອ

Aphanamixis polystachya

47

ໄມ້ລຳໄຍປ່າ

Dimocarpus spp.

48

ໄມ້ກະເດົາຂົ່ມ

Azadirachta indica

49

ໄມ້ຕິ້ວເຫຼືອງ

Cratoxylum cochinchinensis

50

ໄມ້ຕິ້ວສົ້ມ

Cratoxylumformosum

51

ໄມ້ຕິ້ວໜາມ

Cratoxylum maingayi

52

ໄມ້ໄຂ່ເນົ່າ

Gardenia sootepensis

53

ໄມ້ກ້ວກ

Garcinia ferrea

54

ໄມ້ຜ່ອງ

Garcinia multiflora

55

ໄມ້ແກ

Combretum quadrangulare

56

ໄມ້ຫຳອາວ

Pterospermum manalocamum

57

ໄມ້ໄຮ

Ficus spp

58

ໄມ້ຊໍ້ເໝັນ

Gmelina arborea

59

ໄມ້ໝາກຄອມ

Microcos tomentosae

60

ໄມ້ສະໂກ

Breania chinerisis

61

ໄມ້ຄໍ້ສົ້ມ

Schleichera oleosa

62

ໄມ້ພິມານ

Acacia harmandiana

63

ໄມ້ນົມຍານ

Barringtonia spp.

64

ໄມ້ສົ້ມຮໍ

Allospondias lakonensis

65

ໄມ້ໝາກມື

Choeropondias axillaris

66

ໄມ້ຕຸມກາ

Strychnos nux-varina

67

ໄມ້ເບັນຝ້າຍ

Liquidambar formosana

68

ໄມ້ກະແສ ຫຼື ໄມ້ຜັກຊີ

Albizia lebbeck

69

ໄມ້ພະຄາງ

Albizia chinensis

70

ໄມ້ຊ້າຝ້າຍ

Liquidambar formosana

71

ໄມ້ສະເມັກ

Syzygium antisepticum

72

ໄມ້ສີດາດົງ

Syzygium scabrum

73

ໄມ້ກະທ້າງ

Mesua ferrea

 

ມາດຕາ 2: ມອບໃຫ້ກົມປ່າໄມ້, ເປັນໃຈການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

 

ມາດຕາ 3: ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງເຜີຍແຜ່ໃນຈົດໝາຍເຫດ ທາງລັດຖະການ ສິບຫ້າວັນ.

 

ລັດຖະມົນຕີ

ປອ. ເພັດ ພົມພິທັກ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການກໍານົດບັນຊີໄມ້ I, II ແລະ III, ເລກທີ 0448/ກປ, ລົງວັນທີ 06 ເມສາ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.