ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ໄດ້ ແນະນຳ ໃຫ້ຂະແໜງລ້ຽງສັດ ແຂວງຫລວງນໍ້າທາ ແລະ ຜົ້ງສາລີ ຍຸດການນຳເຂົ້າຜະລິດຕະພັນສັດປີກຊົ່ວຄາວ ຈົນກວ່າການລະບາດຂອງເຊື້ອໄວລັດດັ່ງກ່າວຈະສາມາດຄວບຄຸມໄດ້ ເນື່ອງຈາກສອງແຂວງດັ່ງກ່າວ ມີຊາຍແດນເຊື່ອມຕໍ່ກັບປະເທດ ສປ ຈີນ.

ເຈົ້າໜ້າທີ່ຂະແໜງລ້ຽງສັດແຂວງຍັງໄດ້ກ່າວວ່າ: ການຈັດຕັ້ງແຂວງໄດ້ອອກຂໍ້ຕົກລົງແຈ້ງໄປຍັງເຂດທ້ອງຖິ່ນ ເພື່ອເປັນມາດຕະການໃນການປ້ອງກັນການລະບາດຂອງເຊື້ອພະຍາດ. ຂະແໜງລ້ຽງສັດ ແລະ ການປະມົງແຂວງມີງົບປະມານຈຳກັດ ໃນການສົ່ງພະນັກງານວິຊາການ ເພື່ອລົງໄປເຮັດໂຄສະນາເຜີຍແຜ່ວິທີການເບິ່ງແຍງ ແລະ ຮັກສາສຸຂະພາບສັດໃນເຂດທ້ອງຖິ່ນ.

ແຂວງຫລວງນໍ້າທາ ໄດ້ສ້າງທິມງານສະກັດກັ້ນພະຍາດໄຂ້ຫວັດສັດປີກ ໂດຍການລົງເຜີຍແຜ່ ຂໍ້ມູນຂ່າວສານກ່ຽວກັບຄວາມອັນຕະລາຍຂອງເຊື້ອໄຂ້ຫວັດ H7N9 ແລະ ໄດ້ຕິດຕາມຢ່າງໃກ້ຊິດ ຢູ່ຕາມເຂດເປົ້າໝາຍເຊັ່ນ: ຕະຫລາດແຂວງ ແລະ ບ້ານທີ່ຢູ່ໃກ້ກັບຊາຍແດນຈີນ.

ໃນແຕ່ລະປີ, ສປປ ລາວ ນຳເຂົ້າຜະລິດຕະພັນສັດປີກເປັນຈຳນວນຫລວງຫລາຍ ເຊິ່ງລວມມີ ໄກ່, ເປັດ ແລະ ສີ້ນສ່ວນສັດປີກ ຈາກ ສປ ຈີນ ຜ່ານແຂວງຫລວງນໍ້າທາ ແລະ ຜົ້ງສາລີ, ໂດຍໄລຍະຜ່ານມາ ເຈົ້າໜ້າພວກເຮົາ ບໍ່ສາມາດເກັບກຳຈຳນວນທີ່ແນ່ນອນຂອງການນຳເຂົ້າຜະລິດຕະພັນດັ່ງກ່າວໄດ້, ສາເຫດໜຶ່ງຍ້ອນການລັກລອບນຳເຂົ້າແບບຜິດກົດໝາຍຂອງປະຊາຊົນທີ່ອາໄສຢູ່ຕາມບ້ານ  ເຊິ່ງໄດ້ກາຍເປັນບັນຫາໃຫຍ່ ຕໍ່ເຈົ້າໜ້າທີ່, ອໍານາດການປົກຄອງທ້ອງຖິ່ນ ໃນການຄວບຄຸມການນຳເຂົ້າ.

ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງພະຍາດ ເຂົ້າມາໃນ ສ ປປ ລາວ, ກົມລ້ຽງສັດ ແລະ ການປະມົງຍັງໄດ່້ອອກຄຳສັ່ງໃຫ້ບັນດາແຂວງອື່ນໆ ໃຫ້ເພີ່ມຄວາມເຂັ້ມງວດ ໃນການເຝົ້າລະວັງຕິດຕາມ ເພື່ອຊອກຫາທຸກກໍລະນີສົງໃສຂອງການແຜ່ລະບາດຂອງພະຍາດດັ່ງກ່າວ.

ໃນປະຈຸບັນຢູ່ ສ ປປ ລາວ ຍັງບໍ່ທັນມີລາຍງານກໍລະນີລະບາດຂອງເຊື້ອ H7N9 ເທື່ຶອ, ແຕ່ ໃນສປ ຈີນແມ່ນໄດ້ຢືນຢັນວ່າມີຜູ້ເສຍຊີວິດຍ້ອນເຊື້ອພະຍາດດັ່ງກ່າວນີ້ແລ້ວ ຈຳນວນ 23 ຄົນ ຈາກຈຳນວນຜູ້ປ່ວຍທັງໝົດ 121 ຄົນກໍລະນີສົງໃສທີ່ຖືກລາຍງານນັ້ນ ນັບຕັ້ງແຕ່ມີການລະບາດ ຂອງເຊື້ອພະຍາດສາຍພັນໃໝ່, ອີງຕາມການລາຍງານຈາກຂ່າວສານປະເທດຈີນ.

ບັນດາປະເທດເພື່ອນບ້ານເຊັ່ນ: ໄທ ແລະ ກຳປູເຈຍ ກໍ່ຍັງໄດ້ກຳນົດຫ້າມການນຳເຂົ້າຜະລິດຕະພັນສັດປີກຈາກ ສ ປ ຈີນ ຈົນກວ່າຈະບໍ່ມີການລະບາດເຊື້ອພະຍາດໃນພື້ນທີ່ດັ່ງກ່າວ.

ທ່ານສາມາດດາວໂຫລດລາຍລະອຽດແຈ້ງການຂອງກົມລ້ຽງສັດ ແລະ ການປະມົງ ໃນການຮຽກຮ້ອງໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ ສະກັດກັ້ນພະຍາດໄຂ້ຫວັດສັດປີກໄດ້ຂ້າງລຸ່ມນີ້

ແຫລ່ງຂໍ້ມູນ: ໜັງສືພິມວຽງຈັນທາມມ໌

# ຫົວຂໍ້ ດາວໂຫຼດ
1 Laos temporary bans the import of poultry from China PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.