ເພື່ອ​ຮັບປະກັນການອຳນວຍຄ​ວາ​ມສະດວກໃນ​ການ​ຂົນສົ່ງ​ຂ້າມຊາຍ​ແດນ ລະ​ຫ່ວາງປະ​ເທດ ​ລັດ​ຖະບານ​ໄທ ​ໄດ້ອີງ​ໃສ່ກົດໝາຍວ່າດວ້ຍການ​ອຳນວຍຄວາມ​ສະດວກ​ໃນການ​ຂົນ​ສົ່ງ​ສິນຄ້າ​ຂ້າມ​ຊາຍ​ແດນ ລະ​ຫວ່າງ​ປະ​ເທດ ​ໂດຍ​ມີການ​ຕົກລົງ ​ແລະ ​ເຫັນ​ດີ ຂອງສະພາ ​ໃນ​ວັນ​ທີ 20 ​ເມສາ 2556 ຕາມ​ກົດໝາຍ.

ການ​ປ​ະກາ​ດໃຊ້ບົດ​ບັນຍັດນີ້ ແມ່ນ​ການ​ຂົນ​ສົ່ງຂ້າມ​ຊາຍ​ແດນ​ລະຫວ່າງ​ປະ​ເທດ​ໄທ​ກັບປະ​ເທດ​ເພື່ອນ​ບ້ານ. ດັ່ງ​ນັ້ນ ​ເພື່ອ​ເປັນການ​ສົ່ງ​ເສີມ​ການ​ຄ້າລະຫວ່າງ​ປະ​ເທດ ​ແລະ​ ເປັນ​ການ​ປະຕິບັດ​ລະບຽບການ​ດັ່ງກ່າວ​. ລັດຖະບານ​ໄທ​​ເຫັ​ນດີກຳນົດ​ຂອບ​ເຂດ​ຂອງ​ການ​ດຳ​ເນີນ​ວຽກ ແລະ ການປະຕິບັດໜ້າ​ທີ່ຂອງເຈົ້າໜ້າທີ່​ໄທໃນພື້ນທີ່ຄຸ້ມຄອງ​ຮວ່ມກັນ ຕາມກົດໝາຍທີ່ກ່ຽວຂ້ອງກັບການນຳເຂົ້າ, ການສົ່ງອອກ ແລະ ການນຳສິນຄ້າຜ່ານ ລວມເຖິງການຄຸ້ມຄອງ, ການກວດກາ ແລະ ການອະນຸຍາດ, ການອະນຸມັດການນຳເຂົ້າ, ການພັກອາໄສ ແລະ ການອອກຈາກ ລຊ ໄທຂອງຄົນ, ສັດ, ພືດ, ພາຫະນະ ແລະ ຜູ້ຄວບຄຸມພາຫະນະ ແລະ ຄົນປະຈຳພາຫະນະທີ່ຂົນສົ່ງດັ່ງກ່າວ.

ກົດໝາຍສະບັບນີ້ໄດ້ປະກອບມີ 13 ມາດຕາ (ສະບັບພາສາລາວ)

ກົດໝາຍສະບັບນີ້ໄດ້ປະກອບມີ 13 ມາດຕາ (ສະບັບພາສາໄທ)

 

 

 

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.