ຂົນສົ່ງຜ່ານ

 


ຖ້າ​ທ່ານ​ມີຈຸດປະສົງຂົນ​ສົ່ງ​ສິນຄ້າ​ ຈາກ​ດ່ານ​ສາກົນ​ໜຶ່ງ​ໄປ​ອີກ​ປະ​ເທດ​ໜຶ່ງ ​ໂດຍ​ຜ່ານ​ດິນ​ແດນ​ຂອງ​ ສປປ ​ລາວ ທ່ານ​ຕ້ອງ​ແຈ້ງ​ສິນຄ້າ​ນັ້ນ​ໃຫ້​ດ່ານ​ພາສີ​ຮັບ​ຮູ້ ​ໂດຍ​ປະຕິບັດ​ຕາມ​ ລະບຽບ​ການ​ຂົນ​ສົ່ງ​ຜ່ານ.

ໃບ​ແຈ້ງ​ການ​ນໍາ​ເຂົ້າ​ພາຍ​ໃຕ້​ລະບອບ​ຂົນ​ສົ່ງ​ຜ່່ານ ຕ້ອງ​ໄດ້​ສົ່ງ​ໃຫ້​ດ່ານ​ພາສີ​​ໃນ​ເວລາ​ສິນຄ້າ​ມາຮອດ​ຊາຍ​ແດນ​ລາວ. ​ເອກະສານຕໍ່​ໄປ​ນີ້​ຕ້ອງ​ໄດ້​ຄັດ​ຕິດ​ມາ​ນໍາ​ໃບ​ແຈ້ງ​ສິນຄ້າ:

  • ໃບ​ຮຽກ​ເກັບ​​ເງິນ​ທາງ​ການ​ຄ້າ ຫຼື ສັນຍາ​ຊື້-ຂາຍ;
  • ​ໃບ​ສົ່ງ​ສິນຄ້າ​ທາງ​ທະ​ເລ ຫຼື ​ໃບ​ສົ່ງ​ສິນຄ້າ​ທາງ​ອາກາດ;
  • ລາຍການ​ຫຸ້ມ​ຫໍ່.

ສິນ​ຄ້າ​ຂົນສົ່ງຜ່ານ​​ແມ່ນ​ບໍ່​ໄດ້​ເສຍ​ພາສີ ​ແຕ່​ຜູ້​ແຈ້ງ​ຕ້ອງ​ໄດ້​ສະໜອງ​ສິ່ງ​ຄໍ້າປະກັນ ​ໃນ​ຮູບ​ແບບ​ເປັນ​ໃບ​ເຊັກ ຫຼື ໜັງສືຄໍ້າປະກັນ​ທີ່​ອອກ​ໃຫ້​ໂດຍ​ທະນາຄານ ຫຼື ສະ​ຖາ​ບັນ​ການ​ເງິນ ​ໃນ​ມູນ​ຄ່າ​ທີ່​ເທົ່າ​ກັບມູນ​ຄ່າ​ພາສີ ຫຼື ພັນທະ​ ອື່ນໆ.

ສິນຄ້າ​ທີ່​ຂົນ​ສົ່ງ​ຜ່ານ ​ຕ້ອງ​ໄປ​ຕາມ​ເສັ້ນທາງ​ທີ່ດ່ານ​ພາສີ​ກຳນົດ​ໃຫ້.

ເມື່ອ​ມາ​ຮອດດ່ານ​ຊາຍ​ແດນຂາ​ອອກ ​ໃບ​ແຈ້ງ​ການ​ສົ່ງ​ອອກ​ພາຍ​ໃຕ້​ລະບອບ​ການ​ຂົນ​ສົ່ງ​ຜ່ານ ຕ້ອງ​ໄດ້​ສົ່ງ​ໃຫ້​ດ່ານ​ພາສີ.

ຖ້າ​ທຸກ​ສິ່ງ​ຢ່າງ​ຮຽບຮ້ອຍ​ດີ, ດ່ານ​ພາສີ​ຈະ​ອະນຸຍາດ​ໃຫ້​ສິນຄ້າ​ອອກ​ຈາກ​ດິນ​ແດນ ສປປ ​ລາວ​ໄດ້ ​ແລະ ໜັງສື​ຄໍ້າປະກັນກໍ​ຈະ​ໝົດກຳນົດ. ຖ້າ​ກາ​ນຄໍ້າປະກັນ​ແມ່ນ​​ເປັນ​ໃບ​ເຊັກ ມັນ​ກໍ່ຈະ​ຖືກ​ສົ່ງ​ຄືນ​ຫາ​ຜູ້​ແຈ້ງ​ສິນຄ້າ.

ສຳລັບເງື່ອນໄຂ, ຂັ້ນຕອນ ແລະ ເອກະສານປະກອບ ການເຄື່ອນຍ້າຍສິນຄ້າຄຸ້ມຄອງຜ່ານແດນ ຢູ່ ສປປ ລາວ ແມ່ນໄດ້ກໍານົດໄວ້ໃນ ຂໍ້ຕົກລົງ ວ່າດ້ວຍ ການເຄື່ອນຍ້າຍສິນຄ້າຄຸ້ມຄອງຜ່ານແດນ ສປປ ລາວ, ສະບັບເລກທີ 1238/ອຄ.ກຂອ, ລົງວັນທີ 23 ມິຖຸນາ 2015.


ການນຳສິນຄ້າເຂົ້າ ເພື່ອສົ່ງອອກ

ສຳລັບທ່ານທີ່ຕ້ອງການນຳສິນຄ້າເຂົ້າ ເພື່ອສົ່ງອອກ ແມ່ນຕ້ອງໄດ້ມີເງື່ອນໄຂ ຕາມທີ່ໄດ້ກຳນົດໄວ້ໃນ ບົດແນະນຳ ວ່າດ້ວຍ ລະບຽບການຄຸ້ມຄອງສິນຄ້ານຳເຂົ້າເພື່ອສົ່ງອອກ ສະບັບເລກທີ 00274/ກພສ, ລົງວັນທີ 14 ຕຸລາ 2015 ຂອງກົມພາສີ, ກະຊວງການເງິນ ຄື:

- ຕ້ອງມີທະບຽນວິສາຫະກິດທີ່ສອດຄ່ອງຕາມການອະນຸຍາດຂອງຂະແໜງກ່ຽວຂ້ອງ, ຮູບແບບປະເພດ ທຸລະກິດ ຂະແໜງວິຊາຊີບກ່ຽວກັບການຄ້າຂາເຂົ້າ-ຂາອອກ, ການບໍລິການຂົນສົ່ງສິນຄ້າ ຫຼື ຂະແໜງວິຊາຊີບທຸລະກິດ ກ່ຽວກັບກຸ່ມໝວດສິນຄ້າທີ່ສະເໜີຂໍເຮັດສັນຍາ;
- ມີປະຫວັດການເຄື່ອນໄຫວທີ່ຖືກຕ້ອງ, ມີຖານະການເງິນ ແລະ ການປະຕິບັດພັນທະໃຫ້ລັດ ຢ່າງຄົບຖ້ວນ;
- ມີລະບົບສາງເກັບມ້ຽນສິນຄ້າທີ່ມີຄວາມປອດໄພ, ມີພາຫະນະຂົນສົ່ງທີ່ໄດ້ມາດຕະຖານ, ບໍ່ມີຄະດີທາງພາສີ ແລະ ອື່ນໆ.

ສິນຄ້າ, ເຄື່ອງຂອງທີ່ສາມາດນຳເຂົ້າ ເພື່ອສົ່ງອອກ ຕ້ອງເປັນສິນຄ້າທີ່ມີແຫຼ່ງກຳເນີດ, ມີລະຫັດສິນຄ້າທີ່ຖືກຕ້ອງ, ມີສັນຍາ, ມີສັນຍາຕາມລາຄາຊື້-ຂາຍຕົວຈິງ, ບໍ່ແມ່ນສິນຄ້າເກືອດຫ້າມ, ບໍ່ແມ່ນສິນຄ້າລະເມີດຊັບສິນທາງປັນຍາ ແລະ ສຳລັບ ປະເພດສັດຕ້ອງແມ່ນສັດທີ່ບໍ່ນອນໃນບັນຊີຂອງ ສົນທິສັນຍາ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງປະເທດ (CITES).

ສຳລັບເງື່ອນໄຂ, ຂັ້ນຕອນ ແລະ ເອກະສານປະກອບ ການນຳເຂົ້າເພື່ອສົ່ງອອກ ແລະ ສົ່ງອອກຊົ່ວຄາວສິນຄ້າຄຸ້ມຄອງ ຢູ່ ສປປ ລາວ ແມ່ນໄດ້ກໍານົດໄວ້ໃນ ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້າເພື່ອສົ່ງອອກຕໍ່ ແລະ ການສົ່ງອອກຊົ່ວຄາວສິນຄ້າຄຸ້ມຄອງ, ສະບັບເລກທີ 1237/ອຄ.ກຂອ, ລົງວັນທີ 23 ມິຖຸນາ 2015.

                                                                          ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.